​ບົດ​ທີ 2

1 ເມື່ອຟ້າ ແລະ ແຜ່ນດິນໂລກ ກັບສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ.

2 ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ, ແລະພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ຈາກກິຈະການທັງຫມົດຂອງພຣະອົງ. 3 ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ, ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະ ຢຸດກິຈະການທັງສິ້ນ.

4 ເຫລົ່ານີ້ຄືເຫດການກຽ່ວກັບຟ້າ ແລະແຜ່ນດິນ, ເມື່ອຖືກສ້າງຂຶ້ນ, ໃນວັນທີ່ພຣະຢາເວ ພຣະເຈົ້າຊົງສ້າງແຜ່ນດິນ ແລະ ຟ້າ.

5 ຍັງບໍ່ມີພຸ່ມໄມ້ຂອງທ້ອງທົ່ງເກີດຂຶ້ນເທິງແຜ່ນດິນເລີຍ, ແລະ ບໍ່ມີຕົ້ນໄມ້ຂອງທົ່ງນາເກີດຂຶ້ນ, ເພາະວ່າພຣະຢາເວ ພຣະເຈົ້າບໍ່ໄດ້ເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນ ແລະ ບໍ່ມີຄົນໄຖພວນດິນ. 6 ມີແຕ່ຫມອກຂຶ້ນມາຈາກແຜ່ນດິນ ແລະ ໃຫ້ຄວາມຊຸ່ມຊື່ນແກ່ຫນ້າດິນທັງຫມົດ. 7 ພຣະຢາເວພຣະເຈົ້າຊົງສ້າງມະນຸດຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ມະນຸດຈຶ່ງກາຍເປັນຜູ້ມີຊີວິດ. 8 ພຣະຢາເວພຣະເຈົ້າຊົງສ້າງສວນຂຶ້ນສວນຫນຶ່ງທາງທິດຕາເວັນອອກ, ໃນເອເດນ, ແລະພຣະອົງຊົງໃຫ້ມະນຸດທີ່ພຣະອົງຊົງສ້າງຢູ່ທີ່ນັ້ນ. 9 ຈາກພື້ນດິນພຣະຢາເວ ພຣະເຈົ້າຊົງເຮັດໃຫ້ຕົ້ນໄມ້ທຸກຕົ້ນເກີດຈາກພື້ນດິນເຕີບໂຕສວຍງາມຫນ້າເບິ່ງ ແລະ ດີທີ່ຈະເປັນອາຫານ. ນີ້ລວມເຖິງຕົ້ນໄມ້ແຫ່ງຊີວິດ, ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີແລະ ຊົ່ວຊຶ່ງຢູ່ກາງສວນນັ້ນ. 10 ມີແມ່ນ້ຳສາຍຫນຶ່ງໄຫລມາຈາກເອເດນ. ໄປຫົດສວນນັ້ນ, ຈາກທີ່ນັ້ນກໍແຍກອອກກາຍເປັນແມ່ນ້ຳສີ່ສາຍ. 11 ແມ່ນ້ຳສາຍທີຫນຶ່ງຊື່ປີໂຊນ. ມັນເປັນແມ່ນ້ຳທີ່ໄຫລຜ່ານແຜ່ນດິນທັງຫມົດຂອງຮາວີລາ, ທີ່ນັ້ນມີທອງຄຳ. 12 ທອງຄຳຂອງແຜ່ນດິນນັ້ນເປັນທອງຄຳທີ່ດີ. ມີຢາງໄມ້ຕະຄໍ້າ(ຢາງໄມ້ຫອມທີ່ມີຣາຄາ) ແລະ ໂມຣາດ້ວຍ. 13 ແມ່ນ້ຳສາຍທີສອງຊື່ກີໂຮນ. ແມ່ນ້ຳສາຍນີ້ໄຫລຜ່ານແຜ່ນດິນທັງຫມົດຂອງກູເຊ. 14 ແມ່ນ້ຳສາຍທີສາມຊື່ວ່າຕິກຣິດ, ຊຶ່ງໄຫລໄປທາງຕາເວັນອອກຂອງອັດຊີເລຍ, ແມ່ນ້ຳສາຍທີສີ່ຄືເອີຟຣັດ. 15 ພຣະຢາເວ ພຣະເຈົ້າໄດ້ໃຫ້ມະນຸດຢູ່ໃນສວນແຫ່ງເອເດນເພື່ອຮັກສາ ແລະ ເບິ່ງແຍງສວນ. 16 ພຣະຢາເວ ພຣະເຈົ້າສັ່ງລາວວ່າ, "ເຈົ້າສາມາດກິນຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້. 17 ຍົກເວັ້ນຫມາກຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວເຈົ້າຢ່າໄດ້ກິນ, ເພາະວ່າໃນວັນທີ່ເຈົ້າຂືນກິນເຈົ້າຈະຕ້ອງຕາຍແນ່ນອນ."

18 ພຣະເຈົ້າໄດ້ກ່າວວ່າ, "ບໍ່ເປັນການດີທີ່ຜູ້ຊາຍຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ." 19 ພຣະຢາເວ ພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນຊົງສ້າງສັດທຸກຕົວຂອງທ້ອງທົ່ງ ແລະ ນົກທຸກຕົວຂອງທ້ອງຟ້າ. ຈາກນັ້ນພຣະອົງກໍໄດ້ນຳພວກມັນມາໃຫ້ມະນຸດເພື່ອເບິ່ງວ່າເຂົາຈະເອີ້ນພວກມັນວ່າຢ່າງໃດ. ບໍ່ວ່າຜູ້ຊາຍນັ້ນຈະເອີ້ນສິ່ງມີຊີວິດແຕ່ລະຊະນິດນັ້ນວ່າຢ່າງໃດ, ນັ້ນກໍ່ຄືຊື່ຂອງພວກສັດເຫລົ່ານັ້ນ. 20 ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດລຽ້ງ, ແລະ ນົກທັງຫລາຍຂອງທ້ອງຟ້າ ແລະພວກສັດປ່າຂອງທ້ອງທົ່ງ. ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ. 21 ພຣະຢາເວ ພຣະເຈົ້າໄດ້ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ, ດັ່ງນັ້ນຜູ້ຊາຍນັ້ນຈຶ່ງນອນຫລັບ. ພຣະຢາເວພຣະເຈົ້າໄດ້ເອົາກະດູກຂ້າງອັນຫນຶ່ງຂອງເຂົາອອກມາ ແລະ ຊົງເຮັດໃຫ້ເນື້ອຫນັງຊົງຕິດຈອດກັນດັ່ງເດີມ. 22 ດ້ວຍດູກຂ້າງທີ່ຫັກອອກມາຈາກຜູ້ຊາຍນັ້ນພຣະຢາເວ ພຣະເຈົ້າໄດ້ຊົງສ້າງຜູ້ຍິງ ແລະ ຊົງນຳນາງມາມອບໃຫ້ລາວ. 23 ຜູ້ຊາຍນັ້ນໄດ້ເວົ້າວ່າ, "ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ."

24 ດັ່ງນັ້ນຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ, ເຂົາຈະຮ່ວມເປັນຫນຶ່ງດຽວກັນກັບເມຍຂອງເຂົາ, ແລະ ພວກເຂົາຈະກາຍເປັນເນື້ອດຽວກັນ. 25 ຜູ້ຊາຍ ແລະ ເມຍຂອງເຂົາພວກເຂົາທັງສອງເປືອຍກາຍຢູ່ແຕ່ບໍ່ອາຍກັນ.