Genesis 42

Genesis 42:1

ເມື່ອຢາໂຄບຮູ້ວ່າ

ຄຳວ່າ "ດຽວນີ້" ຫມາຍເຖິງພາກສ່ວນໃຫມ່ຂອງເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ພວກເຈົ້າ​ພາກັນ​ຢູ່​ລ້າໆ ​ເຮັດ​ຫຍັງ?

ຢາໂຄບໃຊ້ຄຳຖາມເພື່ອກ່າວຫາລູກຊາຍຂອງລາວ ທີ່ບໍ່ໄດ້ເຮັດຫຍັງກ່ຽວກັບເມັດພືດ. ອາດແປໄດ້ອີກວ່າ: "ຢ່ານັ່ງຢູ່ນີ້ລ້າໆ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຈົ່ງລົງໄປ​ທີ່​ນັ້ນ....ໄດ້ລົງ​ໄປ​

ມັນເປັນເລື່ອງທຳມະດາທີ່ຈະເວົ້າເຖິງການເດີນທາງ ຈາກການາອານໄປຫາເອຢີບວ່າເປັນການ "ລົງໄປ”.

ຈາກເອຢິບ

ໃນນີ້ຄຳວ່າ “ເອຢີບ” ຫມາຍເຖິງຄົນຂາຍເມັດເຂົ້າ. ອາດແປໄດ້ອີກວ່າ: "ຈາກຜູ້ທີ່ຂາຍເມັດເຂົ້າໃນປະເທດເອຢິບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເບັນຢາມິນ​,ນ້ອງຊາຍ​ຂອງ​ໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງ​ໄປ

ເບັນຢາມິນ ແລະໂຢເຊັບມີພໍ່ ແລະ ແມ່ຄົນດຽວກັນ. ຢາໂຄບບໍ່ຕ້ອງການສ່ຽງທີ່ຈະສົ່ງລູກຊາຍຄົນສຸດທ້າຍຂອງຣາເຊັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 42:5

ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້ເດີນທາງ​ມາ​, ເພື່ອທີ່ຈະ​ຊື້​ເຂົ້າ​ທ່າມກາງ​ຄົນ​ທັງຫລາຍທີ່ມານັ້ນ

ຄຳວ່າ "ໄດ້ມາ" ສາມາດແປເປັນ "ໄດ້ໄປ". ພ້ອມກັນນັ້ນ, ຍັງມີຄວາມເຂົ້າໃຈກ່ຽວກັບຄຳວ່າ “ເມັດເຂົ້າ” ແລະ “ເອຢິບ”. ອາດແປໄດ້ອີກວ່າ: "ພວກລູກຊາຍຂອງອິດສະຣາເອນໄດ້ໄປຊື້ເມັດເຂົ້າພ້ອມກັບຄົນອື່ນໆ ທີ່ໄປປະເທດເອຢິບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go ແລະ /WA-Catalog/lo_tm?section=translate#figs-ellipsis)

ບັດນີ້ໂຢເຊັບ

"ບັດນີ້" ຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ທັງແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ຫມາຍເຖິງເອຢີບ. ອາດແປໄດ້ອີກວ່າ: "ທົ່ວປະເທດເອຢິບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ໃຫ້​ກັບ​ຄົນ​ທັງແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ປະກອບມີປະເທດເອຢິບ ແລະ ປະເທດອ້ອມຂ້າງອື່ນໆ. ອາດແປໄດ້ອີກວ່າ: "ປະຊາຊົນທຸກປະຊາຊາດທີ່ມາຊື້ເມັດພືດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ພວກ​ອ້າຍ​ຂອງ​ໂຢເຊັບໄດ້ມາ

ຄຳວ່າ "ໄດ້ມາ" ສາມາດແປເປັນ "ໄດ້ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ໂຄ້ງຄຳນັບ​ເພິ່ນ ຫນ້າຂອງພວກເຂົາເຖິງພື້ນ

ນີ້ແມ່ນວິທີສະແດງຄວາມເຄົາລົບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 42:7

​ໂຢເຊັບ​ໄດ້ເຫັນ​ພວກ​ອ້າຍ ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້

​"ເມື່ອໂຢເຊັບ​ໄດ້ເຫັນ​ພວກ​ອ້າຍ, ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້"

ເພິ່ນໄດ້​ປົກປິດຕົວເພິ່ນເອງ​ຈາກ​ພວກເຂົາ

"ລາວເຮັດຄືວ່າລາວບໍ່ແມ່ນນ້ອງຊາຍຂອງພວກເຂົາ" ຫລື "ລາວປິດບັງບໍ່ໃຫ້ພວກເຂົາຮູ້ວ່າ ລາວເປັນນ້ອງຊາຍຂອງພວກເຂົາ"

ພວກເຈົ້າ​ມາ​ແຕ່​ໃສ?

ນີ້ບໍ່ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ ເຖິງແມ່ນວ່າໂຢເຊັບຮູ້ ຄຳຕອບແລ້ວກໍຕາມ. ມັນແມ່ນສ່ວນຫນຶ່ງຂອງການຖາມຄຳຖາມ ເພື່ອປິດບັງຕົວຕົນທີ່ແທ້ຈິງຂອງ ລາວຈາກອ້າຍນ້ອງຂອງລາວ.

Genesis 42:9

ພວກເຈົ້າ​ເປັນຄົ​ນສອດແນມ

ນັກສອດແນມແມ່ນຄົນທີ່ພະຍາຍາມຊອກຫາຂໍ້ມູນ ກ່ຽວກັບປະເທດຫນຶ່ງຢ່າງລັບໆ ເພື່ອຊ່ວຍປະເທດອຶ່ນ.

ພວກເຈົ້າ​ໄດ້ມາ​ເພື່ອທີ່ຈະ​ເບິ່ງ​ຈຸດອ່ອນ​ທີ່ບໍ່ໄດ້ມີການປ້ອງກັນ​ຂອງແຜ່ນດິນ

ຄວາມຫມາຍເຕັມແມ່ນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ພວກທ່ານໄດ້ມາຫາບ່ອນທີ່ພວກເຮົາບໍ່ໄດ້ປ້ອງກັນດິນແດນຂອງພວກເຮົາ ເພື່ອທ່ານຈະສາມາດໂຈມຕີພວກເຮົາໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຈົ້ານາຍຂອງຂ້ານ້ອຍ

ນີ້ແມ່ນວິທີສະແດງຄວາມເຄົາລົບໃຫ້ກຽດແກ່ໃຜຜູ້ຫນຶ່ງ.

ພວກຄົນຮັບໃຊ້ຂອງທ່ານໄດ້ມາ

ພີ່ນ້ອງຂອງໂຢເຊັບໄດ້ອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າ ກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ພວກເຮົາ, ຜູ້ຮັບໃຊ້ຂອງທ່ານມີ" ຫລື "ພວກເຮົາມີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

Genesis 42:12

ເພິ່ນໄດ້ເວົ້າກັບພວກເຂົາ​ວ່າ

"ໂຢເຊັບໄດ້ເວົ້າກັບພວກອ້າຍນ້ອງຂອງເຂົາ"

ບໍ່ແມ່ນ​ດອກ, ພວກເຈົ້າໄດ້​ມາເພື່ອເບິ່ງ​ສ່ວນທີ່ໆບໍ່ໄດ້ມີການ​ປ້ອງກັນ​ຂອງແຜ່ນດິນ

ຄວາມຫມາຍເຕັມແມ່ນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ບໍ່ແມ່ນດອກ, ພວກທ່ານໄດ້ມາຫາບ່ອນທີ່ພວກເຮົາບໍ່ໄດ້ປ້ອງກັນດິນແດນຂອງພວກເຮົາ ເພື່ອທ່ານຈະສາມາດໂຈມຕີພວກເຮົາໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ມີອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ

"ອ້າຍຍນ້ອງ 12 ຄົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເບິ່ງເທາະ, ນ້ອງຊາຍ​ຫລ້າ

"ຟັງພວກເຮົາເທາະ, ນ້ອງຊາຍຫລ້າ." ຄຳວ່າ "ເບິ່ງເທາະ" ແມ່ນໃຊ້ເພື່ອເນັ້ນໃສ່ສິ່ງທີ່ພວກເຂົາເວົ້າຕໍ່ໄປ.

ນ້ອງຊາຍ​ຫລ້າຂະນະນີ້ຢູ່ກັບພໍ່ຂອງພວກເຮົາ

"ຕອນນີ້ນ້ອງຊາຍ​ຫລ້າ ຂະນະນີ້ຢູ່ກັບພໍ່ຂອງພວກເຮົາ"

Genesis 42:14

ມັນ​ເປັນຢ່າງທີ່ເຮົາໄດ້ເວົ້າ​ກັບພວກເຈົ້າແລ້ວ

"ຄືກັບທີ່ຂ້ອຍເວົ້າມາແລ້ວ, ເຈົ້າເປັນຄົນສອດແນມ." ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ນັກສອດແນມ" ໃຂໍ້ນ 42:9.

ດ້ວຍເຫດນີ້​ເຈົ້າຕ້ອງຖືກກວດສອບ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ນີ້ແມ່ນວິທີທີ່ຂ້ອຍຈະທົດສອບເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຟາໂຣຊົງພະຊົນຢູ່ສັນໃດ

ວະລີນີ້ສະແດງເຖິງຄຳສາບານທີ່ຈິງຈັງ. ອາດແປໄດ້ອີກວ່າ: "ຂ້າພະເຈົ້າສາບານດ້ວຍຊີວິດຂອງຟາໂຣ" (ເບິ່ງເພີ່ມເຕີມ: rc://*/tw/bible/ອື່ນໆ/ຄຳສາບານ)

ຈົ່ງ​ສົ່ງ​ພວກເຈົ້າຄົນໃດຄົນຫນຶ່ງ​ໃຫ້​ໄປ​ພາ​ນ້ອງຊາຍຂອງພວກເຈົ້າມາ

"ຈົ່ງ​ສົ່ງ​ພວກເຈົ້າຄົນໃດຄົນຫນຶ່ງ​ໃຫ້​ໄປ​ພາ ​ນ້ອງຊາຍຂອງພວກເຈົ້າ"

ໃຫ້ຂັງພວກເຈົ້າ​ທີ່​ຍັງ​ເຫລືອໄວ້ໃ​ນຄຸກ​

"ສ່ວນພວກເຈົ້າທີ່ເຫລືອໃຫ້ຂັງໄວ້ໃນຄຸກ"

ເພື່ອຈະ​ພິສູດ​ຄຳເວົ້າຂອງພວກເຈົ້າ​ວ່າ​ເປັນ​ຄວາມຈິງຫລືບໍ່

ໃນນີ້ຄຳວ່າ “ຄຳເວົ້າ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເພື່ອວ່າຂ້ອຍຈະຮູ້ວ່າເຈົ້າເວົ້າຄວາມຈິງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

ໃ​ນຄຸກ​

"ໃ​ນຄຸກ​ກັກຂັງ"

Genesis 42:18

ໃນ​ວັນ​ທີ​ສາມ

ຄຳວ່າ "ທີສາມ" ແມ່ນຕົວເລກທົ່ວໄປ. ອາດແປໄດ້ອີກວ່າ: "ຫລັງຈາກມື້ທີສອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-ordinal)

ຈົ່ງເຮັດຢ່າງນີ້ເພື່ອຈະ​ລອດຊີວິດ​ໄດ້

ຂໍ້ມູນທີ່ເຂົ້າໃຈສາມາດຖືກລະບຸຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຖ້າທ່ານຈະເຮັດໃນສິ່ງທີ່ຂ້ອຍເວົ້າ, ຂ້ອຍຈະປ່ອຍໃຫ້ເຈົ້າມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ຢຳເກງ​ພຣະເຈົ້າ

ນີ້ຫມາຍເຖິງການເຄົາລົບພຣະເຈົ້າຢ່າງເລິກເຊິ່ງ ແລະ ການສະແດງຄວາມນັບຖືນັ້ນໂດຍການເຊື່ອຟັງພຣະອົງ.

ໃຫ້ພີ່ນ້ອງ​ຄົນ​ຫນຶ່ງ​ຂອງ​ພວກເຈົ້າ​ຍັງ​ຢູ່​ໃນ​ຄຸກ​ນີ້

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ປ່ອຍໃຫ້ອ້າຍຂອງທ່ານຢູ່ທີ່ນີ້ໃນຄຸກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ແຕ່ພວກເຈົ້າໄປ

ທີ່ນີ້ "ເຈົ້າ" ແມ່ນຈຳນວນ ແລະ ຫມາຍເຖິງອ້າຍນ້ອງທຸກຄົນທີ່ຈະບໍ່ຢູ່ໃນຄຸກ. ອາດຈະແປໄດ້ອີກວ່າ: "ແຕ່ສ່ວນທີ່ເຫລືອຂອງເຈົ້າຈະໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ໃຫ້​ນຳເອົາ​ເຂົ້າ​ກັບໄປ, ເພື່ອ​ບັນເທົາການອຶດຫີວ​ໃນບ້ານຂອງ​ພວກເຈົ້າ

ຢູ່ທີ່ນີ້ "ເຮືອນ" ຫມາຍເຖິງຄອບຄົວ. ອາດແປໄດ້ອີກວ່າ: "ເອົາເມັດພືດກັບໄປເຮືອນເພື່ອຊ່ວຍຄອບຄົວຂອງທ່ານ ໃນຊ່ວງຄວາມອຶດຢາກນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແຕ່ພວກເຈົ້າທີ່​ເຫລືອ​ໃຫ້​ນຳເອົາ​ເຂົ້າ​ກັບໄປ

ໃນນີ້ຄຳວ່າ “ພວກເຈົ້າ” ແມ່ນຄຳນາມຫມາຍເຖິງພວກອ້າຍນ້ອງທຸກຄົນທີ່ຈະບໍ່ຢູ່ໃນຄຸກ. ອາດແປໄດ້ອີກວ່າ: "ແຕ່ສ່ວນທີ່ເຫລືອໃນພວກເຈົ້າຈະໄປໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ພວກເຈົ້າ​ຈະ​ບໍ່ຕາຍ

ນີ້ຫມາຍຄວາມວ່າໂຢເຊັບຈະໃຫ້ທະຫານຂອງຕົນໄລ່ອ້າຍນ້ອງ ຖ້າລາວຮູ້ວ່າພວກເຂົາເປັນຄົນສອດແນມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 42:21

ພວກເຮົາ​ໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ

ຄຳວ່າຈິດວິນຍານຫມາຍເຖິງໂຢເຊັບ. ອາດແປໄດ້ອີກວ່າ: "ເພາະວ່າພວກເຮົາໄດ້ເຫັນວ່າໂຢເຊັບຮູ້ສຶກເສົ້າສະຫລົດໃຈ" ຫລື "ເພາະວ່າພວກເຮົາໄດ້ເຫັນວ່າໂຢເຊັບກຳລັງທຸກທໍລະມານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ດັ່ງນັ້ນຄວາມເຈັບປວດນີ້​ຈຶ່ງໄດ້​ຢ້ອນກັບມາຖືກ​ພວກເຮົາ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມເຈັບປວດ" ສາມາດຖືກກ່າວເປັນຄຳກິລິຍາ "ທຸກທໍລະມານ." ອາດແປໄດ້ອີກວ່າ: "ນັ້ນແມ່ນເຫດຜົນທີ່ພວກເຮົາກໍາລັງທຸກທໍລະມານແບບນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? ​"ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ," ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ)

ຣູເບັນໃຊ້ຄຳຖາມນີ້ເພື່ອກ່າວໂທດພີ່ນ້ອງຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ບອກເຈົ້າແລ້ວວ່າ ຢ່າທຳຮ້າຍເດັກຊາຍນັ້ນ, ແຕ່ເຈົ້າຈະບໍ່ຟັງ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? ​"ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ,"

ປະໂຫຍກນີ້ແມ່ນການຢືມຄຳເວົ້າ. ມັນສາມາດເວົ້າເປັນປະໂຫຍກຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ບອກເຈົ້າວ່າຢ່າເຮັດຜິດຕໍ່ເດັກຊາຍ" ຫລື "ຂ້ອຍໄດ້ບອກເຈົ້າບໍ່ໃຫ້ ທຳຮ້າຍເດັກຊາຍນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ບັດນີ້, ເບິ່ງແມ

ໃນນີ້ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ທັງ "ບັດນີ້" ແລະ "ເບິ່ງແມ" ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ​

ໃນນີ້ຄຳວ່າ “ເລືອດ” ຫມາຍເຖິງການຕາຍຂອງໂຢເຊັບ. ອ້າຍນ້ອງຂອງລາວຄິດວ່າໂຢເຊັບຕາຍແລ້ວ. ປະໂຫຍກທີ່ວ່າ "ຮຽກຮ້ອງຕໍ່ພວກເຮົາ" ຫມາຍຄວາມວ່າພວກເຂົາຕ້ອງຖືກລົງໂທດ ຍ້ອນສິ່ງທີ່ພວກເຂົາໄດ້ເຮັດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຮັບສິ່ງທີ່ສົມຄວນໄດ້ຮັບ ເນື່ອງດ້ວຍຄວາມຕາຍຂອງລາວ" ຫລື "ພວກເຮົາກຳລັງທຸກທໍລະມານເພາະໄດ້ຂ້າລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-idiom)

Genesis 42:23

ພວກເຂົາບໍ່ໄດ້ຮູ້ວ່າ......ເພາະ​ວ່າມີລ່າມ​ລະຫວ່າງ​ພວກເຂົາ

ເລື່ອງນີ້ປ່ຽນຈາກເລື່ອງເລົ່າຫລັກ ໄປຫາຂໍ້ມູນພື້ນຖານທີ່ອະທິບາຍວ່າເປັນຫຍັງພວກອ້າຍຈຶ່ງຄິດວ່າໂຢເຊັບບໍ່ສາມາດເຂົ້າໃຈພວກເຂົາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ມີລ່າມ

“ລ່າມແປ” ແມ່ນຜູ້ທີ່ແປສິ່ງທີ່ຄົນຫນຶ່ງເວົ້າເປັນພາສາອຶ່ນ. ໂຢເຊັບໄດ້ແຕ່ງຕັ້ງລ່າມແປລະຫວ່າງຕົວເອງ ແລະ ອ້າຍຂອງລາວເພື່ອເຮັດໃຫ້ເບິ່ງຄືວ່າລາວບໍ່ເວົ້າພາສາຂອງພວກເຂົາ.

ເພິ່ນໄດ້ອອກໄປ​ຈາກ​ພວກເຂົາ ແລະ​​ຮ້ອງໄຫ້​

ມັນກໍ່ຫມາຍຄວາມວ່າໂຢເຊັບໄດ້ຮ້ອງໄຫ້ຍ້ອນວ່າລາວຮູ້ສຶກອຸກໃຈ ຫລັງຈາກໄດ້ຍິນສິ່ງທີ່ອ້າຍຂອງລາວເວົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ເວົ້າກັບພວກເຂົາ

ໂຢເຊັບຍັງເວົ້າພາສາອື່ນ ແລະ ໃຊ້ລ່າມເພື່ອເວົ້າກັບອ້າຍຂອງລາວ. (ເບິ່ງ: /WA-Catalog/lo_tm?section=translate#figs-explicit)

ໄດ້ມັດເຂົາຕໍ່ຫນ້າພວກເຂົາ

ໃນນີ້ຄໍາ “ຕາ” ຫມາຍເຖິງສາຍຕາຂອງພວກເຂົາ. ອາດແປໄດ້ອີກວ່າ: "ມັດລາວໃນສາຍຕາຂອງພວກເຂົາ" ຫລື "ມັດລາວໃນຂະນະທີ່ພວກເຂົາກຳລັງເບິ່ງຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຈັດຕຽມການເດີນທາງໃຫ້​ພວກເຂົາ

"ເພື່ອສະຫນອງສິ່ງຂອງທີ່ຈຳເປັນໃຫ້ພວກເຂົາ"

ມັນ​ໄດ້ຖືກດຳເນີນການ​ເພື່ອພວກເຂົາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ໄດ້ເຮັດເພື່ອພວກເຂົາທຸກສິ່ງທີ່ໂຢເຊັບໄດ້ສັ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 42:26

​ຄົນ​ຫນຶ່ງໄດ້ເປີດກະສອບເຂົ້າຂອງພວກເຂົາ ​ເພື່ອ​ເອົາ​ເຂົ້າໃຫ້​ລໍຂອງເຂົາ,​ ເຂົາໄດ້ເຫັນເງິນຂອງເຂົາ. ເບິ່ງເຖີດ, ມັນຢູ່ໃນກະສອບຂອງເຂົາທີ່ເປີດຢູ່

"ເມື່ອພວກເຂົາຢຸດພັກຢູ່ສະຖານທີ່ແຫ່ງຫນຶ່ງໃນຕອນກາງຄືນ, ອ້າຍນ້ອງຄົນຫນຶ່ງໄດ້ເປີດກະສອບຂອງລາວ ເພື່ອເອົາອາຫານສຳລັບລາຂອງລາວ. ໃນກະສອບລາວເຫັນເງິນຂອງລາວ!"

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ເງິນຂອງຂ້ອຍ​ໄດ້​ຖືກນຳກັບ​ມາ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ມີບາງຄົນໄດ້ເອົາເງິນຂອງຂ້ອຍໃສ່ຄືນກະສອບຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເບິ່ງທີ່ກະສອບນີ້

"ເບິ່ງທີ່ກະສອບນີ້!"

ພວກເຂົາ​ໄດ້ຂວັນເສຍ​

ທີ່ຈະກາຍເປັນຄວາມຢ້ານກົວແມ່ນຖືກເວົ້າເຖິງຄືວ່າຫົວໃຈຂອງພວກເຂົາກຳລັງຈົມລົງ. ໃນນີ້ຄຳວ່າ “ຫົວໃຈ” ຫມາຍເຖິງຄວາມກ້າຫານ. ອາດແປໄດ້ອີກວ່າ: "ພວກເຂົາຮູ້ສຶກຢ້ານຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-metonymy

Genesis 42:29

ທີ່ເປັນເຈົ້ານາຍຂອງ​ແຜ່ນດິນ

ເຈົ້ານາຍຂອງ​ແຜ່ນດິນເອຢິບ

ໄດ້​ເວົ້າ​ຢ່າງ​ຮຸນແຮງ​ກັບພວກເຮົາ

"ໄດ້​ເວົ້າ​ຢ່າງ​ຮຸນແຮງ​"

ພວກເຮົາ​ເປັນ​ຄົນສອດແນມ

ນັກສອດແນມແມ່ນຄົນທີ່ພະຍາຍາມຊອກຫາຂໍ້ມູນກ່ຽວກັບປະເທດຫນຶ່ງຢ່າງລັບໆ ເພື່ອຊ່ວຍປະເທດອື່ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ນັກສອດແນມ" ໃນຂໍ້ 42:9.

ເຮົາ​ໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນ​ຄົນ​ສັດຊື່. ພວກເຮົາບໍ່ແມ່ນ​ຄົນສອດແນມ. ພວກເຮົາ​ມີ​ອ້າຍ​ນ້ອງ​​ສິບສອງ​ຄົນ, ​ເປັນລູກຊາຍທັງຫລາຍຈາກ​ພໍ່​ດຽວກັນ. ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ.....ໃນແຜ່ນດິນ​ການາອານ

ປະໂຫຍກນີ້ແມ່ນການຢືມຄຳເວົ້າ. ມັນສາມາດເວົ້າເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ບອກລາວວ່າພວກເຮົາເປັນຄົນສັດຊື່ ແລະ ບໍ່ແມ່ນຄົນສອດແນມ. ພວກເຮົາໄດ້ເວົ້າວ່າພວກເຮົາແມ່ນອ້າຍນ້ອງສິບສອງຄົນ, ລູກຊາຍຂອງພໍ່ຂອງພວກເຮົາ, ແລະນ້ອງຊາຍຄົນຫນຶ່ງບໍ່ມີຊີວິດຢູ່ ... ແຜ່ນດິນການາອານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ

ຄຳວ່າ"ນ້ອງຊາຍ" ເປັນທີ່ເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ນ້ອງຊາຍຄົນຫນຶ່ງບໍ່ມີຊີວິດແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ຂອງພວກເຮົາ

ຄຳວ່າ "ນ້ອງຊາຍ" ເປັນທີ່ເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ນ້ອງຊາຍຫລ້າຢູ່ກັບພໍ່ຂອງພວກເຮົາດຽວນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 42:33

ເຈົ້ານາຍຂອງແຜ່ນດິນ

ເຈົ້ານາຍຂອງ​ແຜ່ນດິນເອຢິບ

ນຳ​​ເຂົ້າ​ກັບ​ໄປເພື່ອ​ບັນເທົາການອຶດຫີວອາຫານໃນບ້ານຂອງພວກເຈົ້າ

ຢູ່ທີ່ນີ້ "ເຮືອນ" ຫມາຍເຖິງຄອບຄົວ. ອາດແປໄດ້ອີກວ່າ: "ເອົາເມັດພືດກັບໄປເຮືອນເພື່ອຊ່ວຍຄອບຄົວຂອງທ່ານໃນຊ່ວງຄວາມອຶດຢາກນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໄປຕາມທາງຂອງພວກເຈົ້າ

"ກັບເມືອບ້ານ" ຫລື "ອອກເດີນທາງ"

ແລະພວກເຈົ້າຈະຄ້າຂາຍ​​ໃນແຜ່ນດິນ​ນັ້ນ

"ແລະພວກເຈົ້າຈະຊື້ ແລະ ຂາຍ​​ໃນແຜ່ນດິນ​ນີ້"

Genesis 42:35

ແລ້ວກໍເປັນຢ່າງນັ້ນ​

ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານມີຄຳເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້.

ເບິ່ງເຖີດ

"ພວກເຂົາເກີດຄວາມແປກໃຈ." ຄຳວ່າ "ເບິ່ງເຖີດ" ນີ້ສະແດງໃຫ້ເຫັນວ່າພວກອ້າຍໄດ້ປະຫລາດໃຈກັບສິ່ງທີ່ພວກເຂົາໄດ້ເຫັນ.

ພວກເຈົ້າ​ໄດ້ເຮັດ​ໃຫ້​ເຮົາສູນເສຍພວກ​ລູກຊາຍຂອງເຮົາ

"ເຈົ້າໄດ້ເຮັດໃຫ້ຂ້ອຍເສຍລູກຂອງຂ້ອຍ" ຫລື "ເຈົ້າໄດ້ເຮັດໃຫ້ຂ້ອຍສູນເສຍລູກສອງຄົນຂອງຂ້ອຍ"

ທັງຫມົດເຫລົ່ານີ້ທຳຮ້າຍເຮົາ

"ທັງຫມົດເຫລົ່ານີ້ເຮັດໃຫ້ເຮົາເຈັບປວດ"

Genesis 42:37

ມອບເຂົາໄວ້ໃນມືຂ້ອຍ

ນີ້ແມ່ນຄຳຮຽກຮ້ອງໃຫ້ຣູເບັນເອົາໂຢເຊັບໄປນຳ ແລະເບິ່ງແຍງລາວໃນເວລາເດີນທາງ. ອາດແປໄດ້ອີກວ່າ: "ໃຫ້ຂ້ອຍຮັບຜິດຊອບເຂົາ" ຫລື "ໃຫ້ຂ້ອຍເບິ່ງແຍງລາວເອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ລູກຊາຍ​ຂອງເຮົາຈະບໍ່ລົງ​ໄປ​ນຳ​ພວກເຈົ້າ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ. ອາດແປໄດ້ອີກວ່າ: "ລູກຊາຍຂອງຂ້ອຍ, ເບັນຢາມິນ, ຈະບໍ່ໄປເອຢິບກັບເຈົ້າ"

ນຳ​ພວກເຈົ້າ

ໃນນີ້ຄຳວ່າ “ເຈົ້າ” ແມ່ນຈຳນວນຫລາຍ ແລະ ຫມາຍເຖິງບັນດາລູກຊາຍຂອງຢາໂຄບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ເພາະວ່າອ້າຍ​ຂອງ​ເຂົາໄດ້​ຕາຍໄປ​ແລ້ວ ເຫລືອເຂົາພຽງ​ຄົນ​ດຽວ

ຄວາມຫມາຍເຕັມແມ່ນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ສຳລັບເມຍຂອງຂ້ອຍ, ນາງຣາເຊັນ, ມີລູກພຽງແຕ່ສອງຄົນເທົ່ານັ້ນ. ໂຢເຊັບໄດ້ເສຍຊີວິດ ແລະ ເບັນຢາມິນເປັນຜູ້ດຽວທີ່ຍັງເຫລືອຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໃນລະຫວ່າງ​ທາງ​ທີ່ພວກເຈົ້າໄປນັ້ນ

"ໃນຂະນະທີ່ເຈົ້າກຳລັງເດີນທາງໄປເອຢີບ ແລະ ຕອນກັບມານັ້ນ" ຫລື "ໃນຂະນະທີ່ທ່ານຢູ່ໄກ." ໃນນີ້ຄຳວ່າ “ຖະຫນົນ” ຫມາຍເຖິງການເດີນທາງ.

ທົ່າກັບວ່າພວກເຈົ້າຈະນຳຜົມ​ຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນ​ຕາຍ​ກໍໄດ້

ການ “ຖີ້ມລົງ…ສູ່ແດນຄົນຕາຍ” ແມ່ນວິທີການເວົ້າວ່າພວກເຂົາຈະເຮັດໃຫ້ລາວເສຍຊີວິດ ແລະ ໄປຫາແດນຄົນຕາຍ. ລາວໃຊ້ຄຳວ່າ "ລົງ" ເພາະວ່າໂດຍທົ່ວໄປເຊື່ອວ່າແດນຄົນຕາຍແມ່ນຢູ່ໃຕ້ດິນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຈະເຮັດໃຫ້ຂ້ອຍ, ຜູ້ຊາຍອາຍຸສູງຄົນນີ້, ເສຍຊີວິດຍ້ອນຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຜົມ​ຫງອກຂອງເຮົາ

ປະໂຫຍກນີ້ຫມາຍເຖິງຢາໂຄບ ແລະ ເນັ້ນຫນັກເຖິງຄວາມເຖົ້າແກ່ຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍ, ຊາຍເຖົ້າຄົນຫນຶ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)