​ບົດ​ທີ 13

1 ດັ່ງນັ້ນອັບຣາມໄດ້ອອກຈາກອີຢິບ ແລະ ເຂົ້າໄປຍັງເນເກບ, ເພິ່ນ, ແລະ ເມຍຂອງເພິ່ນ, ແລະ ທຸກສິ່ງທີ່ເພິ່ນມີ. ແລະ ໂລດກໍໄດ້ໄປກັບພວກເພິ່ນດ້ວຍ. 2 ຂະນະນີ້ອັບຣາມເປັນຄົນຮັ່ງມີຫລາຍ, ທັງໃນດ້ານຂອງ, ຝູງສັດລຽ້ງພ້ອມທັງເງິນ, ແລະ ຄຳ. 3 ເພິ່ນໄດ້ເດີນທາງຕໍ່ໄປຈາກເນເກບເຖິງເບັດເອນ, ແລະ ໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກຄັ້ງກ່ອນ, ຢູ່ລະຫວ່າງເມືອງເບັດເອນ ກັບເມືອງອາອີ. 4 ເພິ່ນໄປຍັງບ່ອນທີ່ຕັ້ງແທ່ນບູຊາທີ່ເພິ່ນໄດ້ສ້າງໄວ້ແຕ່ກ່ອນນັ້ນ. ທີ່ນີ້ອັບຣາມໄດ້ຮ້ອງອອກພຣະນາມພຣະຢາເວ. 5 ສ່ວນໂລດ, ທີ່ເດີນທາງມາກັບອັບຣາມ, ກໍມີຝູງສັດ, ຜູ້ຄົນ, ແລະ ເຕັນຈຳນວນຫລວງຫລາຍດ້ວຍ. 6 ແຜ່ນດິນນັ້ນບໍ່ກວ້າງຂວາງຫລາຍພໍສຳລັບພວກເຂົາທີ່ຈະອາໄສຢູ່ໃກ້ກັນ, ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດຢູ່ນຳກັນໄດ້. 7 ແລະ ເກີດການຜິດຖຽງກັນລະຫວ່າງຄົນລຽ້ງສັດຂອງອັບຣາມ ແລະ ຄົນລ້ຽງສັດຂອງໂລດ. ໃນເວລານັ້ນຄົນການາອານ ແລະ ຄົນເປຣີຊີໄດ້ອາໄສຢູ່ໃນດິນແດນນັ້ນ. 8 ດັ່ງນັ້ນອັບຣາມຈຶ່ງໄດ້ເວົ້າກັບໂລດວ່າ, "ຢ່າໃຫ້ມີການຜິດຖຽງກັນລະຫວ່າງເຮົາກັບເຈົ້າ, ແລະ ລະຫວ່າງຄົນຂອງເຈົ້າ ແລະ ຄົນຂອງເຮົາເລີຍ; ເພາະພວກເຮົາເປັນຍາຕກັນ. 9 ແຜ່ນດິນທັງຫມົດຢູ່ຕໍ່ຫນ້າເຈົ້າແລ້ວບໍ່ແມ່ນບໍ? ໄປເຖີດເຈົ້າຈົ່ງແຍກໄປຈາກເຮົາ. ຖ້າເຈົ້າໄປທາງຊ້າຍ, ເຮົາກໍຈະໄປທາງຂວາ, ຫລືຖ້າເຈົ້າໄປທາງຂວາເຮົາກໍຈະໄປທາງຊ້າຍ." 10 ໂລດກໍໄດ້ຫລຽວໄປຮອບໆ, ແລະ ໄດ້ເຫັນວ່າທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດເປັນທີ່ມີນ້ຳບໍຣິບູນທຸກແຫ່ງໄປຈົນເຖິງເມືອງໂຊອາ, ເຫມືອນດັ່ງສວນຂອງພຣະຢາເວ, ເຫມືອນດິນແດນອີຢິບ. ນີ້ເປັນສະພາບກ່ອນທີ່ພຣະຢາເວຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ. 11 ດັ່ງນັ້ນໂລດຈຶ່ງເລືອກເອົາທົ່ງຮາບພຽງທັງຫມົດຂອງແມ່ນໍ້າຈໍແດນສຳລັບຕົວເຂົາເອງ, ເເລະ ໄດ້ເດີນທາງໄປທາງທິດຕາເວັນອອກ, ແລະ ຍາດພີ່​ນ້ອງທັງສອງກໍໄດ້ແຍກທາງກັນໄປ. 12 ອັບຣາມໄດ້ອາໄສຢູ່ໃນດິນແດນການາອານ, ສ່ວນໂລດໄດ້ອາໄສຢູ່ທ່າມກາງເມືອງທັງຫລາຍຂອງທົ່ງຮາບພຽງນັ້ນ. ເຂົາຕັ້ງເຕັນຂອງເຂົາຢູ່ຫ່າງໄກຈາກເມືອງໂຊໂດມ. 13 ສ່ວນປະຊາຊົນໃນເມືອງໂຊໂດມນັ້ນເປັນຄົນບາບຊົ່ວຮ້າຍຕໍ່ສູ້ພຣະຢາເວ. 14 ພຣະຢາເວໄດ້ບອກກັບອັບຣາມວ່າ ຫລັງຈາກທີ່ໂລດໄດ້ແຍກຕົວອອກໄປຈາກເຂົາແລ້ວ, "ຈົ່ງແນມເບິ່ງຈາກບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ໄປທາງທິດເຫນືອ, ທິດໃຕ້, ທິດຕາເວັນອອກ, ແລະ ທິດຕາເວັນຕົກ. 15 ແຜ່ນດິນທັງຫມົດທີ່ເຈົ້າແນມເຫັນນີ້, ເຮົາຈະມອບໃຫ້ແກ່ເຈົ້າ, ແລະ ແກ່ເຊື້ອສາຍທັງຫລາຍຂອງເຈົ້າຕະຫລອດໄປເປັນນິດ. 16 ເຮົາຈະເຮັດໃຫ້ບັນດາເຊື້ອສາຍຂອງເຈົ້າມີຫລວງຫລາຍ, ເຫມືອນດັ່ງຜົງຂີ້ຝຸ່ນດິນດັ່ງນັ້ນຖ້າໃຜສາມາດນັບຜົງຂີ້ຜຸ່ນດິນໄດ້, ກໍຈະນັບເຊື້ອສາຍຂອງເຈົ້າໄດ້ຢ່າງນັ້ນ. 17 ຈົ່ງລຸກຂຶ້ນ, ເດີນໄປໃຫ້ທົ່ວແຜ່ນດິນນີ້ທັງດ້ານຍາວ ແລະ ທັງດ້ານກວ້າງເພາະວ່າເຮົາຈະມອບແຜ່ນດິນນີ້ໃຫ້ເຈົ້າ." 18 ດັ່ງນັ້ນອັບຣາມຈຶ່ງໄດ້ຍົກຍ້າຍເຕັນຂອງເພິ່ນ, ແລະ ມາອາໄສຢູ່ໃກ້ຕົ້ນໂອກແຫ່ງມຳເຣ, ທີ່ຊຶ່ງຢູ່ໃນເຮັບໂຣນ, ແລະ ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ.