​ບົດ​ທີ 23

1 ນາງ​ຊາຣາ​ມີອາຍຸໄດ້ຫນຶ່ງຮ້ອຍຊາວເຈັດປີ. ນີ້ຄືປີທັງຫລາຍແຫ່ງຊີວິດຂອງຊາຣາ. 2 ຊາຣາ ໄດ້​ຕາຍໄປ​ທີ່ເມືອງ​ເຮັບໂຣນ,​ໃນ​ແຜ່ນດິນ​ການາອານ, ແລະ​ອັບຣາຮາມ​ໄດ້ໂສກເສົ້າເສຍໃຈ​ໄວ້ທຸກ​ໃຫ້ກັບ​ນາງຊາຣາ. 3 ຈາກນັ້ນອັບຣາຮາມໄດ້ລຸກຂຶ້ນ ແລະໄດ້ໄປຈາກເມຍທີ່ຕາຍໄປແລ້ວຂອງເຂົາ,​ ແລະ​ໄດ້ເວົ້າ​ກັບ​ບັນດາລູກຊາຍທັງຫລາຍຂອງຊາວ​ຮິດຕີ​ວ່າ, 4 "ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວຄົນຫນຶ່ງ​​ຢູ່​ທ່າມກາງ​ພວກທ່ານ. ກະລຸນາໃຫ້ທີ່ດິນ​​ເປັນບ່ອນ​ຝັງສົບທ່າມກາງພວກທ່ານ, ເພື່ອທີ່ຂ້ານ້ອຍຈະໄດ້ຝັງ​ຊາກ​ຮ່າງ​ກາຍ​ທີ່ຕາຍ​ຂອງ​ຂ້ານ້ອຍ​." 5 ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້​ຕອບ​ອັບຣາຮາມ, ກ່າວ​ວ່າ, 6 "ຈົ່ງ​ຟັງ​ເຮົາ​ເຈົ້ານາຍຂອງເຮົາ. ​ທ່ານ​ຄືເຈົ້າຊາຍຂອງພຣະເຈົ້າທ່າມກາງພວກເຮົາ. ຈົ່ງ​ຝັງສົບ​ເມຍ​ຂອງທ່ານ​ໃນ​ຂຸມຝັງສົບ​ທີ່ດີ​ທີ່ສຸດ​ຂອງ​ພວກເຮົາ​ເຖີ້ນ. ບໍ່ມີໃຜໃນ​ພວກເຮົາ​​ຈະ​ປະຕິເສດບໍ່ໃຫ້ອູບມຸງຂອງເຂົາໃຫ້ແກ່​ທ່ານ, ເພື່ອທີ່ທ່ານຈະ​ຝັງສົບ​ຄົນຕາຍ​ຂອງທ່ານ." 7 ​ ອັບຣາຮາມ​ໄດ້ລຸກຂຶ້ນ ແລະ​ກົ້ມ​ລົງຄຳນັບ​ຊາວແຜ່ນດິນນັ້ນ, ລຸກຊາຍທັງຫລາຍຂອງຄົນຮິດຕີ. 8 ເພິ່ນໄດ້ເວົ້າກັບພວກເຂົາ, ກ່າວວ່າ, "ຖ້າ​ພວກທ່ານ​ຕົກລົງທີ່ຈະໃຫ້​ຂ້ານ້ອຍ ຝັງສົບເມຍ​ຂອງ​ຂ້ານ້ອຍ​ ຢ່າງນັ້ນຈົ່ງ​ຟັງຂ້ານ້ອຍ​​ ແລະຂໍ​ຮ້ອງ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ, ເພື່ອຂ້ານ້ອຍ. 9 ຂໍໃຫ້​ເຂົາຂາຍ​ຖໍ້າແຫ່ງ​ມັກ​ເປລາ​ທີ່ເຂົາເປັນເຈົ້າຂອງຊຶ່ງຢູ່ທີ່ປາຍນາຂອງເຂົາ, ໃຫ້ຂ້ານ້ອຍຂໍໃຫ້ເຂົາຂາຍທີ່ນັ້ນໃຫ້ຂ້ານ້ອຍ ເຕັມຕາມລາຄາ, ໂດຍເປີດເຜີຍໃຫ້ໃຊ້​ເປັນ​ບ່ອນ​ຝັງສົບ." 10 ໃນຂະນະນັ້ນ​ເອຟະໂຣນ​​ກໍາລັງ​ນັ່ງຢູ່ທ່າມກາງພວກລູກຊາຍຂອງ​ຊາວ​ຮິດຕີ, ​ແລະເອຟະໂຣນຄົນຮິດຕີໄດ້ຕອບອັບຣາຮາມ​​ໃຫ້​ລູກຊາຍທັງຫລາຍຂອງຄົນ​ຮິດຕີໄດ້ຍິນ, ຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ, ກ່າວວ່າ, 11 "ຢ່າເລີຍ, ເຈົ້ານາຍຂອງຂ້ານ້ອຍ, ຈົ່ງ​ຟັງ​ຂ້ານ້ອຍ​ກ່ອນ. ຂ້ານ້ອຍ​ຂໍໃຫ້​ທີ່​ນາ, ແລະຖ້ຳທີ່ຢູ່ທີ່ນັ້ນ​ໃຫ້​ແກ່​ທ່ານ. ຂ້ານ້ອຍໃຫ້ແກ່ທ່ານ​ຊ້ອງຫນ້າລູກຊາຍທັງຫລາຍຂອງປະຊາຊົນ​ຂອງ​ຂ້ານ້ອຍ​. ຂ້ານ້ອຍ​ໃຫ້​ທ່ານໃຊ້ເປັນທີ່ຝັງຄົນຕາຍຂອງ​ທ່ານ​." 12 ອັບຣາຮາມ​ຈຶ່ງໄດ້ກົ້ົມລົງຄໍານັບ​ຕໍ່ຫນ້າຊາວ​ເມືອງ​ນັ້ນ. 13 ເຂົາໄດ້ເວົາກັບເອຟະໂຣນ​ໃຫ້​ຊາວ​ເມືອງ​ນັ້ນ​ໄດ້ຍິນ​ກ່າວ​ວ່າ,"ແຕ່ຖ້າທ່ານເຕັມໃຈ ກະລຸນາ​ຟັງ​ຂ້ານ້ອຍ​. ຂ້ານ້ອຍ​ຈະຈ່າຍເງິນສຳລັບທີ່​ນາ​ນັ້ນ​. ຈົ່ງ​ຮັບ​ເງິນ​ຈາກຂ້ານ້ອຍ, ແລະ ​ຂ້ານ້ອຍ​ກໍ​ຈະ​ຝັງຊາກ​ຮ່າງ​ກາຍ​ທີ່ຕາຍ​ຂອງ​ຂ້າ​ນ້ອຍ​​ໃນ​ທີ່ນັ້ນ." 14 ເອຟະໂຣນ​ໄດ້ຕອບ​ອັບຣາຮາມ​ວ່າ, ເຈົ້ານາຍຂອງຂ້ານ້ອຍ, 15 "ກະລຸນາ​, ຟັງຂ້ານ້ອຍ. ແນ່ທີ່ດິນຜືນຫນຶ່ງ​ມີ​ຄ່າເປັນເງິນຫນັກ​ພຽງ ສີ່ຮ້ອຍຫລຽນ​ເທົ່ານັ້ນ, ມັນ​ຈະ​ມີ​ຫຍັງ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ? ຈົ່ງ​ຝັງຄົນຕາຍ​ຂອງທ່ານ​ເຖີດ." 16 ອັບຣາຮາມ​ໄດ້​ຟັງ​ເອຟະໂຣນ ແລະອັບຣາຮາມໄດ້ຊັ່ງເງິນໃຫ້ແກ່ເອຟະໂຣນຕາມຈຳນວນທີ່ເຂົາໄດ້ບອກໃຫ້ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້ຍິນ​ເງິນ​ຫນັກສີ່ຮ້ອຍຫລຽນຕາມມາດຕະຖານການຊັ່ງຂອງພໍ່ຄ້າທັງຫລາຍ. 17 ດັ່ງນັ້ນທີ່ນ​າຂອງ​ເອຟະໂຣນ, ທີ່ຢູ່ໃນມັກເປລາ, ຊຶ່ງຢູ່ຖັດຈາກມຳເຣນັ້ນຄື​ທີ່ນາ​ຖ້ຳ, ທີ່ຢູ່ທີ່ນັ້ນ ແລະຕົ້ນໄມ້​ທັງ​ຫມົດ​ທີ່​ຢູ່​ໃນ​ທົ່ງນານັ້ນ,​ແລະຮອບໆ​ເຂດແດນ. 18 ໄດ້ຖືກມອບໃຫ້ອັບຣາຮາມດ້ວຍການຊື້ຕໍ່ຫນັາບັນດາລູກຊາຍທັງຫລາຍຂອງຄົນຮິດຕີ, ຕໍ່ຫນ້າຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ. 19 ຫລັງຈາກນີ້ອັບຣາຮາມ​ກໍ​ຝັງສົບ​ຊາຣາ​ເມຍ​ຂອງ​ຕົນໃນ​ຖໍ້າຂອງທີ່ນາຂອງ​ມັກເປລາ​, ຊຶ່ງ​ຢູ່ຖັດຈາກ​ມຳເຣນັ້ນ, ຄື​ເຮັບໂຣນ, ໃນ​ດິນແດນ​ການາອານ. 20 ດັ່ງນັ້ນທີ່ນາ ​ແລະ​ ຖໍ້າ​ທີ່​ນັ້ນ​ໄດ້ຖືກມອບໃຫ້ ​​ອັບຣາຮາມເປັນທີ່ດິນທີ່ໃຊ້ເປັນບ່ອນຝັງສົບຈາກລູກຊາຍທັງຫລາຍຂອງຄົນຮິດຕີ.