​ບົດ​ທີ 14

1 ໃນສະໄຫມຂອງອຳຣາເຟນ, ກະສັດຂອງເມືອງຊີນາ, ເຈົ້າອາຣິໂອກເມືອງເອນລາຊາ, ເຈົ້າເຄໂດລາໂອເມກະສັດເມືອງເອລາມ, ແລະ ຕີດານກະສັດເມືອງກົວອິມ, 2 ພວກເຂົາໄດ້ເຮັດເສິກຕໍ່ສູ້ກັບເບຣາ, ກະສັດເມືອງໂຊໂດມ, ບີຊາ ແຫ່ງກະສັດເມືອງໂກໂມຣາ, ຊີນັບກະສັດເມືອງອັດມາ, ເຊເມເບກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ຖືກເອີ້ນວ່າໂຊອາດ້ວຍ). 3 ພາຍກະສັດທັງຫ້າຄົນເຫລົ່ານີ້ໄດ້ຮ່ວມມືກັນທີ່ພູເຂົາສິດດິມ (ຖືກເອີ້ນວ່າທະເລເກືອດ້ວຍ). 4 ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມມາສິບສອງປີ, ແຕ່ໃນປີທີສິບສາມ ພວກເຂົາໄດ້ພາກັນກໍ່ການກະບົດຂຶ້ນ. 5 ຈາກນັ້ນໃນປີທີສິບສີ່, ເຄໂດລາໂອເມ ແລະ ກະສັດທັງຫລາຍຜູ້ທີ່ຢູ່ຜ່າຍເຂົາໄດ້ມາ ແລະ ໂຈມຕີຄົນເຣຟາອີມທີ່ເມືອງ ອັດຊະຕາໂຣດ ການາອີມ, ຄົນຊູຊິມ ທີ່ເມືອງຮາມ, ຄົນເອມິມ ທີ່ເມືອງກີຣິອາດທາອິມ, 6 ແລະ ຄົນໂຮຣີທີ່ດິນແດນພູເຂົາເສອີ, ຂອງພວກເຂົາໄກໄປ, ເຖິງເມືອງເອນປາຣານ, ຊຶ່ງຢູ່ໃກ້ທະເລຊາຍ. 7 ຈາກນັ້ນພວກເຂົາກໍໄດ້ກັບມາຍັງເມືອງມິດສະປັດ. (ຖືກເອີ້ນອີກວ່າກາເດັດດ້ວຍ.), ແລະ ຮົບຊະນະທຸກເມືອງຂອງຊາວອາມາເຫລັກ, ແລະ ຄົນອາໂມທີ່ອາໄສຢູ່ທີ່ເມືອງຮາຊາໂຊນຕາມາ. 8 ຈາກນັ້ນກະສັດເມືອງໂຊໂດມ, ກະສັດເມືອງໂກໂມຣາ, ກະສັດເມືອງອັດມາ, ກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ທີ່ເອີ້ນວ່າໂຊອາດ້ວຍ) ໄດ້ອອກໄປ 9 ແລະ ຕຽມຕົວເຮັດສົງຄາມສູ້ຮົບກັບເຄໂດລາໂອເມ, ກະສັດເມືອງເອລາມ, ຕີດານກະສັດເມືອງກົວອິມ, ອຳຣາເຟນກະສັດເມືອງຊີນາ, ອາຣິໂອກ, ກະສັດເມືອງເອນລາຊາ; ລວມເປັນກະສັດສີ່ພະອົງຕໍ່ສູ້ກະສັດຫ້າພະອົງ. 10 ຂະນະນັ້ນທີ່ຮ່ອມເຂົາສິດດິມເຕັມໄປດ້ວຍບໍ່ນໍ້າມັນດິບ, ແລະ ເມື່ອກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາຫລົບຫນີນັ້ນ, ພວກເຂົາໄດ້ຕົກລົງໃນບໍ່ນັ້ນ. ສ່ວນກະສັດຄົນອື່ນໄດ້ຫລົບລີ້ໄປຍັງພູເຂົາ. 11 ດັ່ງນັ້ນພວກຂ້າເສິກໄດ້ຢຶດເອົາສະບຽງອາຫານ ແລະ ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາແລ້ວຈາກໄປ. 12 ເມື່ອພວກເຂົາຈາກໄປ, ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ. 13 ມີຊາຍຄົນຫນຶ່ງຫນີມາໄດ້ ແລະ ໄດ້ມາບອກອັບຣາມຄົນເຮັບເຣີ. ເຂົາອາໄສຢູ່ໃກ້ຕົ້ນໂອກທີ່ເປັນຂອງມຳເຣ, ຄົນອາໂມໄຣຜູ້ຊຶ່ງເປັນພີ່ນ້ອງ. ຂອງເອັດຊະໂຄນ ແລະ ອາເນ, ຄົນພວກນີ້ທັງຫມົດເປັນມິດກັບອັບຣາມ. 14 ໃນຂະນະນັ້ນເມື່ອອັບຣາມໄດ້ຍິນວ່າພວກສັດຕຣູໄດ້ຈັບຕົວຫລານຊາຍຂອງຕົນໄປ, ເພິ່ນໄດ້ຜູ້ຊາຍທີ່ໄດ້ຮັບການຝຶກຂອງເພິ່ນຈຳນວນ 318 ຄົນຜູ້ຊຶ່ງເກີດໃນຄ້າຍພັກຂອງເພິ່ນ, ແລະ ເພິ່ນໄດ້ໄລ່ຕາມພວກເຂົາໄປຈົນເຖິງເມືອງດານ. 15 ແບ່ງຄົນຂອງເພິ່ນອອກຕໍ່ສູ້ກັບພວກເຂົາໃນເວລາກາງຄືນ ແລະໂຈມຕີພວກເຂົາ, ແລະ ໄລ່ຕິດຕາມພວກເຂົາໄປໄກເຖິງເມືອງໂຮບາ, ຊຶ່ງຢູ່ທາງເຫນືອຂອງເມືອງດາມັສກັດ. 16 ຈາກນັ້ນເຂົາກໍໄດ້ນຳສິ່ງທີ່ຖືກຢຶດຄືນມາໄດ້ທັງຫມົດ, ແລະ ເພິ່ນຍັງນຳເອົາໂລດຫລານຊາຍຂອງຕົນ ແລະຊັບສົມບັດຂອງລາວພ້ອມທັງບັນດາແມ່ຍິງ ແລະ ຄົນອື່ນໆກັບມາດ້ວຍ. 17 ຫລັງຈາກອັບຣາມໄດ້ກັບມາຈາກການເຮັດໃຫ້ເຈົ້າເຄໂດລາໂອເມ ແລະ ກະສັດທັງຫລາຍທັງຫລາຍທີ່ຢູ່ຝ່າຍເຂົາຜ່າຍແພ້ແລ້ວ, ກະສັດເມືອງໂຊໂດມໄດ້ອອກມາຕ້ອນຮັບເພິ່ນຢູ່ທີ່ຮ່ອມພູຊາເວ (ມີຊື່ອີກວ່າຮ່ອມພູຂອງກະສັດດ້ວຍ). 18 ເມນຄີເຊເດັກ, ກະສັດແຫ່ງນະຄອນຊາເລັມ, ໄດ້ນຳເອົາເຂົ້າຈີ່ກັບ, ເຫລົ້າອະງຸ່ນອອກມາໃຫ້. ເພິ່ນເປັນປະໂລຫິດຂອງພຣະເຈົ້າສູງສຸດ. 19 ເພິ່ນໄດ້ອວຍພອນອັບຣາມວ່າ, "ພຣະພອນຈົ່ງມີແດ່ອັບຣາມໂດຍພຣະເຈົ້າສູງສຸດ, ຜູ້ຊົງສ້າງທ້ອງຟ້າ ແລະ ແຜ່ນດິນໂລກ, 20 ສັນຣະເສີນພຣະເຈົ້າສູງສຸດ, ຜູ້ຊົງເຮັດໃຫ້ສັດຕຣູຂອງເຈົ້າຢູ່ໃນມືຂອງເຈົ້າ." ຈາກນັ້ນອັບຣາມກໍໄດ້ຖວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ແກ່ເພິ່ນ. 21 ກະສັດເມືອງໂຊໂດມໄດ້ກ່າວກັບອັບຣາມວ່າ, "ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ, ແລະ ເອົາສິ່ງຂອງໄປສຳລັບຕົວເຈົ້າເອງ." 22 ແຕ່ອັບຣາມໄດ້ຕອບກັບກະສັດເມືອງໂຊໂດມວ່າ, "ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍໃຫ້​ແກ່ພຣະຢາເວ, ພຣະເຈົ້າຜູ້ສູງສຸດ, ຜູ້ຊົງສ້າງຟ້າ ແລະແຜ່ນດິນໂລກ, 23 ວ່າຂ້ານ້ອຍຈະບໍ່ເອົາເສັ້ນດ້າຍຈັກຫນຶ່ງເສັ້ນ, ຫລືສິ່ງໃດໆທີ່ເປັນຂອງທ່ານ, ດັ່ງນັ້ນທ່ານຈະບໍ່ສາມາດກ່າວໄດ້ວ່າ, ເຮົາໄດ້ເຮັດໃຫ້ອັບຣາມຮັ່ງມີ. 24 ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ ແລະ ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ. ຂໍໃຫ້ອາເນ, ເອັດຊະໂຄນ, ແລະ ມຳເຣໄດ້ຮັບສ່ວນຂອງພວກເຂົາເຖີດ."