Genesis 8

Genesis 8:1

ບໍ່ໄດ້ລືມ

"ຈື່" ຫລື "ຫວນຄິດຫາ"

ເຮືອ

ນີ້ຫມາຍເຖິງກ່ອງໃຫຍ່ທີ່ສາມາດລອຍຢູ່ເທິງຫນ້ານໍ້າໄດ້ເຖິງແມ່ນວ່າຈະມີລົມພາຍຸຮ້າຍແຮງກໍ່ຕາມ. "ເຮືອໃຫຍ່" ຫລື "ເຮືອກຳປັ່ນ" ຫລື "ເຮືອບັນທຸກ" ເບິ່ງເພີ່ມເຕີມການແປຂໍ້ນີ້ໃນ 6:13.

ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ ແລະ ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ

"ນໍ້າຢຸດໄຫລອອກຈາກພື້ນດິນ ແລະ ຝົນກໍ່ຢຸດເຊົາ." ປະໂຫຍກນີ້ສາມາດເວົ້າໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະເຈົ້າປິດນໍ້າພຸແຫ່ງຄວາມເລິກ ແລະ ປ່ອງຢ້ຽມຂອງຟ້າສະຫວັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ

"ນໍ້າຈາກໃຕ້ພື້ນດິນຂອງແຜ່ນດິນໂລກ." ເບິ່ງເພີ່ມເຕີມທີ່ທ່ານໄດ້ແປຂໍ້ນີ້ໃນ 7:11.

ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ

ນີ້ຫມາຍເຖິງຝົນເຊົາຕົກ. ເຊິ່ງພັນລະນາເຖິງທ້ອງຟ້າເປັນເຫມືອນເພດານທີ່ເຮັດໃຫ້ນໍ້າຢູ່ເຫນືອຈາກການຕົກລົງມາສູ່ໂລກ. ເມື່ອປ່ອງຢ້ຽມ, ຫລື ປະຕູ, ໃນທ້ອງຟ້າໄດ້ຖືກປິດແລ້ວ, ນໍ້າກໍ່ເຊົາໄຫລຜ່ານພວກມັນ. ອາດແປໄດ້ອີກວ່າ: "ທ້ອງຟ້າປິດ" ຫລື "ປະຕູໃນທ້ອງຟ້າປິດ." ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປ "ປ່ອງຢ້ຽມແຫ່ງຟ້າສະຫວັນ" ໄດ້ໃນຂໍ້ 7:11.

Genesis 8:4

ໄດ້ຕິດຄ້າງຄາຢູ່

"ໄດ້ຈອດ" ຫລື "ໄດ້ຢຸດຢູ່ເທີງຫນ້າດິນ"

ໃນເດືອນທີເຈັດໃນວັນທີສິບເຈັດຂອງເດືອນນັ້ນ....ຈົນຮອດເດືອນທີສິບ

ເນື່ອງຈາກວ່າໂມເຊໄດ້ຂຽນປື້ມຫົວນີ້, ມັນເປັນໄປໄດ້ວ່າລາວກຳລັງອ້າງເຖິງເດືອນເຈັດ ແລະ ເດືອນສິບຂອງປະຕິທິນຊາວຍິວ, ແຕ່ນີ້ບໍ່ແນ່ນອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-hebrewmonths ແລະ /WA-Catalog/lo_tm?section=translate#translate-ordinal)

ໃນວັນທີຫນຶ່ງຂອງເດືອນນັ້ນ

"ໃນວັນທຳອິດຂອງເດືອນທີສິບນັ້ນ"

ໄດ້ປາກົດຂຶ້ນ

ສິ່ງນີ້ສາມາດເຮັດໃຫ້ມີຄວາມຊັດເຈນກວ່ານີ້: "ປາກົດເຫັນພື້ນດິນຢູ່ເຫນືອຫນ້ານໍ້າ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 8:6

ໄດ້ເກີດຂຶ້ນຫລັງຈາກ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອເປັນຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີຄຳທີໃຊ້ແທນໄດ້, ທ່ານກຳສາມາດພິຈາລະນານຳໃຊ້ທີ່ນີ້. ອາດແປໄດ້ອີກວ່າ: "ມັນໄດ້ເກີດຂື້ນຄື"

ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກ........ໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້

ວະລີທີ່ "ລາວໄດ້ສ້າງຂື້ນ" ບອກກ່ຽວກັບປ່ອງຢ້ຽມ. ບາງພາສາອາດຈະຕ້ອງເຮັດໃຫ້ປະໂຫຍກນີ້ ເປັນປະໂຫຍກແຍກຕ່າງຫາກ: "ໂນອາໄດ້ສ້າງປ່ອງຢ້ຽມຢູ່ໃນເຮືອ. ມັນໄດ້ເກີດຂື້ນຫລັງຈາກສີ່ສິບວັນທີ່ລາວເປີດປ່ອງຢ້ຽມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

ປ່ອຍກາ

ນົກສີດຳ ທີ່ກິນເນື້ອຂອງສັດທີ່ຕາຍແລ້ວ

ມັນໄດ້ບິນກັບໄປກັບມາ

ນີ້ຫມາຍເຖີງກາໂຕນັ້ນໄດ້ປິນອອກໄປ ແລະ ກັບມາທີ່ເຮືອ

ຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ

ນີ້ສາມາດຂຽນເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ຈົນລົມໄດ້ພັດໃຫ້ນໍ້າແຫ້ງລົງ" ຫລື "ຈົນນໍ້າໄດ້ແຫ້ງລົງ"

Genesis 8:8

ບ່ອນຈັບ

"ເພື່ອຈອດ" ຫລື "ເພື່ອເກາະ." ມັນຫມາຍເຖິງການລົງຈອດສິ່ງໃດສິ່ງຫນຶ່ງເພື່ອພັກຜ່ອນຈາກການບິນ.

ບ່ອນຈັບ, ມັນໄດ້ກັບມາ......ແລະ ຍື່ນມືຂອງລາວ

ຄຳວ່າ“ ນົກເຂົາ” ເປັນຜູ້ຍິງໃນພາສາຂອງນັກຂຽນ. ທ່ານສາມາດແປວະລີເຫລົ່ານີ້ດ້ວຍພາສາທີ່ວ່າ "ຂອງມັນ ... ມັນ ... ມັນ" ຫຼື "ລາວ ... ລາວຜູ້ຊາຍ ... ລາວຜູ້ຍິງ", ໂດຍອີງຕາມພາສາຂອງທ່ານທີ່ກ່າວເຖິງນົກເຂົາ.

ລາວ ... ລາວຜູ້ຊາຍ

ຖ້າທ່ານໃຊ້ສັບອອກສຽງສຳລັບຄຳວ່າ "ນົກເຂົາ", ເປັນຄຳແທນນາມ (ລາວ), ທ່ານອາດຈະຕ້ອງໃສ່ຊື່ຂອງໂນອາຢູ່ບ່ອນນີ້ ເພື່ອຫລີກລ້ຽງຄວາມສັບສົນ: "ໂນອາໄດ້ສົ່ງນົກເຂົາອອກ," "ໂນເອໄດ້ຍື່ນມືຂອງລາວ," ແລະ ອື່ນໆ.

Genesis 8:10

ເບິ່ງແມ

"ໃຫ້ຄວາມສົນໃຈ" ຫລື "ສິ່ງທີ່ສຳຄັນ"

ໃນປາກຂອງມັນມີໃບຫມາກກອກຂຽວສົດດ້ວຍ

"ໃບຫມາກກອກຂຽວສົດທີ່ນົກເຂົາໄດ້ຄາບມາຈາກຕົ້ນຂອງມັນ"

ເດັດ

"ຫັກອອກຈາກ"

ລາວໄດ້ຖ້າອີກເຈັດວັນຕໍ່ມາ

"ລາວໄດ້ຖ້າຕື່ມອີກເຈັດວັນ"

ມັນບໍ່ໄດ້ກັບຄືນມາຫາລາວອີກ

ຖ້າຜູ້ອ່ານບໍ່ເຂົ້າໃຈ, ທ່ານສາມາດກ່າວເຖິງເຫດຜົນຢ່າງຈະແຈ້ງ: "ນາງບໍ່ໄດ້ກັບມາຫາລາວອີກ ເພາະວ່າລາວໄດ້ພົບດິນແລ້ວ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 8:13

ຕໍ່ມາ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອເປັນຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີຄຳທີໃຊ້ແທນໄດ້, ທ່ານກຳສາມາດພິຈາລະນານຳໃຊ້ທີ່ນີ້. ອາດແປໄດ້ອີກວ່າ: "ມັນໄດ້ເກີດຂື້ນຄື"

ໃນປີທີ 601ປີ

"ເມື່ອໂນອາມີອາຍຸໄດ້ 601 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-ordinal)

ໃນເດືອນທີຫນຶ່ງ ໃນວັນທີຫນຶ່ງ

ເນື່ອງຈາກໂມເຊຂຽນປື້ມຫົວນີ້ມັນເປັນໄປໄດ້ທີ່ລາວກຳລັງອ້າງເຖິງເດືອນທຳອິດຂອງປະຕິທິນຍິວ, ແຕ່ນີ້ບໍ່ແນ່ນອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-hebrewmonths ແລະ /WA-Catalog/lo_tm?section=translate#translate-ordinal)

ນໍ້າໄດ້ບົກແຫ້ງໄປຈາກພື້ນດິນ

ວະລີນີ້ສາມາດຖືກລະບຸໄວ້ເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ນໍ້າທີ່ປົກຄຸມທົ່ວໂລກຈະແຫ້ງລົງ" ຫລື "ລົມພັດເຮັດໃຫ້ນໍ້າປົກຄຸມທົ່ວໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive).

ຫລັງຄາເຮືອ

ນີ້ຫມາຍເຖີງສິ່ງທີ່ປົກຫຸ້ມບໍ່ໃຫ້ເຮືອປຽກນໍ້າຝົນ

ຈົ່ງເບິ່ງ

ຄຳວ່າ "ຈົ່ງເບິ່ງ" ບອກພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ສຳ ຄັນທີ່ຈະເກີດຂື້ນຕໍ່ໄປ.

ໃນເດືອນທີສອງ, ໃນວັນທີຊາວເຈັດຂອງເດືອນນັ້ນ

ມື້ທີເຈັດຂອງເດືອນ - "ໃນວັນທີຊາວເຈັດຂອງເດືອນສອງ." ນີ້ອາດຈະຫມາຍເຖິງເດືອນທີສອງຂອງປະຕິທິນຍິວ, ແຕ່ນີ້ບໍ່ແນ່ນອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-hebrewmonths ແລະ /WA-Catalog/lo_tm?section=translate#translate-ordinal)

ພື້ນແຜ່ນດິນກໍໄດ້ແຫ້ງຫມົດ

"ພື້ນແຜ່ນດິນກໍໄດ້ແຫ້ງຫມົດ"

Genesis 8:15

ຈົ່ງອອກໄປ...ຈົ່ງນຳ

"ຈົ່ງອອກ....ນໍາ." ບາງຄັ້ງແປວ່າ "ຈົ່ງອອກມາ....ນຳອອກໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດ

"ທຸກສິ່ງທີ່ມີຊີວິດ." ເບິ່ງຄຳວ່າ "ເນື້ອຫນັງທັງຫມົດ" ຖືກແປໃນຂໍ້ 6:11.

ແຜ່ພັນ, ແລະ ເພີ່ມຈຳນວນ

ນີ້ແມ່ນສຳນວນຫນຶ່ງ. ເບິ່ງເພີມເຕີມວິທີການແປຂໍ້ນີ້ໃນ1:28. ພຣະເຈົ້າຕ້ອງການໃຫ້ມະນຸດ ແລະ ສັດມີການແຜ່ພັນ, ສະນັ້ນມັນກໍ່ຈະມີຢ່າງຫລວງຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet ແລະ /WA-Catalog/lo_tm?section=translate#figs-idiom)

Genesis 8:18

ໂນອາໄດ້ອອກໄປ

ບາງຄັ້ງແປວ່າ "ໂນອາໄດ້ອອກມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ຕາມພັນຂອງພວກມັນ

"ໃນກຸ່ມຊະນິດຂອງພວກມັນ"

Genesis 8:20

ໄດ້ສ້າງແທ່ນບູຊາແກ່ພຣະຢາເວ

"ສ້າງແທ່ນບູຊາແກ່ພຣະຢາເວ" ຫລື "ສ້າງແທ່ນບູຊາເພື່ອນະມັດສະການພຣະຢາເວ." ລາວອາດຈະສ້າງມັນດ້ວຍຫີນ.

ລາວໄດ້ເອົາສັດ......ນົກບາງໂຕທີ່ບໍ່ເປັນມົນທິນ

ໃນທີ່ນີ້ຄຳວ່າ “ບໍ່ເປັນມົນທິນ” ຫມາຍເຖີງສິ່ງທີ່ພຣະເຈົ້າອະນຸຍາດໃຫ້ສັດເຫລົ່ານີ້ໃຊ້ໃນການຖວາຍໄດ້. ສັດບາງຊະນິດບໍ່ອະນຸຍາດໃຫ້ໃຊ້ເພື່ອການຖວາຍ ແລະ ຖືກເອີ້ນວ່າ "ເປັນມົນທິນ".

ເຜົາບູຊາເທິງແທ່ນບູຊາ

ໂນອາໄດ້ຂ້າສັດ ແລະ ຈາກນັ້ນກໍ່ເຜົາພວກເຂົາທັງຫມົດ ເປັນເຄື່ອງຖວາຍບູຊາແກ່ພຣະເຈົ້າ. ອາດຈະແປໄດ້ອີກວ່າ: "ເຜົາສັດເປັນເຄື່ອງຖວາຍແກ່ພຣະຢາເວ"

ກິ່ນທີ່ພໍໃຈ

ນີ້ຫມາຍເຖີງກິ່ນຫອມຂອງຊີ້ນທີ່ຖືກເຜົາ

ກໍຊົງກ່າວວ່າ

ໃນນີ້ຄຳວ່າ "ໃຈ" ຫມາຍເຖີງຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະເຈົ້າ.

ສາບແຊ່ງແຜ່ນດິນ

"ເຮັດໃຫ້ເກີດໄພພິບັດຢ່າງຮ້າຍແຮງຕໍ່ແຜ່ນດິນໂລກ"

ເຖິງແມ່ນວ່າມະນຸດ

ນີ້ສາມາດເຮັດໃຫ້ຊັດເຈນໄດ້ຕື່ມອີກ: "ເພາະເຖິງແມ່ນວ່າມະນຸດຈະມີຄວາມບາບກໍຕາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ

"ຕັ້ງແຕ່ປີທຳອິດພວກເຂົາເກີດມາ ມັກທີ່ຈະເຮັດສິ່ງຊົ່ວຮ້າຍ" ຫລື "ຕອນພວກເຂົາຍັງຫມຸ່ມ, ພວກເຂົາຢາກເຮັດສິ່ງຊົ່ວຮ້າຍ"

ຈິດໃຈໃຝ່ຫາ

ໃນນີ້ຄຳວ່າ "ຈິດໃຈ" ຫມາຍເຖິງຄວາມຄິດ, ອາລົມ, ຄວາມປາຖະຫນາ, ແລະຄວາມຕ້ອງການຂອງຄົນເຮົາ. ອາດແປໄດ້ອີກວ່າ: "ແນວໂນ້ມຂອງພວກເຂົາ" ຫລື "ນິໄສຂອງພວກເຂົາ"

ຕັ້ງແຕ່ຍັງນ້ອຍ

ນີ້ຫມາຍເຖີງອາຍຸໃນຊ່ວງໄວເດັກ. ອາດແປໄດ້ອີກວ່າ: "ຈາກໄວຫນຸ່ມຂອງພວກເຂົາ"

ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່

"ຕາບໃດທີ່ພື້ນແຜ່ນດິນຍັງຄົງຕັ້ງຢູ່" ຫລື "ຕາບໃດທີ່ແຜ່ນດິນໂລກຍັງຄົງມີຢູ່"

ລະດູຫວ່ານ

"ລະດູແຫ່ງການປູກ"

ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະ ລະດູຫນາວ

ສຳນວນເຫລົ່ານີ້ ເວົ້າເຖິງສອງສະພາບອາກາດທີ່ສຳຄັນໃນຫນຶ່ງປີ. ຜູ້ແປອາດຈະໃຊ້ສຳນວນທ້ອງຖິ່ນກໍໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

ລະດູຮ້ອນ

ເປັນຊ່ວງທີ່ມີອາກາດຮ້ອນ, ແຫ້ງແລ້ງ ຂອງປີນັ້ນໆ

ລະດູຫນາວ

ເປັນຊ່ວງທີ່ມີອາກາດຫນາວເຢັນ, ປຽກຊຸ່ມ ຂອງປີນັ້ນໆ

ຈະຍັງຄົງມີເລື້ອຍໄປ

"ຈະບໍ່ຢຸດຢູ່" ຫລື "ຈະບໍ່ຢຸດຢັ້ງທີ່ຈະເກີດຂື້ນ." ສິ່ງນີ້ສາມາດສະແດງອອກໃນແງ່ບວກ. ອາດແປໄດ້ອີກວ່າ: "ຈະສືບຕໍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublenegatives)