ບົດທີ 1

1 ຂ້າພະເຈົ້າ ໂປໂລ, ຜູ້ເປັນອັກຄະສາວົກ - ຂ້າພະເຈົ້າບໍ່ໄດ້ຮັບການແຕ່ງຕັ້ງເປັນ ອັກຄະສາວົກ ຈາກມະນຸດຄົນໃດ ຫລື ຕົວແທນຂອງມະນຸດຄົນໃດ, ແຕ່ວ່າພຣະເຢຊູຄຣິດເຈົ້າ ພຣະບິດາເຈົ້າ, ຜູ້ຊົງບັນດານໃຫ້ພຣະເຢຊູຄືນຈາກຄວາມຕາຍໄດ້ ຊົງແຕ່ງຕັ້ງ. 2 ແລະ ບັນດາພີ່ນ້ອງທັງຫມົດທີ່ຢູ່ນຳເຮົາ, ເຖິງຄຣິສຕະຈັກທັງຫລາຍຢູ່ໃນແຄ້ວນ ຄາລາເຕຍ: 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ, 4 ຜຸ້ຊົງສະຫລະພຣະອົງເພາະບາບຂອງພວກເຮົາ ເພື່ອໂຜດພວກເຮົາໃຫ້ພົ້ນຈາກຍຸກອັນຊົ່ວຊ້າ ໃນປະຈຸບັນ, ນີ້ຕາມພຣະປະສົງຂອງພຣະເຈົ້າ ແລະ ພຣະບິດາຂອງເຮົາ. 5 ຂໍຖວາຍກຽດຕິຍົດ ແດ່ພຣະອົງນັ້ນສືບໆໄປເປັນນິດ. ອາແມນ. 6 ຂ້າພະເຈົ້າຮູ້ສຶກປະຫລາດໃຈຢ່າງຫລາຍ ທີ່ທ່ານທັງຫລາຍພາກັນປະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກທ່ານມາ ດ້ວຍພຣະຄຸນຂອງພຣະຄຣິດເຈົ້າ. ແລະ ຂ້າພະເຈົ້າຮູ້ສຶກປະຫລາດໃຈທີ່ທ່ານຕ່າວຄືນໄປຫາຂ່າວອື່ນໆຢ່າງໄວວາ. 7 ບໍ່ມີຂ່າວປະເສີດຢ່າງອື່ນອີກ, ແຕ່ມີບາງຄົນໄດ້ເຮັດໃຫ້ ພວກເຈົ້າວຸ້ນວາຍໃຈ ແລະ ຢາກຫາທາງປ່ຽນແປງຂ່າວປະເສີດ ເລື່ອງພຣະຄຣິດເຈົ້າ. 8 ແຕ່ເຖິງແມ່ນວ່າພວກເຮົາ ຫລື ເທວະດາຈາກສະຫວັນກໍຕາມຈະປະກາດຂ່າວປະເສີດອື່ນ ແກ່ພວກເຮົາທີ່ບໍ່ຕົງກັບທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ. 9 ເຫມືອນດັ່ງພວກເຮົາໄດ້ກ່າວກ່ອນແລ້ວ, ແລະ ບັດນີ້ ເຮົາຂໍກ່າວຢໍ້າອີກວ່າ "ຖ້າຜູ້ໃດ ປະກາດຂ່າວປະເສີດ ແກ່ພວກເຈົ້າທີ່ແຕກຕ່າງໄປ ຈາກທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ". 10 ເຮົາສະແຫວງຫາທີ່ຈະໄດ້ຮັບການຍອມຮັບຈາກມະນຸດ ຫລື ຈາກພຣະເຈົ້າ? ຂ້າພະເຈົ້່າກຳລັງພະຍາຍາມເຮັດໃຫ້ຖືກໃຈມະນຸດບໍ? ຖ້າເຮັດເຊັ່ນນີ້, ຂ້າພະເຈົ້າກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ. 11 ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າຢາກບອກໃຫ້ພວກເຈົ້າ ຮູ້ວ່າຂ່າວປະເສີດ, ທີ່ຂ້າພະເຈົ້າໄດ້ປະກາດແກ່ເຈົ້າທັງຫລາຍນັ້ນບໍ່ແມ່ນມາຈາກມະນຸດ. 12 ດ້ວຍວ່າ, ຂ້າພະເຈົ້າ ບໍ່ໄດ້ຮັບຈາກມະນຸດ ຫລື ບໍ່ມີມະນຸດຄົນໃດສອນຂ້າພະເຈົ້າ, ແຕ່ເປັນການທີ່ພຣະເຢຊູຄຣິດເຈົ້າ ຊົງເປີດເຜີຍແກ່ຂ້າພະເຈົ້າ. 13 ພວກເຈົ້າທັງຫລາຍ ໄດ້ຍິນເຖິງຊີວິດເບື້ອງຫລັງຂອງຂ້າພະເຈົ້າ, ເມື່ອຍັງຢູ່ໃນລັດທິຢິວນັ້ນ, ຂ້າພະເຈົ້າ ໄດ້ຂົ່ມເຫັງຄຣິສຕະຈັກ ຂອງພຣະເຈົ້າ ຢ່າງຮ້າຍແຮງເຫລືອເກີນ ແລະ ໄດ້ພະຍາຍາມທຳລາຍ. 14 ຂ້າພະເຈົ້າກໍລໍ້າຫນ້າ ກວ່າເພື່ອນຮ່ວມຊາດຫລາຍຄົນ ໃນດ້ານສາດສະຫນາຂອງຊາວຢິວ ທີ່ຢູ່ຮ່ວມສະໃຫມກັບຂ້າພະເຈົ້າ. ຂ້າພະເຈົ້າກະຕືລືລົ້ນຫລາຍ ໃນການປະຕິບັດປະເພນີຂອງບັນພະບຸລຸດຂອງຂ້າພະເຈົ້າ. 15 ແຕ່ເມື່ອພຣະເຈົ້າ, ຜູ້ຊົງເລືອກຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່, ຜູ້ຊົງເອີ້ນຂ້າພະເຈົ້າ ໂດຍພຣະຄຸນຂອງພຣະອົງ. 16 ຊົງພໍພຣະໄທທີ່ຊົງສຳແດງ ພຣະບຸດ ຂອງພຣະອົງ ໃນຂ້າພະເຈົ້າ, ເພື່ອໃຫ້ຂ້າພະເຈົ້າໄດ້ປະກາດຂ່າວປະເສີດ ເລື່ອງພຣະບຸດນັ້ນ ໃນທ່າມກາງພວກຕ່າງຊາດ, ຂ້າພະເຈົ້າ ບໍ່ໄດ້ປຶກສາກັນກັບມະນຸດຄົນໃດໃນທັນທີ. 17 ຂ້າພະເຈົ້າ ບໍ່ໄດ້ຂື້ນໄປຍັງນະຄອນເຢຣູຊາເລັມ ເຮົາກໍຍັງບໍ່ໄດ້ ໄປຫາຜູ້ເປັນອັກຄະສາວົກກ່ອນຂ້າພະເຈົ້າ, ແຕ່ຂ້າພະເຈົ້າ, ກັບອອກໄປຍັງປະເທດ ອາຣາເບຍ ແລ້ວກັບມາເມືອງ ດາມັສກັດອີກ. 18 ຫລັງຈາກນັ້ນສາມປີ ຂ້າພະເຈົ້າຂຶ້ນໄປທີ່ນະຄອນເຢຣູຊາເລັມ ເພື່ອທຳຄວາມລື້ງເຄີຍກັບ ເຄຟາສ ແລະ ຂ້າພະເຈົ້າໄດ້ພັກຢູ່ກັບເພິ່ນເປັນເວລາສິບຫ້າວັນ. 19 ແຕ່ຂ້າພະເຈົ້າ ບໍ່ໄດ້ພົບກັບ ອັກຄະສາວົກຄົນອື່ນເລີຍ ນອກຈາກ ຢາໂກໂບ, ຜູ້ທີ່ເປັນນ້ອງຊາຍຂອງ ອົງພຣະຜູ້ເປັນເຈົ້າ. 20 ໃນສິ່ງທີ່ຂ້າພະເຈົ້າຂຽນເຖິງທ່ານ, ຂ້າພະເຈົ້າຮັບຮອງ ຕໍ່ຫນ້າອົງພຣະຜູ້ເປັນເຈົ້າ, ບໍ່ໄດ້ຂຽນເລື່ອງຂີ້ຕົວະ. 21 ແລ້ວຂ້າພະເຈົ້າ ກໍໄປໃນເຂດແດນ ຊີເຣຍ ແລະ ກີລີເກຍ. 22 ຂ້າພະເຈົ້າຍັງບໍ່ໄດ້ເປັນທີ່ຮູ້ຈັກ ໃນຄຣິສຕະຈັກ ແຂວງຢູດາຍ ຊຶ່ງຢູ່ໃນພຣະຄຣິດເຈົ້າ. 23 ພວກເຂົາພຽງແຕ່ໄດ້ຍິນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງ ພວກເຮົາ ບັດນີ້ໄດ້ມາ ປະກາດຂ່າວປະເສີດ ເລື່ອງຂອງຄວາມເຊື່ອ ຊຶ່ງເຂົາໄດ້ເຄີຍພະຍາຍາມທຳລາຍ.” 24 ພວກເຂົາໄດ້ສັນລະເສີນ ພຣະເຈົ້າ ກໍເພາະດ້ວຍເລື່ອງຂອງຂ້າພະເຈົ້າ.