Genesis 45

Genesis 45:1

ບໍ່​ສາມາດ​ບັງຄັັບຕົວເອງ

ນີ້ຫມາຍຄວາມວ່າລາວບໍ່ສາມາດຄວບຄຸມອາລົມຂອງລາວໄດ້. ມັນສາມາດເວົ້າໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ກຳລັງຈະເລີ່ມຮ້ອງໄຫ້"

ກັບລາວ

"ຢູ່ໃກ້ລາວ"

ຣາຊວັງຂອງຟາໂຣ

ໃນນີ້ຄຳວ່າ "ເຮືອນ" ຫມາຍເຖິງປະຊາຊົນໃນພະລາຊະວັງຂອງກະສັດຟາໂຣ. ອາດແປໄດ້ອີກວ່າ: "ທຸກໆຄົນໃນພະລາຊະວັງຂອງຟາໂຣ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metonymy)

ຕົກໃຈທີ່ສຸດໃນການມີຊີວິດຢູ່ຂອງລາວ

"ເຮັດໃຫ້ລາວຕົກໃຈ"

Genesis 45:4

ຜູ້​ທີ່​ພວກເຈົ້າ​ໄດ້​ຖືກຂາຍ​ມາ​ທີ່​ປະເທດເອຢິບ

ຄວາມຫມາຍທີ່ສາມາດເວົ້າໄດ້ຊັດເຈນຕື່ມອີກ. ອາດແປໄດ້ອີກວ່າ: "ຜູ້ທີ່ທ່ານໄດ້ຂາຍໃຫ້ເປັນທາດແກ່ພໍ່ຄ້າທີ່ນຳຂ້ອຍໄປເອຢີບ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-explicit)

ຢ່າ​ທຸກໃຈ​

"ຢ່າເສົ້າໃຈ" ຫລື "ຢ່າກະວົນກະວາຍ"

ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້

ຄວາມຫມາຍທີ່ສາມາດເວົ້າໄດ້ຊັດເຈນຕື່ມອີກ. ອາດແປໄດ້ອີກວ່າ: "ເຈົ້າໄດ້ຂາຍຂ້ອຍເປັນທາດ ແລະ ໄດ້ສົ່ງຂ້ອຍໄປທີ່ເອຢີບ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-explicit)

​ເພື່ອ​ຊ່ວຍ​ຊີວິດຄົນ

ໃນນີ້ “ຊີວິດ” ຫມາຍເຖິງປະຊາຊົນທີ່ໂຢເຊັບໄດ້ຊ່ວຍຊີວິດຈາກການຕາຍໃນລະຫວ່າງຄວາມອຶດຢາກ. ອາດແປໄດ້ອີກວ່າ: "ເພາະສະນັ້ນຂ້ອຍຈິ່ງສາມາດຊ່ວຍຊີວິດຫລາຍໆ ຄົນ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metonymy)

ຈະ​ມີ​ອີກ​ຫ້າ​ປີ​ຊຶ່ງຈະ​ບໍ່ມີ​ການ​ປູກຝັງ​ ແລະ ການ​ເກັບກ່ຽວເລີຍ

"ມັນຈະມີອີກ 5 ປີອີກທີ່ບໍ່ມີການປູກ ຫລື ເກັບກ່ຽວ." ໃນນີ້ “ການໄຖໄຮ່ ແລະ ການເກັບກ່ຽວບໍ່ໄດ້” ແມ່ນຄວາມຈິງທີ່ວ່າການປູກພືດຈະບໍ່ເຕີບໃຫຍ່ຍ້ອນໄພແຫລ້ງ. ອາດແປໄດ້ອີກວ່າ: "ແລະຄວາມອຶດຢາກຈະແກ່ຍາວອີກຫ້າປີ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metonymy)

Genesis 45:7

ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ ​ດັ່ງຄົນທີ່ຍັງເຫລືອໄວ້ໃນໂລກນີ້

"ເພື່ອວ່າທ່ານ ແລະ ຄອບຄົວຂອງທ່ານຈະບໍ່ສູນຫາຍໄປຈາກແຜ່ນດິນໂລກ" ຫລື "ເພື່ອໃຫ້ແນ່ໃຈວ່າລູກຫລານຂອງທ່ານຈະມີຊີວິດຢູ່ລອດ"

ເພື່ອ​ຮັກສາໃຫ້ພວກເຈົ້າຈະ​ມີ​ຊີວິດ​ຢູ່ດ້ວຍການປົດປ່ອຍທີ່ຍິ່ງໃຫຍ່

ຄຳນາມທີ່ບໍ່ມີຕົວຕົນ "ການປົດປ່ອຍ" ສາມາດຖືກກ່າວເຖິງ "ການຊ່ວຍເຫລືອ." ອາດແປໄດ້ອີກວ່າ: "ເພື່ອເຮັດໃຫ້ເຈົ້າມີຊີວິດຢູ່ລອດ ໂດຍຜ່ານການຊ່ວຍກູ້ຊີວິດອັນຍິ່ງໃຫຍ່ຂອງເຈົ້າ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-abstractnouns)

ພຣະອົງ​ໄດ້ເຮັດ​ໃຫ້​ຂ້ອຍ​ເປັນພໍ່ຂອງ​ກະສັດຟາໂຣ

ໂຢເຊັບໄດ້ໃຫ້ຄຳແນະນຳ ແລະ ຊ່ວຍເຫລືອຟາໂຣຖືກກ່າວເຖິງຄືກັບວ່າໂຢເຊັບເປັນພໍ່ຂອງຟາໂລ. ອາດແປໄດ້ອີກວ່າ: "ພຣະອົງໄດ້ເຮັດໃຫ້ຂ້ອຍເປັນຜູ້ແນະນຳກະສັດຟາໂຣ" ຫລື "ລາວໄດ້ແຕ່ງຕັ້ງໃຫ້ຂ້ອຍເປັນຫົວຫນ້າທີ່ປຶກສາຂອງຟາໂຣ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metaphor)

ປະເທດ​ທັງຫມົດ​ຂອງ​ເພິ່ນ

ໃນນີ້ຄຳວ່າ "ເຮືອນ" ຫມາຍເຖິງຄົນທີ່ອາໄສຢູ່ໃນຣາຊະວັງຂອງລາວ. ອາດແປໄດ້ອີກວ່າ: "ທຸກໆຄົນໃນຄົວເຮືອນຂອງລາວ" ຫລື "ທຸກໆຣາຊສຳນັກຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເປັນ​ຜູ້ປົກຄອງ​ດິນແດນປະເທດ​ອີຢິບ​ທັງຫມົດ

ໃນນີ້ຄຳວ່າ "ແຜ່ນດິນ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເປັນຜູ້ປົກຄອງປະຊາຊົນທັງຫມົດຂອງເອຢີບ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-metonymy)

ເປັນ​ຜູ້ປົກຄອງ

ໃນນີ້ໂຢເຊບຫມາຍເຖິງຕົວຂອງລາວເປັນຜູ້ປົກຄອງໃຫ້ແກ່ກະສັດຟາໂຣ, ກະສັດແຫ່ງເອຢີບ. ໃນນີ້ຂໍ້ມູນຍັງສາມາດເຮັດໃຫ້ເປັນເຂົ້າໃຈແຈ້ງຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 45:9

ໄປຫາ​ພໍ່​ຂອງຂ້ອຍ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ປະໂຫຍກທີ່ວ່າ "ຂຶ້ນໄປ" ເມື່ອເວລາເວົ້າກ່ຽວກັບການເດີນທາງຈາກເອຢີບໄປການາອານ. ອາດແປໄດ້ອີກວ່າ: "ກັບໄປຫາພໍ່ຂອງຂ້ອຍ"

ບອກແກ່​ເພິ່ນ​ວ່າ, 'ນີ້​ແມ່ນ​ຄຳເວົ້າ​ຂອງ​ໂຢເຊັບ​ລູກຊາຍ​ຂອງເຈົ້າໄດ້ກ່າວວ່າ, "ພຣະເຈົ້າ​ໄດ້​ບັນດານ​ໃຫ້​ຂ້ອຍ

ປະໂຫຍກນີ້ແມ່ນຄຳເວົ້າຢືມລະດັບສາມ. ມັນສາມາດເຮັດໃຫ້ເຂົ້າໃຈງ່າຍຂື້ນໂດຍເຮັດໃຫ້ເປັນບຸກຄົນທີສອງ.ອາດຈະແປໄດ້ອີກວ່າ: "ບອກລາວວ່ານີ້ແມ່ນສິ່ງທີ່ຂ້ອຍເວົ້າ: 'ພຣະເຈົ້າມີ ... ທຸກສິ່ງທີ່ເຈົ້າມີ" (ເບິ່ງເພີ່ມເຕີມ: : /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຂໍ​ພໍ່​ມາ​ຫາ​ຂ້ອຍ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງມາ" ເມື່ອເວລາເວົ້າກ່ຽວກັບການເດີນທາງຈາກການາອານໄປສູ່ເອຢີບ. ອາດແປໄດ້ອີກວ່າ: "ມາຫາຂ້ອຍທີ່ນີ້"

ຄວາມ​ອຶດຫິວ​ຍັງ​ຈະ​ມີ

ປະໂຫຍກນີ້ເວົ້າກ່ຽວກັບ "ຄວາມທຸກຍາກ" ຄືກັບວ່າມັນແມ່ນຈຸດຫມາຍປາຍທາງ. ອາດແປໄດ້ອີກວ່າ: "ໄພແຫ້ງແລ້ງ" ຫລື "ຫິວໂຫຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 45:12

ຕາຂອງພວກເຈົ້າຈົ່ງແນມເບິ່ງ, ແລະ ຕາຂອງເບັນຈາມິນນ້ອງຊາຍຂອງຂ້ອຍເອີຍ

ຄຳວ່າ "ຕາ" ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ຫມົດທຸກຄົນ ແລະ ເບັນຢາມິນສາມາດເບິ່ງເຫັນໄດ້" (ເບິ່ງ: /WA-Catalog/lo_tm?section=translate#figs-synecdoche)

ນີ້ແມ່ນປາກຂອງຂ້ອຍເອງທີ່ເວົ້າກ່າວຕໍ່ພວກເຈົ້າ.

ຄຳວ່າ "ປາກ" ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ທີ່ຂ້າພະເຈົ້າ, ໂຢເຊັບ, ກຳລັງເວົ້າກັບທ່ານ" (ເບິ່ງ: /WA-Catalog/lo_tm?section=translate#figs-synecdoche)

ເຖິງກຽດສັກສີທັງຫມົດທີ່ຂ້ອຍມີໃນ​ປະເທດ​ອີຢິບ​ນີ້​

"ຂ້ອຍໄດ້ຮັບຄວາມເຄົາລົບໃນຍິ່ງໃຫຍ່ຈາກປະຊາຊົນໃນປະເທດ​ອີຢິບ"

ພໍ່ຂອງຂ້ອຍມາ​ຢູ່​ທີ່ນີ້

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງມາ" ເມື່ອເວລາເວົ້າກ່ຽວກັບການເດີນທາງຈາກການາອານໄປສູ່ເອຢີບ. ອາດແປໄດ້ອີກວ່າ: "ໃຫ້ພໍ່ຂ້ອຍມາຫາຂ້ອຍທີ່ນີ້"

Genesis 45:14

ລາວໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ເບັນຢາມິນ​ກໍ​ໄດ້ຮ້ອງໄຫ້​ເທິງຄໍຂອງລາວ

"ໂຢເຊັບໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ທັງສອງ​ກໍ​ໄດ້ຮ້ອງໄຫ້"

ລາວໄດ້ຈູບພວກອ້າຍ​ທຸກໆ​ຄົນ

ວັດທະນະທຳໃນສະໄຫມບູຮານຂອງຊາວຕາເວັນອອກ, ມັນເປັນເລື່ອງທົ່ວໄປທີ່ຈະທັກທາຍຍາດພີ່ນ້ອງດ້ວຍການຈູບ. ຖ້າພາສາຂອງເຈົ້າມີຄຳທັກທາຍທີ່ສະແດງອອກເຖິງຄວາມຮັກແພງ ຕໍ່ຍາດພີ່ນ້ອງ, ທ່ານສາມາດໃຊ້ຢູ່ນີ້ໄດ້. ຖ້າບໍ່ມີ, ໃຫ້ໃຊ້ຄຳທີ່ເຫມາະສົມ.

ຮ້ອງໄຫ້ໃສ່ພວກເຂົາ

ນີ້ຫມາຍຄວາມວ່າໂຢເຊັບກຳລັງຮ້ອງໄຫ້ໃນຂະນະທີ່ລາວຈູບພວກເຂົາ.

ຫລັງຈາກ​ນັ້ນອ້າຍ​ນ້ອງລາວ​ກໍ​ໄດ້ລົມ​ກັບລາວ.

ກ່ອນຫນ້ານີ້ພວກເຂົາກໍ່ຢ້ານທີ່ຈະເວົ້າ. ດຽວນີ້ພວກເຂົາຮູ້ສຶກວ່າພວກເຂົາສາມາດເວົ້າໄດ້ຢ່າງມີອິດສະຫລະ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນອ້າຍນ້ອງຂອງລາວໄດ້ສົນທະນາກັບລາວຢ່າງເສລີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 45:16

ເມື່ອ​ຂ່າວ​ໄດ້​ແຜ່​ໄປ​ເຖິງ​ຣາຊວັງ​ຂອງ​ຟາໂຣ​ວ່າ: " ບັນດາ​ອ້າຍ ​ແລະ​ ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ."

ນີ້ແມ່ນຄຳເວົ້າຢືມ. ມັນສາມາດເວົ້າເປັນວົງຢືມທາງອ້ອມ. ມັນອາດຈະຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ທຸກໆຄົນໃນພະລາຊະວັງຂອງຟາໂລໄດ້ຍິນວ່າພວກອ້າຍຂອງໂຈເຊັບໄດ້ມາ" (ເບິ່ງ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations ແລະ /WA-Catalog/lo_tm?section=translate#figs-activepassive)

ຣາຊວັງ​ຂອງ​ຟາໂຣ

ນີ້ຫມາຍເຖິງຣາຊວັງ​ຂອງ​ຟາໂຣ

ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ເຮັດສິ່ງນີ້: ເກັບ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ. ໃຫ້​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຈົ້າກັບ​ມາ​ຫາເຮົາທີ່​ນີ້. ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.'

ປະໂຫຍກນີ້ເປັນຄຳເວົ້າຢືມ. ມັນສາມາດເວົ້າເປັນປະໂຫຍກຢືມທາງອ້ອມໄດ້. ອາດແປໄດ້ອີກວ່າ: "ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າໃຫ້ຂົນ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ ເພື່ອ​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຂົາ. ບອກພວກເຂົາໃຫ້ມາ​ຫາເຮົາທີ່​ນີ້, ແລະ ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.'

ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ

"ເຮົາ​ຈະ​ມອບ​ທີ່ດິນ​ທີ່ອຸດົມສົມບູນທີ່ສຸດແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ"

ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້

ອາຫານທີ່ດີທີ່ສຸດທີ່ດິນແຜ່ນດິນສາມາດຜະລິດໄດ້ແມ່ນການເວົ້າເຖິງຄວາມອຸດົມສົມບູນແຜ່ນດິນ. ອາດແປໄດ້ອີກວ່າ: "ເຈົ້າຈະກິນອາຫານທີ່ດີທີ່ສຸດໃນແຜ່ນດິນ" (ເບິ່ງ: /WA-Catalog/lo_tm?section=translate#figs-metaphor)

Genesis 45:19

ຂໍ້ມູນທົ່ວໄປ:

ຟາໂລສືບຕໍ່ບອກໂຢເຊັບສິ່ງທີ່ຕ້ອງບອກພວກອ້າຍ.

ບັດນີ້

ນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອເອົາໃຈໃສ່ຈຸດສຳຄັນທີ່ຕາມມາ.

ເຈົ້າໄດ້ຖືກສັ່ງວ່າ, 'ໃຫ້ເຮັດສິ່ງນີ້, ໃຫ້​ເອົາ​ກວຽນ​ອອກຈາກເອຢິບໄປ ເພື່ອໄປ​ຂົນ​ເອົາລູກຫລານຂອງພວກເຈົ້າ ແລະ ​ເມຍຂອງພວກເຈົ້າ ແລະ​ ພໍ່ຂອງພວກເຈົ້າ ແລ້ວ ກັບຄືນມາພີ້​. ຢ່າ​ພາກັນເປັນ​ຫ່ວງ​ຊັບ​ສິ່ງຂອງ​ ຂອງ​ພວກເຈົ້າ​ນັ້ນ, ເພາະ​ສິ່ງ​ດີທີ່ສຸດ​ຢູ່​ໃນ​ປະເທດ​ເອຢິບ​ທັງຫມົດ ຈະ​ເປັນ​ຂອງ​ພວກເຈົ້າ.'

ນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ບອກໃຫ້ພວກເຂົາເອົາລົດເຂັນອອກຈາກແຜ່ນດິນເອຢີບສຳລັບລູກ ແລະ ເມຍຂອງພວກເຂົາ, ແລະເອົາພໍ່ ແລະ ມາຢູ່ທີ່ນີ້ ໃນປະເທດເອຢິບ” (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພວກເຈົ້າໄດ້ຖືກສັ່ງ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂ້ອຍສັ່ງໃຫ້ເຈົ້າບອກພວກເຂົາ" ຫລື "ຍັງບອກພວກເຂົາອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ໃຫ້​ເອົາ​ກວຽນ​ອອກ

"ກວຽນ" ແມ່ນພາຫານະບັນທຸກທີ່ມີສອງ ຫລື ສີ່ລໍ້. ໃຊ້ສັດດຶງກວຽນ.

Genesis 45:21

ແລະ ​ໄດ້ເອົາ​ອາຫານ​ໃຫ້ພວກເຂົາຖື​ໄປ​ກິນ​ຕາມ​ທາງ​

"ແລະ ​ໄດ້ເອົາ​ອາຫານ​ໃຫ້ພວກເຂົາຖື​ໄປ​ກິນ​ຕາມ​ທາງ​"

ພວກເຂົາແຕ່ລະຄົນ ໄດ້​ຮັບເຄື່ອງນຸ່ງ​ໃຫມ່​ຜູ້​ລະ​ຊຸດ

"ພວກເຂົາແຕ່ລະຄົນ ໄດ້​ຮັບເຄື່ອງນຸ່ງ​ໃຫມ່​ຜູ້​ລະ​ຊຸດ, ຍົກເວັ້ນເບັນຢາມິນໄດ້ຮັບເຄື່ອງນຸ່ງ 5 ຊຸດ. (ເບິ່ງ: /WA-Catalog/lo_tm?section=translate#figs-explicit)

ສາມຮ້ອຍ​ຫລຽນ

"300 ຫລຽນ" (See: /WA-Catalog/lo_tm?section=translate#translate-numbers)

ລໍສິບ​ໂຕ......​ແລະ ລໍແມ່​ອີກ​ສິບ​ໂຕ

ໂຕລໍ​ແມ່ນເປັນສ່ວນຫນຶ່ງສຳລັບຂອງຂວັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 45:24

ຢ່າໄດ້​ຜິດຖຽງ​ກັນ

ຄວາມຫມາຍທີ່ເປັນໄປໄດ້ປະກອບມີ 1) "ຢ່າໂຕ້ຖຽງ" ແລະ 2) "ບໍ່ຕ້ອງຢ້ານ"

ດ້​ອອກ​ເດີນທາງອອກຈາກເອຢິບ

ເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ “ຂຶ້ນໄປ” ເມື່ອເວົ້າເຖິງການເດີນທາງຈາກເອຢີບໄປການາອານ.

ລາວກໍເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງຫມົດ

ໃນນີ້ຄຳວ່າ “ແຜ່ນດິນຂອງປະເທດເອຢິບ” ຫມາຍເຖິງປະຊາຊົນເອຢີບ. ອາດເວົ້າໄດ້ອີກວ່າ: "ລາວປົກຄອງປະຊາຊົນເອຢີບທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຫົວໃຈຂອງຢາໂຄບ​ກໍ​ເຕັມດ້ວຍຄວາມປະຫລາດໃຈ

ໃນນີ້ຄຳວ່າ “ຫົວໃຈ” ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ແລະລາວງຶດຫລາຍ" ຫລື "ລາວປະຫລາດໃຈຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເພິ່ນ​ບໍ່ອາດ​ເຊື່ອ​ຄຳເວົ້າ​ຂອງ​ພວກເຂົາ​ໄດ້

"ເພິ່ນ​ບໍ່ຍອມຮັບສິ່ງທີ່ພວກເຂົາບອກນັ້ນວ່າເປັນຄວາມຈິງ"

Genesis 45:27

ພວກເຂົາກໍ​ໄດ້​ເລົ່າ​

"ພວກເຂົາກໍ​ໄດ້​ເລົ່າໃຫ້ຢາໂຄບຟັງ"​

ຄຳ​ເວົ້າ​ທັງຫມົດຂອງ​ໂຢເຊັບໄດ້ເວົ້າກັບພວກເຂົາ​ສູ່​ເພິ່ນ​ຟັງ

ໃນນີ້ "ຄຳວ່າ" ຫມາຍເຖິງຄຳເວົ້າທີ່ໄດ້ເວົ້າມາແລ້ວ. ອາດແປໄດ້ອີກວ່າ: "ທຸກຢ່າງທີ່ໂຢເຊັບໄດ້ເວົ້າກັບພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຈິດວິນຍານຂອງຢາໂຄບພໍ່ຂອງພວກເຂົາ​ກໍຟື້ນຟູຂຶ້ນມາອີກ

ຄຳວ່າ "ວິນຍານ" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ຢາໂຄບພໍ່ຂອງພວກເຂົາມີຊີວິດຊີວາອີກຄັ້ງ" ຫລື "ຢາໂຄບພໍ່ຂອງພວກເຂົາຮູ້ສຶກຕື່ນເຕັ້ນຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)