Genesis 21

Genesis 21:1

ພຣະຢາເວຊົງໄດ້ເອົາໃຈໃສ່ຊາຣາ

ຕໍ່ໄປນີ້ປະໂຫຍກທີ່ວ່າ "ເອົາໃຈໃສ່" ຫມາຍເຖິງພຣະຢາເວ ຊ່ວຍຊາຣາໃຫ້ມີລູກ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ຊ່ວຍ ຊາຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເກີດລູກຊາຍຄົນຫນຶ່ງໃຫ້ແກ່ອັບຣາຮາມ

"ເກີດລູກຊາຍຄົນຫນຶ່ງຂອງອັບຣາຮາມ"

ເມື່ອເພິ່ນເຖົ້າແກ່ແລ້ວ

"ເມື່ອອັບຣາຮາມເຖົ້າແກ່ຫລາຍແລ້ວ"

ໃນເວລາທີ່ກຳນົດໄວ້ຕາມ ທີ່ພຣະເຈົ້າໄດ້ກ່າວແກ່ເພິ່ນແລ້ວນັ້ນ

"ເກີດຂື້ນໃນເວລາທີ່ພຣະເຈົ້າໄດ້ກຳນົດໄວ້ຕາມ ທີ່ກ່າວແກ່ເພິ່ນແລ້ວນັ້ນ"

ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ໄດ້ເກີດມາໃຫ້ເຂົາຜູ້ທີ່ຊາຣາໄດ້ໃຫ້ເຂົາເກີດມາແກ່ເພິ່ນຄື: ອີຊາກ.

"ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ຊາຣາໄດ້ເກີດມາຊື່ ອີຊາກ." ຫລື "ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາທີ່ເກີດມາຊື່ ອີຊາກ."

ອັບຣາຮາມໄດ້ເຮັດພິທີຕັດລູກຊາຍຂອງເພິ່ນຄືອີຊາກເມື່ອເຂົາອາຍຸໄດ້ແປດວັນ

"ເມື່ອອີຊາກອາຍຸໄດ້ແປດວັນ, ອັບຣາຮາມໄດ້ເຮັດພິທີຕັດແກ່ລາວ"

ແປດວັນ

"8 ວັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ໄດ້ມີພຣະບັນຊາ

"ໄດ້ມີພຣະບັນຊາໃຫ້ອັບຣາຮາມໄດ້ເຮັດ"

Genesis 21:5

ຫນຶ່ງຮ້ອຍ

"100" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ພຣະເຈົ້າຊົງໄດ້ເຮັດ​ໃຫ້​ຂ້ອຍ​​ປິ​ຕິຍິນດີມີ​ສຽງຫົວ

ຊາຣາໄດ້ຫົວເລາະເພາະວ່າ ນາງປະຫລາດໃຈ ແລະມີຄວາມສຸກ. ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ເຮັດໃຫ້ຂ້ອຍຫົວດ້ວຍຄວາມຊື່ນຊົມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ທຸກຄົນ​ທີ່​ໄດ້ຍິນ

ສິ່ງທີ່ຜູ້ຄົນຈະໄດ້ຍິນສາມາດເວົ້າໃຫ້ຈະແຈ້ງ. ອາດແປໄດ້ອີກວ່າ: "ທຸກໆຄົນທີ່ໄດ້ຍິນກ່ຽວກັບສິ່ງທີ່ພຣະເຈົ້າໄດ້ເຮັດ ເພື່ອຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໃຜ​ຄວນຈະ​ເວົ້າ​ກັບ​ອັບຣາຮາມ​ວ່າ ຊາຣາ​​ມີ​ລູກເພື່ອ​ນາງ​ໄດ້ດູ​ແລ​

ຄຳຖາມນີ້ສາມາດແປເປັນປະໂຫຍກຫນຶ່ງໄດ້. ອາດແປໄດ້ອີກວ່າ: "ຈະບໍ່ມີໃຜເວົ້າກັບອັບຣາຮາມອີກຕໍ່ໄປວ່າຊາຣາ ຈະລ້ຽງລູກນ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ດູ​ແລ​ລູກ

ນີ້ແມ່ນວິທີການສຸພາບຫນຶ່ງຂອງການລ້ຽງລູກດ້ວຍນໍ້ານົມ. ອາດແປໄດ້ອີກວ່າ: "ລ້ຽງລູກດ້ວຍນົມຂອງຕົນເອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

Genesis 21:8

ເດັກຄົນນັ້ນ​ໄດ້​ຈະເລີນ​ເຕີບໂຕ ແລະ ......ອີຊາກຢ່ານົມ

"ຢ່ານົມ" ເປັນການເວົ້າທີ່ສຸພາບວ່າເດັກໄດ້ເຊົາການໃຫ້ນົມລູກ. ອາດແປໄດ້ອີກວ່າ: "ອີຊາກເຕີບໃຫຍ່, ແລະ ເມື່ອລາວບໍ່ຕ້ອງການນົມແມ່ຂອງລາວ, ອັບຣາຮາມໄດ້ຈັດງານລ້ຽງໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ລູກຊາຍ​ຂອງ​​​ຮາກາ​ຊາວ​ເອຢິບ, ຜູ້ຊຶ່ງນາງໄດ້ເກີດໃຫ້ແກ່ອັບຣາຮາມ

ຊື່ຂອງລູກຊາຍຂອງນາງ ຮາກາ ສາມາດໃສ່ໃນນີ້ເພື່ອໃຫ້ຊັດເຈນຂື້ນ. ອາດແປໄດ້ອີກວ່າ: "ອິດຊະມາເອນ, ລູກຊາຍຂອງຮາກາ ຊາວເອຢີບ ແລະ ອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ເຢາະເຢີ້ຍ

ມັນສາມາດລະບຸໄດ້ຢ່າງຈະແຈ້ງວ່າລາວກຳລັງຂົ່ມຂູ່ ຫລືຫົວຂວັນອີຊາກ. ອາດແປໄດ້ອີກວ່າ: "ກຳລັງຫົວຂວັນອີຊາກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 21:10

ນາງຈຶ່ງໄດ້​ເວົ້າ​ກັບ​ອັບຣາຮາມ

"ຊາຣາໄດ້​ເວົ້າ​ກັບ​ອັບຣາຮາມ"

ຈົ່ງ​ສົ່ງ​

"ໄລ່ຫນີ" ຫລື "ສົ່ງອອກໄປ"

​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ ​ລູກຊາຍ​ຂອງ​ນາງ​

ນີ້ຫມາຍເຖິງນາງຮາກາ ແລະ ອິດຊະມາເອນ. ຊາຣາອາດຈະບໍ່ອ້າງເຖິງຊື່ພວກເຂົາເພາະວ່ານາງໃຈຮ້າຍໃຫ້ພວກເຂົາ.

ກ​ັບລູກຊາຍ​ຂອງຂ້ອຍ, ກັບອີຊາກ

"ກ​ັບລູກຊາຍ​ຂອງຂ້ອຍອີຊາກ"

ສິ່ງນີ້​ເຮັດໃຫ້​​ອັບຣາຮາມເປັນທຸກໃຈຫລາຍ

"ອັບຣາຮາມເປັນທຸກໃຈຫລາຍກັບສິ່ງທີ່ ຊາຣາໄດ້ເວົ້າ"

ເພາະ​​ລູກ​ຊາຍຂອງ​ເພິ່ນ​ຄື​ກັນ

"ເພາະວ່າມັນກ່ຽວກັບລູກຊາຍຂອງລາວເຊັ່ນກັນ." ຫມາຍຄວາມວ່າລູກຊາຍຂອງລາວ, ອິດຊະມາເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 21:12

ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ, ແລະ ເພາະຄົນ​ຮັບໃຊ້​ຍິງ​ຂອງເຈົ້າ

"ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ ແລະ ​ຍິງຮັບໃຊ້​ຂອງເຈົ້າ"

ຈົ່ງຟັງຄຳຂອງນາງໃນທຸກສິ່ງທີ່ນາງເວົ້າແກ່ເຈົ້າໃນເລື່ອງນີ້

ໃນນີ້ຄຳວ່າ “ຄຳ” ຫມາຍເຖິງສິ່ງທີ່ຖືກເວົ້າ. ອາດແປໄດ້ອີກວ່າ: "ເຮັດທຸກສິ່ງທີ່ຊາຣາເວົ້າກັບ ເຈົ້າກ່ຽວກັບພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເພາະ​ໂດຍ​ທາງ​ອີຊາກ​ເຊື້ອສາຍ​ຂອງເຈົ້າຈະມີຊື່ສຽງ

ວະລີທີ່ວ່າ "ຈະມີຊື່" ຫມາຍຄວາມວ່າຄົນທີ່ເກີດມາຜ່ານອີຊາກ ແມ່ນຜູ້ທີ່ພຣະເຈົ້າຖືວ່າເປັນເຊື້ອສາຍທີ່ລາວໄດ້ສັນຍາໄວ້ກັບອັບຣາຮາມ. ປະໂຫຍກນີ້ສາມາດເປັນຮູບແບບກະທຳ. ອາດແປໄດ້ອີກວ່າ: "ອີຊາກແມ່ນຜູ້ທີ່ຈະເປັນບັນພະບຸຣຸດຂອງບັນດາລູກຫລານ ທີ່ເຮົາສັນຍາວ່າຈະໃຫ້ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເຮົາ​ຈະ​ເຮັດໃຫ້​​ລູກຊາຍ​ຂອງ​ຍິງຮັບໃຊ້​ຄົນນັ້ນເປັນ​ປະເທດ​ຫນຶ່ງດ້ວຍ

ຄຳວ່າ “ປະເທດ” ຫມາຍຄວາມວ່າພຣະເຈົ້າຈະໃຫ້ລາວມີເຊື້ອສາຍຫລວງຫລາຍ ເພື່ອໃຫ້ພວກເຂົາກາຍເປັນປະຊາຊາດທີ່ຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຊາຍຂອງຜູ້ຮັບໃຊ້ກາຍເປັນພໍ່ຂອງຊາດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 21:14

ເອົາ​ເຂົ້າຈີ່

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ຫມາຍເຖິງອາຫານໂດຍທົ່ວໄປ ຫລື 2) ນີ້ຫມາຍເຖິງເຂົ້າສະເພາະເຂົ້າຈີ່. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

​ນໍ້າ​ຫນຶ່ງ​ຖົງ​ຫນັງ

"ຖົງນໍ້າ." ເຕົ້ານໍ້າຖືກສ້າງຂື້ນຈາກຫນັງສັດ.

ເມື່ອ​ນໍ້າ​ໃນ​ຖົງ​ຫນັງ​ຫມົດ

"ເມື່ອນໍ້າໃນຖົງຫນັງຫມົດ" ຫລື "ເມື່ອພວກເຂົາດື່ມນໍ້າຫມົດແລ້ວ"

ໄລຍະໄກ​ປະມານ​ລູກ​ທະນູ​ຕົກ

ນີ້ຫມາຍເຖິງໄລຍະທາງທີ່ຄົນເຮົາ ສາມາດຍິງລູກສອນດ້ວຍລູກທະນູ. ນີ້ແມ່ນປະມານ 100 ແມັດ.

ຢ່າໃຫ້ຂ້ອຍ​ຫລຽວເບິ່ງຄວາມຕາຍຂອງ​ເດັກ​ນັ້ນ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຕາຍ" ສາມາດຖືກກ່າວເຖິງວ່າ "ຕາຍ". ອາດແປໄດ້ອີກວ່າ: "ຂ້ອຍບໍ່ຢາກເບິ່ງລູກຂ້ອຍຕາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ນາງໄດ້ຮ້ອງສຽງດັງ​ຮ້ອງໄຫ້​ຂຶ້ນ

ໃນນີ້ "ສຽງ" ຫມາຍເຖິງສຽງຮ້ອງໄຫ້ຂອງນາງ. ເພື່ອ “ຮ້ອງສຽງດັງ​” ຫມາຍເຖິງການຮ້ອງໄຫ້ດັງໆ. ອາດແປໄດ້ອີກວ່າ: "ນາງຮ້ອງອອກສຽງດັງ ແລະ ຮ້ອງໄຫ້" ຫລື "ນາງຮ້ອງໄຫ້ດ້ວຍສຽງດັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-idiom)

Genesis 21:17

ສຽງຂອງເດັກນັ້ນ

"ສຽງຂອງເດັກຊາຍ." ຢູ່ທີ່ນີ້ຄຳວ່າ “ສຽງ” ຫມາຍເຖິງສຽງຂອງເດັກຜູ້ຊາຍຮ້ອງໄຫ້ ຫລື ເວົ້າ. ອາດແປໄດ້ອີກວ່າ: "ສຽງຂອງອິດຊະມາເອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທູດສະຫວັນຂອງພຣະເຈົ້າ

"ທູດສົ່ງຂ່າວຂອງພຣະເຈົ້າ" ຫລື "ທູດຂອງພຣະເຈົ້າ"

ຈາກທ້ອງຟ້າ

ໃນນີ້ຄຳວ່າ "ທ້ອງຟ້າ" ຫມາຍເຖິງສະຖານທີ່ທີ່ພຣະເຈົ້າສະຖິດ.

ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ?

"ມີຫຍັງຜິດປົກກະຕິ" ຫລື "ເປັນຫຍັງເຈົ້າຈິ່ງຮ້ອງໃຫ້"

​ສຽງ​ເດັກນັ້ນເຂົາຢູ່ໃສ

ຢູ່ທີ່ນີ້ຄຳວ່າ “ສຽງ” ຫມາຍເຖິງສຽງຂອງເດັກຜູ້ຊາຍຮ້ອງໄຫ້ຫລື ເວົ້າ. ອາດແປໄດ້ອີກວ່າ: "ສຽງຂອງເດັກຊາຍທີ່ນອນຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຍົກເດັກນັ້ນຂຶ້ນ

"ຊ່ວຍເດັກຄົນນັ້ນ"

ເຮົາ​ຈະ​ເຮັດໃຫ້​ເຂົາເປັນຊົນຊາດ​ທີ່ຍິ່ງໃຫຍ່ຊົນຊາດຫນຶ່ງ

ການທີ່ຈະເຮັດໃຫ້ອິດຊະມາເອນ ກາຍເປັນປະເທດທີ່ຍິ່ງໃຫຍ່ ຫມາຍຄວາມວ່າພຣະເຈົ້າຈະໃຫ້ລູກຫລານຫລາຍຄົນ ຊຶ່ງຈະກາຍເປັນຊົນຊາດໃຫຍ່. ອາດແປໄດ້ອີກວ່າ: "ເຮົາຈະເຮັດໃຫ້ລູກຫລານຂອງລາວກາຍເປັນຊົນຊາດທີ່ຍິ່ງໃຫຍ່" ຫລື "ເຮົາຈະເຮັດໃຫ້ລາວກາຍເປັນບັນພະບຸຣຸດຂອງຊົນຊາດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 21:19

ພຣະເຈົ້າ​ຊົງໄດ້​ເປີດຕາຂອງນາງ

ພຣະເຈົ້າເຮັດໃຫ້ນາງຮາກາເຫັນນໍ້າສ້າງ ຄືກັບວ່າລາວເປີດຕາຂອງນາງແທ້ໆ. ອາດແປໄດ້ອີກວ່າ: "ພຣະເຈົ້າເຮັດໃຫ້ນາງຮາກາເບິ່ງເຫັນ "ຫລື " ພຣະເຈົ້າໄດ້ສະແດງໃຫ້ນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

​ຖົງຫນັງ

"ເຕົ້າໃສ່ນໍ້າທີ່ເຮັດດ້ວຍຫນັງສັດ" ຫລື "ຖົງ"

ລູກຊາຍ​

"ເດັກຊາຍ" ຫລື "ອິດຊະມາເອນ"

ພຣະເຈົ້າ​ໄດ້ປະທັບຢູ່​ນຳ​ເດັກ​​ນັ້ນ

ວະລີນີ້ທີ່ວ່າ "ຢູ່ກັບ" ແມ່ນຄຳເວົ້າທີ່ຫມາຍຄວາມວ່າ ພຣະເຈົ້າໄດ້ຊ່ວຍ ຫລື ອວຍພອນເດັກຊາຍ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ນຳພາເດັກຊາຍ" ຫລື "ພຣະເຈົ້າໄດ້ອວຍພອນເດັກຊາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ກາຍເປັນ​ມືທະນູ

"ກາຍເປັນ​ຄົນທີ່ມີຄວາມສຳນານໃນການຍິງທະນູ"

ໄດ້​ຫາ​ເມຍ

"ໄດ້​ເມຍ"

Genesis 21:22

ໃນ​ເວ​ລານັ້ນ

ສຳນວນນີ້ຫມາຍເຖິງຈຸດເລີ່ມຕົ້ນພາກໃຫມ່ຂອງບົດ. ຖ້າພາສາຂອງທ່ານມີສັບດັ່ງກ່າວນີ້, ທ່ານສາມາດພິຈາລະນານຳ ໃຊ້ທີ່ນີ້ໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ຟິໂກນ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

​ແມ່​ທັບ

"ຜູ້ບັງຄັບບັນຊາກອງທະຫານ"

ແມ່​ທັບ​ຂອງ​ເພິ່ນ

ຄຳນີ້ "ຂອງເພິ່ນ" ຫມາຍເຖິງ ອາບີເມເຫລັກ.

ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ. ໃນທຸກສິ່ງທີ່​ເຈົ້າ​​ເຮັດ

ໃນນີ້ວະລີທີ່ວ່າ "ຢູ່ກັບເຈົ້າ" ແມ່ນສຳນວນທີ່ຫມາຍຄວາມວ່າພຣະເຈົ້າຊ່ວຍ ຫລື ອວຍພອນອັບຣາຮາມ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າອວຍພອນທຸກສິ່ງທີ່ເຈົ້າເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ສະນັ້ນ ບັດນີ້

ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈ ຕໍ່ຈຸດສຳຄັນທີ່ຕິດຕາມມາ. ອາດແປໄດ້ອີກວ່າ: "ເພາະສະນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈົ່ງ​ປະຕິຍານ​ຕໍ່ເຮົາໃນ​ທີ່​ນີ້​ໂດຍ​ພຣະເຈົ້າ​

ນີ້ແມ່ນສຳນວນຫນຶ່ງ ສຳລັບການໃຫ້ຄຳສາບານ ໂດຍໃຫ້ມີສິ່ງສັກສິດເປັນພະຍານ, ໃນຕົວຢ່າງນີ້ແມ່ນຫມາຍເຖິງພຣະເຈົ້າ. ອາດແປໄດ້ອີກວ່າ: "ສັນຍາກັບເຮົາ ໂດຍໃຫ້ພຣະເຈົ້າເປັນພະຍານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ທີ່ ເຈົ້າ​ຈະ​ບໍ່​ປະພຶດຢ່າງຜິດໆກັບເຮົາ

"ທີ່ເຈົ້າ​ຈະ​ບໍ່​ຕົວະເຮົາ"

​ຈະ​ບໍ່​ປະພຶດຢ່າງຜິດ.....​ກັບເຊື້ອສາຍທັງຫລາຍ​ຂອງເຮົາ

ປະໂຫຍກນີ້ສາມາດເປັນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ຈະປະຕິບັດກັບຂ້ອຍ ແລະ ລູກຫລານຂອງຂ້ອຍຢ່າງສັດຊື່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublenegatives)

ຈົ່ງ​ສະແດງແກ່ເຮົາ...​ແກ່ດິນແດນ​ຊຶ່ງເຈົ້າກຳລັງອາໄສ​ຢູ່​ນີ້

ຊາຍທັງສອງໄດ້ເຮັດພັນທະສັນຍາເຊິ່ງກັນ ແລະ ກັນ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເຖິງວ່າ "ຊື່ສັດ" ຫລື "ຈົງຮັກພັກດີ". ອາດແປໄດ້ອີກວ່າ: "ຈົ່ງຊື່ສັດຕໍ່ຂ້ອຍ ແລະແຜ່ນດິນ ຄືກັບທີ່ຂ້ອຍເຄີຍເຮັດຕໍ່ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຂອງແຜ່ນດິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ປະຕິຍານ

ປະໂຫຍກນີ້ສາມາດເປັນຂໍ້ມູນເພື່ອເຮັດໃຫ້ເຮົາເຂົ້າໃຈ. ອາດແປໄດ້ອີກວ່າ: "ຂ້າພຣະເຈົ້າສາບານວ່າທ່ານຈະສັດຊື່ຕໍ່ທ່ານ ແລະປະຊາຊົນຂອງທ່ານ ຄືກັບທີ່ທ່ານເຄີຍເຮັດຕໍ່ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 21:25

ອັບຣາຮາມ​ຍັງໄດ້ເວົ້າກັບ​ອາບີເມເຫລັກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອັບຣາຮາມໄດ້ຈົ່ມກ່ຽວກັບສິ່ງທີ່ເກີດຂື້ນ ຫລື 2) "ອັບຣາຮາມຍັງສັ່ງຫ້າມ ອາບີເມເຫລັກ"

​ເຖິງ​ເລື່ອງ​ນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ອາບີເມເຫລັກ​ໄດ້​ຢຶດໄປ​ຈາກເພິ່ນນັ້ນ

"ເພາະວ່າຜູ້ຮັບໃຊ້ຂອງອາບີເມເລກໄດ້ຢຶດເອົານໍ້າສ້າງແຫ່ງ ຫນຶ່ງຂອງອັບຣາຮາມ"

​ຢຶດໄປ​ຈາກເພິ່ນ

"ເອົາມາຈາກອັບຣາຮາມ" ຫລື "ໄດ້ເຂົ້າຄວບຄຸມ"

​ເຮົາ​ບໍ່ເຄີຍໄດ້ຍິນ​ເລື່ອງ​ນີ້ມາກ່ອນຈົນເຖິງວັນນີ້

"ນີ້ແມ່ນຄັ້ງທຳອິດທີ່ເຮົາໄດ້ຍິນກ່ຽວກັບເລື່ອງນີ້"

ອັບຣາຮາມ​ກໍໄດ້​ເອົາ​ແກະ​, ແລະງົວບາງໂຕມອບໃຫ້ອາບີເມເຫລັກ

ນີ້ແມ່ນສັນຍາລັກຂອງມິດຕະພາບ ແລະ ສະແດງວ່າອັບຣາຮາມຕົກລົງທີ່ຈະເຮັດພັນທະສັນຍາກັບອາບີເມເຫລັກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

Genesis 21:28

ອັບຣາຮາມ​ໄດ້​ແຍກ​ເອົາ​ລູກແກະ​​ໂຕ​ແມ່ເຈັດໂຕ ອອກ​ມາ​ຈາກ​ຝູງແກະຕາມທີ່ກຳນົດໄວ້

"ອັບຣາຮາມແຍກລູກແກະແມ່ເຈັດໂຕອອກຈາກຝູງ"

ເຈັດ

"7" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ລູກແກະໂຕແມ່ເຈັດໂຕເຫລົ່ານີ້ທີ່ເຈົ້າ​ໄດ້ຈັດແຍກຕາມທີ່ກຳນົດໄວ້ມີຄວາມຫມາຍແນວໃດ?

"ເປັນຫຍັງເຈົ້າຈຶ່ງແຍກລູກແກະເຈັດໂຕນີ້ ອອກຈາກຝູງຂອງມັນ?"

ເຈົ້າຈະຮັບ

"ເຈົ້າຈະໄດ້"

ຈາກມືຂອງຂ້ານ້ອຍ

ໃນນີ້ຄຳວ່າ “ມື” ຫມາຍເຖິງອັບຣາຮາມ. ອາດແປໄດ້ອີກວ່າ: "ຈາກຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ມັນຈະ​ເປັນພະຍານ

ຄຳວ່າ "ມັນ" ຫມາຍເຖິງຂອງຂວັນລູກ ແກະເຈັດໂຕ.

ນີ້ແຫລະຈະ​ເປັນພະຍານສຳລັບຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ພະຍານ" ສາມາດຖືກກ່າວເປັນ "ການພິສູດ." ອາດແປໄດ້ອີກວ່າ: "ເພື່ອພິສູດໃຫ້ທຸກຄົນເຫັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

Genesis 21:31

ເຂົາຈຶ່ງ​ໄດ້ເອີ້ນ​ສະຖານທີ່ນັ້ນ

"ອັບຣາຮາມຈຶ່ງ​ໄດ້ເອີ້ນ​ສະຖານທີ່ນັ້ນ"

ເບຍເອເຊບາ

ຜູ້ແປອາດຈະເພີ່ມ ຄຳເວົ້າທີ່ເວົ້າວ່າ "ເບຍເອເຊບາ ສາມາດຫມາຍ ຄວາມວ່າ "ຄຳສາບານ" ຫລື "ດີເຈັດຄຳ."

ພວກເຂົາທັງສອງ

"ອັບຣາຮາມ ແລະ ​ອາບີເມເຫລັກ"

​ຟິໂກນ

ນີ້ແມ່ນຊື່ຂອງຜູ້ຊາຍ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 21:22.

ໄດ້​ກັບໄປຍັງ​ດິນແດນ​ຊາວ​ຟີລິດສະຕິນ

"ກັບໄປທີ່ແຜ່ນດິນຟີລິດສະຕິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 21:33

ຕົ້ນ​ສົນຫມອກ

ນີ້ແມ່ນຕົ້ນໄມ້ຂຽວຕະຫລອດປີທີ່ ສາມາດເຕີບໃຫຍ່ຂື້ນໃນທະເລຊາຍ. ມັນສາມາດຖືກກ່າວເຖິງໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ຕົ້ນໄມ້ຕົ້ນຫນຶ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ພຣະເຈົ້າ​ນິຣັນດອນ

"ພຣະເຈົ້າຜູ້ຊົງດຳລົງຢູ່ເປັນນິດ"

ຫລາຍວັນ

ປະໂຫຍກນີ້ຫມາຍເຖິງໃນໄລຍະເວລາໃດຫນຶ່ງທີ່ຍາວນານ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)