​ບົດ​ທີ 12

1 ເວລານັ້ນພຣະຢາເວໄດ້ບອກອັບຣາມວ່າ, "ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ, ແລະ ຈາກຄົວເຮືອນຂອງພໍ່ເຈົ້າ, ໄປຍັງດິນແດນທີ່ເຮົາຈະຊີ້ແຈງໃຫ້ແກ່ເຈົ້າ. 2 ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່, ແລະ ເຈົ້າຈະເປັນພອນ. 3 ເຮົາຈະອວຍພອນຄົນເຫລົ່ານັ້ນທີ່ອວຍພອນເຈົ້າ, ແຕ່ໃຜກໍຕາມທີ່ບໍ່ໃຫ້ກຽຕເຈົ້າ ເຮົາຈະສາບແຊ່ງເຂົາ. ຜ່ານທາງເຈົ້າຄອບຄົວທັງຫມົດຂອງແຜ່ນດິນຈະໄດ້ຮັບພອນ." 4 ດັ່ງນັ້ນອັບຣາມຈຶ່ງໄດ້ໄປ, ຕາມທີ່ພຣະຢາເວໄດ້ຊົງບອກໃຫ້ເຂົາໄປ, ແລະ ໂລດໄດ້ໄປກັບເຂົາດ້ວຍ. ອັບຣາມມີອາຍຸໄດ້ເຈັດສິບຫ້າປີເມື່ອເຂົາອອກຈາກເມືອງຮາຣານ. 5 ອັບຣາມໄດ້ພານາງຊາຣາຍເມຍຂອງຕົນ, ໂລດ, ລູກຊາຍຂອງນ້ອງຊາຍຂອງເຂົາ, ພ້ອມຊັບສິນທັງຫມົດຂອງພວກເຂົາທີ່ພວກເຂົາໄດ້ສະສົມໄວ້, ແລະ ຄົນທັງຫລາຍທີ່ພວກເຂົາໄດ້ມາໃນເມືອງຮາຣານ. ພວກເຂົາໄດ້ອອກໄປສູ່ດິນແດນການາອານ, ແລະ ໄດ້ມາເຖິງແຜ່ນດິນການາອານ. 6 ອັບຣາມໄດ້ຜ່ານເຂົ້າໄປໃນແຜ່ນດິນນັ້ນເຂົາໄປໄກເຖິງເມືອງຊີເຄມ, ເຖິງຕົ້ນໂອກແຫ່ງໂມເຣ. ທີ່ເວລານັ້ນຄົນການາອານໄດ້ອາໄສຢູ່ໃນດິນແດນນັ້ນ. 7 ພຣະຢາເວໄດ້ຊົງປາກົດແກ່ອັບຣາມ, ແລະ ບອກເພິ່ນວ່າ, "ເຮົາຈະມອບແຜ່ນດິນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ." ບ່ອນນີ້ທີ່ອັບຣາມໄດ້ສ້າງແທ່ນບູຊາແກ່ພຣະຢາເວ, ພຣະອົງຜູ້ໄດ້ປາກົດແກ່ເຂົາ. 8 ຈາກທີ່ນັ້ນເພິ່ນກໍໄດ້ຍົກຍ້າຍໄປທາງໃຕ້ສູ່ເນີນພູທາງທິດຕາເວັນອອກ, ຂອງເມືອງເບັດເອນທີ່ຊຶ່ງເພິ່ນໄດ້ຕັ້ງຄ້າຍພັກຂອງເພິ່ນໂດຍເມືອງ ເບັດເອນ, ຢູ່ທາງທິດຕາເວັນຕົກ ແລະ ເມືອງອາອີທາງທິດຕາເວັນອອກ. ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ ແລະ ອອກນາມຊື່ຂອງພຣະຢາເວ. 9 ຈາກນັ້ນອັບຣາມຍັງຄົງໄດ້ເດີນທາງ, ມຸ່ງຫນ້າໄປຍັງເນເກບ. 10 ໄດ້ເກີດມີການອຶດຢາກໃນແຜ່ນດິນການາອານ, ດັ່ງນັ້ນອັບຣາມລົງໄປຍັງປະເທດອີຢິບ, ເພື່ອທີ່ຈະອາໄສຢູ່ເພາະການຂາດແຄນອາຫານໄດ້ຮຸນແຮງຫລາຍຂຶ້ນໃນແຜ່ນດິນ. 11 ເມື່ອເພິ່ນຈະເຂົ້າໄປໃນປະເທດອີຢິບ, ເພິ່ນໄດ້ເວົ້າກັບຊາຣາຍເມຍຂອງຕົນວ່າ, "ເບິ່ງແມ, ເຮົາຮູ້ວ່າເຈົ້າເປັນຍິງທີ່ສວຍງາມ. 12 ເມື່ອຄົນອີຢິບເຫັນເຈົ້າພວກເຂົາຈະເວົ້າວ່ານີ້ຄືເມຍຂອງເຂົາ, ແລ້ວພວກເຂົາກໍຈະຂ້າເຮົາເສຍແຕ່ໃຫ້ເຈົ້າມີຊີວິດຢູ່. 13 ດັ່ງນັ້ນຈົ່ງບອກວ່າ, ເຈົ້າເປັນນ້ອງສາວຂອງເຮົາດັ່ງນັ້ນຈະເປັນການດີສຳລັບເຮົາເພາະເຈົ້າ, ແລະ ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ." 14 ແລະກໍເປັນຢ່າງນັ້ນເມື່ອອັບຣາມໄດ້ເຂົ້າໄປໃນອີຢິບ, ຊາວອີຢິບເຫັນວ່າຊາຣາຍງາມຫລາຍ. 15 ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ ເວົ້າຍົກຍ້ອງນາງຕໍ່ຟາໂຣ, ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ. 16 ຟາໂຣໄດ້ຊົງເບິ່ງແຍງອັບຣາມເປັນຢ່າງດີເພາະເຫັນແກ່ນາງ, ແລະ ໄດ້ມອບຝູງແກະ, ຝູງງົວ, ແບ້, ລວາໂຕຜູ້, ແລະ ຄົນຮັບໃຊ້ຊາຍ, ຄົນຮັບໃຊ້ຍິງ, ລວາໂຕແມ່, ແລະ ອູດທັງຫລາຍໃຫ້ກັບເຂົາດ້ວຍ. 17 ພຣະຢາເວໄດ້ຊົງເຮັດໃຫ້ເກີດໄພພິບັດຮ້າຍແຮງກັບຟາໂຣ ແລະຣາຊວົງຂອງພະອົງ, ເພາະຊາຣາຍເມຍຂອງອັບຣາມ. 18 ຟາໂຣໄດ້ຊົງເອີ້ນອັບຣາມມາ, ແລະ ຖາມວ່າ, "ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້? ເປັນຫຍັງເຈົ້າບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ? 19 ເປັນຫຍັງເຈົ້າຈຶ່ງບອກວ່າ, ນາງຄືນ້ອງສາວຂອງເຈົ້າ? ດັ່ງນັ້ນເຮົາຈຶ່ງນຳນາງມາໄວ້ເປັນເມຍຂອງເຮົາ. ບັດນີ້ນາງຄືເມຍຂອງເຈົ້າ, ຈົ່ງເອົານາງຄືນໄປ, ແລະ ໄປຕາມທາງຂອງເຈົ້າ." 20 ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ, ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່.