ບົດທີ 1

1 ບັດນີ້ ສິ່ງນີ້ໄດ້ເກີດຂຶ້ນ ຫລັງຈາກການເສຍຊີວິດຂອງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ທີ່ພຣະຢາເວໄດ້ສັ່ງກັບໂຢຊວຍລູກຂອງນູນ, ຜູ້ຊ່ວຍລະດັບຫົວຫນ້າຂອງໂມເຊວ່າ, 2 " ໂມເຊ, ຜູ້ຮັບໃຊ້ຂອງເຮົາ, ໄດ້ເສຍຊີວິດແລ້ວ. ດັ່ງນັ້ນ, ຈົ່ງລຸກຂຶ້ນຂ້ວາມແມ່ນ້ຳຈໍແດນນີ້, ເຈົ້າ ແລະ ປະຊາຊົນທັງຫມົດໄປຍັງແຜ່ນດິນທີ່ເຮົາຈະຍົກໃຫ້ພວກເຂົາ - ປະຊາຊົນຂອງອິສະຣາເອນ. 3 ເຮົາໄດ້ຍົກໃຫ້ເຈົ້າທຸກແຫ່ງ ທີ່ຕີນຂອງພວກເຈົ້າຈະຢຽບລົງໄປ. ເຮົາໄດ້ຍົກໃຫ້ແກ່ເຈົ້າແລ້ວດັ່ງທີ່ເຮົາໄດ້ສັນຍາໄວ້ກັບໂມເຊ. 4 ຕັ້ງແຕ່ຖິ່ນທຸຣະກັນດານ ແລະ ພູເຂົາເລບານອນ, ໄປຈົນສຸດແມ່ນ້ຳໃຫຍ່ ຄືແມ່ນ້ຳເອີຟຣັດ, ແຜ່ນດິນທັງຫມົດຂອງຊາວຮິດຕີ, ແລະ ເຖິງທະເລໃຫຍ່, ທາງທິດຕາເວັນຕົກ ຈະເປັນແຜ່ນດິນຂອງພວກເຈົ້າ. 5 ບໍ່ມີໃຜອາດຢືນຢັດຕໍ່ເຈົ້າໄດ້ຕະຫລອດຊີວິດຂອງເຈົ້າ. ເຮົາຈະຢູ່ກັບເຈົ້າເຊັ່ນທີ່ເຮົາຢູ່ກັບໂມເຊມາແລ້ວ. ເຮົາຈະບໍ່ປະຖິ້ມຫລືຈາກເຈົ້າໄປ. 6 ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ. ເຈົ້າຈະເຮັດໃຫ້ປະຊາຊົນເຫລົ່ານີ້ໄດ້ຮັບແຜ່ນດິນເປັນມໍຣະດົກຊື່ງເຮົາໄດ້ສັນຍາກັບບັນພະບຸຣຸດຂອງພວກເຂົາວ່າຈະຍົກໃຫ້ພວກເຂົາ. 7 ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດຈົ່ງລະມັດຣະວັງທີ່ຈະເຊື່ອບັນຍັດທັງຫມົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ບັນຊາເຈົ້າ. ຈົ່ງຢ່າໄດ້ຫັນຂວາ ຫລື ຫັນຊ້າຍ, ເພື່ອທີ່ເຈົ້າຈະພົບກັບຄວາມສຳເລັດບໍ່ວ່າເຈົ້າຈະໄປທາງໃດກໍຕາມ. 8 ເຈົ້າຈະເຂົ້າເຝົ້າພາວັນນາທັງກາງເວັນ ແລະກາງຄືນເພື່ອທີ່ຈະສາມາດເຊື່ອຟັງທຸກສິ່ງທີ່ໄດ້ບັນທຶກໃນຫນັງສືນັ້ນ. ແລ້ວເຈົ້າຈະເຣີນຮຸ່ງເຮືອງ ແລະ ປະສົບຄວາມສຳເລັດ. 9 ເຮົາສັ່ງເຈົ້າແລ້ວບໍ່ແມ່ນບໍ? ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ! ຢ່າຢ້ານ, ຢ່າທໍ້ຖອຍ, ພຣະຢາເວພຣະເຈົ້າຂອງເຈົ້າສະຖິດກັບເຈົ້າທຸກບ່ອນທີ່ເຈົ້າໄປ." 10 ແລ້ວໂຢຊວຍກໍບັນຊາຜູ້ນຳທັງຫລາຍຂອງປະຊາຊົນ, 11 "ຈົ່ງໄປໃນຄ້າຍ ແລະ ສັ່ງປະຊາຊົນວ່າ, "ຈົ່ງຕຽມສະບຽງສຳລັບພວກທ່ານທັງຫລາຍ. ໃນສາມວັນພວກທ່ານຈະຂ້ວາມແມ່ນ້ຳຈໍແດນນີ້ ແລະ ເຂົ້າໄປ ແລະ ຢຶດແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງປຣະທານໃຫ້ພວກທ່ານຢຶດຄອງ." 12 ຕໍ່ຊາວຣູເບັນ, ຊາວກາດ ແລະ ເຄິ່ງເຜົ່າຂອງຊາວມານາເຊ, ໂຢຊວຍເວົ້າວ່າ, 13 "ຈົ່ງຈື່ຄຳຂອງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ບັນຊາພວກທ່ານໄດ້ສັ່ງວ່າ, " ພຣະຢາເວພຣະເຈົ້າຂອງທ່ານຈະປຣະທານທີ່ພັກສຳລັບທ່ານ ແລະພຣະອົງຈະຊົງປຣະທານແຜ່ນດິນນີ້ໃຫ້ທ່ານ." 14 ເມຍຂອງທ່ານ, ລູກນ້ອຍຂອງທ່ານ, ແລະຝູງສັດລ້ຽງຂອງພວກທ່ານຈະຢູ່ໃນແຜ່ນດິນຊຶ່ງໂມເຊຍົກໃຫ້ທ່ານທີ່ຟາກພຸ້ນຂອງແມ່ນ້ຳຈໍແດນ. ແຕ່ພວກນັກຮົບຂອງທ່ານຈະຂ້ວາມໄປກັບພວກພີ່ນ້ອງຂອງທ່ານ ແລະ ຊ່ວຍພວກເຂົາ. 15 ຈົນກວ່າພຣະຢາເວໄດ້ປຣະທານທີ່ພັກ ແກ່ພີ່ນ້ອງຂອງທ່ານດັ່ງເຊັ່ນທີ່ພຣະອົງຊົງປຣະທານໃຫ້ແກ່ທ່ານ. ແລ້ວພວກເຂົາຈະໄດ້ຄອບຄອງແຜ່ນດິນທີ່ພຣະຢາເວພຣະເຈົ້າຂອງທ່ານ ຊົງປຣະທານໃຫ້ພວກເຂົາ ແລ້ວທ່ານຈະກັບມາທີ່ແຜ່ນດິນຂອງທ່ານເອງ ແລະ ຄອບຄອງແຜ່ນດິນ, ທີ່ໂມເຊຜູ້ຮັບໃຊ້ຂອງພຣະຢາເວໄດ້ມອບໃຫ້ແກ່ທ່ານທີ່ຟາກແມ່ນ້ຳຈໍແດນ, ໃນທີ່ທິດຕາເວັນອອກ." 16 ແລ້ວພວກເຂົາໄດ້ຕອບໂຢຊວຍວ່າ, "ທັງຫມົດທີ່ທ່ານໄດ້ບັນຊາພວກເຮົາ, ພວກເຮົາຈະເຮັດຕາມ ແລະ ບໍ່ວ່າທີ່ໃດທ່ານສົ່ງພວກເຮົາໄປ ພວກເຮົາຈະໄປ. 17 ເຮົາຈະເຊື່ອຟັງທ່ານເຊັ່ນດຽວກັບທີ່ເຮົາເຊື່ອຟັງໂມເຊພຽງແຕ່ຂໍໃຫ້ພຣະຢາເວພຣະເຈົ້າຂອງທ່ານຊົງສະຖິດຢູ່ກັບທ່ານ, ເຊັ່ນດຽວກັບທີ່ພຣະອົງຊົງສະຖິດຢູ່ກັບໂມເຊ. 18 ໃຜກໍຕາມທີ່ຂັດຂືນຄຳບັນຊາຂອງທ່ານ ແລະ ບໍ່ເຊື່ອຟັງຖ້ອຍຄຳຂອງທ່ານ. ຄົນນັ້ນຈະຕ້ອງເຖິງຕາຍ. ຂໍພຽງແຕ່ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ."