Genesis 31

Genesis 31:1

ລາບານ ແລະພວກລູກຊາຍຂອງລາວເຊື່ອວ່າຍາໂຄບໄດ້ເອົາຊັບສົມບັດທັງຫມົດຂອງລາບານໄປຢູ່ໃສ?

ລາບານ ແລະ ລູກຊາຍເຊື່ອວ່າຢາໂຄບ​ໄດ້​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ ແລະ ຈາກຊັບສິນທີ່ເປັນຂອງລາບານ.

ພຣະຢາເວໄດ້ໃຫ້ຄຳສັ່ງຫຍັງແກ່ຢາໂຄບ?

ພຣະຢາເວໄດ້ບອກຢາໂຄບໃຫ້​ກັບຄືນ​ໄປຍັງແຜ່ນດິນ​ຂອງ​ບັນພະບຸຣຸດຂອງເຈົ້າ ແລະ​ຍາດພີ່ນ້ອງ​ຂອງ​ເຈົ້າ​.

Genesis 31:4

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:7

ພຣະເຈົ້າໄດ້ເອົາສັດລ້ຽງຂອງລາບານໄປແນວໃດ ແລະ ໄດ້ມອບພວກມັນໃຫ້ຢາໂຄບແນວໃດ?

ພຣະເຈົ້າໄດ້ເຮັດໃຫ້ສັດເຫລົ່ານັ້ນເກີດລູກ​ເປັນ​ດ່າງ, ແລະຖືກລອກອອກຊຶ່ງເປັນຄ່າຈ້າງຂອງຢາໂຄບ, ສັດຕົວທີ່ດ່າງຈະເປັນຄ່າຈ້າງຂອງຢາໂຄບ.

Genesis 31:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:14

ຣາເຊັນ ແລະ ເລອາມີທັດສະນະຄະຕິແນວໃດຕໍ່ລາບານ ພໍ່ຂອງເຂົາ?

ຣາເຊັນ ແລະ ເລອາເວົ້າວ່າລາບານໄດ້ປະຕິບັດກັບພວກເຂົາເຫມືອນເປັນຄົນຕ່າງຊາດ ແລະ ໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ.

Genesis 31:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:19

ຣາເຊັນໄດ້ເຮັດຫຍັງກ່ອນຈະອອກເດີນທາງກັບຍາໂຄບ?

ຣາເຊັນໄດ້ລັກເອົາບັນດາພະເຈົ້າໃນເຮືອນຂອງພໍ່ນາງ.

ຢາໂຄບໄດ້ລໍ້ລວງລາບານແນວໃດໃນເວລານີ້?

ຢາໂຄບໄດ້ລໍ້ລວງ ລາບານໂດຍບໍ່ໄດ້ບອກລາບານວ່າລາວກຳລັງຈະຫນີໄປ.

Genesis 31:22

ລາບານໄດ້ເຮັດຫຍັງ ເມື່ອລາວໄດ້ຮັບຂ່າວວ່າຢາໂຄບໄດ້ຫນີ?

ລາບານໄດ້ເອົາຍາດພີ່ນ້ອງທີ່ຢູ່ກັບລາວອອກໄປ ແລະ ໄລ່ຕາມຢາໂຄບ, ໄລ່ຕາມຫລັງເປັນເວລາເຈັດວັນ.

Genesis 31:24

ໃນຄວາມຝັນພຣະເຈົ້າບອກລາບານວ່າແນວໃດ?

ພຣະເຈົ້າໄດ້ບອກລາບານວ່າຈົ່ງ​ລະວັງທີ່ເຈົ້າ​ຈະເວົ້າກັບ​ຢາໂຄບ​ບໍ່ວ່າດີ ຫລືຮ້າຍ.

Genesis 31:26

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:31

ເປັນຫຍັງຢາໂຄບຈຶ່ງເວົ້າວ່າລາວຕ້ອງລົບຫນີຈາກລາບານຢ່າງລັບ?

ຢາໂຄບກ່າວວ່າລາວຕ້ອງລົບຫນີໄປຢ່າງລັບໆ ເພາະວ່າລາວຢ້ານວ່າລາບານຈະເອົາລູກສາວຂອງລາວໄປຈາກລາວໂດຍການບັງຄັບ.

ຢາໂຄບເວົ້າຫຍັງ ເມື່ອລາບານກ່າວຫາລາວວ່າລັກຂະໂມຍພະເຈົ້າໃນຄົວເຮືອນຂອງລາວ?

ຢາໂຄບກ່າວວ່າໃຜກໍຕາມທີ່ລັກພວກພະຂອງລາບານຈະບໍ່ມີຊີວິດຢູ່ອີກຕໍ່ໄປ​.

Genesis 31:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:34

ເປັນຫຍັງລາບານ ຈຶ່ງບໍ່ພົບພະເຈົ້າໃນຄອບຄົວຂອງລາວໃນບັນດາຄົນທີ່ຢາໂຄບເປັນເຈົ້າຂອງ?

ລາບານບໍ່ພົບພະເຈົ້າໃນຄົວເຮືອນຂອງລາວເພາະວ່າຣາເຊັນ ນັ່ງຢູ່ເທິງພວກເຂົາ ແລະ ຫລັງຈາກນັ້ນເວົ້າວ່ານາງບໍ່ສາມາດຢືນຂື້ນໄດ້ເພາະກຳລັງເປັນປະຈຳເດືອນ.

Genesis 31:36

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:38

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 31:41

ຢາໂຄບເຮັດວຽກໃຫ້ລາບານໄດ້ດົນປານໃດ, ແລະ ລາບານໄດ້ປ່ຽນຄ່າແຮງງານຂອງລາວຈັກເທື່ອ?

ຢາໂຄບໄດ້ເຮັດວຽກໃຫ້ລາບານເປັນເວລາ 20 ປີ, ແລະ ລາບານໄດ້ປ່ຽນຄ່າແຮງງານຂອງຕົນເປັນສິບເທື່ອ.

Genesis 31:43

ລາບານໄດ້ສະແດງໃຫ້ເຫັນແນວໃດ ວ່າລາວຍັງຄິດເຖິງຊັບສິນທີ່ຢາໂຄບຄອບຄອງນັ້ນເປັນຂອງລາວ?

ລາບານກ່າວວ່າທຸກສິ່ງທີ່ລາວໄດ້ເຫັນໃນການຄອບຄອງຂອງຢາໂຄບເປັນຂອງລາວ.

Genesis 31:45

ຢາໂຄບ ແລະ ລາບານໄດ້ຫມາຍເອົາສະຖານທີ່ແຫ່ງພັນທະສັນຍາຂອງພວກເຂົາແນວໃດ?

ຢາໂຄບ ແລະ ລາບານໄດ້ຫມາຍສະຖານທີ່ແຫ່ງພັນທະສັນຍາຂອງພວກເຂົາໂດຍການເຮັດເສົາຫີນຢູ່ທີ່ນັ້ນ.

Genesis 31:48

ຜູ້ທີ່ຖືກປະກາດວ່າເປັນພະຍານລະຫວ່າງຢາໂຄບ ແລະ ລາບານ ເພື່ອຮັບປະກັນພັນທະສັນຍາຈະຖືກເກັບຮັກສາໄວ້?

ພຣະເຈົ້າໄດ້ຖືກປະກາດໃຫ້ເປັນພະຍານລະຫວ່າງຢາໂຄບ ແລະ ລາບານເພື່ອຮັບປະກັນພັນທະສັນຍາຈະຖືກຮັກສາໄວ້.

Genesis 31:51

ກອງຫີນ ແລະ ເສົາຫີນແມ່ນຖືກສ້າງຂື້ນເພື່ອຫຍັງ?

ກອງຫີນ ແລະ ເສົາຫີນເປັນຫລັກຖານທັງສອງເປັນພະຍານຕໍ່ພັນທະສັນຍາທີ່ກ່າວວ່າທັງລາບານ ແລະ ຢາໂຄບບໍ່ຜ່ານກອງຫີນ ຫລື ເສົາຫີນນີ້ເພື່ອເຮັດອັນຕະລາຍຕໍ່ກັນ.

ຢາໂຄບ ແລະ ລາບານເຮັດພັນທະສັນຍາຫຍັງ?

ຢາໂຄບ ແລະ ລາບານແຕ່ລະຄົນໄດ້ຕົກລົງທີ່ຈະບໍ່ຂ້າມກ້ອນຫີນເພື່ອເຮັດອັນຕະລາຍຕໍ່ກັນ.

ຢາໂຄບໄດ້ເຮັດຫຍັງເພື່ອສະແດງວ່າລາວເຫັນດີກັບພັນທະສັນຍາ?

ເພື່ອສະແດງໃຫ້ເຫັນວ່າລາວເຫັນດີກັບລາບານກ່ຽວກັບພັນທະສັນຍານັ້ນ ຢາໂຄບໄດ້ສາບານໂດຍນາມຂອງພຣະເຈົ້າ, ຜູ້ທີ່ອີຊາກພໍ່ຂອງລາວຢໍາເກງ.

Genesis 31:54

ເຊົ້າມື້ຕໍ່ມາລາບານໄດ້ເຮັດຫຍັງ?

ລາບານໄດ້ລຸກຂຶ້ນ, ຈູບຫລານຊາຍ ແລະ ລູກສາວຂອງລາວ, ອວຍພອນພວກເຂົາ, ແລະກັບຄືນບ້ານ.