Genesis 10

Genesis 10:1

ເຫລົ່ານີ້ຄືເຊື້ອສາຍຂອງພວກລູກຊາຍທັງຫລາຍຂອງໂນອາ

"ນີ້ແມ່ນບັນຊີຂອງພວກລູກຊາຍຂອງໂນອາ." ນີ້ແມ່ນປະໂຫຍກແນະນຳເລື່ອງກ່ຽວກັບລູກຫລານຂອງໂນອາໃນປະຖົມມະການໃນຂໍ້ 10:1-11:9.

Genesis 10:2

ຈາກຄົນເຫລົ່ານີ້ ປະຊາຊົນຕາມຊາຍຝັ່ງໄດ້ແຍກ ແລະ ເຂົ້າໄປໃນແຜ່ນດິນຂອງພວກເຂົາ

"ລູກຊາຍ ແລະ ເຊື້ອສາຍຂອງຢາວານ ໄດ້ແຍກອອກຈາກກັນແລະ ຍ້າຍໄປຕັ້ງທິ່ນຖານຢູ່ແຄມທະເລ ແລະ ເກາະຕ່າງໆ"

ປະຊາຊົນຕາມຊາຍຝັ່ງ

ຫມາຍເຖີງຄົນຜູ້ທີ່ອາໃສຢູ່ລຽບຕາມແຄມທະເລ ແລະ ຢູ່ໃນເກາະຕ່າງໆ.

ແຜ່ນດິນຂອງພວກເຂົາ

"ແຜ່ນດິນເກີດຂອງພວກເຂົາ" ນີ້ແມ່ນສະຖານທີ່ ທີ່ຄົນໄດ້ຍ້າຍຖິ່ນຖານ ແລະ ໄດ້ອາໃສຢູ່ໃນ.

ແຕ່ລະຄົນຕາມພາສາຂອງຕົນ

"ແຕ່ລະກຸ່ມຄົນເວົ້າພາສາຂອງຕົນເອງ" ຫລື "ກຸ່ມຄົນແບ່ງແຍກກັນຕາມພາສາຂອງພວກເຂົາ"

Genesis 10:6

ມີຊຣຽມ

ມີຊຣຽມເປັນພາສາຮັບເຣີ ໃຊ້ອື່ນຊື່ "ເອຢິບ."

Genesis 10:8

ຜູ້ມີອຳນາດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ນັກຮົບທີ່ຍິ່ງໃຫຍ່" ຫລື 2) "ຜູ້ມີອຳນາດ" ຫລື 3) "ຜູ້ປົກຄອງທີ່ມີອຳນາດ."

ຕໍ່ພຣະພັກພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃນສາຍຕາຂອງພຣະຢາເວ" ຫລື 2) "ດ້ວຍຄວາມຊ່ວຍເຫລືອຂອງພຣະຢາເວ"

ນັ້ນຄືສິ່ງທີ່ເປັນມາຂອງຄຳເວົ້າທີ່ວ່າ

ນີ້ແນະນຳຄຳສຸພາສິດ. ພາສາຂອງທ່ານອາດຈະແນະນຳຄຳສຸພາສິດ ແລະ ຄຳເວົ້າໃນທາງທີ່ແຕກຕ່າງ. ອາດແປໄດ້ອີກວ່າ: "ນີ້ແມ່ນເຫດຜົນທີ່ຄົນເວົ້າ (ເບິ່ງເພີ່ມເຕີມ: " en: ta: workbench: translate: writingstyles_proverbs

ສູນກາງຂອງອຳນາດແຫ່ງທຳອິດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ສູນກາງແຫ່ງທຳອິດທີ່ລາວພັດທະນາຂື້ນ ຫລື 2) ເມືອງທີ່ສຳຄັນ.

Genesis 10:11

ເພິ່ນໄດ້ໄປຍັງອັດຊີເຣຍ

"ນິມໂຣດໄດ້ໄປຍັງອັດຊີເຣຍ"

ມີຊຣຽມໄດ້ກາຍເປັນ

ສືບຕໍ່ລາຍຊື່ເຊື້ອສາຍຂອງໂນອາ

ມີຊຣຽມ

ມິຊຣຽມແມ່ນຫນຶ່ງໃນບັນດາລູກຊາຍຂອງ ຮາມ. ລູກຫລານຂອງລາວໄດ້ກາຍມາເປັນປະຊາຊົນເອຢີບ. ມິຊຣຽມແມ່ນຊື່ຂອງເຮັບເຣີໃຊ້ສຳລັບເອີ້ນປະເທດເອຢິບ.

Genesis 10:15

ຄົນເຢບຸດ, ຄົນອາໂມ, ຄົນກີກາຊີ

ຊື່ເຫລົ່ານີ້ຫມາຍເຖິງກຸ່ມຄົນທີ່ໃຫຍ່ກວ່າ ໃນຈຳນວນຄົນທີ່ມາຈາກເຊື້ອສາຍການາອານ.

Genesis 10:19

ເຂດແດນ

"ອານາເຂດ" ຫລື "ຊາຍແດນຂອງພວກເຂົາ"

ລີ່ມຈາກເມືອງຊີໂດນ, ໄປເຖິງເມືອງເກຣາກ, ໄກໄປຈົນເຖິງເມືອງກາຊາ

ທິດໃຕ້ສາມາດລະບຸໄດ້ຢ່າງຈະແຈ້ງຖ້າຕ້ອງການ. ອາດແປໄດ້ອີກວ່າ: "ຈາກເມືອງຊີດອນ ໃນເຂດພາກເຫນືອເຖິງທິດໃຕ້ເຖິງເມືອງກາຊາ, ຊຶ່ງຕັ້ງຢູ່ໃກ້ກັບເມືອງເກີຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເລີ່ມຈາກເມືອງຊີໂດນ, ໄປເຖິງເມືອງເກຣາກ, ໄກໄປຈົນເຖິງເມືອງກາຊາ, ແລະ ໄປຈົນເຖິງເມືອງໂຊໂດມ, ເມືອງໂກໂມຣາ, ເມືອງອັດມາ, ແລະ ເມືອງເຊບົວອິມ, ໄປໄກຈົນເຖິງເມືອງລາຊາ.

ທິດທາງ "ທິດຕາເວັນອອກ" ຫລື "ໃກຈາກທະເລ" ສາມາດຖືກລະບຸຢ່າງຈະແຈ້ງຖ້າຈຳເປັນ. ອາດຈະແປໄດ້ອີກວ່າ: "ຫລັງຈາກນັ້ນທິດຕາເວັນອອກໄປສູ່ເມືອງໂຊໂດນ, ເມືອງເກຣາ, ເມືອງອັດມາ, ແລະ ເມືອງເຊບົວອິມ, ໄປໄກຈົນເຖິງເມືອງລາຊາ" (ເບິ່ງເພີມເຕີມ: /WA-Catalog/lo_tm?section=translate#figs-explicit)

ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງຮາມ

ຄຳວ່າ "ເຫລົ່ານີ້" ຫມາຍເຖິງຄົນ ແລະ ກຸ່ມຄົນທີ່ໄດ້ລະບຸໄວ້ໃນຂໍ້ 10:6.

ໂດຍພາສາຂອງພວກເຂົາ

"ແຕກແຍກຕາມພາສາຕ່າງກັນຂອງໃຜຂອງມັນ"

ໃນແຜ່ນດິນຂອງພວກເຂົາ

"ໃນແຜ່ນດິນເກີດຂອງພວກເຂົາ"

Genesis 10:21

ບໍ່ມີ

ບໍ່ມີ

Genesis 10:24

ອາກປັກຊາດ

ອາກປັກຊາດເປັນລູກຄົນຫນຶ່ງຂອງເຊມ

ເປເລັກ

ຜູ້ແປອາດຈະຕື່ມຫມາຍເຫດຫນຶ່ງທີ່ເວົ້າວ່າ: "ຊື່ເປເລັກຫມາຍເຖີງ 'ການແບ່ງແຍກ.'

ໄດ້ມີການແບ່ງແຍກແຜ່ນດິນກັນ

ປະໂຫຍກນີ້ສາມາດເຮັດໃຫ້ເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ປະຊາຊົນໃນແຜ່ນດິນໂລກແບ່ງແຍກຕົວເອງ" ຫລື "ປະຊາຊົນຂອງແຜ່ນດິນໂລກແຍກອອກຈາກກັນ ແລະກັນ" ຫລື "ພຣະເຈົ້າໄດ້ແບ່ງແຍກປະຊາຊົນຂອງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 10:26

ໂຢກທານ

ໂຢກທາເປັນລູກຊາຍຄົນຫນຶ່ງຂອງເອເບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພວກເຂົາທັງຫມົດ

ຄຳວ່າ "ເຫລົ່ານີ້" ຫມາຍເຖີງບັນດາລູກຊາຍຂອງໂຢກທານ.

Genesis 10:30

ດິນແດນຂອງພວກເຂົາ

"ດິນແດນທີ່ພວກເຂົາໄດ້ຄຸ້ມຄອງ" ຫລື "ດິນແດນທີ່ພວກເຂົາໄດ້ອາໃສຢູ່"

ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ

ຄຳວ່າ "ເຫລົ່ານີ້" ຫມາຍເຖີງເຊື້ອສາຍຂອງເຊມ (10:21).

Genesis 10:32

ຄົນເຫລົ່ານີ້ຄືຕະກູນ

ນີ້ຫມາຍເຖີງກຸ່ມຄົນທັງຫມົດທີ່ມີລາຍຊື່ບັນທຶກລົງໃນຂໍ້ 10:1.

ຕາມພົງພັນຂອງ

"ຕາມລາຍຊື່ໂດຍ"

ຈາກພວກເຫລົ່ານີ້ປະຊາຊາດທັງຫລາຍໄດ້ແບ່ງແຍກ ແລະ ໄປທົ່ວແຜ່ນດິນ

"ຈາກວົງຕະກູນເຫລົ່ານີ້ບັນດາປະຊາຊາດໄດ້ຖືກແບ່ງແຍກ ແລະ ແຜ່ອອກໄປທົ່ວແຜ່ນດິນໂລກ" ຫລື "ກຸ່ມຄົນເຫລົ່ານີ້ໄດ້ແບ່ງແຍກກັນ ແລະ ໄດ້ສ້າງຕັ້ງບັນດາປະຊາຊາດໃນໂລກ"

ຫລັງນ້ຳຖ້ວມ

ປະໂຫຍກນີ້ສາມາດຖືກລະບຸໃຫ້ຈະແຈ້ງ ຫຼື ຊັດເຈນຂື້ນຕື່ມ. ອາດແປໄດ້ອີກວ່າ: "ຫລັງຈາກນໍ້າຖ້ວມໄດ້ທຳລາຍແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)