Genesis 22

Genesis 22:1

ເຖິງເວລາ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການໃນການເວົ້າສັບນີ້, ທ່ານສາມາດນຳໃຊ້ທີ່ນີ້ໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ພາຍຫລັງສິ່ງເຫລົ່ານີ້

ວະລີນີ້ກ່າວເຖິງເຫດການຕ່າງໆທີ່ຢູ່ໃນບົດທີ 21.

ພຣະເຈົ້າ​ຊົງໄດ້ທົດ​ລອງ​ອັບຣາຮາມ

ມັນຫມາຍຄວາມວ່າພຣະເຈົ້າທົດສອບອັບຣາຮາມເພື່ອເບິ່ງວ່າອັບຣາຮາມຈະຊື່ສັດຕໍ່ລາວ. ຄວາມຫມາຍເຕັມຂອງຄຳນີ້ ສາມາດເວົ້າໄດ້ຢ່າງຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: ພຣະເຈົ້າໄດ້ທົດສອບຄວາມຊື່ສັດຂອງອັບຣາຮາມ” (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຂ້ານ້ອຍ​ຢູ່ທີ່ນີ້

"ແມ່ນແລ້ວ, ຂ້ານ້ອຍກຳລັງຟັງຢູ່" ຫລື "ແມ່ນແລ້ວ, ມັນແມ່ນຫຍັງ?"

ລູກຊາຍ​ພຽງຄົນ​ດຽວຂອງເຈົ້າ

ຫມາຍຄວາມຄືວ່າພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ເນັ້ນຫນັກວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ຄວາມຫມາຍເຕັມຂອງ ຄຳນີ້ສາມາດເວົ້າໄດ້ຢ່າງຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ລູກຊາຍຄົນດຽວຂອງເຈົ້າທີ່ເຮົາໄດ້ສັນຍາໄວ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຜູ້​ທີ່​ເຈົ້າ​ຮັກ

ສິ່ງນີ້ເນັ້ນເຖິງຄວາມຮັກຂອງອັບຣາຮາມ ທີ່ມີຕໍ່ອີຊາກລູກຊາຍຂອງລາວ.

​ແຄວ້ນ​ໂມຣິຢາ

"ແຜ່ນດິນທີ່ເອີ້ນວ່າໂມຣິຢາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຜູກອານລໍຂອງເຂົາ

"ເອົາສິ່ງຂອງຂື້ນຫລັງລາຂອງລາວ" ຫລື "ເອົາໃສ່ລາຂອງລາວສິ່ງທີ່ລາວຈຳເປັນສຳລັບການເດີນທາງ"

ຊາຍຫນຸ່ມ

"ຄົນຮັບໃຊ້"

ເລີ້ມຕົ້ນການເດີນທາງຂອງເພິ່ນ

"ເລີ່ມຕົ້ນການເດີນທາງຂອງລາວ" ຫລື "ເລີ່ມຕົ້ນການເດີນທາງ"

Genesis 22:4

ໃນວັນທີສາມ

ຄຳວ່າ "ທີສາມ" ແມ່ນຕົວເລກ ທຳມະດາ ສຳລັບສາມຄົນ. ອາດຈະແປໄດ້ອີກວ່າ: "ຫລັງຈາກເດີນທາງເປັນເວລາສາມມື້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-ordinal)

ໄດ້ເຫັນ​ບ່ອນ​ນັ້ນຢູ່​ແຕ່​ໄກ

"ໄດ້ເຫັນບ່ອນໄກ ທີ່ພະເຈົ້າກ່າວເຖິງ"

ຊາຍຫນຸ່ມ

"ຄົນ​ຮັບໃຊ້"

ເຮົາຈະ​ຂຶ້ນ​ໄປ​ນະມັດສະການ

ຄຳວ່າ "ພວກເຮົາ" ຫມາຍເຖິງອັບຣາຮາມ ແລະ ອີຊາກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ຈະ​ກັບ​ມາ​ຫາ​ພວກເຈົ້າ

"ກັບຄືນຫາພວກເຈົ້າ"

ໃຫ້​ອີຊາກ​ແບກ​ຂຶ້ນ​ໄປ

"ໃຫ້​ອີຊາກ​, ລູກຂອງລາວແບກ​ຂຶ້ນ​ໄປ"

ໃນມືຂອງເພິ່ນເອງ

ໃນນີ້ “ມືຂອງລາວ” ເນັ້ນຫນັກວ່າອັບຣາຮາມເອງໄດ້ປະຕິບັດສິ່ງເຫລົ່ານີ້. ອາດແປໄດ້ອີກວ່າ: "ອັບຣາຮາມເອງໄດ້ແບກ"(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

​ໄຟ

ໃນນີ້ຄຳວ່າ "ໄຟ" ຫມາຍເຖິງເຕົາທີ່ບັນຈຸຖ່ານໄຟ ຫລື ກອງໄຟ ຫລື ໂຄມໄຟ. ອາດແປໄດ້ອີກວ່າ: "ບາງຢ່າງສຳລັບການກໍ່ໄຟ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພວກເພິ່ນທັງສອງ​ໄດ້ໄປ​ດ້ວຍກັນ

"ພວກເຂົາອອກໄປນຳກັນ" ຫລື "ພວກເຂົາທັງສອງໄປນຳກັນ"

Genesis 22:7

ພໍ່​ເອີຍ

ນີ້ແມ່ນວິທີທີ່ຫນ້າຮັກສຳລັບລູກຊາຍເວົ້າກັບພໍ່.

ເຮົາຢູ່ນີ້ ​

"ແມ່ນແລ້ວ, ພໍ່ກຳລັງຟັງ" ຫລື"ແມ່ນແລ້ວ, ມີຫຍັງບໍ?" ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 22:1.

ລູກເອີຍ

ນີ້ແມ່ນວິທີທີ່ຫນ້າຮັກສຳລັບພໍ່ເວົ້າກັບລູກ.

ໄຟ

ໃນນີ້ຄຳວ່າ "ໄຟ" ຫມາຍເຖິງເຕົາທີ່ບັນຈຸຖ່ານໄຟ ຫລື ກອງໄຟ ຫລື ໂຄມໄຟ. ເບິ່ງເພີມເຕີມວິທີທີ່ທ່ານໄດ້ແປຂໍ້ນີ້ໃນ 22:4 (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ລູກແກະ​ທີ່​ຈະ​ເຜົາບູຊາ

"ລູກແກະທ່ານພໍ່ຈະໃຊ້ສຳລັບເປັນເຄື່ອງເຜົາບູຊາ"

ພຣະເຈົ້າ​ ພຣະອົງເອງ

ໃນທີ່ນີ້ "ຕົວເອງ" ເນັ້ນຫນັກວ່າມັນແມ່ນ ພຣະເຈົ້າຜູ້ທີ່ຈະສະຫນອງລູກແກະໃຫ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rpronouns)

ຈະ​ຈັດ​ຕຽມ​

"ຈະຊົງໃຫ້"

Genesis 22:9

ເມື່ອ​ພວກເພິ່ນ​ມາ​ຮອດ​ບ່ອນ

"ເມື່ອ​ອັບຣາຮາມ ແລະ ອີຊາກໄດ້​ມາ​ຮອດ​ບ່ອນ"​

ເພີ່ນໄດ້​ມັດ ​

"ລາວໄດ້ມັດ"

​ແທ່ນບູຊາ​ຂຶ້ນທີ່ນັ້ນ ແລະ ​ວາງ​ຟືນ​​ເທິງ​ແທ່ນ​ນັ້ນ

"​ວາງລົງເທິງແທ່ນບູຊາ​ຂຶ້ນທີ່ນັ້ນ"

​ໄດ້ຍື່ນມືຂອງເຂົາອອກ ຈັບ​ເອົາ​ມີດ

"ຈັບເອົາມີດອອກມາ"

Genesis 22:11

ທູດສະຫວັນຂອງ​ພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວເຮັດໃຫ້ຕົວເອງເປັນເທວະດາ ຫລື 2) ນີ້ແມ່ນຫນຶ່ງໃນເທວະດາຂອງ ພຣະຢາເວ ຫລື 3) ນີ້ແມ່ນທູດພິເສດຈາກພຣະເຈົ້າ (ນັກວິຊາການບາງຄົນຄິດວ່າແມ່ນພະເຍຊູ). ເນື່ອງຈາກວ່າປະໂຫຍກນີ້ບໍ່ເຂົ້າໃຈດີ, ສະນັ້ນມັນຈິ່ງດີທີ່ສຸດທີ່ຈະແປວ່າເປັນ "ທູດຂອງພຣະຢາເວ" ໂດຍໃຊ້ຄຳທຳມະດາ ທີ່ທ່ານເຂົ້າໃຈດີເຊັ່ນ "ເທວະດາ." ເບິ່ງຂໍ້ນີ້ກ່ຽວກັບວະລີຂໍ້ນີ້ໃນ16:7.

ມາ​ຈາກທ້ອງຟ້າ

ນີ້ຫມາຍເຖິງສະຖານທີ່ທີ່ພຣະເຈົ້າສະຖິດຢູ່.

ຂ້ານ້ອຍຢູ່ທີ່ນີ້​ກຳລັງ​ຟັງ​ຢູ່

"ແມ່ນແລ້ວ, ຂ້ານ້ອຍກຳລັງຟັງ" ຫລື "ແມ່ນແລ້ວ, ມີຫຍັງບໍ?" ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22:1.

ຢ່າ​ແຕະຕ້ອງເດັກນັ້ນ​ຫລືເຮັດສິ່ງໃດທີ່ຈະທຳຮ້າຍເຂົາ, ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​

ວະລີທີ່ວ່າ "ຢ່າແຕະຕ້ອງ" ແມ່ນວິທີການທີ່ເວົ້າວ່າ "ຢ່າທຳຮ້າຍ." ໂດຍພື້ນຖານແລ້ວ, ພຣະເຈົ້າໄດ້ກ່າວສິ່ງດຽວກັນສອງຄັ້ງ ເພື່ອຢໍ້າໃຫ້ອັບຣາຮາມບໍ່ຄວນທຳຮ້າຍອີຊາກເດັດຂາດ. ອາດແປໄດ້ອີກວ່າ: "ຢ່າທຳຮ້າຍເດັກຊາຍເດັດຂາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-parallelism)

ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ .....​ຈາກ​ເຮົາ

ຄຳວ່າ "ຂ້ອຍ" ແລະ "ເຮົາ" ຫມາຍເຖິງພຣະຢາເວ. ເມື່ອແປສິ່ງທີ່ຢູ່ໃນຄຳຢືມ, ຈົ່ງເຮັດຄືກັນກັບທີ່ເທວະດາຂອງພຣະຢາເວໄດ້ເຮັດ ແລະ ໃຊ້ຄຳວ່າ "ຂ້ອຍ" ແລະ "ເຮົາ" ເມື່ອກ່າວເຖິງພຣະຢາເວ.

ເຈົ້າ​​ຢຳເກງ​ພຣະເຈົ້າ

ນີ້ຫມາຍເຖິງການເຄົາລົບພຣະເຈົ້າຢ່າງເລິກເຊິ່ງ ແລະ ການສະແດງຄວາມນັບຖືນັ້ນໂດຍການເຊື່ອຟັງພຣະອົງ.

ເຫັນວ່າ

"ເພາະເຮົາເຫັນວ່າ"

ເຈົ້າ​ນັ້ນບໍ່ໄດ້​ຫວງ​ແຫນລູກຊາຍ​​ຂອງ​ເຈົ້າ.....ຈາກ​ເຮົາ

"ເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າ ... ຈາກເຮົາ." ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ເຈົ້າເຕັມໃຈທີ່ຈະສະຫລະລູກຊາຍຂອງເຈົ້າ ... ກັບເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublenegatives)

ລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ

ມັນຫມາຍຄວາມວ່າ ພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍອີກຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ຢໍ້າວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ເບິ່ງວິທີທີ່ທ່ານແປວະລີທີ່ຄ້າຍຄືກັນຂໍ້ນີ້ໃນ 22:1. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 22:13

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບ ຂໍ້ມູນທີ່ຫນ້າຕື່ນເຕັ້ນທີ່ຕິດຕາມມາ.

ຂ້າງຫລັງເພິ່ນມີ​ແກະໂຕຜູ້ໂຕຫນຶ່ງ ​ເຂົາ​ຂອງ​ມັນ​ຄາ​ຢູ່ໃນພຸ່ມໄມ້

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ມີແກະໂຕຫນຶ່ງທີ່ເຂົາຄາຢູ່ໃນພຸ່ມໄມ້" ຫລື "ເປັນແກະທີ່ຕິດຢູ່ໃນພຸ່ມໄມ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ອຸ້ມ​ແກະໂຕຜູ້ນັ້ນ

"ອັບຣາຮາມໄດ້ອຸ້ມແກະໂຕນັ້ນ"

ຈະຊົງຈັດ​ຕຽມໄວ້.....ຈະມີການ​ຖືກຈັດ​ຕຽມໄວ້

ໃຊ້ຄຳສັບດຽວສຳລັບ "ຈັດຕຽມ" ດັ່ງທີ່ທ່ານໃຊ້ໃນຂໍ້ 22:7.

ຈົນເຖິງ​ທຸກ​ວັນນີ້

"ແມ້ແຕ່ດຽວນີ້." ນີ້ຫມາຍຄວາມວ່າເຖິງເວລາທີ່ຜູ້ຂຽນກຳລັງຂຽນປື້ມຫົວນີ້.

ຈະມີການ​ຖືກຈັດ​ຕຽມໄວ້

ປະໂຫຍກນີ້ສາມາດຖືກກ່າວເປັນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພຣະເຈົ້າຈະຊົງຈັດຕຽມໃຫ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 22:15

ທູດສະຫວັນຂອງພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວເຮັດໃຫ້ຕົວເອງເປັນເທວະດາ ຫລື 2) ນີ້ແມ່ນຫນຶ່ງໃນເທວະດາຂອງ ພຣະຢາເວ ຫລື 3) ນີ້ແມ່ນທູດພິເສດຈາກພຣະເຈົ້າ (ນັກວິຊາການບາງຄົນຄິດວ່າແມ່ນພະເຍຊູ). ເນື່ອງຈາກວ່າປະໂຫຍກນີ້ບໍ່ເຂົ້າໃຈດີ, ສະນັ້ນມັນຈິ່ງດີທີ່ສຸດທີ່ຈະແປວ່າເປັນ "ທູດຂອງພຣະຢາເວ" ໂດຍໃຊ້ຄຳທຳມະດາ ທີ່ທ່ານເຂົ້າໃຈດີເຊັ່ນ "ເທວະດາ." ເບິ່ງຂໍ້ນີ້ກ່ຽວກັບວະລີຂໍ້ນີ້ໃນ16:7.

ຄັ້ງທີສອງ

ຄຳວ່າ "ຄັ້ງທີສອງ" ແມ່ນຕົວເລກທົ່ວໄປທີ່ຫມາຍເຖີງສອງ. ອາດແປໄດ້ອີກວ່າ "ອີກຄັ້ງຫນຶ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-ordinal)

ຈາກທ້ອງຟ້າ

ຄຳວ່າ "ທ້ອງຟ້າ" ຫມາຍເຖິງບ່ອນທີ່ພຣະເຈົ້າຊົງສະຖິດຢູ່.

ແລະກ່າວວ່າ, "ນີ້ຄືຄຳສັ່ງຂອງ​ພຣະຢາເວ

"ແລະເວົ້າເຖິງຂໍ້ຄວາມນີ້ຈາກພຣະຢາເວ" ຫລື "ແລະປະກາດຖ້ອຍຄຳເຫລົ່ານີ້ຂອງພຣະຢາເວ." ນີ້ແມ່ນວິທີການເວົ້າຢ່າງເປັນທາງການວ່າຄຳເວົ້າທີ່ຕິດຕາມມາແມ່ນ ມາຈາກພຣະຢາເວໂດຍກົງ.

​ ໂດຍພຣະອົງເອງ ເຮົາໄດ້ສາບານ​​

"ເຮົາໄດ້ສັນຍາ ແລະ ເປັນພະຍານຂອງເຮົາ." ຄຳວ່າ "ສາບານໂດຍ" ຫມາຍເຖິງການໃຊ້ຊື່ຂອງບາງສິ່ງບາງຢ່າງ ຫລື ບາງຄົນເປັນຕົວຄ້ຳປະກັນ ຫລື ອຳນາດໃນຄຳປະຕິຍານ. ບໍ່ມີອຳນາດໃດທີ່ໃຫຍ່ເກີນອຳນາດຂອງພຣະຢາເວອີກແລ້ວ ດັ່ງນັ້ນພຣະຢາເວຈິ່ງສາບານໂດຍພຣະອົງເອງ.

ເພາະເຈົ້າໄດ້ເຮັດໃນສິ່ງນີ້

"ເຈົ້າເຊື່ອຟັງເຮົາ"

​ບໍ່ໄດ້​ຫວງ​ແຫນລູກຊາຍຂອງເຈົ້າ

"ເຈົ້າບໍ່ໄດ້ຫວງແຫນລູກຊາຍຂອງເຈົ້າຈາກເຮົາ." ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ເຈົ້າເຕັມໃຈທີ່ຈະສະຫລະລູກຊາຍຂອງເຈົ້າກັບເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublenegatives)

ລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ

ມັນຫມາຍຄວາມວ່າ ພຣະເຈົ້າຮູ້ວ່າອັບຣາຮາມມີລູກຊາຍອີກຄົນອື່ນຄື, ອິດຊະມາເອນ. ສິ່ງນີ້ຢໍ້າວ່າອີຊາກເປັນລູກຊາຍ ທີ່ພຣະເຈົ້າສັນຍາວ່າຈະໃຫ້ອັບຣາຮາມ. ເບິ່ງເພີ່ມເຕີມວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນໃນ ຂໍ້ 22:1. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ແນ່ນອນເຮົາຈະອວຍພອນ

"ອວຍພອນແນ່ນອນ"

ເຮົາຈະ​ເພີ້ມ​ເຊື້ອສາຍ​ທັງຫລາຍຂອງເຈົ້າຢ່າງຫລວງຫລາຍ

"ເຮົາຈະເຮັດໃຫ້ລູກຫລານຂອງເຈົ້າມີຫລາຍຂື້ນເລື້ອຍໆ" ຫລື "ຂ້ອຍຈະເຮັດໃຫ້ລູກຫລານຂອງເຈົ້າ ມີຈຳນວນຫລວງຫລາຍ"

ເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ, ແລະເຫມືອນ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ

ພຣະເຈົ້າໄດ້ປຽບລູກຫລານຂອງອັບຣາຮາມກັບດາວ ແລະເມັດຊາຍ. ຄືກັນກັບວ່າປະຊາຊົນບໍ່ສາມາດນັບຈຳນວນດວງດາວຫລວງຫລາຍ ຫລື ເມັດຊາຍໄດ້, ສະນັ້ນລູກຫລານຂອງອັບຣາຮາມ ຈຳນວນຫລວງຫລາຍຈະບໍ່ສາມາດນັບພວກເຂົາໄດ້. ອາດແປໄດ້ອີກວ່າ: "ເຫນືອກວ່າທີ່ທ່ານສາມາດນັບໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ

ໃນນີ້ຄຳວ່າ "ທ້ອງຟ້າ" ຫມາຍເຖິງທຸກສິ່ງທີ່ເຮົາເຫັນຢູ່ເຫນືອແຜ່ນດິນໂລກ, ລວມທັງດວງອາທິດ, ດວງຈັນ ແລະ ດວງດາວ.

ຈະຢຶດຄອງປະຕູເມືອງ​ຂອງ​ສັດຕຣູ​ທັງຫລາຍຂອງພວກເຂົາ

ໃນນີ້ຄຳວ່າ “ປະຕູ” ເປັນຕົວແທນໃຫ້ແກ່ເມືອງທັງຫມົດ. ການ “ມີປະຕູຮົ້ວຂອງສັດຕູຂອງພວກເຂົາ” ຫມາຍເຖິງການ ທຳລາຍສັດຕຣູຂອງພວກເຂົາ. ອາດແປໄດ້ອີກວ່າ: "ຈະຊະນະສັດຕຣູຂອງພວກເຂົາໄດ້ຢ່າງສິ້ນເຊີງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche ແລະ /WA-Catalog/lo_tm?section=translate#figs-metonymy)

Genesis 22:18

ຂໍ້ມູນທົ່ວໄປ:

ເທວະດາຂອງພຣະຢາເວສືບຕໍ່ເວົ້າກັບອັບຣາຮາມ.

ບັນດາຊົນຊາດ​ທັງຫລາຍແຫ່ງແຜ່ນດິນຈະ​ໄດ້ຮັບ​ພຣະພອນ

ປະໂຫຍກນີ້ສາມາດຖືກເວົ້າຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາ, ພຣະຜູ້ເປັນເຈົ້າ, ຈະອວຍພອນໃຫ້ແກ່ທຸກໆຄົນທີ່ອາໃສຢູ່ທົ່ວທຸກແຫ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຊົນຊາດ​ທັງຫລາຍແຫ່ງແຜ່ນດິນ

ໃນນີ້ຄຳວ່າ "ຊົນຊາດ​ທັງຫລາຍ" ຫມາຍເຖິງປະຊາຊົນຢູ່ໃນປະເທດທັງຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຈົ້າ​ໄດ້​ເຊື່ອຟັງ​ສຽງ​ຂອງເຮົາ

ໃນນີ້ຄຳວ່າ "ສຽງ" ແມ່ນສິ່ງທີ່ພຣະເຈົ້າກ່າວ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຊື່ອຟັງສິ່ງທີ່ເຮົາເວົ້າ" ຫລື "ເຈົ້າໄດ້ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ອັບຣາຮາມໄດ້​ກັບມາ

ມີພຽງແຕ່ອັບຣາຮາມເທົ່ານັ້ນທີ່ມີຊື່ ເພາະວ່າລາວເປັນພໍ່, ແຕ່ຄວາມຈິງແລ້ວຍັງມີລູກຊາຍຂອງລາວໄປນຳລາວ. ຄວາມຫມາຍເຕັມທີ່ຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ອັບຣາຮາມ ແລະ ລູກຊາຍຂອງລາວໄດ້ກັບໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຄົນ​ຮັບໃຊ້​​

"ຄົນ​ຮັບໃຊ້​​"

ພວກເຂົາໄດ້ເດີນທາງ​

"ພວກເຂົາໄດ້ຈາກສະຖານທີ່ນັ້ນ"

ເຂົາໄດ້​ອາໄສ​ຢູ່ທີ່ເມືອງເບຍເອເຊບາ

ມີພຽງແຕ່ອັບຣາຮາມໄດ້ຖືກກ່າວເຖິງ ເພາະວ່າລາວເປັນຜູ້ນຳຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວ, ແຕ່ຄວາມຈິງແລ້ວພວກເຂົາຢູ່ກັບລາວ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ອັບຣາຮາມ ແລະ ທຸກຄົນໃນຄອບຄົວຂອງລາວ ຢູ່ທີ່ເມືອງເບຍເອເຊບາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 22:20

ຫລັງຈາກທີ່ສິ່ງເຫລົ່ານີ້ຜ່ານໄປ

"ຫລັງຈາກເຫດການເຫລົ່ານີ້." ປະໂຫຍກທີ່ວ່າ "ສິ່ງເຫລົ່ານີ້" ຫມາຍເຖິງເຫດການຕ່າງໆໃນຕົ້ນເດີມໃນຂໍ້ 22:1-19. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ໄປອັບຣາຮາມໄດ້​ຮັບ​ກາ​ນບອກເລົ່າວ່າ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບກະທຳ. ອາດແປໄດ້ອີກວ່າ: "ມີບາງຄົນໄດ້ບອກກັບອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ມີລະກາໄດ້ໃຫ້ກຳເນີດລູກທັງຫລາຍ, ແກ່ນາໂຮ​ນ້ອງຊາຍ​ຂອງຕົນ​ດ້ວຍ

"ມີລະກາໄດ້ໃຫ້ກຳເນີດລູກທັງຫລາຍ"

ມີລະກາ

ຊື່ຂອງຍິງຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພວກເຂົາຄືອູເຊ​ລູກຊາຍ​ກົກຂອງເຂົາ, ບູເຊ​ນ້ອງຊາຍຂອງເຂົາ

"ຊື່ຂອງລູກຄົນທຳອິດຂອງລາວແມ່ນອູເຊ, ແລະຊື່ຂອງລູກທີ່ເຫລືອແມ່ນບູເຊ ນ້ອງຂອງລາວ"

ອູເຊ ...ບູເຊ​...ເກມູເອນ​....ຮາໂຊ, ປິນດາດ, ຢິດລັບ, ແລະ​ ເບທູເອນ

ເຫລົ່ານີ້ແມ່ນຊື່ຂອງຜູ້ຊາຍທັງຫມົດ. ແປປະໂຫຍກນີ້ເພື່ອໃຫ້ມັນຈະແຈ້ງວ່າ ຄົນທັງຫມົດນີ້ຍົກເວັ້ນ ອາມາເປັນລູກຊາຍຂອງນາໂຮ ແລະ ມີລະກາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 22:23

ເບທູເອນ​ເປັນ​ພໍ່​ຂອງ​ນາງ​ເຣເບກາ

"ພາຍຫລັງເບທູເອນ ໄດ້ກາຍເປັນພໍ່ຂອງເຣເບກາ"

ທັງ​ແປດ​ຄົນ​ເຫລົ່ານີ້ຄືລູກທີ່ມີລະກາທີ່ໄດ້ເກີດ​ໃຫ້​ແກ່ນາໂຮ, ນ້ອງຊາຍ​ຂອງ​ອັບຣາຮາມ

"ນີ້ແມ່ນລູກທັງແປດຄົນຂອງມີລະກາ ແລະ ນາໂຮ, ອ້າຍຂອງອັບຣາຮາມ." ນີ້ຫມາຍເຖິງເດັກນ້ອຍທີ່ໄດ້ລະບຸໄວ້ໃນຂໍ້ 22:20.

​ແປດ

"8" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເມຍ​ນ້ອຍ

"ເມຍນ້ອຍຂອງນາໂຮ"

ເຣອູມາ

ຊື່ຂອງຍິງຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ກໍໄດ້​ເກີດ

"ກໍໄດ້​ເກີດມາ"

ເຕບາ, ກາຮາມ, ຕາຮັດ, ແລະ​ມາອາກາ.

ເຫລົ່ານີ້ແມ່ນຊື່ຂອງຜູ້ຊາຍທັງຫມົດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)