​ບົດ​ທີ 29

1 ຈາກນັ້ນຢາໂຄບ​ໄດ້​ເດີນທາງ​ຕໍ່ໄປ ແລະມາເຖິງ​ດິນແດນ​ຂອງ​ປະຊາຊົນແຫ່ງຕາເວັນອອກ. 2 ເມື່ອເຂົາໄດ້ຫລຽວເບິ່ງ, ເຂົາໄດ້ເຫັນບໍ່​ນໍ້າບໍ່ຫນຶ່ງ​ທີ່​ທົ່ງນາ, ແລະ, ເບິ່ງ​ເຖີດ, ມີ​ແກະ​ສາມ​ຝູງ​ກຳລັງ​ນອນ​ຢູ່​ໃກ້ໆ​ບໍ່ນ້ຳນັ້ນ. ພວກເຂົາໄດ້ໃຊນ້ຳຈາກບໍ່ນ້ຳນັ້ນລ້ຽງຝູງ, ແລະ​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ບໍ່ນ້ຳນັ້ນ. 3 ເມື່ອຝູງ​ແກະ​​ທັງ​​ຫມົດ​ໄດ້ມາໂຮມກັນທີ່ນັ້ນ, ຄົນລ້ຽງແກະ​ຈຶ່ງ​ພາກັນ​ກິ້ງ​ກ້ອນຫີນ​ອອກ ຈາກປາກບໍ່ນ້ຳ ແລະ​ຕັກ​ນໍ້າ​ໃຫ້​ແກະ​ກິນ. ແລ້ວ​ຈາກນັ້ນ​ກໍ​ກິ້ງ​ກ້ອນຫີນ​ນັ້ນອັດ​ປາກບໍ່​ນໍ້າໄວ້ອີກຄັ້ງ ໃຫ້ກັບໄປໃນທີ່​​ເກົ່າ. 4 ຢາໂຄບໄດ້ເວົ້າກັບພວກ​ເຂົາ​ວ່າ, "ພີ່ນ້ອງ​ທັງຫລາຍຂອງຂ້າພະເຈົ້າ​ເອີຍ, ພວກທ່າ​ນມາ​ຈາກໃສ?" ພວກເຂົາໄດ້​ຕອບ​ວ່າ, "ພວກເຮົາມາ​ຈາກເມືອງ​ຮາຣານ." 5 ລາວ​ໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າ​ຮູ້ຈັກ​ລາບານ ລູກຊາຍ​ນາໂຮ​ບໍ?" ພວກເຂົາ​ຕອບ​ວ່າ, "ພວກເຮົາ​ຮູ້ຈັກ​ເພິ່ນ." 6 ລາວ​ໄດ້ເວົ້າກັບພວກເຂົາວ່າ, "ເພິ່ນ​ສະບາຍດີ​ບໍ?" ພວກເຂົາ​ໄດ້ຕອບ​ວ່າ, "ເພິ່ນ​ສະບາຍດີ, ແລະຫັ້ນເດ, ຣາເຊັນລູກສາວ​ຂອງ​ເພິ່ນ​ກຳລັງ​ມາກັບຝູງແກະ​ນັ້ນ." 7 ຢາໂຄບໄດ້​ເວົ້າ​ວ່າ, “ເບິ່ງແມ, ມັນເປັນເວລາ​ທ່ຽງ​ວັນ​ຢູ່. ແລະ​ບໍ່​​ແມ່ນ​ຍາມ​ນຳ​ຝູງສັດ​​ມາ​ລວມກັນ. ພວກທ່ານຄວນຕັກນ້ຳໃຫ້ແກະ ແລະຈາກນັ້ນກໍ​ນຳ​ໄປ​ໃຫ້ພວກມັນໄດ້ກິນຫຍ້າ?" 8 ພວກເຂົາໄດ້ເວົ້າວ່າ,"ພວກເຮົາບໍ່ສາມາດຕັກນ້ຳໃຫ້ພວກມັນ ໄດ້​ຈົນກວ່າ​​ຝູງ​ສັດທັງຫມົດຈະມາ​ລວມຕົວກັນ. ຈາກນັ້ນພວກຜູ້ຊາຍທັງຫລາຍຈະ​​ກິ້ງ​ກ້ອນຫີນ​ອອກຈາກປາກບໍ່ນ້ຳ, ແລະ​ເຮົາຈະຕັກ​ນໍ້າ​ໃຫ້​ແກະນັ້ນ." 9 ໃນ​ເວລາ​ທີ່​ຢາໂຄບ​ຍັງກຳລັງ​​ເວົ້າຢູ່ກັບ​ພວກເຂົາ, ນາງ​ຣາເຊັນ​ໄດ້ມາພ້ອມກັບ​ຝູງແກະ​ຂອງພໍ່ນາງ, ເພາະນາງໄດ້ກຳລັງລ້ຽງພວກມັນ. 10 ເມື່ອຢາໂຄບໄດ້​ເຫັນ​ຣາເຊັນ​, ລູກສາວຂອງລາບານ, ອ້າຍຂອງແມ່ລາວ, ແລະແກະ​ຂອງ​ລ​າບານ, ຂອງອ້າຍຂອງແມ່ເຂົາ, ຢາໂຄບໄດ້ເຂົາມາ, ​​ກິ້ງ​ກ້ອນຫີນ​ອອກຈາກປາກບໍ່ນ້ຳ, ແລະ​ຕັກ​ນໍ້າ​ໃຫ້ຝູງ​ສັດ​ຂອງລາບານ, ອ້າຍຂອງແມ່ລາວ. 11 ຢາໂຄບໄດ້​ຈູບ​ຣາເຊັນພ້ອມ​ທັງ​ຮ້ອງໄຫ້​ສຽງດັງ. 12 ຢາໂຄບໄດ້​ບອກ​ຣາເຊັນ​ວ່າ, "ເຂົາເປັນຍາດພີ່ນ້ອງຂອງ​ນາງ​, ແລະເຂົາເປັນລູກຊາຍຂອງນາງເຣເບກາ​." ຈາກນັ້ນນາງ​ໄດ້ແລ່ນ​ໄປ ​ແລະໄດ້ບອກກັບ​ພໍ່​ຂອງຕົນ. 13 ເມື່ອ​ລາບານ​ໄດ້ຍິນ​ເລື່ອງກ່ຽວກັບ​ ຢາໂຄບ​ ລູກຊາຍ​ຂອງນ​້ອງສາວເພິ່ນມາ, ເພິ່ນ​ໄດ້ແລ່ນໄປ​​ພົບເຂົາ,​ສວມກອດ​ເຂົາ, ຈູບເຂົາ, ແລະໄດ້​ພາ​ເຂົາໄປຍັງ​​ເຮືອນຂອງເພິ່ນ. ​ຢາໂຄບໄດ້ບອກລາບານເຖິງ​ເລື່ອງ​ເຫລົ່ານີ້ທັງຫມົດ​. 14 ລາບານ​ໄດ້​ເວົ້າ​ກັບເຂົາວ່າ,"ແທ້ຈິງແລ້ວເຈົ້າຄືກະດູກຂອງເຮົາ​ ແລະເນື້ອຂອງເຮົາ." ຈາກນັ້ນຢາໂຄບ​ໄດ້​ຢູ່​ກັບເຂົາປະມານ​ຫນຶ່ງ​ເດືອນ. 15 ຈາກນັ້ນລາບານ​ໄດ້​ເວົ້າ​ກັບ​ຢາໂຄບ​ວ່າ, "ເຈົ້າ​ບໍ່​ຄວນຮັບໃຊ້ເຮົາລ້າໆ ເພາະວ່າເຈົ້າເປັນຍາດພີ່ນ້ອງຂອງເຮົາບໍ່ແມ່ນບໍ? ຈົ່ງບອກເຮົາ, ເຈົ້າຕ້ອງການ ອັນໃດເປັນ​ຄ່າຈ້າງ​ຂອງເຈົ້າ?" 16 ຂະນະນັ້ນລາບານ​ມີ​ລູກສາວ​ສອງ​ຄົນ. ຜູ້​ກົກ​ຊື່​ວ່າ ເລອາ, ແລະຜູ້​ນ້ອງ​ນັ້ນ​ຊື່​ວ່າ ຣາເຊັນ. 17 ນາງ​ເລອາ​ເປັນ​ຄົນ​ມີ​ແວວ​ຕາ​ສັ້ນ, ແຕ່​ນາງ​ຣາເຊັນ​ເປັນ​ຄົນທີ່ມີຮູບຮ່າງແລະຫນ້າຕາສວຍງາມ​. 18 ຢາໂຄບ​ກໍໄດ້ຮັກ​ນາງ​ຣາເຊັນ, ດັ່ງນັ້ນ​ເຂົາ​ຈຶ່ງ​ເວົ້າ​ວ່າ, "ຂ້ອຍ​ຈະ​ເຮັດ​ວຽກ​ໃຫ້​ທ່ານ​ເຈັດ​ປີ ເພື່ອລາເຊັນ,​ລູກສາວຄົນນ້ອຍຂອງທ່ານ." 19 ລາບານໄດ້​ເວົ້າ​ວ່າ, "ມັນ​ດີ​ກວ່າທີ່ເຮົາຍົກ​ນາງ​ໃຫ້​ກັບເຈົ້າ, ແທນທີ່ເຮົາ​ຈະ​ຍົກ​ໃຫ້ກັບອີກ​ຄົນຫນຶ່ງ. ຈົ່ງ​ຢູ່​ກັບເຮົາເຖີດ​." 20 ສະນັ້ນ ຢາໂຄບ​ຈຶ່ງ​ໄດ້​ທຳງານຮັບໃຊ້​ເຈັດ​ປີ​ເພື່ອ​​ນາງ​ຣາເຊັນ; ແລະ​ເບິ່ງມັນ​ເຫມືອນ​ເປັນພຽງບໍ່ທໍ່ໃດ​ມື້, ສຳລັບເຂົາເພາະຄວາມຮັກທີ່ເຂົາມີ​ຕໍ່ນາງ​. 21 ຈາກນັ້າ​ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ,"ຈົ່ງ​ໃຫ້​ເມຍແກ່ຂອ້ຍເຖີດ, ເພາະຂ້ອຍໄດ້ທຳງານຄົບຕາມເວລາແລ້ວ ດັ່ງນັ້ນຂ້ອຍຄວນແຕ່ງງານ​ກັບ​ນາງ." 22 ດັ່ງນັ້ນ ລາບານໄດ້ຮວບຮວມຜູ້ຊາຍທັງຫມົດ​ຂອງສະຖານທີ່ນັ້ນ ແລະຈັດ​ງານ​ລຽ້ງຂຶ້ນ. 23 ໃນ​ຕອນ​ແລງນັ້ນ, ລາບານ​ໄດ້ນຳ​ເອົາ, ນາງ​ເລອາ​ລູກສາວຂອງເຂົາມາ ແລະ ນຳນາງໄປ​ໃຫ້​ຢາໂຄບ​, ຜູ້ຊຶ່ງໄດ້ຫລັບນອນກັບນາງ​. 24 ລາບານ​ໄດ້ໃຫ້ຍິງຮັບໃຊ້ຂອງເຂົາຄື​ຊີລະປາແກ່ເລອາ, ລູກສາວຂອງເຂົາໃຫ້​ເປັນ​ຄົນຮັບໃຊ້ຂອງ​ນາງ​. 25 ໃນ​​ຕອນເຊົ້າ,​ ເບິ່ງເຖີດ, ກາຍເປັນເລອາ! ຢາໂຄບ​ໄດ້ເ​ວົ້າ​​ກັບລາບານ​ວ່າ, "ເປັນຫຍັງທ່ານ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້? ຂ້ອຍ​ໄດ້ຮັບໃຊ້ທ່ານ​ເພື່ອຣາເຊັນ​ບໍ່ແມ່ນບໍ? ​​ເປັນຫຍັງ​ທ່າ​ນຈຶ່ງ​ຫລອກລວງ​ຂ້ອຍ?" 26 ລາບານໄດ້​ຕອບ​ວ່າ, "ມັນບໍ່ແມ່ນ​ທຳນຽມ​ຂອງ​ເຮົາ ທີ່​ຈະ​ໃຫ້​ລູກສາວຄົນນ້ອຍເອົາ​ຜົວ​ກ່ອນລູກສາວຜູ້​ເອື້ອຍ. 27 ໃຫ້​ຄົບເຈັດວັນຂອງການແຕ່ງງານຂອງລູກສາວຄົນ​ນີ້​ກ່ອນ, ແລະເຮົາຈະຍົກອີກຄົນ​ຫນຶ່ງ​​ໃຫ້​ເຈົ້າດ້ວຍ ແລະຕອບແທນໃນກ​ານຮັບໃຊ້​ເຮົາ​ອີກ​ເຈັດ​ປີ." 28 ຢາໂຄບ​ໄດ້ທຳຢ່າງນັ້ນ, ແລະຈົນຄົບເຈັດວັນຂອງເລອາ.​ ຈາກນັ້ນລາບານ​ໄດ້ມອບ​ນາງ​ຣາເຊັນ​ໃຫ້​ເຂົາ ລູກສາວຂອງເຂົາໃຫ້ເປັນເມຍຂອງເຂົາດ້ວຍ. 29 ລາບານ​ໄດ້​ໃຫ້ນາງ​ບິນຮາ​ແກ່ຣາເຊັນ, ລູກສາວຂອງເຂົາ ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​. 30 ດັ່ງນັ້ນຢາໂຄບໄດ້ຫລັບນອນ​ກັບ​ນາງ​ຣາເຊັນດ້ວຍ ແຕ່ເຂົາໄ​ດ້ຮັກ​ຣາເຊັນຫລາຍກວ່າ​ຮັກ​ເລອາ. ແລະ​ຢາໂຄບ​ໄດ້ຮັບ​​ໃຊ້ລາບານເປັນເວລາ​​ອີກ​ເຈັດ​ປີ. 31 ​ນາງ​ເລອາ​ບໍ່ໄດ້ເປັນທີ່ຮັກ​ດັ່ງນັ້ນ ພຣະອົງ​ໄດ້ຊົງເປີດຄັນຂອງນາງ, ແຕ່​ນາງ​ຣາເຊັນ​ນັ້ນ​ບໍ່ມີ​ລູກ. 32 ນາງ​ເລອາ​ໄດ້​ຕັ້ງ​ທ້ອງຖື​ພາ ​ແລະ ​ເກີດ​ລູກຊາຍ​ຄົນຫນຶ່ງ. ແລະ ນາງໄດ້ເອີ້ນຊື່​ເຂົາ​ວ່າຣູເບັນ. ເພາະນາງໄດ້ເວົ້າວ່າ, "ເພາະວ່າພຣະຢາເວ​ໄດ້ຊົງຫລຽວ​ເຫັນ​ຄວາມ​​ລຳບາກ​​ຂອງຂ້ອຍ; ​ບັດນີ້ ຜົວ​ຂອງຂ້ອຍຈະ​ຮັກ​ຂ້ອຍ." 33 ຈາກນັ້ນນາງ​ໄດ້ຕັ້ງ​ທ້ອງ​ອີກ ແລະ​ເກີດ​ລູກຊາຍ​ອີກຄົນຫນຶ່ງ. ນາງ​ເວົ້າ​ວ່າ, "ເພາະວ່າພຣະຢາເວຮູ້ວ່າຂ້ອຍບໍ່ໄດ້ເປັນທີ່ຮັກ ດັ່ງນັ້ນພຣະອົງໄດ້ປຣະທານ​ລູກຊາຍ​ຄົນນີ້​ແກ່​ຂ້ອຍດ້ວຍ," ແລະ​ນາງ​ໄດ້ເອີ້ນຊື່​​ເຂົາ​ວ່າ ຊີເມໂອນ. 34 ຈາກນັ້ນ​ນາງ​ກໍ​ໄດ້ຕັ້ງທ້ອງ​ອີກ​ຄັ້ງ. ແລະ​ອອກ​ລູກຊາຍອີກ​ຄົນຫນຶ່ງ. ນາງ​ໄດ້ເວົ້າ​ວ່າ, "ບັດນີ້ ເວລານີ້ຜົວ​ຂອງຂ້ອຍຈະຕິດພັນ​ຢູ່​ກັບ​ຂ້ອຍ, ເພາະວ່າ​ຂ້ອຍ​ໄດ້ເກີດ​ລູກຊາຍເຖິງ​ສາມ​ຄົນ​ແກ່ລາວ." ດັ່ງນັ້ນເຂົາຈຶ່ງ​ຖືກເອີ້ນ​ຊື່​ວ່າ ເລວີ. 35 ນາງໄດ້​ຕັ້ງທ້ອງ​ອີກຄັ້ງ ​ແລະ​ໄດ້​ລູກຊາຍອີກ​ຄົນຫນຶ່ງ. ນາງ​ໄດ້ເວົ້າ​ວ່າ,"ຄັ້ງນີ້​ຂ້ອຍ​ຈະ​ສັນຣະເສີນ​ພຣະຢາເວ." ສະນັ້ນ ນາງ​ຈຶ່ງ​ເອີ້ນຊື່​ເຂົາ​ວ່າ ຢູດາ; ຈາກນັ້ນ​ນາງ​ໄດ້ຢຸດການ​ມີ​ລູກ.