​ບົດ​ທີ 25

1 ອັບຣາຮາມ​ໄດ້​ມີເມຍອີກຄົນຫນຶ່ງ​, ນາງຊື່​ວ່າ ເກຕູຣາ. 2 ນາງ​ໄດ້ເກີດລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ, ແລະ​ຊູອາ. 3 ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ, ເຊື້ອສາຍທັງຫລາຍ​ຂອງ​ເດດານຄື: ຄົນອັດຊູຣີມ, ຄົນເລຕູຊີມ, ແລະ​ຄົນເລອຸມມີມ. 4 ລູກຊາຍ​ທັງຫລາຍຂອງ​ມີດີອານຄື: ເອຟາ, ເອເຟ, ຮານົກ, ອາບີດາ, ແລະ​ເອນດາອາ. ​ທັງຫມົດ​ເຫລົ່ານີ້ຄືເຊື້ອສາຍທັງຫລາຍ​ຂອງ​ນາງ​ເກຕູຣາ. 5 ອັບຣາຮາມ​ໄດ້ຍົກສິ່ງທີ່ເຂົາເປັນເຈົ້າຂອງທັງຫມົດ​ໃຫ້ກັບ​ອີຊາກ. 6 ຢ່າງໃດກໍ​ຕາມ, ໃນຂະນະທີ່ເພິ່ນຍັງມີຊີວິດຢູ່ໄປ, ເພິ່ນ​ໄດ້​ໃຫ້​ສິ່ງຂອງ​ຫລາຍຢ່າງໃຫ້​ແກ່ລູກຊາຍ​ທັງຫລາຍ ທີ່​ໄດ້​ຈາກ​ເມຍ​ນ້ອຍຂອງເພິ່ນ ແລະໄດ້ສົ່ງ​ພວກເຂົາ​ໄປ​ຍັງ​ດິນແດນ​ທາງທິດ​ຕາເວັນອອກ, ໄປຈາກອີຊາກລູກຊາຍຂອງເພິ່ນ. 7 ເຫລົ່ານີ້ເປັນຊວ່ງເວລາແຫ່ງຊີວິດຂອງອັບຣາຮາມ ເຂົາ​ມີ​ອາຍຸ​ທັງຫມົດ, 175 ປີ. 8 ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ຕາຍ​​ໃນ​ຂະນະ​ທີ່​ເຂົາແກ່ຫລາຍແລ້ວ, ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ, ແລະ​ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ. 9 ອີຊາກ ​ແລະ​ອິດຊະມາເອນ, ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຝັງສົບ​ເພິ່ນ​ໄວ້ ທີ່​ຖໍ້າ​ແຫ່ງມັກເປລາ​, ໃນ​ທີ່ນາ​​ຂອງ​ເອຟະໂຣນ ລູກຊາຍຂອງໂຊຮາຄົນຮິດຕີ, ຊຶ່ງຢູ່ໃກ້ເມືອງ​ມຳເຣ. 10 ທີ່ນາ​​ນີ້​ອັບຣາຮາມ​ໄດ້​ຊື້​ຈາກ​ລູກຊາຍທັງຫລາຍຂອງຊາວ​ຮິດຕີ. ອັບຣາຮາມໄດ້ຖືກຝັງໄວ້ທີ່ນັ້ນ​ກັບຊາຣາ​ເມຍ​ຂອງ​ເພິ່ນ. 11 ພາຍຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ, ພຣະເຈົ້າ​ໄດ້​ຊົງອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ, ແລະອີຊາກໄດ້ອາໄສ​ຢູ່​ໃກ້ກັບເບເອີລາໄຮຣອຍ, ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ. 12 ຕໍ່ໄປນີ້ເປັນເຊື້ອສາຍທັງຫລາຍຂອງອິດຊະມາເອນ,​ ລູກຊາຍຂອງອັບຣາຮາມ, ຜູ້​ທີ່​ນາງ​ຮາກາ​ຊາວ​ອີຢິບ​, ຍິງຮັບໃຊ້ຂອງ​ນາງ​ຊາຣາ ເກີດ​ໃຫ້​ອັບຣາຮາມ​ນັ້ນ. 13 ເຫລົ່ານີ້ຄືລາຍຊື່ລູກຊາຍທັງຫລາຍຂອງອິດຊະມາເອນ, ຕາມ​ລະດັບ​ການ​ເກີດ ຂອງພວກເຂົາຄື: ເນບາໂຢດ, ລູກຫົວປີຂອງອິດຊະມາເອນ, ເກດາ, ອັດເບເອນ, ມິບສາມ, 14 ມີຊະມາ, ດູມາ, ມາສາ, 15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ, ແລະ​ເກເດມາ. 16 ຄົນເຫລົ່າ​ນີ້ເປັນ​ລູກຊາຍທັງຫລາຍຂອງອິດຊະມາເອນ,​​ ແລະ​ເຫລົ່ານີ້ເປັນລາຍຊື່​ຂອງ​ພວກເຂົາ​, ໂດຍໄດ້ຖືຕາມຫມູ່ບ້ານທັງຫລາຍຂອງພວກເຂົາ, ແລະໂດຍໄດ້ຖືຕາມການຕັ້ງຄ້າຍທັງຫລາຍຂອງພວກເຂົາ. ເຈົ້າຊາຍສິບສອງພະອົງຕາມເຜົ່າທັງຫລາຍຂອງພວກເຂົາ. 17 ເຫລົ່ານີ້ຄືປີທັງຫລາຍຂອງຊີວິດອິດຊະມາເອນ​ຄື, 137 ປີ. ເຂົາໄດ້ຊິ້ນລົມຫາຍໃຈ, ແລະເສຍຊີວິດ ແລະຖືກລວບລວມໄວ້ກັບພວກຄົນທັງຫລາຍຂອງເຂົາ. 18 ພວກເຂົາໄດ້​ອາໄສ​ຕັ້ງແຕ່​ເມືອງ​ຮາວີລາ​ຈົນເຖິງ​ຊູເຣ, ທີ່​ຢູ່ໃກ້ປະເທດ​ອີຢິບໄປ​ທາງປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ. 19 ນີ້​ແມ່ນ​ເລື່ອງລາວ​ກ່ຽວກັບ​ອີຊາກ, ລູກຊາຍ​ຂອງ​ອັບຣາຮາມ: ອັບຣາຮາມເປັນຜູ້ໃຫ້ກຳເນີດອີຊາກ. 20 ອີຊາກ​ອາຍຸ​ໄດ້ ສີ່ສິບ ປີ ເມື່ອ​ເຂົາໄດ້​ເຣເບກາເປັນເມຍຂອງເຂົາ, ​ລູກສາວ​ຂອງ​ເບທູເອນ, ຄົນອາຣຳ, ຊາວເມືອງ​ປັດດານອາຣຳ ແລະ​ເປັນ​ນ້ອງສາວ​ຂອງ​ລາບານ ຄົນອາຣຳ. 21 ແລະ ພຣະຢາເວໄດ້ຊົງ​ຕອບ​ຄຳ​​ອະທິຖານ​ຂອງ​ເຂົາ, ແລະ​ນາງ​ເຣເບກາ​ເມຍຂອງເຂົາຈຶ່ງ​ຕັ້ງ​ທ້ອງ. 22 ລູກ​ຝາແຝດທັງສອງ​ໄດ້​ບຽດກັນ​ຢູ່​ໃນ​ທ້ອງຂອງນາງ, ແລະນາງ​ໄດ້​ເວົ້າ​ວ່າ, "ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບ​ຂ້ານ້ອຍ​?" ນາງ​ໄດ້ໄປແລະທູນ​ຖາມ​ພຣະຢາເວ​ກ່ຽວກັບ​ເລື່ອງ​ນີ້. 23 ພຣະເຈົ້າຢາເວໄດ້​ຕອບ​ກັບນາງ​ວ່າ," ມີ​ຄົນສອງ​ຊົນຊາດ​​ຢູ່​ໃນ​ທ້ອງຂອງເຈົ້າ, ແລະ ທັງສອງຊົນຊາດຈະແຍກຈາກກັນໃນເຈົ້າ. ຊົນ​ຊາດຫນຶ່ງ​​ຈະ​ແຂງແຮງ​​ກວ່າອີກຊົນຊາດຫນຶ່ງ, ແລະ ຄົນທີ່ມີອາຍຸຫລາຍກວ່າ​ຈະ​ຮັບໃຊ້​ຜູ້​ຄົນ​ທີ່ມີອາຍຸນ້ອຍກວ່າ." 24 ເມື່ອ​ເຖິງ​ກຳນົດ​ເວລາສຳລັບ, ນາງ​ໄດ້​ທີ່ຈະເກີດ​ລູກ, ເບິ່ງເຖີດມີເດັກ​ຝາແຝດຢູ່ໃນທ້ອງຂອງນາງ. 25 ຜູ້​ທີ່​ອອກ​ມາ​ກ່ອນ​ຕົວແດງ​ແລະ​ມີ​ຂົນປົກຄຸມ​ເຕັມ​ຕົວ. ພວກເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ເຂົາ​ວ່າ ເອຊາວ. 26 ຫລັງຈາກນັ້ນ, ຜູ້​ທີ​ສອງ​ໄດ້ອອກ​ມາ​ມື​ຈັບ​ສົ້ນຫນ່ອງ​ຂອງ​ເອຊາວ​ໄວ້. ເຂົາ​ຈຶ່ງ​ຖືກຕັ້ງຊື່​ວ່າ ຢາໂຄບ. ອີຊາກ​ມີອາຍຸ​ໄດ້ ຫົກສິບປີ. ເມື່ອເມຍຂອງເຂົາໄດ້ເກີດລູກຊາຍໃຫ້ເຂົາ. 27 ພວກເດັກນັ້ນ​ໄດ້ເຕີບ​ໂຕຂຶ້ນ​ມາ, ແລະ​ເອຊາວ​ກາຍເປັນ​ນາຍພານ​ທີ່​ຊຳນິ​ຊຳນານ, ຜູ້ຊາຍແຫ່ງທ້ອງທົ່ງ; ສ່ວນ​ຢາໂຄບ​ເປັນ​ຜູ້ຊາຍທີ່ງຽບໃຊ້ເວລາຂອງເຂົາຢູ່ໃນເຕັນ. 28 ອີຊາກ​ຮັກເອຊາວ​ເພາະ​ເພິ່ນ​ໄດ້​ກິນ​ຊີ້ນສັດ​ທີ່​ລາວ​ຫາ​ມາ​ໄດ້, ແຕ່​ເຣເບກາ​ນັ້ນ​ຮັກ​ຢາໂຄບ. 29 ມື້​ຫນຶ່ງ ​ຢາໂຄບໄດ້ຕົ້ມອາຫານ​​ເອຊາວ​ໄດ້ກັບ​ມາ​ຈາກທົ່ງນາ, ແລະເຂົາເມື່ອຍອ່ອນຈາກຄວາມ​ຫີວ​. 30 ເອຊາວໄດ້ເວົ້າ​ກັບ​ຢາໂຄບ​ວ່າ, "ໃຫ້ຂ້ອຍ​ຂໍ​ກິນ​ແກງ​ຫມາກຖົ່ວແດງ​ຂອງ​ເຈົ້າ​ຈັກ​ຄຳ​ແດ່, ກາລຸນາເທາະເພາະ​ຂ້ອຍ​ຫມົດແຮງແລັວ!" ນີ້ຄືເຫດຜົນ​ທີ່​ເອີ້ນຊື່ເຂົາ​ວ່າ ເອໂດມ. 31 ຢາໂຄບຕອບວ່າ, "ຈົ່ງຂາຍສິດລູກຫົວປີຂອງເຈົ້າໃຫ້ຂ້ອຍ​ກ່ອນ." 32 ເອຊາວໄດ້​ເວົ້າ​ວ່າ, "ເບິ່ງເທາະ, ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ." 33 ຢາໂຄບ​ຈຶ່ງ​ຕອບ​ວ່າ, "ກ່ອນອື່ນຈົ່ງສາບານ​ໃຫ້ຂ້ອຍ" ດັ່ງນັ້ນເອຊາວຈຶ່ງໄດ້ກ່າວຄຳສັດຈະສາບານ ແລະ​ດ້ວຍວິທີນີ້ເຂົາໄດ້ຂາຍ​ສິດ​ລູກຫົວປີຂອງເຂົາ​ໃຫ້​ຢາໂຄບ. 34 ​ຢາໂຄບ​ກໍ​ເອົາ​ເຂົ້າຈີ່ ​ແລະ​ແກງ​ຫມາກຖົ່ວ​ແດງຕົ້ມໃຫ້​ແກ່ເອຊາວ, ລາວ​ໄດ້ກິນ ​ແລະ​ດື່ມ​ຈາກນັ້ນກໍລຸກຂຶ້ນ​ແລ້ວ​ກໍ​ຈາກໄປຕາມທາງຂອງເຂົາ. ໃນການນີ້ເອຊາວ​ໄດ້​ຫມິ່ນປະຫມາດ​ສິດ​ລູກຫົວປີຂອງເຂົາ.