​ບົດ​ທີ 3

1 ສ່ວນງູນັ້ນເປັນສັດທີ່ສະຫລາດກ່ວາສັດອື່ນໆທີ່ພຣະຢາເວ ພຣະເຈົ້າໄດ້ຊົງສ້າງ. ມັນຖາມຜູ້ຍິງນັ້ນວ່າ, "ພຣະເຈົ້າເວົ້າແທ້ໆບໍວ່າ ບໍ່ໃຫ້ເຈົ້າກິນຫມາກໄມ້ໃດໆໃນສວນນີ້?" 2 ຜູ້ຍິງນັ້ນຕອບງູວ່າ, "ພວກເຮົາສາມາດກິນຫມາກໄມ້ຈາກຕົ້ນໄມ້ຫມາກທັງຫລາຍໃນສວນນີ້, 3 ແຕ່ຍົກເວັ້ນຫມາກຂອງຕົ້ນໄມ້ຊຶ່ງຢູ່ກາງສວນນັ້ນ, ພຣະເຈົ້າກ່າວໄວ້ວ່າ, 'ເຈົ້າຈົ່ງຢ່າໄດ້ກິນ ຫລືແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ."" 4 ງູເວົ້າກັບຜູ້ຍິງນັ້ນວ່າ,"ເຈົ້າຈະບໍ່ຕາຍດອກ. 5 ເພາະພຣະເຈົ້າຮູ້ວ່າໃນວັນທີ່ເຈົ້າກິນຫມາກໄມ້ນັ້ນດວງຕາຂອງເຈົ້າຈະຖືກເປີດອອກ ແລະເຈົ້າຈະເປັນເຫມືອນພຣະເຈົ້າ, ຄືຮູ້ເຖິງຄວາມດີ ແລະຄວາມຊົ່ວ." 6 ເມື່ອຜູ້ຍິງນັ້ນໄດ້ເຫັນວ່າຕົ້ນໄມ້ນັ້ນດີທີ່ຈະເປັນອາຫານ, ແລະມັນກໍຫນ້າເບິ່ງ, ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ, ນາງຈຶ່ງໄດ້ເກັບຫມາກຈຳນວນຫນຶ່ງຂອງຕົ້ນໄມ້ນັ້ນແລະກິນ. ຈາກນັ້ນນາງຈຶ່ງໃຫ້ຫມາກໄມ້ບາງສ່ວນແກ່ຜົວຂອງນາງຜູ້ທີ່ຢູ່ກັບລາວແລະເຂົາກໍກິນຫມາກໄມ້ນັ້ນດ້ວຍ. 7 ດວງຕາຂອງພວກເຂົາທັງສອງກໍຖືກເປີດອອກ, ແລະພວກເຂົາກໍຮູ້ວ່າພວກເຂົາໄດ້ເປືອຍກາຍຢູ່. ພວກເຂົາໄດ້ຫຍິບໃບຫມາກເດື່ອເຂົ້າດ້ວຍກັນ ແລະເຮັດເປັນສິ່ງທີ່ໃຊ້ປົກຄຸມສຳລັບພວກເຂົາ. 8 ໃນຕອນຄ່ຳພວກເຂົາໄດ້ຍິນສຽງພຣະຢາເວ ພຣະເຈົ້າກຳລັງຍ່າງຢູ່ໃນສວນດັ່ງນັ້ນຜູ້ຊາຍແລະເມຍຂອງເຂົາໄດ້ໄປລີ້ຕົວໃຫ້ພົ້ນຈາກພຣະພັກພຣະຢາເວພຣະເຈົ້າຢູ່ທ່າມກາງຕົ້ນໄມ້ທັງຫລາຍໃນສວນ.

9 ພຣະຢາເວພຣະເຈົ້າໄດ້ເອີ້ນຫາຜູ້ຊາຍນັ້ນແລະເວົ້າກັບເຂົາວ່າ," ເຈົ້າຢູ່ໃສ?" 10 ຜູ້ຊາຍຕອບວ່າ," ຂ້ານ້ອຍໄດ້ຍິນສຽງພຣະອົງໃນສວນ; ແລະ ຂ້ານ້ອຍຢ້ານ ເພາະຂ້ານ້ອຍປະເປືອຍຢູ່. ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ລີ້ຢູ່." 11 ພຣະອົງເຈົ້າເວົ້າວ່າ, "ໃຜບອກເຈົ້າວ່າເຈົ້າເປືອຍກາຍຢູ່? ເຈົ້າໄດ້ກິນຫມາກໄມ້ທີ່ເຮົາ ໄດ້ຫ້າມເຈົ້າບໍ່ໃຫ້ກິນແລ້ວບໍ?" 12 ຜູ້ຊາຍຕອບວ່າ, "ຜູ້ຍິງຜູ້ ທີ່ພຣະອົງໃຫ້ຢູ່ກັບຂ້ານ້ອຍນັ້ນ, ເປັນຜູ້ໃຫ້ຫມາກໄມ້ຈາກຕົ້ນນັ້ນໃຫ້ຂ້ານ້ອຍແລະ ຂ້ານ້ອຍ ກໍໄດ້ກິນມັນ." 13 ພຣະຢາເວພຣະເຈົ້າ ເວົ້າກັບຜູ້ຍິງນັ້ນ ວ່າ, "ເຈົ້າໄດ້ເຮັດຫຍັງລົງໄປນີ້?" ຜູ້ຍິງນັ້ນຕອບວ່າ, "ງູໄດ້ລໍ້ລວງຂ້ານ້ອຍຂ້ານ້ອຍຈຶ່ງໄດ້ກິນ."

14 ພຣະຢາເວພຣະເຈົ້າ, "ກ່າວ ແກ່ງູນັ້ນວ່າ, "ເພາະວ່າມຶງໄດ້ເຮັດສິ່ງນີ້, ມຶງຈຶ່ງຖືກ ສາບແຊ່ງ, ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍມຶງຈະເລືອດ້ວຍທ້ອງຂອງມຶງ, ແລະ ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນໄປ ຕະຫລອດຊີວິດຂອງມຶງ.
15 ເຮົາຈະໃຫ້ຄວາມກຽດຊັງກັນ, ລະຫວ່າງມຶງກັບຜູ້ຍິງ ແລະລະຫວ່າງເຊື້ອສາຍຂອງມຶງ ແລະ ເຊື້ອສາຍຂອງຍິງ. ເຂົາຈະເຮັດໃຫ້ຫົວຂອງມຶງແຕກຫມຸ່ນ, ແລະ ມຶງກໍຈະກັດສົ້ນຫນ່ອງເຂົາໃຫ້ບວບຊໍ້າ."

16 ພຣະອົງກ່າວກັບຍິງນັ້ນວ່າ, "ເຮົາຈະເພີ່ມຄວາມເຈັບປວດຢ່າງຫລວງຫລາຍໃຫ້ແກ່ເຈົ້າ, ໃນຂະນະທີ່ເຈົ້າຈະມີລູກ; ມັນເປັນຄວາມເຈັບປວດທີ່ເຈົ້າຈະອອກລູກທັງຫລາຍ. ຄວາມປາຖະຫນາຂອງເຈົ້າຈະເຮັດເພື່ອຜົວຂອງເຈົ້າ, ແຕ່ຜົວຂອງເຈົ້ານັ້ນຈະເປັນນາຍເຫນືອເຈົ້າ."

17 ພຣະອົງກ່າວກັບອາດາມວ່າ, "ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ; ແລະ ກິນຫມາກໄມ້ນັ້ນ, ແລະ ຕາມທີ່ເຮົາສັ່ງເຈົ້າວ່າ, 'ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ,' ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ.
18 ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມ ແລະພືດທີ່ມີຫນາມໃຫ້ເຈົ້າ, ແລະ ເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
19 ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ, ຂອງໃບຫນ້າຂອງເຈົ້າຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ."

20 ອາດາມໄດ້ເອີ້ນຊື່ ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງສິ່ງທີ່ມີຊີວິດທັງຫລາຍ. 21 ພຣະຢາເວພຣະເຈົ້າໄດ້ເຮັດເສື້ອຜ້າດ້ວຍ ຫນັງສັດສຳລັບອາດາມ ແລະ ເມຍຂອງເຂົາ ແລະ ສວມໃຫ້ພວກເຂົາ.

22 ພຣະຢາເວພຣະເຈົ້າກ່າວວ່າ, "ບັດນີ້ມະນຸດໄດ້ກາຍເປັນຄົນຫນຶ່ງເຫມືອນພວກເຮົາ, ໃນຄວາມຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ດັ່ງນັ້ນຕັ້ງແຕ່ນີ້ໄປເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາຢື້ມື, ໄປປິດເອົາຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ແລະ ກິນ ແລະ ມີຊີວິດຕະຫລອດໄປ." 23 ສະນັ້ນ ພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນເອເດນ, ເພື່ອຂຸດດິນປູກຝັງເທິງພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. 24 ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ໄວ້ທາງທິດຕາເວັນອອກຂອງສວນແຫ່ງເອເດນ, ແລະ ດາບທີ່ລຸກເປັນແສງໄຟແກວ່ງໄປມາ, ຮອບທຸກທິດທາງເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.