​ບົດ​ທີ 21

1 ພຣະຢາເວຊົງໄດ້ເອົາໃຈໃສ່ຊາຣາດັ່ງທີ່ພຣະອົງໄດ້ກ່າວວ່າພຣະອົງຈະຊົງ​ກະ​ທຳ, ແລະ ພຣະຢາເວຊົງໄດ້ເຮັດແກ່ຊາຣາເຫມືອນດັ່ງທີ່ພຣະອົງຊົງໄດ້ສັນຍາໄວ້. 2 ຊາຣາໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງໃຫ້ແກ່ອັບຣາຮາມ ເມື່ອເພິ່ນເຖົ້າແກ່ແລ້ວ, ໃນເວລາທີ່ກຳນົດໄວ້ຕາມທີ່ພຣະເຈົ້າໄດ້ກ່າວແກ່ເພິ່ນແລ້ວນັ້ນ. 3 ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ໄດ້ເກີດມາໃຫ້ເຂົາຜູ້ທີ່ຊາຣາໄດ້ໃຫ້ເຂົາເກີດມາແກ່ເພິ່ນຄື: ອີຊາກ. 4 ອັບຣາຮາມໄດ້ເຮັດພິທີຕັດລູກຊາຍຂອງເພິ່ນຄືອີຊາກເມື່ອເຂົາອາຍຸໄດ້ແປດວັນ, ຕາມທີ່ພຣະເຈົ້າໄດ້ມີພຣະບັນຊາ. 5 ອັບຣາຮາມມີອາຍຸໄດ້ຫນຶ່ງຮ້ອຍປີເມື່ອ​ລູກຊາຍຂອງເຂົາຄືອີຊາກໄດ້​ເກີດ​ມາໃຫ້ເຂົາ. 6 ​ຊາຣາ​ໄດ້ເວົ້າ​ວ່າ, "ພຣະເຈົ້າຊົງໄດ້ເຮັດ​ໃຫ້​ຂ້ອຍ​​ປິ​ຕິຍິນດີມີ​ສຽງຫົວ; ນັ້ນຄືທຸກຄົນ​ທີ່​ໄດ້ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວເລາະ​ນຳ​ຂ້ອຍ." 7 ນາງ​ຈຶ່ງໄດ້ເວົ້າ​ອີກ​ດ້ວຍວ່າ, "ໃຜ​ຄວນຈະ​ເວົ້າ​ກັບ​ອັບຣາຮາມ​ວ່າ ຊາຣາ​​ມີ​ລູກເພື່ອ​ນາງ​ໄດ້ດູ​ແລ​, ​ແລະ ​ຂ້ອຍ​ຍັງໃຫ້ລູກຊາຍ​ຄົນຫນຶ່ງ​ແກ່ລາວ​ເມື່ອ​ເຖົ້າແກ່​ແລ້ວ!" 8 ເດັກຄົນນັ້ນ​ໄດ້​ຈະເລີນ​ເຕີບໂຕ​, ແລະ ​ໄດ້​ເຊົາ​ນົມ, ແລະ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່ໃນວັນທີ່ອີຊາກຢ່ານົມ. 9 ເມື່ອຊາຣາໄດ້ເຫັນ​ລູກຊາຍ​ຂອງ​​​ຮາກາ​ຊາວ​ອີຢິບ, ຜູ້ຊຶ່ງນາງໄດ້ເກີດໃຫ້ແກ່ອັບຣາຮາມ, ກຳລັງ​ເຢາະເຢີ້ຍ​. 10 ດັ່ງນັ້ນນາງຈຶ່ງໄດ້​ເວົ້າ​ກັບ​ອັບຣາຮາມ​ວ່າ, "ຈົ່ງ​ສົ່ງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ ​ລູກຊາຍ​ຂອງ​ນາງ​ຫນີໄປ​ສາ. ເພາະລູກຊາຍ​ຂອງ​ນາງ​ທາດຄົນນີ້ຈະບໍ່ເປັນຜູ້ສືບທອດ​ມໍຣະດົກ​ກ​ັບລູກຊາຍ​ຂອງຂ້ອຍ, ກັບອີຊາກ." 11 ສິ່ງນີ້​ເຮັດໃຫ້​​ອັບຣາຮາມເປັນທຸກໃຈຫລາຍ ເພາະ​​ລູກ​ຊາຍຂອງ​ເພິ່ນ​ຄື​ກັນ. 12 ແຕ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ວ່າ, "ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ, ແລະ ເພາະຄົນ​ຮັບໃຊ້​ຍິງ​ຂອງເຈົ້າ. ຈົ່ງຟັງຄຳຂອງນາງໃນທຸກສິ່ງທີ່ນາງເວົ້າແກ່ເຈົ້າໃນເລື່ອງນີ້,​ ເພາະ​ໂດຍ​ທາງ​ອີຊາກ​ເຊື້ອສາຍ​ຂອງເຈົ້າຈະມີຊື່ສຽງ. 13 ເຮົາ​ຈະ​ເຮັດໃຫ້​​ລູກຊາຍ​ຂອງ​ຍິງຮັບໃຊ້​ຄົນນັ້ນເປັນ​ປະເທດ​ຫນຶ່ງດ້ວຍ, ເພາະວ່າລາວ​ກໍ​ເປັນເຊື້ອສາຍ​ຂອງ​ເຈົ້າ." 14 ອັບຣາຮາມ​ໄດ້ລຸກຂຶ້ນແຕ່ເຊົ້າໆ​, ເອົາ​ເຂົ້າຈີ່ ແລະ ​ນໍ້າ​ຫນຶ່ງ​ຖົງ​ຫນັງ, ແລະ ມອບ​ໃຫ້​ແກ່ຮາກາ. ວາງເທິງໄລ່ຂອງນາງ. ເພິ່ນໄດ້​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ ​ສົ່ງ​ນາງ​ໄປ. ນາງໄດ້ຈາກ​​ໄປ ​ແລະເດີນໄປຢ່າງບໍ່ມີຈຸດມຸ່ງຫມາຍໃນ​ຖິ່ນແຫ້ງແລ້ງ​ກັນດານ​ເບເອນເຊບາ. 15 ເມື່ອ​ນໍ້າ​ໃນ​ຖົງ​ຫນັງ​ຫມົດ, ນາງ​ຈຶ່ງ​ປະ​ເດັກ​ໄວ້​ຢູ່​ໃຕ້​ພຸ່ມໄມ້​ແຫ່ງ​ຫນຶ່ງ. 16 ຈາກນັ້ນນາງໄດ້ໄປ, ແລະ​ ນັ່ງ​ລົງບໍ່ໄກໄປ​ຈາກ​ເຂົາ,​ ໄລຍະໄກ​ປະມານ​ລູກ​ທະນູ​ຕົກ. ເພາະນາງ​ໄດ້ເວົ້າ​​ວ່າ, "ຢ່າໃຫ້ຂ້ອຍ​ຫລຽວເບິ່ງຄວາມຕາຍຂອງ​ເດັກ​ນັ້ນ."​ ເມື່ອນາງໄດ້ນັ່ງທີ່ນັ້ນກົງກັນຂວ້າມກັບເຂົາ, ນາງໄດ້ຮ້ອງສຽງດັງ​ຮ້ອງໄຫ້​ຂຶ້ນ. 17 ພຣະເຈົ້າ​ຊົງໄດ້ຍິນສຽງຂອງເດັກນັ້ນ, ແລະທູດສະຫວັນຂອງພຣະເຈົ້າໄດ້ເອີ້ນ, ຮາກາຈາກທ້ອງຟ້າ, ແລະເວົ້າກັບນາງວ່າ, "ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ? ຢ່າ​ຢ້ານກົວ​ເລີຍ, ເພາະວ່າພຣະເຈົ້າ​ໄດ້ຍິນ​ສຽງ​ເດັກນັ້ນເຂົາຢູ່ໃສ. 18 ຈົ່ງ​ລຸກ​ຂຶ້ນ,​ຍົກເດັກນັ້ນຂຶ້ນ, ແລະໃຫ້ກຳລັງໃຈເຂົາ, ເພາະວ່າເຮົາ​ຈະ​ເຮັດໃຫ້​ເຂົາເປັນຊົນຊາດ​ທີ່ຍິ່ງໃຫຍ່ຊົນຊາດຫນຶ່ງ." 19 ຈາກນັ້ນ​ພຣະເຈົ້າ​ຊົງໄດ້​ເປີດຕາຂອງນາງ, ແລະນາງໄດ້ເຫັນ​ນໍ້າສ້າງ​. ນາງ​ຈຶ່ງ​ໄປ​ຕັກ​ເອົາ​ນໍ້າ​ຈົນ​ເຕັມ​ຖົງຫນັງ, ແລະ​ເອົາ​ມາ​ໃຫ້​ລູກຊາຍ​ດື່ມ. 20 ພຣະເຈົ້າ​ໄດ້ປະທັບຢູ່​ນຳ​ເດັກ​​ນັ້ນຈົນ​ເຂົາຈະເລີນ​ເຕີບໂຕ​​ຂຶ້ນ, ເຂົາໄດ້ອາໄສ​ຢູ່​ໃນຖິ່ນ​ແຫ້ງແລ້ງ​ກັນດານ,​ ແລະ​ກາຍເປັນ​ມືທະນູ. 21 ເຂົາອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ, ແລະ​ແມ່​ຂອງເຂົາໄດ້​ຫາ​ເມຍ​ຈາກ​ປະເທດ​ອີຢິບ​ມາ​ໃຫ້​ເຂົາ. 22 ແລະໃນ​ເວ​ລານັ້ນ ທີ່​ອາບີເມເຫລັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ກ່າວກັບອັບຣາຮາມ ແລະ​ເວົ້າ​ວ່າ, "ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ. ໃນທຸກສິ່ງທີ່​ເຈົ້າ​​ເຮັດ​. 23 ສະນັ້ນ ບັດນີ້ຈົ່ງ​ປະຕິຍານ​ຕໍ່ເຮົາໃນ​ທີ່​ນີ້​ໂດຍ​ພຣະເຈົ້າ​ທີ່ ເຈົ້າ​ຈະ​ບໍ່​ປະພຶດຢ່າງຜິດໆກັບເຮົາ, ຫລືກັບລູກຫລານຂອງເຮົາ, ຫລືກັບ​ເຊື້ອສາຍທັງຫລາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ ດັ່ງນັ້ນ ຈົ່ງ​ສະແດງແກ່ເຮົາ ​​ແລະ​ແກ່ດິນແດນ​ຊຶ່ງເຈົ້າກຳລັງອາໄສ​ຢູ່​ນີ້. ເຫມືອນພັນທະສັນຍາທີ່ສັດຊື່ທີ່ເຮົາໄດ້ສະແດງຕໍ່ເຈົ້າ." 24 ອັບຣາຮາມ​ຕອບ​ວ່າ, "ຂ້ານ້ອຍ​ຂໍ​ປະຕິຍານ." 25 ອັບຣາຮາມ​ຍັງໄດ້ເວົ້າກັບ​ອາບີເມເຫລັກ​ເຖິງ​ເລື່ອງ​ນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ອາບີເມເຫລັກ​ໄດ້​ຢຶດໄປ​ຈາກເພິ່ນນັ້ນ. 26 ອາບີເມເຫລັກໄດ້ຕອບ​ວ່າ, "ເຮົາ​ບໍ່​ຮູ້ຈັກ ວ່າໃຜໄດ້ເຮັດສິ່ງນີ້. ເຈົ້າ​ບໍ່ໄດ້ບອກ​ເຮົາ​ມາກ່ອນຫນ້າ​ນີ້,​ ​ເຮົາ​ບໍ່ເຄີຍໄດ້ຍິນ​ເລື່ອງ​ນີ້ມາກ່ອນຈົນເຖິງວັນນີ້." 27 ດັ່ງນັ້ນອັບຣາຮາມ​ກໍໄດ້​ເອົາ​ແກະ​, ແລະງົວບາງໂຕມອບໃຫ້ອາບີເມເຫລັກ, ແລະ​ຊາຍທັງສອງ​ໄດ້​ເຮັດ​ພັນທະສັນຍາ​ກັນ. 28 ຈາກນັ້ນອັບຣາຮາມ​ໄດ້​ແຍກ​ເອົາ​ລູກແກະ​​ໂຕ​ແມ່ເຈັດໂຕ ອອກ​ມາ​ຈາກ​ຝູງແກະຕາມທີ່ກຳນົດໄວ້. 29 ອາບີເມເຫລັກ​ໄດ້​ຖາມແກ່ອັບຣາຮາມ​ວ່າ, "ລູກແກະໂຕແມ່ເຈັດໂຕເຫລົ່ານີ້ທີ່ເຈົ້າ​ໄດ້ຈັດແຍກຕາມທີ່ກຳນົດໄວ້ມີຄວາມຫມາຍແນວໃດ?" 30 ເຂົາໄດ້ທູນ​ຕອບ​ວ່າ, "​ລູກແກະ​ໂຕແມ່ເຈັດ​ໂຕເຫລົ່າ​ນີ້ ​ພຣະອົງຈະໄດ້ຮັບຈາກມືຂອງຂ້ານ້ອຍ, ນີ້ແຫລະຈະ​ເປັນພະຍານສຳລັບຂ້ານ້ອຍ, ວ່າ​ຂ້ານ້ອຍ​ເປັນ​ຜູ້​ຂຸດ​ນໍ້າສ້າງ​ນີ້." 31 ເຂົາຈຶ່ງ​ໄດ້ເອີ້ນ​ສະຖານທີ່ນັ້ນວ່າ ເບຍເອເຊບາ, ເພາະວ່າພວກເຂົາທັງສອງ​ຝ່າຍໄດ້​ປະຕິຍານ​ກັນ​ທີ່​ນັ້ນ. 32 ພວກເຂົາໄດ້ເຮັດພັນທະສັນຍາກັນທີ່ ເບຍເອເຊບາ, ແລະຈາກນັ້ນ​ອາບີເມເຫລັກ, ແລະ​ຟິໂກນ​​ແມ່​ທັບ​ຂອງ​ເພິ່ນ, ໄດ້​ກັບໄປຍັງ​ດິນແດນ​ຊາວ​ຟີລິດສະຕິນ. 33 ​ອັບຣາຮາມ​ໄດ້ປູກ​​ຕົ້ນ​ສົນຫມອກ ໄວ້​ທີ່​ເບຍເອເຊບາ. ທີ່ນັ້ນເຂົາໄດ້ນະມັດສະການພຣະຢາເວ, ​ພຣະເຈົ້າ​ນິຣັນດອນ. 34 ອັບຣາຮາມຍັງຄົງ​ໄດ້ເປັນຄົນຕ່າງດ້າວ​ໃນແຜ່ນດິນຂອງຟີລິດສະຕິນ​ເປັນ​ເວລາ​ຫລາຍວັນ.