​ບົດ​ທີ 5

1 ນີ້ຄືບັນທຶກຂອງເຊື້ອສາຍຂອງອາດາມ. ໃນວັນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ. 2 ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ, ເມື່ອພວກເຂົາໄດ້ຖືກສ້າງພຣະອົງຊົງ ອວຍພອນພວກເຂົາແລະໄດ້ຊົງເອີ້ນພວກເຂົາວ່າມະນຸດ. 3 ເມື່ອອາດາມອາຍຸໄດ້ 130 ປີ, ລາວມີລູກຊາຍຜູ້ຫນຶ່ງໃນລັກຊະນະຕາມຮູບແບບຂອງລາວ, ແລະ ຕັ້ງຊື່ເຂົາວ່າເຊດ. 4 ຫລັງຈາກອາດາມໄດ້ກາຍເປັນພໍ່ຂອງເຊດແລ້ວ, ເຂົາຍັງມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍຍິງອີກຫລາຍຄົນ. 5 ອາດາມມີ ອາຍຸໄດ້ 930 ປີ, ແລ້ວຈາກນັ້ນເຂົາກໍໄດ້ຕາຍໄປ.

6 ເມື່ອເຊດມີອາຍຸໄດ້ 105 ປີ, ລາວໄດ້ມີລູກຊາຍຊື່ເອໂນດ. 7 ຫລັງຈາກເຂົາໄດ້ໃຫ້ເອໂນດເກີດມາແລ້ວເຂົາໄດ້ມີອາຍຸຍືນຍາວມາ ອີກ 807 ປີ ແລະ ລາວໄດ້ມີລູກຊາຍ ແລະ ຍິງ ຫລາຍຄົນ. 8 ເຊດມີອາຍຸໄດ້ 912 ປີ, ແລະຈາກນັ້ນລາວກໍໄດ້ຕາຍໄປ.

9 ເມື່ອເອໂນດອາຍຸໄດ້ 90 ປີ, ລາວໄດ້ລູກຊາຍຜູ້ຫນຶ່ງຊື່ເກນານ. 10 ຫລັງຈາກເຂົາໄດ້ເກນານແລ້ວ, ເອໂນດໄດ້ມີອາຍຸຍືນຍາວມາອີກ 815 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຫລາຍຄົນ. 11 ເອໂນດມີອາຍຸໄດ້ 905 ປີ. ແລະ ຈາກນັ້ນລາວກໍຕາຍໄປ.

12 ເມື່ອເກນານມີອາຍຸ ໄດ້ 70 ປີ. ລາວໄດ້ລູກຊາຍຊື່ມະຫາລາເລນ. 13 ຫລັງຈາກເຂົາໄດ້ມະຫາລາເລນແລ້ວເກນານໄດ້ມີອາຍຸຍືນຍາວ ມາອີກ 840 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ. 14 ເກນານມີອາຍຸໄດ້ 910ປີ, ແລະຈາກນັ້ນລາວກໍຕາຍໄປ.

15 ເມື່ອມະຫາລາເລນອາຍຸ ໄດ້ 65 ປີ, ລາວໄດ້ລູກຊາຍຊື່ ຢາເຣັດ. 16 ຫລັງຈາກເຂົາໄດ້ຢາເຣັດແລ້ວ, ມະຫາລາເລນໄດ້ມີອາຍຸຍືນຍາວມາອີກ 830 ປີ. ເຂົາໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ. 17 ມະຫາລາເລນມີອາຍຸໄດ້ 895 ປີ, ແລະຈາກນັ້ນລາວກໍຕາຍໄປ.

18 ເມື່ອຢາເຣັດມີອາຍຸໄດ້ 162 ປີ, ລາວໄດ້ມີລູກຊາຍຊື່ເອນົກ. 19 ຫລັງຈາກລາວກາຍເປັນພໍ່ຂອງເອນົກແລ້ວ, ຢາເຣັດໄດ້ມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ. 20 ຢາເຣັດມີອາຍຸໄດ້ 962 ປີ, ແລະ ຈາກນັ້ນລາວກໍໄດ້ຕາຍໄປ.

21 ເອນົກ ອາຍຸໄດ້ 65 ປີ. ລາວໄດ້ມີລູກຊາຍຊື່ວ່າ ເມທູເສລາ. 22 ເອນົກດຳເນີນຊີວິດກັບພຣະເຈົ້າ 300 ປີ ຫລັງຈາກລາວໄດ້ເມທູເສລາແລ້ວລາວຍັງມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ. 23 ເອນົກມີອາຍຸໄດ້365 ປີ. 24 ເອນົກໄດ້ດຳເນີນຊີວິດຕິດສະຫນິດກັບພຣະເຈົ້າ, ແລະ ຈາກນັ້ນລາວກໍໄດ້ຈາກໄປ, ເພາະພຣະເຈົ້າໄດ້ຊົງຮັບເອົາລາວໄປ.

25 ເມື່ອເມທູເສລາອາຍຸໄດ້ 187 ປີ, ລາວໄດ້ມີລູກຊາຍຊື່ວ່າ ລາເມັກ. 26 ຫລັງຈາກລາວໄດ້ລູກຊາຍລາເມັກແລ້ວ, ເມທູເສລາມີອາຍຸຍືນຍາວມາອີກ 782 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ. 27 ເມທູເສລາມີອາຍຸໄດ້ 969 ປີ. ຫລັງຈາກນັ້ນລາວກໍໄດ້ຕາຍໄປ.

28 ເມື່ອລາເມັກມີອາຍຸໄດ້ 182 ປີ, ລາວໄດ້ມີລູກຊາຍຜູ້ຫນຶ່ງ 29 ແລະ ລາວໄດ້ຕັ້ງຊື່ຂອງເຂົາວ່າ ໂນອາ, ເພາະວ່າເດັກນ້ອຍຄົນນີ້ "ຈະເຮັດໃຫ້ພວກເຮົາພັກຈາກວຽກງານຂອງເຮົາ ແລະຈາກການທຳງານທີ່ລຳບາກຂອງມືຂອງເຮົາ, ຊຶ່ງເຮົາຕ້ອງເຮັດ, ເພາະແຜ່ນດິນທີ່ພຣະຢາເວໄດ້ສາບແຊ່ງຫລັງຈາກລາວໄດ້ໃຫ້ໂນອາເກີດມາແລ້ວ." 30 ລາເມັກມີອາຍຸຍືນຍາວມາອີກ 595 ປີເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ. 31 ເມື່ອລາເມັກມີອາຍຸໄດ້ 777 ປີ. ຈາກນັ້ນລາວກໍໄດ້ຕາຍໄປ.

32 ຫລັງຈາກໂນອາມີອາຍຸໄດ້ 500 ປີລາວມີລູກຊາຍສາມຄົນຄື: ເຊມ, ຮາມ ແລະ ຢາເຟດ.