​ບົດ​ທີ 32

1 ທູດສະຫວັນ​ຂອງ​ພຣະເຈົ້າ​ໄດ້​ມາ​ພົບເຂົາ. 2 ເມື່ອຢາໂຄບໄດ້ເຫັນພວກເພິ່ນ ເຂົາ​ຈຶ່ງ​ເວົ້າ​ວ່າ, "ນີ້​​ຄືທີ່ພັກຂອງ​ພຣະເຈົ້າ." ດັ່ງນັ້ນ ເຂົາ​ໄດ້ເອີ້ນ​ຊື່​ທີ່ນັ້ນ​ວ່າ ມະຫານາອິມ. 3 ຢາໂຄບ​ໄດ້​ສົ່ງພວກ​ຄົນນຳຂ່າວ​ໄປ​ລ່ວງຫນ້າເຂົາໄປຫາເອຊາວ​ອ້າຍ​ຂອງຕົນ ໃນແຜ່ນດິນເສອີ​ ໃນ​ດິນແດນ​ຂອງເອໂດມ. 4 ເຂົາໄດ້​ສັ່ງ​ຄົນນຳຂ່າວ,​ ກ່າວວ່າ, "ນີ້ຄືສິ່ງທີ່ພວກເຈົ້າຈະເວົ້າກັບ​ເອຊາວ​ເຈົ້ານາຍຂອງເຮົານີ້ຄື: ສິ່ງທີ່ຢາໂຄບ ຄົນ​ຮັບໃຊ້​ຂອງທ່ານ​ເວົ້າຄືຂ້ອຍໄດ້​​ຢູ່​ກັບ​ລາບານ, ​ ແລະ​ໄດ້ເລື່ອນເວລາກັບ​ມາຂອງຂ້ອຍຈົນເຖິງເວລານີ້. 5 ຂ້ອຍ​ມີ​ຝູງງົວ, ຝູງ​ລໍ, ແລະ​ ຝູງສັດລຽ້ງ​, ພ້ອມ​​ຄົນ​ຮັບໃຊ້ຜູ້​ຊາຍ, ແລະ ຄົນຮັບໃຊ້ຜູ້​ຍິງ. ຂ້ອຍໄດ້ສົ່ງສານນີ້ມາເຖິງເຈົ້ານາຍຂອງຂ້ອຍ, ເພື່ອທີ່ຂ້ອຍຈະໄດ້ມີຄວາມຊອບໃນ​ສາຍຕາຂອງທ່ານ." 6 ພວກ​ຄົນນຳຂ່າວໄດ້​ກັບ​ມາຫາ​ຢາໂຄບ​ແລະໄດ້ເວົ້າວ່າ, "ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ. ເພິ່ນ​ກຳລັງ​ມາ​ເພື່ອຈະພົບ​ທ່ານ, ແລະມີ​ຜູ້ຊາຍ​​ສີ່ຮ້ອຍ​ຄົນມາກັບເພິ່ນ." 7 ຢາໂຄບກໍໄດ້ມີຄວາມ​ຢ້ານກົວ ​ແລະ​ອຸກໃຈ​. ດັ່ງນັ້ນ ເຂົາ​ຈຶ່ງໄດ້​ແບ່ງ​ພວກຄົນ​ທີ່ມາກັບເຂົາເປັນສອງພວກ, ແລະແຍກຝູງສັດລ້ຽງ​ຝູງແກະ, ຝູງແບ້, ຝູງງົວ, ແລະ ຝູງ​ອູດ​ອອກ​ເປັນ​ສອງ​ພວກດ້ວຍ. 8 ເຂົາໄດ້​ເວົ້າວ່າ, "ຖ້າ​ເອຊາວ​ມາ​ພົບ​ພວກ​ກຸ່ມທີ​ຫນຶ່ງ ແລະໂຈມຕີ, ຈາກນັ້ນພວກ​ກຸ່ມທີ​ສອງ​ທີ່ເ​ຫລືອຈະໄດ້​ຫນີທັນ." 9 ​ຢາໂຄບ​ໄດ້ເວົ້າວ່າ, "ໂອ ພຣະເຈົ້າ​ຂອງອັບຣາຮາມ,​ບັນພຣະບູຣຸດຂອງຂ້ານ້ອຍ, ແລະ​ພຣະເຈົ້າ​ຂອງ​ອີຊາກ,​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ພຣະຢາເວຜູ້ໄດ້ກ່າວ​ກັບຂ້ານ້ອຍວ່າ, "ຈົ່ງກັບໄປ​ຍັງພູມລຳເນົາຂອງເຈົ້າ, ແລະ​ຍາດພີ່ນ້ອງ ຂອງເຈົ້າ ແລະ​ເຮົາຈະ​ໃຫ້​ເຈົ້າຈະເລີນຮຸ່ງເຮືອງ, 10 ຂ້ານ້ອຍ​ບໍ່​ມີຄ່າພໍ​ກັບ​ການກະທຳທັງສິ້ນຂອງ​ພຣະອົງ​ຕາມພັນທະສັນຍາແຫ່ງຄວາມສັດຊື່ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າທັງຫມົດ​ທີ່​ພຣະອົງ​​ໄດ້​ຊົງກະທຳເພື່ອຜູ້ຮັບໃຊ້ຂອງພຣະອົງ. ເພາະດ້ວຍ​ພຽງ​ໄມ້ເທົ້າຂອງພຣະອົງ​ ຂ້ານ້ອຍ​ໄດ້ຂວ້າມແມ່ນຳ້ຈໍແດນນີ້, ແລະດຽວນີ້ຂ້ານ້ອຍເປັນ​ຄົນ​​ສອງ​ເຜົ່າ. 11 ຂໍ​ຊົງໂຜດ​ຊ່ວຍກູ້​ຂ້ານ້ອຍ ​ຈາກ​ເງື້ອມມື​ຂອງ​ອ້າຍ​ຂອງຂ້ານ້ອຍ. ຈາກມືຂອງເອຊາວ, ເພາະຂ້ານ້ອຍ​ຢ້ານ​ວ່າ, ເຂົາ​ຈະ​​ມາ​ ແລະໂຈມຕີຂ້ານ້ອຍ ແລະແມ່ທັງຫລາຍ ແລະ​ເດັກນ້ອຍ. 12 ແຕ່ ພຣະອົງ​ໄດ້ກ່າວວ່າ, "ເຮົາຈະ​ເຮັດ​ໃຫ້ເຈົ້າຈະເລີນຮຸ່ງເຮືອງແນ່ນອນ​. ເຮົາຈະເຮັດໃຫ້​ເຊື້ອສາຍ​​ທັງຫລາຍຂອງເຈົ້າເປັນເຫມືອນ ດັ່ງ​ເມັດຊາຍແຫ່ງ​ທ້ອງທະເລ​, ຊຶ່ງ​ບໍ່​ສາມາດ​ນັບ​ຈຳນວນພວກເຂົາໄດ້."" 13 ຢາໂຄບໄດ້ພັກທີ່ນັ້ນຄືນນັ້ນ. ເຂົາໄດ້ເອົາບາງສິ່ງທີ່ເຂົາມີຢູ່ກັບເຂົາຈັດເປັນຂອງກຳນັນສຳລັບເອຊາວ, ອ້າຍຂອງເຂົາ: 14 ແບ້ໂຕແມ່ 200 ໂຕ, ແລະ​ ແບ້ໂຕຜູ້ 20 ໂຕ, ແກະໂຕ​ແມ່ 200 ໂຕ, ແລະ ​ແກະໂຕຜູ້ 20 ໂຕ, 15 ອູດ​ທີ່​​ກຳລັງໃຫ້ນົມ​ຢູ່ 30 ໂຕ, ແລະ ລູກອູດໂຕຜູ້ທັງຫລາຍຂອງພວກເຂົາ, ງົວໂຕແມ່ 40 ໂຕ, ແລະງົວໂຕຜູ້ 10 ໂຕ, ລໍໂຕແມ່ 20 ໂຕ, ແລະ ລໍໂຕຜູ້10 ໂຕ. 16 ເຂົາໄດ້​ມອບ​ສັດ​ເຫລົ່ານີ້ໄວ້ໃນມືພວກຄົນ​ຮັບໃຊ້​ຂອງເຂົາ, ແຕ່ລະຝູງແຍກກຸ່ມກັນ. ເຂົາໄດ້​ເວົ້າພວກຄົນຮັບໃຊ້ຂອງເຂົາ​ວ່າ, "ຈົ່ງ​ໄປ​ຂ້າງຫນ​້າຂອງເຮົາ ແລະ​ ປ່ອຍ​ໄລຍະ​ຫ່າງ​ລະຫວ່າງແຕ່ລະຝູງ." 17 ເຂົາໄດ້​ສັ່ງໃຫ້​ຄົນ​ຮັບໃຊ້​ຜູ້​ທີ​ຫນຶ່ງ​ເວົ້າວ່າ, "ເວລາ​ເອຊາວອ້າຍຂອງເຮົາ​ ພົບພວກ​ເຈົ້າ, ​ແລະ​ຖາມ​ວ່າ, "ພວກເຈົ້າ​ເປ​ັນຄົນຂອງໃຜ? ພວກເຈົ້າກຳລັງຈະໄປໃສ? ໃຜ​ເປັນ​ເຈົ້າຂອງ​ຝູງສັດ​ທີ່ຢູ່ຕໍ່ຫນ້າ​​ຂອງ​ພວກເຈົ້າ?" 18 ຈາກນັ້ນພວກເຈົ້າ​ຈະຕ້ອງ​ຕອບ​​ວ່າ, "ພວກມັນ​ເປັນ​ຂອງ​ຢາໂຄບ. ຄົນ​ຮັບໃຊ້​ຂອງທ່ານ ພວກ​ມັນເປັນ​ຂອງຕ້ອນ​ທີ່ໄດ້ສົ່ງໄປໃຫ້​ເອຊາວ. ເຈົ້ານາຍ​ຂອງ​ເພິ່ນ, ເບິ່ງເຖີດ ເຂົາ​ກຳລັງ​​ຕາມພວກເຮົາມາ."" 19 ຢາໂຄບ​ໄດ້ສັ່ງຄົນໃຊ້​ກຸ່ມທີ​ສອງ, ແລະກຸ່ມ​ທີ​ສາມ, ແລະ​ຜູ້ຊາຍທັງຫມົດ​ທີ່​ຕິດຕາມຝູງສັດທັງຫລາຍ. ເຂົາໄດ້ເວົ້າ​ວ່າ,"ເມື່ອ​ພວກເຈົ້າ​ພົບ​ເອຊາວ ​​ພວກເຈົ້າຈະຕ້ອງ​ເວົ້າ​ກັບເຂົາຢ່າງດຽວກັນ. 20 ພວກເຈົ້າຕ້ອງເວົ້າດ້ວຍວ່າ, "ຢາໂຄບ​ຄົນ​ຮັບໃຊ້​ຂອງທ່ານ​ກຳລັງ​ຕາມພວກເຮົາມາ."" ເພາະເຂົາໄດ້​ຄິດ​ວ່າ,"ຂອ້ຍຈະປອບໃຈເພິ່ນດ້ວຍພວກຂອງຕ້ອນ​ທີ່​ຂ້ອຍກຳລັງ​ສົ່ງ​ໄປ​ລ່ວງຫນ້າ. ຈ​າກນັ້ນພາຍຫລັງ, ເມື່ອ​ຂ້ອຍຈະ​ພົບ​ລາວ ບາງທີ​ລາວ​ອາດ​ຈະ​ຍອມຮັບ​ຂ້ອຍ​." 21 ດັ່ງນັ້ນຂອງຕ້ອນທັງຫລາຍຈຶ່ງໄດ້​ຖືກສົ່ງ​ໄປ​ກ່ອນຫນ້າເຂົາ. ຕົວເຂົາເອງ​ຢູ່ຄ້າງຄືນ​ຢູ່​ທີ່​ຄ້າຍພັກ. 22 ຢາໂຄບໄດ້​ຕື່ນ​ຂຶ້ນໃນຕອນກາງຄືນ, ແລະນຳເອົາ​​ເມຍ​ທັງສອງຂອງເຂົາ, ຄົນ​ຮັບໃຊ້​ຍິງ​ທັງສອງ​ຂອງເຂົາ, ແລະ​ລູກ​ຊາຍສິບເອັດ​ຄົນ​ຂອງເຂົາເ​ຂົາໄດ້ສົ່ງພວກເຂົາຂວ້າມທີ່ຕື້ນຂອງແມ່ນໍ້າ​ຢັບໂບກ. 23 ດ້ວຍວິທີນີ້ ເຂົາໄດ້​ສົ່ງ​ພວກເຂົາ​ຂວ້າມ​ແມ່ນໍ້າ​ໄປ​​ກັບຊັບສິນຂອງເ​ຂົາທັງຫມົດ. 24 ຢາໂຄບຖືກປະໃຫ້ຢູ່ຄົນດຽວ​, ແລ້ວ​ມີ​ຜູ້ຊາຍ​ຄົນ​ຫນຶ່ງ​ມາ​ກຸມ​ປໍ້າສູ້​ກັບ​ເຂົາ​ຈົນເຖິງ​ຮຸ່ງ​ເຊົ້າ. 25 ເມື່ອ​ຜູ້ຊາຍ​ຄົນ​ນັ້ນໄດ້ເຫັນ​ວ່າ​, ຕົນ​ບໍ່​ສາມາດເອົາຊະນະ​ຢາໂຄບໄດ້. ເຂົາ​ໄດ້ທຸບແອວຂອງຢາໂຄບຈົນ​ພິກໂບກເມື່ອເຂົາໄດ້ປ້ຳສູ້ກັບຊາຍຄົນນັ້ນ. 26 ຊາຍ​ຜູ້ນັ້ນໄດ້​ເວົ້າ​ວ່າ, "ປ່ອຍ​ເຮົາໄປເທາະ, ເພາະກ​ຳລັງຈະ​ເຊົ້າ​ແລ້ວ." ຢາໂຄບ​ໄດ້ເວົ້າວ່າ, "ຂ້ອຍ​ຈະ​ບໍ່​ປ່ອຍ​ທ່ານ​ໄປ, "ນອກຈາກ​ທ່າ​ນຈະ​ອວຍພອນ​ຂ້ອຍກ່ອນ." 27 ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ເຂົາວ່າ, "ເຈົ້າ​ຊື່​ຫຍັງ?" ຢາໂຄບໄດ້​ຕອບ​ວ່າ, "ຢາໂຄບ." 28 ຜູ້ຊາຍ​ຄົນນັ້ນໄດ້​ເວົ້າ​ວ່າ, "ຊື່​ຂອງ​ເຈົ້າ​ຈະ​ບໍ່ຖືກເອີ້ນວ່າ​ຢາໂຄບ​ອີກ​ຕໍ່ໄປ, ແຕ່ຈະຖືກເອີ້ນວ່າອິສະຣາເອນ. ເພາະວ່າເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະພວກຜູ້ຊາຍ ​ແລະໄດ້ຮັບໄຊ​ຊະນະ." 29 ຢາໂຄບ​ໄດ້ເວົ້າກັບເຂົາວ່າ, "ກະລຸນາບອກ​ຊື່​ຂອງ​ທ່າ​ນໃຫ້​ຂ້ອຍ​ຮູ້​ແດ່." ເຂົາໄດ້ເວົ້າ​ວ່າ, "ເປັນຫຍັງເຈົ້າ​ຈຶ່ງຖາມຊື່​ຂອງເຮົາ?"ຊາຍຄົນ​ນ​ັ້ນຈຶ່ງໄດ້​ອວຍພອນ​ເຂົາທີ່ນັ້ນ. 30 ຢາໂຄບໄດ້ເອີ້ນຊື່ສະຖານທີ່ນັ້ນວ່າ​ເປນີເອນ, ເພາະເຂົາໄດ້ເວົ້າວ່າ, "ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຫນ້າຕໍ່ຫນ້າ, ແລະຊີວິດຂອງ​ຂ້ອຍ​ຍັງ​ຢູ່ຕໍ່ໄປ." 31 ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ. ເພິ່ນຢ່າງຂາເຢັກໄປ ເພາະເຈັບແອວ. 32 ນີ້ຄືສາເຫດທີ່ຊາວອິສະຣາເອນ ​ທຸກມື້ນີ້ບໍ່​ກິນ​ຊີ້ນ​ເອັນ​ທີ່​ຕໍ່​ກັບ​ແອວ ຊຶ່ງຢູ່ທີ່ຂໍ້ຕໍ່ແອວ, ເພາະວ່າຊາຍຄົນນັ້ນເຮັດໃຫ້ເອັນເຫລົ່ານັ້ນບາດເຈັບ ຂະນະທີ່ແອວ​ຂອງຢາໂຄບບາດເຈັບ.