Genesis 32

Genesis 32:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 32:3

ຢາໂຄບສົ່ງຂ່າວໄປຫາໃຜແດ່?

ຢາໂຄບສົ່ງຂ່າວໄປຫາອ້າຍຂອງລາວທີ່ຊື່ວ່າເອຊາວ ວ່າລາວກຳລັງເດີນທາງໄປທີ່ການາອານ.

ເພື່ອຈຸດປະສົງຫຍັງທີ່ຢາໂຄບສົ່ງຂ່າວນີ້?

ຢາໂຄບປາດຖະຫນາຢາກໄດ້ຮັບຄວາມເມດຕາຈາກສາຍຕາຂອງເອຊາວ.

Genesis 32:6

ຢາໂຄບມີການຕອບສະຫນອງແນວໃດເມື່ອໄດ້ຍິນເອຊາວ ກຳລັງມາພ້ອມກັບຊາຍສີ່ຮ້ອຍຄົນ, ແລະ ລາວໄດ້ເຮັດຫຍັງ?

ຢາໂຄບກໍໄດ້ມີຄວາມ​ຢ້ານກົວ ​ແລະ​ອຸກໃຈ, ສະນັ້ນລາວຈຶ່ງແບ່ງຄົນຂອງລາວອອກເປັນສອງກຸ່ມເພື່ອວ່າຖ້າເອຊາວໂຈມຕີກຸ່ມຫນຶ່ງ, ກຸ່ມອື່ນກໍ່ຈະຫນີໄດ້.

Genesis 32:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 32:11

ຢາໂຄບໄດ້ຂໍຮ້ອງຫຍັງຈາກພຣະຢາເວ?

ຢາໂຄບໄດ້ຂໍໃຫ້ພຣະຢາເວປົດປ່ອຍລາວຈາກມືຂອງເອຊາວ.

ຢາໂຄບໄດ້ຢໍ້າເຕືອນພັນທະສັນຍາອັນໃດຕໍ່ພຣະຢາເວ?

ຢາໂຄບໄດ້ຢໍ້າເຕືອນພຣະຢາເວວ່າພຣະອົງໄດ້ສັນຍາວ່າຈະເຮັດໃຫ້ຢາໂຄບຈະເລີນຮຸ່ງເຮືອງ, ແລະໃຫ້ລູກຫລານເປັນ ດັ່ງ​ເມັດຊາຍແຫ່ງ​ທ້ອງທະເລ.

Genesis 32:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 32:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 32:19

ຢາໂຄບຄິດວ່າລາວສາມາດປະສົບຜົນສຳເລັດໄດ້ແນວໃດ ໂດຍການສົ່ງຂອງຂວັນໄປໃຫ້ອ້າຍ ເອຊາວຂອງລາວ?

ຢາໂຄບຄິດວ່າບາງທີລາວອາດເຮັດໃຫ້ເອຊາວພໍໃຈກັບຂອງຂວັນທີ່ລາວສົ່ງໃຫ້ເອຊາວ ເພື່ອວ່າຕໍ່ມາເມື່ອຢາໂຄບເຫັນລາວເອຊາວຄົງຈະຮັບເອົາລາວ.

Genesis 32:22

ໃນຄືນນັ້ນຢາໂຄບໄດ້ຢູ່ໂດດດ່ຽວຢ່າງໃດ?

ລາວໄດ້ເອົາເມຍຂອງລາວ, ຜູ້ຍິງຮັບໃຊ້, ແລະເດັກນ້ອຍຂ້ວາມແມ່ນໍ້າຢັບໂບກ.

Genesis 32:24

ຢາໂຄບໄດ້ເຮັດຫຍັງໃນຄືນນັ້ນຈົນກວ່າຮຸ່ງເຊົ້າ?

ຢາໂຄບຕໍ່ສູ້ກັບຊາຍຄົນຫນຶ່ງຈົນຮອດຮຸ່ງເຊົ້າ.

ຊາຍຄົນນັ້ນໄດ້ເຮັດຫຍັງເມື່ອລາວບໍ່ສາມາດເອົາຊະນະຢາໂຄບໄດ້?

ຊາຍຄົນນັ້ນຕີສະໂພກຂອງຢາໂຄບ ແລະ ເຮັດໃຫ້ມັນພິກໂບກ.

ຢາໂຄບໄດ້ຮຽກຮ້ອງຫຍັງກ່ອນທີ່ລາວຈະປ່ອຍຊາຍຄົນນັ້ນໄປ?

ຢາໂຄບຮຽກຮ້ອງໃຫ້ຊາຍຄົນນັ້ນອວຍພອນລາວ.

Genesis 32:27

ຊາຍຄົນນັ້ນບອກວ່າຢາໂຄບວ່າຕໍ່ໄປນີ້ລາວຈະຖືກເອີ້ນຊື່ແນວໃດ?

ຊາຍຄົນນັ້ນກ່າວວ່າບັດນີ້ຢາໂຄບຈະຖືກເອີ້ນວ່າ ອິດສະຣາເອນ.

Genesis 32:29

ຢາໂຄບເວົ້າວ່າລາວໄດ້ເຫັນຫນ້າໃຜໃນຄືນນັ້ນ?

ຢາໂຄບກ່າວວ່າລາວໄດ້ເຫັນພຣະເຈົ້າປະເຊີນຫນ້າກັບລາວໃນຄືນນັ້ນ.

Genesis 32:31

ບໍ່ມີຄຳຖາມ

ບໍ່ມີຄຳຖາມ