​ບົດ​ທີ 45

1 ແລ້ວໂຢເຊັບກໍ​ບໍ່​ສາມາດ​ບັງຄັັບຕົວເອງເອົາໄວ້ໄດ້​ຕໍ່ຫນ້າ​ຄົນ​ຮັບໃຊ້​ທີ່ຢືນກັບລາວ. ລາວຈຶ່ງ​ເວົ້າຢ່າງດັງວ່າ, "ທຸກຄົນຕ້ອງຈາກເຮົາ​ໄປ​." ສະນັ້ນບໍ່ມີໃຜເລີຍທີ່ຢືນຢູ່ກັບ​ໂຢເຊັບ​ ລາວບອກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ ລາວ​ແມ່ນ​ໃຜ​ນັ້ນ. 2 ລາວໄດ້​ໄຫ້​ສະອື້ນ​ສຽງດັງ​, ຈົນ​ຊາວ​ອີຢິບ​ໄດ້ຍິນ, ແລະ ​ຂ່າວ​ຈຶ່ງ​ແຜ່​ໄປ​ເຖິງ​ຣາຊວັງຂອງຟາໂຣ. 3 ໂຢເຊັບໄດ້​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, "ຂ້ອຍ​ແມ່ນ​ໂຢເຊັບເອງ. ພໍ່​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ບໍ?" ແຕ່​ພໍ​ເມື່ອ​ໄດ້ຍິນ​ເຊັ່ນນັ້ນ ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ບໍ່​ສາມາດ​ຕອບລາວໄດ້, ເພາະພວກເຂົາຕົກໃຈທີ່ສຸດໃນການມີຊີວິດຢູ່ຂອງລາວ. 4 ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, "ກະຣຸນາ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ​ເຖີ້ນ." ພວກເຂົາ​ຈຶ່ງ​ຫຍັບ​ເຂົ້າ. ລາວໄດ້​ເວົ້າ​ອີກວ່າ, "ຂ້ອຍ​ແມ່ນ​ໂຢເຊັບ, ​ນ້ອງຊາຍ​ຂອງ​ພວກເຈົ້າ ຜູ້​ທີ່​ພວກເຈົ້າ​ໄດ້​ຖືກຂາຍ​ມາ​ທີ່​ປະເທດ​ອີຢິບ. 5 ຢ່າ​ທຸກໃຈ​ ຫລື​ ໃຈຮ້າຍໃຫ້​ຕົວພວກເຈົ້າເອງເລີຍ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້, ເພາະ​ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນພວກເຈົ້າ ​ເພື່ອ​ຊ່ວຍ​ຊີວິດຄົນ. 6 ​ສອງປີແລ້ວທີ່​​ການ​ອຶດຢາກ​ໄດ້ມາທີ່​ດິນແດນ​ແຫ່ງນີ້​, ແລະ ຈະ​ມີ​ອີກ​ຫ້າ​ປີ​ຊຶ່ງຈະ​ບໍ່ມີ​ການ​ປູກຝັງ​ ແລະ ການ​ເກັບກ່ຽວເລີຍ. 7 ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນພວກເຈົ້າ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ ​ດັ່ງຄົນທີ່ຍັງເຫລືອໄວ້ໃນໂລກນີ້, ແລະ ​ເພື່ອ​ຮັກສາໃຫ້ພວກເຈົ້າຈະ​ມີ​ຊີວິດ​ຢູ່ດ້ວຍການປົດປ່ອຍທີ່ຍິ່ງໃຫຍ່. 8 ດັ່ງນັ້ນບັດນີ້ ມັນຈຶ່ງ​ບໍ່ແມ່ນ​ພວກເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້ ແຕ່​ແມ່ນອົງ​ພຣະຜູ້ເປັນເຈົ້າ​ຕ່າງຫາກ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ, ແລະ ພຣະອົງ​ໄດ້ເຮັດ​ໃຫ້​ຂ້ອຍ​ເປັນພໍ່ຂອງ​ກະສັດຟາໂຣ, ​ເປັນ​ຜູ້​ຮັບຜິດຊອບ​ປະເທດ​ທັງຫມົດ​ຂອງ​ເພິ່ນ, ແລະ ເປັນ​ຜູ້ປົກຄອງ​ດິນແດນປະເທດ​ອີຢິບ​ທັງຫມົດ. 9 ຈົ່ງຟ້າວ​ກັບ​ເມືອ​ ແລະ ໄປຫາ​ພໍ່​ຂອງຂ້ອຍ ແລະ​ ບອກແກ່​ເພິ່ນ​ວ່າ, 'ນີ້​ແມ່ນ​ຄຳເວົ້າ​ຂອງ​ໂຢເຊັບ​ລູກຊາຍ​ຂອງເຈົ້າໄດ້ກ່າວວ່າ, "ພຣະເຈົ້າ​ໄດ້​ບັນດານ​ໃຫ້​ຂ້ອຍ ເປັນ​ຜູ້ປົກຄອງ​ປະເທດ​ອີຢິບ​ທັງຫມົດ. ຂໍ​ພໍ່​ມາ​ຫາ​ຂ້ອຍ, ​ຢ່າໄດ້ຊັກຊ້າເລີຍ. 10 ພໍ່ຈະໄດ້ອາໄສຢູ່ໃນດິນແດນ​ໂກເຊັນ​, ແລະ ພໍ່ຈະຢູ່ໃກ້ຂ້ອຍ, ພໍ່ ແລະ ​ລູກຫລານຂອງພໍ່, ແລະ ​ຝູງແກະ ແລະ ຝູງງົວ ແລະ​ ທຸກໆ​ສິ່ງ​ທີ່​ພໍ່​ມີ​ຢູ່. 11 ຂ້ອຍຈະຈັດຕຽມສຳລັບພໍ່, ເພາະຄວາມ​ອຶດຫິວ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ສະນັ້ນພໍ່, ຄົວເຮືອນຂອງພໍ່, ແລະ ທຸກສິ່ງທີ່ພໍ່ມີຈະບໍ່ອຶດຍາກລຳບາກ."' 12 ເບິ່ງແມ, ຕາຂອງພວກເຈົ້າຈົ່ງແນມເບິ່ງ, ແລະ ຕາຂອງເບັນຈາມິນນ້ອງຊາຍຂອງຂ້ອຍເອີຍ, ນີ້ແມ່ນປາກຂອງຂ້ອຍເອງທີ່ເວົ້າກ່າວຕໍ່ພວກເຈົ້າ. 13 ເຈົ້າຈົ່ງເລົ່າໃຫ້ພໍ່ຂອງຂ້ອຍຟັງເທີດ ເຖິງກຽຕສັກສີທັງຫມົດທີ່ຂ້ອຍມີໃນ​ປະເທດ​ອີຢິບ​ນີ້​ ແລະ​ ໃນທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​. ເຈົ້າ​ຈົ່ງ​ຟ້າວໄປ ແລະ ​ພາພໍ່ຂອງຂ້ອຍມາ​ຢູ່​ທີ່ນີ້." 14 ລາວໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ເບັນຢາມິນ​ກໍ​ໄດ້ຮ້ອງໄຫ້​ເທິງຄໍຂອງລາວ. 15 ລາວໄດ້ຈູບພວກອ້າຍ​ທຸກໆ​ຄົນ ​ແລະ​ ຮ້ອງໄຫ້ໃສ່ພວກເຂົາ. ຫລັງຈາກ​ນັ້ນອ້າຍ​ນ້ອງລາວ​ກໍ​ໄດ້ລົມ​ກັບລາວ. 16 ເມື່ອ​ຂ່າວ​ໄດ້​ແຜ່​ໄປ​ເຖິງ​ຣາຊວັງ​ຂອງ​ຟາໂຣ​ວ່າ: "ບັນດາ​ອ້າຍ ​ແລະ​ ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ." ​ ກະສັດ​ຟາໂຣ ແລະ ບັນດາ​ຂ້າຣາຊການ​ຂອງພະອົງຕ່າງກໍ​ມີ​ຄວາມ​ຍິນດີເປັນຢ່າງຫລາຍ. 17 ຟາໂຣໄດ້​ກ່າວ​ຕໍ່​ໂຢເຊັບ​ວ່າ, "ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ເຮັດສິ່ງນີ້: ເກັບ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ. 18 ໃຫ້​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຈົ້າກັບ​ມາ​ຫາເຮົາທີ່​ນີ້. ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.' 19 ບັດນີ້ພວກເຈົ້າໄດ້ຖືກສັ່ງວ່າ, 'ໃຫ້ເຮັດສິ່ງນີ້, ໃຫ້​ເອົາ​ກວຽນ​ອອກຈາກອີຢິບໄປ ເພື່ອໄປ​ຂົນ​ເອົາລູກຫລານຂອງພວກເຈົ້າ ແລະ ​ເມຍຂອງພວກເຈົ້າ ແລະ​ ພໍ່ຂອງພວກເຈົ້າ ແລ້ວ ກັບຄືນມາພີ້​. 20 ຢ່າ​ພາກັນເປັນ​ຫ່ວງ​ຊັບ​ສິ່ງຂອງ​ ຂອງ​ພວກເຈົ້າ​ນັ້ນ, ເພາະ​ສິ່ງ​ດີທີ່ສຸດ​ຢູ່​ໃນ​ປະເທດ​ອີຢິບ​ທັງຫມົດ ຈະ​ເປັນ​ຂອງ​ພວກເຈົ້າ.'" 21 ເຫລົ່າລູກຊາຍ​ຂອງ​ອິສະຣາເອນ​ກໍ​ປະຕິບັດ​ຕາມ​ຄຳສັ່ງ​ນັ້ນ. ໂຢເຊັບ​ໄດ້​ເອົາ​ກວຽນ​ຫລາຍ​ຄັນ​ໃຫ້​ພວກເຂົາ, ຕາມ​ຄຳສັ່ງ​ຂອງ​ກະສັດຟາໂຣ, ແລະ ​ໄດ້ເອົາ​ອາຫານ​ໃຫ້ພວກເຂົາຖື​ໄປ​ກິນ​ຕາມ​ທາງ​. 22 ພວກເຂົາແຕ່ລະຄົນ ໄດ້​ຮັບເຄື່ອງນຸ່ງ​ໃຫມ່​ຜູ້​ລະ​ຊຸດ, ແຕ່​ເບັນຢາມິນ​ນັ້ນ ເພິ່ນ​ໄດ້​ເອົາ​ເງິນ​ສາມຮ້ອຍ​ຫລຽນ ແລະ​ ເຄື່ອງນຸ່ງໃຫມ່ໃຫ້​ເຂົາເປັນ​ພິເສດຫ້າ​ຊຸດ. 23 ສຳລັບພໍ່ຂອງເພິ່ນແລ້ວເພິ່ນໄດ້ສົ່ງສິ່ງນີ້ໃຫ້ຄື: ລໍ​ສິບ​ໂຕທີ່​ຕາງ​ສິ່ງທີ່ດີ​​ຂອງ​ປະເທດ​ອີຢິບ​; ແລະ​ ມີ​ລໍແມ່​ອີກ​ສິບ​ໂຕ​ຕາງ​ເຂົ້າ​ສານ, ເຂົ້າຈີ່, ແລະ ສິ່ງໆອື່ນໆອີກ ສຳລັບ​ພໍ່​ຂອງຕົນ​ເພື່ອ​ໃນການ​ເດີນທາງ. 24 ດັ່ງນັ້ນລາວໄດ້​​ສົ່ງ​ພວກ​ອ້າຍ​ນ້ອງ​ຂອງຕົນອອກ​ເດີນທາງໄປ. ລາວໄດ້​ເວົ້າກັບ​ພວກເຂົາ​ວ່າ, "ເບິ່ງເດີ ພວກເຈົ້າຢ່າໄດ້​ຜິດຖຽງ​ກັນ ໃນ​ເວລາ​ເດີນທາງ​ກັບ." 25 ພວກເຂົາ​ໄດ້​ອອກ​ເດີນທາງອອກຈາກອີຢິບ ແລະ ໄດ້ມາເຖິງດິນແດນ​ການາອານ, ​ໄປ​ຫາ​ຢາໂຄບ​ພໍ່​ຂອງ​ພວກເຂົາ​. 26 ພວກເຂົາ​ຈຶ່ງ​ຟ້າວ​ບອກ​ພໍ່ວ່າ, "ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ແລະ ລາວກໍເປັນ​ຜູ້ປົກຄອງ​ປະເທດ​ອີຢິບ​ທັງຫມົດ." ຫົວໃຈຂອງຢາໂຄບ​ກໍ​ເຕັມດ້ວຍຄວາມປະຫລາດໃຈ, ເພາະເພິ່ນ​ບໍ່ອາດ​ເຊື່ອ​ຄຳເວົ້າ​ຂອງ​ພວກເຂົາ​ໄດ້. 27 ​ພວກເຂົາກໍ​ໄດ້​ເລົ່າ​ຄຳ​ເວົ້າ​ທັງຫມົດຂອງ​ໂຢເຊັບໄດ້ເວົ້າກັບພວກເຂົາ​ສູ່​ເພິ່ນ​ຟັງ. ເມື່ອຢາໂຄບໄດ້ເຫັນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ເພິ່ນນັ້ນ, ຈິດວິນຍານຂອງຢາໂຄບພໍ່ຂອງພວກເຂົາ​ກໍຟື້ນຟູຂຶ້ນມາອີກ. 28 ອິສະຣາເອນໄດ້​ເວົ້າ​ວ່າ, "ພຽງພໍ​ແລ້ວ​! ໂຢເຊັບ​ລູກຊາຍ​ຂອງເຮົາ​ຍັງ​ມີ​ຊີວິດ​ຢູ່. ຂ້ອຍ​ຈະ​ໄປ​ ແລະ ພົບ​ລາວ ກ່ອນ​ທີ່​ຂ້ອຍ​ຈະ​ຕາຍ."