ບົດທີ 1

1 ພຣະ­ທັມຊົງດຳຣົງນັບຕັ້ງແຕ່ຕົ້ນເດີມ, ແລະພຣະທັມຊົງຢູ່ກັບພຣະ­ເຈົ້າ, ພຣະ­ທັມຊົງເປັນພຣະ­ເຈົ້າ. 2 ພຣະທັມນີ້ດຳຣົງມາຕັ້ງແຕ່ເລີ່ມຕົ້ນກັບພຣະ­ເຈົ້າ. 3 ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ, ແລະຖ້າບໍ່ມີພຣະອົງ ກໍບໍ່ມີຈັກສິ່ງທີ່ຖືກສ້າງຂື້ນໄວ້. 4 ມີຊີ­ວິດທີ່ຢູ່ໃນພຣະ­ອົງ, ຊຶ່ງຊີ­ວິດນັ້ນເປັນ­ຄວາມສະຫວ່າງຂອງມະ­ນຸດ­ທຸກຄົນ. 5 ຄວາມສະ­ຫວ່າງສ່ອງເຂົ້າມາໃນຄວາມມືດ, ແລະຄວາມມືດນັ້ນບໍ່ເອົາຊະ­ນະຄວາມສະ­ຫວ່າງໄດ້. 6 ຍັງມີຊາຍຄົນຫນຶ່ງທີ່ພຣະ­ເຈົ້າໄດ້ສົ່ງມາ, ຊາຍຄົນນີ້ຊື່­ວ່າໂຢຮັນ. 7 ທ່ານມາເພື່ອຈະເປັນພະ­ຍານເຖິງຄວາມສະ­ຫວ່າງນັ້ນ, ເພື່ອທີ່ທຸກຄົນຈະໄດ້ເຊື່ອຜ່ານທ່ານ. 8 ໂຢຮັນບໍ່ແມ່ນຄວາມສະ­ຫວ່າງນັ້ນ, ແຕ່ທ່ານມາເພື່ອເປັນພະ­ຍານເຖິງຄວາມສະ­ຫວ່າງນັ້ນ. 9 ຄືຄວາມສະ­ຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທັງປວງ ເຊິ່ງໄດ້ເຂົ້າມາໃນໂລກນີ້. 10 ພຣະ­ອົງຊົງຢູ່ໃນໂລກ, ໂລກນີ້ຖືກສ້າງຂຶ້ນຜ່ານທາງພຣະອົງນັ້ນ, ແຕ່ໂລກນີ້ພັດບໍ່ໄດ້ຮູ້­ຈັກພຣະ­ອົງ. 11 ພຣະ­ອົງເຂົ້າມາເພື່ອຊົນຊາດຂອງພຣະອົງ, ແຕ່ຊົນຊາດຂອງພຣະອົງບໍ່ຍອມຮັບພຣະອົງ. 12 ແຕ່ຄົນຫລວງຫລາຍທີ່ຕ້ອນ­ຮັບພຣະ­ອົງ, ຄົນທີ່ເຊື່ອໃນພຣະນາມຂອງພຣະ­ອົງ, ພຣະ­ອົງຈະໃຫ້ຄົນນັ້ນໄດ້ສິດເປັນບຸດຂອງພຣະ­ເຈົ້າ. 13 ບໍ່ແມ່ນໂດຍທາງສາຍເລືອດ, ຫລືໂດຍຄວາມຕ້ອງການຂອງມະນຸດ, ແຕ່ເປັນໂດຍພຣະ­ເຈົ້າ. 14 ພຣະ­ທັມຊົງ­ເກີດເປັນມະ­ນຸດແລະຢູ່ທ່າມກາງພວກເຮົາ. ເຮົາໄດ້ເຫັນສະ­ຫງ່າຣາ­ສີຂອງພຣະ­ອົງ, ເປັນສະ­ຫງ່າຣາ­ສີແບບດຽວກັນຊຶ່ງມາຈາກພຣະ­ບິດາຜູ້ດຽວເທົ່ານັ້ນ, ທີ່ເຕັມດ້ວຍພຣະຄຸນແລະຄວາມຈິງ. 15 ໂຢ­ຮັນໄດ້ເປັນພະ­ຍານເຖິງພຣະອົງແລະຮ້ອງສຽງດັງວ່າ, “ທ່ານຜູ້ນີ້ຄືຄົນທີ່ເຮົາໄດ້ບອກແກ່ທ່ານວ່າ ‘ທ່ານຜູ້ທີ່ສະເດັດມາພາຍ­ຫລັງເຮົາ ເປັນໃຫຍ່ກວ່າເຮົາ, ເພາະທ່ານເປັນຢູ່ກ່ອນເຮົາ’.” 16 ເພາະວ່າໂດຍຄວາມຄົບບໍ­ຣິ­ບູນຂອງພຣະອົງເຮັດໃຫ້ເຮົາທັງຫລາຍໄດ້ຮັບພຣະ­ຄຸນຊ້ອນພຣະ­ຄຸນ. 17 ເພາະ­ບັນຍັດເຫລົ່ານັ້ນທີ່ໄດ້ຊົງປຣະ­ທານຜ່ານທາງໂມ­ເຊ. ສ່ວນພຣະ­ຄຸນແລະຄວາມຈິງມາທາງພຣະ­ເຢຊູ­ຄຣິດ. 18 ບໍ່ເຄີຍມີໃຜເຫັນພຣະເຈົ້າເລີຍ. ພຣະ­ອົງດຽວທີ່ຊົງເປັນພຣະ­ເຈົ້າ, ຜູ້ປຣະທັບໃນເອິກຂອງພຣະ­ບິ­ດາ, ໄດ້ສະ­ແດງໃຫ້ພຣະເຈົ້າເປັນທີ່ຮູ້ຈັກ. 19 ນີ້ເປັນຄຳພະ­ຍານຂອງໂຢ­ຮັນ ເມື່ອພວກຢິວຈາກນະຄອນເຢ­ຣູ­ຊາ­ເລັມໄດ້ສົ່ງພວກປະ­ໂລ­ຫິດແລະພວກຄົນເລ­ວີໄປຖາມທ່ານວ່າ, “ທ່ານເປັນໃຜ?” 20 ທ່ານຍອມຮັບ, ບໍ່ໄດ້ປະ­ຕິເສດແຕ່ຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນພຣະ­ຄຣິດ.” 21 ພວກເຂົາຈຶ່ງຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ? ທ່ານແມ່ນເອ­ລີຢາແມ່ນບໍ?” ທ່ານຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນຜູ້ນັ້ນ.” ພວກເຂົາຖາມວ່າ, “ທ່ານຄືຜູ້ປະກາດພຣະ­ທັມແມ່ນບໍ?” ທ່ານຕອບວ່າ, “ບໍ່ແມ່ນ.” 22 ແລ້ວພວກເຂົາກໍຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ, ເພື່ອພວກເຮົາຈະໄດ້ເອົາຄຳຕອບນັ້ນໄປບອກຄົນແກ່ຄົນສົ່ງເຮົາມາ? ແລ້ວທ່ານຈະບອກວ່າທ່ານເປັນໃຜ?” 23 ທ່ານຕອບວ່າ, “ຂ້າພຣະເຈົ້າເປັນສຽງຮ້ອງ ປ່າວປະກາດໃນປ່າວ່າ: ‘ຈົ່ງເຮັດຫົນທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ຊື່ໄປ,’ ເຫມືອນກັບທີ່ຜູ້ປະກາດພຣະທັມ ເອຊາ­ຢາ ໄດ້ບອກໄວ້. 24 ບັດນີ້ຄົນເຫລົ່ານັ້ນທີ່ພວກຟາ­ຣີ­ຊາຍສົ່ງໄປ. 25 ພວກເຂົາຖາມທ່ານວ່າ, “ເປັນຫຍັງທ່ານຈຶ່ງໃຫ້ຮັບບັບ­ຕິສະມາ ໃນເມື່ອທ່ານເອງກໍບໍ່ແມ່ນພຣະ­ຄຣິດ ຫລື ເອ­ລີ­ຢາ ຫລືຜູ້ປະກາດພຣະທັມນັ້ນ?” 26 ໂຢ­ຮັນຕອບພວກເຂົາວ່າ, “ເຮົາໃຫ້ຮັບບັບຕິ­ສະ­ມາດ້ວຍນໍ້າ. ແຕ່ໃນທ່າມ­ກາງພວກທ່ານມີຜູ້ໜຶ່ງຊຶ່ງທ່ານບໍ່ຮູ້ຈັກ. 27 ທ່ານທີ່ມາພາຍ­ຫລັງຂ້າພະເຈົ້ານັ້ນ, ຂ້າພະເຈົ້າບໍ່ສົມ­ຄວນແມ້ນແຕ່ຈະແກ້ສາຍ­ຮັດເກີບຂອງຜູ້ນັ້ນ.” 28 ສິ່ງເຫລົ່ານີ້ເກີດຂຶ້ນເມື່ອໂຢ­ຮັນກຳ­ລັງໃຫ້ຮັບບັບ­ຕິ­ສະ­ມາຢູ່ທີ່ບ້ານເບັດ­ທາ­ນີ, ອີກຟາກຫນຶ່ງຂອງແມ່­ນ້ຳຢໍ­ແດນ. 29 ວັນຕໍ່ມາ ໂຢ­ຮັນເຫັນພຣະ­ເຢຊູກຳ­ລັງມາຫາທ່ານແລະທ່ານບອກວ່າ, “ເບິ່ງແມ, ພຣະ­ເມ­ສານ້ອຍຂອງພຣະ­ເຈົ້າ ຜູ້ທີ່ຈະມາເອົາຄວາມຜິດບາບຂອງ­ໂລກນີ້ອອກໄປ! 30 ນີ້ຄືທ່ານທີ່ຂ້າພຣະເຈົ້າກ່າວເຖິງວ່າ 'ທ່ານທີ່ຈະມາພາຍຫລັງຂ້າພຣະເຈົ້າຊົງເປັນໃຫຍ່ກວ່າຂ້າພຣະເຈົ້າ, ເພາະພຣະອົງຊົງເປັນຢູ່ກ່ອນຂ້າພຣະເຈົ້າ.' 31 ຂ້າພຣະເຈົ້າບໍ່ຮູ້­ຈັກທ່ານຜູ້ນີ້, ແຕ່ເພື່ອທ່ານຈະໄດ້ຖືກປະກົດແຈ້ງແກ່ຄົນອິ­ສຣາ­ເອນ ທີ່ຂ້າພຣະເຈົ້າໄດ້ມາໃຫ້ຮັບບັບ­ຕິ­ສະ­ມາໃນນ້ຳ.” 32 ໂຢ­ຮັນເປັນພະ­ຍານວ່າ, “ຂ້າພຣະເຈົ້າໄດ້ເຫັນພຣະວິນ­ຍານລັກສະນະເຫມືອນດັ່ງນົກເຂົາ ລົງມາຈາກຟ້າສະ­ຫວັນ, ສະ­ຖິດຢູ່ເທິງທ່ານ. 33 ຂ້າພຣະເຈົ້າບໍ່ຮູ້­ຈັກທ່ານ, ແຕ່ທ່ານທີ່ໄດ້ສົ່ງຂ້າພຣະເຈົ້າມາເພື່ອໃຫ້ບັບ­ຕິ­ສະ­ມາດ້ວຍນ້ຳນັ້ນ ບອກຂ້າພຣະເຈົ້າວ່າ, 'ເຈົ້າຈະເຫັນພຣະວິນ­ຍານເປັນເຫມືອນນົກເຂົາລົງມາ­ສະຖິດຢູ່ເຫນືອທ່ານຜູ້ນັ້ນ, ທ່ານນັ້ນຄືຜູ້ທີ່ຈະໃຫ້ບັບ­ຕິ­ສະ­ມາດ້ວຍພຣະວິນ­ຍານບໍ­ຣິ­ສຸດ.' 34 ຂ້າພຣະເຈົ້າໄດ້ເຫັນແລະເປັນພະ­ຍານວ່າ ທ່ານຜູ້ນັ້ນເປັນພຣະ­ບຸດຂອງພຣະ­ເຈົ້າ.” 35 ອີກຄັ້ງຫນຶ່ງ, ໃນວັນຕໍ່ມາ, ໃນຂະນະທີ່ໂຢ­ຮັນກຳ­ລັງຢືນຢູ່ກັບສາວົກຂອງທ່ານສອງຄົນ. 36 ພວກເຂົາເຫັນພຣະ­ເຢຊູກຳ­ລັງສະເດັດກາຍ­ໄປ ແລະທ່ານຈຶ່ງກ່າວວ່າ, "ເບິ່ງແມ, ພຣະເມສານ້ອຍຂອງພຣະ­ເຈົ້າ!” 37 ເມື່ອສາວົກສອງຄົນຂອງທ່ານໄດ້ຍິນທ່ານເວົ້າເຊັ່ນ­ນັ້ນ ພວກເຂົາຈຶ່ງຕາມພຣະ­ເຢຊູໄປ. 38 ເມື່ອພຣະ­ເຢຊູຫັນກັບມາແລະເຫັນພວກເຂົາກຳລັງຕິດ­ຕາມພຣະອົງ ຈຶ່ງເວົ້າກັບພວກເຂົາວ່າ, “ພວກທ່ານຕ້ອງການສິ່ງໃດ?” ພວກເຂົາຕອບວ່າ, “ຮັບບີ (ແປຄວາມໝາຍວ່າ ອາ­ຈານ) ທ່ານພັກຢູ່ທີ່ໃດ?” 39 ພຣະ­ອົງຈິ່ງບອກພວກເຂົາວ່າ, “ຈົ່ງມາແລະເບິ່ງເອງເຖີດ” ເມື່ອພວກເຂົາຕາມພຣະອົງໄປແລະໄດ້ເຫັນບ່ອນຊຶ່ງພຣະ­ອົງຊົງພັກຢູ່, ພວກເຂົາຈິ່ງຢູ່ກັບພຣະ­ອົງໃນວັນນັ້ນ, ຕອນນັ້ນເປັນເວລາສີ່ໂມງແລງ. 40 ຫນຶ່ງໃນສາວົກສອງຄົນທີ່ໄດ້ຍິນໂຢ­ຮັນເວົ້າແລະຕິດ­ຕາມພຣະເຢຊູຄືອັນ­ເດ­ອາ, ອ້າຍຂອງຊີ­ໂມນເປ­ໂຕ. 41 ເຂົາໄດ້ໄປຫາຊີ­ໂມນອ້າຍຂອງຕົນແລະບອກວ່າ, “ເຮົາໄດ້ພົບພຣະເມຊີອາແລ້ວ” (ຫມາຍເຖີງ ພຣະ­ຄຣິດ). 42 ແລ້ວເຂົາກໍພາທ່ານມາຫາພຣະເຢຊູ, ແລະພຣະ­ເຢຊູເບິ່ງເຂົາແລ້ວກ່າວວ່າ, “ທ່ານຄືຊີໂມນລູກຂອງໂຢຮັນ, ທ່ານຈະຖືກເອີ້ນວ່າ ເກ­ຟາ” (ແປວ່າ: ເປໂຕ). 43 ວັນຕໍ່ມາ, ເມື່ອພຣະ­ເຢຊູຕ້ອງການຈາກໄປທີ່ແຂວງຄາ­ລີເລ, ພຣະ­ອົງຊົງພົບກັບຟີ­ລິບແລະກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”. 44 ຟີ­ລິບມາຈາກເບັດ­ຊາ­ອີ­ດາ, ເມືອງຂອງອັນເດ­ອາແລະເປ­ໂຕ. 45 ຟີ­ລິບໄດ້ພົບກັບນະ­ທາ­ນາ­ເອັນແລ້ວບອກກັບເຂົາວ່າ, “ເຮົາໄດ້ພົບພຣະອົງຜູ້ເຊິ່ງໂມ­ເຊໄດ້ກ່າວເຖິງໃນພຣະບັນຍັດ, ແລະທີ່ພວກຜູ້ປະ­ກາດພຣະ­ທັມໄດ້ກ່າວເຖິງຄື: ພຣະເຢ­ຊູລູກຂອງໂຢ­ເຊັບ, ຈາກເມືອງນາ­ຊາ­ເຣັດ.” 46 ນະ­ທາ­ນາ­ເອັນເວົ້າກັບທ່ານວ່າ, “ມີສິ່ງດີອັນໃດທີ່ມາຈາກນາຊາ­ເຣັດດ້ວຍຫລື?” ຟີ­ລິບຕອບກັບເຂົາວ່າ, “ຈົ່ງມາແລະເບິ່ງເອົາເອງເຖີດ.” 47 ພຣະ­ເຢຊູເບິ່ງເຫັນນະ­ທາ­ນາ­ເອັນກຳລັງມາຫາພຣະອົງ ຈິ່ງຊົງກ່າວເຖິງລາວວ່າ, “ເບິ່ງແມ, ຊົນຊາດອິ­ຣາເອນທີ່ແທ້ຈິງ ຜູ້ເຊິ່ງບໍ່ມີອຸ­ບາຍຫລອກຫລວງ.” 48 ນະທານາເອັນເວົ້າກັບພຣະ­ອົງວ່າ, “ທ່ານຮູ້­ຈັກຂ້າ­ນ້ອຍດ້ວຍຫລື?” ພຣະ­ເຢຊູຕອບລາວວ່າ, “ກ່ອນທີ່ຟີ­ລິບຈະເອີ້ນທ່ານ, ເຮົາເຫັນທ່ານ, ຕອນທີ່ທ່ານຢູ່ກ້ອງຕົ້ນໝາກເດື່ອເທດ.” 49 ນະ­ທາ­ນາ­ເອັນທູນຕອບວ່າ, “ຮັບບີ, ພຣະອົງຊົງເປັນພຣະບຸດຂອງພຣະ­ເຈົ້າ! ພຣະອົງຊົງເປັນກະ­ສັດຂອງຊາດອິສຣາເອນ!” 50 ພຣະ­ເຢຊູຕອບເພິ່ນວ່າ, “ເພາະເຮົາບອກກັບທ່ານວ່າ 'ເຮົາເຫັນທ່ານຢູ່ກ້ອງຕົ້ນໝາກເດື່ອ' ທ່ານຈຶ່ງເຊື່ອເຮົາຫລື? ທ່ານຈະເຫັນສິ່ງທີ່ຍິ່ງໃຫຍ່ກວ່ານີ້.” 51 “ແນ່ແທ້, ແນ່ແທ້, ເຮົາບອກກັບທ່ານວ່າ ທ່ານຈະໄດ້ເຫັນທ້ອງຟ້າສະຫວັນເປີດອອກ ແລະເທ­ວະດາຂອງພຣະ­ເຈົ້າ ຂຶ້ນໆ ລົງໆ ຢູ່ເທິງບຸດມະນຸດ.”