Genesis 34

Genesis 34:1

ບັດນີ້

ຄຳນີ້ໃຊ້ເພື່ອຫມາຍພາກໃຫມ່ຂອງບົດເລື່ອງ.

ນາງ​ດີນາ

ນີ້ແມ່ນຊື່ຂອງລູກສາວຂອງເລອາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 30:19. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຊາວ​ຮີວີ

ນີ້ແມ່ນຊື່ຂອງກຸ່ມຄົນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳສັບຄ້າຍຄືກັນວ່າ "ຊາວຮີວີ" ໃນຂໍ້ 10: 15. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເຈົ້າຊາຍຂອງແຜ່ນດິນ

ນີ້ແມ່ນການອ້າງອີງເຖິງຮາໂມບໍ່ແມ່ນຊີເຄມ. ເຊັ່ນດຽວກັນ, "ເຈົ້າຊາຍ" ທີ່ນີ້ບໍ່ໄດ້ຫມາຍເຖິງລູກຊາຍຂອງກະສັດ. ມັນຫມາຍຄວາມວ່າຮາໂມແມ່ນຜູ້ນໍາຂອງປະຊາຊົນໃນຂົງເຂດນັ້ນ.

ໄດ້ບັງຄັບ​ຂືນໃຈນາງ, ແລະໄດ້ຫລັບນອນກັບນາງ

ຊີເຄມໄດ້ຂືນໃຈນາງດີນາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເຂົາໄດ້ຫລົງໄຫລນາງດີນາ

"ລາວມີຄວາມສົນໃຈກັບນາງຫລາຍ". ເລື່ອງນີ້ເວົ້າກ່ຽວກັບຊີເຄມຮັກດີນາ ແລະ ຢາກຢູ່ກັບນາງຄືກັບວ່າມີບາງສິ່ງທີ່ບັງຄັບໃຫ້ລາວມາຫາດີນາ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ລາວຕ້ອງການຢາກຢູ່ກັບດີນາຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-activepassive)

​ໄດ້ເວົ້າຢ່າງອອ່ນໂຍນກັບ​ນາງ

ນີ້ຫມາຍເຖິງວ່າລາວເວົ້າດ້ວຍຄວາມຮັກ ທີ່ຈະເຮັດໃຫ້ນາງເຊື່ອວ່າລາວຮັກ ແລະ ລາວກໍ່ຢາກໃຫ້ນາງຮັກລາວເຊັ່ນກັນ.

Genesis 34:4

ຂະນະນັ້ນຢາໂຄບ

"ຂະນະນັ້ນ" ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບຢາໂຄບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ຢາໂຄບ​ໄດ້ຍິນເລື່ອງທີ່ເຂົາ

ປະໂຫຍກ "ເຂົາ" ໃນນີ້ແມ່ນຫມາຍເຖິງຊີເຄມ.

ທີ່ເຂົາໄດ້ກະທຳເສື່ອມເສຍ

ນີ້ຫມາຍຄວາມວ່າຊີເຄມໄດ້ສິ່ງທີ່ເສຍຊື່ສຽງ ແລະ ອັບອາຍຂາຍຫນ້າຕໍ່ດີນາ ໂດຍການໃຊ້ກຳລັງບັງຄັບໃຫ້ລາວນອນກັບລາວ.

ຈຶ່ງໄດ້ສະຫງົບສະຕິອາລົມ

ນີ້ແມ່ນວິທີການເວົ້າວ່າຢາໂຄບບໍ່ໄດ້ເວົ້າ ຫຼື ເຮັດຫຍັງກ່ຽວກັບເລື່ອງນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 34:6

ຮາໂມ​....​ໄດ້​ອອກໄປຫາ​​ຢາໂຄບ

"ຮາໂມ​....​ໄດ້​ອອກໄປຫາ​​ຢາໂຄບ"

ພວກຜູ້ຊາຍທັງຫລາຍຕ່າງບໍ່ພໍໃຈ

"ພວກຜູ້ຊາຍໃຈຮ້າຍ"

ພວກເຂົາ​ໄດ້ໂກດ​ແຄ້ນເປັນຢ່າງຍິ່ງ....ໂດຍ​ການໃຊ້ກຳລັງ

ນີ້ສາມາດຖືກລະບຸເປັນຄຳຢືມໂດຍກົງ ທີ່ລູກຊາຍຂອງຢາໂຄບໄດ້ເວົ້າ, ຄືກັບໃນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotations)

ເຂົາເຮັດໃຫ້ອິດສະຣາເອນເສື່ອມເສຍ

ນີ້ແມ່ນຄຳວ່າ "ອິດສະລາແອນ" ຫມາຍເຖິງສະມາຊິກທຸກໆຄົນໃນຄອບຄົວຂອງຢາໂຄບ. ອິດສະຣາເອນໃນຖານະເປັນກຸ່ມປະຊາຊົນໄດ້ຮັບຄວາມອັບອາຍ. ອາດແປໄດ້ອີກວ່າ: "ລາວໄດ້ສ້າງຄວາມອັບອາຍໃຫ້ແກ່ຄອບຄົວຂອງອິດສະຣາເອນ" ຫລື "ລາວໄດ້ສ້າງຄວາມອັບອາຍຕໍ່ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໂດຍ​ການໃຊ້ກຳລັງຂອງເຂົາເອງໃນເລື່ອງ​ລູກສາວ​ຂອງ​ຢາໂຄບ

"ໂດຍການຂືນໃຈລູກສາວຂອງຢາໂຄບ"

ສິ່ງນີ້ບໍ່ສົມ­ຄວນໃຫ້ເກີດຂື້ນ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາແປໄດ້ອີກວ່າ: "ເພາະວ່າລາວບໍ່ຄວນເຮັດສິ່ງທີ່ຊົ່ວຮ້າຍແບບນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 34:8

ຮາໂມໄດ້​ເວົ້າ​ກັບ​ພວກເຂົາ​

"ຮາໂມໄດ້​ເວົ້າ​ກັບຢາໂຄບ ແລະ ບັນດາລູກຊາຍຂອງລາວ"

ຫລົງ​ຮັກ​ລູກສາວ​ຂອງ​ທ່ານ

ໃນນີ້ຄຳວ່າ "ຮັກ" ຫມາຍເຖິງຄວາມຮັກແບບໂລແມນຕິກ ລະຫວ່າງຊາຍ ແລະ ຍິງ. ອາດແປໄດ້ອີກວ່າ: "ຮັກນາງ ແລະຢາກແຕ່ງງານກັບນາງ"

ກະລຸນາຍົກນາງ​ໃຫ້ເປັນເມຍຂອງເຂົາເຖີດ

ໃນບາງວັດທະນະທຳ, ພໍ່ແມ່ຕັດສິນໃຈວ່າລູກຂອງເຂົາເຈົ້າຈະແຕ່ງງານກັບໃຜ.

ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້

ການແຕ່ງດອງຂ້າມເຜົ່າແມ່ນການແຕ່ງງານກັບສະມາຊິກຂອງກຸ່ມເຊື້ອຊາດ, ສັງຄົມ, ສາດສະຫນາ ຫລື ຊົນເຜົ່າທີ່ແຕກຕ່າງກັນ. ອາດແປໄດ້ອີກວ່າ: "ອະນຸຍາດໃຫ້ແຕ່ງງານລະຫວ່າງຄົນຂອງທ່ານກັບຄົນຂອງພວກເຮົາ"

ແຜ່ນດິນ​ຈະ​ເປີດໃຫ້ທ່ານ

"ແຜ່ນດິນ​ຈະ​ເປີດໃຫ້ທ່ານ"

Genesis 34:11

ຊີເຄມໄດ້ເວົ້າກັບພໍ່ຂອງນາງ

"ຊີເຄມໄດ້ເວົ້າກັບຢາໂຄບພໍ່ຂອງດີນາ"

ຂໍໃຫ້ຂ້ານ້ອຍ​ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ແລະທ່ານຈະຮຽກຮ້ອງສິ່ງໃດຂ້ານ້ອຍກໍຈະໃຫ້

ໃນນີ້ຄຳວ່າ “ໃນສາຍຕາ” ຫມາຍເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຄົນ. ອາດແປໄດ້ອີກວ່າ: "ຖ້າເຈົ້າຍອມຮັບຂ້ອຍ, ຂ້ອຍຈະໃຫ້ສິ່ງໃດກໍ່ຕາມທີ່ເຈົ້າຮ້ອງຂໍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຄ່າ​ດອງ​

ໃນບາງວັດທະນະທຳ, ມັນເປັນປະເພນີທີ່ຜູ້ຊາຍຈະເອົາເງິນ, ຊັບສິນ, ງົວ, ແລະຂອງຂວັນອື່ນໆໃຫ້ຄອບຄົວເຈົ້າສາວ ໃນເວລາແຕ່ງງານ.

ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ຕອບ​ຊີເຄມ ​ແລະ​ຮາໂມ​ພໍ່ຂອງເຂົາຢ່າງມີເລ້ຫລຽ່ມ

ຄຳ ນາມທີ່ບໍ່ມີຕົວຕົນ "ຫລອກລວງ" ສາມາດຖືກກ່າວເຖິງເປັນຄຳກິລິຍາ "ຕົວະ." ອາດແປໄດ້ອີກວ່າ: "ແຕ່ພວກລູກຊາຍຂອງຢາໂຄບໄດ້ຕົວະຊີເຄມ ແລະ ຮາໂມເມື່ອພວກເຂົາຕອບກັບພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ດີນາ

ນີ້ຫມາຍຄວາມວ່າຊີເຄມໄດ້ເຮັດສິ່ງເສຍຊື່ສຽງ ແລະ ຫນ້າອັບອາຍແກ່ດີນາໂດຍບັງຄັບໃຫ້ລາວນອນກັບລາວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປວ່າ "ເສື່ອມເສຍ" ໃນຂໍ້ 34: 4.

Genesis 34:14

ພວກເຂົາໄດ້​ເວົ້າ​ກັບເຂົາ

"ພວກລູກຊາຍຂອງຢາໂຄບເວົ້າກັບຊີເຄມ ແລະ ຮາໂມ"

ພວກເຮົາບໍ່ສາມາດຈະເຮັດສິ່ງນີ້ໄດ້, ຄືການຍົກນ້ອງສາວຂອງພວກເຮົາ

"ພວກເຮົາບໍ່ສາມາດອະນຸຍາດໃຫ້ ດີນາແຕ່ງງານ"

ເພາະ​ວ່າມັນເປັນ​ການ​ເຮັດໃຫ້ເຮົາເສຍ​ກຽດ​ສັກສີ​ສຳລັບ​ພວກເຮົາ

"ສຳລັບສິ່ງນັ້ນຈະເຮັດໃຫ້ເຮົາອັບອາຍ." ໃນນີ້ຄຳວ່າ “ພວກເຮົາ” ຫມາຍເຖິງລູກຊາຍຂອງຢາໂຄບ ແລະ ຊາວອິດສະຣາເອນທັງຫມົດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ພວກເຮົາ​ຈະ​ຍົກ​ລູກສາວຂອງພວກເຮົາໃຫ້​ພວກທ່ານ​, ແລະພວກເຮົາ​ຈະ​​ຮັບລູກສາວທັງຫລາຍຂອງພວກທ່ານມາເພື່ອພວກເຮົາ

ນີ້ຫມາຍຄວາມວ່າພວກເຂົາຈະອະນຸຍາດ ໃຫ້ຄົນໃນຄອບຄົວຂອງຢາໂຄບແຕ່ງງານກັບຄົນເຜົ່າອື່ນ ທີ່ອາໄສຢູ່ໃນດິນແດນຂອງເມືອງຮາໂມ.

Genesis 34:18

ຄຳເວົ້າຂອງພວກເຂົາເຮັດໃຫ້ຮາໂມ ​ແລະ​ຊີເຄມລູກຊາຍຂອງເຂົາພໍໃຈ

ໃນນີ້ຄຳວ່າ “ຄຳເວົ້າ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ຮາໂມ ແລະ ລູກຊາຍຂອງລາວຊີເຄມເຫັນດີກັບສິ່ງທີ່ພວກລູກຊາຍຂອງຢາໂຄບເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທີ່ຈະປະຕິບັດຕາມໃນສິ່ງທີ່ພວກເຂົາໄດ້ເວົ້າ

"ເພື່ອຮັບພິທີຕັດ"

ລູກສາວຂອງຢາໂຄບ

"ນາງດີນາລູກສາວຂອງຢາໂຄບ"

ເພາະ​ວ່າ​ເຂົາໄດ້ເປັນຄົນ​ທີ່ໄດ້ຮັບກຽຕ​​ຫລາຍທີ່ສຸດ. ໃນບັນດາຄົນທັງຫລາຍໃນ​​ຄົວເຮືອນຂອງພໍ່ເຂົາ

ນີ້ສາມາດແປເປັນປະໂຫຍກໃຫມ່. ມັນສາມາດເວົ້າໄດ້ຊັດເຈນວ່າຊີເຄມຮູ້ວ່າຜູ້ຊາຍຄົນອື່ນໆຈະເຫັນດີທີ່ຈະເຂົ້າພິທີຕັດ ເພາະພວກເຂົານັບຖືລາວຫລາຍ. ອາດແປໄດ້ອີກວ່າ: "ຊີເຄມຮູ້ວ່າຜູ້ຊາຍທຸກຄົນໃນຄົວເຮືອນຂອງພໍ່ຂອງລາວຈະເຫັນດີກັບລາວ ເພາະວ່າລາວເປັນຄົນທີ່ຄົນອື່ນໃຫ້ກຽດຫລາຍທີ່ສຸດໃນບັນດາພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 34:20

ປະຕູ​ເມືອງຂອງພວກເຂົາ

ມັນເປັນເລື່ອງປະຕິບັດໂດຍທົ່ວໄປ ທີ່ຜູ້ນຳຈະປະຊຸມກັນທີ່ປະຕູເມືອງ ເພື່ອຮ່ວມກັນຕັດສິນໃຈຢ່າງເປັນທາງການ.

ບັນດາຜູ້ຊາຍ

"ຢາໂຄບ, ລູກຊາຍຂອງລາວ, ແລະ ບັນດາຄົນອິດສະຣາເອນ"

ພວກເຮົາຢ່າງສັນຕິ

ໃນນີ້ຄຳວ່າ "ພວກເຮົາ" ປະກອບມີຮາໂມ, ລູກຊາຍຂອງລາວ ແລະ ທຸກໆຄົນທີ່ພວກເຂົາໄດ້ໂອ້ລົມກັນຢູ່ທີ່ປະຕູເມືອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ຂໍ​ໃຫ້​ພວກເຂົາ​ໄດ້ອາໄສ​ຢູ່​ໃນ​ດິນແດນ​ນີ້ ແລະ​ຄ້າຂາຍ​ເຖີ້ນ

"ຂໍ​ໃຫ້​ພວກເຂົາ​ໄດ້ອາໄສ​ຢູ່ ແລະ​ຄ້າຂາຍ​​ໃນ​ດິນແດນ​ນີ້"

ທີ່ຈິງແລ້ວແຜ່ນດິນນ​ັ້ນກໍ​ກວ້າງ​ຂວາງ​ພຽງພໍສຳລັບ​ພວກເຂົາ

ຊີເຄມໃຊ້ຄຳວ່າ "ແທ້ຈິງ" ເພື່ອເພີ່ມຄວາມສຳຄັນຕໍ່ຄຳເວົ້າຂອງລາວ. "ເພາະວ່າແນ່ນອນວ່າເນື້ອທີ່ດິນມີຂະຫນາດໃຫຍ່ພໍສຳລັບພວກເຂົາ" ຫລື "ເພາະວ່າແທ້ຈິງແລ້ວມັນມີທີ່ດິນຫລາຍພໍສຳລັບພວກເຂົາ"

ຮັບລູກສາວ​ຂອງ​ພວກເຂົາ.......ຍົກລູກສາວ​ຂອງ​ພວກເຮົາໃຫ້​ພວກເຂົາ.

ນີ້ຫມາຍເຖິງການແຕ່ງງານລະຫວ່າງແມ່ຍິງໃນເຜົ່າຫນຶ່ງ ແລະ ຜູ້ຊາຍຈາກເຜົ່າອື່ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນໃນຂໍ້ 34: 8.

Genesis 34:22

ຂໍ້ມູນທົ່ວໄປ:

ຮາໂມ ແລະ ຊີເຄມລູກຊາຍຂອງລາວສືບຕໍ່ລົມກັບບັນດາພວກຜູ້ເຖົ້າແກ່ໃນເມືອງ.

ດ້ວຍພຽງເງື່ອນໄຂນີ້​ພວກຜູ້ຊາຍຕົກລົງທີ່ ຈະອາໄສຢູ່​ກັບພວກເຮົາ ແລະ​ກາຍເປັນ​ປະຊາຊົນ​ຫນຶ່ງດຽວ​ຄື: ຖ້າຜູ້ຊາຍທຸກຄົນ​ໃນທ່າມກາງພວກເຮົາຈະຮັບ​ພິທີຕັດ,​ ເຫມືອນທີ່ພວກເຂົາໄດ້ຮັບພິທີຕັດ

"ຖ້າຫາກວ່າຜູ້ຊາຍທຸກຄົນໃນບັນດາພວກເຮົາໄດ້ຮັບພິທີຕັດ, ຄືກັບພວກອິດສະຣາເອນໄດ້ຮັບການຕັດ, ພວກເຂົາຈະຍອມທີ່ຈະອາໄສຢູ່ໃນແຜ່ນດິນຂອງພວກເຮົາ ແລະ ເປັນພັນທະມິດກັບພວກເຮົາຄືກັບຄົນດຽວກັນ"

ຝູງສັດລຽ້ງ, ຊັບສິນ, ແລະສັດ​ທັງຫລາຍ​​ຂອງ​ພວກເຂົາ ຈະ​ບໍ່ຕົກເປັນ​ຂອງ​ພວກເຮົາ​​ບໍ?

ຊີເຄມໃຊ້ຄຳຖາມເພື່ອເນັ້ນຫນັກວ່າການສັດລ້ຽງ ແລະ ຊັບສິນຂອງຢາໂຄບຈະເປັນຂອງຊາວເມືອງຊີເຄມ. ນີ້ສາມາດແປເປັນຄຳເວົ້າຫນຶ່ງ. ອາດແປໄດ້ອີກວ່າ: "ສັດ ແລະ ຊັບສິນທັງຫມົດຂອງພວກມັນຈະເປັນຂອງພວກເຮົາ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 34:24

ຜູ້ຊາຍ​ທຸກຄົນ​ຈຶ່ງ​ພາກັນ​ຮັບ​ພິທີຕັດ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນຮາໂມ ແລະ ຊີເຄມໃຫ້ຜູ້ຫນຶ່ງເຮັດພິທີຕັດໃຫ້ແກ່ຊາຍທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ໃນວັນທີສາມ​

"ທີສາມ" ແມ່ນຕົວເລກທົ່ວໄປສຳລັບເລກທີສາມ. ມັນສາມາດຖືກຂຽນເປັນຕົວເລກ ແບບທຳມະດາ. ອາດແປໄດ້ອີກວ່າ: "ຫລັງຈາກສອງມື້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-ordinal)

ຂະນະທີ່​ພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່

"ເມື່ອພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່"

ແຕ່ລະຄົນໄດ້​ເອົາດາບຂອງ​ເຂົາ

"ໄດ້​ເອົາດາບຂອງ​ເຂົາ"

ພວກເຂົາໄດ້ເຂົ້າໂຈມຕີ​ເມືອງ​ນັ້ນ​

ໃນນີ້ຄຳວ່າ "ເມືອງ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ໂຈມຕີຜູ້ຄົນໃນເມືອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ປອດໄພ, ແລະ​​ພວກເຂົາໄດ້ຂ້າພວກ​ຜູ້ຊາຍ​ທັງຫມົດ

ນີ້ສາມາດແປເປັນປະໂຫຍກໃຫມ່. "ມີຄວາມປອດໄພ. ຊີເມໂອນ ແລະ ເລວີໄດ້ຂ້າຜູ້ຊາຍທັງຫມົດຂອງເມືອງນັ້ນ"

ດ້ວຍຄົມດາບ

ໃນນີ້ຄຳວ່າ “ຄົມດາບ” ຫມາຍເຖິງຄວາມຄົມຂອງດາບ. ອາດແປໄດ້ອີກວ່່າ: "ດ້ວຍໃບດາບຂອງພວກເຂົາ" ຫລື "ດ້ວຍດາບຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

Genesis 34:27

ຊາກສົບ

"ສົບຂອງຮາໂມ, ຊີເຄມ, ແລະບັນດາຜູ້ຊາຍໃນເມືອງຂອງພວກເຂົາ"

ໄດ້ປຸ້ນສະດົມ​ເມືອງນັ້ນ

"ລັກເອົາທຸກຢ່າງທີ່ມີຄ່າຢູ່ພາຍໃນເມືອງ"

ເພາະວ່າປະຊາຊົນຂອງເມືອງນັ້ນ ເຮັດໃຫ້​ນ້ອງສາວ​ຂອງ​ພວກ​ເຂົາເຊື່ອມເສຍ

ຊີເຄມຄົນດຽວໄດ້ເຮັດໃຫ້ນາງດີນາເສື່ອມເສຍ, ແຕ່ລູກຊາຍຂອງຢາໂຄບໄດ້ຂ້າທຸກຄົນໃນຄອບຄົວຂອງຊີເຄມ ແລະທຸກຄົນໃນເມືອງ ຕ້ອງຮັບຜິດຊອບຕໍ່ການກະທຳດັ່ງກ່າວນີ້.

ເຊື່ອມເສຍ

ໃນນີ້ຫມາຍຄວາມວ່າເຊເຄມໄດ້ເຮັດໃຫ້ ດີນາເສື່ອມເສຍ ແລະເປັນການບໍ່ໃຫ້ກຽດ ໂດຍການບັງຄັບນາງໃຫ້ນອນກັບລາວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປວ່າ "ເສື່ອມເສຍ" ໃນຂໍ້ 34: 4.

ພວກເຂົາ​ໄດ້ຢຶດເອົາ​ສັດທັງຫລາຍຂອງພວກເຂົາ

"ລູກຊາຍຂອງຢາໂຄບ​ໄດ້ຢຶດເອົາ​ ສັດທັງຫລາຍຂອງພວກເຂົາ"

ທຸກສິ່ງ​ທຸກຢ່າງຂອງ​ເຂົາໃນ​ເມືອງ​ນັ້ນ​

"ສິ່ງຂອງ​ ແລະ ເງິນທັງຫມົດຂອງພວກ​ເຂົາໃນ​ເມືອງ​ນັ້ນ​"

ພວກເຂົາໄດ້ຈັບ​ເອົາ​ຜູ້ຍິງ ​ແລະ​ເດັກນ້ອຍທັງຫລາຍ, ພວກເຂົາໄດ້ເອົາຂອງທຸກສິ່ງ​ທີ່ຢູ່ໃນ​ເຮືອນ​ໄປ​ຈົນກ້ຽງ

"ພວກເຂົາໄດ້ຈັບ​ເອົາ​ຜູ້ຍິງ ​ແລະ​ເດັກນ້ອຍທັງຫມົດ"

Genesis 34:30

ພວກເຈົ້າ​ໄດ້ນຳຄວາມລຳບາກມາ​ສູ່ເຮົາ

ການເຮັດໃຫ້ຜູ້ໃດຜູ້ຫນຶ່ງປະສົບບັນຫາຖືກກ່າວເຖິງ ຄືກັບວ່າບັນຫາແມ່ນສິ່ງຂອງທີ່ຖືກນຳມາວາງໃສ່ເທິງຄົນ. ອາດແປໄດ້ອີກວ່າ: "ສ້າງບັນຫາໃຫຍ່ໃຫ້ແກ່ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຮັດໃຫ້ເຮົາເຊື່ອມຊາມລົງ ໃນຜູ້ທີ່ອາໄສໃນແຜ່ນດິນນັ້ນ

ການເຮັດໃຫ້ຜູ້ຄົນໃນເຂດອ້ອມຂ້າງກຽດຊັງຢາໂຄບ ເວົ້າຄືກັບວ່າພວກລູກຊາຍຂອງຢາໂຄບເຮັດໃຫ້ລາວມີກິ່ນເຫມັນຄາວ. ນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດໃຫ້ຂ້ອຍເປັນທີ່ກຽດຊັງຂອງຄົນທີ່ອາໄສຢູ່ໃນດິນແດນນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຮົາມີຄົນຈຳນວນນ້ອຍ......​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາແລະຄົວເຮືອນຂອງເຮົາ​.

ນີ້ຄຳວ່າ "ຂ້ອຍ" ແລະ "ຕົວຂ້ອຍ" ຫມາຍເຖິງຄອບຄົວຂອງຢາໂຄບທັງ ຫມົດ. ຢ /າໂຄບພຽງແຕ່ເວົ້າວ່າ "ຂ້ອຍ" ຫລື "ຕົວຂ້ອຍ" ເພາະວ່າລາວເປັນຜູ້ນຳ. ອາດແປໄດ້ອີກວ່າ: "ຄອບຄົວຂອງຂ້ອຍນ້ອຍ ... ຕໍ່ສູ້ກັບພວກເຮົາ ແລະ ໂຈມຕີພວກເຮົາ, ຫລັງຈາກນັ້ນພວກເຂົາຈະທໍາລາຍພວກເຮົາທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ລວມຕົວເປັນພວກດຽວກັນ​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາ ແລະຄົວເຮືອນຂອງເຮົາ​

"ສ້າງກອງທັບ ແລະ ໂຈມຕີຂ້ອຍ" ຫລື "ສ້າງກອງທັບ ແລະໂຈມຕີພວກເຮົາ"

ເຮົາ​ຈະ​ຕ້ອງຖືກ​ທຳລາຍ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາຈະທໍາລາຍຂ້ອຍ" ຫລື "ພວກເຂົາຈະທໍາລາຍພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຄວນບໍທີ່ຊີເຄມໄດ້ກະທຳ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເຫມືອນ​ຍິງໂສເພນີ​?

ຊີເມໂອນ ແລະ ເລວີໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ຊີເຄມເຮັດສິ່ງທີ່ບໍ່ຖືກຕ້ອງ ແລະ ສົມຄວນໄດ້ຮັບຄວາມຕາຍ. ອາດແປໄດ້ອີກວ່າ: "ຊີເຄມບໍ່ຄວນປະຕິບັດຕໍ່ນ້ອງສາວຂອງພວກເຮົາຄືກັບວ່າ ນາງເປັນໂສເພນີ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)