​ບົດ​ທີ 46

1 ອິສະຣາເອນໄດ້ມ້ຽນ​ເອົາ​ສິ່ງຂອງ​ທັງຫມົດ​ທີ່ເພິ່ນ​ມີ​ ແລະ​ ໄດ້ໄປ​ທີ່ເມືອງ​ເບເອນເຊບາ. ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງເພິ່ນ. 2 ພຣະເຈົ້າ​ໄດ້ເວົ້າ​ກັບ​ຢາໂຄບ​ທາງ​ຄວາມຝັນໃນ​ຄືນ​ນັ້ນ​ວ່າ, "ຢາໂຄບ, ຢາໂຄບ​ເອີຍ." ເພິ່ນ​ກ່າວ​ວ່າ, "ໂດຍ ຂ້ານ້ອຍ​ຢູ່ທີ່ນີ້," 3 ພຣະອົງ​ກ່າວ​ວ່າ, "ເຮົາ​ຄື​ພຣະເຈົ້າ, ພຣະເຈົ້າ​ຂອງ​ພໍ່​ເຈົ້າ. ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ລົງໄປ​ປະເທດ​ອີຢິບ, ຢູ່​ໃນ​ທີ່ນັ້ນເຮົາ​ຈະ​ເຮັດ​ໃຫ້​​ເຈົ້າ​​ເປັນ​ຊົນຊາດ​ໃຫຍ່​. 4 ເຮົາ​ຈະ​ໄປ​ປະເທດ​ອີຢິບ​ກັບ​ເຈົ້າ, ແລະ ​ເຮົາ​ຈະ​ນຳ​ເອົາເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ ແລະ ໂຢເຊັບ​ຈະ​ປິດຕາເຈົ້າດ້ວຍມືຂອງລາວເອງ." 5 ຢາໂຄບ​ກໍ​ລຸກຂຶ້ນຈາກ​ເມືອງ​ເບເອນເຊບາ. ພວກ​ລູກຊາຍ​ຂອງອິສະຣາເອນໄດ້​ເອົາ​ພໍ່​ຂອງ​ພວກເຂົາ, ພວກ​ເດັກນ້ອຍ, ແລະ ​ເມຍ​ຂອງ​ພວກເຂົາ, ຂຶ້ນ​ຂີ່​ກວຽນ​ທີ່​ຟາໂຣໄດ້​ສົ່ງ​ມາ​ຮັບເພິ່ນ. 6 ພວກເຂົາ​ເອົາ​ຝູງສັດ​ກັບ​ຊັບສົມບັດ​ທັງຫມົດ​ທີ່​ມີ​ໃນ​ການາອານ ອອກ​ເດີນທາງ​ໄປ​ສູ່​ປະເທດ​ອີຢິບ. 7 ຢາໂຄບ​ໄດ້​ນຳ​ເອົາ​ເຊື້ອສາຍ​ທັງຫມົດ​ຂອງຕົນ​ໄປ​ນຳ​ດັ່ງນີ້: ບັນດາ​ລູກຊາຍ​ຂອງ​ເພິ່ນ, ບັນດາ​ຫລານຊາຍ​ຂອງ​ເພິ່ນ, ບັນດາ​ລູກສາວ​ຂອງ​ເພິ່ນ ແລະ​ບັນດາ​ຫລານສາວ​ຂອງ​ເພິ່ນ. 8 ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ໄປ​ປະເທດ​ອີຢິບ​, ກັບ​ເພິ່ນ​ມີ​ຣູເບັນ​ລູກຊາຍ​ກົກ​ຂອງ​ເພິ່ນ 9 ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ, ແລະ​ການໝີ. 10 ຊີເມໂອນ ​ແລະ​ພວກ​ລູກຊາຍ​ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ, ແລະ​ລູກ​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ​ຊື່​ວ່າ ຊາອູນ. 11 ເລວີ​ ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ, ແລະ​ເມຣາຣີ. 12 ຢູດາ ​ແລະ​ພວກ​ລູກຊາຍ​ຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ, ແລະ​ເຊຣາ. (ສ່ວນ​ເອຣະ​ກັບ​ໂອນານ ລູກຊາຍ​ສອງ​ຄົນ​ຂອງ​ຢູດາ​ນັ້ນ ຕາຍ​ທີ່​ການາອານ). ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເປເຣັດ​ຊື່​ວ່າ ເຮຊະໂຣນ, ແລະ​ຮາມູນ. 13 ອິດຊາຄາ​ກັບ​ພວກ​ລູກຊາຍ​ຂອງຕົນ: ໂຕລາ, ປູອາ, ຢາຊຸບ, ແລະ​ຊີມໂຣນ. 14 ເຊບູໂລນ​ກັບ​ພວກ​ລູກຊາຍ​ຂອງຕົນ: ເສເຣັດ, ເອໂລນ ແລະ​ຢາເລເອນ. 15 ຄົນ​ເຫລົ່ານັ້ນ​ແມ່ນ​ລູກຊາຍ​ຂອງ​ນາງ​ເລອາ ທີ່​ໄດ້​ເກີດ​ໃຫ້​ຢາໂຄບ​ໃນເມໂຊໂປຕາເມຍ ລວມທັງ​ນາງ​ດີນາ​ລູກສາວ​ຂອງຕົນ​ດ້ວຍ. ເມື່ອ​ນັບ​ລວມ​ທັງຫມົດ​ແລ້ວ ເຊື້ອສາຍ​ທີ່​ສືບ​ມາ​ຈາກ​ນາງ​ເລອາ ມີ​ຢູ່ 33 ຄົນ. 16 ກາດ ​ແລະ​ບັນດາ​ລູກຊາຍ​ຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ, ແລະ​ອາເຣລີ. 17 ອາເຊ ​ແລະ​ພວກ​ລູກຊາຍ​ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະ​ນາງ​ເສຣາ​ລູກສາວ​ຂອງ​ລາວ ພ້ອມ​ທັງ​ລູກຊາຍ​ຂອງ​ເບຣິຢາ: ເຮເບ, ​ແລະ​ມັນກີເອນ. 18 ພວກ 16 ຄົນ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ຢາໂຄບ, ທີ່​ສືບ​ມາ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ເລອາ ລູກສາວ​ຂອງຕົນ. 19 ສ່ວນ​ຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ ແລະ​ເບັນຢາມິນ. 20 ຢູ່​ໃນ​ປະເທດ​ອີຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂລຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ. 21 ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ, ແລະ​ອາກເດ. 22 ພວກ​ສິບສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ. 23 ດານ​ ແລະ​ ລູກຊາຍ​ຂອງຕົນ​ຊື່​ວ່າຮູຊິມ. 24 ເນັບທາລີ ​ແລະ​ລູກຊາຍ​ຂອງຕົນ ມີ​ດັ່ງນີ້: ຢາເຊເອນ, ກູນີ, ເຢເຊ, ແລະ​ ຊິນເລັມ. 25 ພວກ​ເຈັດ​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ສືບ​ມາ​ຈາກ​ນາງ​ບິນຮາ, ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ຣາເຊັນ​ລູກສາວ​ຂອງຕົນ. 26 ຈຳນວນ​ເຊື້ອສາຍ​ແທ້ໆ​ທັງຫມົດ​ຂອງ​ຢາໂຄບ,​ທີ່​ໄປ​ຢູ່​ໃນ​ປະເທດ​ອີຢິບ​ມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ. 27 ໂຢເຊັບ​ມີ​ລູກຊາຍ​ທີ່​ເກີດ​ຢູ່​ໃນ​ປະເທດ​ອີຢິບ​ສອງ​ຄົນ, ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງຫມົດ ທີ່​ໄປ​ຢູ່​ໃນ​ປະເທດ​ອີຢິບ​ແລ້ວ​ມີ 70 ຄົນ. 28 ຢາໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢເຊັບ​ລ່ວງຫນ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ. 29 ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ. 30 ຢາໂຄບ​ເວົ້າ​ກັບ​ໂຢເຊັບ​ວ່າ, "ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ, ເມື່ອ​ໄດ້​ເຫັນ​ຫນ້າ​ລູກ, ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່." 31 ແລ້ວ​ໂຢເຊັບ​ກໍ​ກ່າວ​ຕໍ່​ພວກ​ອ້າຍ ຕະຫລອດ​ທັງ​ຄອບຄົວ​ທັງຫມົດ​ຂອງ​ພໍ່​ຕົນ​ວ່າ, "ຂ້ອຍ​ຕ້ອງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ວ່າ, ພວກ​ອ້າຍ​ນ້ອງ​ກັບ​ຄອບຄົວ​ທັງຫມົດ​ຂອງ​ພໍ່​ຂ້ອຍ, ທີ່​ໄດ້​ອາໄສ​ຢູ່​ໃນ​ການາອານ​ນັ້ນ​, ມາ​ຮອດ​ແລ້ວ. 32 ຂ້ອຍ​ຈະ​ບອກ​ເພິ່ນ​ວ່າ, ພວກເຈົ້າ​ເປັນ​ຄົນລ້ຽງແກະ​ແລະ​ລ້ຽງ​ງົວ. ແລະ​ພວກເຈົ້າ​ໄດ້​ເອົາ​ຝູງແກະ​, ກັບ​ຝູງງົວ​ພ້ອມ​ທຸກສິ່ງ​ທີ່​ມີ​ນັ້ນ​ມາ​ນຳ. 33 ເມື່ອ​ກະສັດ​ເອີ້ນ​ພວກເຈົ້າ​ໄປ​ຖາມ,​ເຖິງ​ວິຊາ​ອາຊີບ​ຂອງ​ພວກເຈົ້າ, 34 ໃຫ້​ພວກເຈົ້າ​ຕອບ​ວ່າ, "ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເຫມືອນ​ດັ່ງ​ບັນ​ພະບຸຣຸດ​ຂອງ​ພວກເຮົາ, ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້." ໂຢເຊັບ​ແນະນຳ​ເຊັ່ນນີ້, ເພາະ​ຊາວ​ອີຢິບ​ບໍ່​ມັກ​ພວກ​ລ້ຽງແກະ."