Genesis 48

Genesis 48:1

ຫລັງຈາກສິ່ງທັງຫລາຍເຫລົ່ານີ້ໄດ້ເກິດຂຶ້ນ

ປະໂຫຍກນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍຈຸດເລີ່ມຕົ້ນພາກໃຫມ່ຂອງເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ມີຄົນຫນຶ່ງໄດ້ມາບອກໂຢເຊັບວ່າ

"ມີບາງຄົນໄດ້ມາບອກໂຢເຊັບ"

ເບິ່ງເຖີດພໍ່ຂອງທ່ານ

"ເບິ່ງແມ, ພໍ່ຂອງເຈົ້າ." ໃນທີ່ນີ້ຄຳວ່າ “ເບິ່ງ” ແມ່ນໃຊ້ເພື່ອເຮັດໃຫ້ໂຢເຊັບສົນໃຈ.

ດັ່ງນັ້ນເຂົາຈຶ່ງໄດ້ນຳເອົາ

"ດັ່ງນັ້ນໂຢເຊັບຈຶ່ງໄດ້ນຳເອົາ"

ເມຶ່ອຢາໂຄບໄດ້ຮັບການບອກກ່າວ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເມື່ອຜູ້ໃດຜູ້ຫນຶ່ງບອກຢາໂຄບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ໂຢເຊັບລູກຊາຍຂອງທ່ານໄດ້ມາເຖິ່ງເພຶ່ອຈະຢ້ຽມທ່ານ

"ໂຢເຊັບລູກຊາຍຂອງທ່ານໄດ້ມາຫາທ່ານ"

ອິດສາຣາເອນໄດ້ຮວບຮວມກຳລັງ ເເລະ ໄດ້ລຸກຂຶ້ນນັ່ງເທິງຕຽງ

ໃນນີ້ຜູ້ຂຽນເວົ້າເຖິງອິດສະຣາເອນທີ່ມີຄວາມຫຍຸ້ງຍາກ ສຳລັບການນັ່ງຢູ່ເທິງຕຽງ ຄືກັບວ່າລາວກຳລັງຮິບໂຮມ “ກຳລັງ” ປຽບຄືກັບວ່າເປັນສິ່ງຂອງ. ອາດແປໄດ້ອີກວ່າ: "ອິດສະຣາເອນໄດ້ພະຍາຍາມຫລາຍທີ່ຈະນັ່ງຢູ່ເທິງຕຽງ" ຫລື "ອິດສະຣາເອນໄດ້ບຸກບືນເພື່ອລຸກຂື້ນນັ່ງຢູ່ເທິງຕຽງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 48:3

ເມືອງລູເຊ

ນີ້ແມ່ນຊື່ຂອງເມືອງແຫ່ງຫນຶ່ງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ຂອງເມືອງນີ້ໃນ 28:18. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ໃນເເຜ່ນດິນການາອານ. ພຣະອົງໄດ້ຊົງອວຍພຣະພອນພໍ່

ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່ເພື່ອເລີ່ມຕົ້ນຢູ່ບ່ອນອື່ນ. ອາດແປໄດ້ອີກວ່າ: "ໃນແຜ່ນດິນການາອານ, ແລະພຣະອົງໄດ້ຊົງອວຍພອນແກ່ຂ້ອຍ. ແລະ ພຣະອົງເວົ້າກັບຂ້ອຍ"

ອວຍພຣະພອນ

ນີ້ຫມາຍເຖິງພຣະເຈົ້າກ່າວຄຳອວຍພອນຢ່າງເປັນທາງການຕໍ່ຜູ້ໃດຜູ້ຫນຶ່ງ.

ເເລະ ໄດ້ກ່າວກັບພໍ່ວ່າ, 'ເບິ່ງເຖີດເຮົາຈະເຮັດໃຫ້ເຈົ້າເກີດຜົນ, ເເລະເພີ່ມພຸນຂຶ້ນຍ່າງມາກມາຍເຮົາຈະເຮັດໃຫ້ເຈົ້າເປັນຊຸມນຸມຂອງບັນດາປະຊາຊາດ. ເຮົາຈະປຣະທານເເຜ່ນດິນນີ້ເເກ່ເຊື້ອສາຍທັງຫລາຍຂອງເຈົ້າເປັນກຳມະສິດຕະຫລອດໄປ.​'

ນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ແລະເວົ້າກັບຂ້ອຍວ່າລາວຈະເຮັດໃຫ້ຂ້ອຍເກີດຜົນ ແລະທະວີຄູນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ເບິ່ງເຖີດ

ພຣະເຈົ້າໄດ້ໃຊ້ຄຳວ່າ “ເບິ່ງເຖີດ” ເພື່ອເຕືອນຢາໂຄບໃຫ້ເອົາໃຈໃສ່ກັບສິ່ງທີ່ພຣະອົງກຳລັງຈະບອກເຂົາ.

ເຮົາຈະເຮັດໃຫ້ເຈົ້າເກີດຜົນ, ເເລະເພີ່ມພຸນຂຶ້ນຍ່າງມາກມາຍ

ປະໂຫຍກທີ່ວ່າ "ເຮັດໃຫ້ເຈົ້າທະວີຄູນ" ອະທິບາຍເຖິງວິທີທີ່ພຣະເຈົ້າຈະເຮັດໃຫ້ຢາໂຄບເກີດຫມາກຜົນ. ອາດແປໄດ້ອີກວ່າ: "ເຮົາຈະໃຫ້ລູກຫລານຢ່າງຫລວງຫລາຍແກ່ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

ເຮົາຈະເຮັດໃຫ້ເຈົ້າເປັນຊຸມນຸມຂອງບັນດາປະຊາຊາດ

ໃນນີ້ຄຳວ່າ “ເຈົ້າ” ຫມາຍເຖິງຢາໂຄບ, ແຕ່ມັນຫມາຍເຖິງລູກຫລານຂອງຢາໂຄບ. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຫລານຂອງເຈົ້າກາຍເປັນຫລາຍໆຊາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເປັນກຳມະສິດຕະຫລອດໄປ

"ການຄອບຄອງກຳມະສິດຖາວອນ"​

Genesis 48:5

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳ ໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕາມມາ.

ເອຟຣາອິມ ເເລະມານາເຊຈະເປັນຂອງພໍ່

ເອຟຣາອິມ ແລະ ມານາເຊ ແຕ່ລະຄົນຈະໄດ້ຮັບດິນແດນຄືກັນກັບອ້າຍຂອງໂຢເຊັບ.

ພວກເຂົາທັງຫລາຍຈະເປັນຂອງລູກພວກເຂົາຈະຖືກຈົດຊື່ໄວ້ພາຍໃຕ້ຊື່ຂອງພີ່ນ້ອງຂອງພວກເຂົາໃນມໍຣະດົກຂອງພວກເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ລູກຫລານຂອງໂຢເຊັບທີ່ເຫລືອແມ່ນຈະໄດ້ຮັບແຜ່ນດິນເປັນສ່ວນຫນຶ່ງຂອງຊົນເຜົ່າເອຟຣາອິມ ແລະ ມານາເຊ ຫລື 2) ໂຢເຊັບຈະໄດ້ຮັບທີ່ດິນແຍກຕ່າງຫາກຈາກເອຟຣາອິມ ແລະ ມານາເຊ ແລະ ຈາກບັນດາລູກຊາຍອື່ນໆ ຂອງໂຢເຊັບຈະເປັນມູນມໍລະດົກແຜ່ນດິນນັ້ນ. ອາດແປໄດ້ອີກວ່າ: "ໃຫ້ເປັນມໍລະດົກຂອງພວກເຂົາ, ເຈົ້າຈະຈົດລາຍຊື່ຂອງພວກເຂົາພາຍໃຕ້ຊື່ຂອງອ້າຍຂອງພວກເຂົາ"

ເອຟຣາທາ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເບັດເລເຮັມ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ຂອງເມືອງນີ້ໃນ 35:16.

(ນັ້ນຄື, ເບັດເລເຮັມ)

ຜູ້ຂຽນກຳລັງໃຫ້ຂໍ້ມູນເບື້ອງຫລັງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

Genesis 48:8

ຄົນເຫລົ່ານີ້ເປັນຂອງໃຜ?

"ລູກເຫລົ່ານີ້ເປັນຂອງໃຜ?"

ອວຍພອນ

ຜູ້ເປັນພໍ່ມັກຈະກ່າວຄຳອວຍພອນຢ່າງເປັນທາງການໃຫ້ແກ່ລູກໆ ຫລື ຫລານໆຂອງລາວ.

ບັດນີ້ດວງຕາຂອງອິສະຣາເອນ.....ມືດມົວ

ຄຳວ່າ "ດຽວນີ້" ແມ່ນໃຊ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບອິດສະຣາເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ເຂົາໄດ້ຈູບພວກເຂົາ

"ອິດສະຣາເອນໄດ້ຈູບພວກເຂົາ"

Genesis 48:11

ທີ່ໄດ້ເຫັນຫນ້າຂອງລູກອີກ

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖີງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພື່ອເຫັນເຈົ້າອີກຄັ້ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ລະຫວ່າງຫົວເຂົ່າຂອງອິດສະຣາເອນ

ໃນເວລາທີ່ໂຢເຊັບໄດ້ວາງລູກຊາຍຂອງລາວໃສ່ເຖິງຕັກ ຫລື ຫົວເຂົ່າຂອງອິດສະຣາເອນ ມັນເປັນສັນຍານວ່າອິດສະຣາເອນກຳລັງຮັບເອົາພວກເຂົາ. ສິ່ງດັ່ງກ່າວນີ້ສະແດງເຖິງວ່າຢາໂຄບໄດ້ມອບສິດທິພິເສດໃຫ້ແກ່ລູກນ້ອຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ຈາກນັ້ນເຂົາ ໄດ້ກົ້ມຫນ້າລົງພື້ນ

ໂຢເຊັບໄດ້ກົ້ມຂາບສະແດງຄວາມເຄົາລົບນັບຖືພໍ່ຂອງຕົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ມາ­ນາ­ເຊຢູ່ທາງຊ້າຍມືຂອງເຂົາຄືຢູ່ທາງຂວາມືຂອງ ອິດສະຣາເອນ

ໂຢເຊັບໄດ້ວາງລູກຊາຍໄວ້ເພື່ອໃຫ້ອິດສະຣາເອັນວາງມືຂວາໃສ່ມານາເຊ. ມານາເຊແມ່ນອ້າຍກົກ ແລະ ມືຂວາແມ່ນສັນຍາລັກທີ່ລາວຈະໄດ້ຮັບພອນທີ່ໃຫຍ່ກວ່າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 48:14

ອິດສະຣາເອນໄດ້ຍື່ນມືຂວາອອກ ແລະວາງເທິງຫົວຂອງເອຟຣາອິມ

ການວາງມືຂວາໃສ່ຫົວຂອງເອຟຣາອິມແມ່ນສັນຍານວ່າລາວຈະໄດ້ຮັບພອນທີ່ໃຫຍ່ກວ່າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ອິດສະຣາເອນໄດ້ອວຍພອນໂຢເຊັບ

ໃນນີ້ຄຳວ່າ "ໂຢເຊັບ" ຍັງຢືນຢູ່ ສຳລັບເອຟຣາອິມ ແລະມານາເຊ. ນັບຕັ້ງແຕ່ໂຢເຊັບເປັນພໍ່, ລາວເປັນຄົນດຽວທີ່ໄດ້ກ່າວມານີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ຕໍ່ພຣະພັກພຣະເຈົ້າຜູ້ທີ່ເປັນບັນພຣະບຸຣຸດຂອງຂ້າພຣະອົງ ອັບຣາຮາມ ແລະອິຊາກໄດ້ຕິດຕາມ

ການຮັບໃຊ້ພຣະເຈົ້າຖືກກ່າວຄືກັບວ່າກຳລັງຍ່າງຢູ່ຕໍ່ຫນ້າພຣະເຈົ້າ. ອາດແປໄດ້ອີກວ່າ: "ພຣະເຈົ້າທີ່ອັບຣາຮາມພໍ່ ແລະອີຊາກພໍ່ຂອງຂ້ອຍໄດ້ຮັບໃຊ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ພຣະເຈົ້າຜູ້ທີ່ໄດ້ເບິ່ງຂ້າພຣະອົງຈົນເຖິງວັນນີ້

ພຣະເຈົ້າໄດ້ດູແລອິດສະຣາເອນ ຄືກັນກັບຜູ້ລ້ຽງແກະດູແລຝູງແກະຂອງລາວ. ອາດແປໄດ້ອີກວ່າ: "ຜູ້ທີ່ດູແລຂ້ອຍຄືກັບຜູ້ລ້ຽງດູແລແກະຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເທວະດາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ຫມາຍເຖິງເທວະດາທີ່ພຣະເຈົ້າສົ່ງມາເພື່ອປົກປ້ອງຢາໂຄບ ຫລື 2) ນີ້ຫມາຍເຖິງພຣະເຈົ້າຜູ້ທີ່ປະກົດຕົວໃນຮູບແບບເທວະດາເພື່ອປົກປ້ອງຢາໂຄບ.

ຜູ້ທີ່ປົກປັກຮັກສາຂ້າພຣະອົງ

"ໄດ້ຊົງນຳພາຂ້ານ້ອຍ"

ຂໍໃຫ້ຊື່ຂອງຂ້າພຣະອົງເປັນຊື່ຂອງພວກເຂົາ, ເເລະຊື່ຂອງບັນພະບຸຣຸດຂອງຂ້າພຣະອົງຄື ອັບຣາຮາມ ເເລະອີຊາກ

ໃນນີ້ຄຳວ່າ "ຊື່" ຫມາຍເຖິງຕົວບຸກຄົນ. ປະໂຫຍກທີ່ວ່າ "ຊື່ຂອງຂ້ອຍຈະຖືກເອີ້ນໃນພວກເຂົາ" ແມ່ນມີຄວາມຫມາຍວ່າຄົນຫນຶ່ງຈະຖືກຈົດຈຳຍ້ອນຄົນອື່ນ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ຜູ້ຄົນຈື່ຈຳ ອັບຣາຮາມ, ອີຊາກ ແລະ ຕົວຂ້ອຍເພາະວ່າເອຟຣາອິມ ແລະມານາເຊ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-activepassive)

ຂໍໃຫ້ພວກເຂົາເຕີບໂຕຂຶ້ນ ທະວີຂຶ້ນເທິງເເຜ່ນດິນ

ໃນນີ້ຄຳວ່າ “ພວກເຂົາ” ຫມາຍເຖິງເອຟຣາອິມ ແລະ ມານາເຊ, ແຕ່ວ່າມັນເປັນຕົວແທນໃຫ້ແກ່ລູກຫລານຂອງພວກເຂົາ. ອາດແປໄດ້ອີກວ່າ: "ຂໍໃຫ້ພວກເຂົາມີລູກຫລານຫລາຍໆຄົນທີ່ຈະມີຊີວິດຢູ່ທົ່ວໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 48:17

ວາງມືຂວາເທິງຫົວ

ມືຂວາແມ່ນສັນຍາລັກຂອງພຣະພອນທີ່ໃຫຍ່ກວ່າທີ່ລູກຊາຍກົກຄວນໄດ້ຮັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 48:19

ເຂົາຈະກາຍເປັນຊົນຊາດ, ເເລະເຂົາຈະຍິ່ງໃຫ່ຍດ້ວຍ

ໃນນີ້ຄຳວ່າ "ລາວ" ຫມາຍເຖິງມານາເຊ, ແຕ່ມັນກໍ່ແມ່ນຊື່ຂອງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ລູກຊາຍກົກຂອງເຈົ້າຈະມີລູກຫລານຫລາຍ, ແລະພວກເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໃນວັນນັ້ນ ດ້ວຍຄຳເຫລົ່ານີ້

ໃນນີ້ "ຄຳເວົ້າ" ຫມາຍເຖິງສິ່ງທີ່ຖືກເວົ້າ. ອາດແປໄດ້ອີກວ່າ: "ມື້ນັ້ນ, ໂດຍເວົ້າວ່າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ປະຊາຊົນຂອງອິດສະຣາເອນ ອາດຈະປະກາດຂ່າວປະເສີດອວຍພອນໂດຍຊື່ຂອງເຈົ້າ ລາວວ່າ, 'ຂໍພຣະເຈົ້າເຮັດໃຫ້ເຈົ້າເຫມືອນເອຟຣາອິມ ເເລະ ເຫມືອນມານາເຊ

"ປະຊາຊົນອິດສະຣາເອນຈະເວົ້າຊື່ຂອງເຈົ້າເມື່ອພວກເຂົາກຳລັງອວຍພອນຄົນອື່ນ"

ເຫມືອນເອຟຣາອິມ ເເລະເຫມືອນມານາເຊ

ອິດສະຣາເອນກ່າວຊື່ຂອງເອຟຣາອິມກ່ອນ ແມ່ນອີກວິທີຫນຶ່ງ ທີ່ລາວຊີ້ໃຫ້ເຫັນວ່າເອຟຣາອິມຈະໃຫຍ່ກວ່າມານາເຊ.

ອິດສະຣາເອນໄດ້ຈັດເອຟຣາອິມໄວ້ກ່ອນມານາເຊ

ການໃຫ້ພອນແກ່ ເອຟຣາອິມ ໃຫຍ່ກວ່າ ແລະ ເຮັດໃຫ້ລາວມີຄວາມສຳຄັນຫລາຍກ່ວາ ມານາເຊ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 48:21

ຈະຊົງຢູ່ກັບລູກ...ຈະຊົງນຳລູກກັບໄປ...ພະບຸຣຸດທັງຫລາຍຂອງລູກ

ໃນນີ້ຄຳວ່າ "ທ່ານ" ແລະ "ຂອງທ່ານ" ແມ່ນຄຳນາມຈຳນວນຫລາຍ ແລະ ຫມາຍເຖິງປະຊາຊົນອິດສະຣາເອນທຸກຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ຈະຊົງຢູ່ກັບລູກ

ນີ້ແມ່ນສຳນວນທີ່ມີຄວາມຫມາຍວ່າພຣະເຈົ້າຈະຊ່ວຍ ແລະອວຍພອນຊາວອິດສະຣາເອນ. ອາດແປໄດ້ອີກວ່າ: "ພຣະເຈົ້າຈະຊ່ວຍເຈົ້າ" ຫລື "ພຣະເຈົ້າຈະອວຍພອນເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຈະຊົງນຳລູກກັບໄປ

ໃນນີ້ຄຳວ່າ "ນຳ" ສາມາດແປເປັນ "ເອົາ". (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ດິນເເດນຂອງບັນພະບຸຣຸດທັງຫລາຍຂອງລູກ

"ດິນເເດນຂອງບັນພະບຸຣຸດທັງຫລາຍຂອງເຈົ້າ"

ເຖິງລູກເຊຶ່ງເປັນຄົນດຽວທີ່ຢູ່ເມື່ອບັນດາພີ່ນ້ອງ, ພໍ່ມອບທີ່ພູເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂຢເຊັບມີກຽດສັກສີ ແລະອຳນາດຫລາຍກ່ວາອ້າຍຂອງລາວ ຖືກກ່າວເຖິງຄືກັບວ່າລາວຢູ່ເຫນືອພວກເຂົາ. ອາດແປໄດ້ອີກວ່າ: "ສຳລັບເຈົ້າ, ຜູ້ທີ່ໃຫຍ່ກວ່າອ້າຍຂອງເຈົ້າ, ພໍ່ມອບໂນນພູໃຫ້" ຫລື 2) ຢາໂຄບຫມາຍຄວາມວ່າລາວກຳລັງມອບທີ່ດິນໃຫ້ແກ່ໂຢເຊັບຫລາຍກວ່າທີ່ລາວກຳລັງຈະມອບໃຫ້ພວກອ້າຍຂອງໂຢເຊັບ. ອາດແປໄດ້ອີກວ່າ: "ສຳລັບເຈົ້າ, ພໍ່ໃຫ້ສາຍພູຫນຶ່ງຫນ່ວຍ ຫລາຍກ່ວາທີ່ພໍ່ໃຫ້ພີ່ນ້ອງຂອງເຈົ້າ. ພໍ່ໃຫ້ເນີນພູແກ່ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ໃຫ້ລູກ

ໃນນີ້ຄຳວ່າ "ເຈົ້າ" ແມ່ນຄຳແທນນາມ ແລະ ຫມາຍເຖິງໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ພູເຂົາທີ່ພໍ່ໄດ້ມາຈາກຄົນອາໂມ ດ້ວຍດາບ ເເລະທະນູຂອງພໍ່ໃຫ້ລູກ

ໃນນີ້ຄຳວ່າ “ດາບ” ແລະ “ທະນູ” ຫມາຍເຖິງການສູ້ຮົບ. ອາດແປໄດ້ອີກວ່າ: "ສ່ວນຫນຶ່ງຂອງແຜ່ນດິນທີ່ຂ້າພະເຈົ້າໄດ້ຕໍ່ສູ້ ແລະ ຍຶດເອົາຈາກຊາວອາໂມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)