​ບົດ​ທີ 26

1 ບັດນີ້ໄດ້ເກີດມີ​ການ​ອຶດຢາກ​ອາຫານ​ໃນ​ແຜ່ນດິນ,​ ນອກເຫນືອໄປຈາກທີ່ເຄີຍເກີດຂຶ້ນຄັ້ງ​ໃນ​ສະໄຫມ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫລັກ, ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ. 2 ພຣະຢາເວ​ໄດ້​ປາກົດ​ແກ່​ເຂົາແລະ​ບອກ​ເພິ່ນ​ວ່າ, "ຢ່າ​ລົງໄປ​ຍັງ​ອີຢິບ; ຈົ່ງ​ຢູ່​ໃນ​ແຜ່ນດິນ​​ທີ່​ເຮົາ​ບອກ​ໃຫ້ເຈົ້າ​ອາໄສຢູ່. 3 ຈົ່ງຢູ່ໃນ​ແຜ່ນດິນແຫ່ງ​ນີ້ແຫລະ, ແລະເຮົາ​ຈະ​ຢູ່​ນຳ​ເຈົ້າ​ ແລະອວຍພອນ​ເຈົ້າ, ສຳລັບເຈົ້າ​ ແລະເຊື້ອສາຍ​ທັງຫລາຍຂອງ​ເຈົ້າ, ເຮົາ​ຈະ​ໃຫ້ແຜ່ນດິນທັງຫມົດເຫລົ່ານີ້, ແລະເຮົາຈະເຮັດໃຫ້​ຄຳ​ສັນຍາຊຶ່ງ​ເຮົາ​ໄດ້​ໃຫ້ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້ານັ້ນ​ສຳເລັດ. 4 ເຮົາ​ຈະ​ໃຫ້​​ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ ເຫມືອນດວງດາວ​ທັງຫລາຍໃນ​ທ້ອງຟ້າ, ແລະ​ເຮົາ​ຈະໃຫ້ດິນແດນ​ເຫລົ່າ​ນີ້​ໃຫ້​ເຊື້ອສາຍ​ທັງຫລາຍຂອງ​ເຈົ້າ. ປະຊາຊາດ​ທັງຫມົດຂອງແຜ່ນດິນນີ້ ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ. 5 ເຮົາ​ຈະ​ເຮັດສິ່ງນີ້ເພາະ​ອັບຣາຮາມ​ ໄດ້ເຊື່ອຟັງສຽງຂອງ​ເຮົາ, ແລະຮັກສາຄຳສັ່ງສອນ​ຂອງເຮົາ. ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ." 6 ດັ່ງນັ້ນ ອີຊາກ​ຈຶ່ງໄດ້​ຕັ້ງຖິ່ນທີ່​ເມືອງ​ເກຣາກ. 7 ເມື່ອ​ຜູ້ຊາຍ​ທັງຫລາຍຂອງສະຖານທີ່ນັ້ນ​ຖາມ​ເພິ່ນກ່ຽວກັບ​ເມຍ​ຂອງ​ເພິ່ນ, ເພິ່ນ​​ຕອບ​ວ່າ, "ນາງ​ເປັນ​ນ້ອງສາວ." ເພິ່ນ​ຢ້າ​ນທີ່ຈະເວົ້າ​ວ່າ, "​ນາງ​ເປັນ​ເມຍ​ຂອງຕົນ," ເພາະເພິ່ນໄດ້ຄິດວ່າ, ​​"ຜູ້ຊາຍ​ທັງ​ຫລາຍຂອງສະຖານທີ່ນີ້ຈະ​ຂ້າ​ເພິ່ນ ເພື່ອ​ເອົາ​ນາງ​ເຣເບກາ​ໄປ, ເພາະນາງ​ສວຍງາມ​ຫລາຍ." 8 ຫລັງຈາກທີ່​ອີຊາກ​ອາໄສ​ຢູ່​ທີ່ນັ້ນເປັ​ນ​ເວ​ລານານ, ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມນີ້, ແລະ​ພະອົງໄດ້ຊົງເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​, ເມຍ​ຂອງຕົນ​ຢູ່. 9 ເຈົ້າ​ອາບີເມເຫລັກ​ໄດ້ຊົງ​ເອີ້ນໃຫ້​ອີຊາກ​ມາເຂົ້າເຝົ້າພະອົງ ແລະ​ເວົ້າ​ວ່າ,"ເບິ່ງດູ, ນາງ​ຕ້ອງເປັນ​ເມຍ​ຂອງ​ເຈົ້າ​ແທ້. ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, "​ນາງ​ເປັນ​ນ້ອງສາວຂອງເຈົ້າ?" ອີຊາກ​ໄດ້​ຕອບ​ພະອົງວ່າ,"ເພາະ​ຂ້ານ້ອຍໄດ້ຄິດວ່າບາງຄົນ​ອາດຈະຂ້າ ຂ້ານ້ອຍເພື່ອເອົານາງ​ໄປ." 10 ​ອາບີເມເຫລັກໄດ້​ກ່າ​ວວ່າ, "ເຈົ້າ​ໄດ້​ເຮັດຫຍັງ​ກັບ​ເຮົາ​ດັ່ງນີ້? ຜູ້ຊາຍຄົນ​ໃດຫນຶ່ງຄົນ​ອາດໄດ້ຫລັບ​ນອນ​ກັບເມຍ​ຂອງ​ເຈົ້າ​ໄດ້ງ່າຍໆ, ແລະ ​ເຈົ້າ​ຈະນຳຄວາມຜິດມາຜິດ​ສູ່ເຮົາ." 11 ດັ່ງນັ້ນ ອາບີເມເຫລັກ​ຈຶ່ງ​ໄດ້ຊົງ​ເຕືອນ​ປະຊາຊົນ​ທັງຫມົດ​ ແລະ ກ່າວ​ວ່າ, "ຜູ້ໃດ​ແຕະຕ້ອງຜູ້ຊາຍຄົນນີ້​ຫລືເມຍ​ຂອງ​ລາວ ຜູ້ນັ້ນຈະ​ຕ້ອງຮັບໂທດ​ເຖິງ​ຕາຍ." 12 ອີຊາກໄດ້ປູກພືດ​ເທິງແຜ່ນດິນ ແລະ ເກັບກຽ່ວຜົນໃນ​ປີດ​ຽວກັນນັ້ນ, ຫນຶ່ງຮ້ອຍ​ເພາະ​ພຣະຢາເວໄດ້ຊົງ​ອວຍພຣະພອນ​ເພິ່ນ. 13 ຊາຍຄົນນັ້ນໄດ້ກາຍເປັນຄົນ​ຮັ່ງມີ, ແລະ ເພີ່ມຫລາຍ​ຂຶ້ນ ແລະ​ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນ​ຜູ້ຍິ່ງໃຫຍ່. 14 ​ເພິ່ນໄດ້​ມີ​ຝູງແກະ, ແລະ ຝູງສັດຫລວງຫລາຍ, ແລະ ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ. ຄົນ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ. 15 ບັດນີ້ ​ບໍ່ນໍ້າທັງຫມົດ ທີ່​ຄົນ​ຮັບໃຊ້​ທັງຫລາຍຂອງ​ພໍ່​ເພິ່ນ​ໄດ້​ຂຸດໄວ້​ໃນ​ສະໄຫມຂອງອັບຣາຮາມ​ພໍ່​ຂອງ​ເພິ່ນ, ພວກຄົນຟິລິດສະຕິນໄດ້ຖົມບໍ່ນ້ຳເຫລົ່ານີ້ດ້ວຍດິນ. 16 ເຈົ້າ​ອາບີເມເຫລັກ​ໄດ້​ບອກ​ກັບອີຊາກ​ວ່າ," ຈົ່ງໄປ​ຈາກ​ເຮົາເຖີດ, ເພາະເຈົ້າ​ມີ​ກຳລັງ​ຫລາຍກວ່າພວກ​ເຮົາ​." 17 ດັ່ງນັ້ນ ອີຊາກ​ຈຶ່ງ​ໄດ້ໄປ​ຈາກທີ່ນັ້ນ ແລະໄດ້ຕັ້ງ​ຖິ່ນຖານຢູ່​ໃນຮ່ອມພູ​ຂອງ​ເມືອງ​ເກຣາກ, ແລະ​ໄດ້ອາໄສ​ຢູ່​ທີ່ນັ້ນ​. 18 ອີກຄັ້ງຫນຶ່ງທີ່ອີຊາກໄດ້ຂຸດ​ບໍ່ນໍ້າເກົ່າ​ທີ່ພວກເຂົາ​ໄດ້​ຂຸດແລ້ວ, ໃນ​ສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ. ແຕ່ຄົນ​ຟີລິດສະຕິນ​ໄດ້​ຖົມບໍ່​ນໍ້າ​ເຫລົ່ານັ້ນ ຫລັງການຕາຍຂອງ​ອັບຣາຮາມ​. ອີຊາກ​ເອີ້ນ​ຊື່ບໍ່​ນໍ້າທັງຫລາຍ​ນີ້ດ້ວຍ​ຊື່​ດຽວກັນຕາມ​ທີ່​ພໍ່​ຂອງຕົນ​ໄດ້​ເອີ້ນ​ມາ​ແລ້ວ. 19 ເມື່ອຄົນ​ຮັບໃຊ້​ທັງຫລາຍຂອງ​ອີຊາກ​ໄດ້​ຂຸດບໍ່​ນໍ້າທີ່​ຮ່ອມພູ, ພວກເຂົາ​ໄດ້​ພົບ​ບໍ່ນໍ້າ​ທີ່ມີນ້ຳໄຫລ. 20 ຄົນ​ລ້ຽງສັດ​ທັງຫລາຍຂອງ​ຊາວ​​ເກຣາກ​ ໄດ້​ຖົກຖຽງ​ກັນ​ກັບ​ຄົນ​ລ້ຽງສັດ​ຂອງ​ອີຊາກ, ແລະເວົ້າ​ວ່າ,"ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ." ດັ່ງນັ້ນ ອີຊາກ​ຈຶ່ງໄດ້ເອີ້ນຊື່​ບໍ່ນໍ້າ​ນັ້ນວ່າ,"ທະເລາະ​ກັບເຂົາ." 21 ຈາກນັ້ນພວກເຂົາ​ໄດ້​ຂຸດ​ບໍ່ນໍ້າອີກ​ບໍ່ຫນຶ່ງ, ແລະພວກເຂົາກໍໄດ້​ຖົກຖຽງ​ກັນດ້ວຍບໍ່ນ້ຳນີ້ອີກ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້ໃສ່​ຊື່​ບໍ່ນໍ້ານີ້​ວ່າ,"ສັດຕຣູ." 22 ເພິ່ນ​​ໄດ້ຈາກ​ທີ່​ນັ້ນ​ໄປ ແລະ​ໄດ້ຂຸດ​ບໍ່ນໍ້າບໍ່ຫນຶ່ງ​ອີກ, ແຕ່ພວກເຂົາບໍ່ໄດ້ມີ​ການ​ຖົກຖຽງ​ກັນ​ເລື່ອງບໍ່ນ້ຳບໍ່ນີ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້ໃສ່​ຊື່​ບໍ່ນໍ້ານີ້​ວ່າ, "ອິສະຫລະພາບ." ແລະ ເພິ່ນໄດ້​ເວົ້າ​ວ່າ, "ບັດນີ້ ພຣະຢາເວ​ໄດ້​ໃຫ້​ອິສະຫລະພາບ​ແກ່​ພວກເຮົາ​, ແລະພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ແຜ່ນດິນນີ້." 23 ແລ້ວ​ອີຊາກ​ໄດ້ຂຶ້ນໄປ​ຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ. 24 ພຣະຢາເວ​ໄດ້ຊົງປາກົດ​ແກ່​ເພິ່ນ ໃນຄືນດຽວກັນນັ້ນ ແລະ ​ກ່າວ​ວ່າ, "ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ, ຢ່າຢ້ານ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ, ແລະ​ ຈະອວຍພອນ​ເຈົ້າ ແລະ ເຮັດໃຫ້ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ, ເພາະເຫັນ​ແກ່ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ." 25 ອີຊາກ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ແລະ ໄດ້​ຮ້ອງອອກ​ພຣະນາມພຣະຢາເວ. ທີ່ນັ້ນ​ເພິ່ນ​ໄດ້ຕັ້ງ​ເຕັນເພິ່ນ, ແລະ​ ຄົນຮັບໃຊ້ທັງຫລາຍ​ຂອງ​ເພິ່ນ​ໄດ້​ຂຸດ​ບໍ່ນໍ້າ​ຕື່ມ​ອີກ. 26 ຈາກເກຣາກ​ດັ່ງນັ້ນອາບີເມເຫລັກພ້ອມ​ກັບ​ອາຮູຊາດ,​ ສະ​ຫາຍ​ຂອງ​ເຂົາ, ແລະ ​ຟີໂກນ​, ແມ່ທັບ​ຂອງພະອົງໄດ້ໄປຫາເຂົາ. 27 ອີຊາກ​ໄດ້ເວົ້າກັບພວກເຂົາວ່າ, "ພວກທ່ານມາຫາຂ້ານ້ອຍເຮັດຫຍັງໃນ​ເມື່ອ​ພວກທ່ານ​ກຽດຊັງ​ຂ້ານ້ອຍ ແລະ ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ?" 28 ພວກເຂົາໄດ້​ຕອບ​ວ່າ,"ເຮົາ​ໄດ້ເຫັນຢ່າງຊັດເຈນ​ແລ້ວ​ວ່າ​ພຣະຢາເວ​ ຊົງສະຖິດ​ຢູ່​ກັບ​ເຈົ້າ. ດັ່ງນັ້ນເຮົາ​ຈຶ່ງໄດ້ຕັດ​ສິນໃຈແລ້ວວ່າ​​ ຄວນ​ຈະໃຫ້ມີ​ການ​ໃຫ້ສັດຈະສາບານລະຫວ່າງພວກເຮົາຄືລະຫວ່າງເຮົາ​ກັບທ່ານ. ໃຫ້ເຮົາເຮັດພັນທະສັນຍາກັບທ່ານ, 29 ທີ່ທ່ານຈະ​ບໍ່​ທຳຮ້າຍ​ພວກເຮົາ ເຊັ່ນດຽວກັນ, ເຮົາ​ຈະບໍ່ທຳຮ້າຍ​ທ່ານ, ແລະເຫມືອນທີ່ເຮົາ​ໄດ້ດູແລທ່ານເປັນຢ່າງດີ​. ແລະສົ່ງທ່ານຈາກມາຢ່າງສັນຕິ, ທ່ານ​ເປັນຜູ້ທີ່ພຣະຢາເວ​​ອວຍພຣະພອນ​ຈິງໆ." 30 ດັ່ງນັ້ນອີຊາກ​ຈຶ່ງໄດ້​ລ້ຽງ​ອາຫານ​ພວກເພິ່ນ, ແລະພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​. 31 ພວກເຂົາໄດ້​ຕື່ນແຕ່ເຊົ້າ​ມືດ​ ແລະເຮັດຄຳສາບານ​ຕໍ່​ກັນ ແລະກັນ. ຈາກນັ້ນອີຊາກ​ໄດ້​ສົ່ງ​​ພວກເພິ່ນໄປ, ແລະ​ພວກເພິ່ນ​ໄດ້​ຈາ​ກໄປຢ່າງ​ສັນຕິ. 32 ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ມາ ​ແລະບອກ​ເພິ່ນກຽ່ວກັບບໍ່ນໍ້າທີ່ພວກເຂົາໄດ້ຂຸດ. ພວກເຂົາກ່າວວ່າ,"ພວກເຮົາ​ໄດ້​ພົບ​ນໍ້າແລ້ວ." 33 ເພິ່ນ​ໄດ້ໃສ່​ຊື່​ບໍ່ນໍ້ານັ້ນວ່າ, "ສາບານ" ເມືອງນັ້ນຈຶ່ງ​ຖືກເອີ້ນ​ຊື່​ວ່າເບເອນເຊບາ, ຈົນເຖິງທຸກວັນນີ້. 34 ເມື່ອ​ເອຊາວ​ອາຍຸ​ໄດ້ ສີ່ສິບປີ, ເຂົາໄດ້ມີເມຍຄື, ນາງ​ຢູດິດ ​ລູກສາວ​ຂອງ​ເບເອຣີຄົນຮິດຕີ, ແລະ​ນາງ​ບາເສມາດ​ ລູກສາວ​ຂອງ​ເອໂລນຄົນຮິດຕີ. 35 ພວກເຂົາໄດ້ນຳຄວາມໂສກເສົ້າມາສູ່​ອີຊາກ​ ແລະ​ນາງ​ເຣເບກາ.