Genesis 44

Genesis 44:1

ຂໍ້ມູນທົ່ວໄປ:

ນີ້ແມ່ນການເລີ່ມຕົ້ນເຫດການໃຫມ່ໃນເລື່ອງ. ເຫດການສ່ວນໃຫຍ່ອາດເກີດຂື້ນຕອນເຊົ້າຂອງມື້ຕໍ່ມາພາຍຫລັງງານລ້ຽງ.

ຄົນ​ຕົ້ນ​ເຮືອນ​ຂອງເພິ່ນ

“ຄົນຕົ້ນເຮືອນ” ໄດ້ຮັບຜິດຊອບໃນການຄຸ້ມຄອງກິດຈະກຳ ຄອບຄົວຂອງໂຢເຊັບ.

ໃສ່​​ເງິນ​ຂອງ​ພວກເຂົາແຕ່ລະຄົນ​

ເງິນຂອງພວກເຂົາສ່ວນຫລາຍເປັນຫຽນຢູ່ໃນກະສອບນ້ອຍ.

ໃນປາກກະສອບ​ຂອງ​ເຂົາ

"ໃນປາກກະສອບຂອງລາວ"

ໃສ່ຂອງເຮົາ​ຈອກ​ເງິນ​​​

"ໃສ່ຈອກເງິນຂອງເຮົາ"

ໃນ​ປາກກະສອບ​ຂອງ​ຄົນສຸດທ້ອງພ້ອມ

ຄຳວ່າ "ນ້ອງຊາຍ" ເປັນທີ່ເຂົ້າໃຈ. ອາດແປໄດ້ອີກວ່າ: "ໃນກະສອບຂອງນ້ອງຊາຍຫລ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 44:3

ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ

"ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ"

ພວກຜູ້ຊາຍກໍໄດ້​ອອກ​ເດີນທາງ​, ພວກເຂົາ​ພ້ອມ ​ແລະ​ລາ​ທັງຫລາຍຂອງ​ພວກເຂົາ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ສົ່ງຜູ້ຊາຍອອກເດີນທາງໄປ, ພ້ອມກັບລາຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເປັນຫຍັງ​ພວກເຈົ້າຕອບແທນການດີ​ດ້ວຍ​ຄວາມຊົ່ວ​?

ຄຳຖາມນີ້ແມ່ນໃຊ້ເພື່ອກ່າວຫາພີ່ນ້ອງ. ອາດແປໄດ້ອີກວ່າ: "ທ່ານໄດ້ປະຕິບັດຕໍ່ພວກເຮົາຢ່າງບໍ່ດີ, ທັ້ງໆທີ່ພວກເຮົາໄດ້ດີກັບທ່ານ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ນີ້ບໍ່ແມ່ນຈອກທີ່ເຈົ້ານາຍ​ຂອງເຮົາໃຊ້​ດື່ມ, ​ ແລະ​ຈອກທີ່ທ່ານໃຊ້ການ​ທຳນວາຍ​ບໍ?

ຄຳຖາມນີ້ແມ່ນໃຊ້ເພື່ອກ່າວຫາພີ່ນ້ອງ. ອາດແປໄດ້ອີກວ່າ: "ທ່ານຮູ້ແລ້ວວ່ານີ້ແມ່ນຈອກທີ່ນາຍຂອງຂ້ອຍໃຊ້ສຳລັບດື່ມ ແລະ ເພື່ອເປັນເຄື່ອງລາງແຫ່ງໂຊກ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ພວກເຈົ້າໄດ້​ເຮັດສິ່ງຊົ່ວຮ້າຍຄືສິ່ງນີ້ທີ່ພວກເຈົ້າໄດ້ເຮັດ​

ນີ້ເປັນການເວົ້ານີ້ຊໍ້າ "ເຈົ້າໄດ້ເຮັດ" ເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ສິ່ງທີ່ທ່ານໄດ້ເຮັດແມ່ນຊົ່ວຮ້າຍຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

Genesis 44:6

ເວົ້າ​ຖ້ອຍຄຳເຫລົ່ານີ້ກັບພວກເຂົາ

ໃນນີ້ຄຳວ່າ “ຖ້ອຍຄຳ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ເວົ້າສິ່ງທີ່ໂຢເຊັບໄດ້ບອກໃຫ້ລາວເວົ້າ"

ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ​ເວົ້າ​ຖ້ອຍຄຳເຫລົ່າ​ນີ້​?

ນີ້ “ຖ້ອນຄຳ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ພວກອ້າຍອ້າງເຖິງຜູ້ດູແລວ່າ "ນາຍຂອງຂ້ອຍ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກລະບຸໄວ້ເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ເປັນຫຍັງທ່ານເວົ້າແນວນີ້, ເຈົ້າຂອງຂ້ອຍ?" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-123person)

ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ

ພວກອ້າຍອ້າງອີງໃສ່ຕົນເອງວ່າ “ເປັນຜູ້ຮັບໃຊ້ຂອງທ່ານ” ແລະ “ພວກເຂົາ.” ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ພວກເຮົາຈະບໍ່ເຮັດແບບນັ້ນເລີຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ

ບາງຢ່າງທີ່ບຸກຄົນໃດຫນຶ່ງຈະບໍ່ເຄີຍເຮັດ ຖືກກ່າວເຖິງຄືກັບວ່າມັນເປັນວັດຖຸຫນຶ່ງທີ່ບຸກຄົນຕ້ອງການເອົາໄວ້ໄກຈາກຕົວເອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 44:8

ເບິ່ງເຖີດ

ປະໂຫຍກນີ້ເນັ້ນຄວາມເອົາໃຈໃສ່ຕໍ່ສິ່ງທີ່ບັນດາອ້າຍນ້ອງຈະເວົ້າຕໍ່ໄປ.

ເງິນ​ທີ່​ພວກເຮົາໄດ້ພົບ​​ໃນ​ກະສອບ​ທັງຫລາຍຂອງພວກເຮົາ​ໃນການເປີດກະສອບພວກເຮົາ

"ເຈົ້າຮູ້ເງິນທີ່ພວກເຮົາພົບໃນກະສອບຂອງພວກເຮົາ"

ກໍໄດ້ນຳມັນອອກມາຈາກດິນແດນການາອານກັບມາ​ໃຫ້ທ່ານອີກຄັ້ງ

"ພວກເຮົາໄດ້ນຳມັນອອກມາຈາກດິນແດນການາອານກັບມາ​ໃຫ້ທ່ານອີກຄັ້ງ"

​ຈະເປັນໄປໄດ້ຢ່າງໃດທີ່ພວກເຮົາຈະລັກເງິນ ຫລື​ຄຳ​ຈາກບ້ານເຈົ້າ​ນາຍ​ຂອງທ່ານ​?

ພວກອ້າຍໃຊ້ຄຳຖາມເພື່ອເນັ້ນຫນັກວ່າພວກເຂົາຈະບໍ່ລັກຈາກເຈົ້າຂອງເອຢີບ. ອາດແປໄດ້ອີກວ່າ: "ດັ່ງນັ້ນພວກເຮົາຈະບໍ່ເອົາຫຍັງມາຈາກເຮືອນເຈົ້ານາຍຂອງເຈົ້າເລີຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເງິນ ຫລື​ ຄຳ

ຄຳສັບເຫລົ່ານີ້ຖືກນຳໃຊ້ນຳກັນເພື່ອຫມາຍຄວາມວ່າພວກເຂົາຈະບໍ່ລັກສິ່ງຂອງມີຄ່າໃດໆ.

ບໍ່ວ່າທ່ານຈະພົບທີ່ພວກຄົນຮັບໃຊ້ຂອງທ່ານຄົນໃດ

ພີ່ນ້ອງອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເຖິງເປັນບຸກຄົນທໍາອິດ. ນອກຈາກນີ້, "ຖືກພົບເຫັນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຖ້າທ່ານພົບວ່າຫນຶ່ງໃນພວກເຮົາໄດ້ຫລັກເອົາຈອກນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person ແລະ /WA-Catalog/lo_tm?section=translate#figs-activepassive)

ບັດນີ້ໃຫ້ເປັນໄປຕາມທີ່ຄຳເວົ້າຂອງພວກເຈົ້າເຖີດ

ໃນນີ້ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ. ອີກຢ່າງຫນຶ່ງ, "ຄຳເວົ້າ" ແມ່ນຄຳເວົ້າທີ່ເວົ້າ. ອາດແປໄດ້ອີກວ່າ: "ດີຫລາຍ. ຂ້ອຍຈະເຮັດໃນສິ່ງທີ່ເຈົ້າເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

​ພົບ​ຈອກ​ທີ່​ຜູ້ໃດກໍຕາມກໍໃຫ້ຄົນນັ້ນ​ເປັນ​ທາດ​ຂອງເຮົາ

ປະໂຫຍກທີ່ວ່າ "ນາຍຂອງຂ້ອຍ" ຫມາຍເຖິງຜູ້ດູແລ. ສິ່ງນີ້ສາມາດເວົ້າເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ທ່ານອາດຈະເຮັດໃຫ້ພວກເຮົາເປັນທາດຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

​ພົບ​ຈອກ​ທີ່​ຜູ້ໃດກໍຕາມກໍໃຫ້ຄົນນັ້ນ​ເປັນ​ທາດ​ຂອງເຮົາ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຖ້າຂ້ອຍພົບຈອກໃນຖົງຄົນໃດຄົນຫນຶ່ງຂອງທ່ານ, ຄົນນັ້ນຈະເປັນຂ້າໃຊ້ຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 44:11

ຍົກເອົາ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ

"ວາງກະສອບລົງເທິງດິນ"

ຈາກຜູ້ທີ່ມີອາຍຸຫລາຍທີ່ສຸດ ... ຜູ້ມີອາຍຸນ້ອຍທີ່ສຸດ

ຄຳວ່າ "ອ້າຍນ້ອງ" ເປັນທີ່ເຂົ້າໃຈ. ອາດແປໄດ້ອີກວ່າ: "ອ້າຍທີ່ເກົ່າແກ່ທີ່ສຸດ ... ນ້ອງທີ່ນ້ອຍທີ່ສຸດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ຜູ້ມີອາຍຸນ້ອຍທີ່ສຸດ, ແລະ ຈອກນັ້ນກໍຖືກ​ພົບ​ໃນ​ກະສອບ​ຂອງ​ເບັນຢາມິນ.

ປະໂຫຍກນີ້ສາມາດຖືກແປເປັນປະໂຫຍກໃຫມ່ ແລະ ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຄົນທີ່ຫນຸ່ມທີ່ສຸດ. ຜູ້ດູແລໄດ້ພົບຈອກຢູ່ໃນຖົງຂອງເບັນຢາມິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ພວກເຂົາ​ຈຶ່ງ​ໄດ້ຈີກ​ເສື້ອ​ຜ້າຂອງພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງພີ່ນ້ອງ. ການຈີກເຄື່ອງນຸ່ງເປັນເຄື່ອງ ຫມາຍຂອງຄວາມທຸກທໍລະມານ ແລະ ຄວາມໂສກເສົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ແລະ ​ກັບ​ເຂົ້າ​ເມືອງ

"ແລະ ພວກເຂົາ​ກັບ​ມາ"

Genesis 44:14

ເພິ່ນ​​ຍັງ​ຢູ່ທີ່ນັ້ນ

"ໂຢເຊັບຍັງຄົງຢູ່ທີ່ນັ້ນ"

ພວກເຂົາ​ໄດ້ພາກັນ​ກົ້ມ​ຂາບລົງ​ຕໍ່ຫນ້າ​ເພິ່ນເຖິງພື້ນ

"ພວກເຂົານອນມູບລົງຢູ່ຕໍ່ຫນ້າລາວ." ນີ້ແມ່ນສັນຍາລັກຂອງພວກອ້າຍຢາກໃຫ້ຜູ້ເປັນເຈົ້ານາຍມີຄວາມເມດຕາຕໍ່ພວກເຂົາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ເຊັ່ນ​ເຮົາ​ນີ້​ທຳນວາຍ​ໄດ້?

ໂຢເຊັບໃຊ້ຄຳຖາມເພື່ອກ່າວໂທດອ້າຍນ້ອງຂອງລາວ. ອາດແປໄດ້ອີກວ່າ: "ແນ່ນອນທ່ານກໍຮູ້ວ່າຜູ້ຊາຍຄືກັບຂ້ອຍສາມາດຮູ້ສິ່ງຕ່າງໆໄດ້ໂດຍການທຳວາຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 44:16

"ເຈົ້ານາຍຂອງຂ້ານ້ອຍພວກເຮົາຈະສາມາດ​ເວົ້າ​​ຢ່າງ​ໃດ​ໄດ້ອີກ? ​ຫລືວ່າ​ພວກເຮົາຈະ​ພິສູດ​ຕົວເຮົາເອງໄດ້​ຢ່າງ​ໃດ?

ທັງ 3 ຄຳຖາມມີຄວາມຫມາຍໂດຍພື້ນຖານສິ່ງດຽວກັນ. ພວກເຂົາໃຊ້ຄຳຖາມເຫລົ່ານີ້ເພື່ອເນັ້ນຫນັກວ່າບໍ່ມີຫຍັງ ທີ່ພວກເຂົາສາມາດເວົ້າ ເພື່ອອະທິບາຍສິ່ງທີ່ເກີດຂື້ນ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີຫຍັງເວົ້າ, ນາຍຂອງຂ້າພະເຈົ້າ. ຄຳເວົ້າຂອງພວກເຮົາ ບໍ່ມີຄຸນຄ່າຫຍັງດອກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism ແລະ /WA-Catalog/lo_tm?section=translate#figs-rquestion)

ເຈົ້ານາຍຂອງຂ້ານ້ອຍພວກເຮົາ......ໃດ​ໄດ້ອີກ?

ໃນນີ້ຄຳວ່າ “ນາຍຂອງຂ້ອຍ” ຫມາຍເຖິງໂຢເຊັບ. ນີ້ແມ່ນວິທີການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ພວກເຮົາສາມາດເວົ້າຫຍັງກັບທ່ານ ... ທາດຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ພຣະເຈົ້າ​ໄດ້​ພົບ​ຄວາມຊົ່ວຮ້າຍຂອງ​ພວກຄົນຮັບໃຊ້ຂອງທ່ານ

ໃນນີ້ຄຳວ່າ “ໄດ້ພົບ” ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າພຽງແຕ່ພົບເຫັນສິ່ງທີ່ພວກອ້າຍໄດ້ເຮັດເທົ່ານັ້ນ. ມັນຫມາຍຄວາມວ່າພຣະເຈົ້າກຳລັງລົງໂທດພວກເຂົາໃນສິ່ງທີ່ພວກເຂົາໄດ້ເຮັດ. ອາດແປໄດ້ອີກວ່າ: "ພຣະເຈົ້າລົງໂທດພວກເຮົາສຳລັບບາບທີ່ພວກເຮົາເຮັດໃນອະດີດ"

ເປັນ​ທາດ​​ຂອງເຈົ້ານາຍທ່ານຂອງຂ້ານ້ອຍ

ພີ່ນ້ອງອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເປັນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: "ຄວາມຊົ່ວຊ້າຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ທັງພວກເຮົາ ແລະ ເຂົາຜູ້​ທີ່​ທ່ານ​ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງບຸກຄົນທັງຫມົດ. ນອກຈາກນີ້, "ໄດ້ຖືກພົບເຫັນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແລະຜູ້ທີ່ມີຈອກຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche ແລະ /WA-Catalog/lo_tm?section=translate#figs-activepassive)

ຂໍໃຫ້ມັນຢູ່ຫ່າງໄກຈາກເຮົາ! ທີ່ຈະ​ເຮັດ​ຢ່າງນັ້ນ

ບາງຢ່າງທີ່ບຸກຄົນໃດຫນຶ່ງຈະບໍ່ເຄີຍເຮັດ ຖືກກ່າວເຖິງຄືກັບວ່າມັນເປັນວັດຖຸຫນຶ່ງທີ່ບຸກຄົນຕ້ອງການເອົາໄວ້ໄກຈາກຕົວເອງ. "ມັນຈະບໍ່ແມ່ນຕົວຂ້ອຍທີ່ເຮັດເຊັ່ນນັ້ນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

​ຜູ້ຊາຍຄົນນັ້ນຜູ້ທີ່ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງບຸກຄົນທັງຫມົດ. ນອກຈາກນີ້, "ໄດ້ຖືກພົບເຫັນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແລະຜູ້ທີ່ມີຈອກຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche ແລະ /WA-Catalog/lo_tm?section=translate#figs-activepassive)

Genesis 44:18

​ໄດ້​ເຂົ້າ​ມາ​ໃກ້

​"ເຂົ້າ​ມາ​ໃກ້"

ຂໍໃຫ້ຄົນຮັບໃຊ້ຂອງທ່ານ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ສິ່ງນີ້ສາມາດເວົ້າເປັນບຸກຄົນທຳອິດ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ເວົ້າ​ຈັກຄຳໃຫ້​ທ່ານ​ຟັງ

ໃນນີ້ຄຳວ່າ "ຖ້ອຍຄຳ" ແມ່ນຫມາຍເຖິງສິ່ງທີ່ເວົ້າ. ແລະ ຄຳວ່າ "ຫູ" ແມ່ນການອະທິບາຍທີ່ຫມາຍເຖິງຕົວທັງຫມົດຂອງບຸກຄົນ. ອາດແປໄດ້ອີກວ່າ: "ເວົ້າກັບເຈົ້າ, ນາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-synecdoche)

ໃຫ້​ທ່ານ​ຟັງ

ໃນນີ້ຄຳວ່າ “ນາຍຂອງຂ້ອຍ” ຫມາຍເຖິງໂຢເຊັບ. ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ສິ່ງນີ້ສາມາດເວົ້າເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ຕໍ່ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ໃຫ້ຄວາມຮ້າຍ​ຂອງທ່ານຕົກຢູ່ກັບຄົນຮັບໃຊ້ຂອງທ່ານ

ຄວາມໂມໂຫແມ່ນເວົ້າເຖິງຄືກັບວ່າມັນເປັນດັ່ງໄຟລຸກໄຫມ້. ອາດແປໄດ້ອີກວ່າ: "ກະລຸນາຢ່າໂກດແຄ້ນກັບຂ້ອຍ, ຜູ້ຮັບໃຊ້ຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເພາະທ່ານເປັນ​ເຫມືອນຟາໂຣ

ຢູດາປຽບທຽບເຈົ້ານາຍໃສ່ກັບຟາໂຣເພື່ອເນັ້ນເຖິງອຳນາດອັນຍິ່ງໃຫຍ່ທີ່ເຈົ້ານາຍມີ. ລາວຍັງອ້າງວ່າລາວຕ້ອງການໃຫ້ເຈົ້ານາຍໂກດແຄ້ນ ແລະລົງໂທດທີ່ຕົວຂອງລາວ. ອາດແປໄດ້ອີກວ່າ: "ສຳລັບທ່ານແມ່ນມີອຳນາດຄືກັບຟາໂຣ ແລະທ່ານສາມາດສັ່ງໃຫ້ທະຫານຂອງທ່ານຂ້າ ຂ້ານ້ອຍເສຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາກ່າວ​​ວ່າ, "ເຈົ້າ​ມີ​ພໍ່​ ແລະ​ ນ້ອງ​ຊາຍຫລື​ບໍ່?

ປະໂຫຍກນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ນາຍຂອງຂ້ອຍຖາມພວກເຮົາວ່າພວກເຮົາມີພໍ່ ຫລື ອ້າຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາ

ຢູດາຫມາຍເຖິງໂຢເຊັບພ້ອມດ້ວຍຄຳວ່າ "ນາຍຂອງຂ້ອຍ" ແລະ "ຂອງລາວ." ລາວຍັງກ່າວເຖິງຕົວເອງ ແລະ ອ້າຍນ້ອງຂອງລາວວ່າ "ຜູ້ຮັບໃຊ້ຂອງລາວ." ອາດແປໄດ້ອີກວ່າ: "ເຈົ້າ, ນາຍຂອງຂ້ອຍ, ຖາມພວກເຮົາ, ຜູ້ຮັບໃຊ້ຂອງເຈົ້າ" ຫລື "ເຈົ້າຖາມພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

Genesis 44:20

ຂໍ້ມູນທົ່ວໄປ:

ຢູດາສືບຕໍ່ເວົ້າຕໍ່ຫນ້າໂຢເຊັບ

ພວກ​ຂ້ານ້ອຍ​ໄດ້ຕອບ​ວ່າ, "ພວກ​ຂ້ານ້ອຍ​ມີ​ພໍ່​..... ພໍ່​​ຂອງ​ລາວຈຶ່ງ​ຮັກ​ລາວ​ຫລາຍ

ປະໂຫຍກນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ແລະພວກເຮົາເວົ້າກັບນາຍຂອງຂ້ອຍວ່າພວກເຮົາມີພໍ່ ... ພໍ່ຂອງລາວຮັກລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພວກ​ຂ້ານ້ອຍ​ໄດ້ຕອບ​ວ່າ

ຢູດາກ່າວເຖິງໂຍເຊບວ່າເປັນ “ນາຍຂອງຂ້ອຍ.” ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ພວກເຮົາເວົ້າກັບເຈົ້າ, ນາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ພໍ່​​ຂອງ​ລາວຈຶ່ງ​ຮັກ​ລາວ​ຫລາຍ

ນີ້ຫມາຍເຖິງຄວາມຮັກສຳລັບຫມູ່ເພື່ອນ ຫລື ສະມາຊິກໃນຄອບຄົວ.

ຈາກນັ້ນທ່ານໄດ້ເວົ້າກັບພວກຄົນຮັບໃຊ້ຂອງທ່ານ, ​"ຈົ່ງນຳເຂົາ​ລົງມາ​ຫາເຮົາເພື່ອ​ທີ່ເຮົາ​ຈະ​ພົບ​ເຂົາ."

ປະໂຫຍກນີ້ເປັນຄຳຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ແລະທ່ານໄດ້ເວົ້າກັບຜູ້ຮັບໃຊ້ຂອງທ່ານວ່າ ພວກເຮົາຄວນຈະເອົານ້ອງຊາຍຂອງພວກເຮົາໄປຫາທ່ານ ເພື່ອວ່າທ່ານຈະໄດ້ເຫັນລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຈາກນັ້ນທ່ານໄດ້ເວົ້າກັບພວກຄົນຮັບໃຊ້ຂອງທ່ານ

ຢູດາກ່າວເຖິງຕົນເອງ ແລະ ອ້າຍນ້ອງຂອງລາວວ່າເປັນ "ຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານໄດ້ເວົ້າກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ຈົ່ງນຳເຂົາ​ລົງມາ​ຫາເຮົາເພື່ອ​ທີ່ເຮົາ​ຈະ​ພົບ​ເຂົາ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ເມື່ອເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ. ອາດແປໄດ້ອີກວ່າ: "ເອົາລາວມາຫາຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຫລັງຈາກ​ນັ້ນ, ​ເຮົາໄດ້ເວົ້າ​ກັບ​ເຈົ້ານາຍຂອງເຮົາ, "ເດັກ​ຄົນນັ້ນບໍ່ສາມາດຈາກ​ພໍ່​ຂອງ​ລາວ​ມາ​ບໍ່ໄດ້. ເພາະວ່າຖ້າ​ເຂົາປະຖິ້ມພໍ່​ຂອງ​ເຂົາ ພໍ່ຂອງເຂົາ​ຕ້ອງ​ຕາຍ​."

ນີ້ແມ່ນຄຳຢືມ. ມັນສາມາດເວົ້າເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ໃນການຊີ້ແຈງ, ພວກເຮົາໄດ້ບອກກັບນາຍຂອງຂ້ອຍວ່າເດັກຊາຍບໍ່ສາມາດ ... ພໍ່ຈະຕາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພໍ່ຂອງເຂົາ​ຕ້ອງ​ຕາຍ

ມັນຫມາຍຄວາມວ່າພໍ່ຂອງພວກເຂົາຈະເສຍຊີວິດຍ້ອນຄວາມໂສກເສົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 44:23

ຂໍ້ມູນທົ່ວໄປ:

ຢູດາສືບຕໍ່ເລົ່າເລື່ອງຂອງຕົນໃຫ້ແກ່ໂຢເຊັບ

ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ,​ "ຖ້າ​​ນ້ອງຊາຍ​ຄົນສຸດທ້ອງບໍ່ລົງມາກັບພວກເຈົ້າ​, ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ."

ປະໂຫຍກນີ້ແມ່ນຄໍາເວົ້າຢືມ. ມັນສາມາດເວົ້າເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານໄດ້ເວົ້າກັບຜູ້ຮັບໃຊ້ຂອງທ່ານວ່າ ເວັ້ນເສຍແຕ່ວ່ານ້ອງຊາຍຂອງພວກເຮົາມາກັບພວກເຮົາ, ພວກເຮົາຈະບໍ່ເຫັນທ່ານອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ

ຢູດາກ່າວເຖິງຕົນເອງ ແລະ ອ້າຍນ້ອງຂອງລາວວ່າເປັນ "ຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານໄດ້ເວົ້າກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ລົງມາ....ລົງໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ເມື່ອເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ.

ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ຢ່າໃຫ້ຂ້ອຍເຫັນເຈົ້າອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເມື່ອ​ເຫດການໄດ້ເກີດຂຶ້ນ

ປະໂຫຍກນີ້ຖືກນຳໃຊ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງເລື່ອງ. ຖ້າພາສາຂອງທ່ານມີຄຳເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ພວກ​ຂ້ານ້ອຍ​ໄດ້ຂຶ້ນ​ໄປ​ພົບພໍ່, ຂອງ​ຂ້ານ້ອຍ​ຄົນຮັບໃຊ້ຂອງທ່ານ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ປະໂຫຍກທີ່ວ່າ "ຂື້ນໄປ" ເມື່ອເວົ້າເຖິງການເດີນທາງຈາກເອຢີບໄປການາອານ.

ພວກເຮົາໄດ້​ບອກເຂົາເຖິງຖ້ອຍຄຳຂອງເຈົ້ານາຍຂອງຂ້ານ້ອຍ

ຢູດາກ່າວເຖິງໂຢເຊັບວ່າເປັນ “ເຈົ້ານາຍຂອງຂ້ອຍ.” ອີກຢ່າງຫນຶ່ງ, "ຖ້ອຍຄຳ" ແມ່ນສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ບອກລາວສິ່ງທີ່ທ່ານເວົ້າ, ເຈົ້ານາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person ແລະ /WA-Catalog/lo_tm?section=translate#figs-metonymy)

ພໍ່ຂອງພວກເຮົາໄດ້ເວົ້າວ່າ, "ຈົ່ງໄປອີກຄັ້ງ,​ ຊື້​ອາຫານ​ໃຫ້ເຮົາ

ປະໂຫຍກນີ້ແມ່ນຄຳຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາໄດ້ບອກພວກເຮົາໃຫ້ກັບໄປປະເທດເອຢີບອີກເທື່ອຫນຶ່ງ ເພື່ອຊື້ອາຫານສຳລັບພວກເຮົາ ແລະ ຄອບຄົວຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຈາກນັ້ນພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, "ພວກເຮົາບໍ່ສາມາດ​​ໄປ​ໄດ້. ຖ້າ​ນ້ອງຄົນສຸດທ້ອງ.....ໄປກັບເຮົາ

ປະໂຫຍກນີ້ແມ່ນຄຳຢືມ. ມັນສາມາດຖືກລະບຸເປັນຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນພວກເຮົາໄດ້ເວົ້າກັບລາວວ່າ ພວກເຮົາບໍ່ສາມາດລົງໄປປະເທດເອຢິບໄດ້. ພວກເຮົາໄດ້ບອກລາວວ່າຖ້ານ້ອງຊາຍຫລ້າຂອງພວກເຮົາໄປກັບພວກເຮົາ ... ໄປກັບພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພົບຫນ້າຜູ້ຊາຍຄົນນັ້ນໄດ້

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖິງຕົວຕົນຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພື່ອເຫັນຊາຍຄົນນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

Genesis 44:27

ຂໍ້ມູນທົ່ວໄປ

ຢູດາສືບຕໍ່ເລົ່າເລື່ອງຂອງຕົນໃຫ້ແກ່ໂຢເຊັບ

ໄດ້ເວົ້າກັບພວກເຮົາ​ວ່າ, "ພວກເຈົ້າ​​ຮູ້​​ວ່າ​ ເມຍ​ຂອງເຮົາ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເເກ່ເຮົາ. ຄົນທີ​ຫນຶ່ງໃນພວກເຂົາໄດ້​ໄປຈາກເຮົາ​ແລະເຮົາໄດ້ເວົ້າວ່າ. "ແນ່ນອນເຂົາໄດ້ຖືກຈີກເປັນຕ່ອນໆ,​ ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ນັ້ນມາ." ບັດນີ້ຖ້າ​ພວກເຈົ້າ​ນຳຄົນນີ້​ໄປ​ຈາກ​ເຮົາອີກ, ແລະເກີດອັນຕະລາຍກັບເຂົາ​, ​ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ."

ປະໂຫຍກນີ້ມີຄຳຢືມສອງລະດັບ ແລະ ສາມລະດັບ. ພວກມັນສາມາດຖືກກ່າວເປັນຄຳອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ກ່າວກັບພວກເຮົາວ່າພວກເຮົາຮູ້ວ່າເມຍຂອງລາວ, ນາງ ຣາເຊັນໄດ້ເກີດລູກຊາຍສອງຄົນເທົ່ານັ້ນ, ແລະຫນຶ່ງໃນນັ້ນໄດ້ອອກໄປທີ່ທົ່ງນາ ແລະ ມີສັດຮ້າຍໄດ້ຈີກລາວເປັນຕ່ອນໆ, ແລະລາວບໍ່ໄດ້ເຫັນລູກຊາຍຄົນນັ້ນຕັ້ງແຕ່ນັ້ນມາ ລາວເວົ້າວ່າຖ້າພວກເຮົາເອົາລູກຊາຍຄົນນີ້ຂອງລາວ ແລະ ມີສິ່ງທີ່ບໍ່ດີເກີດຂື້ນກັບລາວ, ພວກເຮົາຈະເຮັດໃຫ້ລາວເສຍຊີວິດຍ້ອນຄວາມໂສກເສົ້າ. " (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ໄດ້ເວົ້າກັບພວກເຮົາ

ໃນນີ້ຄຳວ່າ "ພວກເຮົາ" ບໍ່ລວມໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ພວກເຈົ້າ

ໃນນີ້ຄຳວ່າ "ເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ ແລະ ຫມາຍເຖິງບັນດາອ້າຍນ້ອງທັງຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ເຂົາໄດ້ຖືກຈີກເປັນຕ່ອນໆ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ສັດປ່າໂຕຫນຶ່ງໄດ້ຈີກລາວເປັນຕ່ອນໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເກີດອັນຕະລາຍກັບເຂົາ

ບາງສິ່ງບາງຢ່າງທີ່ບໍ່ດີທີ່ເກີດຂື້ນກັບຄົນຜູ້ຫນຶ່ງຈະຖືກກ່າວເຖິງຄືກັບວ່າ "ອັນຕະລາຍ" ແມ່ນບາງສິ່ງທີ່ເດີນທາງໄປມາຫາຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ

ການ “ຖີ້ມລົງ…ສູ່ແດນຄົນຕາຍ” ແມ່ນວິທີການເວົ້າວ່າພວກເຂົາຈະເຮັດໃຫ້ລາວເສຍຊີວິດ ແລະ ໄປຫາແດນຄົນຕາຍນ. ລາວໃຊ້ຄຳວ່າ "ລົງໄປສູ່" ເພາະວ່າທົ່ວໄປເຊື່ອກັນວ່າແດນຄົນຕາຍ ແມ່ນຢູ່ບ່ອນໃດບ່ອນຫນຶ່ງໃຕ້ພື້ນດິນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຈະເຮັດໃຫ້ຂ້ອຍ, ຜູ້ຊາຍອາຍຸສູງ, ເສຍຊີວິດຍ້ອນຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຜົມຫງອກຂອງເຮົາ

ສິ່ງນີ້ຫມາຍເຖິງຢາໂຄບ ແລະ ເນັ້ນເຖິງຄວາມເຖົ້າແກ່ຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍ, ຜູ້ຊາຍເຖົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

Genesis 44:30

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່, ......ເພິ່ນກໍຈະທໍຣະມານຈົນຕາຍ

ຢູດາກຳລັງອະທິບາຍໃຫ້ໂຢເຊັບເຖິງຄວາມທີ່ຈິງ ແຕ່ໃນຮູບແບບສົມມຸດຖານຂອງສິ່ງທີ່ລາວຄາດຫວັງວ່າຈະເກີດຂື້ນກັບຢາໂຄບເມື່ອລາວກັບຄືນມາໂດຍບໍ່ມີເບັນຢາມິນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ຖ້າຂ້ານ້ອຍກັບເມືອຫາພໍ່

ໃນນີ້ຄຳວ່າ "ມາ" ສາມາດແປເປັນ "ໄປ" ຫລື "ກັບຄືນ."

ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ

"ບໍ່ມີນ້ອງຄົນນີ້ກັບເມືອນຳພວກເຮົາ"

ເມື່ອເຂົາເຫັນເດັກນັ້ນບໍ່ຢູ່ກັບ​ພວກເຮົາ​ ເພິ່ນ​ຈະ​​ຕາຍ

ຜູ້ເປັນພໍ່ບອກວ່າລາວຈະຕາຍຖ້າລູກຊາຍຂອງລາວຕາຍແມ່ນ ເວົ້າເຖິງວ່າຊີວິດຂອງພວກເຂົາທັງສອງຈະຖືກຜູກມັດທາງຮ່າງກາຍ. ອາດແປໄດ້ອີກວ່າ: "ເພາະເນື່ອງຈາກລາວໄດ້ເວົ້າວ່າລາວຈະຕາຍຖ້າເດັກຊາຍບໍ່ກັບມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ມັນກໍໄດ້ເກີດຂຶ້ນ

ຢູດາກຳລັງເວົ້າກ່ຽວກັບກໍລະນີທີ່ສົມມຸດຖານໃນອະນາຄົດຄືກັບວ່າມັນຈະເກີດຂື້ນແນ່ນອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ພວກຄົນຮັບໃຊ້ຂອງທ່ານ,ຈະນຳຜົມຫງອກ​ຂອງ​ພໍ່ຂອງພວກເຮົາ.ຄົນຮັບໃຊ້ຂອງທ່ານກັບຄວາມໂສກເສົ້າລົງສູ່ແດນຄົນຕາຍ.

ການ “ຖີ້ມລົງ…ສູ່ແດນຄົນຕາຍ” ແມ່ນວິທີການເວົ້າວ່າພວກເຂົາຈະເຮັດໃຫ້ລາວເສຍຊີວິດ ແລະ ໄປຫາແດນຄົນຕາຍນ. ລາວໃຊ້ຄຳວ່າ "ລົງໄປສູ່" ເພາະວ່າທົ່ວໄປເຊື່ອກັນວ່າແດນຄົນຕາຍ ແມ່ນຢູ່ບ່ອນໃດບ່ອນຫນຶ່ງໃຕ້ພື້ນດິນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຈະເຮັດໃຫ້ຂ້ອຍ, ຜູ້ຊາຍອາຍຸສູງ, ເສຍຊີວິດຍ້ອນຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຄົນຮັບໃຊ້ຂອງທ່ານ

ຢູດາກ່າວເຖິງຕົນເອງ ແລະ ອ້າຍນ້ອງຂອງລາວວ່າເປັນ "ຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ແລະພວກເຮົາ, ຜູ້ຮັບໃຊ້ຂອງທ່ານ" ຫລື "ແລະພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ຜົມຫງອກ​ຂອງ​ພໍ່ຂອງພວກເຮົາ.ຄົນຮັບໃຊ້ຂອງທ່ານ

ໃນນີ້ຄຳວ່າ "ຜົມຫງອກ" ຫມາຍເຖິງຢາໂຄບ ແລະ ເນັ້ນເຖິງອາຍຸຂອງລາວ. ອາດແປໄດ້ອີກວ່າ: "ພໍ່ທີ່ເຖົ້າຊະຣາຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເພາະຄົນຮັບໃຊ້ຂອງທ່ານ​ໄດ້ເ​​ປັນຄົນປະກັນ​ສຳລັບ​ເດັກ​ນ​ັ້ນກັບພໍ່ຂອງຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ການຮັບປະກັນ" ສາມາດລະບຸເປັນຄຳ ວ່າ "ສັນຍາ." ອາດແປໄດ້ອີກວ່າ: "ເພາະຂ້ອຍໄດ້ສັນຍາກັບພໍ່ຂອງຂ້ອຍກ່ຽວກັບເດັກຊາຍຄົນນີ້" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-abstractnouns)

ເພາະຄົນຮັບໃຊ້ຂອງທ່ານ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ສຳລັບຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" ຫລື "ສຳລັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-123person)

ຈາກນັ້ນຂ້ານ້ອຍ​ກໍ​ຈະ​ຍອມຮັບຜິດຕໍ່​ພໍ່ຂອງຂ້ານ້ອຍ​ຕະຫລອດໄປ

ການຖືກກ່າວຫາວ່າມີຄວາມຜິດແມ່ນເວົ້າຄືກັບວ່າ "ຄວາມຜິດ" ແມ່ນບາງສິ່ງທີ່ບຸກຄົນໃດຫນຶ່ງໄດ້ແບກຮາບໄວ້. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນພໍ່ຂອງຂ້ານ້ອຍອາດຈະກ່າວໂທດຂ້ານ້ອຍ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metaphor)

Genesis 44:33

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ຂໍກະລຸນາໃຫ້ຄົນ​ຮັບໃຊ້​ຂອງທ່ານ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" ຫລື "ປ່ອຍໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-123person)

ກັບເຈົ້ານາຍຂອງຂ້ານ້ອຍ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ຂໍໃຫ້ທ່ານ, ເຈົ້ານາຍຂອງຂ້ານ້ອຍ" ຫລື "ຂໍໃຫ້ທ່ານ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-123person)

ອະນຸຍາ​ດໃຫ້​ເດັກນັ້ນ​ກັບຂຶ້ນໄປ

ມັນເປັນການໃຊ້ປະໂຫຍກທີ່ວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກອີຢີບໄປການາອານ.

ເພາະຂ້ານ້ອຍ​ຈະ​ກັບໄປພົບ​ພໍ່ຂອງຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າເດັກ​ນ​ັ້ນບໍ່ຢູ່ກັບຂ້ານ້ອຍ?

ຢູດາໃຊ້ຄຳຖາມນີ້ເພື່ອເນັ້ນເຖິງຄວາມທຸກໂສກທີ່ລາວຈະມີຖ້າເບັນຢາມິນບໍ່ກັບບ້ານ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ສາມາດກັບຄືນເມືອຫາພໍ່ຂອງຂ້ານ້ອຍຖ້າເດັກຊາຍບໍ່ໄປກັບຂ້ານ້ອຍ." (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-rquestion)

ຂ້ານ້ອຍ​ເກງວ່າຈະເຫັນຄວາມຊົ່ວຮ້າຍ​ມາສູ່ພໍ່ຂອງຂ້ານ້ອຍ.

ບຸກຄົນທີ່ທຸກທໍລະມານຢ່າງຮ້າຍແຮງຈະຖືກກ່າວເຖິງວ່າ "ຄວາມຊົ່ວ" ແມ່ນສິ່ງທີ່ເກີດຂື້ນກັບຄົນ. ອາດແປໄດ້ອີກວ່າ: "ຂ້ອຍຢ້ານທີ່ຈະເຫັນວ່າພໍ່ຂອງຂ້ອຍຈະທົນທຸກທໍລະມານປານໃດ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metaphor)