​ບົດ​ທີ 22

1 ພຣະເຈົ້າ​ຊົງໄດ້ທົດ​ລອງ​ອັບຣາຮາມ. ພຣະອົງ​ໄດ້ກ່າວແກ່​ເພິ່ນ​ວ່າ, "ອັບຣາຮາມ​ເອີຍ!" ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, "ໂດຍ ຂ້ານ້ອຍ​ຢູ່ທີ່ນີ້​." 2 ຈາກນັ້ນພຣະເຈົ້າ​ບອກວ່າ, "ຈົ່ງນຳລູກຊາຍ​ຂອງ​ເຈົ້າ, ຄື​ລູກຊາຍ​ພຽງຄົນ​ດຽວຂອງເຈົ້າຜູ້​ທີ່​ເຈົ້າ​ຮັກ​ຄືອີຊາກ, ແລະ ໄປ​ທີ່​ແຄວ້ນ​ໂມຣິຢາ. ຖວາຍ​ເຂົາທີ່ນັ້ນເປັນ​ເຄື່ອງເຜົາ​ບູຊາ​ເທິງ​ພູເຂົາ​ລູກຫນຶ່ງ​ທີ່​ນັ້ນ, ຊຶ່ງເຮົາຈະບອກແກ່ເຈົ້າ." 3 ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ​, ຜູກອານລໍຂອງເຂົາ, ແລະ​ ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ກັບເພິ່ນດ້ວຍ, ພອ້ມກັບອີຊາກລູກຊາຍຂອງເພິ່ນ. ເພິິ່ນໄດ້ຕັດໄມ້ຟືນສຳລັບການເຜົາເຄື່ອງບູຊາ, ດັ່ງນັ້ນຈຶ່ງເລີ້ມຕົ້ນການເດີນທາງຂອງເພິ່ນ​ໄປ​ຍັງບ່ອນ​ທີ່ ທີ່​ພຣະເຈົ້າ​ຊົງໄດ້​ບອກແກ່ເພິ່ນນັ້ນ. 4 ໃນວັນທີສາມ​ ອັບຣາຮາມ​ໄດ້​ຫລຽວຂຶ້ນໄປ ແລະໄດ້ເຫັນ​ບ່ອນ​ນັ້ນຢູ່​ແຕ່​ໄກ. 5 ອັບຣາຮາມໄດ້ເວົ້າກັບຄົນ​ຮັບໃຊ້ຂອງເພິ່ນ​ວ່າ, "ຈົ່ງ​​ຢູ່​ທີ່​ນີ້ກັບລໍນັ້ນ, ແລະ ເຮົາ​ກັບ​ລູກ​ຈະໄປທີ່ນັ້ນ. ເຮົາຈະ​ຂຶ້ນ​ໄປ​ນະມັດສະການ​ພຣະເຈົ້າ ແລະ ​ຈະ​ກັບ​ມາ​ຫາ​ພວກເຈົ້າ." 6 ຈາກນັ້ນອັບຣາຮາມ​ໄດ້ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ໃຫ້​ອີຊາກ​ແບກ​ຂຶ້ນ​ໄປ. ​ເພິ່ນ​ຖື​ໄຟ ແລະ ມີດໃນມືຂອງເພິ່ນເອງ​; ແລະ ພວກເພິ່ນທັງສອງ​ໄດ້ໄປ​ດ້ວຍກັນ. 7 ອີຊາກໄດ້​ເວົ້າ​ກັບ​ອັບຣາຮາມພໍ່ຂອງເຂົາ​ວ່າ, "ພໍ່​ເອີຍ" ພໍ່​ຈຶ່ງ​ຕອບ​ວ່າ, "ເຮົາຢູ່ນີ້ ​ລູກເອີຍ " ເຂົາໄດ້ເວົ້າ​ວ່າ, "ເບິ່ງແມ, ທີ່ນີ້ມີໄຟ ແລະໄມ້ຟືນ​, ແຕ່​ລູກແກະ​ທີ່​ຈະ​ເຜົາບູຊາ​ນັ້ນ​ຢູ່​ໃສ?" 8 ອັບຣາຮາມ​ຕອບ​ວ່າ, "ລູກເອີຍ ພຣະເຈົ້າ​ ພຣະອົງເອງຈະ​ຈັດ​ຕຽມ​ລູກແກະສຳລັບການເຜົາບູຊາ​ເອງ." ດັ່ງນັ້ນພວກເຂົາທັງສອງ, ​ຈຶ່ງອອກ​ໄປດ້ວຍກັນ. 9 ເມື່ອ​ພວກເພິ່ນ​ມາ​ຮອດ​ບ່ອນ​ທີ່​ຊຶ່ງພຣະເຈົ້າ​ໄດ້​ບອກ​ແກ່ເພິ່ນນັ້ນ, ອັບຣາຮາມ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນທີ່ນັ້ນ ແລະ​ວາງ​ຟືນ​​ເທິງ​ແທ່ນ​ນັ້ນ. ຈາກນັ້ນເພິ່ນໄດ້​ມັດ ​ອີຊາກ, ລູກຊາຍ​ຂອງຕົນ ​ແລະວາງ​ເຂົາ​ເທິງ​ແທ່ນບູຊາເທິງກອງຟືນ. 10 ອັບຣາຮາມ​ໄດ້ຍື່ນມືຂອງເຂົາອອກ ຈັບ​ເອົາ​ມີດເພື່ອຈະ​ຂ້າລູກຊາຍຂອງເຂົາ. 11 ​ທັນໃດນັ້ນ ທູດສະຫວັນຂອງ​ພຣະຢາເວ​ໄດ້​ເອີ້ນ​ເຂົາມາ​ຈາກທ້ອງຟ້າເວົ້າ​ວ່າ, "ອັບຣາຮາມ, ອັບຣາຮາມ​ເອີຍ!" ແລະເພິ່ນ​ຈຶ່ງ​ທູນຕອບ​ວ່າ, "ຂ້ານ້ອຍຢູ່ທີ່ນີ້​ກຳລັງ​ຟັງ​ຢູ່." 12 ທູດສະຫວັນກ່າວ​ວ່າ, "ຢ່າ​ແຕະຕ້ອງເດັກນັ້ນ​ຫລືເຮັດສິ່ງໃດທີ່ຈະທຳຮ້າຍເຂົາ, ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​, ດ້ວຍເຫັນວ່າເຈົ້າ​ນັ້ນບໍ່ໄດ້​ຫວງ​ແຫນລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ,​ຈາກ​ເຮົາ." 13 ອັບຣາຮາມ​ແນມ​ໄປ​ຮອບໆ​ ແລະ ເບິ່ງເຖີດ, ​ຂ້າງຫລັງເພິ່ນມີ​ແກະໂຕຜູ້ໂຕຫນຶ່ງ ​ເຂົາ​ຂອງ​ມັນ​ຄາ​ຢູ່ໃນພຸ່ມໄມ້​. ອັບຣາຮາມໄດ້ຍ່າງ​ໄປ ​ແລະ ອຸ້ມ​ແກະໂຕຜູ້ນັ້ນ ​ແລະ ຖວາຍມັນເຄື່ອງເຜົາບູຊາ​ແທນ​ລູກຊາຍ​ຂອງຕົນ. 14 ດັ່ງນັ້ນອັບຣາຮາມຈຶ່ງໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ, "ພຣະຢາເວ​ຊົງຈັດຕຽມ​" ແລະ ເຮັດໃຫ້ກ່າວກັນ​ຈົນເຖິງ​ທຸກ​ວັນນີ້​, "ທີ່ເທິງ​ພູເຂົາ​ຂອງ​ພຣະຢາເວຈະມີການ​ຖືກຈັດ​ຕຽມໄວ້." 15 ທູດສະຫວັນຂອງພຣະຢາເວໄດ້ເອີ້ນອັບຣາຮາມ ຄັ້ງທີສອງຈາກທ້ອງຟ້າ. 16 ແລະກ່າວວ່າ, "ນີ້ຄືຄຳສັ່ງຂອງ​ພຣະຢາເວ​ ໂດຍພຣະອົງເອງ ເຮົາໄດ້ສາບານ​​ວ່າ, ເພາະເຈົ້າໄດ້ເຮັດໃນສິ່ງນີ້,​​ ແລະ​ບໍ່ໄດ້​ຫວງ​ແຫນລູກຊາຍຂອງເຈົ້າ ລູກຊາຍພຽງ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້, 17 ແນ່ນອນເຮົາຈະອວຍພອນເຈົ້າ ແລະເຮົາຈະ​ເພີ້ມ​ເຊື້ອສາຍ​ທັງຫລາຍຂອງເຈົ້າຢ່າງຫລວງຫລາຍເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ,​ ແລະເຫມືອນ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ, ແລະບັນດາເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະຢຶດຄອງປະຕູເມືອງ​ຂອງ​ສັດຕຣູ​ທັງຫລາຍຂອງພວກເຂົາ. 18 ຜ່ານບັນດາຜູ້ສືບເຊື້ອສາຍຂອງເຈົ້າບັນດາຊົນຊາດ​ທັງຫລາຍແຫ່ງແຜ່ນດິນຈະ​ໄດ້ຮັບ​ພຣະພອນ, ເ​ພາະເຈົ້າ​ໄດ້​ເຊື່ອຟັງ​ສຽງ​ຂອງເຮົາ." 19 ດັ່ງນັ້ນອັບຣາຮາມໄດ້​ກັບມາ​ຫາ​ຄົນ​ຮັບໃຊ້​​ຂອງຕົນ, ແລະ​ ພວກເຂົາໄດ້ເດີນທາງ​ກັບໄປດ້ວຍກັນ​ເຖິງ​ເມືອງ​ເບຍເອເຊບາ, ແລະ ເຂົາໄດ້​ອາໄສ​ຢູ່ທີ່ເມືອງເບຍເອເຊບາ. 20 ຫລັງຈາກທີ່ສິ່ງເຫລົ່ານີ້ຜ່ານໄປອັບຣາຮາມໄດ້​ຮັບ​ກາ​ນບອກເລົ່າວ່າ, "ມີລະກາໄດ້ໃຫ້ກຳເນີດລູກທັງຫລາຍ, ແກ່ນາໂຮ​ນ້ອງຊາຍ​ຂອງຕົນ​ດ້ວຍ." 21 ພວກເຂົາຄືອູເຊ​ລູກຊາຍ​ກົກຂອງເຂົາ, ບູເຊ​ນ້ອງຊາຍຂອງເຂົາ, ເກມູເອນ​ພໍ່​ຂອງ​ອາຣາມ, 22 ເກເສັດ, ຮາໂຊ, ປິນດາດ, ຢິດລັບ, ແລະ​ ເບທູເອນ. 23 ເບທູເອນ​ເປັນ​ພໍ່​ຂອງ​ນາງ​ເຣເບກາ. ທັງ​ແປດ​ຄົນ​ເຫລົ່ານີ້ຄືລູກທີ່ມີລະກາທີ່ໄດ້ເກີດ​ໃຫ້​ແກ່ນາໂຮ, ນ້ອງຊາຍ​ຂອງ​ອັບຣາຮາມ. 24 ເມຍ​ນ້ອຍຂອງເຂົາທີ່ຊື່ເຣອູມາ​ກໍໄດ້​ເກີດ: ເຕບາ, ກາຮາມ, ຕາຮັດ, ແລະ​ມາອາກາ.