Genesis 7

Genesis 7:1

ສັດປະເພດໃດທີ່ຕ້ອງໃຫ້ມີໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕທີ່ຈະຂຶ້ນເຮືອ?

ສັດທີ່ບໍ່ເປັນມົນທິນທຸກຊະນິດໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ ແລະ ນົກທີ່ຕ້ອງຂຶ້ນເຮືອ.

Genesis 7:4

ພຣະເຈົ້າໄດ້ຊົງກ່າວດົນປານໃດ ທີ່ຝົນຈະສືບຕໍ່ຕົກຢູ່ເທິງແຜ່ນດິນໂລກ?

ພຣະເຈົ້າກ່າວວ່າຝົນຈະສືບຕໍ່ເປັນເວລາສີ່ສິບວັນສີ່ສິບຄືນ.

Genesis 7:6

ໂນອາມີອາຍຸເທົ່າໃດເມື່ອນໍ້າຖ້ວມແຜ່ນດິນໂລກ?

ໂນອາມີອາຍຸໄດ້ຫົກຮ້ອຍປີເມື່ອນໍ້າຖ້ວມໂລກ.

Genesis 7:8

ໂນອາໄດ້ນຳເອົາສັດເຂົ້າໃນເຮືອແນວໃດ?

ສັດຕ່າງໆໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອ.

Genesis 7:11

ແຫລ່ງນໍ້າສອງແຫ່ງມາຈາກໃສແດ່ທີ່ເຮັດນໍ້າຖ້ວມໂລກ?

ນໍ້າມາຈາກໃຕ້ດິນເລິກ, ແລະ ຈາກທ້ອງຟ້າ.

Genesis 7:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 7:15

ເມື່ອຄົນ ແລະ ສັດທຸກໂຕຢູ່ໃນເຮືອແລ້ວ, ຜູ້ທີ່ປິດປະຕູແມ່ນໃຜ?

ພຣະຢາເວປິດປະຕູຫລັງຈາກພວກເຂົາໄດ້ເຂົ້າໄປໃນເຮືອແລ້ວ.

Genesis 7:17

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 7:19

ນໍ້າທີ່ຢູ່ເທິງໂລກສູງເທົ່າໃດ?

ນໍ້າໄດ້ເພີ່ມຂຶ້ນສິບຫ້າແມັດຖ້ວມເຫນືອຍອດພູເຂົາ.

Genesis 7:21

ຍ້ອນນໍ້າຖ້ວມໂລກ, ມີຫຍັງແດ່ທີ່ຕາຍຢູ່ເທິງແຜ່ນດິນໂລກ?

ສິ່ງມີຊີວິດທັງຫມົດທີ່ເຄື່ອນໄຫວຢູ່ເທິງແຜ່ນດິນໂລກ ແລະມະນຸດຊາດທັງປວງ, ໄດ້ຕາຍໄປ.

Genesis 7:23

ໃຜເປັນຄົນດຽວທີ່ມີຊີວິດຢູ່ເທິງແຜ່ນດິນໂລກ?

ມີພຽງແຕ່ໂນອາ ແລະ ຜູ້ທີ່ຢູ່ໃນເຮືອທີ່ຍັງມີຊີວິດລອດ.