Genesis 9

Genesis 9:1

ຈົ່ງມີລູກຫລານໃຫ້ຫມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ

ນີ້ແມ່ນພຣະພອນຂອງພຣະເຈົ້າ. ພຣະອົງໄດ້ບອກໂນອາ ແລະ ຄອບຄົວຂອງລາວໃຫ້ສ້າງມະນຸດຫລາຍຂຶ້ນ ເຊັ່ນດຽວກັນກັບຕົວເອງ, ເພື່ອວ່າມັນຈະມີຫລາຍຄົນໃນພວກເຂົາ. ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ “ເກີດຜົນ”. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳສັ່ງເຫລົ່ານີ້ໃນ ຂໍ້1:28. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວແກ່ເຈົ້າຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ, ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະ ເຫນືອປາທຸກຊະນິດແຫ່ງທ້ອງທະເລ

ນັກຂຽນເວົ້າເຖິງຄວາມຢໍາເກງ ແລະ ຢ້ານກົວຄືກັບວ່າພວກມັນເປັນວັດຖຸທີ່ມີຕົວຕົນ ທີ່ສາມາດຢູ່ເທິງສັດໄດ້. ອາດແປໄດ້ອີກວ່າ: "ສັດທີ່ມີຊີວິດທັງຫລາຍ... ແລະ ປາທັງຫມົດໃນທະເລຈະຢ້ານກົວເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວແກ່ເຈົ້າ

ຄຳວ່າ "ຢຳເກງ" ແລະ "ຢ້ານກົວ" ຫມາຍເຖິງພື້ນຖານສິ່ງດຽວກັນ ແລະ ເນັ້ນຫນັກວ່າສັດຈະຢ້ານກົວມະນຸດແນວໃດ. ອາດຈະແປໄດ້ອີກວ່າ: "ຄວາມຢ້ານກົວຕໍ່ທ່ານ" ຫລື "ຄວາມຢ້ານກົວຕໍ່ຫນ້າທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ

ນີ້ແມ່ນສັດທຳອິດໃນ 4 ປະເພດສັດທີ່ນັກຂຽນ ແລະ ບໍ່ແມ່ນການສະຫລຸບທັງຫມົດຂອງຈຳນວນສັດ ທີ່ພຣະອົງໄດ້ກ່າວເຖິງຕໍ່ໄປ.

ນົກ

ນີ້ຫມາຍເຖີງສັດທົ່ວໄປທີ່ສາມາດບິນໄດ້. ເບິ່ງເພີ່ມເຕີມທ່ານໄດ້ແປຂໍ້ນີ້ໃນ1:20.

ເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ

ນີ້ຫມາຍເຖີງສັດຂະນາດນ້ອຍທຸກປະເພດ. ເບິ່ງເພີ່ມເຕີມທ່ານໄດ້ແປຂໍ້ນີ້ໃນ1:24.

ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ

ມືແມ່ນອະໄວຍະວະໃຊ້ສຳລັບການຄວບຄຸມທີ່ມືມີ. ປະໂຫຍກນີ້ສາມາດເປັນຄຳກິລິຍາ. ອາດແປໄດ້ອີກ: "ພວກມັນຖືກມອບໃຫ້ຢູ່ໃນການຄວບຄຸມຂອງທ່ານ" ຫລື "ເຮົາໄດ້ໃຫ້ພວກມັນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

Genesis 9:3

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ຊີວິດ....ເລືອດ

ນັກແປອາດຈະເພີ່ມຂໍ້ຄວາມດັງກ່າວດັ່ງນີ້: "ເລືອດແມ່ນສັນຍາລັກຂອງຊີວິດ." ພວກເຂົາຍັງອາດຈະເພີ່ມບາງຄຳອະທິບາຍເຊັ່ນ: "ພຣະເຈົ້າໄດ້ສັ່ງຫ້າມບໍ່ໃຫ້ກິນຊີ້ນທີ່ມີເລືອດຢູ່. ພວກເຂົາຕ້ອງໄດ້ເອົາເລືອດອອກກ່ອນ."

Genesis 9:5

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ແຕ່ສຳລັບເລືອດຂອງເຈົ້າ

ນີ້ມີຄວາມຫມາຍຕ່າງກັນຈາກເລືອດຂອງມະນຸດກັບເລືອດຂອງສັດ (9:1).

ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າ

ມັນຫມາຍຄວາມວ່າເລືອດໄຫຼອອກ, ຫລື ຖອກ, ຫລື ສີດອອກ. ອາດແປໄດ້ອີກ: "ຖ້າຜູ້ໃດເຮັດໃຫ້ເລືອດຂອງທ່ານລັ່ງອອກ" ຫຼື "ຖ້າໃຜເຮັດໃຫ້ເລືອດຂອງທ່ານໄຫຼອອກ" ຫລື "ຖ້າມີຄົນຂ້າທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit ແລະ /WA-Catalog/lo_tm?section=translate#figs-metaphor)

ຊີວິດ

ນີ້ຫມາຍເຖີງຮ່າງກາຍທີ່ມີຊີວິດ

ເຮົາຈະເອີ້ນຄ່າຕອບແທນ

ການຈ່າຍຄືນນີ້ຫມາຍເຖິງການລົງໂທດເຖີງຕາຍແກ່ຜູ້ຂ້າ, ບໍ່ແມ່ນເງິນ. ອາດແປໄດ້ອີກວ່າ: "ເຮົາຈະຮຽກຮ້ອງໃຫ້ຜູ້ໃດທີ່ຂ້າເຈົ້າຈ່າຍຊີວິດຄືນໃຫ້ເຈົ້າ"

ຈາກມື

ໃນນີ້ຄຳວ່າ "ມື" ຫມາຍເຖິງຜູ້ທີ່ຮັບຜິດຊອບຕໍ່ເຫດການທີ່ເກີດຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ພີ່ນ້ອງ

ໃນນີ້ຄຳວ່າ “ພີ່ນ້ອງ” ຖືກໃຊ້ເປັນຕົວອ້າງອີງທົ່ວໄປກ່ຽວກັບອ້າຍນ້ອງ, ເຊັ່ນດຽວກັນກັບຄຳວ່າສະມາຊິກ ຂອງເຜົ່າດຽວກັນ, ຕະກູນ, ຫລືກຸ່ມຄົນດຽວກັນ.

ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ

ການເຮັດໃຫ້ເລືອດອອກແມ່ນການປຽບທຽບສຳລັບການຂ້າຄົນ. ນີ້ຫມາຍຄວາມວ່າຖ້າຄົນຜູ້ຫນຶ່ງຄາດຕະກຳຜູ້ອື່ນ, ຜູ້ນັ້ນຈະກາຍເປັນຂ້າຄາດຕະກອນ. ເຖິງຢ່າງໃດກໍ່ຕາມ, "ເລືອດ" ມີຄວາມສຳຄັນຫລາຍໃນຂໍ້ນີ້ ແລະ ຄວນຈະຖືກນຳໃຊ້ເຂົ້າໃນການແປຖ້າເປັນໄປໄດ້. ແປຄຳວ່າ “ເລືອດ” ທີ່ມີຄຳທີ່ສະແດງເຖິງການສູນເສຍເລືອດ ທີ່ເຮັດໃຫ້ເສຍຊີວິດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າທີ່ພຣະອົງໄດ້ຊົງສ້າງມະນຸດ

"ເພາະວ່າພຣະເຈົ້າໄດ້ສ້າງມະນຸດຕາມ ພຣະລັກສະນະຂອງພຣະອົງ" ຫລື "ເພາະວ່າພຣະເຈົ້າໄດ້ຊົງສ້າງມະນຸດໃຫ້ຄືກັນກັບພຣະອົງ"

ຈົ່ງແຜ່ພັນ ແລະ ເພີ່ມຈຳນວນຂຶ້ນ

ນີ້ແມ່ນພຣະພອນຂອງພຣະເຈົ້າ. ພຣະອົງຊົງກ່າວອວຍພອນແກ່ໂນອາ ແລະ ຄອບຄົວຂອງລາວໃຫ້ສ້າງມະນຸດຫລາຍຂຶ້ນ ຄືກັບຕົວລາວເອງ, ເພື່ອວ່າພວກເຂົາຈະມີຈຳນວນເພີ່ມຫລາຍຂື້ນ. ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພວກມັນຈະ “ ແຜ່ຂະຫຍາຍ”. ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປຂໍ້ນີ້ໃນ 1:28. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

Genesis 9:8

ຈາກນັ້ນພຣະເຈົ້າໄດ້ເວົ້າກັບໂນອາ ແລະ ກັບລູກຊາຍທັງຫລາຍຂອງລາວທີ່ຢູ່ກັບລາວ

ພຣະເຈົ້າໄດ້ເວົ້າກັບພວກເຂົາຢູ່ແລ້ວ. ວະລິນີ້ຫມາຍເຖິງການປ່ຽນແປງຫົວຂໍ້ສິ່ງທີ່ພຣະເຈົ້າຈະເວົ້າກັບພວກເຂົາ. ອາດແປໄດ້ອີກວ່າ: "ພຣເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ" ຫລື "ຫຼັງຈາກນັ້ນພຣະເຈົ້າກ່າວຕໍ່ໄປ"

ສຳລັບເຮົາ

ວະລີນີ້ຖືກໃຊ້ໃນພາສາອັງກິດ ເພື່ອຫມາຍເຖິງການປ່ຽນຫົວຂໍ້ຈາກສິ່ງທີ່ພຣະເຈົ້າເວົ້າກ່ຽວກັບສິ່ງທີ່ໂນອາ ແລະ ລູກຊາຍຂອງລາວຕ້ອງເຮັດໃນສິ່ງທີ່ພຣະເຈົ້າພຣະເຈົ້າຈະເຮັດ.

ຢືນຢັນພັນທະສັນຍາຂອງເຮົາກັບເຈົ້າ

"ເຮັດພັນທະສັນຍາລະຫວ່າງເຮົາກັບເຈົ້າ" ເບິ່ງເພີ່ມເຕີມການແປຂໍ້ນີ້ໃນ 6:18.

Genesis 9:11

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ

"ໂດຍການກ່າວເຊັ່ນນີ້, ເຮົາເຮັດພັນທະສັນຍາກັບເຈົ້າ." ເບິ່ງເພີ່ມເຕີມການແປທີ່ມີຄຳນີ້ຄ້າຍຄືໃນຂໍ້ 6:18.

ເນື້ອຫນັງທັງຫມົດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ

"ຈະບໍ່ມີນໍ້າຖ້ວມ ທີ່ທຳລາຍແຜ່ນດິນໂລກອີກຕໍ່ໄປ." ມັນອາດຈະມີນໍ້າຖ້ວມ, ແຕ່ມັນຈະບໍ່ທຳລາຍແຜ່ນດິນໂລກທັງຫມົດ.

ເຄື່ອງຫມາຍແຫ່ງພັນທະສັນຍາ

ນີ້ຫມາຍເຖີງສິ່ງເຕືອນໃຈສຳລັບບາງຢ່າງທີ່ໄດ້ໃຫ້ສັນຍາໄວ້ແລ້ວ.

ພັນທະສັນຍາ ... ສຳລັບຄົນທຸກຊົ່ວອາຍຸ

ພັນທະສັນຍາດັ່ງກ່າວນຳໃຊ້ກັບໂນອາ ແລະ ຄອບຄົວຂອງລາວ ແລະ ກັບທຸກລຸ້ນຄົນໃນຍຸກຕໍ່ມາ.

Genesis 9:14

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ຈະເປັນຢ່າງນັ້ນເມື່ອ

"ເມື່ອໃດກໍຕາມ" ມັນຈະມີບາງຢ່າງເກີດຂື້ນຫລາຍໆຄັ້ງ.

ເຫັນຮຸ້ງກິນນໍ້າ

ມັນຍັງບໍ່ເປັນທີ່ຈະແຈ້ງວ່າໃຜຈະເຫັນຮຸ້ງ, ແຕ່ເນື່ອງຈາກວ່າພັນທະສັນຍາ ແມ່ນລະຫວ່າງພຣະຢາເວ ແລະ ມະນຸດ, ຖ້າທ່ານຕ້ອງການເວົ້າວ່າແມ່ນໃຜເປັນຜູ້ທີ່ຈະເຫັນສາຍຮຸ້ງ, ມັນຈະເປັນການດີທີ່ສຸດທີ່ຈະຕັ້ງຊື່ໃຫ້ທັງພຣະຢາເວ ແລະ ມະນຸດ. ສິ່ງນີ້ສາມາດແປເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ "ເມື່ອມະນຸດ ແລະ ເຮົາເຫັນສາຍຮຸ້ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຮຸ້ງ

ເສັ້ນດ່າງທີ່ມີສີສັນທີ່ປາກົດໃນລະດູຝົນເມື່ອແສງແດດສ່ອງຈາກທາງຫລັງຂອງຜູ້ແນມເຫັນ.

ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາ

ນີ້ບໍ່ໄດ້ຫມາຍເຖີງວ່າພຣະເຈົ້າຈະລືມ. ອາດແປໄດ້ອີກວ່າ: ເຮົາກໍຈະຄິດເຖິງພັນທະສັນຍາຂອງເຮົາ"

ເຮົາ ແລະ ເຈົ້າ

ຄຳວ່າ "ເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ. ພຣະເຈົ້າກຳລັງເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງ

"ທຸກສິ່ງທີ່ມີຊີວິດ"

ເນື້ອຫນັງທັງຫມົດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. ເບິ່ງເພີມເຕີມວິທີການແປຂໍ້ນີ້ໃນ 6:11. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 9:16

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບໂນອາ ແລະ ລູກຊາຍຂອງລາວ.

ເພື່ອທີ່ຈະລະນຶກເຖີງ

"ເພື່ອວ່າເຮົາຈະລະນຶກເຖີງ" ຫລື "ເພື່ອທີ່ເຮົາຈະຄິດເຖີງ"

ລະຫວ່າງພຣະເຈົ້າ ແລະ ທຸກສິ່ງທີ່ມີຊີວິດ

ໃນປະໂຫຍກນີ້ແມ່ນພຣະເຈົ້າເປັນຜູ້ກຳລັງເວົ້າ. ອາດແປໄດ້ອີກວ່າ: "ລະຫວ່າງເຮົາ ແລະ ທຸກສິ່ງທີ່ມີຊີວິດ"

ທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດ

"ທຸກສິ່ງທີ່ມີຊີວິດ" ເບິ່ງເພີ່ມເຕີມທີ່ທ່ານໄດ້ແປຂໍ້ນີ້ໃນ 9:14.

ຈາກນັ້ນພຣະເຈົ້າຊົງກ່າວກັບໂນອາ

ພຣະເຈົ້າໄດ້ກຳລັງເວົ້າກັບໂນອາຢູ່ແລ້ວ. ປະໂຫຍກນີ້ຫມາຍເຖິງຕອນສຸດທ້າຍຂອງສິ່ງທີ່ພຣະເຈົ້າກ່າວ. ອາດແປໄດ້ອີກວ່າ: "ພຣະເຈົ້າຈົບການສົນທະນາກັບໂນອາ" ຫລື "ດັ່ງນັ້ນພຣະເຈົ້າໄດ້ກ່າວກັບໂນອາ"

Genesis 9:18

ຂໍ້ມູນທົ່ວໄປ:

ໃນຂໍ້ 18 -19 ແນະນຳ ລູກຊາຍສາມຄົນຂອງໂນເອ, ເຊິ່ງຈະເປັນພາກສ່ວນຫນຶ່ງທີ່ສຳຄັນຂອງເລື່ອງຕໍ່ໄປ.

ພໍ່

ຮາມເປັນພໍ່ແທ້ຂອງການາອານ

Genesis 9:20

ຊາວສວນ

"ຄົນປູກຜັກ"

ເມົາ

"ໄດ້ດື່ມນໍ້າອະງຸ່ນຫລາຍ "

ເປືອຍກາຍ

ຂໍ້ພຣະຄຳພີບໍ່ໄດ້ລະບຸວ່າ ມີສ່ວນໃດແດ່ທີ່ຮ່າງກາຍຂອງໂນອາບໍ່ຖືກປົກປິດໃນມື້ທີ່ລາວເມົາ. ປະຕິກິລິຍາຂອງພວກລູກຊາຍຂອງລາວສະແດງໃຫ້ເຫັນວ່າພວກເຮົາອັບອາຍ ເມື່ອເຫັນພໍ່ນອນເປືອຍກາຍຢູ່.

Genesis 9:22

ພໍ່ລາວ

ຫມາຍເຖີງໂນອາ

Genesis 9:24

ຂໍ້ມູນທົ່ວໄປ:

ໃນຂໍ້ທີ 25 - 27 ໂນອາໄດ້ກ່າວ ຄຳສາບແຊ່ງກ່ຽວເຖີງ ລູກຊາຍຂອງຮາມ ແລະ ກ່າວຄຳອວຍພອນຕໍ່ອ້າຍນ້ອງຂອງຮາມ. ສິ່ງທີ່ໂນອາໄດ້ເວົ້າຕອນນັ້ນ ຍັງຕົກເຖີງລູກຫລານຂອງພວກເຂົາ.

ຂໍ້ມູນທົ່ວໄປ:

ອີກທາງເລືອກຫນຶ່ງໃນຂໍ້ພຣະຄຳພີເຫລືນີ້ ແມ່ນໄດ້ສະແດງອອກເພື່ອສະແດງໃຫ້ເຫັນວ່ານີ້ແມ່ນບົດກະວີ. ຖ້າທ່ານສາມາດເຮັດໄດ້, ໃຫ້ຂຽນຂໍ້ພຣະຄຳພີເຫລົ່ານີ້ ເຊິ່ງສື່ໃຫ້ຜູ້ອ່ານຮູ້ວ່າພວກມັນແມ່ນບົດກະວີ.

ໄດ້ຕື່ນຂຶ້ນຈາກການເມົາຂອງລາວ

"ຊ່ວງເມົາ"

ລູກຊາຍຫລ້າ

ນີ້ແມ່ນຫມາຍເຖີງ ຮາມ. ອາດແປໄດ້ອີກວ່າ: "ລູກຊາຍຫລ້າຂອງລາວ, ຮາມ."

ການາອານຈົ່ງຖືກສາບແຊ່ງ

"ເຮົາຊາບແຊ່ງອານາອານ" ຫລື "ຂໍໃຫ້ສິ່ງຊົ່ວທັງຫລາຍຈົ່ງເກີດຂື້ນກັບ ການາອານ"

ການາອານ

ນີ້ຫມາຍເຖີງລູກຫລານຂອງຮາມ. ອາດແປໄດ້ອີກວ່າ: "ລູກຂອງຮາມ ແມ່ນການາອານ"

ເປັນຄົນຮັບໃຊ້ຂອງຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງມັນ

"ເປັນຄົນຮັບໃຊ້ທີ່ຕ່ຳຕ້ອຍທີ່ສຸດຂອງພວກອ້າຍຂອງລາວ" ຫລື "ເປັນຄົນຮັບໃຊ້ທີ່ບໍ່ມີຄວາມສຳຄັນຂອງພວກອ້າຍຂອງລາວ"

ອ້າຍຂອງມັນ

ນີ້ຫມາຍເຖີງບັນອ້າຍທັງຫລາຍຂອງຮາມ ຫລື ບັນດາພີ່ນ້ອງທົ່ວໄປ.

Genesis 9:26

ຂໍ້ມູນທົ່ວໄປ:

ຖ້າທ່ານສາມາດເຮັດໄດ້, ໃຫ້ຂຽນຂໍ້ພຣະຄຳພີເຫລົ່ານີ້ ຊຶ່ງສື່ໃຫ້ຜູ້ອ່ານຮູ້ວ່າພວກມັນແມ່ນບົດກະວີ.

ຂໍໃຫ້ພຣະຢາເວ, ພຣະເຈົ້າຂອງເຊມ, ໄດ້ຮັບການສັນຣະເສີນ

"ຄຳສັນຣະເສີນຂໍຊົງມີແກ່ພຣະຢາເວ, ພຣະເຈົ້າຂອງເຊມ," ຫລື "ພຣະຢາເວ, ພຣະເຈົ້າຂອງເຊມ, ໄດ້ຮັບການສັນຣະເສີນ"

ໃຫ້ການາອານເປັນຄົນຮັບໃຊ້ຂອງເຂົາ

"ແລະໃຫ້ການາອານເປັນຜູ້ຮັບໃຊ້ຂອງເຊມ." ນີ້ແມ່ນລວມທັງລູກຫລານຂອງການາອານ ແລະ ເຊມ.

ຂໍໃຫ້ພຣະເຈົ້າເພີ່ມອານາເຂດຂອງຢາເຟດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຂໍພຣະເຈົ້າເຮັດໃຫ້ອານາເຂດຂອງ ຢາເຟດມີຂະຫນາດກວ້າງໃຫຍ່ກວ່າ" ຫລື 2) "ຂໍພຣະເຈົ້າເຮັດໃຫ້ຢາເຟດມີລູກຫລານຫລາຍໆຄົນ."

ແລະ ໃຫ້ເຂົາສ້າງບ້ານໃນເຕັນທັງຫລາຍຂອງເຊມ

"ແລະ ໃຫ້ເຂົາສ້າງບ້ານເຮືອນໂດຍສັນຕິສຸກກັບ ເຊມ." ນີ້ແມ່ນລວມທັງລູກຫລານຂອງການາອານ ແລະ ເຊມ.

ໃຫ້ການາອານຈະເປັນທາດຮັບໃຊ້ຂອງເຂົາ

"ແລະໃຫ້ການາອານເປັນຜູ້ຮັບໃຊ້ຂອງຢາເຟດ." ນີ້ແມ່ນລວມທັງລູກຫລານຂອງການາອານ ແລະ ຢາເຟດ.

Genesis 9:28

ບໍ່ມີ

ບໍ່ມີ