​ບົດ​ທີ 27

1 ເມື່ອອີຊາກໄດ້ແກ່​ຕົວລົງ ແລະ​ສາຍ​ຕາ​ກໍ​ມືດມົວ​ລົງ, ດັ່ງນັ້ນເພິ່ນຈຶ່ງບໍ່ສາມາດຫລຽວເຫັນສິ່ງໃດໄດ້, ເພິ່ນໄດ້​ເອີ້ນ​ເອຊາວ​ລູກຊາຍກົກ​ມາ, ແລະ​ເວົ້າ​ກັບເຂົາວ່າ, "ລູກຊາຍຂອງເຮົາເອີຍ." ເຂົາໄດ້​ຕອບ​ກັບພໍ່ວ່າ, "ລູກ​ຢູ່ທີ່ນີ້." 2 ເພິ່ນໄດ້ເວົ້າ​ວ່າ, "ເບິ່ງດູ, ພໍ່​ນີ້​ເຖົ້າແກ່​ຫລາຍ​ແລ້ວ. ພໍ່ບໍ່ຮູ້ວ່າຈະ​ຕາຍ​ເມື່ອໃດ. 3 ດັ່ງນັ້ນ ຈົ່ງ​ເອົາອາວຸດຂອງເຈົ້າ, ​ກະບອກໃສ່ລູກທະນູ​ກັບ​ທະນູຂອງເຈົ້າ, ແລະ​ອອກ​ໄປ​ໃນທ້ອງທົ່ງແລະລ່າສັດ​​ມາ​ໃຫ້​ພໍ່. 4 ຈົ່ງ​ເຮັດ​ອາຫານ​ແຊບໆ​ສຳລັບພໍ່,​ ອາຫານທີ່ພໍ່ມັກ​, ແລະນຳມາ​ໃຫ້​ພໍ່ ດັ່ງນັ້ນພໍ່ຈະກິນອາຫານນັ້ນພໍ່​ຈະ​ອວຍພອນໃຫ້​ເຈົ້າ​ກ່ອນກ່ອນທີ່​ພໍ່​ຈະ​ຕາຍ." 5 ຂະນະນັ້ນເຣເບກາ​ໄດ້ຍິນເລື່ອງລາວ ທີ່​ອີຊາກໄດ້ເວົ້າກັບ​ເອຊາວ​ລູກຊາຍຂອງເຂົາ. ເອຊາວໄດ້ອອກ​ໄປຍັງທ້ອງທົ່ງເພື່ອ​ລ່າສັດ ແລະ ນຳກັບມາ. 6 ເຣເບກາໄດ້​ເວົ້າ​ກັບ​ຢາໂຄບ​ລູກຊາຍຂອງນາງ ແລະ ເວົ້າວ່າ, "ນີ້ແ​ຫລະ, ແມ່​ໄດ້​ຍິນ​ພໍ່​ຂອງ​ເຈົ້າ​ເວົ້າ​ກັບ​ເອຊາວອ້າຍຂອງເຈົ້າ. ເພິ່ນໄດ້ເວົ້າ​ວ່າ, 7 'ຈົ່ງນຳເນື້ອສັດ ​ແລະ​ ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ພໍ່, ເພື່ອທີ່​ພໍ່ຈະກິນ​ແລ້ວພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ​ກ່ອນ​ທີ່ພໍ່​ຈະ​ຕາຍ.' 8 ດັ່ງນັ້ນລູກ​ຊາຍຂອງແມ່ເອີຍ, ຈົ່ງ​ເຊື່ອຟັງ​ຄຳຂອງແມ່, ທີ່​ແມ່​ສັ່ງເຈົ້າ. 9 ຈົ່ງ​ໄປ​ທີ່​ຝູງສັດ, ແລະ​ນໍາ​ແບ້​ຫນຸ່ມທີ່​ດີ​ສອງໂຕມາໃຫ້ແມ່; ແລະ ແມ່​ຈະ​ເຮັດ​ອາຫານ​ຢ່າງ​ແຊບໆ​ຈາ​ກພວກແກະນັ້ນສຳລັບພໍ່ຂອງເຈົ້າ, ຢ່າງທີ່ເຂົາມັກ. 10 ເຈົ້າຈະນຳເອົາ​ອາຫານນັ້ນ​ໄປ​ໃຫ້​ພໍ່ຂອງ​ເຈົ້າ​, ເພື່ອໃຫ້ເຂົາກິນ, ດັ່ງນັ້ນເຂົາຈະ​ໄດ້ອວຍພອນ​ເຈົ້າ​ກ່ອນ​ຄວາມ​ຕາຍຂອງເຂົາຈະມາເຖິງ." 11 ​ຢາໂຄບ​ໄດ້ເວົ້າ​ກັບ​ເຣເບກາແມ່​ຂອງເຂົາວ່າ, "ເບິ່ງເທາະ,​ເອຊາວ​ອ້າຍຂອງລູກເປັນຄົນມີຂົນດົກ, ແຕ່ລູກເປັນ​ຄົນທີ່ຜີວ​ກ້ຽງດີ. 12 ບາງທີພໍ່​ອາດ​ລູບ​ເບິ່ງ​ລູກ, ​ແລະ​ລູກຈະກາຍເປັນຄົນ​ຫລອກລວງ​ເພິ່ນ. ລູກຈະ​ນຳຄຳສາບແຊ່ງມາສູ່ຕົວລູກບ​ໍ່ແມ່ນຄຳອວຍພອນ​." 13 ແມ່ຂອງເຂົາໄດ້ເວົ້າ​ກັບເຂົາ​ວ່າ, "ລູກ​ຊາຍຂອງເຮົາເອີຍ, ​ຄຳສາບແຊ່ງ​ໃດໆນັ້ນໃຫ້ຕົກ​ຖືກ​ແມ່​ເທາະ, ພຽງແຕ່ເຊື່ອຟັງຄຳຂອງ​ແມ່​, ແລະໄປ,​ຈົ່ງນຳເອົາ​ແບ້​ມາໃຫ້ແມ່." 14 ດັ່ງນັ້ນ ຢາໂຄບ​ຈຶ່ງໄດ້​ໄປ ແລະ​ເອົາ​ແບ້​ຫນຸ່ມມາ​ໃຫ້​ແມ່​ຂອງເຂົາ, ແລະແມ່ຂອງເຂົາໄດ້ເຮັດ​ອາຫານ​ອັນ​ແຊບໆ, ຢ່າງທີ່​ພໍ່ຂອງເຂົາ​ມັກ. 15 ​ເຣເບກາ​ໄດ້ນຳ​ເອົາ​ເສື້ອ​ຜ້າທີ່​ດີທີ່ສຸດ​ຂອງ​ເອຊາວ,​ ລູກຊາຍກົກຂອງນາງ, ຊຶ່ງຢູ່ກັບນາງໃນ​ເຮືອນ, ​ແລະ ສວມ​ໃຫ້​ຢາໂຄບ, ​ລູກຊາຍຄົນທີສອງຂອງນາງໃສ່. 16 ນາງໄດ້​ເອົາ​ຫນັງ​ຂອງແກະ​ມາ​ປົກເທິງມື​ຂອງເຂົາ ແລະ ເທິງສ່ວນທີ່​​ກ້ຽງ​ຄືຊ່ວງຄໍຂອງ​ເຂົາ. 17 ນາງ​ເອົາ​ອາຫານ​ອັນ​ຫອມຫວນ ແລະ​ ເຂົ້າຈີ່​ທີ່​ນາງໄດ້ຕຽມໃສ່ມືລູກຊາຍຂອງນາງ​ຄື​ຢາໂຄບ​ຖື​ໄປ. 18 ຢາໂຄບໄດ້ເຂົ້າໄປຫາພໍ່ຂອງເຂົາ ແລະ​ເວົ້າ​ວ່າ, "ພໍ່ຂອງຂ້ອຍ​." ​ເພິ່ນ​​ຕອບ​ວ່າ, ​"ລູກຊາຍຂອງເຮົາເອີຍ, ພໍ່ຢູ່ນີ້, ເຈົ້າ​ເປັນ​ລູກ​ຄົນໃດ​ຂອງ​ພໍ່?" 19 ຢາໂຄບໄດ້​ຕອບ​ພໍ່ຂອງເຂົາວ່າ,"ລູກ​ເອງ ​ເອຊາວ​ລູກຊາຍ​ຄົນ​ກົກ​ຂອງ​ທ່ານ; ລູກໄດ້​ເຮັດ​ຕາມສິ່ງ​ທີ່​ທ່ານໄດ້​ບອກ​ນັ້ນ​ແລ້ວ. ບັດນີ້ຂໍໃຫ້ທ່ານໄດ້​ລຸກ​ຂຶ້ນ ແລະ​ກິນ​ເ​ນື້ອທີ່ລູກຫາມາ,​ ເເລ້ວທ່ານ​ຈະ​ໄດ້ອວຍພອນ​ລູກ." 20 ອີຊາກ​ຖາມລູກຊາຍຂອງເພິ່ນ​ວ່າ, "ລູກຊາຍຂອງເຮົາເອີຍເປັນໄປ​ໄດ້​ຢ່າງໃດ, ທີ່ເຈົ້າສາມາດລ່າມັນ​ໄດ້​ໄວຢ່າງນີ້?" ເຂົາໄດ້​ຕອບ​ວ່າ, "ເພາະວ່າພຣະຢາເວ ພຣະເຈົ້າ​ຂອງ​ທ່ານໄດ້ນຳມັນມາໃຫ້​ລູກ." 21 ອີຊາກ​ໄດ້ເວົ້າ​ກັບ​ຢາໂຄບ​ວ່າ, "ລູກຊາຍຂອງເຮົາເອີຍ, ຈົ່ງມາ​ໃກ້ໆ​ພໍ່​ເຖີດ,​ເພື່ອ​ທີ່ພໍ່​ຈະ​​ຮູ້ວ່າ ເຈົ້າ​ແມ່ນ​ລູກຊາຍຂອງພໍ່ຄືເອຊາວ​ແທ້​ຫລື​ບໍ່." 22 ຢາໂຄບ​ໄດ້​ເຂົ້າ​ໄປໃກ້​ອີຊາກພໍ່ຂອງເຂົາ, ແລະອີຊາກໄດ້​ລູບ​ຄຳ​ລາວ​ ແລະ​ເວົ້າ​ວ່າ, "ສຽງນັ້ນຄື​​ສຽງ​​ຂອງ​ຢາໂຄບ ແຕ່​ມືເປັນມືຂອງ​ເອຊາວ." 23 ອີຊາກຈື່ເຂົາບໍ່ໄດ້, ເພາະ​ມືຂອງ​ເຂົາມີຂົນ​ຄື​ກັບ​ມື​ຂອງ​ເອຊາວອ້າຍຂອງເຂົາ, ດັ່ງນັ້ນອີຊາກຈຶ່ງໄດ້​ອວຍພອນ​ເຂົາ. 24 ແຕ່​ເພິ່ນໄດ້ເວົ້າ​​ວ່າ, "ເຈົ້າ​ຄືເອຊາວ​ລູກຊາຍຂອງເຮົາແທ້​ບໍ?" ເຂົາໄດ້​ຕອບ​ວ່າ, "ແມ່ນແທ້." 25 ອີຊາກ​ຈຶ່ງ​ກ່າວ​ວ່າ, "ຈົ່ງ​ເອົາ​ອາຫານ​ມາ​ໃຫ້​ພໍ່, ​ແລະພໍ່ຈະກິນເນື້ອທີ່ເຈົ້າຫາມາ, ​ແລ້ວ​ພໍ່​ຈະ​ອວຍພອນ​ເຈົ້າ." ຢາໂຄບ​ຈຶ່ງ​ເອົາ​ອາຫານ​ມາ​ໃຫ້ເ​ພິ່ນ. ອີຊາກໄດ້ກິນ, ແລະຢາໂຄບ​ໄດ້​ເອົາ​ເຫລົ້າ​ອະງຸ່ນມາ​ໃຫ້​ເພິ່ນ​, ແລະເພິ່ນກໍໄດ້ດື່ມ. 26 ຈາກນັ້ນອີຊາກພໍ່ຂອງເຂົາ​ໄດ້​ເວົ້າກັບເຂົາ​ວ່າ, "ລູກຊາຍຂອງເຮົາເອີຍ ບັດນີ້ຈົ່ງ​ເຂົ້າ​ມາ​ໃກ້ໆພໍ່,​ແລະ​ຈູບ​ພໍ່​." 27 ຢາໂຄບໄດ້ເຂົ້າມາໃກ້, ແລະຈູບເ​ພິ່ນ ແລະເພິ່ນກໍໄດ້​ກິ່ນ​ເຄື່ອງນຸ່ງ​ຂອງ​ເຂົາ, ເເລະອວຍພອນ​ເຂົາ, "ເພິ່ນໄດ້ເວົ້າ, ວ່າກິ່ນ​​ລູກຊາຍ​ຂອງຂ້ອຍ​ນີ້ ຄື​ກິ່ນ​ທີ່​ມາ​ຈາກ​ທົ່ງນາ ທີ່​ພຣະຢາເວ​ໄດ້ສົ່ງ​ພອນ​ລົງ​ມາ​ໃຫ້. 28 ຂໍ​ໃຫ້​ພຣະເຈົ້າ​ປຣະທານ​ສ່ວນທີ່ມີນ້ຳຄ້າງແຫ່ງທ້ອງຟ້າແລະສ່ວນທີ່ອຸດົມສົມບູນຂອງແຜ່ນດິນແລະ​ຕົ້ນ​ເຂົ້າ ທັງ​ເຫລົ້າ​ອະງຸ່ນໃຫມ່​ຫລວງຫລາຍ. 29 ໃຫ້​ປະຊາຊົນທັງຫລາຍຮັບ​ໃຊ້ເຈົ້າ ແລະປະຊາຊາດທັງຫລາຍໂຄ້ງຄຳນັບໃຫ້ແກ່ເຈົ້າ. ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ, ແລະຂໍໃຫ້ລູກຊາຍທັງຫລາຍຂອງແມ່​ເຈົ້າ. ໂຄ້ງ​ຄຳນັບ​ໃຫ້ແກ່ເຈົ້າ​ຂໍໃຫ້ທຸກ ຄົນທີ່​ສາບແຊ່ງ​ເຈົ້າຖືກ​ສາບແຊ່ງ​; ຂໍໃຫ້ທຸກຄົນທີ່ອວຍພອນ​ເຈົ້າໄດ້​ຮັບ​ການອວຍພຣະພອນ​." 30 ທັນທີທີ່ອີຊາກອວຍພອນຢາໂຄບເເລ້ວ, ແລະຢາໂຄບເກືອບຈະກັບອອກໄປ​​ຈາກ​ອີຊາກ​ພໍ່ຂອງເຂົາເກືອບບໍ່ທັນ, ເອຊາວ​ອ້າຍ​ຂອງ​ເຂົາກໍ​ກັບ​ມາ​ແຕ່​ລ່າສັດ. 31 ລາວກໍໄດ້ເຮັດ​ອາຫານ​ອັນ​ແຊບໆ ແລະ​ນຳມາໃຫ້​ພໍ່ລາວ. ລາວໄດ້​ເວົ້າກັບພໍ່ຂອງລາວ​ວ່າ, "ພໍ່​ເອີຍ, ຂໍໃຫ້ທ່ານລຸກ​ຂຶ້ນ​ ແລະກິນ​ສິ່ງທີ່ລູກຊາຍຂອງທ່ານ​ໄດ້ລ່າມາ, ເພື່ອ​ທີ່ທ່ານຈະໄດ້​ອວຍພອນ​ລູກ." 32 ອີຊາກພໍ່ຂອງເຂົາ​ໄດ້ເວົ້າກັບເຂົາວ່າ, "ເຈົ້າ​ແມ່ນ​ໃຜ?" ລາວ​ຕອບ​ວ່າ, "ລູກຄືລູກຊາຍຂອງທ່ານເອຊາວ​, ລູກຊາຍກົກ​ຂອງ​ທ່ານ." 33 ອີຊາກ​ຈຶ່ງ​ຕົກໃຈ​ທັງ​ສັ່ນ​ຫມົດ​ຕົວ ແລະ​ໄດ້ເວົ້າວ່າ, "ມັນ​ເປັນໃຜ​ທີ່​ໄດ້ໄປລ່າ​ສັດ ແລະ​ຈັດແຈ່ງ​ອາຫານ​ເອົາ​ມາ​ໃຫ້​ພໍ່​ກິນ? ພໍ່​ໄດ້​ກິນ ແລະ​ນຳມາໃຫ້ພໍ່? ພໍ່ໄດ້ກິນມັນຫມົດກ່ອນທີ່ເຈົ້າໄດ້ເຂົ້າມາ, ແລະພໍ່ໄດ້ອວຍພອນ​ເຂົາໄປ​ແລ້ວ, ເຂົາໄດ້ຮັບການອວຍ​ພອນ​." 34 ເມື່ອເອຊາວໄດ້ຍິນຖ້ອຍຄຳທັງຫລາຍຂອງພໍ່ລາວ, ລາວຈຶ່ງຮ້ອງໃຫ້ດ້ວຍສຽງອັນດັງ ແລະ ຂົມຂື່ນ, ແລະ ເວົ້າກັບພໍ່ຂອງລາວວ່າ, "ຂໍອວຍພອນລູກ, ຈົ່ງ​ອວຍພອນ​ລູກ​ເຫມືອນກັນ​ແດ່ທ້ອນ." 35 ອີຊາກໄດ້​ເວົ້າ​ວ່າ, "ນ້ອງຊາຍ​ຂອງ​ເຈົ້າ​ໄດ້ມາທີ່ນີ້ຢ່າງມີເລ້ຫລ່ຽມ ແລະ ​ເອົາ​ຄຳອວຍພອນ​ຂອງເຈົ້າ​ຄວນ​ຈະ​ໄດ້ໄປ​ແລ້ວ." 36 ເອຊາວໄດ້​ເວົ້າ​ວ່າ, "ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?" ເພາະເຂົາໄດ້ຫລອກລວງລູກຢ່າງນີ້ສອງ​ເທື່ອແລ້ວ. ເຂົາໄດ້​ເອົາ​ສິດທິ​ລູກກົກ​ຂອງ​ລູກ​ໄປ, ແລະ,​ບັດນີ້​ເຂົາ​ໄດ້​ເອົາຄຳອວຍ​ພອນ​ຂອງ​ລູກ​ໄປ​ອີກ." ຈາກນັ້ນເຂົາໄດ້ເວົ້າວ່າ, "ທ່ານບໍ່ມີ​ຄຳອ່ວຍພອນ​ຈັກ​ຢ່າງ​ເຫລືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?" 37 ອີຊາກໄດ້​ຕອບ​ລາວ ແລະເວົ້າກັບເອຊາວວ່າ, "ເບິ່ງເຖີດ, ພໍ່​ໄດ້​ອວຍພອນເຂົາ​ເປັນ​ເຈົ້ານາຍ​ຂອງ​ເຈົ້າ, ແລະ​ພໍ່ໄດ້ໃຫ້​ພີ່ນ້ອງ​ທັງຫມົດຂອງເຂົາເປັນ​ຄົນ​ຮັບໃຊ້​ເຂົາ. ພໍ່​ໄດ້​ອວຍພອນ​ລາວ​ໃຫ້​ມີ​ເຂົ້າ, ແລະ​ມີ​ເຫລົ້າ​ອະງຸ່ນ​ໃຫມ່ແກ່ເຂົາ. ລູກຊາຍຂອງພໍ່ເອີຍ​ ພໍ່​ຈະ​ສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າ​ໄດ້​ບໍ?" 38 ເອຊາວ​ໄດ້ເວົ້າກັບ​ພໍ່​ຂອງເພິ່ນ​ວ່າ, "ພໍ່​ເອີຍ ທ່ານບໍ່ມີຄຳອວຍພອນ​ເຫລືອສຳລັບລູກ, ອີກຈັກຄຳອວຍພອນບໍ? ພໍ່ຂອງລູກຂໍ​ອວຍພອນ​ລູກ, ອວຍພອນລູກ​ແດ່ທ້ອນ." ເອຊາວໄດ້​ຮ້ອງໄຫ້ສຽງດັງ. 39 ​ອີຊາກ​ພໍ່ຂອງເພິ່ນໄດ້ຕອບ ແລະ ເວົ້າ​ກັບເພິ່ນວ່າ, "ເບິ່ງເຖີດ, ສະຖານທີ່ໆເຈົ້າ​ຢູ່ຈະ​ຢູ່ຫ່າງໄກ​ຈາກ​ຄວາມອຸດົມສົມບູນ ​ແລະ ​ຮັ່ງມີຂອງແຜ່ນດິນ; ເຈົ້າ​ຈະ​ຂາດ​ຄວາມ​ຊຸ່ມເຢັນທີ່​ສະຫວັນ​ໂຜດ​ໃຫ້. 40 ເຈົ້າຈະມີຊີວິດ​ຢູ່ໄດ້ດ້ວຍດາບຂອງ​ເຈົ້າ​, ແລະ ເຈົ້າຈະ​ຮັບໃຊ້​ນ້ອງຊາຍ​ຂອງເຈົ້າ. ແຕ່​ເມື່ອ​ເຈົ້າກະບົດ, ເຈົ້າ​ຈະ​ປົດແອກຂອງເຂົາ​​ອອກຈາກ​ຄໍຂອງເຈົ້າ​ໄດ້." 41 ເອຊາວໄດ້​ກຽດຊັງ​ຢາໂຄບ ເພາະຄຳອວຍພອນ​ທີ່ພໍ່ຂອງເພິ່ນໄດ້ໃຫ້ແກ່ເຂົາ. ເອຊາວໄດ້ເວົ້າໃນໃຈຂອງເພິ່ນວ່າ, "ວັນເວລາແຫ່ງຄວາມໂສກເສົ້າສຳລັບ​ພໍ່​ຂອງເຮົາ ກໍາລັງ​​ເຂົ້າ​ມາ​ໃກ້; ຫລັງຈາກ​ນັ້ນ​ ເຮົາ​ກໍ​ຈະ​ຂ້າ​ນ້ອງຊາຍຂອງເຮົາຄືຢາໂຄບ​."​ 42 ຖ້ອຍຄຳ​​ຂອງ​ເອຊາວ​ ລູກຊາຍກົກຂອງນາງໄດ້ຖືກນຳມາບອກໃຫ້ເຣເບກາຮູ້. ດັ່ງນັ້ນນາງຈຶ່ງ​ໄດ້ໃຊ້​ຄົນ​ໄປ ແລະ​ເອີ້ນ​ຢາໂຄບ​ລູກຊາຍຜູ້ເປັນນ້ອງມາ ແລະ​ເວົ້າກັບເຂົາ​ວ່າ, "ເບິ່ງເຖີດ, ​ອ້າຍ​ຂອງ​ເຈົ້າ​ເອຊາວກຳລັງປອບໃຈຕົວເອງກ່ຽວກັບເຈົ້າໂດຍການ​ວາງແຜນທີ່​ຈະ​ຂ້າ​ເຈົ້າ. 43 ບັດນີ້, ລູກຊາຍຂອງ​ແມ່ເອີຍ, ຈົ່ງເຊື່ອຟັງແມ່​ ແລະຫນີໄປຫາລາບານ, ອ້າຍຂອງແມ່ທີ່ເມືອງຮາຣານ. 44 ຈົ່ງ​ຢູ່ກັບເຂົາຊົ່ວໄລຍະ​ຫນຶ່ງ​, ຈົນກວ່າ​ຄວາມໂກດຮ້າຍຂອງອ້າຍ​ເຈົ້າຈະລົດລົງ, 45 ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ຫັນໄປຈາກເຈົ້າ, ແລະເຂົາລືມໃນສິ່ງທີ່ເຈົ້າໄດ້ກະທຳແກ່ເຂົາ. ຈາກນັ້ນ​ແມ່​​ຈະ​ໃຊ້​ຄົນ​ໄປ​ແລະຮັບ​ເຈົ້າ​ກັບຄືນ​ມາຈາກທີ່ນັ້ນ. ເປັນຫຍັງ​​ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ?" 46 ນາງ​ເຣເບກາໄດ້​ເວົ້າ​ກັບອີຊາກ​ວ່າ, "ຂ້ອຍ​ເບື່ອຊີວິດເພາະລູກສາວທັງຫລາຍຂອງຊາວຮິດຕີ​. ຖ້າ​ຢາໂຄບ​ຮັບເອົາ​ລູກສາວຂອງ​ຊາວ​ຮິດຕີ​ຄົນໃດຄົນຫນຶ່ງ, ມາ​ເປັນ​ເມຍ​ເຫມືອນຜູ້ຍິງເຫລົ່ານີ້, ລູກສາວຂອງແຜ່ນດິນນີ້ບາງຄົນ, ຊີວິດຂອງ​ຂ້ອຍ​ຈະມີປະໂຫຍດຫຍັງ."