Genesis 12

Genesis 12:1

ເວລານັ້ນ

ຄຳນີ້ຖືກໃຊ້ເພື່ອຫມາຍເຖີງການເຂົ້າສູ່ພາກໃຫມ່ຂອງບົດເລື່ອງ.

ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ

"ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຄອບຄົວຂອງເຈົ້າ"

ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່

ທີ່ນີ້ຄຳວ່າ “ເຈົ້າ” ມີລັກສະນະໂດດເດັ່ນ ແລະ ຫມາຍເຖິງ ອັບຣາມ, ແຕ່ ອັບຣາມເປັນຕົວແທນໃຫ້ແກ່ລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ເຮົາຈະເລີ່ມຕົ້ນຊາດທີ່ຍິ່ງໃຫຍ່ໂດຍຜ່ານເຈົ້າ" ຫລື "ເຮົາຈະເຮັດໃຫ້ລູກຫລານຂອງເຈົ້າກາຍເປັນປະເທດທີ່ຍິ່ງໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ແລະເຮັດໃຫ້ຊື່ຂອງເຈົ້າຍິ່ງໃຫຍ່

ຄຳວ່າ "ຊື່" ສະແດງເຖິງຊື່ສຽງຂອງຄົນເຮົາ. ອາດແປໄດ້ອີກວ່າ: "ແລະເຮັດໃຫ້ທ່ານມີຊື່ສຽງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຈົ້າຈະເປັນພອນ

ຄຳວ່າ "ໃຫ້ຄົນອື່ນ" ສາມາດເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ເຈົ້າຈະເປັນພອນໃຫ້ແກ່ຄົນອື່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ໃຜກໍຕາມທີ່ບໍ່ໃຫ້ກຽຕເຈົ້າ ເຮົາຈະສາບແຊ່ງເຂົາ

"ເຮົາຈະດ່າຄົນທີ່ປະຕິບັດຕໍ່ເຈົ້າໃນແບບທີ່ຫນ້າອັບອາຍ" ຫລື "ຖ້າໃຜປະຕິບັດກັບເຈົ້າວ່າບໍ່ມີຄ່າ ເຮົາຈະສາບແຊ່ງເຂົາ"

ຜ່ານທາງເຈົ້າຄອບຄົວທັງຫມົດຂອງແຜ່ນດິນຈະໄດ້ຮັບພອນ

ນີ້ສາມາດເຮັດໃຫ້ມີການເຄື່ອນໄຫວ. ອາດຈະແປອີກໄດ້ວ່າ: "ເຮົາຈະອວຍພອນໃຫ້ທຸກໆຄອບຄົວໃນທົ່ວແຜ່ນດິນໂລກຜ່ານເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຜ່ານທາງເຈົ້າ

"ຍ້ອນເຈົ້າ" ຫລື "ເພາະເຮົາໄດ້ອວຍພອນເຈົ້າ"

Genesis 12:4

ຊັບສິນ

ນີ້ຫມາຍເຖີງສັດ ແລະ ສິ່ງຂອງຕ່າງໆທີ່ບໍ່ມີຊີວິດ.

ຄົນທັງຫລາຍທີ່ພວກເຂົາໄດ້ມາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ທາດທີ່ພວກເຂົາໄດ້ມາ" ຫລື 2) "ຄົນທີ່ພວກເຂົາໄດ້ລວບລວມມາຢູ່ນຳພວກເຂົາ."

Genesis 12:6

ອັບຣາມໄດ້ຜ່ານເຂົ້າໄປໃນແຜ່ນດິນ

ມີພຽງແຕ່ຊື່ຂອງອັບຣາມເທົ່ານັ້ນທີ່ຖືກກ່າວເຖິງ ເພາະວ່າລາວເປັນຫົວຫນ້າຄອບຄົວ. ພຣະເຈົ້າໄດ້ອອກຄຳສັ່ງໃຫ້ລາວພາຄອບຄົວ ແລະ ໄປທີ່ນັ້ນ. ອາດແປໄດ້ອີກວ່າ: "ດັ່ງນັ້ນ ອັບຣາມ ແລະ ຄອບຄົວຂອງລາວໄດ້ຜ່ານແຜ່ນດິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ແຜ່ນດິນ

"ດິນແດນຂອງຄົນການາອານ"

ຕົ້ນໂອກແຫ່ງໂມເຣ

ຄຳວ່າໂມເຣອາດຈະເປັນຊື່ສະຖານທີ່ໃດຫນຶ່ງກໍເປັນໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພຣະຢາເວໄດ້ຊົງປາກົດແກ່ອັບຣາມ

"ພຣະຢາເວ, ເພາະວ່າພຣະອົງໄດ້ຊົງປາກົດແກ່ລາວ"

Genesis 12:8

ເພິ່ນໄດ້ຕັ້ງຄ້າຍພັກຂອງເພິ່ນ

ອັບຣາມມີຫລາຍຄົນຢູ່ກັບລາວໃນຂະນະທີ່ລາວເດີນທາງນັ້ນ. ຄົນທີ່ຍ້າຍຈາກບ່ອນຫນຶ່ງໄປບ່ອນທີ່ພວກອາໄສຢູ່ໃນເຕັນ. ອາດແປໄດ້ອີກວ່າ: "ພວກເຂົາຕັ້ງຜ້າເຕັນຂອງພວກເຂົາ"

ອອກນາມຊື່ຂອງພຣະຢາເວ

"ອະທິຖານອອກນາມຊື່ຂອງພຣະຢາເວ" ຫລື "ນະມັດສະການພຣະຢາເວ"

ຈາກນັ້ນອັບຣາມຍັງຄົງໄດ້ເດີນທາງ

"ຈາກນັ້ນອັບຣາມໄດ້ເກັບມ້ຽນເຕັນຂອງລາວ ແລະ ສືບຕໍ່ເດີນທາງ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ມຸ່ງຫນ້າໄປຍັງເນເກບ

"ມຸ່ງຫນ້າໄປສູ່ເຂດແດນເນເກບ" ຫລື "ມຸ່ງຫນ້າໄປຍັງທິດໃຕ້" ຫລື "ທິດໃຕ້ໄປຫາທະເລຊາຍເນເກບ"

Genesis 12:10

ໄດ້ເກີດມີການອຶດຢາກ

ຜົນລະປູກໃນລະດູນັ້ນບໍ່ໄດ້ຜົນດີ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນໄດ້ດີຂື້ນ. ອາດແປໄດ້ອີກວ່າ: "ມີການຂາດແຄນອາຫານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໃນແຜ່ນດິນ

"ໃນເຂດພື້ນທີ່" ຫລື "ໃນດິນແດນທີ່ອັບຣາມໄດ້ອາໃສຢູ່"

ເຂົ້າໄປໃນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໄປທາງທິດໃຕ້ຕື່ມອີກ" ຫລື 2) "ໜີ ອອກຈາກການາເຂົ້າໄປ." ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປສິ່ງນີ້ໂດຍໃຊ້ ຄຳເວົ້າທຳມະດາຂອງທ່ານ ສຳລັບການໄປຈາກບ່ອນສູງໄປຫາບ່ອນຕໍ່າ.

ພວກເຂົາກໍຈະຂ້າເຮົາ.....ເຈົ້າມີຊີວິດຢູ່.

ເຫດຜົນທີ່ພວກເຂົາຈະຂ້າອັບຣາມ ສາມາດເຮັດໃຫ້ມີຄວາມຊັດເຈນ: "ພວກເຂົາຈະຂ້າຂ້ອຍ ເພື່ອພວກເຂົາຈະແຕ່ງງານກັບເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນຂ້ອຍຈະມີຊີວິດລອດເພາະເຈົ້າ, ພວກເຂົາຈະບໍ່ຂ້າຂ້ອຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 12:14

ກໍເປັນຢ່າງນັ້ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ວະລີນີ້ຖືກໃຊ້ຢູ່ນີ້ເພື່ອຫມາຍຈຸດທີ່ລິເລີ່ມການກະທຳ, ແລະ ຖ້າພາສາຂອງທ່ານມີວິທີຄຳທີ່ໃຊ້ແທນ, ທ່ານສາມາດພິຈາລະນານຳໃຊ້ມັນຢູ່ນີ້, ຫລື 2) "ແລະນັ້ນແມ່ນສິ່ງທີ່ເກີດຂື້ນ".

ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ

"ຂ້າຣາດຊະການຂອງຟາໂຣໄດ້ເຫັນຊາຣາຍ" ຫລື "ຂ້າຣາດຊະການຂອງກະສັດໄດ້ເຫັນນາງ"

ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ຟາໂຣເອົານາງເຂົ້າໄປໃນວັງຂອງລາວ" ຫລື "ຟາໂຣໄດ້ໃຫ້ທະຫານຂອງລາວ ເອົານາງເຂົ້າໄປໃນວັງຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຜູ້ຍິງ

ຫມາຍເຖີງ ຊາຣາຍ

ວັງຂອງຟາໂຣ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ວັງຂອງຟາໂຣ," ນັ້ນແມ່ນ, ເປັນພັນລະຍາ, ຫລື 2) "ເຮືອນຂອງຟາໂຣ" ຫລື "ພະລາຊະວັງຂອງຟາໂຣ," ຈຸດປະສົງແມ່ນເພື່ອ ຟາໂຣຈະໄດ້ເອົານາງເປັນພັນລະຍາຂອງລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເພາະເຫັນແກ່ນາງ

"ເພາະເຫັນແກ່ຊາຣາຍ" ຫລື "ເນື່ອງຈາກນາງ"

Genesis 12:17

ເພາະຊາຣາຍເມຍຂອງອັບຣາມ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນໄດ້. ອາດແປໄດ້ອີກວ່າ: "ເພາະວ່າຟາໂຣຕັ້ງໃຈທີ່ຈະເອົາຊາຣາ, ພັນລະຍາຂອງອັບຣາມ, ມາເປັນເມຍຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຟາໂຣໄດ້ຊົງເອີ້ນອັບຣາມມາ

"ຟາໂຣໄດ້ຊົງເອີ້ນອັບຣາມ" ຫລື "ຟາໂຣໄດ້ຊົງສັ່ງອັບຣາມເຂົ້າມາຫາລາວ"

ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້?

ຟາໂຣໄດ້ໃຊ້ຄຳຖາມນີ້ເພື່ອສະແດງໃຫ້ເຫັນວ່າລາວໃຈຮ້າຍກ່ຽວກັບ ສິ່ງທີ່ອັບຣາມໄດ້ເຮັດກັບລາວ. ມັນຍັງສາມາດຖືກກ່າວເປັນຄຳອຸທອນ. ອາດແປໄດ້ອີກວ່າ: "ທ່ານໄດ້ເຮັດສິ່ງທີ່ຊົ່ວຮ້າຍຕໍ່ຂ້ອຍ!". (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ

"ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກ່ຽວກັບອັບຣາມ"

ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່

"ແລະ ພວກຂ້າຣາຊະການໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງທີ່ເປັນຂອງລາວ"