Genesis 20

Genesis 20:1

ຊູເຣ

ນີ້ແມ່ນເຂດທະເລຊາຍຕິດກັບຊາຍແດນທາງທິດຕາເວັນອອກຂອງເອຢີບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ໄດ້ສົ່ງຜູ້ຊາຍຂອງພະອົງມາ ແລະ ພວກເຂົາໄດ້ນຳຊາຣາໄປ

"ສົ່ງຜູ້ຊາຍຂອງພະອົງມາຮັບເອົາຊາຣາໄປໃຫ້ລາວ"

ພຣະເຈົ້າຊົງໄດ້ສະເດັດມາຫາອາບີເມເຫລັກ

"ພຣະເຈົ້າຊົງສະແດງຕົນແກ່ອາບີເມເຫລັກ"

ເບິ່ງເຖີດ

ຕໍ່ໄປນີ້ຄຳວ່າ “ເບິ່ງເຖີດ” ເພີ່ມຄວາມສຳຄັນຕໍ່ສິ່ງທີ່ຕາມມາ. "ຟັງຂ້ອຍ"

ເຈົ້າເປັນຜູ້ຊາຍທີ່ຕາຍແລ້ວ

ນີ້ແມ່ນວິທີການເວົ້າທີ່ຮຸນແຮງ ທີ່ວ່າກະສັດຈະຕາຍ. ອາດແປໄດ້ອີກວ່າ: "ເຈົ້າຈະຕາຍໃນໄວໆ ນີ້" ຫລື "ເຮົາຈະຂ້າເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ນາງມີຜົວແລ້ວ

"ນາງໄດ້ແຕ່ງງານແລ້ວ."

Genesis 20:4

ຂະນະນັ້ນ.....ນາງ

ຄຳສັບນີ້ຖືກນຳໃຊ້ ໃນປະໂຫຍກນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນກ່ຽວກັບ ອາບີເມເຫລັກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ອາບີເມເຫລັກຍັງບໍ່ໄດ້ເຂົ້າໃກ້ນາງ

ນີ້ແມ່ນວິທີການເວົ້າແບບສຸພາບ ທີ່ວ່າລາວບໍ່ທັນໄດ້ຮ່ວມເພດກັບນາງ. ອາດແປໄດ້ອີກວ່າ: "ອາບີເມເຫລັກຍັງບໍ່ໄດ້ນອນກັບຊາຣາ" ຫລື "ອາບີເມເຫລັກຍັງບໍ່ໄດ້ແຕະຕ້ອງຊາຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ປະຊາຊົນທີ່ບໍ່ມີຄວາມຜິດບໍ

ໃນນີ້ຄຳວ່າ “ປະຊາຊົນ” ຫມາຍເຖິງຄົນ. ອາບີເມເຫລັກກັງວົນວ່າພຣະເຈົ້າຈະລົງໂທດບໍ່ພຽງແຕ່ຕົວລາວເທົ່ານັ້ນ, ແຕ່ປະຊາຊົນຂອງລາວນຳອີກ. ອາດແປໄດ້ອີກວ່າ: "ແມ່ນແຕ່ຄົນທີ່ບໍລິສຸດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ. ແລະ ຕົວນາງເອງກໍໄດ້ເວົ້າວ່າເຂົາຄືອ້າຍຂອງລາວ.'

ປະໂຫຍກນີ້ແມ່ນອ້າງອີງຄຳເວົ້າໃນວົງຢືມ. ພວກມັນສາມາດຖືກກ່າວເຖິງ ເປັນຂໍ້ອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ແມ່ນແຕ່ນາງເອງບໍ່ໄດ້ບອກຂ້ານ້ອຍວ່ານາງເປັນນ້ອງສາວຂອງລາວບໍ?

ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ?'

ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ເພື່ອຢໍ້າເຕືອນ ພຣະເຈົ້າກ່ຽວກັບບາງສິ່ງທີ່ພຣະເຈົ້າຮູ້ແລ້ວ. ນີ້ສາມາດແປເປັນປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: "ອັບຣາຮາມເອງໄດ້ບອກຂ້ານ້ອຍວ່ານາງແມ່ນນ້ອງສາວຂອງຂ້ອຍ." ຫລື "ອັບຣາຮາມໄດ້ກ່າວວ່ານາງແມ່ນນ້ອງສາວຂອງລາວ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ....ຕົວນາງເອງ

ຄຳເວົ້າທີ່ວ່າ "ລາວເອງ" ແລະ "ນາງເອງ" ແມ່ນໃຊ້ເພື່ອເນັ້ນເຖິງອັບຣາຮາມ ແລະ ຊາຣາ ແລະ ກ່າວໂທດພວກເຂົາສຳລັບສິ່ງທີ່ເກີດຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rpronouns)

ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມບໍຣິສຸດໃຈຂອງຂ້ານ້ອຍ ແລະ ມືບໍ່ໄດ້ເຮັດຜິດຫຍັງເລີຍ."

ໃນນີ້ຄຳວ່າ “ໃຈ” ຫມາຍເຖິງຄວາມຄິດ ຫລື ຄວາມຕັ້ງໃຈຂອງລາວ. ຄຳວ່າ "ມື" ຍັງຫມາຍເຖິງການກະທຳຂອງລາວ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມຕັ້ງໃຈ ແລະ ການກະທຳທີ່ດີ" ຫລື "ຂ້ານ້ອຍໄດ້ເຮັດສິ່ງນີ້ໂດຍບໍ່ມີຄວາມຄິດ ແລະ ການກະທຳທີ່ຊົ່ວຮ້າຍໃດໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 20:6

ພຣະເຈົ້າຈຶ່ງໄດ້ຕອບແກ່ເພິ່ນ

"ພຣະເຈົ້າຈຶ່ງໄດ້ຕອບ ແກ່ອາບີເມເຫລັກ"

ເຈົ້າໄດ້ເຮັດສິ່ງນີ້ດ້ວຍ ຄວາມຊື່ສັດຈາກໃຈຂອງເຈົ້າ

ໃນນີ້ຄຳວ່າ “ໃຈ” ຫມາຍເຖິງຄວາມຄິດ ຫລື ຄວາມຕັ້ງໃຈຂອງລາວ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດສິ່ງນີ້ໂດຍເຈດຕະນາດີ" ຫລື "ທ່ານໄດ້ເຮັດສິ່ງນີ້ໂດຍບໍ່ມີຄວາມຕັ້ງໃຈຊົ່ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແຕະຕ້ອງນາງ

ນີ້ແມ່ນຄຳເວົ້າທີ່ສຸພາບສຳລັບການມີເພດສຳພັນກັບຊາຣາ. ອາດແປໄດ້ອີກວ່າ: "ນອນກັບນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເມຍຂອງລາວ

"ເມຍຂອງອັບຣາຣາມ"

ເຈົ້າຈະມີຊີວິດຢູ່

"ເຮົາຈະໃຫ້ເຈົ້າມີຊີວິດຢູ່"

ປະຊາຊົນທັງຫມົດ ທີ່ເປັນຂອງເຈົ້າ

"ປະຊາຊົນຂອງເຈົ້າທັງຫມົດ"

Genesis 20:8

ຊົງໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດແກ່ພວກເຂົາຟັງ

"ລາວໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດ ທີ່ພຣະເຈົ້າໄດ້ບອກແກ່ເພິ່ນ"

ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ?

ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ ເພື່ອກ່າວຫາອັບຣາຣາມ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດສິ່ງທີ່ບໍ່ດີຕໍ່ພວກເຮົາ!" ຫລື "ເບິ່ງສິ່ງທີ່ທ່ານໄດ້ເຮັດກັບພວກເຮົາແມ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ກັບພວກເຮົາ

ຄຳວ່າ "ພວກເຮົາ" ຢູ່ນີ້ແມ່ນເຈາະຈົງສະເພາະ ແລະ ບໍ່ລວມເອົາອັບຣາຣາມ ແລະ ຊາຣາ. ຖ້າພາສາຂອງທ່ານມີຮູບແບບການໃຊ້ຄຳສັບສະເພາະ "ພວກເຮົາ" ຫລື "ເຮົາ," ໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ເຮົາໄດ້ເຮັດບາບຕໍ່ສູ້ກັບເຈົ້າຢ່າງໃດ, ເຈົ້າໄດ້ນຳ......ຄວາມບາບ?

ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ເພື່ອເຕືອນອັບຣາມວ່າ ລາວບໍ່ໄດ້ເຮັດຜິດຕໍ່ອັບຣາຣາມປະການໃດເລີຍ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ເຮັດຫຍັງຜິດແກ່ເຈົ້າ ທີ່ເຮັດໃຫ້ເຈົ້າ ຊຶ່ງນຳ ... ບາບ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເຈົ້າໄດ້ນຳຄວາມບາບທີ່ຍິ່ງໃຫຍ່ມາເທິງເຮົາ ແລະ ອານາຈັກຂອງເຮົາ

ການທີ່ເຮັດໃຫ້ຜູ້ໃດຜູ້ຫນຶ່ງມີຄວາມຜິດ ໃນການເຮັດບາບຖືກກ່າວເຖິງວ່າ “ບາບ” ແມ່ນສິ່ງທີ່ສາມາດວາງປົງໃສ່ເທິງຄົນ. ອາດຈະແປໄດ້ອີກວ່າ: "ເຈົ້າຈະເຮັດໃຫ້ຂ້ອຍ ແລະ ອານາຈັກຂອງຂ້ອຍ ມີຄວາມຜິດຕໍ່ບາບທີ່ຮ້າຍແຮງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ອານາຈັກຂອງເຮົາ

ໃນນີ້ “ອານາຈັກ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເຫນືອປະຊາຊົນໃນອານາຈັກຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຈົ້າໄດ້ເຮັດຕໍ່ເຮົາໃນສິ່ງທີ່ບໍ່ຄວນເຮັດ

"ເຈົ້າບໍ່ຄວນເຮັດຕໍ່ເຮົາເຊັ່ນນີ້"

Genesis 20:10

"ແມ່ນຫຍັງ ເຮັດໃຫ້ເຈົ້າເຮັດສິ່ງນີ້?

"ແມ່ນຫຍັງເປັນເຫດໃຫ້ເຈົ້າເຮັດສິ່ງນີ້?" ຫລື "ເປັນຫຍັງເຈົ້າຈິ່ງເຮັດແນວນີ້?" ສິ່ງທີ່ອັບຣາຣາມໄດ້ເຮັດສາມາດລະບຸໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເປັນຫຍັງເຈົ້າບອກຂ້ອຍວ່າຊາຣາ ເປັນນ້ອງສາວຂອງເຈົ້າ?" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຂ້ານ້ອຍໄດ້ຄິດວ່າແນ່ນອນ, ໃນສະຖານທີ່ນີ້ຄົງຈະບໍ່ມີໃຜຢຳເກງພຣະເຈົ້າ, ແລະ ພວກເຂົາອາດສັງຫານຂ້ານ້ອຍເພາະເມຍຂອງຂ້ານ້ອຍ

ນີ້ແມ່ນການຢືມຄຳເວົ້າ. ມັນສາມາດລະບຸໄດ້ໃນທາງອ້ອມ. ອາດແປໄດ້ອີກວ່າ: "ເນື່ອງຈາກຂ້ອຍຄິດວ່າບໍ່ມີໃຜທີ່ນີ້ຢ້ານກົວພຣະເຈົ້າ, ໃຜຜູ້ຫນຶ່ງອາດຈະຂ້າ ຂ້ານ້ອຍເພື່ອຈະເອົາເມຍຂອງຂ້ານ້ອຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ໃນສະຖານທີ່ນີ້ຄົງຈະບໍ່ມີໃຜຢຳເກງພຣະເຈົ້າ

ໃນນີ້ຄຳວ່າ "ສະຖານທີ່" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ບໍ່ມີໃຜຢູ່ທີ່ນີ້ທີ່ເກີຣາຢ້ານກົວພຣະເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ນອກຈາກນັ້ນ, ຄວາມເປັນຈິງແລ້ວນາງເປັນນ້ອງສາວຂອງຂ້ານ້ອຍ

"ນອກຈາກນີ້, ມັນແມ່ນຄວາມຈິງທີ່ວ່າຊາຣາ ເປັນນ້ອງສາວຂອງຂ້ານ້ອຍແທ້" ຫລື "ນອກຈາກນີ້, ຊາຣາກໍ່ເປັນນ້ອງສາວຂອງຂ້ານ້ອຍ"

ນາງເປັນລູກສາວຂອງພໍ່ຂອງຂ້ານ້ອຍ, ແຕ່ບໍ່ແມ່ນລູກສາວຂອງແມ່ຂອງຂ້ານ້ອຍ

"ພວກເຮົາມີພໍ່ຄົນດຽວກັນ, ແຕພວກເຮົາມີແມ່ຕ່າງກັນ"

Genesis 20:13

ຂໍ້ມູນທົ່ວໄປ:

ໃນຂໍ້13 ແມ່ນການສືບຕໍ່ຄຳຕອບຂອງອັບຣາຣາມຕໍ່ອາບີເມເຫລັກ.

ບ້ານຂອງພໍ່ຂອງຂ້ານ້ອຍ

ຢູ່ທີ່ນີ້ "ບ້ານ" ຫມາຍເຖິງຄອບຄົວຂອງອັບຣາຣາມ. ອາດແປໄດ້ອີກວ່າ: "ພໍ່ຂອງຂ້ານ້ອຍ ແລະ ສ່ວນຄົນໃນຄອບຄົວຂ້ານ້ອຍ" ຫລື "ຄອບຄົວຂອງພໍ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຂ້ານ້ອຍໄດ້ເວົ້າກັບນາງວ່າ, ເຈົ້າຕ້ອງສະແດງເຖິງຄວາມສັດຊື່ນີ້ເຊັ່ນເມຍຂອງຂ້ອຍ, ຄືໃນທຸກບ່ອນທີ່ເຮົາຈະໄປໃຫ້ເວົ້າເຖິງຂ້ອຍວ່າ, "ຂ້ອຍເປັນອ້າຍຂອງເຈົ້າ.""

ປະໂຫຍກນີ້ແມ່ນການຢືມຄຳເວົ້າ ໃນປະໂຫຍກທີ່ຖືກຢືມຄຳເວົ້າອີກ. ພວກມັນສາມາດຖືກກ່າວໃນຮູບແບບທາງອ້ອມ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເວົ້າກັບຊາຣາວ່າ ຂ້ານ້ອຍຕ້ອງການໃຫ້ນາງຊື່ສັດກັບຂ້ານ້ອຍ ໂດຍບອກຄົນທັງຫລາຍວ່າຂ້ານ້ອຍເປັນອ້າຍຂອງນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ອາບີເມເຫລັກໄດ້ນຳ

"ອາບີເມເຫລັກໄດ້ນຳເອົາບາງ"

Genesis 20:15

ອາບີເມເຫລັກໄດ້ເວົ້າ

"ອາບີເມເຫລັກໄດ້ເວົ້າກັບອັບຣາຣາມ"

ເບິ່ງເຖີດ

ໃນນີ້ ແລະ ໃນຂໍ້ 16 ຄຳວ່າ "ເບິ່ງ" ເພີ່ມຄວາມສົນໃຈຕໍ່ສິ່ງທີ່ຕິດຕາມມາ.

ດິນແດນຂອງເຮົາຢູ່ກັບເຈົ້າແລ້ວ

ນີ້ແມ່ນວິທີການເວົ້າວ່າ "ເຮົາອະນຸຍາດໃຫ້ເຈົ້າອາໃສຢູ່ໃນດິນແດນຂອງເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຈົ່ງເລືອກເອົາຢຸ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ

"ອາໃສບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ"

ຫນຶ່ງພັນ

"1,000" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະ ຕໍ່ ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ

ການໃຫ້ເງິນເພື່ອພິສູດໃຫ້ຄົນອື່ນຮູ້ວ່າ ຊາຣາ ແມ່ນເປັນຜູ້ບໍຣິສຸດ ຖືກກ່າວເຖິງປານກັບວ່າເຂົາກຳລັງປົກປິດການກະທຳຜິດນັ້ນ ບໍ່ໃຫ້ມີໃຜເຫັນໄດ້. ອາດແປໄດ້ອີກວ່າ: "ຂ້ອຍກຳລັງໃຫ້ສິ່ງນີ້ແກ່ລາວ, ເພື່ອຄົນທັງຫລາຍທີ່ຢູ່ກັບເຈົ້າ ຈະຮູ້ວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ກາງສາຍຕາ

ໃນນີ້ຄຳວ່າ “ຕາ” ຫມາຍເຖິງຄວາມຄິດ ຫລື ຄວາມເຫັນຂອງຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ

ວະລີທີ່ວ່າ "ເຮັດຖືກຕ້ອງ" ສາມາດຖືກລະບຸໃນຮູບແບບປະໂຫຍກກະທຳ. ອາດແປອີກໄດ້ວ່າ: "ທຸກໆ ຄົນຈະຮູ້ວ່າທ່ານເປັນຄົນບໍຣິສຸດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 20:17

ເປັນຫມັນຢ່າງສົມບູນ

"ບໍ່ສາມາດມີລູກໄດ້ເລີຍ"

ເພາະເລື່ອງຂອງຊາຣາ, ເມຍຂອງອັບຣາຮາມ

ຄວາມຫມາຍເຕັມແມ່ນ ສາມາດລະບຸໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເພາະວ່າອາບີເມເຫລັກໄດ້ເອົາເມຍຂອງອັບຣາຣາມ ຊາຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)