​ບົດ​ທີ 28

1 ອີຊາກ​ໄດ້​ເອີ້ນ​ຢາໂຄບ​, ເຂົ້າມາ​ເພື່ອ​ອວຍພອນ, ແລະ​ສັ່ງ​ເຂົາວ່າ, "ລູກ​ຢ່າ​ເອົາ​ຍິງສາວ​ຊາວ​ການາອານມາ​ເປັນ​ເມຍ​. 2 ແຕ່​ຈົ່ງລຸກຂຶ້ນ, ​ໄປປັດດານອາຣຳ, ໄປຍັງບ້ານຂອງ​ເບທູເອນ​ພໍ່​ຂອງ​ແມ່​ເຈົ້າ, ​ແລະ​ຮັບເອົາເມຍຄົນຫນຶ່ງ​ຈາກ​​ທີ່​ນັ້ນ,​ ຈາກລູກສາວ​ຄົນ​ໃດຄົນຫນຶ່ງ​ຂອງ​ລາບານ​ອ້າຍຂອງແມ່​ເຈົ້າ. 3 ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຊົງອວຍພອນ​ເຈົ້າ, ເຮັດໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ, ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸຣຸດ​ຂອງ​ຫລາຍ​ຊົນຊາດ. 4 ຂໍໃຫ້​ພຣະອົງ​ປຣະທານຄຳອວຍພອນ​ຂອງອັບຣາຮາມແກ່ເຈົ້າ, ​ແລະ​ແກ່ບັນດາເຊື້ອສາຍ​ທັງຫລາຍຂອງ​ເຈົ້າ, ຫລັງຈາກເຈົ້າ ເຈົ້າ​ຈະໄດ້​ເປັນ​ກຳມະສິດ​ດິນແດນ​ທີ່​ເຈົ້າ​ອາໄສຢູ່​, ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້ແກ່​ອັບຣາຮາມເປັນມໍຣະດົກ." 5 ດັ່ງນັ້ນອີຊາກ​ໄດ້ສົ່ງ​ຢາໂຄບ​ໄປ. ​ຢາໂຄບໄດ້ໄປຍັງປັດດານອາຣຳ, ໄປຫາລາບານ​ລູກຊາຍ​ຂອງ​ເບທູເອນ​ຊາວ​ອາຣຳ, ເປັນ​ອ້າຍ​ຂອງ​ນາງ​ເຣເບກາ, ​ແມ່​ຂອງ​ຢາໂຄບ ​ແລະ​ເອຊາວ. 6 ບັດນີ້ເອຊາວ​ໄດ້ເຫັນ​ອີຊາກ​ອວຍພອນ​ຢາໂຄບ ແລະ​ສົ່ງ​ເຂົາໄປ​ຍັງປັດດານອາຣຳ, ເພື່ອຫາເມຍຈາກທີ່ນັ້ນ. ລາວ​ໄດ້ເຫັນອີຊາກ​ອວຍພອນ​ເຂົາ ແລະສັ່ງເຂົາເວົ້າວ່າ, "ເຈົ້າບໍ່​ຕ້ອງເອົາ​ຍິງ​ສາວ​ຊາວ​ການາອານ​ມາ​ເປັນ​ເມຍດ້ວຍ." 7 ເອຊາວ​ຍັງໄດ້ເຫັນວ່າ​ຢາໂຄບ​ເຊື່ອຟັງ​​ພໍ່​ ແລະແມ່ຂອງເຂົາດ້ວຍ, ແລະ​ໄດ້​ເດີນທາງໄປ​ທີ່​ປັດດານອາຣຳ. 8 ເອຊາວໄດ້ເຫັນວ່າ​ອີຊາກ​ພໍ່​ຂອງຕົນ​ບໍ່​ມັກ​ຍິງ​ສາວການາອານ. 9 ດັ່ງນັ້ນ ລາວຈຶ່ງ​ໄປ​ຫາ​ອິດຊະມາເອນ,​ ແລະ​ຮັບເອົາ​ນາງ​ມາຮາລາດ​ນ້ອງສາວ​ຂອງ​ເນບາໂຢດ, ລູກສາວຂອງອິດຊະມາເອນ, ຜູ້ເປັນລູກຊາຍຂອງອັບຣາຮາມ, ມາເປັນເມຍຂອງເຂົາອີກຄົນຫນຶ່ງ, ນອກເຫນືອຈາກເມຍທັງຫລາຍທີ່ເຂົາມີຢູ່ແລ້ວ. 10 ຢາໂຄບໄດ້​ອອກ​ຈາກ​ເມືອງເບເອນເຊບາ ແລະ​ມຸ່ງຫນ້າ​ໄປ​ສູ່​ເມືອງ​ຮາຣານ. 11 ເຂົາໄດ້ມາ​ເຖິງທີ່ແຫ່ງຫນຶ່ງ ແລະພັກ​​ທີ່​ນັ້ນທັງຄືນ, ເພາະວ່າຕາເວັນຕົກດິນແລ້ວ. ເຂົາໄດ້ເອົາກ້ອນຫີນກ້ອນຫນຶ່ງຈາກທີ່ນັ້ນມາເຮັດເປັນຫມອນ​ຮອງ​ຫົວ, ແລະນອນລົງໃນທີ່ນັ້ນເພື່ອທີ່ຈະຫລັບ. 12 ເຂົາໄດ້​ຝັນ​ເຫັນ​ຂັ້ນໄດຕັ້ງຂຶ້ນເທິງແຜ່ນດິນ.​ປາຍຂອງຂັ້ນໄດນັ້ນ​ຂຶ້ນໄປເຖິງທ້ອງຟ້າ ແລະ ຫມູ່ທູດສະຫວັນຂອງ​ພຣະເຈົ້າ​ກຳລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນໄດ​ນັ້ນ. 13 ເບິ່ງເຖີດ, ພຣະຢາເວໄດ້ ຊົງ​ຢືນ​ຢູ່​ຂ້າງ​ເທິງນັ້ນ ແລະກ່າວວ່າ, "ເຮົາ​ແມ່ນ​ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ​ບັນພະບູຣຸດຂອງ​ເຈົ້າ, ​ແລະ​ພຣະເຈົ້າ​ຂອງ​ອີຊາກ. ແຜ່ນດິນທີ່ເຈົ້າກຳລັງນອນຢູ່ນີ້ເຮົາ​ຈະ​ມອບ​ໃຫ້ເຈົ້າ ​ແລະ​ບັນດາເຊື້ອສາຍ​ຂອງ​ເຈົ້າ. 14 ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ, ແລະເຈົ້າຈະ​ແຜ່ກວ້າງໄກອອກໄປ​ຍັງ​ທິດຕາເວັນຕົກ, ທິດຕາເວັນອອກ, ທິດເຫນືອ, ແລະທິດໃຕ້, ໂດຍ​ຜ່ານ​ທາງ​ເຈົ້າ ແລະ ບັນດາ​ເຊື້ອສາຍ​ຂອງ​ເຈົ້າທຸກຄອບຄົວຂອງແຜ່ນດິນຈະໄດ້​ຮັບພອນ​. 15 ເບິ່ງເຖີດ,​ ເຮົາ​ຈະ​ຢູ່​ກັບເຈົ້າ​, ແລະ ​ເຮົາຈະປົກປັກ​ຮັກສາ​ເຈົ້າ ບໍ່ວ່າ​ເຈົ້າ​ຈະໄປທີ່ໃດ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້; ເພາະວ່າເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ. ​ເຮົາ​ຈະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ." 16 ​ ຢາໂຄບໄດ້​ຕື່ນ​ຂຶ້ນ​ຈາກການຫລັບຂອງເຂົາຈຶ່ງ​ເວົ້າ​ວ່າ, "ພຣະຢາເວ​ສະຖິດ​ຢູ່​ທີ່ນີ້​ແທ້ໆ, ແລະເຮົາ​ບໍ່​ຮູ້ເລື່ອງມາກ່ອນ." 17 ເຂົາຢ້ານ​ກົວແລະໄດ້​ເວົ້າ​ວ່າ, "ບ່ອນ​ນີ້ຫນ້າຢ້ານ​! ທີ່ນີ້ບໍ່ແມ່ນຢ່າງອື່ນແນ່ນອນ ນອກຈາກເປັນ​ພຣະວິຫານ​ຂອງ​ພຣະເຈົ້າ. ແລະ​ຄົງ​ເປັນ​ປະຕູ​​ແຫ່ງທ້ອງຟ້າ." 18 ຢາໂຄບ​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ນຳເອົາ​ກ້ອນຫີນ​ທີ່​ເຂົາຫມູນ​ຫົວ​ນັ້ນ​ມາເຂົາໄດ້ຕັ້ງ​ມັນຂຶ້ນ​ເປັນເຫມືອນ​ເສົາ​. ແລ້ວ​ເທນໍ້າມັນ​ລົງເທິງຍອດກ້ອນຫີນນັ້ນ. 19 ເຂົາຈຶ່ງໄດ້ເອີ້ນ​ສະຖານທີ່ນ​ັ້ນວ່າເບັດເອນ. ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ, ລູເຊ. 20 ​ ຢາໂຄບ​ກໍ​ໄດ້​ສາບານ​ວ່າ, "ຖ້າ​ພຣະເຈົ້າ​ຊົງສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນທາງນີ້ທີ່ຂ້ານ້ອຍ​ກຳລັງຈະ​ເດີນ, ແລະ​ຈະໃຫ້​ອາຫານ​ແກ່ຂ້ານ້ອຍກິນ, ແລະ​ເສື້ອຜ້າສຳລັບສວມໃສ່, 21 ແລະ​ຊົງນຳຂ້ານ້ອຍ​ກັບ​ມາ​ເຖິງ​ບ້ານ​ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ປອດໄພ, ຈາກນັ້ນພຣະຢາເວ​​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. 22 ແລະກ້ອນຫີນນີ້​ທີ່​ຂ້ານ້ອຍ​ໄດ້ຕັ້ງ​ຂຶ້ນ​ເປັນ​ເຫມືອນເສົານີ້. ຈະ​ເປັນ​ກ້ອນຫີນທີ່ສັກສິດ​ຈາກທຸກສິ່ງທີ່ພຣະອົງປຣະທານໃຫ້ຂ້ານ້ອຍ, ແລະ​ຂ້ານ້ອຍ​ຈະ​ຖວາຍ​ຫນຶ່ງສ່ວນສິບ​ໃຫ້ພຣະອົງ​."