​ບົດ​ທີ 6

1 ສິ່ງນີ້ໄດ້ເກີດຂຶ້ນເມື່ອ ມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນ ແລະ ໃຫ້ເກີດລູກສາວທັງຫລາຍແກ່ພວກເຂົາ, 2 ລູກຊາຍທັງຫລາຍຂອງພຣະເຈົ້າ ໄດ້ເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມຈັບໃຈ. ພວກເຂົາໄດ້ເລືອກ ແລະ ຮັບເອົາຍິງເຫລົ່ານັ້ນເປັນເມຍ. 3 ພຣະຢາເວກ່າວວ່າ, "ວິນຍານຂອງເຮົາຈະບໍ່ຢູ່ກັບມະນຸດຕະຫລອດໄປ, ເພາະພວກເຂົາເປັນເນື້ອຫນັງພວກເຂົາຈະມີອາຍຸພຽງ 120 ປີ." 4 ເກີດມີຄົນຮູບຮ່າງໃຫຍ່ທີ່ເທິງ ແຜ່ນດິນໂລກໃນເວລານັ້ນ, ແລະ ຫລັງຈາກນັ້ນດ້ວຍ. ນີ້ເກີດເມື່ອລູກຊາຍທັງຫລາຍຂອງພຣະເຈົ້າໄດ້ແຕ່ງງານກັບບັນດາລູກສາວຂອງມະນຸດ, ແລະ ພວກເຂົາມີລູກ. ຄົນເຫລົ່ານີ້ແມ່ນຜູ້ຊາຍທີ່ແຂງແຮງ, ເປັນຄົນທີ່ມີຊື່ສຽງດີໃນສະໄຫມບູຮານ.

5 ພຣະຢາເວຊົງເຫັນວ່າຄວາມຊົ່ວຮ້າຍ ຂອງມະນຸດມີຫລາຍຍິ່ງຂຶ້ນ, ແລະຄວາມຄິດໃນຈິດໃຈທຸກຢ່າງຂອງພວກເຂົາກໍບັງຄັບໄປໃນສິ່ງຊົ່ວຮ້າຍຢູ່ທຸກເວລາ. 6 ພຣະຢາເວຊົງເສຍໃຈຫລາຍທີ່ພຣະອົງໄດ້ຊົງສ້າງມະນຸດຂຶ້ນເທິງແຜ່ນດິນໂລກ, ແລະເຮັດໃຫ້ພຣະອົງກິນແຫນງໃຈຫລາຍ. 7 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະກວາດລ້າງມະນຸດຜູ້ທີ່ເຮົາໄດ້ສ້າງເສຍ ຈາກພື້ນແຜ່ນດິນໂລກ; ທັງມະນຸດກັບສັດໃຫຍ່, ແລະ ສິ່ງຕ່າງໆທີ່ເລືອຍຄານ ແລະ ນົກທັງຫລາຍຂອງທ້ອງຟ້າ, ເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາທັງຫລາຍ." 8 ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ.

9 ປະຫວັດເຫລົ່ານີ້ເປັນເຫດການກຽ່ວຂ້ອງກັບໂນອາ. ໂນອາເປັນຄົນຊອບທັມ, ແລະ ບໍ່ມີຕຳຫນິທ່າມກາງຄົນທັງຫລາຍໃນເວລາຂອງລາວນັ້ນ. ໂນອາໄດ້ດຳເນີນຊີວິດໃນຄວາມສາມັກຄີທັມ ຕິດສະຫນິດກັບພຣະເຈົ້າ. 10 ໂນອາມີລູກຊາຍສາມຄົນຄື: ເຊມ, ຣາມ, ແລະ ຢາເຟດ. 11 ແຜ່ນດິນຖືກເຮັດໃຫ້ເຊື່ອມຊາມລົງໃນສາຍຕາຂອງພຣະເຈົ້າ, ແລະ ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ. 12 ພຣະເຈົ້າຊົງເບິ່ງພື້ນແຜ່ນດິນໂລກ; ແລະ ເຫັນວ່າຊົ່ວຮ້າຍລົງ, ເພາະວ່າຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍເທິງແຜ່ນດິນ.

13 ພຣະເຈົ້າໄດ້ບອກກັບໂນອາວ່າ,"ເຮົາເຫັນວ່າເຖິງເວລາແລ້ວທີ່ຈະນຳຈຸດຈົບມາຍັງມະນຸດຊາດທັງຫມົດ, ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ, ຊົ່ວຊ້າຜ່ານພວກເຂົາ. ແທ້ຈິງແລ້ວເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນ. 14 ຈົ່ງສ້າງເຮືອເພື່ອຕົວເຈົ້າເອງຈາກໄມ້ສົນ. ຈົ່ງສ້າງຫ້ອງຕ່າງໆພາຍໃນເຮືອ, ແລະ ເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ. 15 ຕໍ່ໄປນີ້ຄືວິທີທີ່ເຈົ້າຈະສ້າງເຮືອ: ຄວາມຍາວຂອງເຮືອໃຫ້ໄດ້ 133ແມັດ, ຄວາມກວ້າງຂອງເຮືອ 22ແມັດ, ແລະ ທາງສູງ 13 ແມັດ. 16 ຈົ່ງເຮັດຫລັງຄາສຳລັບເຮືອ, ຈົ່ງເຮັດປ່ອງຢ້ຽມຈຸຫລັງຄາສູງເຄິ່ງແມັດ ແລະ ຈົ່ງເຮັດປະຕູເທິງດ້ານນັ້ນຂອງເຮືອ. ແລະ ເຮັດຟ້າເປັນສາມຊັ້ນ ຄືຊັ້ນທີຫນຶ່ງ, ຊັ້ນທີສອງ, ແລະ ຊັ້ນທີສາມ. 17 ຈົ່ງຟັງ, ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ, ເພື່ອທຳລາຍທຸກສິ່ງທີ່ມີຊີວິດຈາກພາຍໃຕ້ທ້ອງຟ້າ. ທຸກສິ່ງທີ່ຊຶ່ງຢູ່ເທິງແຜ່ນດິນໂລກຈະດັບສູນໄປ. 18 ແຕ່ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ກັບເຈົ້າ. ເຈົ້າຈົ່ງເຂົ້າມາໃນເຮືອນັ້ນ, ເຈົ້າ ແລະ ບັນດາລູກຊາຍຂອງເຈົ້າ, ແລະ ເມຍຂອງເຈົ້າ, ແລະ ບັນດາພວກລູກໃພ້ທັງຫລາຍຂອງເຈົ້າ. 19 ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດເນື້ອຫນັງທັງຫມົດ, ທຸກຊະນິດຢ່າງລະສອງໂຕທັງໂຕຜູ້ ແລະໂຕແມ່ເຂົ້າ​ມາ​ໃນ​ເຮືອ, ເພື່ອໃຫ້ພວກມັນມີຊີວິດຢູ່ກັບເຈົ້າ. 20 ນົກທັງຫລາຍຕາມຊະນິດຂອງມັນ, ແລະ ສັດໂຕໃຫຍ່ຕາມຊະນິດຂອງພວກມັນ, ສິ່ງທີ່ເລືອຍຄານແຫ່ງແຜ່ນດິນຕາມຊະນິດຂອງມັນ, ສັດທຸກຊະນິດຈະມາຫາເຈົ້າເປັນຄູ່ໆ, ເພື່ອພວກມັນຈະມີຊີວິດຢູ່. 21 ຈົ່ງຈັດຕຽມເອົາອາຫານທຸກຊະນິດເພື່ອທີ່ຈະກິນ ແລະ ເກັບເອົາໄວ້, ສຳລັບຄອບຄົວຂອງເຈົ້າ, ດັ່ງນັ້ນມັນຈະເປັນອາຫານສຳລັບເຈົ້າ ແລະ ສັດເຫລົ່ານັ້ນ." 22 ດັ່ງນັ້ນໂນອາ ຈຶ່ງໄດ້ເຮັດສິ່ງນີ້. ຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ, ແລະ ລາວກໍໄດ້ເຮັດຕາມ.