Genesis 29

Genesis 29:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 29:4

ພວກຜູ້ຊາຍທີ່ຢາໂຄບເວົ້ານຳແມ່ນມາຈາກໃສ?

ພວກຜູ້ຊາຍມາຈາກເມືອງຮາຣານ.

ແມ່ນໃຜທີ່ມາຫາຝູງແກະນຳອີກ?

ຣາເຊັນລູກສາວຂອງລາບານກໍ່ໄດ້ມາທີ່ນໍ້າສ້າງດ້ວຍຝູງແກະ.

Genesis 29:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 29:9

ຢາໂຄບໄດ້ເຮັດຫຍັງເພື່ອແກະຂອງລາບານ?

ຢາໂຄບໄດ້ກິ້ງຫີນອອກຈາກປາກຂອງນໍ້າສ້າງ ແລະ ຕັກນໍ້າລ້ຽງຝູງແກະ.

Genesis 29:11

ຢາໂຄບບອກຣາເຊັນວ່າແນວໃດ, ແລະນາງໄດ້ເຮັດຫຍັງ?

ຢາໂຄບບອກຣາເຊັນວ່າລາວແມ່ນຍາດພີ່ນ້ອງຂອງບິດາຂອງນາງ, ຫລັງຈາກນັ້ນນາງຣາເຊັນໄດ້ແລ່ນໄປບອກພໍ່ຂອງນາງ.

Genesis 29:13

ລາບານໄດ້ຕອບສະຫນອງແນວໃດເມື່ອລາວໄດ້ຍິນກ່ຽວກັບການມາຂອງຢາໂຄບ?

ລາບານໄດ້ແລ່ນໄປພົບຢາໂຄບ, ກອດລາວ, ຈູບລາວ, ແລະພາລາວໄປເຮືອນຂອງລາວ.

Genesis 29:15

ອະທິບາຍລູກສາວສອງຄົນຂອງລາບານ.

ເລອາເປັນລູກສາວກົກ ແລະ ນາງມີແວວຕາສັ້ນ, ໃນຂະນະທີ່ນາງຣາເຊັນຜູ້ນ້ອງ ແລະມີຮູບຮ່າງຫນ້າຕາດີ.

ລາບານ ແລະຢາໂຄບໄດ້ຈັດການແນວໃດກ່ຽວກັບຄ່າແຮງງານຂອງຢາໂຄບ?

ພວກເຂົາໄດ້ຕົກລົງກັນວ່າຢາໂຄບຈະຮັບໃຊ້ ລາບານເປັນເວລາເຈັດປີເພື່ອຈະໄດ້ຣາເຊັນເປັນການຕອບແທນ.

Genesis 29:19

ເປັນຫຍັງການອອກແຮງງານເຈັດປີຈຶ່ງເບິ່ງຄືວ່າເປັນເວລາສອງສາມມື້ສຳລັບຢາໂຄບ?

ການອອກແຮງງານເຈັດປີເບິ່ງຄືວ່າເປັນພຽງສອງສາມມື້ເທົ່ານັ້ນ ເພາະຄວາມຮັກທີ່ຢາໂຄບມີຕໍ່ນາງຣາເຊັນ.

Genesis 29:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 29:23

ລາບານໄດ້ຫລອກລວງຢາໂຄບແນວໃດ?

ລາບານໃຫ້ເລອາແກ່ຢາໂຄບ, ແທນທີ່ຈະເປັນຣາເຊັນ, ໃນຄືນຂອງມື້ແຕ່ງງານ.

ລາບານໄດ້ມອບໃຜໃຫ້ແກ່ເລອາ, ເພື່ອເປັນຜູ້ຮັບໃຊ້ຂອງນາງ?

ລາບານໃຫ້ຜູ້ຮັບໃຊ້ຍິງຂອງລາວຊີລະປາໃຫ້ແກ່ເລອາ ລູກສາວຂອງເຂົາໃຫ້​ເປັນ​ຄົນຮັບໃຊ້ຂອງ​ນາງ.

Genesis 29:26

ຍ້ອນຫຍັງລາບານຈຶ່ງບອກວ່າລາວໄດ້ຫລອກລວງຢາໂຄບ?

ລາບານບອກວ່າມັນມັນບໍ່ແມ່ນ​ທຳນຽມ​ຂອງ​ເຮົາ ທີ່​ຈະ​ໃຫ້​ລູກສາວຄົນນ້ອຍເອົາ​ຜົວ​ກ່ອນລູກສາວຜູ້​ເອື້ອຍ.

ລາບານ ແລະ ຢາໂຄບໄດ້ເຮັດຫຍັງບໍລິຫານແນວໃດກ່ຽວກັບແຮງງານຂອງຢາໂຄບ?

ພວກເຂົາໄດ້ຕົກລົງກັນວ່າໃຫ້ຢາໂຄບຮັບໃຊ້ລາບານ ຕື່ມອີກເຈັດປີເພື່ອເປັນການຕອບແທນເຣເຊັນ.

Genesis 29:28

ລາບານໄດ້ມອບໃຜໃຫ້ນາງຣາເຊັນ ເພື່ອເປັນຜູ້ຮັບໃຊ້ຂອງນາງ?

ລາບານໄດ້ມອບບິນຮາໃຫ້ແກ່ ຣາເຊັນ, ລູກສາວຂອງລາວ, ໃຫ້ເປັນຜູ້ຮັບໃຊ້ຂອງນາງ.

Genesis 29:31

ພຣະຢາເວໄດ້ເຮັດຫຍັງເມື່ອເຫັນວ່າຢາໂຄບບໍ່ຮັກເລອາ?

ພຣະຢາເວໄດ້ເຮັດໃຫ້ເລອາຖືພາ, ແຕ່ຣາເຊັນບໍ່ມີລູກ.

ເລອາມີຄວາມຫວັງຫຍັງ ຖ້ານາງເກີດລູກຊາຍໃຫ້ຢາໂຄບ?

ເລອາຫວັງວ່າຍາໂຄບຈະຮັກນາງຖ້ານາງເກີດລູກຊາຍໃຫ້ລາວ.

ລູກຊາຍກົກຂອງເລອາຊື່ວ່າແນວໃດ?

ຊື່ຂອງລູກຊາຍກົກຂອງເລອາຊື່ ຣູເບັນ.

Genesis 29:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 29:35

ເລອາໄດ້ເວົ້າຫຍັງຫລັງຈາກນາງໄດ້ເກີດຢູດາ?

ຫລັງຈາກນາງໄດ້ເກີດຢູດາ ເລອາເວົ້າວ່າ, "ເທື່ອນີ້ຂ້ອຍຈະຍ້ອງຍໍສັນລະເສີນພຣະຢາເວ."