​ບົດ​ທີ 24

1 ຂະນະນັ້ນອັບຣາຮາມ​ກໍ​ເຖົ້າແກ່​ ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ ແລະ​ພຣະຢາເວ​ໄດ້​ຊົງອວຍພອນ​ອັບຣາຮາມໃນທຸກສິ່ງ​ທຸກຢ່າງ​. 2 ເພິ່ນ​ໄດ້ເວົ້າ​ກັບ​ຄົນ​ຮັບໃຊ້​ຂອງເພິ່ນຄົນທີ່​ມີອາຍຸຫລາຍທີ່ສຸດໃນຄົວເຮືອນຂອງເພິ່ນ ແລະເປັນຜູ້ຊຶ່ງດູແລທຸກສິ່ງທຸກຢ່າງທີ່ເພິ່ນມີກ່າວ​ວ່າ, "ຈົ່ງ​ວາງ​ມື​ຂອງເຈົ້າໃສ່​ວ່າງ​ຂາອ່ອ​ນຂອງຂ້ອຍ. 3 ແລະຂ້ອຍຈະ​ໃຫ້​ເຈົ້າ​ສາບານ​, ໃນ​ນາມ​ຂອງ​ພຣະຢາເວ ພຣະເຈົ້າ​ແຫ່ງ​ທ້ອງຟ້າ ແລະ​ພຣະເຈົ້າຂອງແຜ່ນດິນ​​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ໃຫ້​ລູກຊາຍ​ຂອງຂ້ອຍ ຈາກລູກສາວທັງຫລາຍຂອງຄົນການາອານ, ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ. 4 ແຕ່​​ເຈົ້າຈົ່ງ​ກັບ​ໄປຍັງດິນແດນ​ຂອງຂ້ອຍ, ແລະ​ພວກ​ຍາດພີ່ນ້ອງຂອງເຮົາແລະຫາ​ເມຍ​ໃຫ້​ອີຊາກ​ລູກຊາຍຂອງຂ້ອຍ." 5 ​ຄົນ​ຮັບໃຊ້​ນັ້ນໄດ້ຖາມອັບຣາຮາມວ່າ, "ຖ້າຍິງ​ນັ້ນບໍ່ເຕັມໃ​ຈທີ່ຈະຕິດຕາມຂ້ານ້ອຍ ກັບ​ມາ​​ດິນແດນ​ນີ້ເດ? ​ຂ້ານ້ອຍຈະ​ພາ​ລູກຊາຍ​ຂອງທ່ານກັບ​ໄປຍັງແຜ່ນດິນ​ທີ່ທ່ານຈາກມານັ້ນ​ບໍ?" 6 ອັບຣາຮາມໄດ້​ຕອບ​ເຂົາວ່າ, "ລະວັງ ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ! 7 ພຣະຢາເວ, ພຣະເຈົ້າ​ແຫ່ງ​ຟ້າສະ​ຫວັນ, ຜູ້ໄດ້​ຊົງນຳຂ້ອຍອອກມາ​ຈາກ​ບ້ານຂອງ​ພໍ່ ແລະ ​ຈາກແຜ່ນດິນຂອງພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ ຜູ້ໄດ້ຊົງ​ສັນຍາ​ກັບເຮົາດ້ວຍຄຳສາບານທີ່ຫນັກແຫນ້ນແນ່ນອນ, ກ່າວວ່າ ເຮົາຈະ​ມອບແຜ່ນດິນນິ້​ໃຫ້​ແກ່ຜູ້ທີ່ສືບ​ເຊື້ອສາຍ​ຂອງເຈົ້າ,' ພຣະອົງ​ຈະ​ຊົງສົ່ງ​ທູດສະຫວັນ​ຂອງ​ພຣະອົງ​ນຳ​ຫນ້າ​ໄປ, ເເລະ ​ເຈົ້າ​ຈະ​ໄດ້​ເມຍ​ສຳລັບໃຫ້​ລູກຊາຍ​ຂອງຂ້ອຍ​ຈາກທີ່ນັ້ນ. 8 ແຕ່ຖ້າ​ຍິງ​ນັ້ນ​ບໍ່​ເຕັມ​ໃຈທີ່ຈະຕິດຕາມເຈົ້າມາ​ນັ້ນ, ກໍຫມາຍຄວາມວ່າ ເຈົ້າ​ເປັນອິສະຫລະ​ຈາກ​ຄຳ​ສາບານທີ່ໃຫ້ໄວ້ກັບເຮົາ. ພຽງແຕ່​ເຈົ້າ​ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​." 9 ຄົນ​ຮັບໃຊ້ນັ້ນກໍໄດ້ເອົາ​ມືຂອງເຂົາວາງ​ທີ່ໃຕ້ຂາອ່ອນ​ຂອງອັບຣາຮາມ​ເຈົ້ານາຍ​ຂອງ​ຕົນ, ແລະ​ສາບານ​​ຕໍ່ທ່ານກ່ຽວກັບເລື່ອງນີ້​. 10 ຄົນ​ຮັບໃຊ້​ນັ້ນ ໄດ້ນຳ​ເອົາ​ອູດ​ສິບ​ໂຕ​ຂອງເຈົ້ານາຍຂອງເຂົາ ແລະອອກ​ເດີນທາງ. ເຂົາໄດ້ນຳ​ຂອງຂວັນຊະນິດຕ່າງໆ​ຈາກເຈົ້ານາຍຂອງເຂົາໄປກັບເຂົາດ້ວຍ​. ເຂົາໄດ້ອອກເດີນທາງ ​ແລະໄປຍັງ​ດິນແດນເມໂຊໂປຕາເມຍ, ໄປເມືອງຂອງນາໂຮ. 11 ເຂົາໄດ້ໃຫ້ພວກ​ອູດ​ຄຸເຂົ່າ​ລົງ​ ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງນັ້ນ ມັນເປັນເວລາຄ່ຳ. ເປັນເວລາທີ່​ພວກຜູ້ຍິງ​ຈະ​ອອກ​ມາ​ຕັກ​ນໍ້າ. 12 ເຂົາຈຶ່ງໄດ້ກ່າວວ່າ,"ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ເຈົ້າ​ນາຍ​ຂອງ​ຂ້ານ້ອຍ ໃນວັນນີ້ຂໍພຣະອົງປຣະທານ ສິ່ງທີ່​ມີ​ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ ແລະ​ສຳແດງ​ພັນທະສັນຍາ​ທີ່ສັດຊື່ແກ່ອັບຣາຮາມເຈົ້ານາຍ​ຂອງ​ຂ້ານ້ອຍ​. 13 ເບິ່ງເຖີດ, ຂະນະທີ່ຂ້ານ້ອຍ​ກຳລັງ​ຢືນຢູ່​ທີ່​ນໍ້າພຸ, ແລະພວກລູກສາວ​ຂອງຜູ້ຊາຍທັງຫລາຍຂອງ​ເມືອງນີ້​ກຳລັງ​ອອກ​ມາ​ຕັກ​ນໍ້າ. 14 ຂໍໃຫ້ສິ່ງນີ້ເກີດຂຶ້ນເຖີດ. ເມື່ອຂ້ານ້ອຍເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ,​ຂໍລົດໄຫນໍ້າ​​ຂອງ​ເຈົ້າ​ລົງໃຫ້ເຮົາດື່ມນ້ຳແດ່, ແລະນາງ​ຈະເວົ້າກັບຂ້ານອ້ຍ​ວ່າ, ຈົ່ງ​ດື່ມ​ເຖີດ, ແລະຂ້ອຍຈະ​ເອົາ​ນຳ້ໃຫ້​ຝູງ​ອູດ​ຂອງ​ທ່ານກິນ​ນຳ​ດ້ວຍ, ຂໍ​ໃຫ້​ນາງ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ກ​ຳນົດໄວ້​ໃຫ້​ສຳລັບອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​. ຄືດ້ວຍການນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງໄດ້ຊົງສຳແດງ​​ພັນທະສັນຍາ ທີ່ສັດຊື່​​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ." 15 ເວລາຜ່ານໄປແມ່ນວ່າເຂົາຍັງເວົ້າບໍ່​ຈົບ​ ເບິ່ງເຖີດ, ນາງ​ເຣເບກາ​ໄດ້ອອກມາພ້ອມດວ້ຍ​ໄຫ​ນໍ້າ​ແບກເທິງບ່າຂອງນາງ, ເຣເບກາ​ເປັນ​ລູກສາວ​ຂອງ​ເບທູເອນ,​ລູກຂອງ​ມີລະກາ, ເມຍ​ຂອງ​ນາໂຮ,​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ. 16 ຍິງ​ສາວ​ນັ້ນສວຍງາມຫລາຍ ແລະເປັນຍິງບໍຣິສຸດ.​ຍັງບໍ່ມີຜູ້ຊາຍຄົນໃດໄດ້ຫລັບນອນກັບນາງ. ນາງ​ໄດ້ລົງ​ມາ​ທີ່​ນໍ້າພຸ​ຕັກ​ນໍ້າ​ໃສ່ຈົນ​ເຕັມ​ໄຫຂອງນາງ, ​ແລະ​​ກັບຄືນ​ເມືອ. 17 ຄົນ​ຮັບໃຊ້​ນັ້ນຈຶ່ງໄດ້​​ແລ່ນ​ໄປ​ຫາ​ນາງ ແລະ​ເວົ້າ​ວ່າ,"ຂ້ອຍ​ຂໍ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ໃຫ້ເຮົາດື່ມແດ່." 18 ນາງໄດ້​ຕອບ​ວ່າ,"ຈົ່ງດື່ມເຖີດ, ເຈົ້ານາຍຂອງຂ້ອຍ" ແລະນາງ​ກໍໄດ້ປົງ​ໄຫ​ນໍ້າ​ລົງ​ຈາກ​ບ່າ​, ແລະ​ໃຫ້​ລາວ​ດື່ມ. 19 ເມື່ອນາງໄດ້ໃຫ້​ລາວດື່ມ​ອີ່ມ​ແລ້ວ, ນາງ​ຈຶ່ງ​ເວົ້າ​ວ່າ, "ຂ້ອຍຈະ​ຕັກ​ນໍ້າ​ໃຫ້​ໂຕ​ອູດ​ຂອງ​ທ່ານ, ຈົນ​ກວ່າພວກມັນຈະ​ກິນ​ອີ່ມ​ຫມົດ​ທຸກ​ໂຕ." 20 ດັ່ງນັ້ນນາງຈຶ່ງຟ້າວ​ຖອກ​ນໍ້າ​ໃນ​ໄຫ​ນ້ຳຂອງນາງລົງໃນ​ຮາງນ້ຳ ແລະ​ຟ້າວ​ແລ່ນ​ໄປ​ຕັກ​ມາ​ຖອກ​ໃສ່​ອີກ, ແລະຕັກນ້ຳສຳລັບ​ອູດ​ທັງຫມົດຂອງເຂົາ. 21 ຜູ້ຊາຍ​ຄົນ​ນັ້ນ​ຢືນ​ເບິ່ງ​ນາງ​ຢ່າງ​ງຽບໆ​ເພື່ອ​ຢາກ​ຈະ​ຮູ້​ວ່າ ພຣະຢາເວ​ໄດ້ຊົງເຮັດໃຫ້​ການເດີນທາງຂອງເຂົາປະສົບຄວາມ​ສຳເລັດ​​ຫລື​ບໍ່. 22 ເມື່ອ​ພວກ​ອູດ​ໄດ້ກິນນ້ຳ​ອີ່ມແລ້ວ,​ ຄົນ​ຮັບໃຊ້​ນັ້ນໄດ້ນຳ​ເອົາ​ແຫວນ​ຄຳ​​ສຳລັບໃສ່​ດັງ​ຂອງ​ນາງ, ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ຫນຶ່ງ​ສຳລັບໃສ່ແຂນຂອງ​ນາງອອກມາ. 23 ແລະໄດ້​ເວົ້າ​ວ່າ,"ເຈົ້າເປັນລູກສາວຂອງໃຜ? ຂໍກະລຸນາ, ບອກ​ຂ້ອຍ​ແດ່​​ວ່າທີ່ບ້ານພໍ່ຂອງ​​ເຈົ້າ​ມີ​ບ່ອນ​​ພັກ ທີ່ຈະໃຫ້ເຮົາໄດ້ພັກຄ້າງຄືນ​ແດ່​ບໍ?" 24 ນາງໄດ້​ຕອບ​ເຂົາວ່າ, "ຂ້ອຍ​ເປັນລູກສາວ​ຂອງ​ເບທູເອນ. ​ລູກຊາຍ​ຂອງ​ມີລະກາ, ຜູ້ທີ່ນາງໄດ້ເກີດໃຫ້ແກ່ນາໂຮ​.​" 25 ນາງໄດ້ບອກເຂົາອີກດ້ວຍວ່າ, "ເຮົາ​ມີທັງ​ເຟືອງ​ເຂົ້າ, ແລະ​ອາຫານ​ຫລວງຫລາຍ​ສຳລັບ​ສັດ, ແລະ​ຫ້ອງສຳລັບໃຫ້ທ່ານ​​ພັກ​ຄ້າງຄືນດ້ວຍ." 26 ຜູ້ຊາຍນັ້ນຈຶ່ງ​ໄດ້ໂຄ້ງຄຳນັບ ແລະນະມັດສະການ​ພຣະຢາເວ. 27 ລາວ​ເວົ້າ​ວ່າ, "ສັນຣະເສີນ​ແດ່ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ,​ເຈົ້ານາຍ​ຂອງ​ຂ້ານ້ອຍ ຜູ້ບໍ່ຊົງປະຖິ້ມພັນທະສັນຍາ​ທີ່​ສັດຊື່ ແລະຫນ້າເຊື່ອຖືໄດ້ຂອງພຣະອົງ​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ. ສຳລັບຂ້ານ້ອຍ, ພຣະຢາເວ​ໄດ້​ຊົງນຳ​ຂ້ານ້ອຍ​ມາ​ເຖິງ​ບ້ານ​ຍາດຕິ​ພີ່ນ້ອງ​ທັງຫລາຍຂອງ​ເຈົ້ານາຍຂອງຂ້ານອ້ຍ." 28 ຍິງ​ສາວ​ນັ້ນຈຶ່ງ​ໄດ້​ແລ່ນ​ໄປ​ຫາ ​ແລະບອກໃຫ້ຄົວເຮືອນຂອງແມ່ນາງກ່ຽວກັບສິ່ງ​ເຫລົ່າ​ນີ້ທັງຫມົດ. 29 ຂະນະນັ້ນ​ເຣເບກາ​ມີອ້າຍຄົນຫນຶ່ງ, ແລະເຂົາຊື່ລາບານ. ລາບານໄດ້ແລ່ນໄປຫາຜູ້ຊາຍຄົນນັ້ນ​ ຜູ້ຢູ່ທີ່ຖະຫນົນທາງໄປນ້ຳພຸ. 30 ເມື່ອເຂົາໄດ້ເຫັນແຫວນໃສ່ດັງ ແລະກຳໄລເທິງແຂນນ້ອງສາວຂອງເຂົາ, ແລະເມື່ອເຂົາໄດ້ຍິນເລື່ອງຂອງເຣເບການ້ອງສາວຂອງເຂົາ,"ນີ້ຄືສິ່ງທີ່ຜູ້ຊາຍຄົນນັ້ນ, ແລະ, ເບິ່ງເຖີດ, ເຂົາກຳລັງ​ຢືນ​​ຢູ່​ຂ້າງ​ຝູງ​ອູດ​ທີ່ນໍ້າພຸ. 31 ລາບານຈຶ່ງໄດ້​ເວົ້າ​ວ່າ,"ມາເຖີດ, ທ່ານ​ຄື​ພຣະພອນ​ຂອງພຣະຢາເວ. ເປັນຫຍັງທ່ານ​ຈຶ່ງ​ຢືນ​ຢູ່​ຂ້າງນອກ? ເຮົາໄດ້ຈັດຕຽມບ້ານ, ​​ແລະ​ທີ່​ພັກ​ສຳລັບ​ໂຕ​ອູດ​ຂອງທ່ານ​ດ້ວຍ." 32 ຜູ້ຊາຍຄົນນັ້ນໄປ​ທີ່​ບ້ານ ແລະ​ນຳ​​ຂອງລົງຈາກ​ຫລັງ​ອູດທັງຫລາຍ, ພວກອູດໄດ້​ເຟືອງ​ກັບ​ຫຍ້າ​ໃຫ້​​ກິນ, ແລະ​ນໍ້າໄດ້ຖືກຈັດຕຽມໄວ້ສຳລັບລ້າງຕີນຂອງເຂົາ​ແລະ​ຕີນຂອງພວກຜູ້ຊາຍ​ທີ່​ມາ​ນຳ​ລາວ​. 33 ພວກເຂົາໄດ້​ຈັດ​ອາຫານ​ມາ​ຕ້ອນຮັບ​ລາວ, ເພື່ອໃຫ້ລາວກິນ ແຕ່​ລາວ​ໄດ້ເວົ້າ​ວ່າ, "ຂ້ອຍ​ຈະ​ບໍ່​ກິນ​ຈົນກວ່າ​ຂ້ອຍ​ຈະ​ໄດ້​ເວົ້າ​ໃນສິ່ງ​ທີ່​ຂ້ອຍ​ຕ້ອງເວົ້າ​," ດັ່ງນັ້ນ ລາບານ​ຈຶ່ງໄດ້ເວົ້າ​ວ່າ,"ເຊີນ​ເວົ້າ​ມາ​ເທາະ." 34 ລາວໄດ້​ເວົ້າ​ວ່າ, "ຂ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ. 35 ພຣະຢາເວ​ໄດ້ຊົງ​ອວຍພອນ​ອັບຣາຮາມເຈົ້ານາຍ​ຂອງຂ້ອຍ​ຢ່າງ​ຫລວງຫລາຍ. ແລະທາ່ນເປັນຜູ້ຍິ່ງໃຫຍ່. ພຣະອົງ​ໄດ​້ປຣະທານຜູ້ຄົນ ແລະ​ຝູງສັດລ້ຽງ, ເງິນ ແລະຄຳ​ ​ຄົນ​ຮັບໃຊ້ທັງ​ຊາຍ ​ແລະຍິງ ແລະອູດແລະລໍ​ຢ່າງ​ຫລວງຫລາຍແກ່ທ່ານ. 36 ຊາຣາ​ເມຍ​ຂອງ​ນາຍ​ຂອງຂ້ອຍ​, ມີ​ລູກຊາຍ​ຜູ້ຫນຶ່ງ ແກ່ເຈົ້ານາຍຂອງຂ້ອຍ ເມື່ອ​ນາງມີອາຍຸຫລາຍແລ້ວ, ແລະ​ທ່ານໄດ້ມອບ​ທຸກສິ່ງທຸກຢ່າງ​ທີ່ທາ່ນເປັນເຈົ້າຂອງໃຫ້​ລາວ. 37 ນ​າຍຂອງຂ້ອຍ, ໃຫ້​ຂ້ອຍ​ສາບານວ່າ,​​ "ເຈົ້າ​ຕ້ອງບໍ່ຫາເມຍໃຫ້ລູກຊາຍຂອງເຮົາຈາກບັນດາລູກສາວທັງຫລາຍຂອງ​ຊາວ​ການາອານ, ຊຶ່ງເຮົາໄດ້ອາໄສຢູ່ໃນແຜ່ນດິນຂອງພວກເຂົາ. 38 ແຕ່​ເຈົ້າ, ຕ້ອງໄປ​ຫາ​​ຄອບຄົວ​ຂອງ​ພໍ່​ເຮົາ, ແລະ​ຍາດພີ່ນ້ອງ​ຂອງເຮົາ, ແລະຫາເມຍ​ໃຫ້ລູກຊາຍ​ຂອງເຮົາ." 39 ຂ້ອຍໄດ້​ເວົ້າ​ກັບ​ເຈົ້ານາຍຂອງຂ້ອຍວ່າ, "ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍມາ​." 40 ແຕ່ທ່ານໄດ້ເວົ້າກັບ​ຂ້ອຍ​ວ່າ, "ພຣະຢາເວ, ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ, ຈະ​ສົ່ງ​ທູດສະຫວັນຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ​. ດັ່ງນັ້ນເຈົ້າ​ຫາເມຍໃຫ້ລູກຊາຍຂອງເຮົາຈາກທ່າມກາງຍາດຂອງເຮົາ ແລະຈາກ​ເຊື້ອສາຍຄອບຄົວ​ຂອງ​ພໍ່​ເຮົາ. 41 ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ." 42 ດັ່ງນັ້ນວັນນີ້ຂ້ອຍໄດ້ມາ​ເຖິງ​ນໍ້າພຸ, ແລະໄດ້ເວົ້າວ່າ, "ຂ້າແດ່​ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ,​ ຂອງເຈົ້ານາຍ​ຂອງ​ຂ້ານ້ອຍ, ກາລຸນາເຖີດ,​ ຖ້າພຣະອົງຊົງປາຖະຫນາທີ່ຈະເຮັດໃຫ້​ການເດີນທາງຂອງຂ້ານ້ອຍ​ປະສົບຄວາມສຳເລັດ​. 43 ຂ້ານ້ອຍຢູ່ທີ່ນີ້, ​ກຳລັງ​ຢືນ​ຢູ່​ທີ່ແຄມນໍ້າພຸ. ຂໍໃຫ້​ມີຍິງ​ສາວ​ທີ່ອອກມາ​ຕັກ​ນໍ້າ ຂ້ານ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ, ຂ້ານ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ນາງ." 44 ຜູ້ຍິງນັ້ນທີ່ຈະເວົ້າກັບຂ້ອຍວ່າ, "ຈົ່ງ​ດື່ມ​ເຖີດ, ແລະ​ຂ້ອຍຈະເອົາ​ນໍ້າ​ໃຫ້​​ອູດທັງຫລາຍ​ຂອງ​ທ່ານ​ກິນ​ດ້ວຍ ​ຂໍ​ໃຫ້ນາງເປັນຜູ້​ຍິງ​ຜູ້ທີ່ພຣະອົງ ​ພຣະຢາເວ,​ໄດ້​ຊົງ​ເລືອກ​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ເຈົ້ານາຍຂອງ​ຂ້ານ້ອຍ." 45 ເບິ່ງເຖີດ ເຣເບກາໄດ້ອອກມາພ້ອມກັບ​ໄຫໃສ່ນ້ຳຂອງນາງ ແລະນາງໄດ້​ລົງ​ມາ​ທີ່ນໍ້າພຸ. ແລະຕັກນ້ຳຂ້ອຍຈຶ່ງໄດ້​ເວົ້າ​ກັບ​ນາງ​ວ່າ, "ກະລຸນາໃຫ້ນ້ຳດື່ມ​ແກ່ຂ້ອຍ​ແດ່ທ້ອນ." 46 ນາງ​ຈຶ່ງ​ເອົາ​ໄຫ​ນ້ຳຂອງນາງລົງ​ຈາກ​ບ່າຂອງນາງທັນທີ, ແລະ​ເວົ້າ​ວ່າ, "ຈົ່ງ​ດື່ມ​ເຖີດ, ແລະ​ຂ້ອຍ​ຈະ​ເອົາ​ນ້ຳໃຫ້​ຝູງ​ອູດ​ຂອງ​ທ່ານ​​ດ້ວຍ." ດັ່ງນັ້ນ ຂ້ອຍ​ຈຶ່ງ​ດື່ມ​ນໍ້າ, ແລະ​ນາງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ​ດ້ວຍ. 47 ຂ້ອຍໄດ້​ຖາມ​ນາງ ແລະເວົ້າ​ວ່າ,"ເຈົ້າເປັນລູກສາວ​ຂອງ​​ໃຜ?" ນາງໄດ້​ຕອບ​ວ່າ, "ລູກສາວຂອງ​ເບທູເອນ, ລູກຊາຍ​ຂອງ​ນາໂຮ​, ຜູ້ຊຶ່ງມີລະກາເປັນຜູ້ເກີດໃຫ້ແກ່ເຂົາ." ຂ້ອຍ​ຈຶ່ງ​ໄດ້ໃສ່​ແຫວນ​​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ. 48 ຈາກນັ້ນ​ຂ້ອຍ​ໄດ້ໂນ້ມຕົວລົງ ແລະນະມັດສະການ​ພຣະຢາເວ, ແລະ​ສັນຣະເສີນ​ພຣະຢາເວ​, ພຣະເຈົ້າ​ຂອງ​ອັບຣາຮາມ,​ເຈົ້ານາຍ​ຂອງຂ້ອຍ, ຜູ້​ໄດ້​ຊົງນຳ​ຂ້ອຍ​ມາຖືກທາງໃຫ້ໄດ້ມາພົບ​ລູກສາວຍາຕຂອງ​ເຈົ້ານາຍ​ຂອງຂ້ອຍ ​ສຳລັບ​ລູກຊາຍ​ຂອງ​ນາຍ​ຂ້ອຍ. 49 ມາບັດນີ້, ຖ້າ​ທ່ານໄດ້ຈັດຕຽມທີ່ຈະປະຕິບັດຕໍ່ເຈົ້ານາຍຂອງຂ້ອຍ ດ້ວຍ​ຄວາມ​ສັດຊື່​​ຂອງຄອບຄົວ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າ ກາລຸນາ​ບອກ​ຂ້ອຍ​ດ້ວຍເຖີດ. ແຕ່ຖ້າ,​​ບໍ່​ກໍ​ໃຫ້​ບອກ​ມາ ເພື່ອທີ່ຂ້ອຍ,​ຈະ​ຄວນຫັນໄປທາງຂວາ, ຫລືໄປທາງຊ້າຍ​." 50 ຈາກນັ້ນ​ລາບານ​ ແລະເບທູເອນໄດ້​ຕອບແລະເວົ້າ​ວ່າ, "ສິ່ງ​ນີ້​ໄດ້ມາຈາກພຣະຢາເວ, ເຮົາບໍ່ສາມາດກ່າວແກ່ທ່ານ, ບໍ່ວ່າດີຫລືບໍ່ດີ​. 51 ເບິ່ງເຖີດ, ​ເຣເບກາ​​ຢູ່​ຕໍ່ຫນ້າທ່ານແລ້ວ. ຈົ່ງ​ຮັບ​ນາງ ແລະໄປເຖີດ,​ ແລະນາງຄວນຈະ​ເປັນ​ເມຍຂອງ​ລູກຊາຍ​ຂອງ​ເຈົ້ານາຍຂອງທ່ານ​, ຕາມ​ທີ່​ພຣະຢາເວໄດ້​ກ່າວ​ໄວ້​." 52 ເມື່ອ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ໄດ້ຍິນ​ຖ້ອຍຄຳຂອງພວກເຂົາ, ລາວ​ໄດ້ໂນ້ມຕົວລົງເຖິງພື້ນຕໍ່​ພຣະຢາເວ. 53 ແລ້ວ​ຄົນ​ຮັບໃຊ້ ກໍ​ເອົາໄດ້​ນຳ​ເອ​ົ​າເຄື່ອງ​ເງິນ ແລະ ​ຄຳ, ແລະ ​ເສື້ອ­ຜ້າ​, ແລະ ໄດ້​ມອບໃຫ້​​ແກ່ນາງ​ເຣ­ເບ­ກາ. ລາວ​ຍັງ​ໄດ້​ເອົາ​ຂອງ­ຂວັນ​ລາ­ຄາ​ແພງ​ໃຫ້ອ້າຍ ແລະ​ ​ແມ່ຂອງ​ນາງ​ອີກ​ດ້ວຍ. 54 ຈາກນັ້ນເພິ່ນ ແລະພວກຜູ້ຊາຍທີ່ຢູ່ກັບເຂົາໄດ້ກິນ ແລະດື່ມ.​ ພວກເຂົາ​ພັກ​ຄ້າງຄືນທີ່​ນັ້ນ, ແລະເມື່ອ​ພວກເພິ່ນຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ, ​ເພິ່ນໄດ້​ເວົ້າ​ວ່າ,"ຈົ່ງ​ສົ່ງຂ້ອຍກັບ​ເມືອ​ຫາເຈົ້າ​ນາຍ​ຂອງຂ້ອຍ​ເຖີດ." 55 ອ້າຍຂອງນາງ​​ ແລະ​ແມ່​ຂອງ​ນາງໄດ້​ເວົ້າ​ວ່າ, "ຈົ່ງ​ໃຫ້​ນາງ​ຢູ່​ກັບ​ພວກເຮົາ​ອີກຈັກ​ສອງສາມວັນຢ່າງຫນ້ອຍສິບ​ວັນ, ຫລັງຈາກນັ້ນກໍຄ່ອຍໃຫ້ນາງ​ໄປ​ບໍ່ໄດ້​ບໍ." 56 ແຕ່​ເພິ່ນໄດ້ເວົ້າກັບ​ພວກເຂົາວ່າ, "ຢ່າ​ຫນ່ວງຫນ່ຽວ​ຂ້ອຍ​ໄວ້​ເລີຍ, ເພາະວ່າພຣະຢາເວ​ຊົງເຮັດ​ໃຫ້ທາງຂອງຂ້ອຍສຳເລັດ.​ ຂໍສົ່ງຂ້ອຍໄປຕາມທາງຂອງຂ້ອຍເພື່ອທີ່​ຂ້ອຍ​ຈະກັບ​ເມືອ​ຫາ​ນາຍ​ຂອງຂ້ອຍ." 57 ພວກເຂົາ​ຕອບ​ວ່າ, "ເຮົາຈະ​ເອີ້ນ​ຍິງສາວນັ້ນມາ ​ແລະຖາມ​ເບິ່ງ​ນາງ" 58 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ນາງ​ເຣເບກາ​ມາ ແລະ​ຖາມນາງ​ວ່າ, "ເຈົ້າ​ຈະ​ໄປ​ກັບ​ເພິ່ນ​ບໍ?" ນາງ​ຕອບ​ວ່າ,"ຂ້ອຍ​ຈະ​ໄປ." 59 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ສົ່ງນ້ອງສາວຂອງພວກເຂົາຄື ນາງ​ເຣເບກາ ໄປ​ພ້ອມ​ດ້ວຍ​ຍິງ​ຄົນ​ຮັບໃຊ້​ຂອງນາງ, ໃນການເດີນທາງຂອງນາງກັບຄົນຮັບໃຊ້ຂອງ​ອັບຣາຮາມ​ ແລະ​ຜູ້ຊາຍຂອງ​ລາວ. 60 ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ, ແລະເວົ້າແກ່ນາງວ່າ,"​ນ້ອງສາວຂອງເຮົາຂໍ​ໃຫ້​ເຈົ້າ​ເປັນ​ແມ່ຂອງ​ຄົນ​ຫລາຍແສນ, ແລະໃຫ້​ເຊື້ອສາຍ​ຂອງ​ເຈົ້າ ຢຶດຄອງປະຕູ​ເມືອງ​ຂອງຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.” 61 ແລ້ວ​ເຣເບກາໄດ້ລຸກຂຶ້ນ, ນາງແລະ​ພວກຍິງຄົນໃຊ້ຂອງນາງໄດ້​ຂຶ້ນອູດ, ແລະຕິດຕາມຊາຍນັ້ນໄປ ຄົນ​ຮັບໃຊ້​ນັ້ນຈຶ່ງໄດ້ນຳເຣເບກາ, ແລະໄປຕາມທາງຂອງ​ເຂົາ. 62 ຂະນະນັ້ນອີຊາກ​ກຳລັງອາໄສຢູ່ໃນເນເກບ, ແລະເຂົາຫາກໍກັບມາຈາກເບເອີ​ລາໄຮຣອຍ ເພາະ​ໃນຕອນຄ່ຳ. 63 ອີຊາກໄດ້ອອກ​ໄປ​ທີ່​ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ. ເມື່ອເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະ​ເຫັນ,​ ເບິ່ງເຖີດມີ​ອູດຫລາຍໂຕ​ກຳລັງ​ມາ. 64 ​ເຣເບກາໄ​ດ້ຫລຽວເບິ່ງ, ແລະເມື່ອນາງໄດ້ເຫັນ​ອີຊາກ ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດ. 65 ນາງໄດ້ເວົ້າກັບ​ຄົນ​ຮັບໃຊ້​ນັ້ນ​ວ່າ,"ຜູ້​ຊາຍຄົນນັ້ນທີ່​ກຳລັງ​ຍ່າງ​ໃນ​ທົ່ງນາ, ມາ​ຫາ​ພວກເຮົາ​ນັ້ນ​ແມ່ນ​ໃຜ?". 66 ຄົນຮັບໃຊ້ໄດ້ຕອບວ່າ, "ນັ້ນຄືນາຍຂອງຂ້ອຍເອງ" ດັ່ງນັ້ນນາງຈຶ່ງຢິບຜ້າຄຸມຫນ້າ ແລະປິດຫນ້ານາງເອງ ຄົນ​ຮັບໃຊ້​ນັ້ນໄດ້​ເລົ່າທຸກສິ່ງທີ່ລາວໄດ້ເຮັດ​ໃຫ້ອີຊາກ​ຟັງ. 67 ຈາກນັ້ນ​ອີຊາກ​ໄດ້​ພາ​ນາງ​​ໄປ​ທີ່​ເຕັນ ຂອງຊາຣາ​ແມ່​ຂອງຕົນ ​ເຂົາໄດ້ຮັບນາງ​ເຣເບກາໄວ້, ແລະນາງໄດ້ເປັນ​ເມຍຂອງເຂົາ, ແລະເຂົາໄດ້ຮັກ​ນາງ​. ດັ່ງນັ້ນ ອີຊາກໄດ້ຮັບການປອບໃຈຫລັງຈາກ​ທີ່ແມ່ຂອງລາວ​ໄດ້​ເສຍ​ຊີວິດ.