Genesis 11

Genesis 11:1

ເມື່ອນັ້ນ

ຄຳນີ້ຫມາຍເຖີງວ່າຜູ້ຂຽນກຳລັງເລີ່ມຕົ້ນພາກໃຫມ່ຂອງບົດເລື່ອງ.

ທົ່ວທັງແຜ່ນດິນໂລກ

ຄົນທັງຫມົດຈາກທົ່ວທຸກມູມໂລກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໃຊ້ພາສາ ແລະ ຄຳສັບດຽວກັນ

ສອງປະໂຫຍກນີ້ມີຄວາມຫມາຍໂດຍພື້ນຖານສິ່ງດຽວກັນແລະ ເນັ້ນຫນັກວ່າທຸກໆ ຄົນເວົ້າພາສາດຽວກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ໄດ້ເດີນທາງ

"ໄດ້ອົບພະຍົບ" ຫລື "ໄດ້ຍົກຍ້າຍທິ່ນຖານ"

ທາງທິດຕາເວັນອອກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ທາງທິດຕາເວັນອອກ" ຫລື 2) "ຈາກທິດຕາເວັນອອກ" ຫລື 3) "ໄປທາງທິດຕາເວັນອອກ." ຄຳທີ່ຕ້ອງການແນະນຳແມ່ນ "ທາງທິດຕາເວັນອອກ" ເພາະວ່າຊິນນາແມ່ນທາງທິດຕາເວັນອອກຂອງບ່ອນທີ່ນັກວິຊາການເຊື່ອວ່າເຮືອໄດ້ມາຢຸດຈອດ.

ໄດ້ຕັ້ງຖິ່ນຖານ

ຢຸດເຊົາຈາກການຍ້າຍຈາກສະຖານທີ່ຫນຶ່ງ ໄປອີກບ່ອນຫນຶ່ງ ແລະ ເລີ່ມຕົ້ນອາໄສຢູ່ຈຸດດຽວ.

Genesis 11:3

ມາເຖີດ

ຖ້າພາສາຂອງທ່ານມີວິທີການກະຕຸ້ນ ຫລື ສັ່ງໃຫ້ຄົນເລີ່ມເຮັດວຽກ, ຄືກັບພາສາອັງກິດທີ່ວ່າ "ມາເຖີດ!" ທ່ານອາດຈະໃຊ້ມັນໃນນີ້ກໍໄດ້.

ເຜົາມັນໃຫ້ສຸກ

ປະຊາຊົນເຮັດດິນຈີ່ຈາກດິນເຜົາ ແລະ ເຮັດໃຫ້ມັນຮ້ອນໃນເຕົາອົບທີ່ຮ້ອນທີ່ສຸດເພື່ອເຮັດໃຫ້ມັນແຂງ ແລະ ແຂງແຮງ.

ນ້ຳມັນດິນ

ທາດແຫລວດຳທີ່ຫນາ ແລະ ຫນຽວ, ເຊິ່ງຂື້ນມາຈາກພື້ນດິນ

ປູນ

ນີ້ແມ່ນວັດຖຸທີ່ຫນາທີ່ເຮັດດ້ວຍຝຸ່ນປູນຂາວ, ດິນຫນຽວ, ດິນຊາຍ, ແລະ ນໍ້າ ໃຊ້ເພື່ອເຮັດໃຫ້ຫີນ ຫລື ດິນຈີ່ຢູ່ຕິດກັນ.

ດ້ວຍພວກເຮົາເອງຖ້າເຮົາບໍ່ສ້າງ

"ໃຫ້ພວກເຮົາສ້າງຊື່ສຽງຂອງພວກເຮົາໃຫ້ຍິ່ງໃຫຍ່"

ຊື່

"ຊື່ສຽງ"

ເຮົາຈະຖືກເຮັດໃຫ້ກະຈັດກະຈາຍໄປ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ພວກເຮົາຈະແຍກຕົວອອກຈາກກັນແລະກັນ ແລະ ອາໄສຢູ່ບ່ອນຕ່າງກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 11:5

ພົງພັນຂອງອາດາມ

"ຜູ້ຄົນ"

ໄດ້ສະເດັດລົງມາ

ຂໍ້ມູນກ່ຽວກັບບ່ອນທີ່ພະອົງລົງມາຈາກ ສາມາດເຮັດໃຫ້ມີຄວາມຊັດເຈນ: "ລົງມາຈາກສະຫວັນ." ໃນນີ້ບໍ່ໄດ້ບອກວິທີທີ່ພຣະອົງສະເດັດລົງມາ. ໃຊ້ຄຳສັບທົ່ວໄປທີ່ມີຄວາມຫມາຍວ່າ "ໄດ້ລົງມາ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພື່ອເບິ່ງ

"ເພື່ອສັງເກດ" ຫລື "ເພື່ອເບິ່ງຢ່າງໃກ້ຊິດຫລາຍຂຶ້ນ"

ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ

ປະຊາຊົນທຸກຄົນແມ່ນກຸ່ມໃຫຍ່ ແລະ ພວກເຂົາເວົ້າພາສາດຽວກັນ.

ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາໄດ້ເລີ່ມຕົ້ນເຮັດສິ່ງນີ້ "ຫມາຍຄວາມວ່າພວກເຂົາໄດ້ເລີ່ມກໍ່ສ້າງຫໍ ແຕ່ມັນຍັງບໍ່ສຳເລັດເທື່ອ, ຫລື 2) "ນີ້ແມ່ນພຽງແຕ່ສິ່ງທຳອິດທີ່ພວກເຂົາໄດ້ເຮັດ," ຫມາຍຄວາມວ່າໃນອະນາຄົດພວກເຂົາຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່າເກົ່າ.

ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ

ສາມາດຖືກຂຽນໄວ້ໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ທຸກສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ແມ່ນເປັນໄປໄດ້ສຳ ລັບພວກເຂົາ" (ເບິ່ງ: /WA-Catalog/lo_tm?section=translate#figs-doublenegatives)

ມາເຖີດ

ຖ້າພາສາຂອງທ່ານມີວິທີການກະຕຸ້ນ ຫລື ສັ່ງໃຫ້ຄົນເລີ່ມເຮັດວຽກ, ຄືກັບພາສາອັງກິດທີ່ວ່າ "ມາເຖີດ!" ທ່ານອາດຈະໃຊ້ມັນຢູ່ນີ້ໄດ້. ເບິ່ງເພີ່ມເຕີມວິທີການແປຄຳນີ້ໃນ 11: 3.

ໃຫ້ພວກເຮົາລົງໄປ

ຄຳວ່າ "ພວກເຮົາ" ແມ່ນຄຳແທນນາມຈຳນວນຫລາຍ ເຖິງແມ່ນວ່າມັນຈະເວົ້າເຖິງພຣະເຈົ້າກໍຕາມ. ບາງຄົນແປມັນວ່າ "ໃຫ້ຂ້ອຍລົງໄປ" ຫລື "ຂ້ອຍຈະລົງ". ຖ້າໃຊ້ແບບນີ້ກໍ່ໄດ້, ໃຫ້ພິຈາລະນາເພີ່ມຫມາຍເຫດ ເພື່ອໃຫ້ການອອກສຽງ ຖືກອອກສຽງຈຳນວນຫລາຍ. ເບິ່ງຫມາຍເຫດກ່ຽວກັບ "ໃຫ້ພວກເຮົາເຮັດ" ໃນຂໍ້ 1:26. (ເບິ່ງພີ່ມເຕີມ: /WA-Catalog/lo_tm?section=translate#figs-pronouns)

ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ

ນີ້ຫມາຍຄວາມວ່າພຣະຢາເວ ຈະເຮັດໃຫ້ປະຊາຊົນໃນທົ່ວໂລກເຊົາເວົ້າພາສາດຽວກັນ. ອາດແປໄດ້ອີກວ່າ: "ເຮັດໃຫ້ພາສາຂອງພວກເຂົາສັບສົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ

ນີ້ແມ່ນຈຸດປະສົງຂອງການເຮັດໃຫ້ເກີດຄວາມສັບສົນໃນພາສາຂອງພວກເຂົາ. ອາດແປໄດ້ອີກວ່າ: "ເພື່ອວ່າພວກເຂົາຈະບໍ່ສາມາດເຂົ້າໃຈສິ່ງທີ່ພວກເຮົາເວົ້າກັນໄດ້ອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 11:8

ຈາກທີ່ນັ້ນ

"ຈາກເມືອງນັ້ນ"

ຈຶ່ງເອີ້ນຊື່ເມືອງນັ້ນວ່າບາເບນ, ເພາະທີ່ນັ້ນພຣະຢາເວໄດ້ຊົງເຮັດໃຫ້ວຸ້ນວາຍກັນ

ຊື່ "ບາເບນ" ອອກສຽງຄ້າຍຄືກັບຄຳທີ່ມີຄວາມຫມາຍວ່າ "ສັບສົນ." ຜູ້ແປອາດຈະຕ້ອງການເພີ່ມບົດອະທິບາຍກ່ຽວກັບເລື່ອງນີ້.

ໄດ້ຊົງເຮັດໃຫ້ພາສາຂອງບັນດາປະຊາຊາດວຸ້ນວາຍ

ມັນຫມາຍຄວາມວ່າພຣະຢາເວ ໄດ້ເຮັດໃຫ້ປະຊາຊົນທົ່ວແຜ່ນດິນໂລກບໍ່ເວົ້າພາສາດຽວກັນອີກຕໍ່ໄປ. ອາດແປໄດ້ອີກວ່າ: "ເຮັດໃຫ້ພາສາສັບສົນທົ່ວແຜ່ນດິນໂລກທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 11:10

ຂໍ້ມູນທົ່ວໄປ:

ສ່ວນທີ່ເຫຼືອຂອງບົດນີ້ມີລາຍຊື່ເຊື້ອສາຍຂອງເຊມ ລົງໄປຮອດອັບຣາມ.

ຄົນເຫລົ່ານີ້ຄືເຊື້ອສາຍຂອງເຊມ

ປະໂຫຍກນີ້ເລີ່ມຕົ້ນບັນຊີລາຍຊື່ຂອງເຊື້ອສາຍຂອງເຊມ.

ນ້ຳຖ້ວມ

ນີ້ແມ່ນຕອນນໍ້າຖ້ວມຕັ້ງແຕ່ສະໄຫມ ຂອງໂນອາ ໃນເວລາທີ່ຜູ້ຄົນຊົ່ວຮ້າຍຫຼາຍຈົນວ່າ ພຣະເຈົ້າໄດ້ສົ່ງນໍ້າຖ້ວມປົກຄຸມທົ່ວແຜ່ນດິນໂລກ.

ເພິ່ນມີລູກຊາຍຊື່ວ່າອາກປັກຊາດ

"ມີລູກຊາຍຊື່ວ່າອາກປັກຊາດ" ຫລື "ລູກຊາຍຂອງລາວຊື່ວ່າອາກປັກຊາດ"

ອາກປັກຊາດ

ຊື່ຫນຶ່ງຂອງມະນຸດ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຫນຶ່ງຮ້ອຍ....ສອງ....ຫ້າຮ້ອຍ

ຜູ້ແປອາດຈະຂຽນເປັນຕົວຫນັງສື ຫລື ຕົວເລກກໍໄດ້ເຊັ່ນ "100," "2," ແລະ "500." (ມີຕົວຫນັງສືຖ້າຈຳນວນທີ່ມີພຽງແຕ່ຫນຶ່ງ ຫລື ສອງຄຳ; ໃຫ້ຂຽນເປັນຕົວເລກ ຖ້າຈຳນວນມີສາມຄຳ ຫລື ຫລາຍກວ່ານັ້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers))

Genesis 11:12

ເພິ່ນມີລູກຊາຍຊື່ວ່າເຊລາ

"ລູກຊາຍຊື່ວ່າເຊລາ"

ເຊລາ

ຊື່ຫນຶ່ງຂອງຜູ້ຊາຍ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 11:14

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 11:16

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 11:18

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 11:20

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 11:22

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 11:24

ຂໍ້ມູນທົ່ວໄປ:

ບັນທຶກໃນປະຖົມມະການໃນຂໍ້ 11: 12-25 ມີຮູບແບບດຽວກັນ. ແປແບບນີ້ ຄືກັນກັບທີ່ທ່ານໄດ້ແປໃນຂໍ້ 11:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names) (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ອັບຣາມ, ນາໂຮ, ແລະ ຮາຣານ

ພວກເຮົາບໍ່ຮູ້ວ່າໃຜເກີດກ່ອນລະຫວ່າງອ້າຍນ້ອງ ທັງສາມຄົນນີ້.

Genesis 11:27

ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຕຣາ

ນີ້ເປັນປະໂຫຍກແນະນຳ ເລື່ອງລາວກ່ຽວກັບລູກຫລານຂອງເຕຣາ. ປະຖົມມະການໃນຂໍ້ 11:27-25:11 ບອກກ່ຽວກັບລູກຫລານຂອງເຕຣາ, ໂດຍສະເພາະແມ່ນອັບຣາຮາມ ລູກຊາຍຂອງລາວ. ອາດແປໄດ້ອີກວ່າ: "ນີ້ແມ່ນບັນຊີລາຍຊື່ຂອງລູກຫລານຂອງເຕຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຮາຣານໄດ້ຕາຍໄປຂະນະທີ່ເຕຣາພໍ່ຂອງຕົນຍັງມີຊີວິດຢູ່

ນີ້ຫມາຍຄວາມວ່າຮາຣານ ຕາຍໃນຂະນະທີ່ພໍ່ຂອງລາວຍັງມີຊີວິດຢູ່. ອາດແປໄດ້ອີກວ່າ: "ຮາຣານໄດ້ເສຍຊີວິດໃນຂະນະທີ່ພໍ່ຂອງລາວ, ເຕຣາ, ຍັງຢູ່ກັບລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 11:29

ໄດ້ແຕ່ງງານ

"ໄດ້ເມຍ"

ອິດສະຄາ

ນີ້ແມ່ນຊື່ຫນຶ່ງຂອງຜູ້ຍິງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ບັດນີ້

ຄຳສັບນີ້ແມ່ນໃຊ້ເພື່ອແນະນຳຂໍ້ມູນໃຫມ່ກ່ຽວກັບຊາຣາຍ ຊຶ່ງຈະກາຍເປັນຕົວສຳຄັນໃນບົດຕໍ່ມາ.

ເປັນຫມັນ

ຄຳສັບນີ້ພັນລະນາເຖິງແມ່ຍິງຜູ້ທີ່ບໍ່ສາມາດຖືພາ ຫລື ມີລູກໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

Genesis 11:31

ຂອງລາວ

ໃນນີ້ຄຳວ່າ "ລາວ" ຫມາຍເຖີງເຕຣາ

ຊາລາຍລູກໃພ້ເມຍຂອງອັບຣາມລູກຊາຍຂອງເຂົາ

ລູກໃຜ້, ເມຍຂອງອັບຣາມລູກຊາຍຂອງລາວ - "ລູກໃພ້ຂອງລາວ, ນາງຊາຣາຍ, ຜູ້ທີ່ເປັນເມຍຂອງອັບຣາມ ລູກຊາຍຂອງລາວ"

ຮາຣານ....ຮາຣານ

ນີ້ແມ່ນສອງຊື່ທີ່ແຕກຕ່າງກັນ ແລະ ພວກມັນຖືກສະກົດຕ່າງກັນໃນພາສາເຮັບເຣີ. ຄຳທຳອິດ ຫມາຍເຖິງບຸກຄົນ ແລະ ອີກຄຳຫນຶ່ງຫມາຍເຖິງເມືອງ. (ສຽງ "ຮ" ອອກຊື່ເມືອງແມ່ນດັງກວ່າສຽງ "ຮ" ທີ່ອອກຊື່ບຸກຄົນ.) ດັ່ງນັ້ນ ທ່ານອາດຈະເລືອກທີ່ຈະສະກົດຄຳເຫລົ່ານີ້ ໃຫ້ແຕກຕ່າງກັນໃນພາສາຂອງທ່ານ ເພື່ອສະແດງເຖີງສອງຄວາມຫມາຍທີ່ກ່າວມານັ້ນ.