Genesis 49

Genesis 49:1

ຂໍ້ມູນທົ່ວໄປ:

ນີ້ແມ່ນຈຸດເລີ່ມຕົ້ນຂອງພອນສຸດທ້າຍທີ່ຢາໂຄບໃຫ້ແກ່ພວກລູກຊາຍຂອງລາວ. ນີ້ສືບຕໍ່ຈາກໃນຂໍ້ 49:27. ພອນຂອງຢາໂຄບຖືກຂຽນໄວ້ໃນຮູບແບບກາບກອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-poetry)

ພວກເຈົ້າຈົ່ງມາຊຸມນຸມກັນ ເເລະ ຟັງ, ລູກຊາຍທັງຫລາຍຂອງຢາໂຄບ.ຈົ່ງຟັງອິສະຣາເອນ, ພໍ່ຂອງພວກເຈົ້າ

ປະໂຫຍກທັງສອງເວົ້າຄືກັນເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ຈົ່ງຟັງພໍ່ຂອງເຈົ້າຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ລູກຊາຍທັງຫລາຍຂອງຢາໂຄບ.ຈົ່ງຟັງອິດສະຣາເອນ, ພໍ່ຂອງພວກເຈົ້າ

ຢາໂຄບກຳລັງກ່າວເຖິງຕົວເອງເປັນບຸກຄົນທີສາມ. ມັນສາມາດຖືກກ່າວເຖິງເປັນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: "ລູກຊາຍຂອງຂ້ອຍ. ຟັງຂ້ອຍ, ພໍ່ຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

Genesis 49:3

ລູກຫົວປີຂອງເຮົາ, ເປັນອຳນາດຂອງເຮົາ, ເເລະເປັນຈຸດເລີ່ມຕົ້ນຂອງກໍາລັງຂອງເຮົາ

ວະລີທີ່ວ່າ "ລູກຊາຍກົກຂອງຂ້ອຍ, ເປັນພະລັງຂອງຂ້ອຍ" ແລະ "ຈຸດເລີ່ມຕົ້ນຂອງກຳລັງຂອງຂ້ອຍ" ຫມາຍເຖິງສິ່ງດຽວກັນ. ຄຳເວົ້າທີ່ວ່າ "ກຳລັງ" ແລະ "ຄວາມເຂັ້ມແຂງ" ແມ່ນຫມາຍເຖິງຄວາມສາມາດຂອງຢາໂຄບໃນການຜະລິດລູກ. ຄຳວ່າ "ລູກຊາຍກົກ" ແລະ "ເລີ່ມຕົ້ນ" ຫມາຍເຖິງ ຣູເບັນ ເປັນລູກຄົນທຳອິດຂອງລາວ. ອາດແປໄດ້ອີກວ່າ: "ລູກຄົນທຳອິດຂອງຂ້ອຍ ພາຍຫລັງທີ່ຂ້ອຍໄດ້ກາຍເປັນຊາຍເຕັມຕົວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ເປັນກຽດຕິຍົດຊື່ສຽງທີ່ສຳຄັນຂອງເຮົາ, ແລະເປັນພະລັງທີ່ສຳຄັນຂອງເຮົາ.

ປະໂຫຍກນີ້ສາມາດຖືກລະບຸເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ເຈົ້າເປັນຄົນທຳອິດແຫ່ງກຽດຕິຍົດ ແລະ ອຳນາດ" ຫລື "ເຈົ້າເຫນືອກວ່າທຸກຄົນ ໃນກຽດຕິຍົດ ແລະ ອຳນາດ"

ບໍ່ສາມາດຄວບຄຸບໄດ້ເຫມືອນນ້ຳທີ່ໄຫລເເຮງ

ຢາໂຄບປຽບທຽບຣູເບັນເປັນເຫມືອນກັບກະແສນໍ້າທີ່ແຂງແຮງ ເພື່ອເນັ້ນຫນັກວ່າລາວບໍ່ສາມາດຄວບຄຸມຄວາມໂກດແຄ້ນຂອງລາວ ແລະ ລາວບໍ່ຫມັ້ນຄົງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ເຈົ້າຈະບໍ່ດີີກວ່າຄົນອື່ນ

"ເຈົ້າຈະບໍ່ເປັນໃຫຍ່ກວ່າບັນດາອ້າຍນ້ອງຂອງເຈົ້າ"

ເພາະວ່າເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ.ໄດ້ເຮັດໃຫ້ມັນເປັນມົນທິນ; ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ

ໃນນີ້ຄຳວ່າ “ຕຽງນອນ” ແລະ “ຕັ່ງນັ່ງ” ຫມາຍເຖິງເມຍຂອງຢາໂຄບ, ນາງ ບິນຮາ. ຢາໂຄບກຳລັງກ່າວເຖິງຕອນທີ່ ຣູເບັນໄດ້ນອນກັບນາງ ບິນຮາ (ເບິ່ງ: 35: 21). ອາດແປໄດ້ອີກວ່າ: "ເພາະວ່າເຈົ້າໄປທີ່ຫ້ອງນອນຂອງຂ້ອຍ ແລະ ໄດ້ນອນກັບເມຍຂອງຂ້ອຍນາງ ບິນຮາເຈົ້າໄດ້ເຮັດໃຫ້ຂ້ອຍອັບອາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ....ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ

ປະໂຫຍກທັງສອງແມ່ນຫມາຍເຖິງສິ່ງດຽວກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

Genesis 49:5

ຊີເມໂອນ ເເລະເລວີເປັນພີ່ນອ້ງກັນ

ປະໂຫຍກນີ້ບໍ່ພຽງແຕ່ຫມາຍຄວາມວ່າພວກເຂົາແມ່ນອ້າຍນ້ອງໂດຍກຳເນີດ. ຢາໂຄບກຳລັງກ່າວເນັ້ນວ່າພວກເຂົາໄດ້ເຮັດວຽກຮ່ວມກັນເພື່ອຂ້າຊາວຊີເຄມ.

ອາວຸດເເຫ່ງຄວາມຮຸນເເຮງຄື ດາບທັງຫລາຍຂອງພວກເຂົາ

"ພວກເຂົາໃຊ້ດາບຂອງພວກເຂົາເພື່ອທຳຮ້າຍ ແລະ ຂ້າຄົນອື່ນ"

ໂອ້ ຈິດວິນຍານຂອງເຮົາ...ຈິດໃຈຂອງເຮົາ

ຢາໂຄບໃຊ້ຄຳວ່າ "ຈິດວິນຍານ" ແລະ "ຫົວໃຈ" ເພື່ອກ່າວເຖິງຕົວເອງ ແລະ ກຳລັງເວົ້າວ່າຄົນອື່ນ, ແລະບາງທີພຣະເຈົ້າກໍ່ໃຫ້ກຽດລາວຫລາຍ, ລາວບໍ່ຢາກຮ່ວມກັບຜູ້ທີ່ວາງແຜນທີ່ຈະເຮັດສິ່ງທີ່ຊົ່ວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ບໍ່ເຂົ້າໄປໃນທີ່ປະຊຸມນຸມຂອງພວກເຂົາ

ສອງວະລີນີ້ຫມາຍມີຄວາມຫມາຍພື້ນຖານຄືກັນ. ຢາໂຄບສັງລວມພວກເຂົາເພື່ອເນັ້ນຫນັກວ່າ ລາວບໍ່ຕ້ອງການເຂົ້າຮ່ວມໃນແຜນການທີ່ຊົ່ວຮ້າຍຂອງພວກເຂົາ. ອາດແປໄດ້ອີກວ່າ: "ຂ້ອຍແນ່ນອນຈະບໍ່ເຂົ້າຮ່ວມກັບພວກເຂົາໃນການວາງແຜນໃດໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ພວກເຂົາເຮັດໃຫ້ພວກງົວໂຕຜູ້ທັງຫລາຍພິການ

ນີ້ຫມາຍເຖິງຊີເມໂອນ ແລະ ເລວີ ທີ່ເຮັດໃຫ້ງົວພິການພຽງເພື່ອຄວາມບັນເທີງເທົ່ານັ້ນ.

ພິການ

ນີ້ຫມາຍເຖິງການຕັດຂາຂອງສັດເພື່ອບໍ່ໃຫ້ມັນຍ່າງໄດ້.

Genesis 49:7

ຄວາມໃຈຮ້າຍຂອງພວກເຂົາ, ເຮັດໃຫ້ຖືກເເຊ່ງເພາະວ່າມັນຄືນຄວາມດຸຮ້າຍ— ເເລະຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ

ພຣະເຈົ້າສາບແຊ່ງຊີໂອນ ແລະ ເລວີ ຖືກເວົ້າຄືວ່າພຣະເຈົ້າ ກຳລັງປ້ອຍດ່າຄວາມໃຈຮ້າຍ ແລະ ຄວາມໂຫດຮ້າຍຂອງພວກເຂົາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະຜູ້ເປັນເຈົ້າກ່າວວ່າ," ຂ້ອຍຈະສາບແຊ່ງພວກເຂົາ ເພາະຄວາມໂກດແຄ້ນ ແລະ ໂຫດຮ້າຍອັນເລືອດເຢັນຂອງພວກເຂົາ " ຫລື "ເຮົາ, ພຣະຜູ້ເປັນເຈົ້າ, ຈະສາບແຊ່ງພວກເຂົາຍ້ອນຄວາມໂກດແຄ້ນ ແລະ ໂຫດຮ້າຍອັນເລືອດເຢັນຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-activepassive)

ຄວາມໃຈຮ້າຍຂອງພວກເຂົາ,ເຮັດໃຫ້ຖືກເເຊ່ງ

ໃນຄຳພະຍາກອນ, ຜູ້ພະຍາກອນມັກຈະເວົ້າຖ້ອຍຄຳຂອງພຣະເຈົ້າ ຄືກັບວ່າພຣະເຈົ້າເອງກຳລັງເວົ້າ. ສິ່ງນີ້ເນັ້ນຫນັກ ເຖິງຄວາມສຳພັນອັນໃກ້ຊິດກັນລະຫວ່າງພວກຜູ້ທຳນວາຍ ແລະ ພຣະເຈົ້າ.

ແລະ ຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ

ຄຳເວົ້າທີ່ວ່າ "ເຮົາຈະປ້ອຍດ່າ" ເປັນທີ່ເຂົ້າໃຈແລ້ວ. ອາດແປໄດ້ອີກວ່າ: "ແລະຂ້ອຍຈະປ້ອຍດ່າຄວາມໂກດແຄ້ນຂອງພວກເຂົາ, ເພາະມັນໂຫດຮ້າຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ເຮົາເເບ່ງເເຍກພວກເຂົາໃນຢາໂຄບ ເເລະກະຈາຍພວກເຂົາໃນອິດສະຣາເອນ

ຄຳວ່າ "ເຮົາ" ຫມາຍເຖິງພຣະເຈົ້າ. ຄຳວ່າ "ພວກເຂົາ" ຫມາຍເຖິງຊີເມໂອນ ແລະ ເລວີ ແຕ່ພວກມັນແມ່ນຄຳອຸປະມາທີ່ຫມາຍເຖິງລູກຫລານຂອງພວກເຂົາ. ຄຳເວົ້າທີ່ວ່າ "ຢາໂຄບ" ແລະ "ອິດສະຣາເອນ" ແມ່ນຄຳເວົ້າທີ່ຫຍໍ້ມາຈາກປະຊາຊົນອິດສະຣາເອນທຸກຄົນ. ອາດແປໄດ້ອີກວ່າ: "ເຮົາຈະແຍກເຊື້ອສາຍຂອງພວກເຂົາ ແລະ ໃຫ້ພວກເຂົາກະຈັດກະຈາຍທ່າມກາງບັນດາປະຊາຊົນອິດສະຣາເອນທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-parallelism)

Genesis 49:8

ພວກພີ່ນ້ອງຈະສັນຣະເສີນເຈົ້າ...ລູກຊາຍທັງຫລາຍຂອງພໍ່ເຈົ້າຈະກົ້ມຄຳນັບລົງຕໍ່ຫນ້າເຈົ້າ

ສອງຄຳນີ້ຫມາຍເຖິງສິ່ງດຽວກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ຈະສັນຣະເສີນເຈົ້າ. ມືຂອງເຈົ້າ

ປະໂຫຍກທີສອງກ່າວເຖິງເຫດຜົນຂອງປະໂຫຍກທຳອິດ. ຄຳວ່າ "ສຳລັບ" ຫລື "ເພາະ" ສາມາດຖືກເພີ່ມເຂົ້າໄປເພື່ອເຮັດໃຫ້ມັນຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຈະສັນລະເສີນທ່ານ. ສຳລັບມືຂອງທ່ານ" ຫລື "ຈະສັນລະເສີນທ່ານເພາະວ່າມືຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ມືຂອງເຈົ້າຈະຢູ່ເທິງຄໍຂອງເຫລົ່າສັດຕຣູຂອງເຈົ້າ

ນີ້ແມ່ນວິທີການເວົ້າວ່າ "ເຈົ້າຈະເອົາຊະນະສັດຕູຂອງເຈົ້າ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ກົ້ມຄຳນັບລົງ

ນີ້ຫມາຍຄວາມວ່າຕ້ອງກົ້ມຕົວສະແດງຄວາມເຄົາລົບ ແລະໃຫ້ກຽດຕໍ່ຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 49:9

ຢູດາເປັນເຫມືອນລູກສິງໂຕ

ຢາໂຄບເວົ້າກ່ຽວກັບຢູດາຄືກັບວ່າລາວເປັນສິງໂຕ. ຢາໂຄບ ກຳລັງກ່າວເຖິງຄວາມເຂັ້ມແຂງຂອງຢູດາ. ອາດແປໄດ້ອີກວ່າ: "ຢູດາຄືກັບສິງໂຕຫນຸ່ມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ລູກຊາຍຂອງເຮົາເອີຍ ເຈົ້າໄດ້ຂຶ້ນໄປຈາກເຫຍື່ອຂອງເຈົ້າ

"ລູກຊາຍຂອງເຮົາເອີຍ ເຈົ້າໄດ້ຂຶ້ນໄປຈາກເຫຍື່ອຂອງເຈົ້າ"

ເຫມືອນສິງໂຕ

ຢາໂຄບຍັງປຽບທຽບຢູດາກັບສິງໂຕແມ່ ນຳອີກ. ສິງໂຕແມ່ບໍ່ແມ່ນຜູ້ລ່າຕົວຫລັກ ແລະ ແຕ່ເປັນຜູ້ປົກປ້ອງລູກຂອງນາງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ໃຜຈະກ້າປຸກເຂົາ?

ຢາໂຄບໃຊ້ຄຳຖາມເພື່ອເນັ້ນຫນັກວ່າຄົນອື່ນຈະຢ້າຍກົວຢູດາຄືແນວໃດ. ອາດແປໄດ້ອີກວ່າ: "ບໍ່ມີໃຜຢາກປຸກໃຫ້ລາວຕື່ນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 49:10

ໄມ້ເທົ້າຂອງກະສັດຈະບໍ່ຈາກໄປຈາກຢູດາ, ຫລືໄມ້ເທົ້າຂອງຜູ້ປົກຄອງຈະບໍ່ອອກໄປຈາກລະຫວ່າງເທົ້າຂອງເຂົາ

“ໄມ້ເທົ້າ” ແລະ “ໄມ້ແສ້” ແມ່ນໄມ້ປະດັບທີ່ຍາວນານ ຊຶ່ງບັນດາກະສັດໄດ້ຖື. ນີ້ພວກເຂົາແມ່ນສັບສຳນວນທີ່ຫມາຍເຖິງອຳນາດ ໃນການປົກຄອງ. ແລະ, "ຢູດາ" ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ອຳນາດໃນການປົກຄອງຈະຢູ່ກັບລູກຫລານຂອງຢູດາ ຕະຫລອດໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-parallelism)

ຈົນກວ່າຊີໂລຈະມາ. ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຊີໂລ" ຫມາຍຄວາມວ່າ "ສ່ວນແບ່ງ." ອາດແປໄດ້ອີກວ່າ: "ຈົນກ່ວາປະຊາຊາດຈະເຊື່ອຟັງລາວ ແລະ ນຳເອົາສ່ວນມາໃຫ້ລາວ" ຫລື 2) "ເມືອງຊີໂລ" ຫມາຍເຖິງເມືອງ ຊີໂລ. ອາດແປໄດ້ອີກວ່າ: "ຈົນກວ່າຜູ້ປົກຄອງຈະມາຮອດເມືອງຊີໂລ. ຈາກນັ້ນປະຊາຊາດຈະເຊື່ອຟັງລາວ." ຫລາຍຄົນຖືວ່າຄຳພະຍາກອນນີ້ກ່ຽວກັບ ພຣະຜູ້ຊ່ວຍໃຫ້ລອດພົ້ນ (ພຣະເມຊີອາ) ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ. ດາວິດເປັນເຊື້ອສາຍຂອງ ຢູດາ.

ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ

ໃນນີ້ຄຳວ່າ "ປະເທດ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຈາກບັນດາປະຊາຊາດຈະເຊື່ອຟັງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 49:11

ຈົ່ງມັດລາຂອງເຂົາ.....ເຫລົ່າຕົ້ນອະງຸ່ນ

ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ຫມາຍຄວາມວ່າຕົ້ນອະງຸ່ນເຕັມໄປດ້ວຍຫມາກອະງຸ່ນຫລາຍ ດັ່ງນັ້ນເຈົ້ານາຍຈິ່ງບໍ່ສົນໃຈວ່າລາຂອງລາວຈະກິນຫມາກໄມ້ບາງສ່ວນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism ແລະ /WA-Catalog/lo_tm?section=translate#figs-explicit)

ຂອງລາວ....ລາວ

ຄວາມຫມາຍທີ່ເປັນໄປໄດ້ ສຳລັບທຸກໆເຫດການທີ່ເກີດຂື້ນ "ຂອງລາວ" ຫລື "ລາວ" ແມ່ນ 1) ພວກເຂົາຫມາຍເຖິງລູກຫລານຂອງຢູດາ. ອາດແປໄດ້ອີກວ່າ: "ຂອງພວກເຂົາ ... ພວກເຂົາ" ຫລື 2) ພວກເຂົາກ່າວເຖິງຜູ້ປົກຄອງໃນຂໍ້ 49:10, ຊຶ່ງອາດຈະຫມາຍເຖິງພະເມຊີອາ.

ເຂົາໄດ້ຊັກ......ໃນເລືອດເເຫ່ງອະງຸ່ນ

ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ມັນຫມາຍຄວາມວ່າມີຫມາກອະງຸ່ນຫລາຍຈົນພວກເຂົາສາມາດລ້າງເຄື່ອງນຸ່ງຂອງພວກເຂົາ ໃນນໍ້າອະງຸ່ນໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism ແລະ /WA-Catalog/lo_tm?section=translate#figs-explicit)

ເຂົາໄດ້ຊັກ

ປົກກະຕິແລ້ວໃນເຫດການທຳນວາຍ ທີ່ຈະເກີດຂື້ນໃນອະນາຄົດແມ່ນຖືກອະທິບາຍວ່າເປັນສິ່ງທີ່ໄດ້ເກີດຂື້ນໃນອະດີດ. ສິ່ງນີ້ເນັ້ນຫນັກວ່າເຫດການນີ້ຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ພວກເຂົາຈະລ້າງ" ຫລື "ລາວຈະລ້າງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-pastforfuture)

ເລືອດເເຫ່ງອະງຸ່ນ

ປະໂຫຍກນີ້ເວົ້າກ່ຽວກັບນໍ້າອະງຸ່ນຄືກັບວ່າມັນເປັນເລືອດ. ສິ່ງນີ້ເນັ້ນ ຫນັກວ່າສີແດງຂອງນໍ້າອະງຸ່ນແດງປານໃດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ

ນີ້ຫມາຍເຖິງສີຂອງດວງຕາຂອງຄົນເຮົາເຖິງສີແດງຂອງເຫລົ້າອະງຸ່ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຕາມືດເຮັດໃຫ້ສາຍຕາບໍ່ດີ ຫລື 2) ຄົນຕາຈະເປັນສີແດງຈາກການດື່ມເຫລົ້າຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile ແລະ /WA-Catalog/lo_tm?section=translate#figs-explicit)

ແຂ້ວຂອງເຂົາຈະຂາວຄືນົມ

ສິ່ງນີ້ປຽບທຽບສີແຂ້ວຂອງຄົນເຮົາກັບສີຂາວຂອງນົມ. ນີ້ ຫມາຍຄວາມວ່າຈະມີງົວທີ່ມີສຸຂະພາບແຂງແຮງຫລາຍ ຊຶ່ງພວກມັນຈະມີນໍ້ານົມຢ່າງຫລວງຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile ແລະ /WA-Catalog/lo_tm?section=translate#figs-explicit)

Genesis 49:13

ເຊບູໂລນ ຈະອາໄສຢູ່

ປະໂຫຍກນີ້ຫມາຍເຖິງລູກຫລານຂອງເຊບູໂລນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຂົາຈະເປັນທ່າເຮືອສຳລັບເຮືອທັງຫລາຍ

ໃນນີ້ຄຳວ່າ “ລາວ” ຫມາຍເຖິງເມືອງຕ່າງໆໃນທະເລທີ່ປະຊາຊົນຊາວ ເຊບູໂລນຈະອາໄສ ຫລື ກໍ່ສ້າງເຮືອນຂອງຕົນ. ເມືອງເຫລົ່ານີ້ຈະກາຍເປັນບ່ອນພັກຈອດສຳລັບເຮືອ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທ່າເຮືອ

ສ່ວນຫນຶ່ງຂອງທະເລທີ່ຢູ່ຕິດກັບພື້ນດິນ ແລະ ເປັນບ່ອນທີ່ປອດໄພສຳລັບເຮືອ.

Genesis 49:14

ອິດຊາຄາ ເປັນລາທີ່ມີກຳລັງແຂງແຮງ

ຢາໂຄບເວົ້າກ່ຽວກັບອິດຊາຄາ ແລະ ລູກຫລານຂອງລາວ ຄືກັບວ່າພວກເຂົາເປັນລາໂຕຫນຶ່ງ. ສິ່ງນີ້ເນັ້ນຫນັກວ່າພວກເຂົາຈະເຮັດວຽກຫນັກ. ອາດແປໄດ້ອີກວ່າ: "ລູກຫລານຂອງ ອິດຊາຄາຈະເປັນຄືກັບລາທີ່ແຂງແຮງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ອິດຊາຄາ

ເລື້ອຍໆໃນເຫດການທຳນວາຍທີ່ຈະເກີດຂື້ນ ໃນອະນາຄົດແມ່ນຖືກອະທິບາຍວ່າເປັນສິ່ງທີ່ກຳລັງເກີດຂື້ນແລ້ວ. ສິ່ງດັ່ງກ່າວເນັ້ນຫນັກວ່າເຫດການດັ່ງກ່າວຈະເກີດຂຶ້ນຢ່າງແນ່ນອນ. ມັນສາມາດຖືກກ່າວເປັນປະໂຫຍກໃນອະນາຄົດ. ອາດແປໄດ້ອີກວ່າ: "ອິດຊາຄາຈະເປັນ" ຫລື "ເຊື້ອສາຍຂອງອິດຊາຄາຈະເປັນ"

ອິດຊາຄາ....ເຂົາເຫັນ.....ເຂົາຈະ

ໃນນີ້ "ອິດຊາຄາ" ແມ່ນຕົວແທນ ທີ່ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ລູກຫລານຂອງອິດຊາຄາ... ພວກເຂົາເຫັນ ... ພວກເຂົາຈະ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ກຳລັງນອນຢູ່ລະຫວ່າງຄອກແກະທັງຫລາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ນອນຢູ່ລະຫວ່າງຊອງຫີບເຄື່ອງທີ່ພວກເຂົາບັນທຸກມາ" ຫລື 2) "ນອນຢູ່ລະຫວ່າງຊ່ອງຫວ່າງຄອກແກະສອງຄອກ." ບໍ່ວ່າຄວາມຫມາຍໃດກໍ່ຕາມ, ຢາໂຄບເວົ້າກ່ຽວກັບລູກຫລານຂອງອິດຊາຄາ ຄືກັບວ່າພວກເຂົາເປັນລາທີ່ໄດ້ເຮັດວຽກຫນັກ ແລະ ນອນຢູ່ໃນບ່ອນພັກຜ່ອນຂອງຕົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຂົາເຫັນທີ່ພັກຜ່ອນທີ່ດີ ແລະແຜ່ນດິນທີ່ ຫນ້າເພິ່ງພໍໃຈ

"ສະຖານທີ່ພັກຜ່ອນທີ່ດີ ແລະ ວ່າທີ່ດິນມີຄວາມສຸກ"

ເຂົາຈະກົ້ມບ່າຂອງເຂົາລົງຮັບແອກ

ປະໂຫຍກທີ່ວ່າ "ໂຄ້ງບ່າໄຫລ່ເພື່ອແບກຫາບ" ແມ່ນວິທີການທີ່ເວົ້າທີ່ວ່າ "ເຮັດວຽກຫນັກຫລາຍ ທີ່ຈະແບກຫາບເຄື່ອງທີ່ຫນັກຫນ່ວງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ກ່ອນເປັນຄົນຮັບໃຊ້ສຳລັບງານນັ້ນ

"ຈະຕ້ອງເຮັດວຽກຫນັກເພື່ອຄົນອື່ນເຫມືອນເປັນທາດຮັບໃຊ້"

Genesis 49:16

ດານ ຈະພິພາກສາປະຊາຊົນຂອງເຂົາ

ໃນນີ້ຄຳວ່າ "ດານ" ແມ່ນຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ລູກຫລານຂອງດານຈະຕັດສິນຄົນຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ປະຊາຊົນຂອງເຂົາ

ຄວາມຫມາຍທີ່ເປັນໄປໄດ້ສຳລັບ "ປະຊາຊົນລາວ" ແມ່ນ 1) "ຄົນດານ" ຫລື 2) "ປະຊາຊົນອິດສະຣາເອນ"

ດານຈະເປັນງູໂຕຫນື່ງທີ່ຢູ່ຂ້າງທາງ

ຢາໂຄບເວົ້າກ່ຽວກັບດານ ແລະ ລູກຫລານຂອງລາວ ຄືກັບວ່າພວກເຂົາເປັນງູ. ເຖິງແມ່ນວ່າງູນ້ອຍກໍ່ຕາມ, ແຕ່ມັນສາມາດເຮັດໃຫ້ຜູ້ຂັບຂີ່ມ້າລົ້ມລົງ. ສະນັ້ນ ດານ, ເຖິງແມ່ນວ່າຊົນເຜົ່ານ້ອຍ, ແຕ່ມັນກໍ່ເປັນອັນຕະລາຍຫລາຍຕໍ່ສັດຕູຂອງເຂົາ. ອາດແປໄດ້ອີກວ່າ: "ລູກຫລານຂອງດານ ຈະຄ້າຍຄືງູຜິດຢູ່ຂ້າງທາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຂ້າແຕ່ອົງພຣະຢາເວ, ຂ້າພຣະອົງລໍຄອຍການຊວ່ຍກູ້ຂອງພຣະອົງ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມລອດ" ສາມາດແປເປັນ "ຊ່ວຍກູ້". ອາດແປໄດ້ອີກວ່າ: "ຂ້າພະເຈົ້າລໍຖ້າທ່ານ, ພຣະຜູ້ເປັນເຈົ້າ, ເພື່ອຊ່ວຍຂ້າພະເຈົ້າ"

ຂ້າພຣະອົງລໍຄອຍ

ຄຳວ່າ "ຂ້າພຣະອົງ" ຫມາຍເຖິງ ຢາໂຄບ.

Genesis 49:19

ກາດ ... ອາເຊີ ... ເນັບທາລີ

ຊື່ເຫລົ່ານີ້ຫມາຍເຖິງລູກຫລານຂອງແຕ່ລະຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ສ່ວນຫລັງຂອງພວກເຂົາ

ຢູ່ທີ່ນີ້ “ສ່ວນຫລັງ” ແມ່ນຫມາຍເຖິງຜູ້ໂຈມຕີທີ່ກຳລັງແລ່ນຫນີຈາກລູກຫລານຂອງກາດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ອາຫານຂອງອາເຊີຈະສົມບູນ

ໃນນີ້ຄຳວ່າ “ຮັ່ງມີ” ແມ່ນວິທີການເວົ້າ “ແຊບ.” (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເນັບທາລີຈະເປັນກວາງໂຕເມຍທີ່ຖືກປ່ອຍ

ຢາໂຄບເວົ້າກ່ຽວກັບເຊື້ອສາຍຂອງເນັບທາລີ ຄືກັບວ່າພວກເຂົາເປັນກວາງແມ່ ທີ່ເປັນອິດສະຫລະ. ນີ້ອາດຈະເນັ້ນຫນັກວ່າພວກເຂົາຈະເປັນຜູ້ສົ່ງຂ່າວສານທີ່ວ່ອງໄວ. ອາດແປໄດ້ອີກວ່າ: "ລູກຫລານຂອງເນັບທາລີຈະເປັນຄືກວາງທີ່ຖືກປ່ອຍເປັນອິດສະຫລະ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຂົາຈະມີລູກກວາງທີ່ສວຍງາມ

"ກວາງອ່ອນ" ແມ່ນກວາງນ້ອຍຫາກໍ່ເກີດ. ຄວາມຫມາຍຂອງຄຳນີ້ໃນພາສາເຮັບເຣີແມ່ນບໍ່ຊັດເຈນ. ບາງສະບັບແປວ່າ "ມີຄຳທີ່ສວຍງາມ" ຫລື "ເວົ້າສິ່ງທີ່ສວຍງາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 49:22

ໂຢເຊັບເປັນງ່າທີ່ເກີດຜົນ

ໃນນີ້ "ໂຢເຊັບ" ແມ່ນຕົວແທນທີ່ຫມາຍເຖິງລູກຫລານຂອງລາວ. ຢາໂຄບເວົ້າກ່ຽວກັບພວກເຂົາ ຄືກັບວ່າພວກເຂົາເປັນສາຂາຕົ້ນໄມ້ທີ່ໃຫ້ຫມາກດົກຫນາ. ນີ້ໄດ້ເນັ້ນຫນັກວ່າພວກເຂົາຈະເພີ່ມຈໍານວນຢ່າງຫລວງຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-metaphor)

ລຳຕົ້ນ

ລຳຕົ້ນຫລັກຂອງຕົ້ນໄມ້

ທີ່ມີງ່າທັງຫລາຍເລືອຢູ່ເທິງກຳເເພງ

ກິ່ງງ່າທີ່ເຕີບໃຫຍ່ ແລະ ຂະຫຍາຍອອກໄປຕາມກຳແພງ ແມ່ນເວົ້າເຖິງຄືວ່າພວກມັນກຳລັງປີນຂຶ້ນຕາມຟາເຮືອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 49:24

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ອວຍພອນໂຢເຊັບ ແລະ ລູກຫລານຂອງລາວ.

ທະນູຂອງເຂົາຍັງຄົງຕັ້ງຊື່

ຄົນທີ່ຖືທະນູທີ່ຫມັ້ນຄົງ ຖືກກ່າວເຫມືອນເປັນຂັນທະນູທີ່ຫມັ້ນຄົງ. ມັນຫມາຍຄວາມວ່າລາວກໍາລັງຖືມັນຢ່າງສະຫມັ້ນຄົງໃນຂະນະທີ່ລາວແນໃສ່ສັດຕູຂອງລາວ. ອາດແປໄດ້ອີກວ່າ: "ລາວຈະຖືຂັນທະນູຂອງຕົນຢ່າງຫມັ້ນຄົງຢູ່ສະເຫມີ ຂະນະທີ່ລາວແນໃສ່ສັດຕູຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-explicit)

ທະນູຂອງເຂົາ...ມີຂອງເຂົາ

ໃນນີ້ຄຳວ່າ “ຂອງລາວ” ຫມາຍເຖິງໂຢເຊັບ ຜູ້ທີ່ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ທະນູຂອງພວກເຂົາ ... ມືຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ມືຂອງເຂົາເຕັມໄປດ້ວຍຄວາມສຳລານ

ນີ້ແມ່ນ "ມື" ຫມາຍເຖິງແຂນຂອງຄົນໃນຂະນະທີ່ລາວກຳລັງຖືທະນູຂອງລາວຫມັ້ນຄົງ. ອາດແປໄດ້ອີກວ່າ: "ແຂນຂອງລາວຈະຍັງຄົງແຂງແຮງໃນຂະນະທີ່ລາວແນໃສ່ທະນູຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເພາະມືຂອງອົງຜູ້ຊົງມີຣິດ

"ມື" ສະແດງເຖິງອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພະລັງຂອງຜູ້ມີອຳນາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເພາະຊື່ຂອງພຣະຜູ້ລ້ຽງ

ທີ່ນີ້ຄຳວ່າ "ຊື່" ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພາະວ່າຜູ້ລ້ຽງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຜູ້ລ້ຽງ

ຢາໂຄບເວົ້າເຖິງພຣະຢາເວຄືກັບວ່າພຣະອົງເປັນ "ຜູ້ລ້ຽງແກະ." ສິ່ງນີ້ເນັ້ນຫນັກວ່າ ພຣະຢາເວນຳພາ ແລະ ປົກປ້ອງປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ພຣະສິລາ

ຢາໂຄບເວົ້າເຖິງພຣະຢາເວ ຄືກັບວ່າລາວເປັນ “ຫີນ” ທີ່ຜູ້ຄົນສາມາດປີນຂຶ້ນ ເພື່ອລີ້ໄພຈາກສັດຕູ. ສິ່ງນີ້ເນັ້ນຫນັກວ່າພຣະຢາເວປົກປ້ອງປະຊາຊົນລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 49:25

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ອວຍພອນໂຢເຊັບ ແລະ ລູກຫລານຂອງລາວ. (ເບິ່ງເພີ່ມເຕີມ: 49:22)

ຊ່ວຍເຈົ້າ....ຊົງອວຍພອນ

ໃນນີ້ຄຳວ່າ “ເຈົ້າ” ຫມາຍເຖິງໂຢເຊັບ ຜູ້ທີ່ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ຊ່ວຍລູກຫລານຂອງທ່ານ ... ໃຫ້ພອນແກ່ພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພຣະພອນຂອງທ້ອງຟ້າເບື້ອງເທິງ

ຢູ່ທີ່ນີ້ຄຳວ່າ “ທ້ອງຟ້າ” ຫມາຍເຖິງຝົນທີ່ຊ່ວຍໃຫ້ຜົນລະປູກທັງຫລາຍເຕີບໃຫຍ່. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພຣະພອນເເຫ່ງທີ່ເລິກທີ່ຢູ່ຂ້າງໃຕ້

ຢູ່ທີ່ນີ້ຄຳວ່າ “ເລິກ” ຫມາຍເຖິງນໍ້າທີ່ຢູ່ໃຕ້ພື້ນດິນທີ່ສະຫນອງແມ່ນໍ້າ ແລະ ນໍ້າສ້າງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພຣະພອນເເຫ່ງເຕົ້ານົມ ແລະທ້ອງ

ຢູ່ທີ່ນີ້ຄຳວ່າ “ເຕົ້ານົມ ແລະ ມົດລູກ” ຫມາຍເຖິງຄວາມສາມາດຂອງແມ່ທີ່ຈະມີລູກ ແລະ ລ້ຽງລູກດ້ວຍນົມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 49:26

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ອວຍພອນໂຢເຊັບ ແລະ ລູກຫລານຂອງລາວ.

ພູເຂົາໂບຮານ

ຄວາມຫມາຍຂອງພາສາດັ້ງເດີມແມ່ນບໍ່ແນ່ນອນ. ພຣະຄຳພີບາງສະບັບມີ “ບັນພະບຸລຣຸດຂອງຂ້ອຍ” ແທນ “ພູເຂົາບູຮານ.”

ໃຫ້ພຣະພອນທັງຫລາຍຢູ່ເທິງຫົວຂອງໂຢເຊັບ

ໃນນີ້ຄຳວ່າ “ພວກເຂົາ” ຫມາຍເຖິງພຣະພອນຂອງພໍ່ຂອງລາວ.

ໃຫ້ພອນນັ້ນປະດັບເທິງທີ່ຫົວຂອງລາວ ທີ່ຫນ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ

ຢາໂຄບປາຖະຫນາຢາກໃຫ້ພອນເຫລົ່ານີ້ຖືກສົ່ງຕໍ່ ແຕ່ສຳຄັນທີ່ສຸດແມ່ນລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ຢູ່ເທິງຫົວທີ່ສຳຄັນທີ່ສຸດຄືເຊື້ອສາຍຂອງໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ

"ສຳຄັນກວ່າພີ່ນ້ອງຂອງລາວ"

Genesis 49:27

ເບັນຢາມິນເປັນຫມາປ່າທີີ່ອຶດຫິວ

ໃນນີ້ຄຳວ່າ “ເບັນຢາມິນ” ແມ່ນຄຳສັບຕົວແທນທີ່ຫມາຍເຖິງລູກຫລານຂອງລາວ. ຢາໂຄບເວົ້າເຖິງເຊື້ອສາຍຂອງເບັນຢາມິນ ຄືກັບວ່າພວກເຂົາເປັນຫມາຫິວໂຫຍ. ສິ່ງດັ່ງກ່າວເນັ້ນຫນັກວ່າພວກເຂົາຈະແມ່ນນັກຮົບທີ່ດຸເດືອດ. ອາດແປໄດ້ອີກວ່າ: "ລູກຫລານຂອງເບັນຢາມິນຈະເປັນຄືກັບຫມາປ່າທີ່ຫິວໂຫຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-metaphor)

Genesis 49:28

ຄົນເຫລົ່ານີ້ຄື ຄົນອິດສະຣາເອນທັງສິບສອງເຜົ່າ

"ສິ່ງເຫລົ່ານີ້" ຫມາຍເຖິງພວກລູກຊາຍຂອງຢາໂຄບທີ່ກ່າວເຖິງໃນຂໍ້ 49: 1-27. ລູກຊາຍແຕ່ລະຄົນໄດ້ກາຍເປັນຜູ້ ນຳຂອງເຜົ່າຕົນເອງ.

ເມື່ອເຂົາໄດ້ອວຍພອນພວກເຂົາ

ໃນນີ້ຄຳວ່າ “ອວຍພອນ” ຫມາຍເຖິງການກ່າວເຖິງພອນຕ່າງໆຢ່າງເປັນທາງການ.

ເຂົາໄດ້ອວຍພອນແຕ່ລະຄົນດ້ວຍຄຳອວຍພອນທີ່ເຫມາະສົມ

"ທ່ານໄດ້ໃຫ້ພອນທີ່ເຫມາະສົມແກ່ລູກຊາຍແຕ່ລະຄົນ"

ຢາໂຄບໄດ້ສັ່ງພວກເຂົາ

"ລາວໄດ້ສັ່ງພວກເຂົາ"

ເຮົາກຳລັງຈະໄປຢູ່ກັບປະຊາຊົນຂອງເຮົາ

ນີ້ແມ່ນວິທີການສຸພາບຂອງການເວົ້າວ່າລາວກຳລັງຈະຕາຍ. ອາດແປໄດ້ອີກວ່າ: "ຂ້ອຍກຳລັງຈະຕາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism ແລະ /WA-Catalog/lo_tm?section=translate#figs-idiom)

ເຮົາກຳລັງຈະໄປຢູ່ກັບປະຊາຊົນ

ຢາໂຄບແມ່ນອ້າງເຖິງບ່ອນທີ່ຈິດວິນຍານຂອງລາວ ຈະໄປເມື່ອລາວຕາຍແລ້ວ. ລາວຄາດຫວັງວ່າຈະໄດ້ເຂົ້າຮ່ວມກັບອັບຣາຮາມ ແລະ ອີຊາກໃນເວລາຫລັງຄວາມຕາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism ແລະ /WA-Catalog/lo_tm?section=translate#figs-idiom))

ເອຟະໂຣນຄົນຮີດຕີ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. "ຮີດຕີ" ຫມາຍເຖິງ "ເຊື້ອສາຍຂອງຊາວຣິດຕີ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມັກເປລາ

ມັກເປລາແມ່ນຊື່ຂອງພື້ນທີ່ ຫລື ຂົງເຂດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມໍາເຣ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເຮັບໂຣນ. ມັນອາດຈະຕັ້ງຊື່ຕາມຊື່ຂອງມຳເຣ, ຫມູ່ຂອງອັບຣາຮາມຜູ້ທີ່ອາໄສຢູ່ບ່ອນນັ້ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 13:16. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 49:31

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ເວົ້າກັບພວກລູກຊາຍຂອງລາວ.

ທີ່ນັ້ນໄດ້ຖືກຊື້

ການຊື້ສາມາດເຮັດໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ມັນຖືກຊື້ໂດຍອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈາກຄົນຮິດຕີ

"ຈາກຄົນຮິດຕີ"

ໄດ້ສັ່ງເສຍລູກຊາຍທັງຫລາຍຂອງເຂົາເເລ້ວ

"ສຳເລັດການສັ່ງເສຍບັນດາລູກຊາຍຂອງລາວ" ຫລື "ສຳເລັດການສັ່ງສອນລູກຊາຍຂອງລາວ"

ເຂົາໄດ້ດຶງຕີນຂອງເຂົາຂຶ້ນເທິງຕຽງ

ຢາໂຄບໄດ້ນັ່ງຢູ່ເທິງຕຽງ. ບັດນີ້, ຢາໂຄບຫັນໄປ ແລະ ຢຽດຕີນຂອງຕົນຢູ່ເທິງຕຽງ ເພື່ອລາວຈະສາມາດນອນໄດ້.

ໄດ້ຫາຍໃຈເຮືອກສຸດທ້າຍ

ນີ້ແມ່ນວິທີການສຸພາບຂອງການເວົ້າເຖິງການເສຍຊີວິດຂອງຄົນຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ໄດ້ໄປຢູ່ກັບບັນພະບຸຣຸດຂອງເຂົາ

ຫລັງຈາກຢາໂຄບຕາຍແລ້ວ, ຈິດວິນຍານຂອງລາວກໍ່ໄປບ່ອນດຽວກັນກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນຫນ້າລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism ແລະ /WA-Catalog/lo_tm?section=translate#figs-idiom))