Genesis 47

Genesis 47:1

ໂຢເຊັບ​ຈຶ່ງ​ພາ​ອ້າຍ​ຫ້າ​ຄົນ​ຂອງຕົນ

ໄດ້ຈັດລຳດັບເຫດການໃຫມ່ຕາມລຳດັບເວລາຂອງຟາໂຣ ສະແດງເຖິງເຫດການຕາມທີ່ຜູ້ຂຽນບັນທຶກໄວ້ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

Genesis 47:3

ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ

"ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ"

ຜູ້ຮັບໃຊ້ຂອງທ່ານ

ຄອບຄົວຂອງໂຢເຊັບໄດ້ກ່າວເຖິງຕົວເອງວ່າ “ເປັນຜູ້ຮັບໃຊ້ຂອງທ່ານ” ເມື່ອພວກເຂົາເວົ້າກັບຟາໂຣ. ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເປັນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: "ພວກເຮົາ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ຄື​ກັບ​ບັນພະບຸຣຸດ​ຂອງ​ພວກ​ຂ້ານ້ອຍ

"ພວກເຮົາ ແລະບັນດາພໍ່ຂອງພວກເຮົາ" ຫລື "ພວກເຮົາແລະ ບັນພະບຸຣູດຂອງພວກເຮົາ"

ພວກ​ຂ້ານ້ອຍ​ມາ​ຂໍ​ອາໄສ​ຢູ່​ປະເທດ​ນີ້

"ພວກ​ຂ້ານ້ອຍ​ມາ​ຂໍ​ອາໄສ​ຢູ່​ປະເທດ​ເອຢິບເປັນການຊົ່ວຄາວ"

ບໍ່ມີ​ທົ່ງຫຍ້າ​ສຳລັບ​ລ້ຽງ​ຝູງສັດ

"ບໍ່ມີ​ທົ່ງຫຍ້າ​ສຳລັບ​ລ້ຽງ​ຝູງສັດ"

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອເອົາໃຈໃສ່ຈຸດສຳຄັນທີ່ຕາມມາ.

Genesis 47:5

ດິນແດນ​ຂອງ​ປະເທດ​ເອຢິບ​ກໍ​ເປັນ​ຂອງ​ພວກເຂົາ​ຄືກັນ

"ທີ່ດິນຂອງເອຢີບເປີດໃຫ້ທ່ານແລ້ວ" ຫລື "ທີ່ດິນທັງຫມົດຂອງປະເທດເອຢິບມີໃຫ້ທ່ານແລ້ວ"

ພວກເຂົາ​ຕັ້ງ​ຫລັກແຫລ່ງ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້ ບ່ອນ​ທີ່​ມີ​ດິນ​ດີທີ່ສຸດ​ໃນ​ປະເທດ​ນີ້

"ຈົ່ງໃຫ້ພໍ່ ແລະ ບັນດາອ້າຍຂອງເຈົ້າຕັ້ງຖິ່ນຖານຢູ່ໃນແຜ່ນດິນໂກເຊັນ, ເຊິ່ງເປັນເຂດທີ່ດີທີ່ສຸດ"

ຖ້າ​ເຈົ້າ​ຮູ້​ວ່າ ໃນ​ພວກເຂົາ​ຜູ້ຫນຶ່ງ​ຜູ້ໃດ​ມີ​ຄວາມ​ສາມາດ

ມັນຫມາຍຄວາມວ່າພວກເຂົາມີຄວາມສາມາດໃນການເບິ່ງແຍງສັດ. ອາດແປໄດ້ອີກວ່າ: "ຖ້າທ່ານຮູ້ຜູ້ຊາຍຄົນໃດໃນບັນດາພວກເຂົາທີ່ມີທັກສະດີໃນການເບິ່ງແຍງສັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 47:7

ຢາໂຄບ​ອວຍພອນ​ກະສັດ

ໃນນີ້ຄຳວ່າ “ໄດ້ອວຍພອນ” ຫມາຍເຖິງການສະແດງຄວາມປາຖະຫນາສຳລັບສິ່ງທີ່ດີ ແລະ ມີປະໂຫຍດທີ່ຈະເກີດຂື້ນກັບຄົນນັ້ນ.

ເຈົ້າ​ອາຍຸ​ໄດ້​ຈັກ​ປີ​ແລ້ວ?

"ເຈົ້າອາຍຸເທົ່າໃດ?

ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ

ວະລີທີ່ວ່າ "ປີຂອງການເດີນທາງຂອງຂ້ອຍ" ຫມາຍເຖິງເວລາທີ່ລາວມີຊີວິດຢູ່ເທິງແຜ່ນດິນໂລກທີ່ໄດ້ເດີນທາງຈາກບ່ອນຫນຶ່ງໄປອີກບ່ອນຫນຶ່ງ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ເດີນທາງໄປເທິງແຜ່ນດິນໂລກເປັນເວລາ 130 ປີແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເປັນ​ເວລາສັ້ນ.....ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸຣຸດ​ຂອງ​ຂ້ານ້ອຍ

ຢາໂຄບຫມາຍຄວາມວ່າຊີວິດຂອງລາວສັ້ນກວ່າເມື່ອທຽບກັບຊີວິດຂອງອັບຣາຮາມ ແລະ ອີຊາກ.

​ແລະ​ລຳບາກ

ຢາໂຄບໄດ້ປະສົບກັບຄວາມເຈັບປວດ ແລະ ຄວາມລຳບາກຫລາຍຕະຫລອດຊີວິດຂອງລາວ.

Genesis 47:11

ໂຢເຊັບ​ໄດ້​ຈັດ​ທີ່ດິນ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຂອງຕົນ

"ຫລັງຈາກນັ້ນ, ໂຢເຊັບໄດ້ເບິ່ງແຍງພໍ່ ແລະ ອ້າຍຂອງລາວແລະ ໄດ້ຊ່ວຍພວກເຂົາຕັ້ງທຖິ່ນຖານບ່ອນທີ່ພວກເຂົາຈະອາໄສຢູ່"

ດິນ​ຕອນ​ດີທີ່ສຸດ​ຢູ່​ໃກ້​ກັບ​ເມືອງ​ຣາມາເຊັດ

ນີ້ແມ່ນອີກຊື່ຫນຶ່ງສຳລັບແຜ່ນດິນໂກໂຊນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ, ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ

ໃນນີ້, ຄຳວ່າ “ຜູ້ອາໄສ” ຫມາຍເຖິງເດັກນ້ອຍໃນຄອບຄົວ. ອາດແປໄດ້ອີກວ່າ: "ອີງຕາມຈຳນວນເດັກນ້ອຍໆທີ່ຢູ່ໃນຄອບຄົວຂອງພວກເຂົາ"

Genesis 47:13

ບັດນີ້

ຄຳສັບນີ້ຖືກນຳໃຊ້ເພື່ອຫມາຍການຢຸດພັກໃນບົດເລື່ອງສຳຄັນ. ໃນນີ້ນັກຂຽນເລີ່ມແນະນຳພາກໃຫມ່ຂອງເລື່ອງ.

ປະຊາຊົນ​ຊາວເອຢິບ ແລະ ​ຊາວ​ການາອານ

ນີ້ຫມາຍເຖິງຄົນທີ່ອາໄສຢູ່ໃນດິນແດນເຫລົ່ານີ້. ອາດແປໄດ້ອີກວ່າ: "ປະຊາຊົນຊາວເອຢີບ ແລະ ຊາວການາອານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ອ່ອນເພຍ

"ກາຍເປັນຈ່ອຍຜອມ ແລະ ອ່ອນແອ"

ໂຢເຊັບ​ທ້ອນໂຮມ​ເອົາ​ເງິນ​ທັງຫມົດ​ທີ່​ໄດ້​ມາ​ຈາກ​ການ​ຂາຍ​ເຂົ້າ, ນຳ​ໄປ​ຖອກ​ທີ່​ຄັງ​ຂອງ​ຣາຊວັງ.

"ປະຊາຊົນເອຢີບ ແລະ ການາອານໄດ້ໃຊ້ຈ່າຍເງິນທັງຫນົດ ຂອງພວກເຂົາເພື່ອຊື້ເມັດພືດຈາກໂຢເຊັບ"

ໂຢເຊັບ​ທ້ອນໂຮມ​......ນຳ​ໄປ​ຖອກ​ທີ່​ຄັງ​ຂອງ​ຣາຊວັງ

ສ່ວນຫລາຍໂຢເຊັບໄດ້ສັ່ງໃຫ້ຜູ້ຮັບໃຊ້ຂອງລາວເອົາໄປທ້ອນໂຮມ ແລະ ນຳເອົາເງິນໄປເກັບມ້ຽນໄວ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 47:15

ເມື່ອ​ຊາວເອຢິບ​ ແລະ​ຊາວ​ການາອານ​ຈ່າຍ​ເງິນ​ໝົດ​ແລ້ວ

ໃນນີ້ “ດິນແດນ” ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນດິນແດນ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເມື່ອປະຊາຊົນຊາວເອຢີບ ແລະ ຊາວການາອານໃຊ້ເງິນທັງຫມົດຂອງພວກເຂົາແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

ຊາວ​ເອຢິບ​ ແລະ​ຊາວ​ການາອານ

"ຈາກດິນແດນຂອງຊາວ​ເອຢິບ​ ແລະ ຈາກດິນແດນຂອງ​ຊາວ​ການາອານ"

ຢ່າ​ປະ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຫິວ​ຕາຍ​ເລີຍ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ຈ່າຍ​ໄປ​ຈົນ​ຫມົດ​ແລ້ວ?

ປະຊາຊົນໄດ້ໃຊ້ຄຳຖາມເພື່ອເນັ້ນຫນັກວ່າພວກເຂົາຕ້ອງການຢາກຊື້ອາຫານຫລາຍປານໃດ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ກະລຸນາຢ່າໃຫ້ພວກເຮົາຕາຍ ເພາະວ່າພວກເຮົາໄດ້ໃຊ້ເງິນທັງ ຫມົດແລ້ວ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເພິ່ນ​ໄດ້​ຈ່າຍ​ອາຫານ​ໃຫ້​ແກ່​ປະຊາຊົນ

ໃນນີ້ຄຳວ່າ “ເຂົ້າຈີ່” ແມ່ນຫມາຍເຖິງອາຫານໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ລາວໃຫ້ອາຫານແກ່ພວກເຂົາ" ຫລື "ລາວໄດ້ສະຫນອງອາຫານໃຫ້ພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

Genesis 47:18

ພວກເຂົາ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ

" ປະຊາຊົນ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ"

ທ່ານເອີຍ ພວກ​ຂ້ານ້ອຍ​ຂໍ​ເວົ້າ​ຄວາມຈິງ​ສູ່​ທ່ານ​ຟັງ, ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ເລີຍ

ປະຊາຊົນກ່າວເຖິງໂຢເຊັບວ່າ "ນາຍຂອງຂ້ອຍ." ນີ້ແມ່ນວິທີການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເຖິງເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ພວກເຮົາຈະບໍ່ປິດບັງທ່ານຈາກທ່ານ, ນາຍຂອງພວກເຮົາ" ຫລື "ພວກເຮົາຈະບໍ່ປິດບັງຈາກທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ດຽວນີ້ ພວກ​ຂ້ານ້ອຍ​ບໍ່​ເຫລືອ​ຫຍັງ

ໃນນີ້ “ການເບິ່ງເຫັນ” ແມ່ນຫມາຍເຖິງໂຢເຊັບເອງ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີຫຍັງເຫລືອໃຫ້ທ່ານແລ້ວ, ນາຍຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຢ່າ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ອຶດຕາຍ​ເທາະ, ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ຖ້ອນ ຢ່າ​ປ່ອຍ​ໃຫ້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ຫວ່າງເປົ່າ​ລ້າໆ​ເລີຍ?

ຄຳວ່າ “ຕາ” ຫມາຍເຖິງການເບິ່ງຂອງໂຢເຊັບ. ປະຊາຊົນໃຊ້ ຄຳຖາມເພື່ອເນັ້ນຫນັກວ່າພວກເຂົາຕ້ອງການຢາກຊື້ອາຫານຫລາຍປານໃດ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກ: "ກະລຸນາຢ່າເບິ່ງພວກເຮົາກຳລັງຕາຍ ແລະ ແຜ່ນດິນຂອງພວກເຮົາຖືກທຳລາຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-rquestion)

ຢ່າ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ອຶດຕາຍ...ພວກ​ຂ້ານ້ອຍ ແລະ ​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ

ແຜ່ນດິນກາຍເປັນບ່ອນທີ່ບໍ່ມີປະໂຫຍດ ແລະ ຖືກທຳລາຍເພາະວ່າບໍ່ມີເມັດພັນທີ່ຈະປູກ; ສະນັ້ນມັນຈຶ່ງຖືກກ່າວເຖິງຄືກັບວ່າແຜ່ນດິນນັ້ນຈະຕາຍເຊັ່ນກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 47:20

ທີ່ດິນ​ທັງຫມົດ,​ ໃນ​ປະເທດເອຢິບ​ກໍ​ກາຍເປັນ​ຂອງ​ກະສັດ

"​ດັ່ງນັ້ນແຜ່ນດິນທັງຫມົດໄດ້​ກາຍເປັນ​ຂອງ​ກະສັດຟາໂຣ"

ຍັງ​ແຕ່​ທີ່ດິນ​ຂອງ​ພວກ​ປະໂລຫິດ​ເທົ່ານັ້ນ​ທີ່​ເພິ່ນ​ບໍ່ໄດ້​ຊື້​ເອົາ

"ແຕ່​ລາວບໍ່ໄດ້ຊື້ທີ່ດິນ​ຂອງ​ພວກ​ປະໂລຫິດ"​

ເພາະ​ກະສັດ​ໃຫ້​ເງິນ​ອຸດຫນູນ​ແກ່​ພວກເຂົາ

“ເງິນອຸດຫນູນ” ແມ່ນຈຳນວນເງິນ ຫລື ອາຫານທີ່ໃຫ້ເປັນປົກກະຕິແກ່ຜູ້ໃດຜູ້ຫນຶ່ງ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຟາໂຣໃຫ້ອາຫານແກ່ພວກປະໂລຫິດໃນແຕ່ລະມື້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ພວກເຂົາກິນຈາກສ່ວນແບ່ງທີ່ຟາໂຣມອບໃຫ້ພວກເຂົາ

"ພວກເຂົາໄດ້ກິນຈາກສ່ວນແບ່ງທີ່ຟາໂຣມອບໃຫ້ພວກເຂົາ"

Genesis 47:23

ໃຫ້​ພວກເຈົ້າ​ເອົາ​ໄປ​ຫວ່ານ​ໃນ​ນາ

"ເພື່ອໃຫ້​ພວກເຈົ້າ​ເອົາ​ໄປ​ຫວ່ານ"

ເມື່ອ​ຮອດ​ລະດູ​ເກັບກ່ຽວ, ພວກເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ຫນຶ່ງ​ສ່ວນ​ຫ້າ​ໃຫ້​ກະສັດ, ສ່ວນ​ທີ່​ເຫລືອ​ນັ້ນ ໃຫ້​ເປັນ​ຂອງ​ພວກເຈົ້າ

ຄຳວ່າ “ຫ້າ” ແມ່ນສ່ວນຫນຶ່ງຂອງຈຳນວນທັງຫມົດ. ອາດແປໄດ້ອີກວ່າ: "ໃນເວລາເກັບກ່ຽວທ່ານຈະແບ່ງຜົນລະປູກເປັນ 5 ສ່ວນ. ທ່ານຈົ່ງຄືນສ່ວນຫນຶ່ງໃຫ້ຟາໂຣ ສຳລັບການຈ່າຍເງິນ ແລະ ສີ່ສ່ວນແມ່ນເປັນຂອງຕົວທ່ານເອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-fraction)

ໃຫ້​ເປັນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ເຂົ້າປູກ ແລະ​ສຳລັບ​ກິນ​ໃນ​ຄອບຄົວ.

ທ່ານສາມາດລະບຸຂໍ້ມູນທີ່ເຂົ້າໃຈໄດ້ຢ່າງຈະແຈ້ງຂື້ນຕື່ມ. ອາດແປໄດ້ອີກວ່າ: "ອາຫານສຳລັບຄົວເຮືອນຂອງທ່ານ ແລະ ຫານ ສຳລັບລູກຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 47:25

ທ່ານ​ໄດ້​ເຮັດ​ດີ​ຕໍ່​ພວກ​ຂ້ານ້ອຍ

ໃນນີ້ຄຳວ່າ “ຕາ” ຫມາຍເຖິງຄວາມຄິດ ຫລື ຄວາມຄິດເຫັນ. ອາດແປໄດ້ອີກວ່າ: "ຂໍໃຫ້ເຈົ້າພໍໃຈກັບພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຮັດ​ດີ​ຕໍ່​ພວກ​ຂ້ານ້ອຍ

ນີ້ຫມາຍຄວາມວ່າຄົນອື່ນໄດ້ເປັນທີ່ຮັກຈາກໃຜຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ໃນ​ປະເທດເອຢິບ

"ທົ່ວແຜ່ນດິນ​ເອຢິບ" ຫລື "ຕະຫລອດທົ່ວແຜ່ນດິນເອຢິບ"

ທຸກ​ວັນນີ້

ນີ້ຫມາຍຄວາມວ່າຈົນເຖິງເວລາທີ່ຜູ້ຂຽນກຳລັງຂຽນເລື່ອງນີ້.

ຫນຶ່ງ​ສ່ວນ​ຫ້າ

ຫ້າ - ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳນີ້ "ທີຫ້າ" ໃນ 47:23.

Genesis 47:27

ພວກເຂົາ​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ

ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພວກເຂົາໄດ້ຮັບຫມາກຜົນ. ອາດແປໄດ້ອີກວ່າ: "ພວກເຂົາມີລູກຈຳນວນຫລວງຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

​ຮັ່ງມີ

ຢູ່ທີ່ນີ້ຄຳວ່າ “ເກີດຜົນ” ຫມາຍຄວາມວ່າຈະເລີນຮຸ່ງເຮືອງ ຫລື ມີລູກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ສິບເຈັດ​ປີ

"17 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ສິບເຈັດ​ປີ, ຈົນ​ເພິ່ນ​ມີ​ອາຍຸ​ຫນຶ່ງຮ້ອຍ​ສີ່ສິບເຈັດ​ປີ

ເຈັດປີ - "ດັ່ງນັ້ນຢາໂຄບຈຶ່ງມີຊີວິດຢູ່ໄດ້ 147 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

Genesis 47:29

ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ

ປະໂຫຍກນີ້ເວົ້າເຖິງເວລາຄືກັບວ່າມັນເດີນທາງ ແລະ ມາຮອດສະຖານທີ່ໃດຫນຶ່ງ. ອາດແປໄດ້ອີກວ່າ: "ເມື່ອຮອດເວລາທີ່ອິດສະຣາເອນຈະຕາຍແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ຫນັກແຫນ້ນ​ວ່າ

ໃນນີ້ຄຳວ່າ “ການເບິ່ງເຫັນ” ແມ່ນຫມາຍເຖິງຄວາມຄິດ ຫລື ຄວາມຄິດເຫັນ. ອາດຈະແປໄດ້ອີກວ່າ: "ຖ້າຂ້ອຍໄດ້ຮັບຄວາມໂປດປານຈາກເຈົ້າ" ຫລື "ຖ້າຂ້ອຍພໍໃຈເຈົ້າ"

ບັດນີ້

ນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ເປັນທີ່ພໍໃຈ

ນີ້ຫມາຍຄວາມວ່າຄົນອື່ນໄດ້ເປັນທີ່ຮັກຈາກໃຜຜູ້ຫນຶ່ງ. (ເບິ່ງ: /WA-Catalog/lo_tm?section=translate#figs-idiom)

ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່

ການກະທຳນີ້ແມ່ນສັນຍາລັກຂອງການໃຫ້ຄຳສັນຍາທີ່ຈິງຈັງ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 24:1. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ສາບານ​ຢ່າງ​ຫນັກແຫນ້ນ​ວ່າ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ແລະ "ຄວາມຫນ້າເຊື່ອຖື" ສາມາດຖືກແປເປັນຄຳຄູນສັບ. ອາດແປໄດ້ອີກວ່າ: "ປະຕິບັດຕໍ່ຂ້ອຍຢ່າງສັດຊື່ ແລະ ເຊື່ອຖືໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດເອຢິບ​ນີ້

ຄຳວ່າ "ກະລຸນາ" ເພີ່ມຄວາມສຳຄັນຕໍ່ຄຳຮ້ອງຂໍນີ້.

​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ

ໃນນີ້ຄຳວ່າ “ນອນລັບ” ແມ່ນວິທີທາງສຸພາບເພື່ອຫມາຍເຖິງຄວາມຕາຍ. ອາດແປໄດ້ອີກວ່າ: "ເມື່ອຂ້ອຍເສຍຊີວິດ ແລະເຂົ້າຮ່ວມກັບຄົນໃນຄອບຄົວຂອງຂ້ອຍທີ່ເສຍຊີວິດກ່ອນຫນ້າຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ຈົ່ງ​ສາບານ​ຕໍ່​ພໍ່

"ສັນຍາກັບຂ້ອຍ" ຫລື "ສາບານກັບຂ້ອຍ"

ໂຢເຊັບ​ໄດ້​ສາບານ

"ສັນຍາຕໍ່ລາວ" ຫລື "ສາບານຕໍ່ລາວ"