Genesis 43

Genesis 43:1

ຄວາມ​ອຶດຢາກອາຫານ​ໃນແຜ່ນດິນ​ນັ້ນ​ຮ້າຍແຮງ​ຫນັກ​ຂຶ້ນ

ຄຳວ່າ “ການາອານ” ເປັນທີ່ເຂົ້າໃຈ. ຂໍ້ມູນນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຄວາມອຶດຢາກຮ້າຍແຮງຢູ່ໃນແຜ່ນດິນການາອານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ຢູ່ມາເມື່ອ

ວະລີນີ້ຖືກນຳໃຊ້ເພື່ອຫມາຍຈຸດເລີ່ມຕົ້ນພາກໃຫມ່ຂອງເລື່ອງ. ຖ້າພາສາຂອງທ່ານມີວິການເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ເມື່ອ​ພວກເຂົາໄດ້ກິນ​​ເຂົ້າ

"ເມື່ອຢາໂຄບ ແລະ ຄອບຄົວຂອງລາວກິນເຂົ້າຫມົດແລ້ວ"

ທີ່ພວກເຂົາ​ໄດ້​ຊື້​ມາ​

"ລູກຊາຍຂອງຢາໂຄບໄດ້ຊື້ມາ"

ຊື້​ອາຫານ​ມາໃຫ້ເຮົາ​ອີກ

ໃນນີ້ "ພວກເຮົາ" ຫມາຍເຖິງຢາໂຄບລູກຊາຍຂອງລາວ, ແລະ ຄອບຄົວອື່ນໆ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

Genesis 43:3

ຢູດາຕອບວ່າ

"ຢູດາຕອບວ່າພໍ່ຂອງລາວ ຢາໂຄບວ່າ"

ຜູ້ຊາຍຄົນນັ້ນ

ນີ້ຫມາຍເຖິງໂຢເຊັບ, ແຕ່ພວກອ້າຍບໍ່ຮູ້ວ່າແມ່ນໂຢເຊັບ. ພວກເຂົາໄດ້ກ່າວເຖິງລາວວ່າ "ຜູ້ຊາຍ" ຫລື "ຜູ້ຊາຍ, ເຈົ້ານາຍຂອງແຜ່ນດິນ" ໃນຂໍ້ 42:29.

ໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ​ວ່າ, "ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ນຳ​ນ້ອງຊາຍ​ຫລ້າ​ໄປ​ດ້ວຍ

ນີ້ເປັນເວົ້າຢືມ. ມັນສາມາດເວົ້າເປັນເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ໄດ້ເຕືອນພວກເຮົາວ່າພວກເຮົາຈະບໍ່ເຫັນຫນ້າຂອງລາວອີກເວັ້ນເສຍແຕ່ວ່າພວກເຮົາຈະນຳ ນ້ອງຊາຍຂອງພວກເຮົາໄປກັບພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ

"ການເຕືອນນີ້ແມ່ນຫນັກແຫນ້ນຫລາຍ ເມື່ອລາວໄດ້ເຕືອນພວກເຮົາ, ໂດຍກ່າວວ່າ"

ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ

ຢູດາໃຊ້ວະລີນີ້ສອງຄັ້ງໃນ 43:3-5 ເພື່ອເນັ້ນຫນັກເຖິງບິດາຂອງລາວ ວ່າພວກເຂົາບໍ່ສາມາດກັບຄືນໄປເອຢີບຖ້າບໍ່ມີເບັນຢາມິນໄປນຳ. ວະລີທີ່ວ່າ "ຫນ້າຂອງຂ້ອຍ" ຫມາຍເຖິງຊາຍຄົນນັ້ນ, ຄືໂຢເຊັບ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ມາໃຫ້ຂ້ອຍເຫັນຫນ້າອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ນ້ອງຊາຍ​ຫລ້າ​ໄປ​ດ້ວຍກັບພວກເຈົ້າ

ຢູດາກຳລັງອ້າງອີງເຖິງເບັນຢາມິນ, ຜູ້ທີ່ນາງ ຣາເຊັໄດ້ເກີດຄັ້ງສຸດທ້າຍກ່ອນທີ່ນາງຈະເສຍຊີວິດ.

ພວກເຮົາ​ກໍ​ຈະ​ບໍ່​ລົງໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ.

Genesis 43:6

ເປັນຫຍັງ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່ຫຍຸ້ງຍາກ​ກັບເຮົາ

"ເປັນຫຍັງ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່ຫຍຸ້ງຍາກ​ກັບເຮົາ"

ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ລາຍລະອຽດ

"ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ລາຍລະອຽດ"

ກ່ຽວກັບພວກເຮົາ

ໃນນີ້ຄຳວ່າ "ພວກເຮົາ" ແມ່ນເຈາະຈົງ ແລະ ຫມາຍເຖິງພີ່ນ້ອງທີ່ໄປປະເທດເອຢີບ ແລະ ຜູ້ທີ່ໄດ້ເວົ້າກັບ "ຊາຍຄົນນັ້ນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ເຂົາໄດ້ຖາມວ່າ, "ພໍ່​ຂອງ​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກເຈົ້າ​ມີພີ່​ນ້ອງອີກຄົນຫນຶ່ງບໍ?"

ນີ້ເປັນຄຳເວົ້າຢືມ. ມັນສາມາດເວົ້າເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ລາວຖາມພວກເຮົາໂດຍກົງວ່າພໍ່ຂອງພວກເຮົາຍັງມີຊີວິດຢູ່ ແລະ ຖາມວ່າພວກເຮົາມີນ້ອງຊາຍຄົນອື່ນອີກບໍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພວກເຮົາໄດ້​ຕອບ​ຕາມຄຳຖາມເຫລົ່າ​​ນີ້

"ພວກເຮົາໄດ້​ຕອບ​ຕາມຄຳຖາມຕາມທີ່ເພິ່ນໄດ້ຖາມ"

ເພິ່ນ​ຈະ​ເວົ້າວ່າ, "ຈົ່ງ​ນໍາ​ນ້ອງຊາຍຂອງພວກເຈົ້າລົງມາ"

ພວກລູກຊາຍໃຊ້ຄຳຖາມທີ່ເນັ້ນຫນັກວ່າລາວບໍ່ຮູ້ວ່າຜູ້ຊາຍຈະບອກພວກເຂົາໃຫ້ເຮັດຫຍັງ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ຮູ້ວ່າລາວຈະເວົ້າ ... ລົງ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຈົ່ງ​ນໍາ​ນ້ອງຊາຍຂອງພວກເຈົ້າລົງມາ

ນີ້ເປັນຄຳເວົ້າຢືມ. ມັນສາມາດເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ລາວຈະບອກພວກເຮົາໃຫ້ພານ້ອງຊາຍຂອງພວກເຮົາລົງໄປປະເທດເອຢິບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

Genesis 43:8

ພວກເຮົາ​ຈະ​ລຸກ​ຂຶ້ນແລະໄປ ເພື່ອພວກເຮົາ​ຈະມີຊີວິດ ແລະ​ບໍ່​ຕາຍ,​​ທັງພວກເຮົາ, ​ພໍ່, ແລະ​ລູກທັງຫລາຍຂອງ​ພວກເຮົາ

ວະລີທີ່ວ່າ "ພວກເຮົາອາດຈະມີຊີວິດຢູ່" ແລະ "ບໍ່ຕາຍ" ມີຄວາມຫມາຍອັນດຽວກັນ. ຢູດາກຳລັງກ່າວເນັ້ນວ່າພວກເຂົາຕ້ອງໄດ້ໄປຊື້ອາຫານຈາກປະເທດເອຢິບ ເພື່ອຈະມີຊີວິດລອດ. ອາດແປໄດ້ອີກວ່າ: "ພວກເຮົາຈະໄປປະເທດເອຢີບ ແລະ ເອົາເມັດເຂົ້າມາ ເພື່ອວ່າຄອບຄົວຂອງພວກເຮົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

​ພວກເຮົາ​ຈະ​ລຸກ​ຂຶ້ນ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງທີ່ຈະເດີນທາງໄປເອຢີບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ພວກເຮົາ​ຈະມີຊີວິດ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງ, ຊາວອິດສະຣາເອນ, ແລະ ທຸກຄົນໃນຄອບຄົວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ທັງພວກເຮົາ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງ. (ເບິ່ງ: /WA-Catalog/lo_tm?section=translate#figs-exclusive)

ພວກເຮົາ, ​ພໍ່

ໃນນີ້ຄຳວ່າ "ພໍ່" ແມ່ນຄຳນາມຄີກຫມາຍເຖິງອິດສະຣາເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ແລະ​ລູກທັງຫລາຍຂອງ​ພວກເຮົາ

ໃນນີ້ຄຳວ່າ "ຂອງພວກເຮົາ" ຫມາຍເຖິງພີ່ນ້ອງ. ໃນນີ້ຫມາຍ ເຖິງເດັກນ້ອຍໆ ຜູ້ທີ່ມັກຈະເສຍຊີວິດໃນລະຫວ່າງຄວາມອຶດຢາກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ລູກ​ຂໍເປັນຕົວປະກັນ​ເພື່ອ​ເຂົາ​ເອງ

ຄຳນາມທີ່ບໍ່ມີຕົວຕົນ "ການຮັບປະກັນ" ສາມາດຖືກກ່າວເຖິງເປັນຄຳກິລິຍາວ່າ "ສັນຍາ." ອາດແປໄດ້ອີກວ່າ: "ຂ້ອຍຈະສັນຍາວ່າຈະນຳລາວກັບຄືນມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ພໍ່​ໃຫ້ລູກຮັບຜິດຊອບໄດ້

ວິທີທີ່ຢາໂຄບຈະເຮັດໃຫ້ຢູດາມີຄວາມຮັບຜິດຊອບສາມາດລະບຸຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເຈົ້າຈະເຮັດໃຫ້ຂ້ອຍຕອບເຈົ້າກ່ຽວກັບສິ່ງທີ່ເກີດຂື້ນກັບເບັນຢາມິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຂໍໃຫ້ລູກໄດ້ຮັບການປະນາມ

ປະໂຫຍກນີ້ເວົ້າກ່ຽວກັບ "ຕຳນິ" ຄືກັບວ່າມັນແມ່ນວັດຖຸທີ່ບຸກຄົນຕ້ອງແບກຫາບ. ອາດແປໄດ້ອີກວ່າ: "ເຈົ້າອາດຈະຕຳນິຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເພາະຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່

ຢູດາກຳລັງພັນລະນາບາງສິ່ງບາງຢ່າງທີ່ ອາດເກີດຂຶ້ນໃນອະດີດແຕ່ບໍ່ໄດ້ເຮັດ. ຢູດາກຳລັງຂຸ້ນຂ້ຽວພໍ່ຂອງລາວທີ່ລໍຖ້າດົນໃນການສົ່ງລູກຊາຍຂອງລາວໄປເອຢີບ ເພື່ອຈະໄດ້ອາຫານເພີ່ມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ປານນີ້ ພວກເຮົາກໍ​ຄົງ​ຈະ​ກັບ​ມາ​ທີ່ນີ້ເປັນ​ຖ້ຽວ​ທີ​ສອງ​ແລ້ວ

"ພວກເຮົາກໍ​ຄົງ​ຈະ​ໄປໄດ້ສອງຖ້ຽວແລ້ວ"

Genesis 43:11

ຖ້າເປັນຢ່າງນັ້ນກໍຈົ່ງ​ເຮັດ​ເລື່ອງນີ້ດຽວນີ້

"ຖ້ານີ້ແມ່ນທາງເລືອກດຽວຂອງພວກເຮົາ, ຈົ່ງເຮັດຕາມນີ້"

ແບກລົງ​ໄປ​

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ເມື່ອເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ.

ນ້ຳມັນພືດທີ່ມີກິນຫອມ

ເປັນພືດທີ່ມີກິ່ນຫອມໃຊ້ສຳລັບການຮັກສາ ແລະ ປົກປ້ອງຜິວ. ເບິ່ງວິທີທີ່ທ່ານແປຄຳເຫລົ່ານີ້ໃນ 37:25. ອາດແປໄດ້ອີກວ່າ: "ຢາຮັກສາໂຣກ"

ເຄື່ອງເທດ

"ເຄື່ອງປຸງຣົດ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳເຫລົ່ານີ້ໃນ 37:25.

ຢາງໄມ້ຫອມ​ຫມາກກໍ່

ຖົ່ວສີຂຽວນ້ອຍໆ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ອາມອນ

ຫມາກໄມ້ຊະນິດຫນຶ່ງທີ່ມີລົດຊາດຫວານ (ເບິ່ງ: /WA-Catalog/lo_tm?section=translate#translate-unknown)

ຈົ່ງ​ຖື​ເງິນ​ໃນມືໄປ​ນຳ​ສອງ​ເທົ່າ

ໃນນີ້ຄຳວ່າ "ມື" ຫມາຍເຖິງຕົວບຸກຄົນທັງຫມົດ. ອາດແປໄດ້ອີກວ່າ: "ເອົາເງິນສອງເທົ່າໄປກັບເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເງິນ​ທີ່​ໄດ້​​ຖືກນຳກັບມາ ໃນກະສອບທັງຫລາຍຂອງພວກເຈົ້າກັບໄປ. ບາງທີ​ອາດ​ຈະເປັນ​ຄວາມຜິດພາດ​

ໃນນີ້ຄຳວ່າ "ມື" ຫມາຍເຖິງຕົວບຸກຄົນທັງຫມົດ. ປະໂຫຍກ "ທີ່ຖືກສົ່ງກັບຄືນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເອົາເງິນທີ່ຜູ້ໃດຜູ້ຫນຶ່ງໃສ່ກະເປົາຂອງເຈົ້າກັບຄືນໄປເອຢີບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche ແລະ /WA-Catalog/lo_tm?section=translate#figs-activepassive)

Genesis 43:13

ພາ​ນ້ອງຊາຍ​ຂອງພວກ​ເຈົ້າ​​ໄປ​ດ້ວຍ

"ພາ​ນ້ອງຊາຍເບັນຢາມິນ"

ໄປຫາຜູ້ຊາຍຄົນນັ້ນອີກຄັ້ງ

"ກັບຄືນຫາ"

ຂໍ​​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ປຣະທານ ​​ຄວາມ​ເມດຕາ​ແກ່​ພວກເຈົ້າຕໍ່ ຫນ້າຜູ້ຊາຍຄົນນັ້ນ

ຄຳກິລິຍາທີ່ບໍ່ມີຕົວຕົນ "ຄວາມເມດຕາ" ສາມາດຖືກກ່າວເຖິງເປັນຄຳຄຸນນາມ "ເມດຕາ". ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ເຮັດໃຫ້ຜູ້ຊາຍຄົນນັ້ນມີຄວາມເມດຕາຕໍ່ພວກເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

​ພີ່ນ້ອງອີກຄົນຂອງພວກເຈົ້າ

"ຊີເມໂອນ"

ຖ້າ​ເຮົາ​ຖືກເຮັດໃຫ້​ສູນເສຍ​ລູກ​ທັງສອງຂອງເຮົາ, ເຮົາ​ກໍ​ຖືກເຮັດໃຫ້ສູນເສຍ

"ຖ້າຂ້ອຍສູນເສຍລູກຂ້ອຍ, ຂ້ອຍຈະສູນເສຍລູກຂອງຂ້ອຍ." ນີ້ຫມາຍຄວາມວ່າຢາໂຄບຮູ້ວ່າ ລາວຕ້ອງຍອມຮັບທຸກຢ່າງທີ່ເກີດຂື້ນກັບພວກລູກຊາຍຂອງລາວ.

ໃນມືຂອງພວກເຂົາມີ

ໃນນີ້ຄຳວ່າ "ມື" ຫມາຍເຖິງຕົວບຸກຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຂົາເອົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ລົງໄປ​ຍັງເອຢິບ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປຍັງເອຢີບ.

Genesis 43:16

​ເບັນຢາມິນ​ມາ​ກັບ​ພວກເຂົາ

"​ເບັນຢາມິນ​ມາ​ກັບ​ພວກອ້າຍຂອງໂຢເຊັບ"

ພໍ່ບ້ານ​ຂອງເພິ່ນ​ວ່າ

“ພໍ່ບ້ານ” ຮັບຜິດຊອບໃນການຄຸ້ມຄອງ ກິດຈະກຳໃນຄົວເຮືອນຂອງໂຢເຊັບ.

ຈົ່ງ​ນໍາ​ພວກຜູ້ຊາຍ

ໃນນີ້ຄຳວ່າ "ນຳ" ສາມາດແປເປັນ "ເອົາ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ໃນ​ເຮືອນ​ຂອງ​ໂຢເຊັບ

"ເຂົ້າມາໃນ​ເຮືອນ​ຂອງ​ໂຢເຊັບ"

Genesis 43:18

ພວກຜູ້ຊາຍນັ້ນກໍຢ້ານກົວ

"ພວກອ້າຍຂອງໂຢເຊັບກໍຢ້ານກົວ"

ເພາະວ່າ​ພວກເຂົາ​ຖືກນຳເຂົ້າໄປໃນ​ເຮືອນ​ຂອງ​ໂຢເຊັບ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາກຳລັງເຂົ້າໄປໃນເຮືອນຂອງໂຢເຊັບ" ຫລື "ພໍ່ບ້ານກຳລັງພາພວກເຂົາເຂົ້າໄປໃນເຮືອນຂອງໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ມັນເປັນເພາະ​ເງິນ​ນັ້ນທີ່​ກັບເຂົ້າມາຢູ່ ໃນກະສອບຂອງພວກເຮົາ ​ ຄັ້ງແລກທີ່ເຮົາທີ່ເຮົາໄດ້ຖືກນຳເຂົ້າມາ​​

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພໍ່ບ້ານກຳລັງພາພວກເຮົາເຂົ້າໄປໃນເຮືອນເພາະວ່າເງິນຂອງໃຜຜູ້ໜຶ່ງ ໄດ້ເອົາໄວ້ໃນກະສອບຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ບາງທີເຂົາ​ອາດຈະ​ຫາໂອກາດຫາເລື່ອງພວກເຮົາ ເຂົາອາດຈະຈັບ​ພວກເຮົາ, ແລະ​ເອົາ​ພວກເຮົາ​ໄປ​ເປັນ​ທາດ, ແລະຢຶດລາທັງຫລາຍຂອງພວກເຮົາ.

ນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ລາວ ກຳລັງລໍຖ້າໂອກາດທີ່ຈະກ່າວຫາພວກເຮົາ, ເພື່ອວ່າລາວອາດຈະຈັບພວກເຮົາ"

ພວກ​ເຮົາໄດ້​ລົງມາ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປຍັງເອຢີບ.

Genesis 43:21

ປະໂຫຍກເຊື່ອມຕໍ່:

ພວກອ້າຍສືບຕໍ່ເວົ້າກັບຜູ້ດູແລເຮືອນ.

ມັນກໍເກີດຂຶ້ນ

ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານມີຄຳເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້.

ເມື່ອພວກເຮົາໄດ້ໄປເຖິງ​ທີ່​ພັກ

"ເມື່ອພວກເຮົາມາຮອດສະຖານທີ່ທີ່ພວກເຮົາພັກຄ້າງຄືນ"

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ສະແດງໃຫ້ເຫັນວ່າພວກອ້າຍໄດ້ປະຫລາດໃຈກັບສິ່ງທີ່ພວກເຂົາໄດ້ເຫັນ.

​ຂອງທຸກຄົນໄດ້ຢູ່ຄົບ​ໃນກະສອບຂອງແຕ່ລະຄົນ

"ພວກເຮົາແຕ່ລະຄົນໄດ້ພົບເຫັນ ຈຳນວນເງິນຂອງຕົນຢູ່ໃນກະສອບຂອງລາວ"

ພວກ​ເຮົາໄດ້ນຳມັນກັບມາ​ໃນມື​ຂອງພວກ​ເຮົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ນຳເງິນຄືນມາກັບພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເງິນອື່ນໆພວກເຮົາກໍໄດ້ຖື​ມາ​ນຳ​ເພື່ອຊື້ອາຫານ

ໃນນີ້ຄຳວ່າ "ມື" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ນຳເງິນເພື່ອທີ່ຈະຊື້ອາຫານ" (ເບິ່ງ: /WA-Catalog/lo_tm?section=translate#figs-synecdoche)

ໄດ້ຖື​ມາ​ນຳລົງມາ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປຍັງເອຢີບ.

ສັນຕິສຸກຈົ່ງມີແກ່ພວກທ່ານ

ຄຳນາມທີ່ບໍ່ມີຕົວຕົນ "ສັນຕິສຸກ" ສາມາດຖືກກ່າວເຖິງເປັນ ຄຳກິລິຍາ. ອາດແປໄດ້ອີກວ່າ: "ຜ່ອນຄາຍ" ຫລື "ສະຫງົບຕົວເອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ ພຣະເຈົ້າ​ຂອງ​ພໍ່​ພວກເຈົ້າ​

ຄົນຮັບໃຊ້ບໍ່ໄດ້ເວົ້າເຖິງພຣະເຈົ້າສອງອົງທີ່ແຕກຕ່າງກັນ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງເຈົ້າ, ພຣະເຈົ້າທີ່ພໍ່ຂອງເຈົ້ານະມັດສະການ"

Genesis 43:24

​ລ້າງ​ຕີນຂອງພວກເຂົາ

ປະເພນີນີ້ໄດ້ຊ່ວຍໃຫ້ ນັກເດີນທາງທີ່ອິດເມື່ອຍເຮັດໃຫ້ຕົວເອງສົດຊື່ນຫລັງຈາກຍ່າງທາງໄກ. ຄວາມຫມາຍເຕັມຂອງ ຄຳເວົ້ານີ້ອາດຈະຖືກເວົ້າໃຫ້ຈະແຈ້ງຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ເອົາ​ເຟືອງ​ໃຫ້​ລາ​ຂອງ​ພວກເຂົາ​ກິນ

"ໃຫ້ອາຫານ" ແມ່ນຫຍ້າແຫ້ງທີ່ຈັດຕຽມໄວ້ສຳລັບສັດ

Genesis 43:26

ພວກເຂົາ​ໄດ້ນຳ​ເອົາ​ຂອງຂວັນຊຶ່ງຢູ່ໃນມືຂອງພວກເຂົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງຕົວບຸກຄົນ. ອາດແປໄດ້ອີກວ່າ: "ພວກອ້າຍໄດ້ເອົາຂອງຂວັນທີ່ພວກເຂົານຳໄປກັບພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

​ໂຄ້ງຄຳນັບລົງ​ເຖິງພື້ນຕໍ່ຫນ້າ​ເພິ່ນ

ນີ້ແມ່ນວິທີສະແດງການໃຫ້ກຽດ ແລະ ຄວາມເຄົາລົບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 43:28

ພໍ່​ຂອງ​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ

ພວກເຂົາກ່າວເຖິງພໍ່ຂອງພວກເຂົາວ່າ "ເປັນຜູ້ຮັບໃຊ້ຂອງທ່ານ" ເພື່ອສະແດງຄວາມເຄົາລົບ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາຜູ້ທີ່ຮັບໃຊ້ທ່ານ"

ພວກເຂົາ​ໄດ້ກົ້ມ ​ແລະ ຫມອບຂາບ​ລົງ

ຄຳເຫລົ່ານີ້ໂດຍພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ. ພວກເຂົາໄດ້ນອນນອບຢູ່ຕໍ່ຫນ້າ ຜູ້ຊາຍເພື່ອສະແດງຄວາມເຄົາລົບນັບຖື. ອາດຈະແປໄດ້ອີກວ່າ: "ພວກເຂົາກົ້ມຂາບຕໍ່ຫນ້າລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ເມື່ອເ​ພິ່ນໄດ້ຫລຽວຂຶ້ນ

ນີ້ແມ່ນຫມາຍເຖິງ "ລາວໄດ້ຫລຽວເບິ່ງ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ລູກຊາຍຂອງແມ່ຂອງເພິ່ນ​ ແລະ ເພິ່ນໄດ້​ເວົ້າ​ວ່າ

ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ລູກຊາຍຂອງແມ່ຂອງລາວ. ໂຢເຊັບເວົ້າວ່າ"

ນີ້ຄືນ້ອງຊາຍ​​ຫລ້າ​ຂອງ​ພວກເຈົ້າທີ່​ພວກເຈົ້າ....ເຮົາບໍ?

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂຢເຊັບກຳລັງຖາມຄຳຖາມ ເພື່ອຢືນຢັນວ່າຊາຍຄົນນີ້ແມ່ນເບັນຢາມິນ, ຫລື 2) ມັນແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ. ອາດແປໄດ້ອີກວ່າ: "ເອົາລະ ນີ້ແມ່ນນ້ອງຊາຍຂອງເຈົ້າ ... ຂ້ອຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ລູກຊາຍຂອງເຮົາເອີຍ

ນີ້ແມ່ນວິທີທີ່ເວົ້າແບບເປັນມິດກັບຜູ້ຊາຍອີກຄົນທີ່ມີຕຳແຫນ່ງຕໍ່າກວ່າ. ອາດແປໄດ້ອີກວ່າ: "ຊາຍຫນຸ່ມ"

Genesis 43:30

ເພິ່ນ​ຈຶ່ງ​ເຂົ້າ​ໄປໃນຫ້ອງຂອງເພິ່ນ

"ອອກຈາກຫ້ອງຢ່າງໄວວາ"

ເພາະ​ວ່າເພິ່ນໄດ້ມີ ຄວາມຮູ້ສຶກສະເທືອນໃຈ​ກ​່ຽວກັບນ້ອງຊາຍ​​ຂອງຕົນ

ວະລີທີ່ວ່າ “ມີຄວາມຮູ້ສຶກສະເທືອນໃຈ​” ຫມາຍເຖິງການມີຄວາມຮູ້ສຶກ ຫລື ຄວາມຮູ້ສຶກທີ່ເຂັ້ມແຂງ ເມື່ອມີບາງສິ່ງທີ່ ສຳຄັນເກີດຂື້ນ. ອາດແປໄດ້ອີກວ່າ: "ເພາະລາວມີຄວາມຮູ້ສຶກສົງສານອັນແຮງກ້າຕໍ່ນ້ອງຊາຍຂອງລາວ" ຫລື "ຍ້ອນລາວມີຄວາມຮູ້ສຶກຮັກແພງ ກັບນ້ອງຊາຍຂອງລາວຢ່າງແຮງກ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເວົ້າວ່າ

ມັນສາມາດແຈ້ງໃຫ້ກັບໃຜວ່າໂຢເຊັບກຳລັງເວົ້າ. ອາດແປໄດ້ອີກວ່າ: "ແລະເວົ້າກັບຄົນຮັບໃຊ້ຂອງລາວ"(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈົ່ງຍົກ​ອາຫານ​ມາ

ນີ້ຫມາຍເຖິງການເສີບອາຫານເພື່ອ ໃຫ້ຄົນສາມາດກິນອາຫານໄດ້.

Genesis 43:32

ພວກຄົນຮັບໃຊ້ຈຶ່ງໄດ້ຍົກອາຫານມາ​ ໃຫ້​ໂຢເຊັບ​ໂດຍສ່ວນຂອງເພິ່ນເອງ ແລະ​ຂອງ​ພວກ​ອ້າຍ​ນ້ອງໂດຍສ່ວນຂອງພວກເຂົາເອງ​

ນີ້ຫມາຍຄວາມວ່າໂຢເຊັບ, ອ້າຍນ້ອງ ແລະ ຊາວເອຢີບຄົນອື່ນໆ ກຳລັງກິນເຂົ້າຢູ່ ສາມບ່ອນທີ່ແຕກຕ່າງກັນພາຍໃນຫ້ອງດຽວກັນ. ອາດແປໄດ້ອີກວ່າ: "ພວກຜູ້ຮັບໃຊ້ໄດ້ຮັບໃຊ້ໂຢເຊັບໄດ້ເສີບອາຫານໃຫ້ໂຢເຊັບ ແລະ ພວກອ້າຍພວກເຂົາ ແລະຊາວເອຢີບ, ເຊິ່ງພວກເຂົາໄດ້ກິນອາຫານຂອງຕົນດ້ວຍຕົວເອງ"

ພວກຄົນ​ເອຢິບ​ທີ່ນັ້ນ​ໄດ້​ກິນກັບເຂົາໃນສ່ວນຂອງພວກເຂົາ

ພວກນີ້ແມ່ນເຈົ້າຫນ້າທີ່ຊາວເອຢີບທີ່ໄດ້ກິນເຂົ້າກັບໂຢເຊັບ, ແຕ່ພວກເຂົາຍັງນັ່ງແຍກຈາກລາວ ແລະ ອ້າຍນ້ອງຊາວຢິວ.

ເພາະວ່າຄົນເອຢິບ​ ບໍ່ສາມາດ​ກິນ​ເຂົ້າ​ຈີ່​​ກັບ​ຊາວ​ເຮັບເຣີ, ເພາະວ່າມັນເປັນສິ່ງທີ່ຫນ້າກຽດແກ່ຄົນເອຢິບ

ປະໂຫຍກນີ້ສາມາດຖືກແປເປັນປະໂຫຍກໃຫມ່: "ພວກເຂົາໄດ້ເຮັດແບບນີ້ເພາະວ່າຊາວເອຢີບ ຄິດວ່າມັນເປັນສິ່ງທີ່ຫນ້າອັບອາຍທີ່ຈະກິນເຂົ້າກັບຊາວເຮັບເຣີ"

ບໍ່ສາມາດ​ກິນ​ເຂົ້າ​ຈີ່​​

ໃນນີ້ຄຳວ່າ “ເຂົ້າຈີ່” ແມ່ນຫມາຍເຖິງອາຫານໂດຍທົ່ວໄປ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ

ມັນຫມາຍຄວາມວ່າໂຢເຊັບໄດ້ຈັດແຈງບ່ອນນັ່ງສຳລັບອ້າຍແຕ່ລະຄົນ. ທ່ານສາມາດເຮັດໃຫ້ຂໍ້ມູນທີ່ມີຄວາມຫມາຍ ຊັດເຈນ. ອາດແປໄດ້ອີກວ່າ: "ອ້າຍນ້ອງໄດ້ນັ່ງກົງກັນຂ້າມກັບຜູ້ຊາຍຄົນນັ້ນ, ຕາມບ່ອນທີ່ຖືກຈັດແຈງໃຫ້ແກ່ພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ, ລູກຊາຍຫົວປີຕາມສິດທິລູກຫົວປີ, ແລະນ້ອງຄົນສຸດທ້ອງຕາມອາຍຸຂອງເຂົາ

"ລູກຊາຍກົກ" ແລະ "ຄົນຫມຸ່ມກວ່າ" ໄດ້ຖືກນຳໃຊ້ຮ່ວມກັນເພື່ອຫມາຍຄວາມວ່າ ອ້າຍນ້ອງທຸກຄົນໄດ້ນັ່ງລຽງຕາມລຳດັບຕາມອາຍຸຂອງພວກເຂົາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

ພວກຜູ້ຊາຍທັງຫລາຍຖືກເຮັດໃຫ້ປະຫລາດໃຈດ້ວຍກັນ

"ພວກຜູ້ຊາຍປະຫລາດໃຈຫລາຍເມື່ອພວກເຂົາຮູ້ເລື່ອງນີ້"

ແຕ່ສ່ວນຂອງເບັນຢາມິນ​ໄດ້​ຮັບ​​ຫລາຍກວ່າ​​ຫ້າ​ເທົ່າ

ວະລີທີ່ວ່າ "ຫ້າເທື່ອ" ສາມາດຖືກກ່າວເຖິງໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ແຕ່ເບັນຢາມິນໄດ້ຮັບສ່ວນທີ່ໃຫຍ່ກວ່າສິ່ງທີ່ອ້າຍຂອງລາວໄດ້ຮັບ"