ບົດທີ 1

1 ຫລັງຈາກ​ໂຢ­ຊວຍ​ເສຍ​ຊີ­ວິດ​ແລ້ວ, ຄົນ​ອິ​ສ​ະ​ຣາເອນໄດ້​ທູນ​ຖາມ​ພຣະ­ຢາເວ ວ່າ, “ໃຜ​​ຜູ້ທຳອິດຈະ​ໂຈມຕີກັບຄົນການາອານສຳລັບພວກເຮົາ​, ເພື່ອ​ສູ້­ຮົບ​ກັບ​ພວກເຂົາ?” 2 ພຣະ­ຢາເວຕອບວ່າ, “ຢູ­ດາຈະ​ໂຈມຕີ, ເບິ່ງ​ແມ, ເຮົາ​ໄດ້​ມອບ​ແຜ່ນ­ດິນ​ນັ້ນ​ໃຫ້ພວກ­ເຂົາ​ແລ້ວ.” 3 ຄົນຢູ­ດາ​ຈຶ່ງ​ເວົ້າ­ ກັບຄົນ​ຊິ­ເມ­ໂອນ, ​ພີ່­ນ້ອງ​ຂອງ­ຕົນ​ວ່າ, “ຈົ່ງ​ຂຶ້ນ​ໄປ​ກັບພວກເຮົາ ໃນ​ເຂດ­ແດນ​ທີ່​ກຳ­ນົດ​ໃຫ້​ແກ່​ພວກເຮົາ ເພື່ອ​​ຈະ​ໄດ້​ຕໍ່­ສູ້​ກັບ​ຄົນ​ກາ­ນາ­ອານນຳກັນ. ພວກເຮົາ​ຈະ​ໄປ​ຮ່ວມ​ຮົບ​ໃນ​ເຂດ­ແດນ​ທີ່​ກຳ­ນົດ​ໃຫ້​ແກ່​ເຈົ້າ​ນັ້ນ​ດ້ວຍ.” ດັ່ງນັ້ນ, ເຜົ່າຊີ­ເມ­ໂອນ​ກໍ​ໄປ​ກັບ​ພວກເຂົາ. 4 ​ຄົນຢູ­ດາ​ ກໍ​ໂຈມຕີ, ແລະ ​ພຣະ­ຢາເວ ​ໄດ້​ມອບໄຊຊະນະແກ່​ຄົນ​ກາ­ນາ­ອານ ແລະ ​ຄົນ​ເປ­ຣິ­ຊີ​. ​ພວກ­ເຂົາ ​ປະ­ຫານ​ຫນຶ່ງ​ຫມື່ນ​ຄົນ ­ທີ່​ເມືອງ​ເບ­ເຊັກ​.​ 5 ພວກ­ເຂົາ ​ພົບ​ອາ­ໂດ­ນີ-ເບ­ເຊັກ ​ໃນ​ເມືອງ​ເບ­ເຊັກ, ແລະ ​ພວກເຂົາສູ້­ຮົບ​ກັບ​ເພິ່ນ ແລະ ​ໄດ້​ປະ­ຫານ​ຄົນ​ກາ­ນາ­ອານ ແລະ​ ຄົນ​ເປ­ຣີ­ຊີ. 6 ແຕ່ອາ­ໂດ­ນີເບ­ເຊັກ​ຫນີ​ໄປໄດ້, ແລະ ​ພວກ­ເຂົາ​ ນຳ​ຈັບລາວ​ໄດ້, ແລະ ພວກເຂົາໄດ້​ຕັດ​ນິ້ວ​ຫົວ​ໂປ້​ມື ແລະ​ ນິ້ວ​ຫົວ​ໂປ້​ຕີນ​ຂອງ​ລາວ​. 7 ອາ­ໂດ­ນີເບ­ເຊັກ​ກ່າວ​ວ່າ, “ຍັງມີ​ກະ­ສັດ​ເຈັດ​ສິບ​ອົງ​, ຜູ້ທີ່ມີ​ຫົວ​ໂປ້​ມື ແລະ ​ຫົວ​ໂປ້​ຕີນ​ຖືກຕັດອອກ, ໄດ້ເກັບ​ເສດ­ອາ­ຫານ​ຢູ່​ກ້ອງ​ໂຕະ​ຂອງ​ເຮົາ. ເຮົາ​ໄດ້​ເຮັດ​ຢ່າງ­ໃດ, ພຣະ­ຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ແກ່​ເຮົາເຊັ່ນ​ນັ້ນ” ພວກເຂົາ​ກໍ​ຈັບ​ຕົວ​ເພິ່ນ​ມາ​ທີ່​ກຸງ­ເຢ­ຣູ­ຊາ­ເລັມ ແລະ ເພິ່ນ​ໄດ້ເສຍ​ຊີ­ວິດ​ໃນ​ບ່ອນ­ນັ້ນ. 8 ​ຄົນ​ຢູ­ດາ​ໄດ້ເຂົ້າ​​ສູ້ຮົບເມືອງ​ເຢ­ຣູ­ຊາ­ເລັມ ແລະ​ ຢຶດ​ເມືອງ​ໄດ້. ພວກເຂົາ ໂຈມຕີຊາວເມືອງດ້ວຍ​ຄົມ​ດາບ ແລະ ​ ພວກເຂົາເອົາ​ໄຟ​ເຜົາ​ເມືອງ. 9 ພາຍ­ຫລັງ, ຄົນ​ຢູ­ດາ​ ໄດ້​ລົງ​ໄປ​ສູ້­ຮົບ​ກັບ​ຄົນ​ກາ­ນາ­ອານ​ ຜູ້​ທີ່ອາໄສ​ຢູ່­ໃນ​ເຂດ­ແດນ​­ເຂົາ ແລະ ໃນ​ຮ່ອມ​ພູ­ເຂົາ ຢູ່​ທາງທິດຕາເວັນຕົກ 10 ຢູ­ດາ ​ໄດ້​ໄປ​ສູ້­ຮົບ​ກັບ​ຄົນ​ກາ­ນາ­ອານ ​ຜູ້​ຢູ່­ໃນ​ເຮັບ­ໂຣນ (ເມືອງ​ເຮັບ­ໂຣນ​ ເມື່ອກ່ອນຊື່­ວ່າ​ ກີ­ຣິ­ອາດອາ­ຣະ­ບາ) ແລະ ​ພວກ­ເຂົາ​​ໄດ້​ປະ­ຫານ​ເຊຊາຍ, ອາ­ຮີ­ມານ ແລະ ​ຕານ­ໄມ. 11 ຈາກ​ບ່ອນ­ນັ້ນ ຄົນຢູດາໄດ້ຍົກທັບ ​ໄປ​ສູ້­ຮົບ​ກັບ​ຊາວ­ເມືອງ​ເດ­ບີ (ເມືອງ​ເດ­ບີ ເມື່ອກ່ອນ​ມີ​ຊື່­ວ່າ​ກີ­ຣິ­ອາດເຊ­ເຟ) 12 ກາ­ເລັບ​ ກ່າວ​ວ່າ “ໃຜ​ໂຈມ­ຕີ​ເມືອງ​ກີ­ຣິ­ອາດເຊ­ເຟ ​ແລະ ​ຢືດ​ໄດ້, ເຮົາ​ຈະ​ຍົກ​ອັກ­ສາ, ລູກ­ສາວ​ຂອງ​ເຮົາ, ​ໃຫ້­ເປັນ​ເມຍ 13 ໂອດ­ນີ­ເອນ, ​ລູກ­ຊາຍ​ເກ­ນາ (ຫລານ­ຊາຍ​ຂອງ​ກາ­ເລັບ)​ຕີ​ເອົາ​ເມືອງ​ເດບີ​ໄດ້, ດັ່ງນັ້ນ ກາເລັບຈຶ່ງ​ຍົກ​ອັກ­ສາ,​ລູກ­ສາວຂອງ­ຕົນ, ໃຫ້­ເປັນ​ເມຍຂອງເພິ່ນ. 14 ຢູ່​ຕໍ່ມາ ອັກສາ​ ມາຫາໂອດ­ນີ­ເອນ, ແລະ ນາງ​ຈຶ່ງ​ຊວນ​ຜົວ​ໃຫ້ ​ຂໍ​ເນື້ອທີ່​ນາ​​ພໍ່ໃຫ້ແກ່ນາງ. ນາງ​ກໍ​ລົງ​ຈາກ​ຫລັງ​ລາ, ກາ­ເລັບ​ຖາມ​ນາງ​ວ່າ “ເຈົ້າ​ຕ້ອງ­ການ​ອັນ­ໃດ?” 15 ນາງ​ຈຶ່ງ​ຕອບ​ເພິ່ນ​ວ່າ “ຂໍ​ຂອງ­ຂວັນ​ໃຫ້​ລູກ​ຈັກ­ຢ່າງ​ຫນຶ່ງ​ແດ່. ເມື່ອ​ພໍ່​ໃຫ້​ລູກ​ມາ​ຢູ່­ໃນ​ແຜ່ນ­ດິນ​ແຫ້ງແລ້ງກັນດານແລ້ວ, ຂໍໃຫ້ນ້ຳ­ພຸ​ແກ່ລູກດ້ວຍ.” ດັ່ງນັ້ນ, ​ກາ­ເລັບ​ກໍ​ຍົກບໍ່​­ນ້ຳ​ພຸ​ເທິງ ແລະ ​ບໍ່­ນ້ຳ​ພຸ​ລຸ່ມ​ ໃຫ້​ແກ່​ນາງ. 16 ລູກຫລານຂອງພໍ່­ເຖົ້າ​ຂອງໂມ­ເຊ​ ຄົນເກນີ ໄດ້​​ໄປ​ຈາກ​ເມືອງ​ທີ່​ມີ​ຕົ້ນ​ຕານ ພ້ອມ­ກັບ​ຄົນ​ຢູ­ດາ, ​ມາ​ເຖິງ​ຖິ່ນທີ່ກັນດານຂອງເຜົ່າຢູ­ດາ ທີ່ຢູ່ໃນເນເກບ, ເພື່ອອາໄສຢູ່ກັບຄົນຢູດາ​ ຢູ່​ໃກ້ກັບອາຣາດ. 17 ຄົນຢູ­ດາ​ ກໍ​ຍົກ­ທັບ​ໄປ​ຮ່ວມ​ກັບຄົນ​ຊິ­ເມ­ໂອນ​ພີ່­ນ້ອງ​ຂອງ​ພວກ­ເຂົາ​ ແລະ ພວກເຂົາໄດ້ໂຈມຕີ ​ຄົນ​ກາ­ນາ­ອານ ຜູ້​ຢູ່­ໃນ​ເມືອງ​ເຊ­ຟັດ ​ແລະ​ ພວກເຂົາໄດ້ທຳ­ລາຍ​ເມືອງ​ນັ້ນ​ຢ່າງ­ສິ້ນເຊີງ. ເມືອງ​ນັ້ນ​ຈຶ່ງຖືກ​ເອີ້ນ­ວ່າ ໂຮ­ມາ. 18 ຄົນຢູ­ດາ​ໄດ້​ຢຶດ​ເມືອງ​ຄາ­ຊາເຊັ່ນກັນ ແລະ ພ້ອມ​ທັງ​ອາ­ນາ­ເຂດຮອບໆ, ​ເມືອງ​ອາ­ຊະ­ກາ­ໂລນ​ ແລະ ພ້ອມ​ທັງ​ອາ­ນາ­ເຂດ ແລະ​ ເມືອງເອັກໂຣນ ແລະ ພ້ອມອານາເຂດຮອບໆ. 19 ພຣະ­ຢາເວ ໄດ້​ສະ­ຖິດ​ກັບຄົນ​ຢູ­ດາ ແລະ ພວກ­ເຂົາ​ໄດ້ຢຶດ­ແດນ​ພູ­ເຂົາ​ເປັນກຳມະສິດ, ແຕ່​ພວກເຂົາບໍ່ສາມາດ​ຂັບ­ໄລ່​ຊາວ­ເມືອງ​ທີ່­ຢູ່​ໃນ​ຮ່ອມ​ພູ­ເຂົາ​ນັ້ນ​ໄດ້ ເພາະ­ວ່າ​ພວກ​ເຫລົ່າ­ນັ້ນ​ມີ​ລົດ­ຮົບ​ເຫລັກ. 20 ເມືອງ​ເຮັບ­ໂຣນ​ນັ້ນ ໄດ້ຍົກ​ໃຫ້​ກາ­ເລັບ​ (ດັ່ງ​ທີ່​ໂມ­ເຊ​ໄດ້​ກ່າວ​ໄວ້), ແລະ ເຂົາໄດ້​ຂັບ­ໄລ່​ລູກ­ຊາຍ​ທັງ​ສາມ​ຄົນຂອງ​ອາ­ນາກ​ອອກ​ໄປ. 21 ແຕ່​ຄົນ​ເບັນ­ຢາ­ມິນ ​ບໍ່­ໄດ້​ຂັບ­ໄລ່​ ຄົນ​ເຢ­ບຸດ​ ຜູ້​ຢູ່­ໃນ​ເຢ­ຣູ­ຊາ­ເລັມ​ໃຫ້​ອອກ​ໄປ. ດັ່ງ­ນັ້ນ​ ຄົນ​ເຢ­ບຸດ​ຈຶ່ງ​ອາ­ໃສ​ຢູ່​ກັບ​ຄົນ​ເບັນ­ຢາ­ມິນ​ໃນ​ເຢ­ຣູ­ຊາ­ເລັມ​ຈົນ​ເຖິງ​ທຸກ​ມື້ນີ້. 22 ນອກນີ້ ເຮືອນຂອງ​ໂຢ­ເຊັບ​ກະກຽມໄປ​ສູ້­ຮົບ​ເມືອງ​ເບັດ­ເອນ​, ແລະ ​ພຣະ­­ຢາເວ​ສະ­ຖິດ​ກັບ​ພວກ­ເຂົາ. 23 ພວກເຂົາ​ໄດ້​ໃຊ້​ຄົນ​ໄປ​ສອດ­ແນມ​ເມືອງ​ເບັດ­ເອນ (ແຕ່­ກ່ອນ​ເມືອງ​ນີ້​ ຊື່ ລູ­ເຊ). 24 ຜູ້​ສອດ­ແນມ​ເຫັນ​ຊາຍ​ຄົນ​ຫນຶ່ງ​ຍ່າງ​ອອກ​ມາ​ຈາກ​ເມືອງ, ແລະ ພວກເຂົາຈຶ່ງ​ເວົ້າ­ກັບ​ລາວ​ວ່າ “ຂໍ​ຊີ້​ທາງ​ເຂົ້າ​ເມືອງ​ນີ້​ໃຫ້​ແກ່​ພວກ­ເຮົາດ້ວຍ, ແລະ ພວກ​ເຮົາ​ຈະ​ປາ­ນີ​ເຈົ້າ.” 25 ​ຊາຍ​ຄົນ​ນັ້ນ ​ກໍ​ຊີ້​ທາງ​ເຂົ້າ​ເມືອງ​ໃຫ້ແກ່ພວກເຂົາ, ແລະ ດັ່ງນັ້ນ ​ພວກ­ເຂົາ​ໄດ້ໂຈມຕີຊາວ​ເມືອງ​ນັ້ນ ​ດ້ວຍ​ຄົມ​ດາບ, ແຕ່​ພວກ­ເຂົາ​ປ່ອຍ​ຊາຍ​ຄົນ​ນັ້ນ ແລະ​ຄອບ­ຄົວ​ຂອງ​ລາວ​​ທັງ​ຫມົດລອດ​ໄປ 26 ຫລັງຈາກນັ້ນ ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ຮິດ­ຕີ ແລະ​ ສ້າງ​ເມືອງ​ຂຶ້ນ​ເມືອງ​ຫນຶ່ງ, ເອີ້ນ​ຊື່­ວ່າ​ເມືອງ​ລູ­ເຊ, ຊຶ່ງ​ເປັນ​ຊື່​ຢູ່​ຈົນຮອດ​ທຸກ​ມື້ນີ້. 27 ຄົນມາ­ນາ­ເຊ ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງທີ່ອາໄສຢູ່ໃນເມືອງ​ເບັດເຊ­ອານ ​ແລະ​ ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ​ໃຫ້​ອອກ​ໄປ, ຫລື​ ຊາວ­ເມືອງ​ຕາ​ອາ​ນັກ​ ແລະ​ ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ຫລື​ ຊາວ­ເມືອງ​ໂດ­ເຣ​ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ຫລື​ ຊາວ­ເມືອງ​ອິບ­ເລ­ອາມ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ​ຫລື​ ຊາວ­ເມືອງ​ເ­ມກິດ­ໂດ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ເພາະວ່າ​ຄົນ​ກາ­ນາ­ອານ ​ຍັງ​ຕັດສິນໃຈ​ອາ­ໃສ​ຢູ່­ໃນ​ແຜ່ນ­ດິນ​ນັ້ນ. 28 ເມື່ອ​ຄົນ​ອິ​ສ​ະ​ຣາເອນ ​ມີ​ກຳ­ລັງ​ເຂັ້ມ­ແຂງ​ຂຶ້ນ​, ພວກເຂົາກໍ​ບັງ­ຄັບ​ຄົນ​ກາ­ນາ­ອານ ​ຮັບໃຊ້ ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາ​ບໍ່­ໄດ້​ຂັບ­ໄລ່​ຄົນພວກນັ້ນ​ອອກ​ໄປໂດຍສິ້ນເຊີງ. 29 ​ເອຟຣາອິມ​ບໍ່­ໄດ້​ຂັບ­ໄລ່​ຄົນ​ກາ­ນາ­ອານ​ ຜູ້​ອາ­ໃສ​ຢູ່­ໃນ​ເມືອງ​ເກ­ເຊ​ໃຫ້​ອອກ​ໄປ, ດັ່ງນັ້ນ​ຄົນ​ກາ­ນາ­ອານ​ ຍັງ​ສືບຕໍ່ອາ­ໃສ​ຢູ່­ໃນ​ເມືອງ​ເກ­ເຊ​ກັບ​ພວກເຂົາ. 30 ​ເຊ­ບູໂ­ລນ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງ​ກິດ­ໂຣນ, ຫລື​ ຊາວ­ເມືອງ​ນາ­ຮາ­ລານ, ແລະ ດັ່ງນັ້ນ ຄົນ​ກາ­ນາ­ອານ​ໄດ້ສືບຕໍ່ອາ­ໃສ​ຢູ່​ກັບ​ພວກ­ເຂົາ, ແຕ່ຄົນ​ເຊ­ບູ­ໂລນ ກໍ​ບັງ­ຄັບ​ຄົນ​ກາ­ນາ­ອານ ​ຮັບໃຊ້ພວກເຂົາ ດ້ວຍການເຮັດວຽກຫນັກ. 31 ອາ­ເຊ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງ​ອັກ­ໂກ, ຫລື​ ຊາວ­ເມືອງ​ຊີ­ໂດນ, ຫລື​ ຊາວ­ເມືອງ​ອາ­ຮະ­ລັບ, ຫລື​ ຊາວ­ເມືອງ​ອັກ­ຊິບ, ຫລື​ ຊາວ­ເມືອງ​ເຮນ­ບາ, ຫລື​ ຊາວ­ເມືອງ​ອາ­ເຟັກ, ຫລື​ ຊາວ­ເມືອງ​ເຣ­ໂຮບ. 32 ດັ່ງນັ້ນ ​ຄົນ​ອາ­ເຊ​ໄດ້​ອາ­ໄສ​ຢູ່​ກັບ​ຄົນ​ກາ­ນາ­ອານ(ຜູ້ອາໄສໃນ​ແຜ່ນ­ດິນ​ນັ້ນ), ເພາະ­ວ່າ​ພວກ­ເຂົາ​ບໍ່­ໄດ້​ຂັບ­ໄລ່​ພວກນັ້ນໃຫ້​ອອກ​ໄປ. 33 ເຜົ່າ​ເນັບ­ທາ­ລີ​ບໍ່­ໄດ້​ຂັບ­ໄລ່​ຜູ້ອາໄສຢູ່ໃນເມືອງ​ເບັດເຊ­ເມັດ, ຫລື ​ຊາວ­ເມືອງ​ເບັດ-ອາ­ນາດ. ດັ່ງນັ້ນ ເຜົ່ານັບທາອາ­ໃສ​ຢູ່ກັບ​ຄົນ​ກາ­ນາ­ອານ (ຜູ້ອາໄສໃນ​ແຜ່ນ­ດິນ​ນັ້ນ). ເຖິງ​ຢ່າງ­ໃດ​ກໍຕາມ, ຊາວ­ເມືອງ​ເບັດ-ເຊ­ເມັດ ແລະ​ ຊາວ­ເມືອງ​ເບັດ-ອາ­ນາດ​ ໄດ້ຖືກບັງ­ຄັບ​ ​ຮັບໃຊ້ແຮງງານຫນັກ ໃຫ້ແກ່ຄົນ​ນັບ­ທາ­ລີ. 34 ຄົນ​ອາ­ໂມ­ໄດ້​ຂັບ­ໄລ່​ເຜົ່າ​ດານ ໃຫ້ອາໄສຢູ່ໃນ​ເຂດ​ພູ­ເຂົາຂອງເມືອງ, ບໍ່­ຍອມ​ໃຫ້ພວກເຂົາ​ລົງ​ມາ­ອາໄສຢູ່​ຮ່ອມ​ພູ­ເຂົາ. 35 ດັ່ງນັ້ນ ຄົນອາໂມ​ຍັງອາ­ໃສ​ຢູ່​ທີ່​ພູ­ເຂົາ​ເຮ​ເລັດ, ​ໃນ​ເມືອງ​ໄອ­ຢາ­ໂລນ, ແລະ​ ໃນ​ເມືອງ​ຊາ­ອານ­ບີມ, ​ແຕ່​ອຳນາດທາງທະຫານຂອງ​ເຮືອນ​ຂອງ​ໂຢ­ເຊັບ​ເຫນືອກ​ວ່າ​ພວກ­ເຂົາ​, ແລະ ພວກ­ເຂົາ​ຈຶ່ງ​ໄດ້ຖືກບັງ­ຄັບ​ ຮັບໃຊ້ແຮງງານຫນັກ ໃຫ້ແກ່ພວກເຂົາ. 36 ອາ­ນາ­ເຂດ​ຂອງຄົນອາໂມແມ່ນ​ຕັ້ງ­ຕົ້ນ​ແຕ່​ທາງ​ຂ້ວາມ​ພູ­ເຂົາ​ອັກ­ຣັບ­ບີມ​ ທີ່​ເມືອງ​ເຊ­ລາ​ຂຶ້ນ​ໄປຮອດພູເຂົາຂອງເມືອງ.