Genesis 50

Genesis 50:1

ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ

ຄຳວ່າ "ລາວກົ້ມລົງ" ແມ່ນສຳນວນຫນຶ່ງສຳລັບເອົາຊະນະ. ອາດແປໄດ້ອີກວ່າ: "ລາວໄດ້ສຸດຕົວລົງທີ່ຕົວພໍ່ຂອງລາວດ້ວຍຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດ

"ຜູ້ຮັບໃຊ້ຂອງລາວທີ່ດູແລສົບຄົນຕາຍ"

ໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ

ເພື່ອ “ອາບນໍ້າຢາ” ແມ່ນວິທີພິເສດໃນການຮັກສາສົບກ່ອນທີ່ຈະຝັງ. ອາດແປໄດ້ອີກວ່າ: "ເພື່ອກະກຽມສົບຂອງພໍ່ຂອງລາວກ່ອນຝັງສົບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ພວກເຂົາໃຊ້ເວລາສີ່ສິບວັນ

"ພວກເຂົາໃຊ້ເວລາ 40 ວັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເຈັດສິບວັນ

"70 ວັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

Genesis 50:4

ເວລາການໄວ້ທຸກ

"ວັນແຫ່ງການໄວ້ທຸກສຳລັບລາວ" ຫລື "ວັນທີ່ຮ້ອງໄຫ້ສຳລັບລາວ"

ໂຢເຊັບໄດ້ເວົ້າກັບຂ້າຣາຊສຳນັກຂອງຟາໂຣກ່າວວ່າ

ໃນນີ້ຄຳວ່າ “ຣາຊສຳນັກ” ຫມາຍເຖິງເຈົ້າຫນ້າທີ່ ທີ່ຢືນຢູ່ຕໍ່ຫນ້າພະຣາຊສຳນັກຂອງກະສັດຟາໂຣ. ອາດແປໄດ້ອີກວ່າ: "ໂຢເຊັບໄດ້ເວົ້າກັບເຈົ້າ ຫນ້າທີ່ຂອງຟາໂຣ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ

ວະລີທີ່ວ່າ "ຢູ່ໃນສາຍຕາຂອງເຈົ້າ" ແມ່ນຄຳເວົ້າທີ່ຫມາຍ ເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຢາໂຄບ. ອາດແປໄດ້ອີກວ່າ: "ຖ້າຂ້ອຍໄດ້ຮັບຄວາມໂປດປານຈາກເຈົ້າ" ຫລື "ຖ້າເຈົ້າພໍໃຈກັບຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໄດ້ເປັນທີ່ຊອບໃນສາຍຕາ

ນີ້ແມ່ນສຳນວນຫມາຍຄວາມວ່າຜູ້ໃດຜູ້ຫນຶ່ງເປັນທີ່ຊື່ນຊົມຈາກອີກຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຂໍໄດ້ໂປດທູນຟາໂຣວ່າ, ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ,ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ

ປະໂຫຍກນີ້ເປັນຄຳເວົ້າຢືມສອງລະດັບ ແລະ ຄຳຢືມສາມລະດັບ. ປະໂຫຍກເຫລົ່ານີ້ສາມາດຖືກກ່າວເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ກະລຸນາບອກຟາໂຣວ່າພໍ່ຂອງຂ້າພະເຈົ້າໄດ້ໃຫ້ຂ້າພະເຈົ້າສາບານວ່າ ຫລັງຈາກລາວຕາຍຂ້າພະເຈົ້າຈະຝັງລາວໃນອຸບໂມງທີ່ລາວໄດ້ຂຸດໄວ້ເພື່ອຕົວເອງຢູ່ໃນແຜ່ນດິນການາອານ. "(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ເບິ່ງເຖີດ, ເຮົາກຳລັງຈະຕາຍ

"ເບິ່ງເຖີດ, ເຮົາກຳລັງຈະຕາຍ"

ຂໍໃຫ້ເຮົາໄດ້ຂຶ້ນໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກເອຢີບໄປການາອານ.

ຟາໂຣໄດ້ຕອບ

ມັນຫມາຍຄວາມວ່າຂ້າຣາຊະການຂອງກະສັດຟາໂຣໄດ້ເວົ້າ, ແລະ ດຽວນີ້ຟາໂຣກຳລັງຕອບໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້

"ດັ່ງທີ່ເຈົ້າໄດ້ໃຫ້ສາບານໄວ້ແກ່ລາວ"

Genesis 50:7

ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກເອຢີບໄປການາອານ.

ຂ້າຣາຊະການທັງຫມົດ...ຂ້າຣາຊະສຳນັກ...ຂ້າຣາຊະການຜູ້ໃຫ່ຍທັງ ຫມົດ

ບັນດາຜູ້ນຳທີ່ສຳຄັນທີ່ສຸດຂອງຟາໂຣ ທັງຫມົດທີ່ໄດ້ເຂົ້າຮ່ວມພິທີຝັງສົບ.

ຣາຊະສຳນັກ

ບຸກຄົນເຫລົ່ານີ້ແມ່ນທີ່ປຶກສາຂອງກະສັດ.

ຂ້າຣາຊະສຳນັກທັງຫລາຍ

ໃນນີ້ຄຳວ່າ "ຄົວເຮືອນ" ຫມາຍເຖິງຂ້າຣາຊະການ ຣາຊະສຳນັກຂອງຟາໂຣ.

ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ

ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່: "ແຜ່ນດິນເອຢິບ. ຄອບຄົວຂອງໂຢເຊັບ, ອ້າຍນ້ອງ ແລະ ຄອບຄົວຂອງພໍ່ກໍ່ໄປນຳລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ...ຄົວເຮືອນຂອງພໍ່ຂອງເຂົາ

ໃນນີ້ຄຳວ່າ “ຄົວເຮືອນ” ຫມາຍເຖິງຄອບຄົວທັງຫມົດຂອງເຂົາເຈົ້າ.

ຂະບວນລົດຮົບທັງຫລາຍ

ໃນນີ້ຫມາຍເຖິງພວກຜູ້ຊາຍທີ່ຂີ່ລົດມ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ.

"ມັນແມ່ນການເຕົ້າໂຮມທີ່ໃຫຍ່ຫລາຍ"

Genesis 50:10

ເມື່ອພວກເຂົາໄດ້

ຄຳວ່າ "ພວກເຂົາ" ຫມາຍເຖິງຜູ້ເຂົ້າຮ່ວມໃນການແຫ່ຂະບວນຝັງສົບ.

ລານນວດເຂົ້່າເເຫ່ງອາທາດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄຳວ່າ “ອາທາດ” ມີຄວາມຫມາຍວ່າ “ຫນາມ” ແລະ ມັນອາດຈະຫມາຍເຖິງສະຖານທີ່ທີ່ມີຫນາມໃຫຍ່ໆ, ຫລື 2) ມັນອາດຈະແມ່ນຊື່ຂອງຜູ້ທີ່ເປັນເຈົ້າຂອງພື້ນທີ່ລານນວດເຂົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພວກເຂົາໄດ້ຮ້ອງຄ່ຳຄວນຢ່າງຫລາຍ ເເລະໂສກເສົ້າເສຍໃຈຢ່າງຍິ່ງ

"ພວກເຂົາມີຄວາມໂສກເສົ້າທີ່ສຸດ ແລະ ພວກເຂົາກໍ່ໂສກເສົ້າຫລາຍ"

ເຈັດວັນ

"7 ວັນ" (See: /WA-Catalog/lo_tm?section=translate#translate-numbers)

ລານນວດເຂົ້າເເຫ່ງອາທາດ

"ຢູ່ໃນພື້ນທີ່ລານນວດເຂົ້າຂອງເມືອງອາທາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ນີ້ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນເອຢິບທັງຫລາຍ

"ຄວາມທຸກໂສກຂອງຊາວເອຢີບແມ່ນໃຫຍ່ຫລວງຫລາຍ"

ອາເບັນມິຊະຣາອີມ

ນາຍແປສາມາດເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ອາເບັນມິຊະຣາອີມແປວ່າ" ຄວາມທຸກໂສກຂອງຊາວເອຢິບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 50:12

ດັ່ງນັ້ນລູກຊາຍທັງຫລາຍຂອງເຂົາ

"ລູກຊາຍທັງຫລາຍຂອງຢາໂຄບ"

ຕາມທີ່ໄດ້ສັ່ງພວກເຂົາໄວ້

"ຕາມທີ່ໄດ້ສັ່ງພວກເຂົາໄວ້"

ລູກຊາຍທັງຫລາຍຂອງເຂົາໄດ້ນໍາເຂົາ

"ລູກຊາຍທັງຫລາຍຂອງເຂົາໄດ້ນໍາສົບຂອງເຂົາ"

ມັດເປລາ

ມັດເປລາແມ່ນຊື່ຂອງພື້ນທີ່ ຫລື ຂົງເຂດຫນຶ່ງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມຳເຣ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເຮັບໂຣນ. ມັນອາດຈະຕັ້ງຊື່ຕາມຊື່ຂອງມຳເຣ, ຫມູ່ຂອງອັບຣາຮາມຜູ້ທີ່ອາໄສຢູ່ບ່ອນນັ້ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 13:16. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເອຟະໂລນຄົນຮິດຕີ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. "ຮີດຕີ" ຫມາຍຄວາມວ່າ "ເຊື້ອສາຍຂອງຊາວຮິດຕີ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ໂຢເຊັບກໍໄດ້ກັບໄປຍັງເອຢິບ

"ໂຢເຊັບກໍໄດ້ກັບໄປຍັງເອຢິບ"

ທັງຫມົດຜູ້ທີ່ໄດ້ເດີນທາງຮ່ວມໄປກັບເຂົາ

"ຄົນທັງຫມົດທີ່ໄດ້ເດີນທາງຮ່ວມໄປກັບເຂົາ"

Genesis 50:15

ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ

ໃນນີ້ຄວາມໃຈຮ້າຍໄດ້ຖືກກ່າວເຖິງວ່າ ມັນເປັນສິ່ງທີ່ມີຕົວຕົນທີ່ໂຢເຊັບສາມາດຈັບໄວ້ໃນມືຂອງລາວ. ອາດແປໄດ້ອີກວ່າ: "ຈະເປັນແນວໃດຖ້າໂຢເຊັບຍັງໂກດແຄ້ນພວກເຮົາອີ່ຫລີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ

ການແກ້ແຄ້ນກັບຜູ້ທີ່ທຳຮ້າຍເຂົາ ຖືກເວົ້າຄືກັບວ່າຄົນນັ້ນຈ່າຍຄືນໃຫ້ເຈົ້າຂອງຫນີ້ຕາມຈຳນວນທີ່ເຂົາເປັນຫນີ້ຢູ່. ອາດແປໄດ້ອີກວ່າ: "ຕ້ອງການແກ້ແຄ້ນຕໍ່ສິ່ງທີ່ຊົ່ວຮ້າຍ ທີ່ພວກເຮົາໄດ້ເຮັດກັບລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ,ວ່າ, ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ."'

ປະໂຫຍກນີ້ແມ່ນຄຳຢືມເປັນບຸກຄົນທີສອງ ແລະ ຄຳຢືມເປັນບຸກຄົນທີສາມ. ພວກມັນສາມາດຖືກກ່າວເຖິງເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພໍ່ຂອງທ່ານໄດ້ແນະນຳ ພວກເຮົາກ່ອນທີ່ລາວຈະເສຍຊີວິດ ເພື່ອບອກທ່ານໃຫ້ອະໄພພວກເຮົາສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ເຮັດກັບທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ

"ຢາໂຄບເປັນພໍ່ຂອງພວກອ້າຍນ້ອງທັງຫມົດ. ໃນທີ່ນີ້ພວກເຂົາເວົ້າວ່າ "ພໍ່ຂອງເຈົ້າ" ເພື່ອເນັ້ນຫນັກວ່າໂຢເຊັບຕ້ອງເອົາໃຈໃສ່ກັບສິ່ງທີ່ພໍ່ຂອງລາວເວົ້າ. ອາດແປໄດ້ອີກວ່າ: "ກ່ອນທີ່ພໍ່ຂອງພວກເຮົາຈະເສຍຊີວິດລາວໄດ້ເວົ້າວ່າ"

ເເລະຄ ວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ

"ສໍາລັບສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກັບເຈົ້າ"

ບັດນີ້

ໃນນີ້ບໍ່ໄດ້ຫມາຍຄວາມວ່າ "ເວລານີ້," ແຕ່ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕາມມາ.

ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ

ພວກອ້າຍໄດ້ອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງພຣະເຈົ້າຂອງພໍ່ທ່ານ." ສິ່ງນີ້ສາມາດເວົ້າເປັນບຸກຄົນທຳອິດ. ອາດແປໄດ້ອີກວ່າ: "ກະລຸນາໃຫ້ອະໄພພວກເຮົາ, ຜູ້ຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ

"ໂຢເຊັບໄດ້ຮ້ອງໄຫ້ ເມື່ອພວກເຂົາໄດ້ຍິນຂໍ້ຄວາມນີ້"

Genesis 50:18

ກົ້ມຫນ້າຕໍ່ໂຢເຊັບດ້ວຍ

ພວກເຂົາກົ້ມຫນ້າລົງພື້ນດິນ. ນີ້ແມ່ນການສະແດງເຖິງຄວາມຖ່ອມຕົວ ແລະ ຄວາມນັບຖືຕໍ່ໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ຂ້ອຍຢູ່ໃນຫນ້າທີ່ຂອງພຣະເຈົ້້າບໍ?

ໂຢເຊັບໃຊ້ຄຳຖາມເພື່ອປອບໃຈພີ່ນ້ອງຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ຢູ່ໃນສະຖານະຂອງພຣະເຈົ້າ" ຫລື "ຂ້ອຍບໍ່ແມ່ນພຣະເຈົ້າ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ພວກອ້າຍໄດ້ມຸ້ງທຳຮ້າຍຕໍ່ນ້ອງ

"ພວກເຈົ້າມຸ້ງຫວັງທີ່ຈະເຮັດສິ່ງທີ່ຊົ່ວຕໍ່ຂ້ອຍ"

ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ

"ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ"

ດັ່ງນັ້ນ ບັດນີ້ຢ່າຢານເລີຍ

"ດັ່ງນັ້ນຢ່າຢ້ານເລີຍ"

ນ້ອງຈະຈັດການດູເເລພວກອ້າຍໆ ເເລະລູກທັງຫລາຍຂອງພວກອ້າຍ

"ຂ້ອຍຈະຮັບປະກັນວ່າເຈົ້າ ແລະ ລູກຂອງເຈົ້າຈະມີອາຫານການກິນພຽງພໍ"

ເຂົາໄດ້ປອບໃຈພວກເຂົາດ້ວຍວິທີນີ້ ເເລະໄດ້ເວົ້າຢ່າງເມດຕາຕໍ່ຈິດໃຈຂອງພວກເຂົາ.

"ລາວໄດ້ປອບໂຍນພວກເຂົາໂດຍການເວົ້າຈາສຸພາບກັບພວກເຂົາ"

Genesis 50:22

ຫນຶ່ງຮ້ອຍສິບປີ

"110 ປີ" (See: /WA-Catalog/lo_tm?section=translate#translate-numbers)

ລູກທັງຫລາຍຂອງເອຟຣາອິມຮອດຮຸ້ນທີ່ສາມ

"ເດັກນ້ອຍ ແລະ ຫລານຂອງເອຟາອິມ"

ມາກີ

ນີ້ແມ່ນຊື່ຂອງຫລານຊາຍຂອງໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຜູ້ເຊິ່ງຖືກວາງເທິງເຂົາຂອງໂຢເຊັບ

ການສະແດງອອກນີ້ຫມາຍຄວາມວ່າໂຢເຊັບ ໄດ້ຮັບເອົາເດັກນ້ອຍເຫລົ່ານີ້ຂອງມາກີ ມາເປັນລູກຂອງຕົນເອງ. ນີ້ຫມາຍຄວາມວ່າພວກເຂົາຈະມີສິດພິເສດໃນການສືບທອດຈາກໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 50:24

ເເນ່ນອນພຣະເຈົ້າຈະມາຍາມພວກທ່ານ

ໃນຂໍ້ 50:24 ຄຳວ່າ "ເຈົ້າ" ຫມາຍເຖິງອ້າຍນ້ອງຂອງໂຢເຊັບ, ແຕ່ມັນຍັງຫມາຍເຖິງລູກຫລານຂອງພວກເຂົາເຊັ່ນກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ນໍາພວກທ່ານອອກໄປຈາກເເຜ່ນດິນນີ້ ໄປຍັງເເຜ່ນດິນທີ່ພຣະອົງຊົງສັນຍາ

ເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ “ຂຶ້ນ” ເມື່ອເວົ້າເຖິງການເດີນທາງຈາກເອຢີບໄປການາອານ. ອາດແປໄດ້ອີກວ່າ: "ເອົາທ່ານອອກຈາກແຜ່ນດິນນີ້ ແລະ ພາທ່ານໄປທີ່ດິນແດນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບເຂົາ

ເພື່ອ “ອາບນໍ້າຢາ” ແມ່ນວິທີພິເສດໃນການຮັກສາສົບກ່ອນທີ່ຈະຝັງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳ “ອາບນໍ້າຢາ” ໃນຂໍ້ 50:1.

ເຂົາໄດ້ຖືກໃສ່

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາປົງສົບຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ໃນໂລງ

"ໃນຫີບ" ຫລື "ໃນກ່ອງ." ນີ້ແມ່ນກ່ອງໃສ່ຄົນຕາຍ.