Genesis 19

Genesis 19:1

ທູດສະຫວັນສອງຕົນ

ປະຖົມມະການໃນຂໍ້ 18 ບອກວ່າມີຜູ້ຊາຍສອງຄົນໄປເມືອງໂຊໂດມ. ໃນທີ່ນີ້ພວກເຮົາໄດ້ຮູ້ວ່າພວກເຂົາເປັນເທວະດາແທ້ໆ. (ເບິ່ງເພີ່ມເຕີມ: 18:22)

ປະຕູເມືອງໂຊໂດມ

"ທາງເຂົ້າເມືອງໂຊໂດມ." ເມືອງມີກຳແພງອ້ອມ, ແລະຜູ້ຄົນຕ້ອງຜ່ານປະຕູເພື່ອເຂົ້າໄປໃນເມືອງນັ້ນ. ນີ້ແມ່ນສະຖານທີ່ ສຳຄັນທີ່ສຸດໃນເມືອງຫນຶ່ງ. ຄົນສຳຄັນມັກຈະໃຊ້ເວລາຢູ່ທີ່ນັ້ນ.

ໄດ້ໂນ້ມຕົວລົງຫນ້າຈຸພື້ນດິນ

ລາວໄດ້ຂຸເຂົ່າລົງພື້ນ ຫຼັງຈາກນັ້ນກົ້ມກາບລົງຫນ້າຜາກ ແລະ ດັງຂອງລາວລົງຈຳພື້ນດິນ.

ເຈົ້ານາຍຂອງຂ້ານ້ອຍເອີຍ

ນີ້ເປັນການສະແດງຄວາມເຄົາລົບຂອງໂລດ ທີ່ມີຕໍ່ເທວະດາ.

ຂ້ານ້ອຍຂໍເຊີນທ່ານແວ່ເຂົ້າໄປໃນບ້ານຜູ້ຮັບໃຊ້ຂອງທ່ານພັກຄ້າງຄືນ

"ກະລຸນາມາ ແລະ ພັກຢູ່ທີ່ເຮືອນຂອງທາດຮັບໃຊ້ຂອງທ່ານເຖີດ"

ບ້ານຜູ້ຮັບໃຊ້ຂອງທ່ານ

ໂລດສະເຫນີຕົວເອງເປັນຜູ້ຮັບໃຊ້ຂອງພວກເຂົາ ເພື່ອສະແດງຄວາມເຄົາລົບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ລ້າງຕີນຂອງທ່ານ

ຄົນມັກລ້າງຕີນຂອງພວກເຂົາ ພາຍຫລັງການເດີນທາງ.

ຕື່ນຂຶ້ນແຕ່ເຊົ້າ

"ຕື່ນຂຶ້ນແຕ່ເຊົ້າ"

ເຮົາຈະພັກຄ້າງຄືນ

ເມື່ອເທວະດາທັງສອງກ່າວແລ້ວ, ພວກເຂົາຫມາຍເຖິງຕົນເອງເທົ່ານັ້ນ, ບໍ່ແມ່ນຕໍ່ໂລດ. ທັງສອງຄົນໄດ້ວາງແຜນທີ່ຈະພັກຄ້າງຄືນທີ່ສີ່ແຍກຂອງເມືອງ. ບາງພາສາຈະໃຊ້ຄຳສັບສະເພາະຄຳວ່າ "ພວກເຮົາ" ຢູ່ນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ສີ່ແຍກ

ທີ່ນີ້ແມ່ນທີ່ສາຖາລະນະ, ເປັນບ່ອນໂລ່ງໃນເມືອງ.

ພວກເພິ່ນຈິ່ງໄປກັບເຂົາ

"ພວກເຂົາຫັນກັບ ແລະ ໄປກັບເພິ່ນ"

Genesis 19:4

ກ່ອນທີ່ພວກເຂົາຈະນອນ

"ກ່ອນທີ່ຄົນໃນເຮືອນຂອງໂລດຈະເຂົ້ານອນ"

ພວກຜູ້ຊາຍຂອງເມືອງນັ້ນ, ພວກຜູ້ຊາຍຂອງເມືອງໂຊໂດມ

"ພວກຜູ້ຊາຍຂອງເມືອງນັ້ນ, ພວກຜູ້ຊາຍຂອງເມືອງໂຊໂດມ" ຫລື ພຽງແຕ່ "ຜູ້ຊາຍທັງຫລາຍຂອງເມືອງໂຊໂດມ"

ບ້ານ

"ເຮືອນຂອງໂລດ"

ທັງຄົນຫນຸ່ມ ແລະ ຄົນແກ່ຜູ້ຊາຍທັງຫມົດ

"ຕັ້ງແຕ່ອາຍຸຍັງນ້ອຍຈົນເຖົ້າແກ່ທີ່ສຸດ." ນີ້ຫມາຍຄວາມວ່າ "ຜູ້ຊາຍທຸກໄວ" ແລະ ຫມາຍເຖິງຜູ້ຊາຍໃນເມືອງໂຊໂດມທີ່ໄດ້ມາອ້ອມເຮືອນຂອງໂລດ.

ທີ່ໄດ້ເຂົ້າມາຫາເຈົ້າ

"ທີ່ໄດ້ເຂົ້າມາໃນເຮືອນຂອງເຈົ້າ"

ຫລັບນອນກັບພວກເຂົາ

"ຮ່ວມເພດກັບພວກເຂົາ." ພາສາຂອງທ່ານອາດຈະມີວິທີການທີ່ສຸພາບກວ່າການເວົ້າແບບນີ້. ອາດແປໄດ້ອີກວ່າ: "ຮູ້ຈັກເຂົາເຈົ້າຢ່າງສະຫນິດແຫນ້ນ ຫລື ມີເພດສຳພັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

Genesis 19:6

ຫລັງຈາກທີ່ເຂົາອອກໄປແລ້ວ

"ທາງດ້ານຫລັງຂອງລາວ" ຫລື "ພາຍຫລັງລາວໄດ້ອອກໄປ"

ເຮົາຂໍຮ້ອງພວກທ່ານ, ພີ່ນ້ອງຂອງເຮົາ

ເຮົາຂໍອ້ອນວອນທ່ານ, ອ້າຍນ້ອງຂອງຂ້າພະເຈົ້າ"

ພີ່ນ້ອງຂອງເຮົາ

ໂລດໄດ້ເວົ້າດ້ວຍຄວາມເປັນມິດ ກັບພວກຜູ້ຊາຍໃນເມືອງຫວັງວ່າພວກເຂົາຈະຟັງລາວ. ອາດແປໄດ້ອີກວ່າ: "ເພື່ອນຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຢ່າເຮັດເລື່ອງຊົ່ວຊ້າຢ່າງນັ້ນເລີຍ

"ຢ່າເຮັດສິ່ງທີ່ຊົ່ວຮ້າຍຫຼາຍ" ຫລື "ຢ່າເຮັດສິ່ງທີ່ຊົ່ວດັ່ງກ່າວ"

ເບິ່ງເຖີດ

"ຕັ້ງໃຈເບິ່ງ" ຫລື "ເບິ່ງນີ້"

ຍັງບໍ່ເຄີຍຫລັບນອນ

"ຍັງບໍ່ໄດ້ຮ່ວມເພດກັບ." ພາສາຂອງທ່ານອາດຈະມີວິທີການທີ່ສຸພາບກວ່າການເວົ້າແບບນີ້. ອາດແປໄດ້ອີກວ່າ: "ຍັງບໍ່ທັນຖືກເປີດສົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ໃຫ້ພວກທ່ານຈະເຮັດສິ່ງໃດກັບພວກເຂົາກໍແລ້ວແຕ່ພວກທ່ານ

"ຈົ່ງເຮັດຕາມໃຈປາດຖະຫນາຂອງທ່ານ" ຫລື "ຈົ່ງເຮັດສິ່ງໃດທີ່ທ່ານຄິດວ່າດີ"

ຢູ່ໃຕ້ຮົ່ມເງົາຫລັງຄາບ້ານຂອງເຮົາ

ຊາຍສອງຄົນນີ້ເປັນແຂກຢູ່ໃນເຮືອນຂອງໂລດ, ສະນັ້ນລາວຈຳເປັນຕ້ອງປົກປ້ອງພວກເຂົາ. ຄຳວ່າ "ຫລັງຄາ" ແມ່ນຄຳປຽບເປີຍ ສຳລັບເຮືອນທັງຫມົດ ແລະ ຄຳປຽບທຽບ ສຳລັບໂລດ ເພື່ອໃຊ້ປົກປ້ອງພວກເຂົາ. ອາດແປໄດ້ອີກວ່າ: "ເຂົ້າໄປໃນເຮືອນຂອງຂ້ອຍ, ແລະ ພຣະເຈົ້າ ຫວັງໃຫ້ຂ້ອຍປົກປ້ອງພວກເຂົາ" (ເບິ່ງເພີ່ມເຕີມ : /WA-Catalog/lo_tm?section=translate#figs-synecdoche ແລະ /WA-Catalog/lo_tm?section=translate#figs-metaphor)

Genesis 19:9

ຈົ່ງຖອຍໄປ

"ຖອຍຫລັງ" ຫລື "ຈົ່ງອອກໄປໃຫ້ໃກ!"

ຄົນນີ້ມາທີ່ນີ້ເພື່ອຈະອາໄສຢູ່ທີ່ນີ້ເຫມືອນຄົນຕ່າງຊາດຄົນຫນຶ່ງ

"ຄົນນີ້ມາທີ່ນີ້ເປັນຄົນຕ່າງຖິ່ນ" ຫລື "ຄົນຕ່າງປະເທດຄົນນີ້ມາຢູ່ທີ່ນີ້"

ຄົນນີ້

"ໂລດ." ພວກຜູ້ຊາຍກຳລັງເວົ້ານຳກັນ. ຖ້າຄຳສັບນີ້ບໍ່ຈະແຈ້ງໃນພາສາຂອງທ່ານ, ທ່ານອາດຈະໃຊ້ຄຳເວົ້າຂອງພວກຜູ້ຊາຍເວົ້າກັບໂລດຢູ່ທີ່ນີ້.

ແລະ ແຕ່ບັດນີ້ເຂົາໄດ້ກາຍເປັນຜູ້ພິພາກສາເຮົາ

"ແລະ ບັດນີ້ລາວຄິດວ່າລາວມີສິດ ທີ່ຈະບອກພວກເຮົາວ່າອັນໃດຖືກ ແລະ ອັນໃດຜິດ" ຫລື "ແຕ່ພວກເຮົາຈະບໍ່ຍອມໃຫ້ລາວຢຸດພວກເຮົາຈາກສິ່ງທີ່ພວກເຮົາຢາກເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ແຕ່ບັດນີ້ເຂົາ

"ແລະ ເຖິງວ່າລາວບໍ່ມີເຫດຜົນທີ່ດີຕໍ່, ລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ບັດນີ້ພວກເຮົາ

"ເພາະວ່າເຈົ້າກຳລັງບອກພວກເຮົາວ່າ ສິ່ງທີ່ພວກເຮົາກຳລັງເຮັດແມ່ນຜິດ, ພວກເຮົາ"

ພວກເຮົາຈະຈັດການຢ່າງຊົ່ວຮ້າຍກັບໂຕເຈົ້າຫນັກກວ່າເຮັດກັບພວກເຂົາ

ພວກຜູ້ຊາຍໂກດແຄ້ນທີ່ໂລດເວົ້າວ່າ, “ຢ່າເຮັດຊົ່ວຫລາຍ” (19: 6), ດັ່ງນັ້ນພວກເຂົາຈຶ່ງຂູ່ວ່າຈະກະທຳສິ່ງທີ່ຊົ່ວຊ້າກວ່າທີ່ໂລດຢ້ານໃນຕອນທຳອິດ. ອາດແປໄດ້ອີກວ່າ: "ພວກເຮົາຈະປະຕິບັດຕໍ່ກັບທ່ານ ຊົ່ວຮ້າຍກວ່າພວກເຮົາຈະເຮັດກັບພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພວກເຂົາໄດ້ຊຸກຜູ້ຊາຍຄົນນັ້ນ, ຢ່າງແຮງຄືສູ້ກັບໂລດ, ແລະ ເຂົ້າມາໃກ້ເພື່ອທີ່ຈະທຸບປະຕູບ້ານລົງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາຍັບເຂົ້າມາໃກ້ຊາຍຄົນນັ້ນ, ກັບໂລດ ຈົນວ່າພວກເຂົາເກືອບຈະທຳລາຍປະຕູເຮືອນ" ຫລື 2) ພວກເຂົາໄດ້ຍູ້ໂລດຂຶ້ນຕິດຝາ ຫລື ປະຕູເຮືອນ ແລະ ກຳລັງຈະພັງປະຕູລົງ.

ຜູ້ຊາຍ...ໂລດ

ນີ້ແມ່ນສອງຮູບແບບການເວົ້າທີ່ຫມາຍເຖີງ ໂລດ.

Genesis 19:10

ແຕ່ພວກຜູ້ຊາຍນັ້ນ

"ແຕ່ແຂກສອງຄົນຂອງໂລດ" ຫລື "ແຕ່ວ່າເທວະດາສອງຄົນ"

ພວກຜູ້ຊາຍນັ້ນໄດ້ຍື່ນມືອອກໄປດຶງເອົາໂລດເຂົ້າມາໃນບ້ານ...ເຂົາແລະ ອັດປະຕູໄວ້

ພາສາຂອງທ່ານອາດຈຳເປັນຕ້ອງຕື່ມໃສ່ອີກວ່າ ຜູ້ຊາຍໄດ້ເປີດປະຕູອກ່ອນ. ອາດແປໄດ້ອີກວ່າ: 'ພວກຜູ້ຊາຍໄດ້ເປີດປະຕູອອກ ກວ້າງພໍສົມຄວນເພື່ອຍື່ນມືຂອງພວກເຂົາ ແລະ ດຶງ ... ພວກເຂົາ, ແລະ ຫລັງຈາກນັ້ນພວກເຂົາກໍ່ປິດປະຕູຄືນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ພວກແຂກຂອງໂລດໄດ້ຈູ່ໂຈມຢ່າງທີ່ບໍ່ສາມາດຫລຽວເຫັນໄດ້ຕໍ່ພວກຜູ້ຊາຍ

ວະລີທີ່ວ່າ "ຖືກຕີດ້ວຍການເຮັດຕາບອດ" ແມ່ນຄຳປຽບທຽບ; ແຂກທັງສອງບໍ່ໄດ້ຕີຜູ້ຊາຍ. ອາດແປໄດ້ອີກວ່າ: "ແຂກຂອງໂລດໄດ້ເຮັດໃຫ້ຜູ້ຊາຍຕາບອດ" ຫລື "ພວກເຂົາປິດບັງສາຍຕາຂອງພວກເຂົາ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ທັງຄົນຫນຸ່ມ ແລະ ຄົນແກ່

"ຜູ້ຊາຍທຸກໄວ." ຄວາມເມດຕານີ້ໄດ້ເນັ້ນຫນັກວ່າ ແຂກເຮັດໃຫ້ຜູ້ຊາຍທຸກຄົນຕາບອດ. ສິ່ງນີ້ສາມາດບົ່ງບອກເຖິງຖານະທາງສັງຄົມຫລາຍກວ່າອາຍຸ. ອາດແປໄດ້ອີກວ່າ: "ທັງນ້ອຍ ແລະໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

Genesis 19:12

ແລ້ວພວກຜູ້ຊາຍນັ້ນໄດ້ບອກ

"ແລ້ວພວກຜູ້ຊາຍນັ້ນໄດ້ເວົ້າ" ຫລື "ແລ້ວພວກເທວະດານັ້ນໄດ້ເວົ້າ"

ເຈົ້າມີໃຜທີ່ຢູ່ທີ່ນີ້ອີກບໍ?

"ມີສະມາຊິກຄົນອື່ນໃນຄອບຄົວຂອງເຈົ້າຢູ່ໃນເມືອງບໍ?" ຫລື "ທ່ານມີສະມາຊິກຄອບຄົວອື່ນ ຢູ່ໃນສະຖານທີ່ນີ້ບໍ?"

ໃຜກໍຕາມທີ່ເຈົ້າມີໃນເມືອງນີ້

"ໃຜກໍຕາມທີ່ເປັນສະມາຊິກຄອບຄົວຂອງເຈົ້າ ທີ່ອາໃສຢູ່ໃນເມືອງນີ້"

ເພາະວ່າພວເຮົາຈະທຳລາຍສະຖານທີ່ນີ້

ຄຳວ່າ "ພວກເຮົາ" ຢູ່ນີ້ແມ່ນເຈາະຈົງສະເພາະ. ມີແຕ່ເທວະດາສອງອົງເທົ່ານັ້ນທີ່ຈະທຳລາຍເມືອງ; ໂລດຈະບໍ່ທຳລາຍມັນ. ຖ້າພາສາຂອງທ່ານມີຮູບແບບຄຳເວົ້າເຈາະຈົງສະເພາະຂອງຄຳວ່າ "ພວກເຮົາ," ໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ເພາະວ່າການຮຽກຮ້ອງກ່າວຫາເລື່ອງນີ້ດັງໄປເຖິງພຣະພັກພຣະຢາເວ ດັ່ງນັ້ນພຣະອົງຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງນີ້

ປະໂຫຍກນີ້ສາມາດຂຽນຄືນໃຫມ່ ເພື່ອໃຫ້ຄໍານາມທີ່ບໍ່ມີຕົວຕົນ ຄຳວ່າ "ການກ່າວຫາ" ແມ່ນຖືກສະແດງອອກເປັນຄຳກຳກິລິຍາໄດ້. ອາດແປໄດ້ອີກວ່າ: "ປະຊາຊົນຈໍານວນຫລາຍໄດ້ບອກກັບພຣະຢາເວ ວ່າປະຊາຊົນໃນເມືອງນີ້ ກໍາລັງເຮັດສິ່ງທີ່ຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns ແລະ ວິທີການແປທີ່ຄ້າຍຄືກັນໃນຂໍ້ 18:20)

Genesis 19:14

ໂລດໄດ້ອອກ

"ໂລດໄດ້ອອກຈາກເຮືອນ"

ຄູ່ຫມັ້ນຂອງລູກສາວເຂົາ, ພວກຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານກັບລູກສາວທັງຫລາຍຂອງຕົນ

ວ່າທີ ລູກເຄີຍ, ຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານ ກັບລູກສາວຂອງລາວ - ວະລີທີ່ວ່າ "ຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານ ກັບລູກສາວຂອງລາວ" ຫມາຍເຖິງ "ລູກເຂີຍ" ເຊິ່ງເປັນຄວາມຫມາຍທີ່ລະບຸໃນນີ້. ອາດແປໄດ້ອີກວ່າ: "ຜູ້ຊາຍທີ່ກຳລັງຈະແຕ່ງງານ ກັບລູກສາວຂອງລາວ" ຫລື "ຄູ່ຫມັ້ນຂອງລູກສາວຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ເມື່ອໃກ້ຈະຮຸ່ງເຊົ້າ

"ກ່ອນທີ່ຕາເວັນຈະຂື້ນ"

ຈົ່ງໄປເຖີດ

"ຈົ່ງໄປດຽວນີ້"

ເພື່ອທີ່ຈະບໍ່ຖືກທຳລາຍໄປກັບການລົງໂທດເມືອງນີ້

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນ, ພຣະເຢເວບໍ່ໄດ້ທຳລາຍທ່ານໃນເວລາ ທີ່ພຣະອົງລົງໂທດຜູ້ຄົນຂອງເມືອງນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເພື່ອທີ່ຈະບໍ່ຖືກທຳລາຍໄປກັບການລົງໂທດ

ພຣະເຈົ້າທຳລາຍປະຊາຊົນຂອງເມືອງດັ່ງກ່າວ ຄືກັບວ່າພຣະອົງກຳລັງກວດຂີ້ຝຸ່ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເມືອງນີ້

ໃນນີ້ "ເມືອງ" ຫມາຍເຖິງຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 19:16

ແຕ່ຍັງສົງໄສ

"ແຕ່ໂລດລັງເລໃຈ" ຫລື "ແຕ່ໂລດ ບໍ່ໄດ້ເລີ່ມອອກໄປ"

ພວກຜູ້ຊາຍນັ້ນຈຶ່ງດຶງມືລາວ

"ດັ່ງນັ້ນພວກຜູ້ຊາຍສອງຄົນນັ້ນຈຶ່ງດຶງມືລາວ" ຫລື "ດັ່ງນັ້ນພວກເທວະດານັ້ນຈຶ່ງດຶງມືລາວ"

ຊົງພຣະກາຣຸນາຕໍ່ລາວ

"ມີຄວາມເມດຕາຕໍ່ໂລດ." ພຣະຢາເວໄດ້ຖືກບັນຍາຍວ່າເປັນ "ຄວາມເມດຕາ" ເພາະວ່າພຣະອົງໄດ້ຮັກສາຊີວິດຂອງໂລດ ແລະ ຄອບຄົວຂອງລາວ ແທນທີ່ຈະທຳລາຍພວກເຂົາ ເມື່ອລາວທຳລາຍປະຊາຊົນເມືອງໂຊໂດມຍ້ອນສິ່ງທີ່ພວກເຂົາເຮັດຜິດ.

ເມື່ອພວກເຂົາໄດ້ເຂົາທັງຫລາຍອອກມາ

"ເມື່ອຊາຍທັງສອງໄດ້ພາພວກເຂົາທັງຫລາຍ ອອກມາແລ້ວ"

ຈົ່ງຟ້າວຫນີໄປເພື່ອເອົາຊີວິດລອດ

ນີ້ແມ່ນວິທີການບອກໃຫ້ພວກເຂົາແລ່ນ ເພື່ອບໍ່ໃຫ້ພວກເຂົາຕາຍ. ອາດຈະແປໄດ້ອີກວ່າ: "ຫນີ ແລະ ຊ່ວຍຊີວິດທ່ານ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຢ່າຫລຽວຄືນຫລັງ

ວະລີທີ່ວ່າ "ຢູ່ໃນເມືອງ" ແມ່ນຖືກເຂົ້າໃຈ. ອາດແປໄດ້ອີກວ່າ: "ຢ່າເບິ່ງໄປທີ່ເມືອງ" ຫລື "ຢ່າເບິ່ງກັບໄປທີ່ເມືອງໂຊໂດມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ໃນທີ່ຮາບນັ້ນ

ນີ້ຫມາຍເຖິງທົ່ງພຽງຂອງແມ່ນໍ້າຈໍແດນ. ນີ້ຫມາຍເຖິງເຂດທົ່ວໄປຂອງແມ່ນໍ້າຈໍແດນ.

ພວກເຈົ້າຈະບໍ່ຖືກກວດລ້າງ

ເປັນທີ່ເຂົ້າໃຈວ່າພວກເຂົາຈະກວາດລ້າງຜູ້ຄົນໃນເມືອງ. ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ຫລືອີກຢ່າງຫນຶ່ງພຣະເຈົ້າຈະທຳລາຍທ່ານ ພ້ອມກັບຄົນໃນເມືອງນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis ແລະ /WA-Catalog/lo_tm?section=translate#figs-activepassive)

ບໍ່ຖືກກວດລ້າງ

ພຣະເຈົ້າທຳລາຍປະຊາຊົນຂອງເມືອງດັ່ງກ່າວ ຄືກັບວ່າພຣະອົງກຳລັງກວດຂີ້ຝຸ່ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 19:18

ເຈົ້ານາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ ໄດ້ເປັນທີ່ໂປດປານໃນສາຍຕາຂອງທ່ານແລ້ວ

ການທີ່ຈະພໍໃຈກັບຜູ້ໃດຜູ້ຫນຶ່ງແມ່ນເວົ້າຄືກັບວ່າ "ຄວາມໂປດປານ" ແມ່ນສິ່ງທີ່ໄດ້ພົບເຫັນ. ເຊັ່ນດຽວກັນ, "ການເບິ່ງເຫັນ" ແມ່ນຄຳເວົ້າທີ່ເປັນຕົວແທນທີ່ສະແດງເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຄົນ. ອາດແປໄດ້ອີກວ່າ: "ເຈົ້າພໍໃຈກັບຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-metonymy)

ຜູ້ຮັບໃຊ້ຂອງທ່ານ

ໂລດໄດ້ສະແດງຄວາມເຄົາລົບໂດຍອ້າງເຖິງຕົນເອງວ່າ "ຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານມີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ທ່ານໄດ້ສຳແດງຄວາມເມດຕາທີ່ຍິ່ງໃຫຍ່ແກ່ຂ້ານ້ອຍ

ເປັນຄຳນາມທີ່ບໍ່ມີຕົວຕົນ "ຄວາມເມດຕາ" ໄດ້ຖືກກ່າວເຖິງວ່າ "ຄວາມກະລຸນາ." ອາດແປໄດ້ອີກວ່າ: "ທ່ານໄດ້ສະແດງຄວາມກະລຸນາກັບຂ້ານ້ອຍ ໂດຍການຊ່ວຍຊີວິດຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ແຕ່ຂ້ານ້ອຍບໍ່ສາມາດຫນີໄປຍັງພູເຂົາທັງຫລາຍໄດ້ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ

ການທີ່ບໍ່ສາມາດຢູ່ຫ່າງຈາກເມືອງໂຊໂດມ ໃນເວລາທີ່ພຣະເຈົ້າທຳລາຍເມືອງນັ້ນຖືກກ່າວເຖິງຄືກັບວ່າ "ໄພພິບັດ" ເປັນເຫມືອນຄົນທີ່ຈະໄລ່ຕາມ ແລະ ຈັບໂລດ. ອາດແປໄດ້ອີກວ່າ: "ຄອບຄົວຂອງຂ້ານ້ອຍ ແລະ ຂ້ານ້ອຍຈະຕາຍແນ່ນອນ ເມື່ອພຣະເຈົ້າທໍາລາຍປະຊາຊົນເມືອງໂຊໂດມ, ເພາະວ່າພູເຂົາຢູ່ໄກເກີນໄປ ທີ່ພວກເຮົາຈະໄປທີ່ນັ້ນໄດ້ຢ່າງປອດໄພ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ຊີວິດຂອງຂ້ານ້ອຍ......ບໍ່ສາມາດຫນີໄປ.....ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ

ມັນຫມາຍຄວາມວ່າຄອບຄົວຂອງໂລດ ຈະຕາຍພ້ອມກັບລາວ. ອາດແປໄດ້ອີກວ່າ: "ຊີວິດຂອງພວກເຮົາ ... ພວກເຮົາບໍ່ສາມາດຫລົບຫນີ ... ໄລ່ລ້າພວກເຮົາ, ແລະ ພວກເຮົາຈະຕາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ກາຣຸນາ, ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ. (ບໍ່ແມ່ນເມືອງນ້ອຍໆບໍ?), ແລະ ຊີວິດຂອງຂ້ານ້ອຍຈະປອດພັຍ.

ໂລດໄດ້ໃຊ້ ຄຳຖາມນີ້ ເພື່ອໃຫ້ເທວະດາສັງເກດເຫັນວ່າ ເມືອງນັ້ນເປັນເມືອງນ້ອຍ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ອຍຫນີໄປທີ່ນັ້ນ. ພຣະອົງກໍເຫັນແລ້ວວ່າເມືອງນັ້ນນ້ອຍຊ່ຳໃດ. ຖ້າພຣະອົງອະນຸຍາດໃຫ້ພວກເຮົາໄປທີ່ນັ້ນພວກເຮົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ

ຄຳຮ້ອງຂໍຂອງໂລດສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ແທນທີ່ຈະທຳລາຍເມືອງນັ້ນ, ໃຫ້ຂ້ອຍຫນີໄປທີ່ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຊີວິດຂອງຂ້ານ້ອຍຈະປອດພັຍ

ມັນຫມາຍຄວາມວ່າຊີວິດຂອງຄອບຄົວຂອງໂລດຈະໄດ້ຮັບຄວາມລອດພ້ອມກັບລາວ. ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຮົາຈະມີຊີວິດ" ຫລື "ເພື່ອວ່າພວກເຮົາຈະຢູ່ລອດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit ແລະ /WA-Catalog/lo_tm?section=translate#figs-activepassive)

Genesis 19:21

ເຮົາຍອມຮັບຄຳຮ້ອງຂໍນີ້

"ເຮົາຈະເຮັດຕາມທີ່ເຈົ້າຮ້ອງຂໍ"

ເຮົາຈະບໍ່ທຳລາຍ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນຂື້ນ. ອາດແປໄດ້ອີກວ່າ: "ບໍ່ສາມາດທຳລາຍເມືອງອື່ນໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໂຊອາ

ນັກແປອາດຈະເພີ່ມຫມາຍເຫດວ່າ "ຊື່ໂຊອາ ຟັງຄ້າຍຄືຄຳຍິວທີ່ມີຄວາມຫມາຍວ່າ 'ນ້ອຍ.' ໂລດເອີ້ນເມືອງນີ້ວ່າ 'ເມືອງນ້ອຍ' ໃນປະຖົມມະການໃນຂໍ້ 19:20. "

Genesis 19:23

ຕາເວັນກໍກຳລັງຂຶ້ນ

"ແສງຕາເວັນໄດ້ໂຜ່ຂຶ້ນສ່ອງທົ່ວແຜ່ນດິນໂລກ." ວະລີທີ່ວ່າ "ຢູ່ເທິງແຜ່ນດິນໂລກ" ສາມາດເຮັດໃຫ້ເຮົາເຫັນພາບໄດ້ຢ່າງຊັດເຈນຢູ່ໃນ ຊຶ່ງມັນບໍ່ຖືກແປ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເມື່ອໂລດໄປເຖິງເມືອງໂຊອາ

ມັນຫມາຍຄວາມວ່າຄອບຄົວຂອງໂລດຢູ່ກັບລາວ. ອາດແປໄດ້ອີກວ່າ: "ເມື່ອໂລດ ແລະ ຄອບຄົວຂອງລາວມາຮອດເມືອງໂຊອາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ພຣະຢາເວຊົງໄດ້ສົ່ງໃຫ້ໄຟ ແລະ ມາດມາຈາກທ້ອງຟ້າລົງມາເຫນືອເມືອງໂຊໂດມ ແລະ ໂກໂມຣາ

ວະລີທີ່ວ່າ "ຈາກພຣະຢາເວ" ເປັນຕົວແທນເຖີງຣິດອຳນາດຂອງພຣະເຈົ້າເຮັດໃຫ້ມາດ ແລະ ໄຟລຸກຢູ່ໃນເມືອງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດໃຫ້ເກີດມາດ ແລະ ໄຟຕົກລົງມາຈາກທ້ອງຟ້າລົງສູ່ເມືອງໂຊໂດມ ແລະ ເມືອງໂຄໂມລາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໄຟ ແລະ ມາດ

ສອງຄຳນີ້ແມ່ນໃຊ້ຮ່ວມກັນເພື່ອອະທິບາຍຈຸດປະສົງອັນດຽວກັນ. ອາດແປໄດ້ອີກວ່າ: "ມາດເຜົາຜານ" ຫລື "ຝົນໄຟຕົກແຮງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hendiadys)

ເມືອງເຫລົ່ານັ້ນ

ສິ່ງນີ້ຫມາຍເຖິງເມືອງໂຊໂດມ ແລະ ເມືອງໂກໂມລາ, ແຕ່ຍັງມີອີກສາມເມືອງອື່ນອີກ.

ຜູ້ທີ່ຢູ່ໃນເມືອງເຫລົ່ານັ້ນ

"ຜູ້ທີ່ອາໃສຢູ່ໃນເມືອງເຫລົ່ານັ້ນ"

Genesis 19:26

ນາງໄດ້ກາຍເປັນເສົາເກືອ

"ນາງໄດ້ກາຍເປັນຄືກັບຮູບປັ້ນເກືອ"ຫລື "ຮ່າງກາຍຂອງນາງກາຍເປັນກ້ອນຫີນເກືອສູງ." ຍ້ອນວ່ານາງບໍ່ເຊື່ອຟັງເທວະດາທີ່ບອກພວກເຂົາວ່າຢ່າຫລຽວເບິ່ງເມືອງ, ພຣະເຈົ້າໄດ້ເຮັດໃຫ້ນາງກາຍເປັນສິ່ງທີ່ຄ້າຍຄືກັບຮູບປັ້ນທີ່ເຮັດດ້ວຍເກືອຫີນ.

ເບິ່ງເຫັນ

ຄຳວ່າ “ເບິ່ງເຫັນ” ດຶງດູດຄວາມສົນໃຈຕໍ່ຂໍ້ມູນທີ່ຫນ້າ ປະຫລາດໃຈທີ່ຕາມມາ.

ຄວັນພຸ່ງຂຶ້ນມາຈາກແຜ່ນດິນ

ນີ້ສະແດງໃຫ້ເຫັນວ່າມັນມີຄວັນຈຳນວນຫຼວງຫຼາຍ. ອາດຈະແປໄດ້ອີກວ່າ "ຄືກັບຄວັນຈາກເຕົາໄຟຂະຫນາດໃຫຍ່ຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

Genesis 19:29

ຂໍ້ມູນທົ່ວໄປ

ໃນຂໍ້ 29 ແມ່ນການສະຫລຸບສັງລວມຂອງບົດນີ້

ພຣະເຈົ້າຊົງໄດ້ລະນຶກເຖິງອັບຣາຮາມ

ນີ້ບອກເຫດຜົນທີ່ວ່າເປັນຫຍັງພຣະເຈົ້າໄດ້ຊ່ວຍໂລດ. ການ “ ລະນຶກເຖິງ” ແມ່ນວິທີການເວົ້າວ່າ “ຈື່ຈຳ”. ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າລືມອັບຣາຮາມ. ມັນຫມາຍຄວາມວ່າພຣະອົງລະນຶກເຖິງອັບຣາຮາມ ແລະ ມີຄວາມເມດຕາຕໍ່ລາວ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ຄິດຫາອັບຣາຮາມ ແລະ ມີຄວາມເມດຕາຕໍ່ລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ອອກໄປພົ້ນຈາກການທຳລາຍລ້າງ

"ລອດພົ້ນຈາກການທຳລາຍລ້າງ" ຫລື "ຫນີໄກຈາກອັນຕະລາຍ"

Genesis 19:30

ໂລດຈຶ່ງໄດ້ອອກໄປຈາກເມືອງໂຊອາ ໄປອາໄສຢູ່ເທິງພູເຂົາ

ວະລີທີ່ວ່າ "ຂຶ້ນມາຈາກ" ຖືກໃຊ້ເພາະວ່າໂລດໄປຫາບ່ອນທີ່ສູງເທີງພູເຂົາ.

Genesis 19:31

ລູກສາວຜູ້ເອື້ອຍ

"ລູກສາວຜູ້ທຳອິດຂອງໂລດ" ຫລື "ລູກສາວໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-nominaladj)

ນ້ອງສາວ

"ລູກສາວຜູ້ຫລ້າຂອງໂລດ" ຫລື "ລູກສາວຜູ້ນ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-nominaladj)

ຕາມທຳນຽມປະເພນີຂອງໂລກ

ໃນນີ້ຄຳວ່າ “ໂລກ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ຄືກັບທີ່ທຸກຄົນທົ່ວໄປທີ່ເຄີຍປະຕິບັດກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ດື່ມເຫລົ້າອະງຸ່ນ

ມັນສາມາດເວົ້າໄດ້ຊັດເຈນວ່າ ເປົ້າຫມາຍຂອງພວກເຂົາແມ່ນ ເພື່ອເຮັດໃຫ້ລາວເມົາ. ອາດແປໄດ້ອີກວ່າ: "ດື່ມເຫລົ້າອະງຸ່ນຈົນກ່ວາລາວເມົາ" ຫລື "ເມົາເຫລົ້າອະງຸ່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພື່ອທີ່ຈະຂະຫຍາຍເຊື້ອສາຍຂອງພໍ່ເຮົາ

ໃນນີ້ເວົ້າກ່ຽວກັບການເຮັດໃຫ້ເກີດລູກຫລານ ເພື່ອໃຫ້ມີຄົນສືບທອດຄອບຄົວຂອງລາວໃຫ້ຍືນຍາວຕໍ່ໄປ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຮົາຈະສາມາດເກີດລູກຜູ້ທີ່ຈະເປັນລູກຫລານ ຜູ້ທີ່ສາມາດສືບເຊື້ອສາຍພໍ່ຂອງພວກເຮົາໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຂົາບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກອອກໄປເມື່ອໃດ

"ເພິ່ນບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງນີ້" ຫລື "ເພິ່ນບໍ່ຮູ້ວ່ານາງໄດ້ນອນກັບເພິ່ນ"

Genesis 19:34

ໃຫ້ເຮົາຊັກຊວນເພິ່ນດື່ມເຫລົ້າອະງຸ່ນອີກ...ຫລື ນາງໄດ້ລຸກໄປເມື່ອໃດ

ໃນຂໍ້ນີ້ທ່ານໄດ້ແປແລ້ວໃນຂໍ້ 19:31.

ດື່ມເຫລົ້າອະງຸ່ນ

ມັນສາມາດເວົ້າໄດ້ຊັດເຈນວ່າ ເປົ້າຫມາຍຂອງພວກເຂົາແມ່ນ ເພື່ອເຮັດໃຫ້ລາວເມົາ. ອາດແປໄດ້ອີກວ່າ: "ດື່ມເຫລົ້າອະງຸ່ນຈົນກ່ວາລາວເມົາ" ຫລື "ເມົາເຫລົ້າອະງຸ່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພື່ອທີ່ຈະຂະຫຍາຍເຊື້ອສາຍຂອງພໍ່ເຮົາ

ໃນນີ້ເວົ້າກ່ຽວກັບການເຮັດໃຫ້ເກີດລູກຫລານ ເພື່ອໃຫ້ມີຄົນສືບທອດຄອບຄົວຂອງລາວໃຫ້ຍືນຍາວຕໍ່ໄປ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຮົາຈະສາມາດເກີດລູກຜູ້ທີ່ຈະເປັນລູກຫລານ ຜູ້ທີ່ສາມາດສືບເຊື້ອສາຍພໍ່ຂອງພວກເຮົາໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຂົາບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກອອກໄປເມື່ອໃດ

"ເພິ່ນບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງນີ້" ຫລື "ເພິ່ນບໍ່ຮູ້ວ່ານາງໄດ້ນອນກັບເພິ່ນ"

Genesis 19:36

ຈຶ່ງພາກັນຕັ້ງທ້ອງໂດຍພໍ່ຂອງພວກເຂົາ

"ຖືພາໂດຍພໍ່ຂອງພວກເຂົາ" ຫລື "ຖືພາລູກກັບພໍ່"

ລາວໄດ້ກາຍເປັນ

"ລາວເປັນ"

ຊາວໂມອາບຈົນເຖິງທຸກວັນນີ້

"ຊາວໂມອາບ ຜູ້ທີ່ດຳລົງຊີວິດເຖິງທຸກວັນນີ້"

ທຸກວັນນີ້

ຄຳວ່າ “ທຸກວັນນີ້” ຫມາຍເຖິງເວລາທີ່ຜູ້ຂຽນປະຖົມມະການ ກຳລັງດຳລົງຊີວິດ. ຜູ້ຂຽນໄດ້ເກີດ ແລະ ຂຽນນີ້ຫລາຍປີຫລັງຈາກຄອບຄົວຂອງໂລດໄດ້ຢູ່ ແລະ ຕາຍ.

ເບນນຳມີ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຊາວອຳໂມນ

"ເຊື້ອສາຍຂອງຄົນອຳໂມນ" ຫລື "ຊາວອຳໂມນ"