Genesis 6

Genesis 6:1

ເມື່ອມະນຸດຊາດໄດ້ທະວີຄູນຢູ່ເທິງແຜ່ນດິນໂລກ, ພວກລູກຊາຍຂອງພຣະເຈົ້າໄດ້ເຮັດຫຍັງ?

ລູກຊາຍທັງຫລາຍຂອງພຣະເຈົ້າໄດ້ເລືອກເອົາຍິງເຫລົ່ານັ້ນເປັນເມຍ.

ຕອນນີ້ພຣະເຈົ້າເວົ້າຫຍັງ ກ່ຽວກັບຄວາມຍາວຂອງຊີວິດສຳລັບມະນຸດຊາດ?

ພຣະເຈົ້າກ່າວວ່າມະນຸດຈະມີອາຍຸພຽງ 120 ປີ.

Genesis 6:4

ໃຜທີ່ເປັນຜູ້ຊາຍທີ່ມີຮູບຮ່າງໃຫຍ່ແຂງແຮງ ເປັນຄົນທີ່ມີຊື່ສຽງດີໃນສະໄຫມບູຮານ?

ຜູ້ຊາຍທີ່ຍິ່ງໃຫຍ່ໃນສະໄຫມກ່ອນແມ່ນຍັກໃຫຍ່ ທີ່ເກີດມາຈາກການແຕ່ງງານ ຂອງບັນດາລູກຊາຍຂອງພຣະເຈົ້າກັບລູກສາວຂອງມະນຸດ.

Genesis 6:5

ພຣະຢາເວເຫັນອັນໃດໃນໃຈຂອງມະນຸດຊາດໃນສະໄຫມນັ້ນ?

ພຣະຢາເວເຫັນວ່າຄວາມຊົ່ວຮ້າຍຂອງມະນຸດຊາດຍິ່ງໃຫຍ່, ແລະ ຄວາມຄິດຂອງພວກເຂົາທຸກຢ່າງກໍຊົ່ວ.

Genesis 6:7

ພຣະຢາເວຕັດສິນໃຈເຮັດຫຍັງກັບມະນຸດຊາດ?

ພຣະຢາເວຕັດສິນໃຈກວາດລ້າງມະນຸດອອກຈາກພື້ນແຜ່ນດິນໂລກ.

ແຕ່ແມ່ນໃຜເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ?

ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ.

Genesis 6:9

ໂນອາເປັນຄົນປະເພດໃດ?

ໂນອາເປັນຄົນຊອບທັມ, ບໍ່ມີຕຳຫນິ, ແລະເປັນຄົນທີ່ດຳເນີນຊີວິດໃນຄວາມສາມັກຄີທັມກັບພຣະເຈົ້າ.

Genesis 6:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 6:13

ພຣະເຈົ້າບອກໃຫ້ໂນອາເຮັດຫຍັງກ່ອນທີ່ພຣະເຈົ້າຈະທຳລາຍມະນຸດຊາດ?

ພຣະເຈົ້າບອກໃຫ້ໂນອາສ້າງເຮືອ.

Genesis 6:16

ພຣະເຈົ້າກ່າວວ່າພຣະອົງຈະທຳລາຍມະນຸດທັງຫມົດ ທີ່ມີລົມຫາຍໃຈໃນຊີວິດແນວໃດ?

ພຣະເຈົ້າກ່າວວ່າພຣະອົງຈະນຳເອົາກະແສນໍ້າຖ້ວມແຜ່ນດິນໂລກ.

Genesis 6:18

ແຕ່ວ່າພຣະເຈົ້າໄດ້ສ້າງພັນທະສັນຍາຂອງລາວກັບໃຜ?

ພຣະເຈົ້າໄດ້ສ້າງພັນທະສັນຍາຂອງພຣະອົງກັບໂນອາ.

ພຣະເຈົ້າບອກໃຫ້ໂນອາເອົາໃຜແດ່ຂຶ້ນເຮືອ?

ພຣະເຈົ້າບອກໂນອາໃຫ້ນຳເອົາເມຍ, ລູກຊາຍສາມຄົນ, ແລະເມຍຂອງລູກຊາຍຂອງລາວ.

ມີຫຍັງແດ່ທີ່ຈະຖືກນຳມາເທິງເຮືອເພື່ອຈະຮັກສາຊີວິດ?

ສັດສອງໂຕຈາກແຕ່ລະຊະນິດທີ່ມີຊີວິດ, ໂຕຜູ້ ແລະ ໂຕແມ່, ຕ້ອງຖືກນຳຂຶ້ນເທິງເຮືອ.

Genesis 6:20

ໂນອາຕອບສະຫນອງຕໍ່ຄຳສັ່ງຂອງພຣະເຈົ້າແນວໃດ?

ໂນອາ ຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ.