​ບົດ​ທີ 30

1 ເມື່ອນາງ​ຣາເຊັນໄດ້ເຫັນວ່ານາງ​ບໍ່ມີ​ລູກ​ແກ່​ຢາໂຄບ​, ຣາເຊັນກໍໄດ້​ອິດສາ​ເອື້ອຍ​ຂອງນາງ. ນາງໄດ້​ເວົ້າ​ກັບ​ຢາໂຄບ​ວ່າ,"ຈົ່ງໃຫ້ລູກແກ່ຂ້ອຍ,​ ຫລື​ບໍ່ດັ່ງນັ້ນກໍໃຫ້​ຂ້ອຍ​ຕາຍເສຍ." 2 ຢາໂຄບໄດ້​ຮ້າຍ​ນາງ​ຣາເຊັນຫລາຍ. ເຂົາໄດ້ເວົ້າ​ວ່າ,"ເຮົາເປັນເຫມືອນ​ພຣະເຈົ້າຜູ້ຊຶ່ງ, ເຮັດໃຫ້​ເຈົ້າ​ບໍ່ມີ​ລູກບໍ?" 3 ນາງ​ໄດ້​ເວົ້າ​ວ່າ, "ເບິ່ງດູ, ນີ້ຄືບິນຮາ​ ຄົນຮັບໃຊ້ຂອງຂ້ອຍ​. ຈົ່ງ​ຫລັບ​ນອນ​ກັບ​ນາງ​, ເພື່ອທີ່ນາງ​ຈະ​ໄດ້ເກີດລູກເທິງຕັກຂອງຂ້ອຍ, ແລະ ຂ້ອ​ຍຈະມີລູກໂດຍ​ນາງ." 4 ດັ່ງນັ້ນນາງ​ຈຶ່ງ​ໃຫ້​ນາງ​ບິນຮາ​ ຄົນຮັບໃຊ້​ຂອງນ​າງເປັນເມຍອີກຄົນຫນຶ່ງຂອງຢາໂຄບ, ແລະ ເຂົາໄດ້ຫລັບ​ນອນ​ກັບນາງ. 5 ນາງ​ບິນຮາ​ໄດ້​ຕັ້ງທ້ອງ ​ແລະ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ. 6 ຣາເຊັນ​ຈຶ່ງໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້ຊົງ​ຕັດສິນ​ດ້ວຍຄວາມເມດຕາຂ້ອຍ​. ພຣະອົງ​ໄດ້ຍິນ​ຄຳອະທິຖານ​ຂອງຂ້ອຍ ແລະປຣະທານ​ລູກຊາຍຄົນຫນຶ່ງແກ່ຂ້ອຍ." ດ້ວຍເຫດນີ້ນາງຈຶ່ງໄດ້​ເອີ້ນຊື່ເຂົາວ່າ ດານ. 7 ນາງ​ບິນຮາ​, ຄົນຮັບໃຊ້ຂອງຣາເຊັນ, ໄດ້ຕັ້ງທ້ອງອີກຄັ້ງ ແລະ​ ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ. 8 ນາງ​ຣາເຊັນໄດ້​ເວົ້າ​ວ່າ, "ດ້ວຍ​ການ​ຕໍ່ສູ້​ຢ່າງ​ແຂ່ງຂັນ​ ​ຂ້ອຍ​ໄດ້ຕໍ່ສູ້ກັບເອື້ອຍຂອງຂ້ອຍແລະ​ຊະນະ​ແລ້ວ." ນາງ​ໄດ້ເອີ້ນຊື່​ເຂົາວ່າເນັບທາລີ. 9 ເມື່ອ​ນາງ​ເລອາ ໄດ້​ເຫັນ​ວ່ານາງໄດ້ຢຸດການມີລູກແລ້ວ, ​ນາງໄດ້ນຳເອົາ​ຊີລະປາ, ຄົນຮັບໃຊ້​ຂອງນ​າງມາ, ແລະ ໃຫ້ນາງ​ເປັນ​ເມຍອີກຄົນຫນຶ່ງ​ຂອງ​ຢາໂຄບ. 10 ນາງ​ຊີລະປາ​, ຄົນຮັບໃຊ້ຂອງນາງເລອາ, ກໍ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ. 11 ເລອາ​ໄດ້​ເວົ້າ​ວ່າ, "ນີ້ຄືໂຊກ​ດີ​!" ດັ່ງນັ້ນ ນາງ​ຈຶ່ງ​ໄດ້ເອີ້ນຊື່​ເຂົາ​ວ່າ ກາດ. 12 ຈາກນັ້ນນາງ​ຊີລະປາ,​ ຄົນຮັບໃຊ້ຂອງເລອາ, ກໍໄດ້​ລູກຊາຍ​ຄົນທີສອງ​ແກ່​​ຢາໂຄບ. 13 ນາງ​ເອລາ​ໄດ້​ເວົ້າ​ວ່າ, "ຂ້ອຍ​ມີຄວາມສຸກ! ເພາະລູກຍິງທັງຫລາຍຈະເອີ້ນຂ້ອຍວ່າ, ຜູ້​ມີ​ຄວາມ​ຍິນດີ." ດັ່ງນັ້ນນາງ​ຈຶ່ງ​ໄດ້ເອີ້ນຊື່​ຂອງເຂົາວ່າອາເຊ. 14 ໃນ​ລະດູເກັບ​ກ່ຽວ​ເຂົ້າສາລີ ຣູເບັນ​ໄດ້​ເຂົ້າໄປໃນ​ທ້ອງ​ທົ່ງນາ. ແລະ​​ພົບຕົ້ນ​ຫມາກເຂືອ​ຊະນິດ​ຫນຶ່ງ. ເຂົາ​ໄດ້​ເອົາ​ຫມາກມາ​ໃຫ້​ເລອາ​ແມ່​ຂອງເຂົາ. ນາງ​ຣາເຊັນ​ເວົ້າ​ກັບ​ເລອາ​ວ່າ, "ຂ້ອຍ​ຂໍ​ຫມາກເຂືອ​ຂອງ​ລູກຊາຍ​ເຈົ້າ​ຈັກ​ຫນ່ວຍ​ແດ່." 15 ນາງ​ເລອາໄດ້ເວົ້າວ່າ, "ມັນເປັນເລື່ອງເລັກນ້ອຍສຳລັບເຈົ້າ​ບໍ, ທີ່ເຈົ້າໄດ້ຍາດເອົາ​ຜົວ​ຂອງຂ້ອຍ​ໄປ? ​ແລະ ດຽວນີ້ເຈົ້າ​ຍັງ​ຈະມາຍາດເອົາຫມາກເຂືອຂອງລູກຊາຍເຮົາໄປອີກດ້ວຍບໍ?" ຣາເຊັນໄດ້​ເວົ້າ​ວ່າ, "ເພື່ອແລກປ່ຽນກັບ​ຫມາກເຂືອຂອງລູກຊາຍເຈົ້າຄືນ​ນີ້, ເຂົາ​ຈະຫລັບ​​ນອນ​ກັບເຈົ້າ." 16 ໃນຕອນແລງ​ຢາໂຄບໄດມາ​ຈາກທົ່ງນາ. ​ເລອາ​ໄດ້​ອອກ​ໄປ​ພົບເພິ່ນ ແລະ​ເວົ້າ​ວ່າ,"ທ່ານ​ຕ້ອງ​ຫລັບ​ນອນ​ກັບ​ຂ້ອຍຄືນນີ້, ເພາະ​ຂ້ອຍໄດ້ວ່າຈ້າງທ່ານ​ດ້ວຍ​ຫມາກເຂືອ​ລູກຊາຍ​ຂອງຂ້ອຍ." ດັ່ງນັ້ນ ຢາໂຄບຈຶ່ງ​ໄດ້ຫລັບນອນ​ກັບ​ເລອາ​ຄືນ​​ນັ້ນ. 17 ພຣະເຈົ້າໄດ້ຊົງຟັງເລອາ, ​ແລະນາງ​ໄດ້​ຕັ້ງທ້ອງ, ແລະໄດ້​ເກີດ​ລູກຊາຍ​ຄົນ​ທີ​ຫ້າແກ່ຢາໂຄບ. 18 ເລອາໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້ປຣະທານຄ່າຈ້າງ​ແກ່​ຂ້ອຍ, ເພາະຂ້ອຍ​ໄດ້​ໃຫ້ຍິງຮັບໃຊ້​ຂອງຂ້ອຍແກ່ຜົວ​ຂ້ອຍ."​ ນາງ​ໄດ້ເອີ້ນຊື່​ເຂົາ​ວ່າ ອິດຊາຄາ. 19 ນາງ​ເລອາໄດ້ຕັ້ງທ້ອງອີກຄັ້ງ​ ແລະ​ເກີດ​ລູກຊາຍ​ຄົນ​ທີ​ຫົກ​ແກ່ຢາໂຄບ. 20 ນາງເລອາໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້​ປຣະທານຂອງຂວັນ​ຢ່າງດີ​ແກ່​ຂ້ອຍ. ບັດນີ້​ຜົວ​ຂອງ​ຂ້ອຍ​ຈະໃຫ້ກຽຕແກ່​ຂ້ອຍ ເພາະວ່າຂ້ອຍ​ໄດ້​ໃຫ້​ລູກຊາຍຫົກ​ຄົນແກ່ລາວ." ນາງ​ໄດ້ເອີ້ນ​ຊື່​ເຂົາ​ວ່າ ເຊບູໂລນ. 21 ຫລັງຈາກນັ້ນນາງ​ໄດ້ເກີດ​ລູກສາວ​ຄົນຫນຶ່ງ ແລະໄດ້ເອີ້ນ​ຊື່​ນາງວ່າ ດີນາ. 22 ພຣະເຈົ້າ​ຄິດເຖິງ​ນາງ​ຣາເຊັນ ແລະຟັງນາງ. ພຣະອົງ​ຊົງເຮັດໃຫ້​ນາງຖື​ພາ. 23 ນາງ​ໄດ້​ຖື​ພາ ​ແລະ ​ເກີດ​ລູກຊາຍ​ຜູ້ຫນຶ່ງ. ນາງໄດ້​ເວົ້າ​ວ່າ, "ພຣະເຈົ້າໄດ້ຊົງນຳເອົາຄວາມອັບອາຍ​ຂອງຂ້ອຍ​ອອກໄປ." 24 ນາງໄດ້ເອີ້ນຊື່ເຂົາວ່າໂຢເຊບ, ແລະ ກ່າວວ່າ, "​ພຣະຢາເວ​ໄດ້ຊົງເພີ່ມລູກ ຊາຍ​​ອີກຄົນຫນຶ່ງໃຫ້ແກ່ຂ້ອຍ​." 25 ຫລັງຈາກຣາເຊັນໄດ້ເກີດ​ໂຢເຊັບ, ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ, "ຂໍສົ່ງຂ້ອຍໄປ, ເພື່ອທີ່ຂ້ອຍຈະໄປຍັງທີ່ບ້ານຂອງຂ້ອຍ ແລະ ດິນແດນຂອງຂ້ອຍ​. 26 ຂໍ​ມອບ​ເມຍທັງຫລາຍຂອງຂ້ອຍ ແລະ​​ ລູກ​ທັງຫລາຍຂອງຂ້ອຍຜູ້ທີ່ຂ້ອຍໄດ້​ມາ ເພາະຂ້ອຍໄດ້ຮັບໃຊ້ທ່ານ, ແລະ ອະນຸຍາດໃຫ້ຂ້ອຍໄປ, ເພາະທ່ານຮູ້​ເຖິງການຮັບໃຊ້ທີ່ຂ້ອຍໄດ້ຮັບໃຊ້ທ່ານ​​​." 27 ແຕ່ລາບານຕອບວ່າ,"ດຽວ​ນີ້ຖ້າເຮົາເປັນທີ່ຊື່ນຊອບໃນສາຍຕາເຈົ້າ, ຂໍລໍໄວ້ກ່ອນເພາະວ່າເຮົາໄດ້ຮຽນຮູ້​ໂດຍການໃຊ້ການທຳນວາຍວ່າ ພຣະຢາເວ​ໄດ້​ອວຍພອນ​ເຮົາເພາະເຈົ້າ." 28 ແລະເຂົາໄດ້ເວົ້າອີກວ່າ,"ຈົ່ງ​ບອກ​ຄ່າຈ້າງ​ຂອງເຈົ້າ​ມາ, ເຮົາເຕັມໃຈທີ່​ຈະ​ຈ່າຍຄ່າຈ້າງນັ້ນ." 29 ຢາໂຄບຕອບລາບານວ່າ, "ທ່ານຮູ້ຢູ່ແລ້ວວ່າຂ້ອຍ​ໄດ້ຮັບໃຊ້ທ່ານ​ຢ່າງໃດ, ແລະ​ຝູງສັດລຽ້ງ​ຂອງ​ທ່ານຄືຢ່າງໃດເມື່ອຢູ່ກັບຂ້ອຍ. 30 ກ່ອນ​ທີ່ຂ້ອຍຈະ​ມາ ທ່ານມີຝູງ​ສັດ​ພຽງແຕ່​ຫນ້ອຍດຽວ. ຂະນະນີ້ມັນໄດ້ເພີ່ມຂຶ້ນຫລວງຫລາຍ. ​ພຣະຢາເວ​ໄດ້​ອວຍພອນ​ທ່ານ​ໃນທຸກຢ່າງທີ່ຂ້ອຍໄດ້ເຮັດ. ແລ້ວເມື່ອໃດຂ້ອຍຈື່ງຈະໄດ້ຈັດຕຽມສຳລັບຄອບຄົວ​ຂອງ​ຕົນເອງ." 31 ດັ່ງນັ້ນລາບານ​ເວົ້າ​ວ່າ, "ຈະ​ໃຫ້​ເຮົາຈ່າຍອັນໃດແກ່ເຈົ້າ?" ຢາໂຄບໄດ້ເວົ້າ​ວ່າ, "ທ່ານ​ບໍ່​ຕ້ອງໃຫ້ອັນໃດ​ແກ່ຂ້ອຍ. ຖ້າ​ທ່ານຈະເຮັດສິ່ງນີ້ເພື່ອຂ້ອຍ, ຂ້ອຍຈະລ້ຽງ ແລະ ດູແລຮັກສາ​ຝູງສັດ​ຂອງ​ທ່ານ​ອີກຄັ້ງ. 32 ໃນມື້ນີ້ໃ​ຫ້ຂ້ອຍຍ່າງຜ່ານ​​ຝູງສັດ​ທັງຫມົດ, ຂອງທ່ານຂໍແຍກ​ແກະ​ທຸກຕົວທີ່ມີຈຸດ, ແລະດ່າງ ແລະ ສີດຳ​ທຸກໆ​ໂຕ​ອອກ​ຈາກ​ຝູງ, ແລະ ແບ້ທຸກຕົວທີ່ມີຈຸດ ແລະດ່າງທຸກຕົວອອກຈາກຝູງ. ເຫລົ່ານີ້ຈະ​ເປັນ​ຄ່າຈ້າງ​ຂອງ​ຂ້ອຍ. 33 ຄວາມສັດຊື່ຂອງຂ້ອຍຈະຢືນຢັນຂ້ອຍ, ໃນພາຍຫລັງເມື່ອທ່ານຈະມາກວດສອບຄ່າຈ້າງຂອງຂ້ອຍ. ທຸກຕົວທີ່​ບໍ່ດ່າງ ແລະບໍ່ມີ​ຈຸດທ່າມກາງແບ້ທັງຫລາຍ, ແລະສີດຳ ທ່າມກາງແກະທັງຫລາຍຖ້າເຫັນຈັກຕົວໃນຝູງສັດຂອງຂ້ອຍ, ຈະ​ຖື​ວ່າ​ນັ້ນເປັນ​ກ​ານລັກ​ມາ." 34 ລາບານໄດ້​ເວົ້າ​ວ່າ, "ຕົກລົງ. ໃຫ້ເປັນໄປຕາມ​ທີ່​ເຈົ້າ​ເວົ້າ​ນັ້ນ." 35 ມື້​ນັ້ນ ລາບານ​ໄດ້​ແຍກແບ້ໂຕຜູ້ທັງຫລາຍຊຶ່ງມີລາຍຍາວແລະຈຸດ, ແລະ​​ແບ້ໂຕ​ແມ່ທັງຫມົດທີ່​​ດ່າງແລະມີຈຸດ, ທຸກ​ໂຕ​ທີ່​ມີ​ສີ​ຂາວ, ແລະ​ແກະ​ທຸກ​ໂຕ​ທີ່​ມີ​ສີດຳ​, ແລະໃຫ້ພວກມັນຢູ່ໃນມືຂອງພວກ​ລູກຊາຍ​ທັງຫລາຍຂອງເຂົາ. 36 ລາບານ​ໄດ້​ແຍກ​ຝູງສັດ​ຂອງເຂົາ ກັບຂອງ​ຢາໂຄບ. ໃຫ້ຢູ່ຫ່າງກັນ​ໄລຍະ​ທາງ​ເດີນ​ເຖິງ​ສາມ​ວັນ. ດັ່ງນັ້ນ​ຢາໂຄບ​ຍັງຄົງໄດ້ລ້ຽງສັດ​ທີ່ເຫລືອຂອງ​ລາບານ​. 37 ຢາໂຄບ​ໄດ້​ເອົາ​ງ່າ​ໄມ້​ຈາກ​ຕົ້ນ​ຈັນ​ປ່າ ຕົ້ນ​ຫມາກບົກ, ແລະ​ຕົ້ນ​ຫູ​ກວາງ​ ແລະ​ປອກ​ເປືອກໃຫ້​ເປັນ​ລາຍເຮັດໃຫ້ເຫັນເນື້ອໄມ້ສີຂາວດ້ານໃນ. 38 ຈາກນັ້ນເຂົາໄດ້ວາງ​ງ່າ​ໄມ້​ທີ່ເຂົາໄດ້ປອກເປືອກ​ຕໍ່ຝູງສັດຂ້າງຫນ້າ​ອ່າງ​ນ້ຳທີ່​ສັດ​ໄດ້ເຂົ້າ​ກິນ.​ ພ​ວກ​ມັນໄດ້ຕັ້ງທ້ອງ​​ເມື່ອ​ພວກມັນເຂົ້າ​ມາ​ກິນ​ນໍ້າ. 39 ຝູງສັດໄດ້ແຜ່ພັນຂ້າງຫນ້າກິ່ງໄມ້ເຫລົ່ານັ້ນ; ແລະຝູງສັດເກີດລູກອ່ອນມີລາຍເປັນ, ດ່າງ ແລະ​ມີ​ຈຸດ. 40 ຢາໂຄບໄດ້​ແຍກລູກ​​ແກະ​ເຫລົ່ານີ້ອອກ,​ ແຕ່ເຮັດ​ໃຫ້​ສ່ວນທີ່ເຫລືອຫັນຫນ້າໄປ​ທາງ​ຝູງສັດ​ທີ່​ມີ​ສີ​ລາຍ​ ແລະແກະ​ດຳທັງຫມົດໃນຝູງຂອງ​ລາບານ. ຈາກນັ້ນເຂົາໄດ້ແຍກຝູງສັດຂອງເຂົາ​ສຳລັບເຂົາເອງຕ່າງຫາກ​ ແລະບໍ່ໄດ້ນຳໄປລວມກັບ​ຝູງສັດ​ຂອງ​ລາບານ. 41 ເມື່ອ​ແກະທີ່ແຂງແຮງ​ໃນຝູງກຳລັງປະສົມພັນ​, ຢາໂຄບ​ກໍ​ຈະວາງງ່າໄມ້​ເຫລົ່ານັ້ນ ໃນຮາງນ້ຳຕໍ່ຫນ້ຝູງແກະ, ດັ່ງນັ້ນພວກມັນຈະຕັ້ງທ້ອງທ່າມກາງງ່າໄມ້ເຫລົ່ານັ້ນ. 42 ແຕ່ຫາກ​ສັດ​ທີ່​ອ່ອນແອໃນຝູງເຂົ້າມາເຂົາຈະ​ບໍ່ວາງ​ງ່າ​ໄມ້​ເຫລົ່ານັ້ນຕໍ່ຫນ້າພວກມັນ. ດັ່ງນັ້ນສັດໂຕທີ່ອ່ອນແອຂອງລາບານ​, ແລະ​ໂຕ​ທີ່​​ແຂງແຮງ​ກໍຕົກເປັນຂອງຢາໂຄບ​. 43 ຜູ້ຊາຍຄົນນັ້ນ​ກາຍເປັນ​ຄົນ​ຮັ່ງມີ​ເຂົາໄດ້​ສັດຝູງໃຫຍ່, ຍິງຮັບໃຊ້ທັງຫລາຍ, ແລະຊາຍຮັບໃຊ້ທັງຫລາຍ ແລະ, ​ອູດທັງຫລາຍ, ແລະລໍທັງຫລາຍ.