Genesis 28

Genesis 28:1

ອີຊາກໄດ້ສັ່ງຫຍັງແດ່ຢາໂຄບກ່ອນທີ່ລາວຈະອອກໄປ?

ອີຊາກສັ່ງຢາໂຄບບໍ່ໃຫ້ເອົາເມຍຊາວການາອານ.

ອີຊາກບອກຢາໂຄບໃຫ້ເອົາເມຍຢູ່ໃສ?

ອີຊາກບອກຢາໂຄບໃຫ້ເອົາເມຍຈາກລູກສາວຂອງລາບານເຊິ່ງເປັນນ້ອງຊາຍຂອງນາງເຣເບກາ.

Genesis 28:3

ອີຊາກໄດ້ອວຍພອນອັນໃດຈາກພຣະເຈົ້າໃຫ້ຢາໂຄບ?

ອີຊາກໄດ້ຂໍໃຫ້ພຣະເຈົ້າໃຫ້ພອນຂອງອັບຣາຮາມແກ່ຢາໂຄບ.

Genesis 28:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 28:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 28:8

ເອຊາວເອົາເມຍຂອງລາວຈາກບ່ອນໃດ ເມື່ອລາວເຫັນວ່າພວກຜູ້ຍິງຊາວການາອານບໍ່ພໍໃຈອີຊາກ?

ເອຊາວໄດ້ເອົາເມຍຈາກລູກສາວຂອງອິດຊະມາເອນ, ລູກຊາຍຂອງອັບຣາຮາມ.

Genesis 28:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 28:12

ຢາໂຄບໄດ້ເຫັນຫຍັງໃນຄວາມຝັນຂອງລາວໃນຂະນະທີ່ ກຳລັງເດີນທາງໄປເມືອງຮາຣານ?

ຢາໂຄບໄດ້ເຫັນຂັ້ນໄດຈາກແຜ່ນດິນໂລກສູ່ສະຫວັນດ້ວຍທູດສະຫວັນຕັ້ງຊັນຂຶ້ນ ແລະ ລົງເທິງມັນ, ແລະພຣະຢາເວຢືນຢູ່ເທິງນັ້ນ.

ພຣະຢາເວເວົ້າຫຍັງກ່ຽວກັບແຜ່ນດິນທີ່ຍາໂຄບນອນຢູ່?

ພຣະຢາເວກ່າວວ່າແຜ່ນດິນຢາໂຄບນອນຢູ່ເທິງແຜ່ນດິນໂລກ ຈະຖືກມອບໃຫ້ແກ່ລາວ ແລະ ລູກຫລານຂອງລາວ.

ພຣະຜູ້ເປັນເຈົ້າໃຫ້ພອນຂອງຜູ້ໃດແກ່ຢາໂຄບ?

ພຣະຢາເວໄດ້ໃຫ້ພອນຂອງອັບຣາຮາມແກ່ຢາໂຄບ.

Genesis 28:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 28:16

ຢາໂຄບເວົ້າຫຍັງ ກ່ຽວກັບສະຖານທີ່ທີ່ລາວຝັນ?

ຢາໂຄບກ່າວວ່າສະຖານທີ່ນັ້ນແມ່ນເຮືອນຂອງພຣະເຈົ້າ ແລະເປັນປະຕູສະຫວັນ.

Genesis 28:18

ຢາໂຄບຕັ້ງຊື່ຫຍັງໃຫ້ບ່ອນທີ່ລາວຝັນ?

ຢາໂຄບຕັ້ງຊື່ບ່ອນນັ້ນວ່າເບັດເອນ.

Genesis 28:20

ຢາໂຄບຂໍໃຫ້ພຣະຢາເວຕ້ອງເຮັດຫຍັງເພື່ອໃຫ້ພຣະຢາເວ ເປັນພຣະເຈົ້າຂອງລາວ?

ຢາໂຄບກ່າວວ່າພຣະຢາເວຕ້ອງຢູ່ກັບລາວ ແລະ ປົກປ້ອງລາວໃນການເດີນທາງຂອງລາວ ເພື່ອລາວຈະໄດ້ກັບໄປເຮືອນຂອງພໍ່ຂອງລາວຢ່າງປອດໄພ.

ຢາໂຄບໄດ້ສັນຍາວ່າຈະໃຫ້ສິ່ງໃດແດ່ແກ່ພຣະຢາເວຖ້າຫາກ ພຣະຢາເວ ໄດ້ເຮັດສິ່ງເຫລົ່ານີ້ສຳລັບລາວ?

ຢາໂຄບສັນຍາວ່າຈະຕອບແທນໃຫ້ກັບພຣະຢາເວສ່ວນສິບຂອງທຸກສິ່ງທີ່ພຣະຢາເວໄດ້ມອບໃຫ້ຢາໂຄບ.