Genesis 27

Genesis 27:1

ໃນຂະນະທີ່ອີຊາກເຖົ້າແກ່ລົງ, ລາວບໍ່ສາມາດເຮັດຫຍັງອີກຕໍ່ໄປ?

ເມື່ອອີຊາກເຖົ້າແກ່ແລ້ວ, ລາວບໍ່ສາມາດເຫັນໄດ້ອີກຕໍ່ໄປ.

Genesis 27:3

ອີຊາກໄດ້ຂໍໃຫ້ເອຊາວເຮັດຫຍັງ, ແລະ ຍ້ອນຫຍັງ?

ອີຊາກໄດ້ຂໍໃຫ້ເອຊາວໄປລ່າສັດ ແລະ ແຕ່ງອາຫານທີ່ລາວມັກ, ເພື່ອລາວຈະໄດ້ກິນ ແລະ ອວຍພອນໃຫ້ເອຊາວ.

Genesis 27:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:8

ເຣເບກາມີແຜນການຫຍັງໃນການຈັດຫາອາຫານໃຫ້ອີຊາກແລະ ເພາະເຫດໃດ?

ນາງເຣເບກາໄດ້ບອກຢາໂຄບໄປຫາແບ້ສອງໂຕ ແລະ ນາງຈະເຮັດອາຫານທີ່ອີຊາກມັກ, ເພື່ອວ່າຢາໂຄບຈະສາມາດເອົາມັນໄປໃຫ້ອີຊາກ ແລະ ໄດ້ຮັບພອນ.

Genesis 27:11

ຢາໂຄບກັງວົນກ່ຽວກັບຫຍັງໃນການນຳເອົາອາຫານໄປໃຫ້ອີຊາກ?

ຢາໂຄບກັງວົນວ່າເອຊາວເປັນຄົນທີ່ມີຂົນ ແລະ ລາວເປັນຄົນຜີວກ້ຽງ, ແລະອີຊາກຈະສຳພັດລາວ ແລະ ຮູ້ວ່າຢາໂຄບເປັນຜູ້ຫລອກລວງ ແລະສາບແຊ່ງລາວ.

Genesis 27:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:15

ນາງເຣເບກາສາມາດແກ້ໄຂບັນຫາຂອງເອຊາວໄດ້ແນວໃດ ເພື່ອເຮັດໃຫ້ລາວເປັນຄົນທີ່ມີຂົນ ແລະ ໂດຍທີ່ຢາໂຄບເປັນຄົນທີ່ມີຜີວລຽບ?

ນາງເຣເບກາເອົາເຄື່ອງນຸ່ງຂອງເອຊາວໃສ່ຢາໂຄບ ແລະ​ເອົາ​ຫນັງ​ຂອງແກະ​ມາ​ປົກເທິງມື​ຂອງເຂົາ ແລະ ຊ່ວງຄໍຂອງ​ເຂົາ.

Genesis 27:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:20

ເມື່ອອີຊາກຖາມວ່າ, ຢາໂຄບໄດ້ເວົ້າແນວໃດວ່າລາວໄດ້ລ່າສັດໄວແທ້?

ຢາໂຄບກ່າວວ່າ, ພຣະເຈົ້າຢາເວ, ພຣະເຈົ້າຂອງອີຊາກໄດ້ນຳສັດມາໃຫ້ລາວ.

Genesis 27:22

ຍ້ອນວ່າລາວບໍ່ແນ່ໃຈ, ອີຊາກພະຍາຍາມກວດເບິ່ງແນວໃດເພື່ອຈະຮູ້ວ່າໃຜກຳລັງເອົາອາຫານມາໃຫ້ລາວ?

ອີຊາກໄດ້ລູບເບິ່ງທີ່ແຂນຂອງຢາໂຄບ ແລະ ຮູ້ສຶກວ່າມີຂົນແບ້.

Genesis 27:24

ຢາໂຄບເວົ້າຫຍັງເມື່ອອີຊາກຖາມວ່າ: "ເຈົ້າເປັນເອຊາວລູກຊາຍຂອງຂ້ອຍບໍ?"

ຢາໂຄບຕອບວ່າ, "ຂ້ອຍແມ່ນ".

Genesis 27:26

ໃນທີ່ສຸດສິ່ງໃດທີ່ເຮັດໃຫ້ອີຊາກເຊື່ອວ່າຜູ້ທີ່ເອົາອາຫານມາແມ່ນເອຊາວ?

ເມື່ອຢາໂຄບຍັບມາໃກ້ອີຊາກເພື່ອຈູບລາວ, ອີຊາກໄດ້ດົມກິ່ນເຄື່ອງນຸ່ງຂອງເອຊາວ.

Genesis 27:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:29

ອີຊາກເວົ້າວ່າໃຜແດ່ທີ່ຕ້ອງຈະກົ້ມຂາບຢາໂຄບ?

ອີຊາກກ່າວວ່າປະເທດຕ່າງໆຈະກົ້ມກາບຢາໂຄບ ແລະ ບັນດາລູກຊາຍຂອງຢາໂຄບຈະກົ້ມຂາບຕໍ່ລາວ.

Genesis 27:30

ເອຊາວໄດ້ເຮັດຫຍັງທັນທີຫລັງຈາກຢາໂຄບອອກຈາກເຕັນຂອງອີຊາກ?

ເອຊາວເຂົ້າມາຈາກການລ່າສັດ, ກະກຽມອາຫານ, ແລະເອົາມາໃຫ້ອີຊາກ.

Genesis 27:32

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:34

ອີຊາກເວົ້າຫຍັງເມື່ອເອຊາວຂໍພອນຈາກອີຊາກ?

ອີຊາກກ່າວວ່າຢາໂຄບ​ໄດ້ມາທີ່ນີ້ຢ່າງມີເລ້ຫລ່ຽມ ແລະ ​ເອົາ​ຄຳອວຍພອນ​ຂອງເອຊາວຄວນ​ຈະ​ໄດ້ໄປ​ແລ້ວ.

Genesis 27:36

ເອຊາວເວົ້າວ່າຢາໂຄບໄດ້ໂກງລາວສອງຢ່າງມີຢ່າງໃດແດ່?

ເອຊາວເວົ້າວ່າຢາໂຄບໄດ້ໂກງລາວຈາກສິດທິອ້າຍກົກ ແລະຈາກພອນຂອງລາວ.

Genesis 27:38

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 27:39

ແມ່ນຫຍັງຄື "ພອນ" ທີ່ອີຊາກໃຫ້ກັບເອຊາວ?

ອີຊາກກ່າວວ່າເອຊາວຈະຢູ່ຫ່າງຈາກຄວາມອຸດົມສົມບູນຂອງແຜ່ນດິນໂລກ, ລາວຈະຮັບໃຊ້ນ້ອງຊາຍຂອງລາວ, ແຕ່​ເມື່ອ​ເຈົ້າກະບົດ, ເຈົ້າ​ຈະ​ປົດແອກຂອງເຂົາ​​ອອກຈາກ​ຄໍຂອງຢາໂຄບໄດ້.

Genesis 27:41

ເອຊາວໄດ້ຕັດສິນໃຈເຮັດຫຍັງຫລັງຈາກອີຊາກຕາຍ?

ເອຊາວຕັດສິນໃຈວາງແຜນຂ້າຢາໂຄບຫລັງຈາກອີຊາກຕາຍ.

Genesis 27:43

ເຣເບກາໄດ້ເຮັດຫຍັງຫລັງຈາກໄດ້ຍິນແຜນຂອງເອຊາວ?

ນາງເຣເບກາໄດ້ສົ່ງຢາໂຄບໄປຫາລາບານ, ນ້ອງຊາຍຂອງນາງ, ທີ່ເມືອງຮາຣານ.

Genesis 27:46

ບໍ່ມີຄຳຖາມ

ບໍ່ມີຄຳຖາມ