​ບົດ​ທີ 31

1 ຂະນະນັ້ນຢາໂຄບ​ໄດ້ຍິນ​ຖ້ອຍຄຳຂອງພວກ​ລູກຊາຍ​ຂອງ​ລາບານ, ພວກເຂົາ​ເວົ້າ​ກັນວ່າ, "ຢາໂຄບ​ໄດ້​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ, ແລະຈາກຊັບສິນຂອງພໍ່ເຮົາ​ນັ້ນ​ເອງ ​ເຂົາຈຶ່ງໄດ້ມີຄວາມຮັ່ງມີທັງຫມົດນີ້." 2 ຢາໂຄບໄດ້​ເຫັນ​ທ່າທີ​ຂອງ​ລາບານ.​ ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່​ມີ​ຕໍ່​ຕົນ​ນັ້ນ​ໄດ້ປ່ຽນແປງໄປ. 3 ແລ້ວພຣະຢາເວກໍໄດ້ບອກລາວວ່າ, "ຈົ່ງ​ກັບຄືນ​ໄປຍັງແຜ່ນດິນ​ຂອງ​ບັນພະບຸຣຸດຂອງເຈົ້າ ແລະ​ຍາດພີ່ນ້ອງ​ຂອງ​ເຈົ້າ​, ແລະເຮົາ​ຈະ​ຢູ່​ກັບ​ເຈົ້າ." 4 ຢາໂຄບ​ໄດ້ໃຫ້​ຄົນ​ໄປ ​ແລະ ເອີ້ນຫາ​ນາງ​ຣາເຊັນ ແລະ ​ນາງ​ເລອາໃຫ້​ໄປຍັງ​ທ້ອງ​ທົ່ງ​ໄປທີ່ຝູງ​ສັດ. 5 ແລະ​ ເວົ້າ​ກັບ​ພວກເຂົາ​ວ່າ, "ຂ້ອຍ​ໄດ້​ເຫັນ​ວ່າ​ພໍ່​ຂອງ​ພວກ​ເຈົ້າທີ່ມີຕໍ່ຂ້ອຍໄດ້ປ່ຽນແປງໄປ, ແຕ່ພຣະເຈົ້າຂອງພໍ່ຂ້ອຍ​​ສະຖິດ​ຢູ່​ນຳຂ້​ອຍ. 6 ພວກ​ເຈົ້າກໍ​ຮູ້​ແລ້ວ​ວ່າ ມັນເປັນພອນກຳລັງທັງຫມົດຂອງຂ້ອຍທີ່ຂ້ອຍໄດ້​ຮັບໃຊ້ພໍ່​ຂອງ​ພວກເຈົ້າ. 7 ພໍ່ຂອງພວກເຈົ້າໄດ້ຫລອກລວງຂ້ອຍ ແລະ​ປັບປ່ຽນ​ຄ່າຈ້າງ​ຂອງ​ຂ້ອຍ​ເຖິງ​ສິບ​ເທື່ອ, ແຕ່​ພຣະເຈົ້າ​ບໍ່ໄດ້ຊົງ​ອະນຸຍາດ​ໃຫ້​ເພິ່ນ​ທຳຮ້າຍ​ຂ້ອຍ​. 8 ຖ້າເຂົາໄດ້​ເວົ້າ​ວ່າ, "ສັດຕົວທີ່ດ່າງຈະເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກ​ເປັນ​ດ່າງ. ຖ້າເຂົາໄດ້ເວົ້າວ່າໃຫ້ໂຕທີ່ລາຍເປັນຄ່າຈ້າງ​ຂອງ​ເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນລາຍ. 9 ດ້ວຍວິທີການນີ້ພຣະເຈົ້າ​ໄດ້​ນຳເອົາ​ຝູງສັດລ້ຽງ​ຂອງ​ພໍ່​ພວກ​ເຈົ້າ ແລະ ໄດ້ມອບພວກມັນໃຫ້ແກ່ຂ້ອຍ. 10 ໃນ​ລະດູ​ປະສົມພັນ​​ສັດ, ໃນຄວາມຝັນ​ນັ້ນ ຂ້ອຍ​ໄດ້​​ເຫັນ​ພວກແບ້ໂຕຜູ້ກຳລັງ​ປະສົມພັນ​ກັບຝູງສັດນັ້ນ. ພວກແບ້ໂຕຜູ້ເປັນ​ແບ້ລາຍ, ແບ້ດ່າງ, ແລະແບ້ມີຈຸດ. 11 ທູດສະຫວັນຂອງ​ພຣະເຈົ້າ​ໄດ້​ເວົ້າກັບຂ້ອຍ​ທາງ​ຄວາມຝັນ​ວ່າ,"ຢາໂຄບ​ເອີຍ" ຂ້ອຍ​ຕອບ​ວ່າ,"ຂ້ານ້ອຍ​ຢູ່​ທີ່​ນີ້." 12 ​ເພິ່ນໄດ້​ເວ​ົ້າ​ວ່າ, "ຈົ່ງ​ເງ​ີຍຫນ​້າ ແລະ ເບິ່ງພວກແບ້ໂຕຜູ້ທີ່​ກຳລັງປະສົມພັນໃນ​ຝູງສັດນັ້ນ. ພວກມັນເປັນແບ້ລາຍ​, ແບ້​ດ່າງ, ແລະ ​ແບ້ມີຈຸດ. ເພາະວ່າ​ເຮົາໄດ​້ເຫັນ​ທຸກໆ​ສິ່ງ​ທີ່​ລາບານ​ກຳລັງ​ເຮັດ​ກັບ​ເຈົ້າ. 13 ເຮົາ​ແມ່ນ​ພຣະເຈົ້າ​ເເຫ່ງ​ເບັດເອນ, ​ທີ່ຊຶ່ງ​ເຈົ້າ​ໄດ້​ເຈີມເສົາ​ຫີນຕົ້ນຫນຶ່ງ, ທີ່ເຈົ້າໄດ້ໃຫ້ຄຳ​ສາບານ​ແ​ກ່​ເຮົາ​. ບັດນີ້ຈົ່ງລຸກຂຶ້ນ ແລະໄປຈາກແຜ່ນ​ດິນ​ນີ້ ແລະ ​ກັບໄປຍັງແຜ່ນດິນເກີດຂອງ​ເຈົ້າ."" 14 ​ຣາເຊັນ ແລະ​​ເລອາ​ໄດ້ຕອບ ແລະເວົ້າກັບ​ເພິ່ນ​ວ່າ, "ຍັງ​ຈະມີສ່ວນໃດ ຫລືມໍຣະດົກ​​ເຫລືອ​ສຳລັບພວກເຮົາໃນບ້ານຂອງພໍ່​ອີກບໍ? 15 ເພິ່ນ​ບໍ່ໄດ້ເຮັດກັບເຮົາ​ຄື​ຄົນຕ່າງຊາດບໍ? ເພາະເພິ່ນໄດ້​ຂາຍ​ເຮົາ ແລະໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ. 16 ເພາະຄວາມຮັ່ງມີທັງຫມົດ​ພຣະເຈົ້າ​ໄດ້​ເອົາໄປ​ຈາກ​ພໍ່​ຂອງ​ພວກ​ເຮົາ ແລະດຽວນີ້ມັນເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ. ບັດນີ້, ທ່ານຈົ່ງ​ເຮັດ​ໃນສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ." 17 ຢາໂຄບ​ຈຶ່ງ​ໄດ້ລຸກຂຶ້ນ ແລະເອົາລູກຊາຍທັງຫລາຍຂອງເຂົາ ແລະ​ເມຍ​ທັງຫລາຍຂອງເຂົາຂຶ້ນ​ຂີ່​ຫລັງ​ອູດ. 18 ເຂົາໄດ້ໄລ່ຕ້ອນຝູງສັດທັງຫມົດຂອງເຂົາໄປຂ້າງຫນ້າ​ເຂົາ, ພ້ອມກັບຊັບສິນທັງຫມົດຂອງເຂົາ, ລວມທັງຝູງສັດທີ່ເຂົາຫາມາໄດ້ໃນປັດດານອາຣຳ. ຈາກນັ້ນເຂົາໄດ້ອອກ​ເດີນທາງ​ເພື່ອໄປຫາອີຊາກພໍ່​ຂອງເຂົາໃນແຜ່ນການາອານ. 19 ເມື່ອລາບານ​ອອກ​ໄປ​ຕັດ​ຂົນແກະຂອງເຂົາ, ນາງ​ຣາເຊັນ​ໄດ້​ລັກ​ເອົາພວກພະຄົວ​ເຮືອນຂອງ​ພໍ່​ນາງ​ໄປ​ດ້ວຍ. 20 ຢາໂຄບ​ໄດ້​ຫລອກລາບານ​ຊາວ​ອາຣຳ​, ໂດຍ​ບໍ່​ໄດ້ບອກເພິ່ນວ່າເຂົາກຳລັງຈະຈາກໄປ. 21 ດັ່ງນັ້ນເຂົາຈຶ່ງ​ໄດ້ຫນີໄປພ້ອມກັບສິ່ງ​ທັງຫມົດທີ່ເຂົາມີ, ແລະ​ຂວ້າມ​ແມ່ນໍ້າໄປ​ຢ່າງຮີບດ່ວນ ແລະ​ມຸ່ງຫນ້າ​ໄປ​ຍັງດິນແດນ​ເນີນພູ​ກີເລອາດ. 22 ໃນວັນທີສາມ​ ລາບານ​ໄດ້ຮັບການບອກເລົ່າ​ວ່າ​ຢາໂຄບ​ໄດ້​ຫນີໄປ​ແລ້ວ. 23 ດັ່ງນັ້ນ ເພິ່ນ​ໄດ້ນຳເອົາຍາຕທັງຫລາຍຂອງເພິ່ນ​ແລະເດີນທາງໄລ່​ຕາມ​​ເຂົາ​ເປັນ​ເວລາ​ເຈັດ​ວັນ. ເພິ່ນໄດ້ຕາມມາທັນ​ຢາໂຄບໃນດິນແດນ​ເນີນພູ​ກີເລອາດ. 24 ຂະນະ​ນັ້ນ ພຣະເຈົ້າ​ໄດ້​ສະເດັດມາຫາລາບານຊາວອາຣຳ​ໃນ​ຄວາມຝັນໃນຕອນກາງຄືນ​ ແລະ​ກ່າວ​ແກ່​ເພິ່ນວ່າ, "ຈົ່ງ​ລະວັງ ທີ່ເຈົ້າ​ຈະເວົ້າກັບ​ຢາໂຄບ​ບໍ່ວ່າດີຫລືຮ້າຍ." 25 ລາບານໄດ້ໄລ່ມາທັນຢາໂຄບ. ຂະນະທີ່ຢາໂຄບ​ຕັ້ງ​ເຕັນຂອງເຂົາໃນດິນແດນເທິງ​ເນີນພູເຊັ່ນ​ກັນ. ລາບານ​ກໍ​ໄດ້​ຕັ້ງ​ເຕັນກັບພວກຍາຕຂອງເພິ່ນໃນດິນແດນ​ເນີນພູ​ກີເລອາດ. 26 ລາບານໄດ​ເວົ້າ​ກັບ​ຢາໂຄບ​ວ່າ, "ເປັນຫຍັງ​ເຈົ້າ​ຈຶ່ງ​ຫລອກລວງ​ເຮົາ, ແລະ​ພາ​ພວກລູກສາວ​ຂອງເຮົາ​ຫນີມາ​ເຫມືອນ​ດັ່ງ​ຍິງ​ຊະເລີຍເສິກ? 27 ເປັນຫຍັງ​ເຈົ້າ​ຈຶ່ງ​ຫນີ​ມາ​ແບບ​ລັບໆ ແລະ​ຫລອກລວງເຮົາ ແລະ​ບໍ່​ບອກ​ເຮົາ? ເຮົາ​ຢາກຈະສົ່ງເຈົ້າ​ ດ້ວຍ​ການລຽ້ງສະຫລອງ ແລະຮ້ອງເພງ, ດ້ວຍລຳມະນາດ ແລະ​ພິນເຂົາຄູ່. 28 ເຈົ້າ​ບໍ່ໄດ້​ໃຫ້​ເຮົາ​ຈູບ​ລາ​​ຫລານທັງຫລາຍຂອງເຮົາ ເເລະລູກສາວທັງຫລາຍຂອງເຮົາ. ບັດນີ້ເຈົ້າ​ໄດ້​ເຮັດ​ໃນສິ່ງທີ່ໂງ່ໆ​ເຊັ່ນນີ້. 29 ມັນເປັນອຳນາດຂອງເຮົາ​ທີ່​ຈະ​ທຳຮ້າຍ​ເຈົ້າ, ແຕ່​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ກ​່າວກັບເຮົາເມື່ອຄືນນີ້ ແລະກ່າວວ່າ, "ຈົ່ງລະວັງທີ່ເຈົ້າຈະເວົ້າກັບຢາໂຄບບໍ່​ວ່າຈະດີຫລືຮ້າຍ. 30 ດຽວນີ້​ເຈົ້າ​ໄດ້ຫນີອອກມາ ເພາະ​ວ່າເຈົ້າປາຖະຫນາທີ່ຈະກັບ​ໄປຍັງບ້ານ​ຂອງພໍ່ເຈົ້ານານແລ້ວ. ແຕ່​ເປັນຫຍັງ ເຈົ້າ​ຈຶ່ງລັກ​ເອົາ​ພວກພະຂອງເຮົາ​ມາ​ດ້ວຍ." 31 ຢາໂຄບຕອບວ່າ, "ເພາະວ່າຂ້ອຍ​​ຢ້ານ​ ແລະ​ຄິດ​ວ່າ​ທ່ານຈະ​ໃຊ້ກຳລັງບີບບັງຄັບເອົາ​ລູກສາວ​ທັງຫລາຍຂອງ​ທ່ານ ໄປຈາກຂ້ອຍດັ່ງນັ້ນຂ້ອຍຈິ່ງອອກມາຢ່າງລັບໆ. 32 ໃຜກໍຕາມທີ່ລັກພວກພະຂອງທ່ານມາ. ຈະບໍ່ມີຊີວິດຢູ່ອີກຕໍ່ໄປ​ ຕໍ່ຫນ້າຍາດພີ່ນ້ອງທັງຫລາຍຂອງເຮົາຈົ່ງ​ພິຈາລະນາວ່າອັນໃດທີ່ຢູ່ກັບຂ້ອຍ, ແລະເປັນ​ຂອງ​ທ່າ​ນ ແລະນ​ຳໄປເຖີດ." ເພາະວ່າ ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ພວກມັນ​ມາ​ນຳ. 33 ລາບານໄດ້​ເຂົ້າ​ໄປ​ໃນ​ເຕັນ​ຂອງ​ຢາໂຄບ. ເຂົ້າ​ໄປ​ໃນ​ເຕັນ​ຂອງ​ເລອາ, ແລະເຂົ້າໄປໃນເຕັນ​ຂອງ​​ຍິງຮັບໃຊ້​ທັງສອງ,​ ແຕ່​ເພິ່ນບໍ່​ໄດ້ພົບ​ພວກມັນ​. ​ເພິ່ນ​ໄດ້​ອອກມາຈາກເຕັນຂອງເລອາ ແລະເຂົ້າ​ໄປ​ໃນ​ເຕັນ​ຂອງ​ຣາເຊັນ. 34 ຂະນະນັ້ນ​ຣາເຊັນ​ໄດ້ນຳ​ພວກພະ​ຂອງຄົວ​ເຮືອນມາ, ເກັບໄວ້​ໃນ​ຖົງ​ອານ​ໃສ່​ຫລັງ​ອູດ, ແລະ​ນັ່ງ​ທັບພວກມັນໄວ້. ລາບານ​ໄດ້ຫາທົ່ວເຕັນທັງ​ຫມົດ​​ແຕ່​ບໍ່​ໄດ້ພົບພວກມັນ. 35 ນາງ​​ໄດ້ເວົ້າ​ກັບພໍ່​ຂອງນ​າງວ່າ,"ຢ່າ​ຮ້າຍ​ລູກ​ເລີຍ, ເຈົ້ານາຍຂອງຂ້ອຍ, ທີ່​ຂ້ອຍບໍ່​ສາມາດ​ລຸກ​ຢືນ​ຕໍ່ຫນ້າທ່ານໄດ້,​ເພາະຂ້ອຍກຳລັງຢູ່ໃນຊ່ວງເວລາຂອງຂ້ອຍ​." ດັ່ງນັ້ນເພິ່ນ​ຈຶ່ງ​ໄດ​້ຫາແຕ່​ບໍ່​ໄດ້ພົບ​ພວກພະຄົວເຮືອນຂອງເຂົາ. 36 ​ຢາໂຄບ​ໄດ້ຮ້າຍ​ ແລະໂຕ້ຖຽງກັບລາບານ. ເຂົາໄດ້ເວົ້າກັບເພິ່ນວ່າ,"ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຄວາມບາບຂອງຂ້ອຍ​ຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ? 37 ເພາະວ່າທ່ານໄດ້​ຄົ້ນ​ຫາສິ່ງຂອງ​ທັງຫມົດ​ຂອງຂ້ອຍແລ້ວ. ທ່ານພົບອັນໃດ​ຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ? ນ​ຳພວກມັນ​ມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາຕ​ຂອງ​ຂ້ອຍ, ​ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ. 38 ຂ້ອຍ​ໄດ້ຢູ່​ກັບ​ທ່ານ​​. ແກະ​ໂຕແມ່ທັງຫລາຍຂອງທ່ານ ແລະ ​ແບ້​ໂຕແມ່ທັງຫລາຍບໍ່ເຄີຍເສຍ, ຫລື​ຂ້ອຍ​ບໍ່ເຄີຍກິນ​ລູກແກະເຖິກ​ໃດໆຈາກ​ຝູງສັດທັງຫລາຍ​ຂອງ​ທ່າ​ນ. 39 ໂຕທີ່ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ບໍ່ໄດ້ນຳກັບມາໃຫ້ທ່ານ. ແຕ່ຂ້ອຍໄດ້ໃຊ້ແທນໃຫ້, ທ່ານໄດ້ໃຫ້ຂ້ອຍຊົດໃຊ້ແທນສັດທຸກຕົວທີ່ເສຍຫາຍ​. ບໍ່ວ່າຈະຖືກ​ລັກ​ໃນຕອນ​ກາງເວັນ, ​ແລະ​ ຕອນ​ກາງຄືນ. 40 ຂ້ອຍ​ໄດ້ຢູ່ທີ່ນັ້ນ; ໃນເວລາກາງເວັນ​ທີ່​ຮ້ອນແຜດເຜົາຂ້ອຍ, ແລະຫິມະໃນຕອນກາງຄືນ; ແລະ ຂ້ອຍ​ໄດ້ອອກໄປໂດ​ຍບໍ່ໄດ້ນອນ​ຕາ​ຫລັບ​. 41 ຊາວປີມານີ້ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ໃນຄົວເຮືອນຂອງທ່ານ. ຂ້ອຍໄດ້ທຳງານໃຫ້ທ່ານສິບສີ່ປີເພື່ອ​ລູກສາວ​ທັງສອງ​ຄົນ​ຂອງທ່ານ, ແລະ​ອີກ​ຫົກ​ປີ​ເພື່ອ​ຝູງສັດ​ລ້ຽງຂອງທ່ານ. ທ່ານໄດ້ປັບປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ. 42 ຖ້າ​ພຣະເຈົ້າ​​ຂອງພໍ່ຂ້ອຍ, ພຣະເຈົ້າ​ຂອງ​ອັບຣາຮາມ, ​ແລະ​ພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ, ແນ່ນອນປານ​ນີ້​ທ່ານຄົງຈະ​ສົ່ງ​ຂ້ອຍ​ໄປ​ມື​ເປົ່າ​. ​ພຣະເຈົ້າໄດ້ຊົງ​ເຫັນ​​ກ​ານກ​ົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດ​ວຽກງານ​ຫນັກຢ່າງໃດ, ແລະ​ພຣະອົງໄດ້​ຊົງ​ວ່າກ່າວທ່ານ​ເມື່ອຄືນນີ້." 43 ລາບານໄດ້​ຕອບ ແລະເວົ້າກັບ​ຢາໂຄບ​ວ່າ, "ພວກ​ລູກສາວກໍ່​ເປັນລູກສາວທັງຫລາຍ​ຂອງເຮົາ, ​ພວກຫລາ​ນໆກໍ​ເປັນຫລານທັງຫລາຍ​ຂອງເຮົາ, ແລະຝູງສັດ​ທັງຫລາຍກໍ​ຄືຝູງສັດຂອງເຮົາ​. ​ທັງຫມົດທີ່​ເຈົ້າ​ເຫັນ​ລ້ວນເປັນ​ຂອງເຮົາ, ແຕ່​ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອ​ພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງ​ພວກ​ເຂົາທີ່ພວກເຂົາໄດ້ໃຫ້ເກີດມາ? ​ 44 ດັ່ງນັ້ນ, ມາເຖີດໃຫ້ເຮົາມາເຮັດ​ພັນທະສັນຍາ​ກັນລະຫວ່າງ​, ເຈົ້າກັບເຮົາ​, ແລະ​ໃຫ້​ພັນທະສັນຍານັ້ນເປັນ​ພະຍານລະຫວ່າງເຈົ້າກັບເຮົາ​." 45 ດັ່ງນັ້ນຢາໂຄບ​ໄດ້ນຳກ້ອນຫີນມາ ແລະຕັ້ງເປັນກອງ​. 46 ຢາໂຄບໄດ້ເວົ້າກ​ັບພວກຍາຕຂອງເຂົາວ່າ, "ຈົ່ງເກັບກ້ອນຫີນ​ມາລວມກັນ." ດັ່ງນັ້ນພວກເຂົາ​ຈຶ່ງໄດ້​ເກັບກ້ອນຫີນ. ມາເຮັດເປັນກອງຈາກນັ້ນພວກເຂົາໄດ້ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ. 47 ລາບານ​ໄດ້ເອີ້ນ​ມັນ​ວ່າ ເຢກາ​ສາຮາດູທາ, ແຕ່ຢາໂຄບ​ເອີ້ນ​ມັນວ່າ ຄາລີເອັດ. 48 ລາບານໄດ້​ເວົ້າ​ວ່າ, "ວັນນີ້ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ເຮົາ​ກັບເຈົ້າ." ດັ່ງນັ້ນມັນຈຶ່ງ​ຖືກເອີ້ນຊື່​ວ່າ ຄາລີເອັດ. 49 ມັນຍັງຖືກເອີ້ນວ່າ ມີຊະປາດ້ວຍ, ເພາະວ່າລາບານ​ໄດ້ເວົ້າວ່າ, "ຂໍ​ໃຫ້​ພຣະຢາເວຊົງ​ເຝົ້າ​ຄອຍ​ເບິ່ງ​ລະຫວ່າງເຈົ້າກັບເຮົາ, ເມື່ອເຮົາ​ພົ້ນຈາກ​ສາຍຕາຊຶ່ງກັນ​ ແລະກັນ​". 50 ຖ້າເຈົ້າປະຕິບັດບໍ່ດີຕໍ່​ລູກສາວທັງຫລາຍ​ຂອງເຮົາ, ຫລື​ຖ້າເຈົ້າໄປມີເມຍໃຫມ່​ທີ່ນ​ອກເຫນືອໄປຈາກລູກສາວທັງຫລາຍຂອງເຮົາ, ເຖິງ​ແມ່ນ​ວ່າເຮົາ​ຝ່າຍໃດຝ່າຍຫນຶ່ງ, ຈະບໍ່ເຫັນພຣະເຈົ້າ​ຊົງເປັນພະຍານລະຫວ່າງເຈົ້າກັບເຮົາ." 51 ລາບານໄດ້ເວົ້າກັບຢາໂຄບ, "ຈົ່ງເບິ່ງ​ກອງ​ຫີນ​ນີ້, ແລະເບິ່ງໄປທີ່​ເສົາຫີນ​ຊຶ່ງເຮົາໄດ້ຕັ້ງໄວ້​, ລະຫວ່າງເຈົ້າກັບເຮົາ​. 52 ກອງ​ຫີນ​ນີ້​​ເປັນພະຍານ, ແລະເສົາຫີນນີ້ກໍເປັນພະຍານ, ທີ່ເຮົາ​ຈະ​ ​ບໍ່ຜ່ານເ​ຂ້າໄປເກີນກວ່າເສົານີ້ໄປຫາເຈົ້າ, ແລະທີ່ເຈົ້າກໍຈະບໍ່ຜ່ານເຂົ້າໄປເກີນກວ່າກອງຫີນ​ນີ້ໄປຫາເຮົາເພື່ອທີ່​ຈະທຳຮ້າຍກັນ. 53 ຂໍໃຫ້ພຣະເຈົ້າ​ຂອງ​ອັບຣາຮາມ, ແລະ​ພະ​ຂອງ​ນາໂຮ, ແລະພວກພະທັງຫລາຍຂອງພໍ່ພວກເຂົາ, ຈະ​ເປັນ​ຜູ້ຕັດສິນ​ຄວາມລະຫວ່າງ​ເຮົາ​." ​ຢາໂຄບ​ໄດ້ສາບານໂດຍ​ພຣະອົງ​ຜູ້ທີ່​ອີຊາກ​ພໍ່​ຂອງທ່ານ​ຢຳເກງ. 54 ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພວກຍາຕ​ຂອງຕົນ​ມາ​​ກິນ​ອາຫານ. ພວກເຂົາ​ທັງຫລາຍໄດ້ກິນ ແລະໃຊ້ເວລາ​ທັງຄືນ​ເທິງພູເຂົານັ້ນ. 55 ລາບານ​ໄດ້​ຕື່ນຂຶ້ນແຕ່ເຊົ້າໆ, ຈູບ​ພວກຫລານຊາຍຂອງເພິ່ນ ແລະພວກລູກສາວ​ຂອງເພິ່ນ ແລະອວຍພອນພວກເຂົາ ຈາກນັ້ນ​ລາບານ​ກໍ​ໄດ້ຈາກໄປ ແລະກັບໄປຍັງບ້ານ​ເມືອງ​ຂອງຕົນ.